ກະຊວງແຜນການ ແລະ ການລົງທືນ ໄດ້ລາຍງານຜົນໄດ້ຮັບຂອງແຜນກາງປີ ໃນກອງປະຊຸມກັບຜູ້ໃຫ້ທືນຊ່ວຍເຫລືອລ້າທີ່ຜ່ານມາວ່າ ມູນຄ່າການສົ່ງອອກບັນລຸໄດ້ 76% ຂອງເປົ້າໝາຍທີ່ຕັ້ງໄວ້ໃນແຜນການ 5 ປີ ແລະ ເກີນຄາດໝາຍທີ່ວາງໄວ້ 19% ການເພີ່ມຂື້ນ ຂອງມູນຄ່າການສົ່ງອອກ ແມ່ນມາຈາກການຂາຍຜະລິດຕະພັນແຮ່ທາດ ພະລັງງານ. ໃນນີ້ ພາກສ່ວນບໍ່ແຮ່ກວມເອົາ 58% ຂອງມູນຄ່າການສົ່ງອອກທັງໝົດ ແລະ ມູນຄ່າການສົ່ງອອກພະລັງງານໄຟຟ້າກວມເອົາ 13%ຂອງມູນຄ່າການສົ່ງອອກທັງໝົດ.

ຕະຫຼາດການສົ່ງອອກສ່ວນໃຫຍ່ແມ່ນບັນດາປະເທດອາຊຽນຄື ໄທ, ຫວຽດນາມ ແລະ ຈີນ  ເຊິ່ງກວມ 68% ຂອງມູນຄ່າການສົ່ງອອກທັງໝົດ ແລະ ການສົ່ງອອກ 21% ແມ່ນໄປບັນດາປະເທດໂອຊີອານີຄື ອົດສະຕາລີ ແລະ ນີວຊີແລນ, ນອກຈາກນັ້ນ ແມ່ນສົ່ງອອກໄປ ເອີຣົບ ແລະ ອາເມລິກາ.

ກົມແຜນການຍັງໄດ້ເຜີຍວ່າ ມູນຄ່າການນຳເຂົ້າສິນຄ້າຂອງລາວ ແມ່ນມີການເພີ່ມຫລາຍຂື້ນໃນລະຫວ່າງສອງປີເຄິ່ງທຳອິດຂອງແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 7 ຈາກ ປິ 2011 ຫາ ກາງປີ 2013. ມູນຄ່າການນຳເຂົ້າແມ່ນເກີນແຜນການທີ່ວາງໄວ້ 28%, ເຊິ່ງເພີ່ມຂື້ນໂດຍສະເລ່ຍ 42%. ການນໍາເຂົ້າຍານພາຫະນະ ແລະ ເຄື່ອງອາໄຫລ່ ກວມເອົາ 23% ຂອງມູນຄ່າການສົ່ງອອກທັງໝົດ, ໃນຂະນະທີ່ການນຳເຂົ້ານໍ້າມັນເຊື້ອໄຟ ແລະ ອາຍແກັສກວມເອົາ 18% ແລະ ການນໍາເຂົ້າອຸປະກອນກໍ່ສ້າງ ກວມເອົາ 16%.

ແຫຼ່ງທີ່ມາ: http://www.investlaos.gov.la

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.