ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ, ໃນນາມເປັນຫ້ອງການປະຈຳຂອງ ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ໄດ້ຈັດ ກອງປະຊຸມ ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ເພື່ອຮັບຮອງ “ແນວທາງປັບປຸງຂັ້ນຕອນທາງດ້ານການຄ້າ ໃຫ້ມີຄວາມງ່າຍດາຍ ແລະ ກົມກຽວ” ຂຶ້ນໃນຕອນບ່າຍຂອງ ວັນທີ 25 ມີນາ 2013​ ທີ່ໂຮງແຮມເມີກຽວ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີຊ່ວຍວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ, ຫົວໜ້າກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ພ້ອມດ້ວຍການເຂົ້າຮ່ວມຢ່າງພ້ອມພຽງຂອງ ບັນດາສະມາຊິກກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ແລະ ຜູ້ຕາງໜ້າຈາກຂະແໜງການອື່ນທີ່ກ່ຽວຂ້ອງ ທີ່ປິ່ນອ້ອມວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ປະກອບມີ: ກົມພາສີ, ກົມຂົນສົ່ງ, ທະນາຄານແຫ່ງ ສປປ ລາວ, ກົມພິມຈຳໜ່າຍ, ກົມອາຫານ ແລະ ຢາ, ກົມມາດຕະຖານ ແລະ ວັດແທກ, ກົມໂທລະຄົມ, ກົມອຸດສາຫະກຳປ້ອງກັນປະເທດ, ກົມບໍ່ແຮ່, ກົມປູກຝັງ, ກົມລ້ຽງສັດ ແລະ ການປະມົງ ແລະ ກົມແຜນການ ແລະ ການຮ່ວມມື (ກະຊວງກະສິກຳ ແລະ ປ່າໄມ້), ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ກົມກ່ຽວຂ້ອງຂອງ ກະຊວງອຸດສາຫະກຳ ແລະ ການຄ້າ.

ຈຸດປະສົງຫລັກຂອງ ກອງປະຊຸມໃນຄັ້ງນີ້ແມ່ນ ເພື່ອຮັບຮອງ ແນວທາງປັບປຸງ ຂັ້ນຕອນທາງດ້ານການຄ້າໃຫ້ມີຄວາມງ່າຍດາຍ ແລະ ກົມກຽວ. ທ່ານ ນາງເຂັມມະນີ ພົນເສນາ ໄດ້ກ່າວໃນພິທີເປີດກອງປະຊຸມໃນມື້ນີ້ວ່າ “ແນວທາງປັບປຸງຂັ້ນ ຕອນທາງດ້ານການຄ້າ ໃຫ້ມີຄວາມງ່າຍດາຍ ແລະ ກົມກຽວ ຍັງສາມາດເປັນເຄື່ອງມື ທີ່ຊ່ວຍໃຫ້ພວກເຮົາສາມາດຜັນຂະຫຍາຍນະໂຍບາຍ 4 ບຸກທະລຸໂດຍສະເພາະແມ່ນການບຸກທະລຸດ້ານຈິນຕະນາການ ແລະ ປັບປຸງລະບຽບບໍລິຫານລັດ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວນີ້ ຍັງຈະ ປະກອບສ່ວນ ເຂົ້າໃນວຽກງານການສ້າງລະບົບ ແຈ້ງເອກະສານຜ່ານປະຕູດຽວແຫ່ງຊາດ ຫລື Lao National Single Window . ການສ້າງ ແລະ ຮັບຮອງເອົາ “ແນວທາງປັບປຸງ ຂັ້ນຕອນທາງດ້ານການຄ້າ ໃຫ້ມີຄວາມງ່າຍດາຍ ແລະ ກົມກຽວ” ຍັງຖືກກຳນົດໃຫ້ເປັນນະໂຍບາຍສຳຮອງ ໃນແຜນສະໜັບສະໜູນ ການຫລຸດຜ່ອນຄວາມທຸກຍາກໄລຍະ 9 ຂອງລັດຖະບານລາວ ອີກດ້ວຍ”.

ລັດຖະບານ ໄດ້ໃຫ້ຄວາມສຳຄັນແກ່ ວຽກງານອຳນວຍຄວາມສະດວກ ທາງດ້ານການຄ້າ ໂດຍໄດ້ຮັບຮອງ ແລະ ປະກາດໃຊ້ “ຍຸດທະສາດອຳນວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ສຳລັບປີ 2011-2015”, ຍຸດທະສາດດັ່ງກ່າວ ໄດ້ກຳນົດໃຫ້ມີການນໍາໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ເຂົ້າໃນວຽກງານອຳນວຍຄວາມສະດວກ ທາງດ້ານການຄ້າ, ປັບປຸງໂຄງລ່າງພື້ນຖານໃຫ້ທັນສະໄໝ ເພື່ອສ້າງເງື່ອນໄຂໃຫ້ມີການຫລຸດຜ່ອນຂັ້ນຕອນ ການອອກອະນຸຍາດຢ່າງກ້າວກະໂດດ. ເພື່ອສືບຕໍ່ຜັນຂະຫຍາຍຍຸດທະສາດດັ່ງກ່າວ ໃຫ້ເປັນຈິງພາຍໃຕ້ທຶນສະໜັບສະໜູນຂອງ ໂຄງການຊ່ວຍເຫຼືອລ້າຫຼາຍຝ່າຍເພື່ອພັດທະນາດ້ານການຄ້າ (TDF).

ທ່ານ ນາງ ບານສະຕິ ເທບພະວົງ, ຮັກສາການຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ໄດ້ນຳສະເໜີຕໍ່ທີ່ປະຊຸມ ບົດລາຍງານກ່ຽວກັບ ແນວທາງປັບປຸງຂັ້ນຕອນທາງດ້ານການຄ້າ ໃຫ້ມີຄວາມງ່າຍດາຍ ແລະ ກົມກຽວ ເພື່ອໃຫ້ທີ່ປະຊຸມໄດ້ຮັບຊາບເນື້ອໃນ ແລະ ປະກອບຄຳຄິດຄຳເຫັນ ແລະ ພ້ອມກັນເປັນເອກະພາບເພື່ອຮັບຮອງເອົາ. ບົດລາຍງານສະບັບດັ່ງກ່າວ ໄດ້ຜ່ານການເກັບກໍາຂໍ້ມູນ ແລະ ສຶກສາຄົ້ນຄວ້າ ໂດຍທິມງານຊ່ຽວຊານຂອງ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ໂດຍໄດ້ນຳສະເໜີແນວທາງພື້ນຖານ ໃຫ້ແກ່ບາດກ້າວລິເລີ້ມ ໃນການຫັນເປັນອັດຕະໂນມັດ ໃນອະນາຄົດ. ແນວທາງດັ່ງກ່າວນີ້ຍັງສາມາດນຳໃຊ້ ເພື່ອເປັນບົດສຶກສາໃຫ້ແກ່ການລິເລີ້ມຂອງການສ້າງ National Single Window ໃນຕໍ່ໜ້າ.

ການຫັນເປັນອັດຕະໂນມັດນີ້ ຈະຊ່ວຍໃຫ້ຜູ້ດຳເນີນການຄ້າ ສາມາດຍື່ນໃບຄໍາຮ້ອງ ນຳຂະແໜງການອອກອະນຸຍາດ / ອະນຸມັດ ໂດຍຜ່ານອິນເຕີເນັດ. ທັງນີ້ກໍ່ເພື່ອ ເຮັດໃຫ້ການດຳເນີນຂະບວນການອອກອະນຸຍາດນຳເຂົ້າ-ສົ່ງອອກ ມີຄວາມສະດວກ, ງ່າຍດາຍ, ວ່ອງໄວ, ໂປ່ງໃສ ແລະ ເປັນລະບົບ, ເພື່ອຫລຸດຜ່ອນຂັ້ນຕອນ ທີ່ບໍ່ຈຳເປັນ ແລະ ຈຳນວນເອກະສານທີ່ເປັນເຈ້ຍ, ການນຳສະເໜີລະບົບອັດຕະໂນມັດຢູ່ແຕ່ລະຂະແໜງ ອາດຈະເປັນວິທີ ເຊື່ອມໂຍງຖານຂໍ້ມູນລະຫວ່າງຂະແໜງການ ທີ່ມີປະສິດທິຜົນສູງສຸດ.

ກອງປະຊຸມໃນຄັ້ງນີ້ສາມາດບັນລຸໄດ້ຕາມ ວັດຖຸປະສົງ ແລະ ລະດັບຄາດໝາຍ ທີ່ວາງໄວ້ ໂດຍໄດ້ເຫັນດີເປັນເອກະພາບ ຕໍ່ກັບ ເນື້ອໃນຂອງບົດລາຍ ແລະ ໄດ້ຕົກລົງ ຮັບຮອງເອົາ “ແນວທາງປັບປຸງ ຂັ້ນຕອນທາງດ້ານການຄ້າ ໃຫ້ມີຄວາມງ່າຍດາຍ ແລະ ກົມກຽວ” ຢ່າງເປັນທາງການ. 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.