ບົດສໍາຫລວດເວລາກວດປ່ອຍສິນຄ້າຢູ່ ສ ປປ ລາວສໍາຫລັບປີ 2012 ໄດ້ສໍາເລັດໃນເບື້ອງຕົ້ນ ໂດຍແມ່ນກົມພາສີ ກະຊວງການເງິນເປັນເຈົ້າພາບໃນວຽກງານນີ້ ແລະ ໃນທ້າຍເດືອນ ພຶດສະພາ ປີ 2013 ກົມພາສີ ກໍ່ໄດ້ຈັດກອງປະຊຸມປຶກສາຫາລືພາຍໃນ ໂດຍໄດ້ເຊີນບັນດາຂະແໜງການທີ່ກ່ຽວຂ້ອງ, ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນທຸລະກິດ ເຂົ້າຮ່ວມຮັບຟັງຜົນການສໍາຫລວດ ແລະ ປຶກສາຫາລືກັນ. ບົດສຳຫລວດວຽກງານກວດປ່ອຍສິນຄ້າ ມີຄວາມສຳຄັນຕໍ່ວຽກງານອໍານວຍຄວາມສະດວກທາງດ້ານພາສີ ແລະ ການຄ້າ, ຍ້ອນມັນເຮັດໃຫ້ຮູ້ແຈ້ງເຖິງຂັ້ນຕອນພາສີຢູ່ດ່ານ ແລະ ການອະນຸຍາດຂອງຂະແໜງການກ່ຽວຂ້ອງ, ເປົ້າໝາຍສໍາຄັນ ແມ່ນຊອກຫາສາເຫດທີ່ເປັນອຸປະສັກໃນການກວດປ່ອຍສິນຄ້າ ເພື່ອຊອກວິທີແກ້ໄຂຮ່ວມກັນ ເຮັດແນວໃດເຮັດໃຫ້ການນຳເຂົ້າ-ສົ່ງອອກສິນຄ້າໄດ້ຮັບຄວາມສະດວກວ່ອງໄວກວ່າເກົ່າ. ບໍລິສັດທີ່ປຶກສາ EMC ໄດ້ຖືກຈ້າງໃຫ້ເຮັດການສໍາຫລວດ ໂດຍການນໍາໃຊ້ແບບສອບຖາມຂອງອົງການພາສີໂລກ, ກຳນົດຕົວຢ່າງສຳລັບການສໍາຫລວດຈຳນວນ100 ຕົວຢ່າງຕໍ່ 1 ດ່ານ ໃນຈຳນວນທັງໝົດ 11 ດ່ານ.

ຜົນຂອງການສຶກສາເວລາກວດປ່ອຍສິນຄ້າເບື້ອງຕົ້ນເຫັນວ່າ ເວລາລວມຂອງການກວດປ່ອຍສິນຄ້າໃນປີ 2012 ແມ່ນໃຊ້ເວລາສະເລ່ຍ 11 ຊົ່ວໂມງ 4 ນາທີ ຫລຸດລົງຈາກປີ 2009 36%, ເວລາດຳເນີນຂັ້ນຕອນດ້ານພາສີຢູ່ດ່ານຫລຸດລົງ 67%. ແນວໃດກໍ່ຕາມ, ໄລຍະເວລາລວມໃນການກວດປ່ອຍສິນຄ້າແມ່ນມີລັກສະນະແຕກຕ່າງກັນຫລາຍສະແດງຈາກຄ່າຜິດດ່ຽງມາດຖານສູງ ມີບາງກໍລະນີການແຈ້ງໃຊ້ເວລາລວມບໍ່ເຖິງ10 ນາທີ ແລະ ບາງກໍລະນີ ພັດໃຊ້ເວລາຫລາຍກວ່າ 90 ຊົ່ວໂມງ. ນອກຈາກນັ້ນ, ຍັງເຫັນວ່າ ເວລາທີ່ໃຊ້ສຳລັບຂັ້ນຕອນການຂໍອະນຸຍາດຈາກຂະແໜງການກ່ຽວຂ້ອງແມ່ນມີລັກສະນະເພີ່ມຂື້ນຈາກປີ 2009 ຫລາຍເທົ່າຕົວ. ຈາກຜົນການສຶກສາດັ່ງກ່າວ, ເຫັນໄດ້ຫລາຍດ້ານທີ່ຕ້ອງໄດ້ຮັບການປັບປຸງໃຫ້ດີຂື້ນ ໂດຍສະເພາະແມ່ນຂອດການບໍລິການຢູ່ດ່ານເຊັ່ນ: ການຍືດເວລາການບໍລິການຢູ່ດ່ານ, ການຜັນຂະຫຍາຍນໍາໃຊ້ລະບົບແຈ້ງພາສີອີເລັກໂຕນິກໃນຂອບເຂດທົ່ວປະເທດໃຫ້ຫລາຍຂື້ນ, ປັບປຸບການຕັ້ງຄ່າເກນບໍລິຫານຄວາມສ່ຽງໃຫ້ມີລັກສະນະຊັດເຈນ ແລະ ສອດຄ່ອງກັບສະພາບຕົວຈິງ ແລະ ປັບປຸງຂັ້ນຕອນການແຈ້ງພາສີໃຫ້ມີຄວາມເປັນເອກະພາບ ແລະ ເປັນມາດຕະຖານດຽວກັນ ເພື່ອບໍ່ໃຫ້ ເວລາທີ່ໃຊ້ໃນການແຈ້ງພາສີຢູ່ແຕ່ລະດ່ານມີຄວາມແຕກຕ່າງກັນຫລາຍ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.