ບົດລາຍງານສະບັບນີ້ສ້າງຂຶ້ນໂດຍ ໂຄງການ ພັດທະນາຊັບພະຍາກອນມະນຸດສໍາຫລັບເສດຖະກິດຕະຫລາດ ໃນໄລຍະສາມຂອງການຮ່ວມມືລາວ-ເຢຍລະມັນ, ບົດລາຍງານການສຳຫລວດດັ່ງກ່າວນີ້ ແມ່ນໃຫ້ເຫັນຄວາມເຂົ້າໃຈອັນເລິກເຊິ່ງຂອງໝາກຜົນບັນດາກົດໝາຍ, ນະໂຍບາຍ, ລະບຽບການ ເຊິ່ງສາມາດນຳໃຊ້ໄດ້ຈິງໃນການຕັດສິນໃຈໃນຫລາຍຂັ້ນບໍ່ວ່າພາກສ່ວນລັດຖະບານ ແລະ ເອກະຊົນ. ຜົນຂອງການສຳຫລວດນີ້ໄດ້ສະແດງໃຫ້ເຫັນ 10 ຫົວຂໍ້ຫລັກຂອງຜົນການສຳຫລວດທີ່ສຳຄັນຄື: (1) ປະເທດລາວແມ່ນໄດ້ປະເຊີນກັບການຂະຫຍາຍຕົວທາງດ້ານເສດຖະກິດໄປທິດທາງບວກ, ເນື່ອງມາຈາກລາຍໄດ້ທີ່ສູງຢ່າງພົ້ນເດັ່ນຂອງຂະແໜງການທໍາມະຊາດ, (2) ກຳໄລ ແລະ ຄວາມຄາດຫວັງຂອງບັນດາຫົວໜ່ວຍທຸລະກິດກຳລັງເພີ່ມຂື້ນ, (3) ບັນດາຫົວໜ່ວຍທຸລະກິດຈາກກຸ່ມຕົວຢ່າງຢູ່ໃນລາວ ຖືວ່າຄູ່ແຂ່ງທາງດ້ານທຸລະກິດຂອງພວກເຂົາບໍ່ເຂັ້ມແຂງ, (4) ສຳຫລັບບັນດາຫົວໜ່ວຍທຸລະກິດທີ່ຮູ້ສຶກສາກົດດັນຈາກການແຂ່ງຂັນຕອບວ່າ ການເຂົ້າຫາແຫລ່ງທຶນ ແລະ ການອີ່ມຕົວຂອງຕະຫລາດແມ່ນເປັນບັນຫາສຳຄັນ, (5) ຄວາມຮັບຮູ້ຂອງຫົວໜ່ວຍທຸລະກິດ ໃນການເຊື່ອມໂຍງທາງດ້ານການຄ້າແມ່ນມີລະດັບທີ່ຈຳກັດ (ໜ້ອຍ) ຫາບໍ່ມີເລີຍ, ເຊິ່ງນີ້ນໍາໄປສູ່ຄວາມສ່ຽງແກ່ພວກເຂົາຢູ່ໃນໄລຍະກາງຫາຍາວ, (6) ລະດັບຄວາມເພິ່ງພໍໃຈໃນບັນດາທຸລະກິດແມ່ນສູງ, ແຕ່ນີ້ອາດເປັນສັນຍານຂອງອຸປະສັກໃນໄລຍະຍາວຕໍ່ສະມັດຖະພາບການຜະລິດ, (7) ມີທ່າອ່ຽງທີ່ພົ້ນເດັ່ນໃນການປະຕິບັດທຸລະກິດແບບບໍ່ເປັນທາງການ, ຈຳນວນຈົດທະບຽນໜ້ອຍກັບຫ້ອງການພາສີ ແລະ ການເພີ່ມຂື້ນຂອງການຈ່າຍພາສີແບບເປັນກ່ອນທຽບກັບການຈ່າຍແບບເປັນທາງການ, (8) ມີການນຳໃຊ້ການບໍລິການການພັດທະນາຫົວໜ່ວຍທຸລະກິດ (BDS), ສູງແຕ່ຂ້ອນຂ້າງຈະມາຈາກໜ່ວຍບໍລິການທີ່ບໍ່ໄດ້ມາດຕະຖານ, (9) ມີຄວາມເຊື່ອມໂຍງລະຫວ່າງທຸລະກິດທີ່ປະສົບຜົນສຳເລັດ ກັບການເປັນສະມາຊິກ BMO, ແຕ່ວ່າຄວາມຮັບຮູ້ຂອງຄວາມເຊື່ອມໂຍງນີ້ ພັດມີການຫລຸດລົງຈາກຫົວໜ່ວຍທຸລະກິດກ່ຽວກັບ BMOs ແລະ (10) ປັບປຸງຄວາມຮັບຮູ້ຂອງລັດຖະບານຂັ້ນທ້ອງຖີ່ນ ແລະ ສູນກາງ ແລະ ການເພີ່ມຄວາມຕ້ອງການໃນ ES2011 ບັນດາຫົວໜ່ວຍທຸລະກິດໄດ້ຖືກຖາມວ່າ ພວກເຂົາຮູ້ສຶກວ່າ ການໃຫ້ບໍລິການຂອງລັດຖະບານຂັ້ນທ້ອງຖິ່ນ ແລະ ສູນກາງແກ່ພວກເຂົາເມື່ອປຽບທຽບກັບສອງປີກ່ອນໄດ້ມີການປັບປຸງຫລືບໍ.

ນອກຈາກນັ້ນ, ບົດລາຍງານຍັງໄດ້ເນັ້ນໃຫ້ເຫັນສຳຫລັບ 8 ຄຳແນະນຳທາງດ້ານນະໂຍບາຍທີ່ສຳຄັນຄື: (1) ການສ້າງໃຫ້ມີຄວາມຫລາກຫລາຍຂອງຜະລິດຕະພັນໃນແຜນງານການສົ່ງອອກ, (2) ການປັບປຸງລະບົບເຜີຍແຜ່ ແລະ ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຄ້າເສລີ ແລະ ການເຊື່ອມໂຍງທາງດ້ານເສດຖະກິດ, (3) ປ່ຽນແປງ/ປັບປຸງສື່ ວິທີການຝຶກອົບຮົມ ດັ່ງນັ້ນ ບັນດາທຸລະກິດ ຈິ່ງເຮັດຄຸນຄ່າການຝຶກອົບຮົມຈະມອບໃຫ້, (4) ປັບປຸງຄຸນນະພາບຂອງ BDS, ສຳຫລວດຫາສາຍເຫດວ່າ ເປັນຫຍັງຈຳນວນສະມາຊິກ ຄວາມນິຍົມຂອງBMO ຈິ່ງຫລຸດລົງ ແລະ ພັດທະນາແຜນງານ ເພື່ອປັບປຸງຄຸນນະພາບຂອງການບໍລິການ ແລະ ດຶງດູດສະມາຊິກໃຫມ່, (6) ການເຮັດໃຫ້ມີປະສິທິພາບ ແລະ ປະຕິຮູບລະບົບພາສີແບບເປັນທາງການ ດັ່ງນັ້ນ ຫົວໜ່ວຍທຸລະກິດຂະໜາດນ້ອຍຈິ່ງຫັນໄປຈ່າຍແບບເປັນກ່ອນໜ້ອຍລົງ, (7) ສືບຕໍ່ສ່້າງບົນພື້ນຖານທີ່ໄດ້ມີການປົບປຸງຕ່າງໆແລ້ວໃນຄວາມມີປະສິດທິພາບຂອງລັດຖະບານໂດຍການເຮັດແນວໃດໃຫ້ຂະບວນການລົງທະບຽນທຸລະກິດໄວຂຶ້ນ, ແລະ (8) ປັບປຸງການເຂົ້າຫາແຫລ່ງທືນ ເພື່ອຊ່ວຍເຫລືອທາງດ້ານການເງິນ ບໍ່ພຽງແຕ່ແມ່ນແຜນງານການປ່ອຍກູ້/ໃຫ້ຢືມເທົ່ານັ້ນ ແຕ່ຕ້ອງໃຫ້ຮູ້ບໍລິຫານ/ນຳໃຊ້ເງິນ ແລະ ລົງທະບຽນທຸລະກິດນໍາ.

ກົດທີ່ນີ້ ເພື່ອໂຫຼດບົດລາຍງານດັ່ງກ່າວ.

# ຫົວຂໍ້ ດາວໂຫຼດ
1 Report on Enterprise Survey 2011 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.