ສາລະບານ

ໝວດທີ 1 - ຫຼັກການລວມ

ມາດຕາ 1. ຈຸດປະສົງ ແລະ ລະດັບຄາດໝາຍ
ມາດຕາ 2. ນິຍາມ

ໝວດທີ 2 - ການສ້າງຕັ້ງບໍລິສັດຂາອອກ-ຂາເຂົ້າ, ສາຂາ, ຕົວແທນຈໍາໜ່າຍດ້ານຢາ ແລະ ຜະລິດຕະພັນການແພດ

ມາດຕາ 3. ເງື່ອນໄຂໃນການສ້າງຕັ້ງບໍລິສັດຂາອອກ-ຂາເຂົ້າ
ມາດຕາ 4. ເງື່ອນໄຂ ແລະ ສິ່ງໍອໍານວຍຄວາມສະດວກທີ່ຈໍາເປັນ
ມາດຕາ 5. ການປະກອບເອກະສານເພື່ອຂໍອະນຸຍາດ ຫຼື ຂໍຕໍ່ໃບອະນຸຍາດຂອງຜູ້ເປັນວິຊາການ
ມາດຕາ 6. ການສ້າງຕັ້ງຕົວແທນຈໍາໜ່າຍຂອງໂຮງງານ, ບໍລິສັດ ຫຼື ສາຂາຂອງຕົນຢູ່ຕ່າງແຂວງ 
ມາດຕາ 7. ຜູ້ມີສິດຂາຍຍົກຢາ ແລະ ຜະລິດຕະພັນການແພດ

ໝວດທີ 3 - ການອອກໃບວິຊາຊີບເພສັດຊະກໍາ ແລະ ການດໍາເນີນທຸລະກິດ

ມາດຕາ 8. ການອອກໃບວິຊາຊີບເພສັດຊະກໍາ
ມາດຕາ 9. ການປິດບໍລິສັດ, ສາຂາບໍລິສັດ/ໂຮງງານ, ຕົວແທນຈໍາໜ່າຍ
ມາດຕາ 10. ການຍົກຍ້າຍສະຖານທີ່ຕັ້ງຂອງບໍລິສັດ, ສາຂາ ຫຼື ຕົວແທນຈໍາໜ່າຍ

ໝວດທີ 4 - ການຮັບປະກັນຄຸນນະພາບຢາ

ມາດຕາ 11. ຢາ ແລະ ຜະລິດຕະພັນການແພດທີ່ຈະນໍາເຂົ້າມາຈໍາໜ່າຍ...
ມາດຕາ 12. ຢາ ແລະ ຜະລິດຕະພັນການແພດທີ່ໄດ້ຮັບອະນຸຍາດ....
ມາດຕາ 13. ຢາທຸກລາຍການທີ່ໄດ້ຈົດທະບຽນແລ້ວ

ໝວດທີ 5 - ຂໍ້ຫ້າມຕ່າງໆ

ມາດຕາ 14. ເນື່ອງຈາກວ່າຢາເປັນສິນຄ້າພິເສດ....

ໝວດທີ 6 - ນະໂຍບາຍ ແລະ ມາດຕະການ

ມາດຕາ 15. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ
ມາດຕາ 16. ມາດຕະການຕໍ່ຜູ້ລະເມີດ
ມາດຕາ 17. ໃນກໍລະນີທີ່ຮ້າຍແຮງ

ໝວດທີ 7 - ການຈັດຕັ້ງປະຕິບັດ

ມາດຕາ 18. ການຈັດຕັ້ງປະຕິບັດ
ມາດຕາ 19. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງສາທາລະນະສຸກ     ເລກທີ  1442/ກຊສ
ນະຄອນຫຼວງວຽງຈັນ, ວັນທີ 13 ສິງຫາ 2003

ຂໍ້ກຳນົດ
ວ່າດ້ວຍການສ້າງຕັ້ງບໍລິສັດ
ຂາອອກ-ຂາເຂົ້າຢາ ແລະ ຜະລິດຕະພັນການແພດ

  • ອີງຕາມ ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ສະບັບເລກທີ 01/ສພຊ, ລົງວັນທີ 8 ເມສາ 2000.
  • ອີງຕາມ ກົດໝາຍທຸລະກິດ ສະບັບເລກທີ 03/94/ສພຊ, ລົງວັນທີ 18/07/1994.
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ່ 020/ນຍ ລົງວັນທີ19/3/99 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງສາທາລະນະສຸກ.
  • ອີງຕາມ ດໍາລັດຂອງນາຍົກລັດຖະມົນຕີ ກ່ຽວກັບການຮັບຮອງເອົານະໂຍບາຍແຫ່ງຊາດ ດ້ານຢາຂອງສປປລາວ ສະບັບເລກທີ 49/ນຍ ລົງວັນທີ 13/3/1993.
  • ອີງຕາມການສະເໜີຂອງກົມອາຫານ ແລະ ຢາ ແລະ ການຄົ້ນຄ້ວາຂອງກົມມະຫາພາກ ແລະ ການນຳຂອງກະຊວງສາທາລະນະສຸກ.

ລັດຖະມົນຕີວ່າການກະຊວງສາທາລະນະສຸກອອກຂໍ້ກຳນົດ:

ໝວດທີ 1
ຫຼັກການລວມ

ມາດຕາ 1. ຈຸດປະສົງ ແລະ ລະດັບຄາດໝາຍ
  ຈຸດປະສົງ: ເພື່ອຄຸ້ມຄອງການເຄື່ອນໄຫວຂອງບໍລິສັດ ຂາອອກ-ຂາເຂົ້າດ້ານຢາ ແລະ ຜະລິດຕະພັນການແພດ ໃຫ້ຖືກຕ້ອງຕາມລະບຽບ, ກົດໝາຍ ແລະ ຫຼັກການວິຊາສະເພາະ ແນໃສ່ຮັບປະກັນການບໍລິການດ້ານຢາ ແລະ ຜະລິດຕະພັນການແພດໃຫ້ມີຄຸນນະພາບ, ປະສິດທິພາບ, ຄວາມເປັນທຳໃຫ້ແກ່ຜູ້ບໍລິໂພກ ແລະ ພ້ອມດຽວກັນນັ້ນ ກໍເພື່ອຊ່ວຍການກະຕຸກຊຸກຍູ້ ຜູ້ດຳເນີນທຸລະກິດໃຫ້ມີປະສິດທິຜົນ.
   ລະດັບຄາດໝາຍ: ເພື່ອປົກປ້ອງຜູ້ບໍລິໂພກໃຫ້ໄດ້ຮັບແຕ່ຢາ ແລະ ຜະລິດຕະພັນການແພດທີ່ມີຄຸນນະພາບ, ປະສິດທິພາບ ແລະ ມີຄວາມປອດໄພ, ທັງເປັນການປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດ. ຂ້າງເທິງ

ມາດຕາ 2. ນິຍາມ

  1. ຢາ: ແມ່ນວັດຖຸໃດໜຶ່ງ ຫຼື ວັດຖຸປະກອບຫຼາຍຢ່າງທີ່ອອກລິດ ແລະ ບໍ່ອອກລິດປະສົມເຂົ້າກັນທີ່ນໍາໃຊ້ສຳລັບກັນ ແລະ ປິ່ນປົວພະຍາດ, ຊ່ວຍໃຫ້ການພິສູດ ແລະ ບົ່ງມະຕິພະຍາດ, ບັນເທົາອາການເຈັບປວດ, ດັດແກ້, ປັບປຸງ, ເຊີດຊູ, ບຳລຸງ, ຮັກສາ ຫຼື ປ່ຽນແປງໜ້າທີ່ການຂອງຮ່າງກາຍ, ຟື້ນຟູສຸຂະພາບ ແລະ ຈິດໃຈຂອງຄົນ.
  2. ຢາສາກົນ ຫຼື ຢາຫລວງ: ແມ່ນຜະລິດຕະພັນຢາ ທີ່ໄດ້ຜ່ານການປຸງແຕ່ງສໍາເລັດຮູບ ຕາມສູດຕໍາລາ ແລະ ກຳມະວິທີວິທະຍາສາດທີ່ແນ່ນອນ ຊຶ່ງມີການຫຸ້ມຫໍ່ ແລະ ຕິດສະຫຼາກ ໃນນັ້ນສ່ວນປະກອບທີ່ອອກລິດໄດ້ຖຶກດັດແປງ ໃຫ້ເໝາະສົມກັບການນຳໃຊ້ສຳລັບຄົນ.
  3. ຢາພື້ນເມືອງ: ຢາພື້ນເມືອງ ແມ່ນຢາທີ່ໄດ້ມາຈາກພືດ, ຕົ້ນໄມ້, ແຮ່ທາດ, ສັດທີ່ໄດ້ຜ່ານການປຸງແຕ່ງ, ການຫຸ້ມຫໍ່ ແລະ ຕິດສະຫຼາກໃນນັ້ນລັກສະນະ ແລະ ຄວາມແຮງ ຂອງການອອກລິດ ຍັງບໍ່ທັນໄດ້ຮັບການພິສູດດ້ວຍວິທະຍາສາດປະຈຸບັນ ແຕ່ຕ້ອງຖືກຮັບຮູ້ຈາກກະຊວງສາທາລະນະສຸກ. ຂະແໜງສາທາ ລະນະສຸກ ຕ້ອງຈັດຕັ້ງການສຳຫຼວດ ແລະ ຂຶ້ນບັນຊີບັນດາຕົ້ນໄມ້, ພືດ, ແຮ່ທາດ ແລະ ສັດທີ່ເປັນຢາພື້ນເມືອງເພື່ອຄຸ້ມຄອງ.
  4. ຜະລິດຕະພັນການແພດ: ແມ່ນວັດຖຸ ຫຼື ທາດໃດໜຶ່ງ ທີ່ມີການນຳໃຊ້ເຂົ້າໃນວົງການແພດ ລວມທັງຜະລິດຕະພັນໃດໜຶ່ງ ທີ່ນຳໃຊ້ທົ່ວໄປໃນສັງຄົມ ຊຶ່ງສາມາດເປັນອັນຕະລາຍຕໍ່ສຸຂະພາບຂອງຄົນ ເຊັ່ນ:  ອາຫານເສີມການແພດ, ເຄື່ອງສຳອາງ, ຜະລິດຕະພັນເຄມີທີ່ໃຊ້ໃນຄົວເຮືອນ, ຜະລິດຕະພັນການແພດທີ່ໃຊ້ປະຈຳວັນ ຕາມສາລະບານລະອຽດຕິດຄັດ.
  5. ການຂາຍຍົກ: ການຂາຍຍົກຢາ ແລະ ຜະລິດຕະພັນການແພດ ແມ່ນການຂາຍເປັນຈຳນວນຫຼາຍ ເພື່ອຈະເອົາໄປຂາຍຍ່ອຍຕໍ່, ໝາຍຄວາມວ່າ ຂາຍໃນລັກສະນະຫົວໜ່ວຍມັດຫໍ່ເດີມ.

   ຜູ້ຊື້ ແມ່ນຜູ້ເຮັດທຸລະກິດເພື່ອຈຸດປະສົງນໍາໄປຂາຍຕໍ່ໃຫ້ລູກຄ້າ.
   ຜູ້ທີ່ມີສິດຂາຍຍົກ ແມ່ນບຸກຄົນທີ່ເຮັດບໍລິສັດ ຂາອອກ - ຂາເຂົ້າ ຫຼື ສາຂາໂຮງງານຜະລິດຢາ, ສາຂາບໍ ລິສັດ ຫຼື ຕົວແທນຈຳໜ່າຍຂອງບໍລິສັດ ແລະ ບໍລິສັດຂາຍຍົກພາຍໃນ.

  1. ການຂາຍຍ່ອຍ: ແມ່ນການຂາຍຈໍານວນບໍ່ຫຼາຍ ໝາຍຄວາມວ່າຂາຍຕາມໃບສັ່ງແພດ ຫຼື ຂາຍຕາມຄົນເຈັບທີ່ມີຈຸດປະສົງນຳໄປເພື່ອປິ່ນປົວພະຍາດ ຕາມການບົ່ງມະຕິພະຍາດ ຂອງທ່ານໝໍເທົ່ານັ້ນ, ເຊັ່ນ: ການຂາຍເປັນຫຼອດ, ເປັນເມັດ, ເປັນແຜງ ຫຼື ເປັນແຕະ…

   ຜູ້ມີສິດຂາຍຍ່ອຍ ແມ່ນຮ້ານຂາຍຍ່ອຍຢາ, ກອງທຶນໝູນວຽນຢາຢູ່ໂຮງໝໍ, ສຸກສາລາ ແລະ ຖົງຢາປະຈໍາບ້ານ.

  1. ການນຳເຂົ້າ: ແມ່ນການນໍາເຂົ້າຢາ ແລະ ຜະລິດຕະພັນການແພດມາຈາກຕ່າງປະເທດ, ເພື່ອຈໍາໜ່າຍໃຫ້ແກ່ລູກຄ້າພາຍໃນ ໂດຍປະຕິບັດຖືກຕ້ອງຕາມລະບຽບ, ກົດໝາຍຂອງ ສປປລາວ.
  2. ການສົ່ງອອກ: ແມ່ນການນໍາເອົາສິນຄ້າສົ່ງອອກຂາຍຕ່າງປະເທດ, ຕາມການສັ່ງຂອງລູກຄ້າທີ່ຢູ່ຕ່າງປະເທດ ໂດຍປະຕິບັດຖືກຕ້ອງຕາມລະບຽບ, ກົດໝາຍຂອງ ສປປລາວ.
  3. ບໍລິສັດ: ແມ່ນຫົວໜ່ວຍທຸລະກິດ ທີ່ດໍາເນີນການເຄື່ອນໄຫວການນໍາເຂົ້າ, ສົ່ງອອກ ແລະ ຈຳໜ່າຍຢາ ແລະ ຜະລິດຕະພັນການແພດ ຊຶ່ງໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ.
  4. ສາຂາ ຫຼື ຕົວແທນຈຳໜ່າຍ: ແມ່ນຫົວໜ່ວຍທຸລະກິດ ຊຶ່ງເປັນຕົວແທນໃຫ້ບໍລິສັດແມ່ ຫຼື ໂຮງງານໃນການຈຳໜ່າຍຢາ ຫຼື ຜະລິດຕະພັນການແພດ. ຂ້າງເທິງ

ໝວດທີ 2
ການສ້າງຕັ້ງບໍລິສັດຂາອອກ-ຂາເຂົ້າ, ສາຂາ,
ຕົວແທນຈຳໜ່າຍດ້ານຢາ ແລະ ຜະລິດຕະພັນການແພດ

ມາດຕາ 3. ເງື່ອນໄຂໃນການສ້າງຕັ້ງບໍລິສັດຂາອອກ-ຂາເຂົ້າ

  1. ຜູ້ທີ່ມີຈຸດປະສົງຢາກດຳເນີນທຸລະກິດ ການສົ່ງອອກ - ນຳເຂົ້າຢາ ແລະ ຜະລິດຕະພັນການແພດຢູ່ໃນ ສປປລາວ ຕ້ອງປະຕິບັດດັ່ງນີ້:
  • ບຸກຄົນ ຫຼື ນິຕິບຸກຄົນຈະແມ່ນຄົນລາວ ຫຼື ຄົນຕ່າງປະເທດທີ່ມີຈຸດປະສົງຢາກສ້າງຕັ້ງ ບໍລິສັດຂາອອກ-ຂາເຂົ້າດ້ານຢາ ແລະ ຜະລິດຕະພັນການແພດ ຕ້ອງປະຕິບັດຕາມກົດໝາຍທຸລະກິດ, ກົດໝາຍແຮງງານ, ກົດໝາຍການບັນຊີ, ກົດໝາຍຢາ ແລະ ຜະລິດຕະພັນການແພດ ແລະ ບັນດາຂໍ້ກຳນົດຕ່າງໆຂອງກະຊວງສາທາລະນະສຸກ.
  1. ຕ້ອງມີເພສັດຊະກອນທີ່ເປັນຄົນສັນຊາດລາວ ຊຶ່ງມີໃບປະກາດສະນີຍະບັດ ຫຼື ໃບຢັ້ງຢືນສຳເລັດການສຶກ ສາວິຊາຊີບເພສັດຊະກຳ ທີ່ອອກໃຫ້ໂດຍສະຖາບັນການສຶກສາກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ແລະ ໄດ້ຮັບໃບອະນຸຍາດວິຊາຊີບເພສັດຊະກຳຈາກກະຊວງສາທາລະນະສຸກ ແລະ ຕ້ອງມີປະສົບປະການຮັບໃຊ້ວຽກງານການຢາ ແຕ່ 05 ປີ ຂຶ້ນໄປ. ຖ້າແມ່ນພະນັກງານສັງກັດລັດ ຕ້ອງມີໃບແຕ່ງຕັ້ງຢ່າງເປັນ ທາງການ.
  2. ຕ້ອງແມ່ນຜູ້ທີ່ບໍ່ຢູ່ໃນໄລຍະຖືກດໍາເນີນຄະດີ ຫຼື ປະລະໜ້າທີ່ ຫຼື ຖືກປະຕິບັດວິໄນຍ້ອນການຜິດພາດທາງດ້ານວິຊາຊີບເພສັດຊະກຳ ຫຼື ຄ້າຂາຍຢາເສບຕິດ.
  3. ຕ້ອງມີສຸຂະພາບແຂງແຮງ, ບໍ່ເປັນໂຣກຈິດ,ບໍ່ເສບຢາເສບຕິດ. ຂ້າງເທິງ

ມາດຕາ 4. ເງື່ອນໄຂ ແລະ ສິ່ງອໍານວຍຄວາມສະດວກທີ່ຈໍາເປັນ

  1. ບຸກຄົນ ຫຼື ນິຕິບຸກຄົນ ທີ່ດຳເນີນທຸລະກິດຂາອອກ-ຂາເຂົ້າຢາ ແລະ ຜະລິດຕະພັນການແພດ ແມ່ນການ ຈັດຕັ້ງທີ່ເຮັດຂາອອກ-ຂາເຂົ້າຢາ ແລະ ຜະລິດຕະພັນການແພດໂດຍສະເພາະ, ບໍ່ໃຫ້ປົນເປກັບສິນຄ້າຊະນິດອື່ນ.
  2. ທຸກລາຍການຢາ ແລະ ຜະລິດຕະພັນການແພດທີ່ເປັນຂາເຂົ້າຕ້ອງໄດ້ຮັບການກວດກາ, ວິໄຈ (ຖ້າມີຄວາມຈຳເປັນ)  ແລະ ຢັ້ງຢືນຄຸນນະພາບຈາກກະຊວງສາທາລະນະສຸກ.
  3. ຢູ່ໃນໃບແນະນຳການນຳໃຊ້ຢາທຸກລາຍການຢາ ແລະ ຜະລິດຕະພັນການແພດຕ້ອງໃຫ້ມີພາສາລາວ.
  4. ບໍລິສັດຂາອອກ-ຂາເຂົ້າຢາ ແລະ ຜະລິດຕະພັນການແພດ ທີ່ຈະໄດ້ຮັບການອະນຸມັດສ້າງຕັ້ງຂຶ້ນນັ້ນ, ແມ່ນໃຫ້ຂຶ້ນກັບກົມແຜນການທີ່ມີການດຸ່ນດ່ຽງຕາມເຂດແຄ້ວນ, ປະຊາກອນ ແລະ ສັດສ່ວນຜະລິດຕະພັນ ສົ່ງອອກຫຼາຍກວ່າການນຳເຂົ້າຈະເປັນບູລິມະສິດໃນການພິຈາລະນາ.
  5. ສະຖານທີ່ດຳເນີນທຸລະກິດຂາອອກ- ຂາເຂົ້າ, ສາຂາບໍລິສັດ/ໂຮງງານ ແລະ ຕົວແທນຈໍາໜ່າຍຕ້ອງສະ ອາດ, ມີເນື້ອທີ່ຢ່າງຕໍ່າ 20 ຕາລາງແມັດຂື້ນໄປ,ເປັນຫ້ອງເຮືອນສະເພາະ, ບໍ່ປົນເປກັບສະຖານທີ່ພັກເຊົາ ແລະ ບ່ອນຂາຍເຄື່ອງອື່ນໆທີ່ບໍ່ແມ່ນຢາ ແລະ ຕ້ອງມີລະບົບສາງເກັບມ້ຽນສິນຄ້າຖຶກຕ້ອງຕາມມາດຕະ ຖານເຊັ່ນ: ລະບົບປັບຄວາມເຢັນ, ແສງສະຫ່ວາງ,ເຄື່ອງແທກອຸນຫະພຸມ, ຄວາມຊຸ່ມ ແລະ ອື່ນໆ.
  6. ປ້າຍບໍລິສັດ, ສາຂາບໍລິສັດ, ຕົວແທນຈຳໜ່າຍ.ຕ້ອງມີປ້າຍຕິດໄວ້ສະເພາະ ແລະ ຂຽນຈະແຈ້ງຕາມເນື້ອໃນ ດັ່ງລຸ່ມນີ້ :
  • ຊື່ບໍລິສັດເປັນພາສາລາວຢູ່ເທິງ ແລະ ພາສາສາກົນຢູ່ກ້ອງ.
  • ທີ່ຢູ່, ໂທລະສັບ, ເລກທະບຽນທຸລະກິດ, ຕ້ອງມີເຄື່ອງໝາຍກາງູກ້ຽວຈອກ.
  • ປ້າຍມີພື້ນສີຂຽວຕົວໜັງສືສີຂາວ,ຂະໜາດກ້ວາງ 80 – 100 cm, ຍາວ 200 – 250 cm

   ໂດຍທົ່ວໄປພາສາລາວ ຕ້ອງໃຫ່ຍກ່ວາພາສາສາກົນ ແລະ ຕ້ອງຜ່ານການກວດກາຈາກພະແນກສາທາ ລະນະສຸກແຂວງ, ກຳແພງນະຄອນ ຫຼື ເຂດພິເສດ ແລະ ຂະແໜງຖະແຫຼງຂ່າວ-ວັດທະນະທຳ.

  1. ອຸປະກອນຮັບໃຊ້ພາຍໃນບໍລິສັດ, ສາຂາໂຮງງານ/ບໍລິສັດຕົວແທນຈຳໜ່າຍ. ບ່ອນດຳເນີນທຸລະກິດ  ຕ້ອງມີອຸປະກອນຮັບໃຊ້ ໃນການເກັບຮັກສາ ແລະ ຈຳໜ່າຍຢ່າງຄົບຖ້ວນ ຄື:
  • ມີ ຕູ້ແກ້ວເກັບຮັກສາຢາ ສຳລັບວາງສະແດງ ແລະ ວາງຂາຍ.
  • ຕູ້ສະເພາະ ເພື່ອຮັກສາຢາເບື່ອ ແລະ ຢາເສບຕິດ, ຕູ້ດັ່ງກ່າວຕ້ອງແໜ້ນໜາ ແລະ ໃສ່ກະແຈ-ຕູ້ເຢັນທີ່ມີອຸນຫະພູມສູງສຸດບໍ່ໃຫ້ເກີນ 4 ອົງສາ ພ້ອມດ້ວຍເຄື່ອງວັດແທກອູນຫະພູມໃນ ກໍລະນີທີ່ມີຢາຕ້ອງຮັກສາໄວ້ໃນຄວາມເຢັນເຊັ່ນ: ຢາວັກແຊງ, ຢາຍັດທະວານ ຫຼື ຢາອື່ນໆ.
  • ມີເຄື່ອງບັນຈຸ ແລະ ຫຸ້ມຫໍ່ທີ່ເໝາະສົມ ຖືກຕ້ອງຕາມລະບຽບການເພື່ອຮັບປະກັນຄຸນນະພາບ ແລະ ອຸ ປະກອນອື່ນໆ ທີ່ເຫັນວ່າມີຄວາມຈຳເປັນ.
  • ມີລະບົບສາງທີ່ໄດ້ມາດຕະຖານຕາມຫລັກການຂາຍຍົກທີ່ດີ ( GWP)
  1. ເອກະສານປະຈຳຢູ່ບໍລິສັດ, ສາຂາໂຮງງານ/ບໍລິສັດ, ຕົວແທນຈຳໜ່າຍ. ບໍລິສັດ, ສາຂາໂຮງງານ/ບໍລິ ສັດ, ຕົວແທນຈຳໜ່າຍ ຕ້ອງມີເອກະສານປະຈຳເຊັ່ນ:
  • ໃບທະບຽນວິຊາຊີບເພສັດຊະກຳ ແລະ ໃບອະນຸຍາດດຳເນີນທຸລະກິດດ້ານຢາ ໃຫ້ແຂວນໄວ້ໃນຮ້ານບ່ອນທີ່ເຫັນໄດ້ງ່າຍ.
  • ກົດໝາຍ, ດຳລັດ, ຂໍກຳນົດ, ກົດລະບຽບ ແລະ ແຈ້ງການຕ່າງໆກ່ຽວກັບຢາ.
  • ປື້ມຄູ່ມືການນຳໃຊ້ຢາ.
  • ປຶ້ມຕິດຕາມການກວດກາຂອງພະນັກງານກວດກາ.
  • ບັນຊີຕິດຕາມຢາພາຍໃນຮ້ານ : ຊື້ເຂົ້າ, ຂາຍອອກ, ຍັງເຫຼືອຕົວຈິງພ້ອມດ້ວຍວັນເດືອນປີໝົດອາຍຸ ແລະ ຊຸດຜະລິດ.
  • ສຳເນົາໃບບິນຊື້ເຂົ້າ-ຂາຍອອກ ຂອງຮ້ານທີ່ຖືກຕ້ອງຕາມລະບຽບການ.
  • ເອກະສານການນຳເຂົ້າ,ສົ່ງອອກຄົບຊຸດ ຂອງຢາທີ່ມີຢູ່ໃນຮ້ານ.
  • ບັນຊີຄວບຄຸມພິເສດ, ຢາເສບຕິດ ແລະ ຢາອອກລິດຕໍ່ຈິດປະສາດ ແລະ ບັນຊີອື່ນໆ.
  1. ບໍລິສັດ, ສາຂາໂຮງງານ/ບໍລິສັດ, ຕົວແທນຈຳໜ່າຍ ຕ້ອງມີໂຄງຮ່າງການຈັດຕັ້ງ, ຢ່າງໜ້ອຍປະກອບ ດ້ວຍຫົວໜ້າ ແລະ ຄະນະອຳນວຍການ, ບັນດາພະແນກການທີ່ຈຳເປັນຈຳນວນໜຶ່ງ : ບັນຊີການເງີນ, ບັນຊີສາງ, ການຕະຫຼາດ ແລະ ອື່ນໆ…ແລະ ຕ້ອງມີກົດລະບຽບການເຄື່ອນໄຫວໂດຍສະເພາະ.
  2. ສຳລັບການສ້າງຕັ້ງບໍລິສັດຂາຍຍົກພາຍໃນໃຫ້ປະຕິບັດຕາມເງື່ອນໄຂຂອງການສ້າງຕັ້ງບໍລິສັດຂາອອກ- ຂາເຂົ້າ, ຍົກເວັ້ນ ຂໍ້ 4.2 ໃນມາດຕາ 4 ຂອງຂໍ້ກໍານົດສະບັບນີ້. ຂ້າງເທິງ

ມາດຕາ 5. ການປະກອບເອກະສານເພື່ອຂໍອະນຸຍາດ ຫຼື ຂໍຕໍ່ໃບອະນຸຍາດຂອງຜູ້ເປັນວິຊາການ

  1.  ບັນດາເອກະສານເພື່ອຂໍອະນຸຍາດຂອງຜູ້ເປັນວິຊາການ:
  • ໃບຄຳຮ້ອງຂໍອະນຸຍາດວິຊາຊີບເພສັດຊະກຳ.
  • ໃບຊີວະປະຫວັດຫຍໍ້ທີ່ມີຮູບຕິດ (ບໍ່ກາຍ 1 ປີ).
  • ໃບຢັ້ງຢືນສຸຂະພາບ (ບໍ່ກາຍ 3ເດືອນ)
  • ໃບຢັ້ງຢືນທີ່ຢູ່ປະຈຸບັນທີ່ມີຮູບຕິດ (ບໍ່ກາຍ 3ເດືອນ)
  • ຮູບຖ່າຍຂະໜາດ 3x4ຈຳນວນ 03 ໃບ (ບໍ່ກາຍ 1 ປີ)
  • ໃບປະກາດສະນິຍະບັດ.
  • ໃບແຈ້ງໂທດ.
  • ໃບຢັ້ງຢືນການປົດປ່ອຍອອກຈາກລັດຖະການ ຫຼື ໃບແຕ່ງຕັ້ງຂອງກົມກອງ ໃນກໍລະນີທີ່
    ເປັນລັດວິສາຫະກິດ
  • ແຜນວາດທີ່ຕັ້ງບໍລິສັດ, ສາຂາບໍລິສັດ/ໂຮງງານ, ຕົວແທນຈໍາໜ່າຍ.
  • ໃບຢັ້ງຢືນການລົງກວດກາສະຖານທີ່ຂອງເຈົ້າໜ້າທີ່ກ່ຽວຂ້ອງກ່ອນອະນຸຍາດ.
  1. ການປະກອບເອກະສານເພື່ອຂໍຕໍ່ໃບອະນຸຍາດຂອງຜູ້ເປັນວິຊາການ.
  • ໃບອະນຸຍາດວິຊາຊີບເພສັດຊະກຳເກົ່າທີ່ໃກ້ຈະໝົດອາຍຸ ຫຼື ໝົດອາຍຸແລ້ວ.
  • ໃບຄຳຮ້ອງຂໍຕໍ່ໃບອະນຸຍາດວິຊາຊີບເພສັດຊະກຳ
  • ໃບຢັ້ງຢືນສຸຂະພາບ (ບໍ່ກາຍ 3ເດືອນ)
  • ໃບຢັ້ງຢືນທີ່ຢູ່ປະຈຸບັນທີ່ມີຮູບຕິດ (ບໍ່ກາຍ 3ເດືອນ)
  • ຮູບຖ່າຍຂະໜາດ 3x4ຈຳນວນ 03 ໃບ (ບໍ່ກາຍ 1 ປີ)
  • ໃບບັນທຶກການກວດກາສະຖານທີ່ເພື່ອອອກ ແລະ ຕໍ່ໃບອະນຸຍາດ. ຂ້າງເທິງ

ມາດຕາ 6. ການສ້າງຕັ້ງຕົວແທນຈໍາໜ່າຍຂອງໂຮງງານ, ບໍລິສັດ ຫຼື ສາຂາຂອງຕົນຢູ່ຕ່າງແຂວງ
   ການສ້າງຕັ້ງຕົວແທນຈໍາໜ່າຍຂອງໂຮງງານ, ບໍລິສັດ ຫຼື ສາຂາຂອງຕົນຢູ່ຕ່າງແຂວງ ໂຮງງານ ຫຼື ບໍລິສັດ ຕ້ອງປະຕິບັດດັ່ງນີ້: ປະກອບເອກະສານຕາມ 5.1 ຫຼື 5.2 ແລ້ວຍື່ນຄໍາຮ້ອງດັ່ງກ່າວເຖິງກະຊວງສາທາລະນະສຸກ ໂດຍຜ່ານພະແນກສາທາລະນະສຸກແຂວງ, ກຳແພງນະຄອນ ຫຼື ເຂດພິເສດ (ຂະແໜງອາຫານ ແລະ ຢາ) ທີ່ຕົວແທນຈຳໜ່າຍ ຫຼື ສາຂາຕັ້ງຢູ່. ຂ້າງເທິງ

ມາດຕາ 7. ຜູ້ມີສິດຂາຍຍົກຢາ ແລະ ຜະລິດຕະພັນການແພດ
   ມີແຕ່ບໍລິສັດຂາອອກ-ຂາເຂົ້າ, ສາຂາບໍລິສັດ ຫຼື ສາຂາໂຮງງານຜະລິດຢາ, ຕົວແທນຈໍາໜ່າຍໂຮງງານຜະລິດຢາ ແລະ ບໍລິສັດຂາຍຍົກພາຍໃນເທົ່ານັ້ນ ທີ່ມີສິດຂາຍຍົກຢາ ແລະ ຜະລິດຕະພັນການແພດ. ຂ້າງເທິງ

ໝວດທີ 3
ການອອກໃບວິຊາຊີບເພສັດຊະກຳ ແລະ ການດຳເນີນທຸລະກິດ

ມາດຕາ 8. ການອອກໃບວິຊາຊີບເພສັດຊະກໍາ
   ຜູ້ທີ່ມີຈຸດປະສົງ ຢາກດໍາເນີນທຸລະກິດຂາອອກ-ຂາເຂົ້າ, ສາຂາ ຫຼື ຕົວແທນຈໍາໜ່າຍຢາ ແລະ ຜະລິດຕະພັນການແພດ, ຕ້ອງປະກອບເອກະສານຍື່ນຕໍ່ຫ້ອງການສາທາລະນະສຸກເມືອງ (ບ່ອນທີ່ຈະສ້າງຕັ້ງທຸລະກິດ) ເພື່ອກວດກາ ແລະ ມີຄຳເຫັນ ແລ້ວສົ່ງຕໍ່ພະແນກສາທາລະນະສຸກແຂວງ, ກຳແພງນະຄອນ ຫຼື ເຂດພິເສດເພື່ອພິຈາລະນາຢ່າງຖີ່ຖ້ວນ ແລະ ຮັດກຸມແລ້ວສົ່ງໄປໃຫ້ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ເພື່ອພິຈາລະນາອອກໃບອະນຸຍາດທາງດ້ານວິຊາສະເພາະ. (ໄລຍະຂອງການພິຈາລະນາຄົ້ນຄ້ວາພິຈາລະນາເອກະສານທັງໝົດຢູ່ໃນຂະແໜງສາທາລະນະສຸກມີກຳນົດພາຍໃນ 60 ວັນ ).
  ໃນກໍລະນີມີການລົງທຶນຂອງຕ່າງປະເທດ ໃຫ້ປະຕິບັດຕາມຂໍ້ຕົກລົງຂອງປະທານຄະນະຄຸ້ມຄອງການລົງທືນຮ່ວມມືກັບຕ່າງປະເທດ ແລະລົງທຶນພາຍໃນວ່າດ້ວຍລະບຽບການພິຈາລະນາອະນຸມັດໂຄງການລົງທືນຕ່າງປະເທດຢູ່ ສປປລາວ ສະບັບເລກທີ 013/ຄລຮ, ລົງວັນທີ 27/02/ 2002.

   ໃບອະນຸຍາດວິຊາຊີບເພສັດຊະກໍາມີອາຍຸ 01 ປີ, 03 ເດືອນ ກ່ອນໝົດອາຍຸການນໍາໃຊ້ ຕ້ອງສະ ເໜີຕໍ່ອາຍຸຄືນໃໝ່. ຂ້າງເທິງ

ມາດຕາ 9. ການປິດບໍລິສັດ, ສາຂາບໍລິສັດ/ໂຮງງານ, ຕົວແທນຈໍາໜ່າຍ
   ການປິດສາມາດເກີດຂື້ນໄດ້ໃນກໍລະນີດັ່ງຕໍ່ໄປນີ້ :

  • ຜູ້ທີ່ມີຄວາມສະໝັກໃຈ ຫຼື ຢາກໂຈະຊົ່ວຄາວຍ້ອນເຫດຜົນໃດໜຶ່ງ, ຊຶ່ງກໍລະນີດັ່ງກ່າວ ຜູ້ກ່ຽວ
    ຕ້ອງໄດ້ຍື່ນຄຳຮ້ອງເຖິງຂະແໜງການທີ່ກ່ຽວຂ້ອງເພື່ອພິຈາລະນາ.
  • ກໍລະນີທີ່ໄດ້ລະເມີດຕໍ່ລະບຽບ, ກົດໝາຍ ຊຶ່ງເຈົ້າໜ້າທີ່ທາງການເປັນຜູ້ສັ່ງປິດ. ຂ້າງເທິງ

ມາດຕາ 10. ການຍົກຍ້າຍສະຖານທີ່ຕັ້ງຂອງບໍລິສັດ, ສາຂາ ຫຼື ຕົວແທນຈໍາໜ່າຍ
   ການຍົກຍ້າຍສະຖານທີ່ຕັ້ງຂອງບໍລິສັດ, ສາຂາ ຫຼື ຕົວແທນຈໍາໜ່າຍ ຕ້ອງໄດ້ຍື່ນຄໍາຮ້ອງຜ່ານຫ້ອງການສາທາລະນະສຸກເມືອງ, ຂະແໜງອາຫານ ແລະ ຢາແຂວງ, ກຳແພງນະຄອນ ຫຼື ເຂດພິເສດ ເພື່ອມີຄຳເຫັນ, ຈາກນັ້ນຈຶ່ງຍື່ນມາຫາກົມອາຫານ ແລະ ຢາກະຊວງສາທາລະນະສຸກເພື່ອພິຈາລະນາ.ຂ້າງເທິງ

ໝວດທີ 4
ການຮັບປະກັນຄຸນນະພາບຢາ

ມາດຕາ 11. ຢາ ແລະ ຜະລິດຕະພັນການແພດທີ່ຈະນຳເຂົ້າມາຈຳໜ່າຍໃນ ສປປລາວ, ຕ້ອງໄດ້ຈົດ
ທະບຽນຕາມລະບຽບການຢູ່ກົມອາຫານ ແລະ ຢາ ກະຊວງສາທາລະນາສຸກ. ຂ້າງເທິງ

ມາດຕາ 12. ຢາ ແລະ ຜະລິດຕະພັນການແພດທີ່ໄດ້ຮັບອະນຸຍາດກ່ອນການນໍາເຂົ້າມາຈໍາໜ່າຍໃນ
ສປປລາວ, ຕ້ອງຖືກກວດກາຈາກເຈົ້າໜ້າທີ່ອາຫານ ແລະ ຢາ ແລະ ຢູ່ຕາມຈຸດຜ່ານດ່ານຕ່າງໆ
ທີ່ທາງການກຳນົດໄວ້ ແລະ ອະນຸຍາດ. ຂ້າງເທິງ

ມາດຕາ 13. ຢາທຸກລາຍການທີ່ໄດ້ຈົດທະບຽນແລ້ວ ກ່ອນການຈຳໜ່າຍ ຕ້ອງໄດ້ຕິດສະແຕມຢ່າງຖືກ
ຕ້ອງຕາມລະບຽບການທີ່ກະຊວງສາທາລະນະສຸກໄດ້ກຳນົດອອກ. ຂ້າງເທິງ

ໝວດທີ 5
ຂໍ້ຫ້າມຕ່າງໆ

ມາດຕາ 14. ເນື່ອງຈາກວ່າຢາເປັນສິນຄ້າພິເສດ ບໍລິສັດ, ສາຂາ ຫຼື ຕົວແທນຈຳໜ່າຍຕ້ອງປະຕິບັດ
ຢ່າງເຂັ້ມງວດ ຕໍ່ບັນດາຂໍ້ຫ້າມດັ່ງລຸ່ມນີ້ :

  1. ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງໃດໜື່ງ ດຳເນີນທຸລະກິດດ້ານຢາ ແລະ ຜະລິດຕະ ພັນການແພດ ໂດຍທີ່ບໍ່ໄດ້ຮັບອະນຸຍາດຈາກກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ.
  2. ຫ້າມນຳເຂົ້າ-ສົ່ງອອກ ແລະ ຈຳໜ່າຍຢາທີ່ບໍ່ໄດ້ຈົດທະບຽນ, ຢາບໍ່ໄດ້ຮັບອະນຸຍາດ.
  3. ຫ້າມຈຳໜ່າຍຢາທີ່ບໍ່ໄດ້ຕິດສະແຕັມ.
  4. ຫ້າມນຳເຂົ້າ ແລະ ຈຳໜ່າຍຢາຕົກມາດຕະຖານ, ຢາປອມແປງ, ຢາທີ່ມາຈາກແຫຼ່ງບໍ່ຖືກຕ້ອງ, ຢາຫຸ້ມຫໍ່ບໍ່ຖຶກຕ້ອງ (ບໍ່ຖຶກຕ້ອງຕາມຫົວໜ່ວຍມັດຫໍ່ເດີມ) ຢາໝົດອາຍຸການນຳໃຊ້, ຢາເຊື່ອມຄຸນນະພາບ, ຢາຕົວແບບ, ຢາທີ່ທາງການເກືອດຫ້າມທຸກປະເພດ.
  5. ຫ້າມໂອນ ຫຼື ຂາຍໃບອະນຸຍາດວິຊາຊີບເພສັດຊະກຳ.
  6. ຫ້າມສົ່ງອອກ, ນຳເຂົ້າ, ນຳຜ່ານ ຫຼື ຈຳໜ່າຍຢາເສບຕິດ-ວັດຖຸອອກລິດຕໍ່ຈິດປະສາດ, ເຄມີຕົ້ນ ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ. ຂ້າງເທິງ

ໝວດທີ 6
ນະໂຍບາຍ ແລະ ມາດຕະການ

ມາດຕາ 15. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ.
   ບຸກຄົນ ຫຼື ນິຕິບຸກຄົນຫາກດໍາເນີນທຸລະກິດ ຖືກຕ້ອງຕາມລະບຽບການຈະຖຶກຍ້ອງຍໍຢ່າງເໝາະສົມ ຈາກພາກສ່ວນທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 16. ມາດຕະການຕໍ່ຜູ້ລະເມີດ.
   ຜູ້ທີ່ລະເມີດຕໍ່ຂໍ້ກໍານົດສະບັບນີ້ ຈະໄດ້ຮັບການສຶກສາອົບຮົມ, ກ່າວເຕືອນ, ປັບໄໝ ແລະ ລົງໂທດຕາມກໍລະນີໜັກ ຫຼື ເບົາ ດັ່ງລາຍລະອຽດຕໍ່ໄປນີ້ :

  1. ຖ້າມີການກະທຳຜິດ ຫຼື ຝ່າຝືນຕໍ່ມາດຕາໃດໜຶ່ງຂອງກົດໝາຍສະບັບນີ້ ເຊັ່ນ: ການດຳເນີນທຸລະກິດກ່ອນໄດ້ຮັບໃບອະນຸຍາດ, ໃບອະນຸຍາດໝົດອາຍຸ, ດຳເນີນທຸລະກິດຢູ່ບ່ອນຕ້ອງຫ້າມ ຕາມມາດຕາ 14.1 , ນໍາເຂົ້າ-ສົ່ງອອກ ຢາທີ່ບໍ່ໄດ້ຈົດທະບຽນ, ຢາບໍ່ໄດ້ຮັບອະນຸຍາດນໍາເຂົ້າ, ບໍ່ນໍາເຂົ້າຢາ ແລະ ຜະລິດຕະພັນການແພດຫລັງຈາກໄດ້ຮັບອະນຸຍາດສ້າງຕັ້ງບໍລິສັດແລ້ວ ແມ່ນຈະຖືກຕັກເຕືອນ ແລະ ໃຫ້ຢຸດເຊົາການເຄື່ອນໄຫວ.
  2. ຖ້າບຸກຄົນໃດຫາກໂອນ, ຂາຍ, ໃຫ້ເຊົ່າໃບອະນຸຍາດວິຊາຊີບເພສັດຊະກຳ ຕາມມາດຕາ14.5 ຈະ ຖືກກ່າວເຕືອນ ແລະ ໃຫ້ຢຸດເຊົາການເຄື່ອນໄຫວ.
  3. ຖ້າມີການນຳເຂົ້າ-ສົ່ງອອກ, ນຳຜ່ານ ຫຼື ຈຳໜ່າຍ ແລະ ນຳໃຊ້ຢາເສບຕິດ, ເຄມີຕົ້ນ, ທີ່ບໍ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ ຈະຖືກກ່າວເຕືອນ ຫຼື ບໍ່ອະນຸຍາດໃຫ້ດຳເນີນທຸລະກິດ. ຖ້າມີກໍລະນີຮ້າຍແຮງ ແມ່ນຈະຖືກປະຕິບັດຕາມມາດຕາ 135 ຂອງກົດໝາຍອາຍາສະບັບດັດແກ້ ແລະ ຄໍາສັ່ງເລກທີ່ 14/ນຍ, ລົງວັນທີ່28/11/2000.
  4. ຖ້າມີການກະທຳຜິດ ຄັ້ງທີ່ 01 ເຊັ່ນ: ການນໍາເຂົ້າ ຫຼື ສົ່ງອອກຢາໂດຍບໍ່ຖືກຕ້ອງ, ຂາຍຢາບໍ່ມີຄຸນນະ ພາບ, ຢາຕ້ອງຫ້າມ, ຢາປອມ, ຢາເບື່ອ, ວັດຖຸອອກລິດຕໍ່ຈິດປະສາດ ແລະ ຢາໝົດອາຍຸການນຳໃຊ້, ຢາເຖື່ອນ, ຢາບໍ່ໄດ້ມາດຕະຖານທີ່ກຳນົດໄວ້ຈະຖືກກ່າວເຕືອນ, ປັບໃໝ 2 ເທົ່າຕົວຂອງມູນຄ່າສິນຄ້າທີ່ຂາຍຕາມທ້ອງຕະຫຼາດ ແລະ ອາຍັດ ຫຼື ຢຶດສິນຄ້າເປັນຂອງລັດ.
  5. ຖ້າບຸກຄົນໃດຫາກ ໄດ້ຝ່າຝືນຕາມມາດຕາ 16.4 ຄັ້ງທີ 2 ຈະຖືກກ່າວເຕືອນ, ປັບໃໝ 4 ເທົ່າຕົວ ຂອງມູນຄ່າສິນຄ້າທີ່ວາງຂາຍຕາມທ້ອງຕະຫຼາດ, ຖືກອາຍັດ ຫຼື ຍຶດຜະລິດຕະພັນດັ່ງກ່າວ ເປັນຂອງ ລັດ. ຖ້າຫາກບໍ່ປະຕິບັດຕາມການແນະນຳຂອງເຈົ້າໜ້າທີ່ຈະຕ້ອງປິດກິດຈະການຊົ່ວຄາວກຳນົດ 1 ປີ.
  6. ຖ້າບຸກຄົນໃດ ຫາກໄດ້ຝ່າຝືນຕາມມາດຕາ 16.4 ຄັ້ງທີ 3 ຈະຖືກກ່າວເຕືອນ, ປັບໃໝ 6 ເທົ່າຕົວຂອງມູນຄ່າສີນຄ້າ ທີ່ວາງຂາຍຕາມທ້ອງຕະຫຼາດ, ຖືກຍຶດສີນຄ້າປິດກິດຈະການຖາວອນ ຫຼື ຖືກ ດຳເນີນຄະດີຕາມລະບຽບກົດໝາຍ. ຂ້າງເທິງ

ມາດຕາ 17. ໃນກໍລະນີທີ່ຮ້າຍແຮງເປັນອັນຕະລາຍເຮັດໃຫ້ຜູ້ຊົມໃຊ້ເສຍອົງຄະ, ເສຍຊີວິດ, ເຖິງຈະເປັນການກະທຳຜິດຄັ້ງທີ 01 ຄັ້ງທີ 02 ຄັ້ງທີ 03 ກໍ ຕາມ, ເຈົ້າຂອງບໍລິສັດຈະຖືກປິດກິດຈະການຢ່າງຖາວອນ ແລະ ພ້ອມດຽວກັນນັ້ນຈະຮ້ອງຟ້ອງຂື້ນສານ ເພື່ອດຳເນີນຄະດີຕາມລະບຽບກົດໝາຍ. ຂ້າງເທິງ

ໝວດທີ 7
ການຈັດຕັ້ງປະຕິບັດ

ມາດຕາ 18. ມອບໃຫ້ກົມອາຫານ ແລະ ຢາ ຜັນຂະຫຍາຍໃຫ້ເປັນອັນລະອຽດ ແລະ ຈັດຕັ້ງປະຕິບັດ ຂໍ້ກໍານົດສະບັບນີ້ ໂດຍສົມທົບກັບພະແນກສາທາລະນະສຸກແຂວງ, ກຳແພງນະຄອນ ຫຼື ເຂດພິເສດ ແລະ ບັນດາຂະແໜງການອື່ນໆທີ່ກ່ຽວຂ້ອງ ໃນຂອບເຂດທົ່ວປະເທດ.
   ທຸກຂໍ້ກໍານົດ, ກົດລະບຽບ, ຄໍາສັ່ງແນະນໍາທີ່ໄດ້ປະກາດໃຊ້ໃນເມື່ອກ່ອນ ທີ່ຂັດກັບເນື້ອໃນຂອງຂໍ້ກໍານົດສະບັບນີ້ ລ້ວນແຕ່ຖືກລົບລ້າງ. ຂ້າງເທິງ

ມາດຕາ 19. ຂໍ້ກຳນົດສະບັບນີ້ມີຜົນສັກສິດ ແລະ ບັງຄັບໃຊ້ໄດ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງສາທາລະນະສຸກ
ດຣ.ປອນເມກ  ດາລາລອຍ

 

# ຫົວຂໍ້ ດາວໂຫຼດ
1 Provision on the Establishment of Medical Products Import-Export Companies No.1442/MoH PDF
2 ຂໍ້ກຳນົດ ວ່າດ້ວຍ ການສ້າງຕັ້ງ ບໍລິສັດຂາອອກ-ຂາເຂົ້າ ຢາ ແລະ ຜະລິດຕະພັນການແພດ ເລກທີ 1442/ກຊສ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີການກວດກາຢານໍາເຂົ້າ ຮຽກ​ຮ້ອງ​ໃຫ້​ມີ​ການກວດ​ກາ ກະຊວງ ສາທາລະນະສຸກ ຢາທີ່ນຳເຂົ້າຕ້ອງຜ່ານການກວດກາຈາກເຈົ້າໜ້າທີ່ອາຫານ ແລະ ຢາ ແລະ ຢູ່ຕາມຈຸດຜ່ານດ່ານຕ່າງໆ ຂໍ້ກຳນົດ ວ່າດ້ວຍ ການສ້າງຕັ້ງ ບໍລິສັດຂາອອກ-ຂາເຂົ້າ ຢາ ແລະ ຜະລິດຕະພັນການແພດ ເລກທີ 1442/ກຊສ 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.