ຍິນດີຕ້ອນຮັບເຂົ້າສູ່ສູນຂໍ້ມູນຂ່າວສານດ້ານການຄ້າຂອງ ສປປ ລາວ
ເວັບໄຊທ໌ນີ້ຈະຊ່ວຍໃຫ້ຜູ້ຄ້າຂາຍ ສາມາດຊອກຫາຂໍ້ມູນທັງໝົດທີ່ກ່ຽວຂ້ອງ ກັບການນໍາເຂົ້າສິນຄ້າມາ ສປປ ລາວ ແລະ ການສົ່ງອອກສິນຄ້າຈາກ ສປປ ລາວ.
ກົດເວັບໄຊທ໌ເຊື່ອມຕໍ່ໃນໜ້ານີ້ ເພື່ອຊອກຫາຂໍ້ມູນກ່ຽວກັບບັນດາກະຊວງທີ່ກ່ຽວຂ້ອງຕໍ່ກັບຂັ້ນຕອນການນຳເຂົ້າ/ສົ່ງອອກ, ລະບຽບການສະເພາະ ສໍາລັບແຕ່ລະປະເພດສິນຄ້າ, ລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງ ແລະ ຂໍ້ມູນທີ່ເປັນປະໂຫຍດ ອື່ນໆ.
ຄູ່ມືນຳເຂົ້າ-ສົ່ງອອກ ທີ່ປາກົດຢູ່ເມນູດ້ານເທິງຂອງໜ້ານີ້ຈະສະໜອງຂໍ້ມູນ ແລະ ຄໍາແນະນໍາ ໂດຍນໍາໃຊ້ຄໍາສັບທີ່ເຂົ້າໃຈງ່າຍ ພ້ອມດ້ວຍການອອກແບບຖານຂໍ້ມູນ ທີ່ເຮັດໃຫ້ສາມາດຊອກຄົ້ນຫາຕາມຫົວຂໍ້ໄດ້ຢ່າງງ່າຍດາຍ.
ໂດຍການລົງທະບຽນເປັນສະມາຊິກ ໃນເວັບໄຊທ໌ຂອງພວກເຮົາ, ທ່ານຈະໄດ້ຮັບບໍລິການເພີ່ມເຕີມອື່ນໆ ຢ່າງເປັນປະຈໍາ ເມື່ອມີການອັບເດດຂໍ້ມູນໃໝ່ເຊັ່ນ: ວາລະສານ, ປະກາດແຈ້ງການ ຫຼື ຂໍ້ມູນໃໝ່ໆ ທີ່ກ່ຽວຂ້ອງກັບທຸລະກິດຂອງທ່ານ ແລະ ອື່ນໆ. ກົດທີ່ນີ້ ເພື່ອຫາຂໍ້ມູນເພີ່ມເຕີມກ່ຽວກັບການບໍລິການສະມາຊິກ ແລະ ຂັ້ນຕອນການສະໝັກເປັນສະມາຊິກ.
ກົດທີ່ນີ້ ເພື່ອເຂົ້າເບິ່ງວີດີໂອ (ໃນຮູບແບບພາສາອັງກິດ) ທີ່ອະທິບາຍເຖິງຄຸນປະໂຫຍດຂອງ ສູນຂໍ້ມູນຂ່າວສານທາງ ດ້ານການຄ້າຂອງ ສປປ ລາວ ຊຶ່ງບອກເຖິງຄຸນລັກສະນະໂດຍລວມຂອງສູນຂໍ້ມູນຂ່າວສານດັ່ງກ່າວ.
ຖ້າທ່ານມີບັນຫາ ໃນການເຂົ້າເວັບໄຊທ໌ນີ້ໃນອະນາຄົດ ກະລຸນາເຂົ້າໄປທີ່ http://laotradeportal.com ຫຼື http://laotradeportal.org
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.