ກົມ​ຄວບ​ຄຸມ​ມົນ​ລະ​ພິດ, ກະຊວງ​ຊັບພະຍາກອນທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ອອກແຈ້ງການເຕືອນ ກ່ຽວ​ກັບ ​ອັນຕະລາຍ​ ຈາກ​ການ​ປອມ​ປົນ ​ສານ​ເຮັດ​ຄວາມ​ເຢັນ ຊະນິດ R-134a ​ກັບ R-40, ເຊິ່ງກໍ່ໃຫ້ເກີດອຸບັດຕິໄພ ໃນຂະນະນຳໃຊ້ສານເຄມີເຫລົ່ານີ້ ເຂົ້າໃນການເຄື່ອນໄຫກິດຈະກຳຕ່າງໆ. ປັດຈຸບັນການຜະລິດສານເຮັດຄວາມເຢັນດັ່ງກ່າວໄດ້ສືບຕໍ່​ແຜ່​ຫຼາຍ​ເປັນ​ວົງ​ກວ້າງໃນທົ່ວໂລກ,    ໂດຍບໍ່​ສາມາດ​ຮູ້​ຂໍ້​ມູນ​ກ່ຽວກັບຊື່ຂອງການຄ້າ, ບໍລິສັດຜູ້ຜະລິດ, ແລະ ຜູ້ຈຳໜ່າຍສະເພາະ, ດັ່ງນັ້ນ ຈິ່ງເປັນບັນຫາຫຍຸ້ງຍາກໃນການຄວບຄຸມ ການນຳເຂົ້າ-ສົ່ງອອກ ຫລື ຜ່ານແດນ, ລວມເຖິງການນຳໃຊ້ ແລະ ເກັບຮັກສາໄວ້. ກົມຄວບຄຸມມົນລະພິດ ກະຊວງ​ຊັບພະຍາກອນທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ຈິ່ງສະເໜີ ມາດຕະການປະຕິບັດຂ້າງລຸ່ມ ເພື່ອເປັນການຮັບປະກັນຄວາມປອດໄພ ແລະ ປ້ອງກັນອຸປະຕິໄພທີ່ອາດຈະເກີດຂຶ້ນ.

  • ຕິດຕໍ່ໜ່ວຍງານໂອໂຊນ, ກົມ​ຄວບ​ຄຸມ​ມົນ​ລະ​ພິດ, ເພື່ອກວດສອບສານເຮັດຄວາມເຢັນເບື້ອງຕົ້ນ;
  • ຫ້າມນຳໃຊ້ ສານເຮັດຄວາມເຢັນປອມປົນຢ່າງເດັດຂາດ;
  • ຄວນຈັດຊື້ສານເຮັດຄວາມເຢັນ ຈາກບໍລິສັດຈຳໜ່າຍທີ່ເຊື່ອຖືໄດ້ຢູ່ພາຍໃນ ຫລື ບໍລິສັດຈຳໜ່າຍຢູ່ຕ່າງປະເທດທີ່ມີໃບຮັບຮອງກ່ຽວກັບສານເຮັດຄວາມເຢັນ; ແລະ
  • ຕ້ອງກວດສະພາບສານເຮັດຄວາມເຢັນທີ່ເກັບຮັກສາໄວ້ຢ່າງເປັນປົກກະຕິ.

ທ່ານສາມາດດາວໂຫລດຂໍ້ມູນລະອຽດໄດ້ຂ້າງລຸ່ມນີ້ 

# ຫົວຂໍ້ ດາວໂຫຼດ
1 Danger of the import of chemical substance made from refrigerant imitation PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.