ເພື່ອຜັນຂະຫຍາຍເນື້ອໃນສັນຍາ ແລະ ບົດບັນທຶກ ປະຈຳປີ 2008 ຂອງສອງລັດຖະບານ ລາວ-ຫວຽດນາມ ພາຍຫລັງກອງປະຊຸມການຄ້າຊາຍແດນ ຄັ້ງທີ VI ລະຫວ່າງ 02 ກະຊວງອຸດສາຫະກຳ ແລະ ການຄ້າ ລາວ-ຫວຽດ ນາມ ໄດ້ຈັດຂຶ້ນທີ່ ແຂວງສະຫວັນນະເຂດ ໃນປີ 2008 ກອງປະຊຸມໄດ້ເຫັນຄວາມຈໍາເປັນ ແລະ ເປັນເອກະພາບໃນການສ້າງແຜນແມ່ບົດພັດທະນາຕາໜ່າງຕະຫລາດຊາຍແດນ ລາວ-ຫວຽດນາມ ຮອດປີ 2020 ຂຶ້ນ. ການສ້າງແຜນແມ່ບົດນີ້ໄດ້ດຳເນີນມາແຕ່ປີ 2009 ແຕ່ເນື່ອງຈາກບັນຫາທາງດ້ານວິກິດການທາງດ້ານເສດຖະກິດໂລກ ເຊິ່ງມີຜົນສະທ້ອນເຖິງງົບປະມານໃນການເຄື່ອນໄຫວເກັບກຳຂໍ້ມູນ ຈຶ່ງເຮັດໃຫ້ແກ່ຍາວເວລາມາເຖິງທ້າຍປີ 2012 ຈຶ່ງສາ ມາດສ້າງສຳເລັດ.

ມາຮອດວັນທີ 18 ຕຸລາ 2012 ລັດຖະບານໄດ້ເຫັນດີອະນຸຍາດໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເຊັນຮັບຮອງເອົາເນື້ອໃນແຜນແມ່ບົດດັ່ງກ່າວ. ໃນວັນທີ 31 ພຶດສະພາ 2013 ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການ ສະບັບເລກທີ 1000/ອຄ.ກຂອ ລົງວັນທີ 31 ພຶດສະພາ 2013 ກ່ຽວກັບການຈັດຕັ້ງຜັນຂະຫຍາຍເນື້ອໃນແຜນແມ່ບົດພັດທະນາຕາໜ່າງຕະຫລາດຊາຍແດນ ລາວ-ຫວຽດນາມ ຮອດປີ 2020, ເພື່ອເປັນຈຸດອີງປະ ກອບເຂົ້າໃສ່ແຜນການພັດທະນາເສດຖະກິດສັງຄົມ ຂອງບັນດາແຂວງທີ່ມີຊາຍແດນຕິດກັບ ສສ ຫວຽດນາມ.

ເປົ້າໝາຍໂດຍລວມຂອງແຜນແມ່ບົດພັດທະນາຕາໜ່າງຕະຫລາດຊາຍແດນ ລາວ-ຫວຽດນາມ ຮອດປີ 2020 ແມ່ນເພື່ອເປັນການປະສານນະໂຍບາຍຂອງທັງສອງປະເທດ ເພື່ອພ້ອມກັນຂຸດຄົ້ນຜົນປະໂຫຍດທາງດ້ານການຄ້າຢູ່ ເຂດຊາຍແດນ, ຊຸກຍູ້ການເຊື່ອມໂຍງເສດຖະກິດຂອງແຕ່ລະປະເທດເຂົ້າໃນເສດຖະກິດຂົງເຂດ ແລະ ສາກົນ, ຮັບປະກັນການປ້ອງກັນຄວາມສະຫງົບ ແລະ ຄວາມສາມັກຄີໃນຂົງເຂດຊາຍແດນສອງປະເທດ. ນອກຈາກນັ້ນ, ແຜນແມ່ບົດດັ່ງກ່າວ ຍັງເປັນພື້ນຖານໃຫ້ແກ່ການສ້າງນິຕິກຳທາງດ້ານກົດໝາຍໃນການຈັດຕັ້ງຂອງພາກລັດຕໍ່ກັບຕາໜ່າງຕະຫລາດຊາຍແດນ ຂອງທັງສອງປະເທດ ລາວ-ຫວຽດນາມ ໃນໄລຍະແຕ່ນີ້ ຮອດປີ 2020, ເປັນບ່ອນອີງໃນການດຶງດູດການລົງທຶນທຸລະກິດຕະຫລາດລຽບແນວຊາຍແດນສອງປະເທດ ແລະ ເປັນພື້ນຖານໃຫ້ບັນດາແຂວງຊາຍແດນ ລາວ-ຫວຽດນາມ ສ້າງ ແລະ ຈັດຕັ້ງປະຕິບັດແຜນແມ່ບົດພັດທະນາຕາໜ່າງຕະຫລາດຊາຍແດນໃນຂົງເຂດໃຜລາວ.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.