ໃນໄລຍະຜ່ານມາ ການສົ່ງອອກພືດຜັກຂອງ ສປປ ລາວ ໄປປະເທດໃນກຸ່ມສະຫະພາບເອີລົບ ໄດ້ຖືກຜົນກະທົບ ຈາກການ ນຳໃຊ້ມາດຕະການສຸຂານາໄມ-ສຸຂານາໄມພືດ ເປັນສາເຫດເຮັດໃຫ້ສິນຄ້າກະສິກຳຂອງລາວຖືກທຳລາຍຖີ້ມເປັນຈຳນວນບໍ່ໜ້ອຍ ເນື່ອງຈາກການອອກໃບຢັ້ງຢືນ ສຸຂານາໄມພືດ ທີ່ຍັງບໍ່ທັນຖືກຕ້ອງ ແລະ ສອດຄ່ອງຕາມມາດຕະຖານສາກົນ ໂດຍສະເພາະ ຂໍ້່ກຳນົດເງື່ອນໄຂດ້ານສຸຂານາໄມພືດ ຂອງສະຫະພາບເອີລົບ ຈິ່ງເຮັດໃຫ້ຜູ້ສົ່ງອອກຂອງລາວຕ້ອງສູນເສຍຜົນປະໂຫຍດ. ດັ່ງນັ້ນ,   ກະຊວງກະສິກຳ ແລະ ປ່າໄມ້ ຈຶ່ງອອກແຈ້ງການແນະນຳ ຂໍ້ກຳນົດດ້ານສຸຂານາໄມພືດ ຂອງປະເທດໃນກຸ່ມສະຫະພາບເອີລົບ ສຳຫລັບການນຳເຂົ້າພືດທີ່ສຳຄັນບາງຊະນິດ ຈາກ ສປປ ລາວ ສະບັບເລກທີ 0612/ກປຝ, ວັນທີ 10 ເມສາ2013 ເພື່ອຮັບປະກັນໃຫ້ແກ່ການອອກໃບຢັ້ງຢືນສຸຂານາໄມພືດ ແລະ ການສົ່ງສິນຄ້່າກະສິກຳຂອງລາວ ໄປຍັງສະຫະພາບເອີລົບ ໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງ ກັບຂໍ້ກຳນົດໃນການນຳເຂົ້າຂອງສະຫະພາບເອີລົບ.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.