ສາລະບານ

ພາກທີ I ບົດບັນຍັດທົ່ວໄປ

ພາກທີ IIຊັບສິນທາງປັນຍາ

ພາກທີ IIIຊັບສິນອຸດສາຫະກຳ
ໝວດທີ 1ເງື່ອນໄຂ ຂອງຊັບສິນອຸດສາຫະກຳ

ໝວດທີ 2ຊັບສິນອຸດສາຫະກຳ ທີ່ບໍ່ສາມາດຈົດທະບຽນ

ໝວດທີ 3ການປົກປ້ອງຊັບສິນອຸດສາຫະກຳ

ໝວດທີ 4ເຈົ້າຂອງສິດໃນຊັບສິນອຸດສາຫະກຳ

ໝວດທີ 5ອາຍຸການປົກປ້ອງ ຊັບສິນອຸດສາຫະກຳ

ໝວດທີ 6ສິດ ແລະ ພັນທະ ຂອງເຈົ້າຂອງຊັບສິນອຸດສາຫະກຳ

ໝວດທີ 7ຂໍ້ຈຳກັດ ຕໍ່ສິດທາງດ້ານຊັບສິນອຸດສາຫະກຳ

ພາກທີ IVພັນພືດໃໝ່
ໝວດທີ 1ເງື່ອນໄຂຂອງພັນພືດໃໝ່

ໝວດທີ 2ການຈົດທະບຽນພັນພືດໃໝ່

ໝວດທີ 3ສິດ ແລະ ພັນທະ ຂອງເຈົ້າຂອງພັນພືດໃໝ່

ໝວດທີ 4ຂໍ້ຍົກເວັ້ນ ແລະ ຂ້ໍຈຳກັດ ຕໍ່ສິດຂອງເຈົ້າຂອງພັນພືດໃໝ່

ພາກທີ Vລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ
ໝວດທີ 1ການປົກປ້ອງລິຂະສິດ

ໝວດທີ 2ການປົກປ້ອງ ສິດກ່ຽວຂ້ອງກັບລິຂະສິດ

ໝວດທີ 3ການແຈ້ງ ລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ

ໝວດທີ 4ເຈົ້າຂອງລິຂະສິດ

ໝວດທີ 5ເຈົ້າຂອງ ສິດກ່ຽວຂ້ອງກັບລິຂະສິດ

ໝວດທີ 6ອາຍຸການປົກປ້ອງ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ

ໝວດທີ 7ຂໍ້ຈຳກັດ ແລະ ພັນທະ ຕໍ່ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ

ໝວດທີ 8ການບໍລິຫານ ແລະ ຄຸ້ມຄອງລິຂະສິດ ແບບລວມໝູ່

ພາກທີ VI ການລະເມີດຊັບສິນທາງປັນຍາ ແລະ ການແຂ່ງຂັນທີ່ບໍ່ເປັນທຳ
ໝວດທີ 1ການລະເມີດຊັບສິນທາງປັນຍາ

ໝວດທີ 2ການແຂ່ງຂັນທີ່ບ່ໍເປັນທຳ

ພາກທີ VIIການແກ້ໄຂຂໍ້ຂັດແຍ່ງ
ໝວດທີ 1ຮູບການແກ້ໄຂຂໍ້ຂັດແຍ່ງ

ໝວດທີ 2ການດຳເນີນຄະດີ ແລະ ການນຳໃຊ້ມາດຕະການ

ພາກທີ VIIIການຄຸ້ມຄອງ ແລະ ກວດກາ
ໝວດທີ 1ການຄຸ້ມຄອງ

ໝວດທີ 2ການກວດກາ

ພາກທີ IXນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ພາກທີ Xບົດບັນຍັດສຸດທ້າຍ

_____________________________________________________________________

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສະພາແຫ່ງຊາດ       ເລກທີ   01  /ສພຊ
ນະຄອນຫຼວງວຽງຈັນ, ວັນທີ 20 ທັນວາ 2011

ກົດໝາຍ
ວ່າດ້ວຍ ຊັບສິນທາງປັນຍາ
(ສະບັບປັບປຸງ)

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1.  ຈຸດປະສົງ

ກົດໝາຍສະບັບນີ້ ກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການສົ່ງເສີມ ຫົວຄິດປະດິດສ້າງ, ການປະດິດຄິດແຕ່ງ, ເສດຖະກິດພູມປັນຍາ, ການຄຸ້ມຄອງ ແລະ ປົກປ້ອງສິດ ທາງດ້ານຊັບສິນທາງປັນຍາ ເພື່ອຮັບປະກັນຜົນປະໂຫຍດອັນຊອບທຳ ຂອງເຈົ້າຂອງຊັບສິນທາງປັນ ຍາ ແລະ ຜົນປະໂຫຍດ ຂອງລັດ, ສັງຄົມ, ຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ການຖ່າຍທອດ ເຕັກໂນໂລຊີ ຢູ່ພາຍໃນ ແລະ ຈາກຕ່າງປະເທດ, ແນໃສ່ສົ່ງເສີມການຄ້າ, ການລົງທຶນ ແລະ ຄວາມອາດສາມາດແຂ່ງຂັນໃຫ້ແກ່ເສດຖະກິດແຫ່ງຊາດ ໃນຍຸກໂລກາພິວັດ ຢ່າງມີປະສິດທິພາບ, ປະກອບສ່ວນເຂົ້າໃນການຫັນປະເທດ ເປັນອຸດສາຫະກຳ ແລະ ທັນສະໄໝເທື່ອລະກ້າວ. ຂ້າງເທິງ

ມາດຕາ 2 (ປັບປຸງ).  ຊັບສິນທາງປັນຍາ

ຊັບສິນທາງປັນຍາ ແມ່ນ ຜົນງານທີ່ໄດ້ມາຈາກສະຕິປັນຍາຂອງມະນຸດ ຊຶ່ງເປັນຜູ້ປະດິດ ສ້າງ ແລະ ປະດິດຄິດແຕ່ງຂຶ້ນມາ. ຂ້າງເທິງ

ມາດຕາ 3 (ປັບປຸງ).  ການອະທິບາຍຄຳສັບ

ຄໍາສັບທີ່ນຳໃຊ້ ໃນກົດໝາຍສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ສິດຕໍ່ຊັບສິນທາງປັນຍາ ໝາຍເຖິງ ສິດຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບຊັບສິນທາງປັນຍາ;
  2. ຊັບສິນອຸດສາຫະກຳ ໝາຍເຖິງ ຊັບສິນທາງປັນຍາ ໃນຂົງເຂດ ອຸດສາຫະກຳ, ຫັດຖະກຳ, ກະສິກຳ,  ການປະມົງ, ການຄ້າ ແລະ ການບໍລິການ;
  3. ສິດທາງດ້ານຊັບສິນອຸດສາຫະກຳ ໝາຍເຖິງ ສິດຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບຊັບສິນອຸດສາຫະກຳ;
  4. ສິດທິບັດ ໝາຍເຖິງ ເອກະສານຢັ້ງຢືນທີ່ເປັນທາງການຈາກການຈັດຕັ້ງລັດ ເພື່ອປົກປ້ອງການປະດິດສ້າງທີ່ໃໝ່, ມີຂັ້ນຕອນການປະດິດສ້າງ ແລະ ສາມາດນຳໃຊ້ເຂົ້າ ສູ່ການຜະລິດອຸດສາຫະກຳໄດ້;
  5. ການປະດິດສ້າງ ໝາຍເຖິງ ການນຳໃຊ້ວິທີການທາງດ້ານເຕັກນິກ ເພື່ອສ້າງຜະລິດ ຕະພັນ ຫຼື ກຳມະວິທີການຜະລິດໃໝ່ ໃນການແກ້ໄຂບັນຫາສະເພາະໃດໜຶ່ງ;
  6. ອະນຸສິດທິບັດ ໝາຍເຖິງ ເອກະສານຢັ້ງຢືນທີ່ເປັນທາງການຈາກການຈັດຕັ້ງລັດ ເພື່ອປົກປ້ອງສິ່ງປະດິດ;
  7. ສິ່ງປະດິດ ໝາຍເຖິງ ຜົນງານການປະດິດໃໝ່ ທີ່ໄດ້ຈາກການປັບປຸງ ທາງດ້ານເຕັກນິກ ດ້ວຍການນຳໃຊ້ເຕັກນິກ ທີ່ບໍ່ສູງຄືການປະດິດສ້າງ;
  8. ແບບອຸດສາຫະກຳ ໝາຍເຖິງ ຮູບແບບ ຫຼື ຮູບຮ່າງ ຂອງຜະລິດຕະພັນ ທີ່ຈະສ້າງຂຶ້ນ ຊຶ່ງປະກອບດ້ວຍຮູບຮ່າງ, ລວດລາຍ, ເສັ້ນສາຍ, ສີສັນ ແລະ ອື່ນໆ;
  9. ເຄື່ອງໝາຍ ໝາຍເຖິງ ສັນຍາລັກໃດໜຶ່ງ ຫຼື ຫຼາຍສັນຍາລັກລວມກັນ ທີ່ສາມາດຈຳແນກສິນຄ້າ ຫຼື ການບໍລິການ ຂອງບໍລິສັດໃດໜຶ່ງ ແຕກຕ່າງຈາກບໍລິສັດອື່ນ;
  10. ເຄື່ອງໝາຍການຄ້າ ໝາຍເຖິງ ເຄື່ອງໝາຍ ທີ່ໄດ້ກຳນົດໄວ້ໃນ ຂໍ້ 9  ຂອງມາດຕານີ້ ເພື່ອນຳໃຊ້ກັບສິນຄ້າ ຫຼື ການບໍລິການ ທັງເປັນການຈຳແນກ ລະຫວ່າງ ສິນຄ້າ ຫຼື ການບໍລິການນີ້ ກັບສິນຄ້າ ຫຼື ການບໍລິການອື່ນ;
  11. ເຄື່ອງໝາຍລວມໝູ່ ໝາຍເຖິງ ເຄື່ອງໝາຍການຄ້າ ທີ່ນຳໃຊ້ຮ່ວມກັນໂດຍວິສາຫະກິດ ໃນກຸ່ມດຽວກັນ ຫຼື ໂດຍສະມາຊິກຂອງສະມາຄົມ, ສະຫະກອນ, ອົງການຈັດຕັ້ງໃດໜຶ່ງ ຂອງລັດ ຫຼື ເອກະຊົນ ຫຼື ກຸ່ມບຸກຄົນ;
  12. ເຄື່ອງໝາຍຮັບຮອງ ໝາຍເຖິງ ເຄື່ອງໝາຍການຄ້າ ທີ່ເຈົ້າຂອງໄດ້ອະນຸຍາດໃຫ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນ ນຳໃຊ້ກັບສິນຄ້າ ຫຼື ການບໍລິການຂອງບຸກ ຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງນັ້ນ ເພື່ອຢັ້ງຢືນຄຸນລັກສະນະ ທີ່ພົວພັນເຖິງແຫຼ່ງທີ່ມາ, ວັດຖຸດິບ ແລະ ວິທີການຜະລິດສິນຄ້າ ຫຼື ວິທີການໃຫ້ການບໍລິການ, ຊະນິດ, ຄຸນນະພາບ, ຄວາມປອດໄພ ຫຼື ຄຸນລັກສະນະອື່ນ ຂອງສິນຄ້າ ຫຼື ການບໍລິການ;
  13. ເຄື່ອງໝາຍທີ່ມີຊື່ສຽງ ໝາຍເຖິງ ເຄື່ອງໝາຍການຄ້າ ທີ່ຮັບຮູ້ກັນໂດຍທົ່ວໄປຢ່າງ ກວ້າງຂວາງ ລວມທັງເຄື່ອງໝາຍການຄ້າ ທີ່ມີການຮັບຮູ້ຈາກຜົນຂອງການສົ່ງເສີມ ເຄື່ອງໝາຍການຄ້າດັ່ງກ່າວ ຢູ່ໃນດິນແດນ ຂອງ ສປປລາວ;
  14. ຊື່ການຄ້າ ໝາຍເຖິງ ຊື່ ຂອງວິສາຫະກິດ ທີ່ໃຊ້ເຂົ້າໃນການເຄື່ອນໄຫວທຸລະກິດ;
  15. ວົງຈອນ-ລວມ ໝາຍເຖິງ ຜະລິດຕະພັນສຳເລັດຮູບ ຫຼື ເຄິ່ງສຳເລັດຮູບ ຊຶ່ງສ່ວນປະ ກອບຕ່າງໆ ຂອງຜະລິດຕະພັນ ແມ່ນສ່ວນປະກອບທີ່ໃຊ້ການໄດ້ ແລະ ສ່ວນເຊື່ອມຕໍ່ບາງສ່ວນ ຫຼື ທັງໝົດ ຖືກເຊື່ອມຕໍ່ປະສານຮ່ວມເຂົ້າກັນຢູ່ໃນ ແລະ/ຫຼື ຢູ່ເທິງວັດຖຸເຄິ່ງຕົວນຳ ແລະ ຜະລິດຕະພັນນັ້ນ ມີຈຸດປະສົງປະຕິບັດໜ້າທີ່ ທາງດ້ານອີເລັກໂຕຣນິກ;
  16. ວັດຖຸເຄິ່ງຕົວນຳ (Semiconductor) ໝາຍເຖິງ ວັດຖຸທີ່ມີໜ້າທີ່ນຳກະແສໄຟຟ້າ ເຊື່ອມຕໍ່ ລະຫວ່າງຕົວນຳ ກັບ ສະນວນກັນໄຟຟ້າ;
  17. ແບບຜັງວົງຈອນລວມ ໝາຍເຖິງ ການຈັດວາງວົງຈອນລວມ ທີ່ສະແດງອອກໃນຮູບແບບສາມມິຕິໃດກໍຕາມ ຊຶ່ງຢ່າງໜ້ອຍ ມີສ່ວນປະກອບໜຶ່ງ ທີ່ໃຊ້ການໄດ້ ແລະ ສ່ວນເຊື່ອມຕໍ່ບາງສ່ວນ ຫຼື ທັງໝົດ ຂອງວົງຈອນລວມ ຫຼື ການຈັດວາງວົງຈອນລວມໃນຮູບແບບສາມມິຕິເຫຼົ່ານັ້ນ ເຮັດຂຶ້ນມາເພື່ອວົງຈອນລວມທີ່ມີຈຸດປະສົງ ສຳລັບ ການຜະລິດ;
  18. ແຫຼ່ງກຳເນີດ ໝາຍເຖິງ ສັນຍາລັກ ທີ່ບົ່ງບອກເຖິງແຫຼ່ງທີ່ມາ ຂອງສິນຄ້າຈາກດິນແດນ, ເຂດ ຫຼື ທ້ອງຖິ່ນ ຂອງປະເທດໃດໜຶ່ງ ຊຶ່ງເປັນສິ່ງສຳຄັນພາໃຫ້ສິນຄ້າມີຄຸນນະພາບ ແລະ ມີຊື່ສຽງ ຫຼື ຄຸນລັກສະນະອື່ນ ທີ່ຕິດພັນກັບພູມສາດ;
  19. ຄວາມລັບທາງການຄ້າ ໝາຍເຖິງ ຂໍ້ມູນທີ່ເປັນຄວາມລັບ ຊຶ່ງຍັງບໍ່ເປັນທີ່ຮູ້ຈັກໃນ ກຸ່ມບຸກຄົນ ຫຼື ຍັງບໍ່ທັນສາມາດເຂົ້າເຖິງໄດ້ຢ່າງງ່າຍດາຍ ສຳລັບບຸກຄົນ ທີ່ກ່ຽວຂ້ອງ ຢູ່ໃນວົງການກຳກັບຂໍ້ມູນປະເພດຕ່າງໆ ເຊັ່ນ ສູດ, ກຳມະວິທີການຜະລິດ ຫຼື ຂໍ້ມູນໃດໜຶ່ງ ທີ່ມີຄຸນຄ່າທາງການຄ້າ ຍ້ອນເປັນຄວາມລັບ;
  20. ພັນພືດ ໝາຍເຖິງ ກຸ່ມຂອງພືດ ທີ່ມີລັກສະນະທາງພຶກສາຊາດ ຢ່າງດຽວກັນ ແລະ ຍັງບໍ່ທັນຮູ້ຈັກກັນທົ່ວໄປ ຊຶ່ງສາມາດກຳນົດຄຸນລັກສະນະຕ່າງໆ ທີ່ເປັນຜົນມາຈາກ ປະເພດພັນທຸກຳໃດໜຶ່ງ ຫຼື ຫຼາຍປະເພດພັນທຸກຳຮ່ວມກັນ, ມີຄວາມແຕກຕ່າງຈາກກຸ່ມອື່ນ ໃນພືດຊະນິດດຽວກັນ ຢ່າງໜ້ອຍໜຶ່ງຄຸນລັກສະນະ, ມີຄວາມສະໜ່ຳສະເໜີ ແລະ ມີຄວາມຄົງຕົວ ໃນເວລານຳໄປຂະຫຍາຍພັນ ໂດຍບໍ່ຄຳນຶງວ່າ ຈະຄົບ ຕາມເງື່ອນໄຂ ສຳລັບການໃຫ້ສິດການປົກປ້ອງກຸ່ມຂອງພືດດັ່ງກ່າວ ໃຫ້ແກ່ນັກປະສົມພັນກໍຕາມ;
  21. ປະເພດພັນທຸກຳ ໝາຍເຖິງ ຂໍ້ມູນທາງພັນທຸກຳໂດຍລວມ ທີ່ສະແດງເຖິງຄຸນລັກ ສະນະຕ່າງໆ  ຂອງສິ່ງທີ່ມີຊີວິດ ຮ່ວມກັບສິ່ງແວດລ້ອມ ຂອງຕົວມັນເອງ;
  22. ສ່ວນຂະຫຍາຍພັນ ໝາຍເຖິງ ພືດ ຫຼື ສ່ວນໃດສ່ວນໜຶ່ງ  ຂອງພືດດັ່ງກ່າວ ທີ່ສາ ມາດນຳມາຂະຫຍາຍພັນເປັນພືດໃໝ່ ເຊັ່ນ: ໜໍ່, ເຫງົ້າ, ແກ່ນ;
  23. ນັກປະສົມພັນພືດ ໝາຍເຖິງ ບຸກຄົນ ທີ່ປະສົມພັນ ຫຼື ຄົ້ນພົບ ແລະ ພັດທະນາພັນພືດ ຫຼື ບຸກຄົນ ທີ່ເປັນຜູ້ວ່າຈ້າງນັກປະສົມພັນພືດ ຫຼື ບຸກຄົນທີ່ມອບໝາຍວຽກ ໃຫ້ນັກປະສົມພັນພືດ ຫຼື ບຸກຄົນທີ່ຮ່ວມກັນປະສົມພັນພືດ ທີ່ໄດ້ກຳນົດໄວ້ໃນສັນຍາ ຕາມລະບຽບກົດໝາຍ ລວມທັງຜູ້ສືບທອດສິດ ຂອງບຸກຄົນທີ່ກ່າວມາກ່ອນຂ້າງ ເທິງນີ້;
  24. ສິດຕໍ່ພັນພືດ ຫຼື ສິດຂອງນັກປະສົມພັນພືດ ໝາຍເຖິງ ສິດອອກໃຫ້ ໂດຍການຈັດ ຕັ້ງລັດ ເພື່ອປົກປ້ອງພັນພືດ ຕາມກົດໝາຍ ສະບັບນີ້;
  25. ລິຂະສິດ ໝາຍເຖິງ ສິດຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕໍ່ຜົນງານປະດິດ ຄິດແຕ່ງຂອງຕົນເອງ ທາງດ້ານສິລະປະກຳ ແລະ ວັນນະກຳ  ລວມທັງຜົນງານທາງ ດ້ານວິທະຍາສາດ;
  26.  ສິດກ່ຽວຂ້ອງກັບລິຂະສິດ ໝາຍເຖິງ ສິດຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕໍ່ຜົນງານທາງດ້ານການສະແດງ, ການບັນທຶກສຽງ, ລາຍການກະຈາຍສຽງ-ແຜ່ພາບ ຫືຼ ລາຍການຜ່ານສັນຍານດາວທຽມ ທີ່ເຂົ້າລະຫັດ ຫຼື ບໍ່ເຂົ້າລະຫັດ;
  27. ຜົນງານ ໝາຍເຖິງ ການປະດິດຄິດແຕ່ງຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃດໜຶ່ງ ໃນຂົງເຂດສິລະປະກຳ, ວັນນະກຳ ແລະ ວິທະຍາສາດ ຊຶ່ງສະແດງອອກ ດ້ວຍຮູບແບບ ຫຼື ວິທີການໃດໜຶ່ງ;
  28. ຜົນງານທີ່ສືບເນື່ອງ ໝາຍເຖິງ ຜົນງານທີ່ອີງໃສ່ໜຶ່ງ ຫຼື ຫຼາຍກວ່າໜຶ່ງຜົນງານທີ່ ມີຢູ່ແລ້ວ ລວມທັງການແປ, ການປັບປຸງ, ການຈັດລຽງດົນຕີ, ການດັດແກ້, ການ ປ່ຽນຮູບ, ການໃຫ້ຄວາມໝາຍ ແລະ ການປ່ຽນແປງອື່ນໆ ຂອງຜົນງານ ທີ່ມີລິຂະ ສິດໃດໜຶ່ງ;
  29. ການເຜີຍແຜ່ສຳລັບຈຸດປະສົງຂອງລິຂະສິດ ໝາຍເຖິງ ການນຳເອົາຜົນງານອອກ ສູ່ສາທາລະນະຊົນ ດ້ວຍການເຫັນດີ ຂອງຜູ້ປະດິດຄິດແຕ່ງຜົນງານ ຊຶ່ງມີຈຳນວນສຳເນົາພຽງພໍ ເພື່ອຕອບສະໜອງຄວາມຕ້ອງການທີ່ເໝາະສົມ ຂອງສາທາລະນະ ຊົນ ໂດຍຄຳນຶງເຖິງລັກສະນະຂອງຜົນງານ. ການສະແດງລະຄອນ, ດົນຕີປະກອບ ລະຄອນ, ຜົນງານການສ້າງຮູບເງົາ ຫຼື ຜົນງານດົນຕີ, ການເລົ່າຜົນງານວັນນະກຳ ໃນທີ່ສາທາລະນະ, ການສື່ສານດ້ວຍສາຍ ຫຼື ການກະຈາຍສຽງ-ແຜ່ພາບ ຂອງຜົນ ງານວັນນະກຳ ຫຼື ສິລະປະກຳ, ການວາງສະແດງຜົນງານສິລະປະ ແລະ ການ ກໍ່ສ້າງຂອງຜົນງານດ້ານສະຖາປັດຕິຍະກຳ ຈະບໍ່ຖືວ່າ ແມ່ນການເຜີຍແຜ່;
  30. ການເຜີຍແຜ່ສຳລັບຈຸດປະສົງຂອງສິດກ່ຽວຂ້ອງກັບລິຂະສິດ ໝາຍເຖິງ ການຕອບ ສະໜອງ ສຳເນົາການບັນທຶກການສະແດງ ຫຼື ການບັນທຶກສຽງ ຕໍ່ສາທາລະນະຊົນ ດ້ວຍການເຫັນດີ  ຂອງຜູ້ຖືສິດ ແລະ ໃຫ້ສຳເນົາແກ່ສາທາລະນະຊົນ ໃນປະລິມານ ທີ່ເໝາະສົມ;
  31. ການຜະລິດຊ້ຳສຳລັບຈຸດປະສົງຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໝາຍເຖິງ  ການອັດສຳເນົາ ຜົນງານ ຫຼື ການບັນທຶກສຽງ  ຫຼື  ສິ່ງທີ່ພົວພັນເຖິງສິດ ກ່ຽວຂ້ອງກັບລິຂະສິດດ້ວຍວິທີການໃດໜຶ່ງ ລວມທັງການອັດສຳເນົາຜົນງານ ຫຼື ການບັນທຶກສຽງ ຫຼື ສິດກ່ຽວຂ້ອງກັບລິຂະສິດ ແບບຖາວອນ ຫຼື ຊົ່ວຄາວ;
  32. ການບັນທຶກສຽງ ໝາຍເຖິງ ການບັນທຶກສຽງ ຂອງການສະແດງ ຫຼື ຂອງສຽງອື່ນໆ ລົງໃສ່ອຸປະກອນບັນທຶກ ເຊັ່ນ ແຜ່ນສຽງ, ກະແຊັດ, ແຜ່ນເລເຊີດິສ, ແຜ່ນຊີດີຣອມ ຫຼື ການບັນທຶກສຽງ ດ້ວຍວິທີອື່ນໆ;
  33. ການກະຈາຍສຽງ-ແຜ່ພາບ ໝາຍເຖິງ ການນຳເອົາຜົນງານອອກສູ່ສາທາລະນະຊົນ ທາງວິທະຍຸກະຈາຍສຽງ ຫຼື ທາງໂທລະພາບ ຫຼື ດ້ວຍວິທີການອື່ນ ທີ່ຄ້າຍຄືກັນ ເຊັ່ນ ອິນເຕີເນັດ ຫຼື ສົ່ງຜ່ານສັນຍານດາວທຽມ;
  34. ສິລະປະປັບໃຊ້ ໝາຍເຖິງ ສິລະປະທີ່ໄດ້ມີການປັບປຸງ ເພື່ອນຳໃຊ້້ເຂົ້າໃນເປົ້າ ໝາຍອື່ນ;
  35. ວັນບຸລິມະສິດ ໝາຍເຖິງ ວັນຮ້ອງຂໍເອົາວັນທີ່ໄດ້ຍື່ນຂໍຈົດທະບຽນ ຢູ່່ຕ່າງປະເທດ, ຢູ່ສຳນັກງານອື່ນ ຫຼື ຢູ່ ສປປ ລາວ ຊຶ່ງມີຜົນໃຊ້ໄດ້ກ່ອນໜ້ານີ້;
  36.  ການສະແຫວງຫາຜົນປະໂຫຍດ ໝາຍເຖິງ ການດຳເນີນການ ຫຼື ການສະເໜີ ທີ່ຈະດຳເນີນການກະທຳຢູ່ພາຍໃຕ້ການອະນຸຍາດຂອງຜູ້ຖືສິດ ໂດຍມີ ຫຼື ບໍ່ມີຄ່າ ຕອບແທນ ຫຼື ຜົນປະໂຫຍດອື່ນ. ຂ້າງເທິງ

ມາດຕາ 4.  ນະໂຍບາຍ ຂອງ ລັດ ກ່ຽວກັບ ຊັບສິນທາງປັນຍາ 

ລັດ ສົ່ງເສີມ ການເພີ່ມພູນຄູນສ້າງ, ການເຄື່ອນໄຫວວຽກງານຊັບສິນທາງປັນຍາ ແລະ ການນຳ ໃຊ້ໝາກຜົນ ຂອງການປະດິດສ້າງ, ການປະດິດຄິດແຕ່ງ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ພ້ອມທັງຮັບຮູ້ ແລະ ປົກປ້ອງສິດຜົນປະໂຫຍດຂອງເຈົ້າຂອງຊັບສິນທາງປັນຍາ.

ລັດ ຊຸກຍູ້ການເຄື່ອນໄຫວວຽກງານ ແລະ ການລົງທຶນ ເຂົ້າໃນຂົງເຂດຊັບສິນທາງປັນຍາ ດ້ວຍ ການວາງນະໂຍບາຍ, ລະບຽບກົດໝາຍ ແລະ ມາດຕະການຕ່າງໆ ເພື່ອຮອງຮັບ.

ລັດ ປົກປ້ອງຊັບສິນທາງປັນຍາ ທີ່ບໍ່ຂັດກັບລະບຽບກົດໝາຍ, ວັດທະນະທຳ ຫຼື ຮີດຄອງປະເພນີ ອັນດີງາມຂອງຊາດ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສຸຂານາໄມ, ສິ່ງແວດລ້ອມ. ຂ້າງເທິງ          

ມາດຕາ 5 (ປັບປຸງ).  ຫຼັກການລວມ ກ່ຽວກັບ ຊັບສິນທາງປັນຍາ

ຫລັກການລວມ ກ່ຽວກັບ ຊັບສິນທາງປັນຍາ ມີ ດັ່ງນີ້:

  1. ການຮັບຮູ້, ປົກປ້ອງ ແລະ ຮັບປະກັນຄວາມຍຸຕິທຳຕໍ່ເຈົ້າຂອງຊັບສິນທາງປັນຍາ;
  2. ການປົກປ້ອງຊັບສິນອຸດສາຫະກຳ ຢູ່ ສປປ ລາວ ຈະມີຜົນບັງຄັບໃຊ້ ກໍຕໍ່ເມື່ອເຈົ້າ ຂອງຊັບສິນອຸດສາຫະກຳ ໄດ້ຮັບການຈົດທະບຽນຕາມກົດໝາຍສະບັບນີ້;
  3. ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໄດ້ຮັບການປົກປ້ອງໂດຍທັນທີ ພາຍຫຼັງທີ່ໄດ້ມີການປະດິດຄິດແຕ່ງຜົນງານທາງດ້ານສິລະປະກຳ ແລະ ວັນນະກຳ ລວມທັງ ຜົນງານທາງດ້ານວິທະຍາສາດ;
  4. ທຸກການສະແຫວງຫາຜົນປະໂຫຍດ ຈາກຊັບສິນທາງປັນຍາ ຕ້ອງໄດ້ຮັບອະນຸຍາດ ຈາກເຈົ້າຂອງສິດ;
  5. ການກຳນົດ ຂອງກົດໝາຍສະບັບນີ້  ຫາກຂັດກັບ ສົນທິສັນຍາ ຫຼື ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ ແມ່ນໃຫ້ປະຕິບັດຕາມການກຳນົດຂອງສົນທິສັນຍາ ຫຼື ສັນ ຍາສາກົນ ທີ່ ສປປ ລາວ ເປັນພາຄີນັ້ນ. ຂ້າງເທິງ

ມາດຕາ 6.  ຂອບເຂດການນຳໃຊ້ກົດໝາຍ

ກົດໝາຍສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບວຽການຊັບສິນທາງປັນຍາ ພາຍໃຕ້ກົດໝາຍສະບັບນີ້ ແລະ ສົນທິສັນຍາ ຫຼື ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ມາດຕາ 7.  ການຮ່ວມມືສາກົນ

ລັດ ສົ່ງເສີມໃຫ້ມີ ການພົວພັນຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກ ງານຊັບສິນທາງປັນຍາ ບົນພື້ນຖານການເຄົາລົບເອກະລາດ, ອະທິປະໄຕ ຊຶ່ງກັນ ແລະ ກັນ, ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດເພື່ອພັດທະນາ ແລະ ຄຸ້ມຄອງວຽກງານຊັບສິນທາງປັນຍາ, ແລກປ່ຽນບົດ ຮຽນທາງດ້ານວິທະຍາສາດ, ເຕັກໂນໂລຊີ, ການແລກປ່ຽນຂໍ້ມູນຂ່າວສານ, ການບຳລຸງຍົກລະດັບບຸກ ຄະລາກອນ, ການເຂົ້າຮ່ວມ ແລະ ປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ພາກທີ II
ຊັບສິນທາງປັນຍາ

ມາດຕາ 8.  ໂຄງປະກອບ ຂອງຊັບສິນທາງປັນຍາ  

 ຊັບສິນທາງປັນຍາ ປະກອບດ້ວຍ:

  1. ຊັບສິນອຸດສາຫະກຳ;
  2. ພັນພືດໃໝ່;
  3. ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ. ຂ້າງເທິງ

ມາດຕາ 9 (ປັບປຸງ).  ຊັບສິນອຸດສາຫະກຳ

ຊັບສິນອຸດສາຫະກຳ ປະກອບດ້ວຍ:

  1. ສິດທິບັດ; 
  2. ອະນຸສິດທິບັດ;
  3. ແບບອຸດສາຫະກຳ;
  4. ເຄື່ອງໝາຍການຄ້າ;
  5. ຊື່ການຄ້າ;
  6. ແບບຜັງວົງຈອນລວມ;
  7. ແຫຼ່ງກຳເນີດ;
  8. ຄວາມລັບທາງການຄ້າ. ຂ້າງເທິງ

ມາດຕາ 10 (ປັບປຸງ).  ພັນພືດໃໝ່

ພັນພືດໃໝ່ ປະກອບດ້ວຍ:

  1. ພັນພືດທີ່ມີຢູ່ທົ່ວໄປ ທີ່ໄດ້ຜ່ານການປັບປຸງ ໃຫ້ເປັນພັນພືດໃໝ່.
  2. ພັນພືດ ທີ່ຄົ້ນພົບໃນທຳມະຊາດ ແລ້ວນຳມາພັດທະນາ ໃຫ້ເປັນພັນພືດໃໝ່. ຂ້າງເທິງ

ມາດຕາ 11.  ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ

ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ປະກອບດ້ວຍ:

  1. ລິຂະສິດ ຕໍ່ຜົນງານທາງດ້ານສິລະປະກຳ, ວັນນະກຳ ແລະ ວິທະຍາສາດ ລວມທັງ ໂປຣແກຣມຄອມພິວເຕີ;
  2. ສິດກ່ຽວຂ້ອງກັບລິຂະສິດ ຕໍ່ຜົນງານຂອງຜູ້ສະແດງ, ຜູ້ຜະລິດການບັນທຶກສຽງ ແລະ ອົງການກະຈາຍສຽງ-ແຜ່ພາບ. ຂ້າງເທິງ

ພາກທີ III
ຊັບສິນອຸດສາຫະກຳ

ໝວດທີ 1
ເງື່ອນໄຂ ຂອງຊັບສິນອຸດສາຫະກຳ

ມາດຕາ 12 (ປັບປຸງ).  ຊັບສິນອຸດສາຫະກຳ ທີ່ຈະໄດ້ຮັບໃບຢັ້ງຢືນຈົດທະບຽນ
ຊັບສິນອຸດສາຫະກຳ ທີ່ຈະໄດ້ຮັບໃບຢັ້ງຢືນຈົດທະບຽນ ມີ ດັ່ງນີ້:

  • ສິດທິບັດ;
  • ອະນຸສິດບັດ;
  • ແບບອຸດສາຫະກຳ;
  • ເຄື່ອງໝາຍການຄ້າ;
  • ແບບຜັງວົງຈອນລວມ;
  • ແຫຼ່ງກຳເນີດ.    ຂ້າງເທິງ

ມາດຕາ 13 (ປັບປຸງ).  ເງື່ອນໄຂ ທີ່ຈະໄດ້ຮັບສິດທິບັດ

ການປະດິດສ້າງ ທີ່ຈະໄດ້ຮັບສິດທິບັດ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:

  1. ຕ້ອງແມ່ນການປະດິດສ້າງໃໝ່ ທີ່ບໍ່ເຄີຍມີມາກ່ອນ, ບໍ່ເຄີຍຖືກເປີດເຜີຍ ສູ່ສາທາລະ ນະຊົນ ດ້ວຍວາລະສານ ຫຼື ດ້ວຍການນຳໃຊ້ຕົວຈິງ ຫຼື ດ້ວຍຮູບການອື່ນ ຢູ່ ສປປ ລາວ ຫຼື ແຫ່ງໃດໜຶ່ງໃນໂລກ ກ່ອນວັນຍື່ນຄຳຮ້ອງຂໍຈົດທະບຽນ ຫຼື ກ່ອນວັນທີ່ໄດ້ ຮ້ອງຂໍວັນບຸລິມະສິດ ຂອງຄຳຮ້ອງຂໍຮັບສິດທິບັດ;
  2. ຕ້ອງມີຂັ້ນຕອນການປະດິດສ້າງທີ່ສູງຂຶ້ນ ຊຶ່ງບໍ່ເປັນທີ່ເຂົ້າໃຈໄດ້ງ່າຍ ສຳລັບບຸກຄົນ ທີ່ມີຄວາມຮູ້ທົ່ວໄປທາງດ້ານເຕັກໂນໂລຊີນັ້ນ;
  3. ຕ້ອງສາມາດນຳໃຊ້ໃຫ້ເປັນປະໂຫຍດໃນຂົງເຂດ ອຸດສາຫະກຳ, ຫັດຖະກຳ, ກະສິ ກຳ, ການປະມົງ, ການບໍລິການ ແລະ ອື່ນໆ. ຂ້າງເທິງ

ມາດຕາ 14 (ປັບປຸງ).  ເງື່ອນໄຂ ທີ່ຈະໄດ້ຮັບອະນຸສິດທິບັດ

ສິ່ງປະດິດ ທີ່ຈະໄດ້ຮັບອະນຸສິດທິບັດ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້: 

  1. ຕ້ອງແມ່ນສິ່ງປະດິດໃໝ່ ຊຶ່ງຜ່ານມາບໍ່ໄດ້ເປັນທີ່ຮູ້ຈັກ ຫຼື ຖືກນຳໃຊ້ ໃນ ສປປ ລາວ ພາຍໃນ ໜຶ່ງປີ ກ່ອນວັນຍື່ນຄຳຮ້ອງຂໍອະນຸສິດທິບັດ;
  2. ຕ້ອງມີການປັບປຸງເຕັກນິກໃໝ່ ທີ່ພົວພັນເຖິງຂັ້ນຕອນການປະດິດສ້າງ ຊຶ່ງອາດມີ ຂັ້ນຕອນຕ່ຳກວ່າຂັ້ນຕອນການປະດິດສ້າງ;
  3. ຕ້ອງສາມາດນຳໃຊ້ໃຫ້ເປັນປະໂຫຍດໃນຂົງເຂດ ອຸດສາຫະກຳ, ຫັດຖະກຳ, ກະສິ ກຳ, ການປະມົງ, ການບໍລິການ ແລະ ອື່ນໆ. ຂ້າງເທິງ

ມາດຕາ 15 (ປັບປຸງ).  ເງື່ອນໄຂ ທີ່ຈະໄດ້ຮັບ ໃບຢັ້ງຢືນແບບອຸດສາຫະກຳ

 ແບບ ທີ່ຈະໄດ້ຮັບໃບຢັ້ງຢືນແບບອຸດສາຫະກຳ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້: 

  1. ຕ້ອງເປັນແບບໃໝ່ ຊຶ່ງບໍ່ເຄີຍຖືກເປີດເຜີຍ ສູ່ສາທາລະນະຊົນມາກ່ອນ ດ້ວຍວາລະ ສານ ຫຼື ດ້ວຍການນຳໃຊ້ຕົວຈິງ ຫຼື ດ້ວຍການວາງສະແດງ ຫຼື ດ້ວຍຮູບການອື່ນ ຢູ່ ສປປ ລາວ ຫຼື ແຫ່ງໃດໜຶ່ງໃນໂລກ, ກ່ອນວັນຍື່ນຄຳຮ້ອງ ຫຼື ກ່ອນວັນບຸລິມະສິດ ຂອງຄຳຮ້ອງຂໍຈົດທະບຽນ;
  2. ຕ້ອງເປັນສິ່ງປະດັບ ຊຶ່ງເຮັດໃຫ້ວັດຖຸທີ່ນຳເອົາແບບໄປໃຊ້ ຫຼື ເອົາແບບໄປຕິດໃສ່ ຕົວຂອງວັດຖຸເອງ ເກີດມີຮູບຊົງພາຍນອກພິເສດ. ຂ້າງເທິງ

ມາດຕາ 16 (ປັບປຸງ).  ເງື່ອນໄຂ ທີ່ຈະໄດ້ຮັບໃບຢັ້ງຢືນເຄື່ອງໝາຍການຄ້າ

 ເຄື່ອງໝາຍ ທີ່ຈະໄດ້ຮັບໃບຢັ້ງຢືນເຄື່ອງໝາຍການຄ້າ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້: 

  1. ເຄື່ອງໝາຍ ອາດເປັນສັນຍາລັກໃດໜຶ່ງ ຫຼື ຫຼາຍສັນຍາລັກລວມກັນ ທີ່ສາມາດຈຳ ແນກສິນຄ້າ ຫຼື ການບໍລິການ ຂອງບໍລິສັດໃດໜຶ່ງ ແຕກຕ່າງຈາກບໍລິສັດອື່ນ. ສັນຍາລັກ ອາດລວມເອົາຄຳສັບ, ລວມທັງຊື່ບຸກຄົນ, ແບບ, ຕົວເລກ, ອົງປະກອບເປັນຮູບ ຮ່າງ, ຮູບຊົງ ຫຼື ສິ່ງຫຸ້ມຫໍ່ ຂອງສິນຄ້າ ແລະ ການລວມກັນຂອງຫຼາຍສີ ເຊັ່ນດຽວກັບການລວມກັນ ຂອງສັນຍາລັກໃດໜຶ່ງນັ້ນ;
  2. ເຄື່ອງໝາຍ ທີ່ບໍ່ຄືກັນກັບເຄື່ອງໝາຍການຄ້າ, ເຄື່ອງໝາຍທີ່ມີຊື່ສຽງ ຫຼື ແຫຼ່ງກຳເນີດ ທີ່ໄດ້ຈົດທະບຽນກ່ອນແລ້ວ ສຳລັບສິນຄ້າ ຫຼື ການບໍລິການ ອັນດຽວກັນ;
  3. ເຄື່ອງໝາຍ ທີ່ບໍ່ຄ້າຍຄືກັນ ກັບເຄື່ອງໝາຍການຄ້າ ທີ່ີ່ໄດ້ຈົດທະບຽນກ່ອນໜ້ານີ້ ຫຼື ເຄື່ອງໝາຍທີ່ມີຊື່ສຽງ ສຳລັບສິນຄ້າ ຫຼື ການບໍລິການ ອັນດຽວກັນ, ຄ້າຍຄືກັນ ຫຼື ກ່ຽວຂ້ອງກັນ ຊຶ່ງການນຳໃຊ້ເຄື່ອງໝາຍດັ່ງກ່າວ ອາດຈະພາໃຫ້ເກີດຄວາມສັບສົນ ເຖິງແຫຼ່ງທ່ີມາຂອງສິນຄ້າ ຫຼື ການບໍລິການ ຫຼື ສ້າງຄວາມເຂົ້າໃຈຜິດວ່າ ເຄື່ອງ ໝາຍນັ້ນ ກ່ຽວຂ້ອງກັນ ຫຼື ກ່ຽວພັນກັບຜູ້ອື່ນ;
  4. ເຄື່ອງໝາຍ ທີ່ບໍ່ມີລັກສະນະຕ້ອງຫ້າມ ຕາມມາດຕາ 23 ຂອງກົດໝາຍສະບັບນີ້ິ.

ສຳລັບເຄື່ອງໝາຍການຄ້າໃດໜຶ່ງ ຈະຖືວ່າມີຊື່ສຽງ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:

  1. ເຄື່ອງໝາຍການຄ້າ ແມ່ນ ເຄື່ອງໝາຍຄືດັ່ງທີ່ໄດ້ກຳນົດໄວ້ໃນວັກເທິງນີ້ ຊຶ່ງເປັນທີ່ຍອມຮັບກັນຢ່າງກວ້າງຂວາງ ໂດຍພາກສ່ວນທີ່ກ່ຽວຂ້ອງ ພາຍໃນດິນແດນ  ຂອງ ສປປ ລາວ ຕາມທີ່ບົ່ງບອກສິນຄ້າ ຫຼື ການບໍລິການ ຂອງເຈົ້າຂອງເຄື່ອງໝາຍ  ທີ່ຈະອ້າງວ່າເປັນເຄື່ອງໝາຍທີ່ມີຊື່ສຽງ;
  2. ເຄື່ອງໝາຍການຄ້າ ທີ່ບໍ່ຂັດກັບເງື່ອນໄຂ ທີ່ຈະໄດ້ຮັບການຈົດທະບຽນ ຢູ່ ສປປ ລາວ;
  3. ການພິຈາລະນາເຄື່ອງໝາຍໃດໜຶ່ງ ເປັນເຄື່ອງໝາຍການຄ້າທີ່ມີຊື່ສຽງນັ້ນ ຕ້ອງນຳເອົາຫຼັກຖານ ທີ່ສົມເຫດສົມຜົນລວມທັງຂໍ້ເທັດຈິງ ດັ່ງນີ້:

3.1. ສາທາລະນະຊົນ ໄດ້ຮັບຮູ້ເຖິງເຄື່ອງໝາຍ ໂດຍຜ່ານການຊື້ຂາຍ, ການນຳ ໃຊ້ເຄື່ອງໝາຍການຄ້າ ກັບ/ຫຼື ກ່ຽວຂ້ອງກັນກັບ ສິນຄ້າ ຫຼື ການບໍລິການ ຫຼື ຜ່ານການໂຄສະນາ;
3.2. ການຈໍລະຈອນແຈກຢາຍຜະລິດຕະພັນ, ສິນຄ້າ, ການບໍລິການ ທີ່ມີເຄື່ອງ ໝາຍການຄ້ານັ້ນ ໃນຂອບເຂດດິນແດນ ຢ່າງກວ້າງຂວາງ;
3.3. ບໍລິມາດ ຂອງການຂາຍສິນຄ້າ ຫຼື ການໃຫ້ບໍລິການ ຢ່າງຫຼວງຫຼາຍ;
3.4. ໄລຍະເວລານຳໃຊ້ເຄື່ອງໝາຍການຄ້ານັ້ນ ຕ້ອງເປັນປົກກະຕິ ແລະ ຕໍ່ເນື່ອງ;
3.5. ຄວາມເຊື່ອໝັ້ນ ກ່ຽວພັນກັນກັບການນຳໃຊ້ເຄື່ອງໝາຍການຄ້າ ກັບສິນຄ້າ ຫຼື ການບໍລິການ ໂດຍອີງຕາມຄຸນນະພາບ, ຄວາມນິຍົມ ຢ່າງກວ້າງຂວາງໃນສັງຄົມ;

  1. ຜູ້ຊົມໃຊ້ ໄດ້ຢັ້ງຢືນ ແລະ ຮັບຮູ້ ຢູ່ພາຍໃນປະເທດ ກ່ຽວກັບການມີຊື່ສຽງ ຂອງເຄື່ອງໝາຍ ຢ່າງຫຼວງຫຼາຍ;
  2. ການລົງທຶນເຂົ້າໃສ່ເຄື່ອງໝາຍ ມີມູນຄ່າສູງ.
  3. ເຄື່ອງໝາຍການຄ້າທີ່ມີຊື່ສຽງ ຈະໄດ້ຮັບການປົກປ້ອງຕາມລະບຽບກົດໝາຍ ບໍ່ວ່າຈະໄດ້ ຈົດທະບຽນໄວ້ແລ້ວ ຫຼື ບໍ່ກໍຕາມ. ຂ້າງເທິງ

ມາດຕາ 17 (ປັບປຸງ).  ເງື່ອນໄຂ ທີ່ຈະໄດ້ຮັບໃບຢັ້ງຢືນແບບຜັງວົງຈອນລວມ 

 ສິ່ງທີ່ຈະໄດ້ຮັບໃບຢັ້ງຢືນແບບຜັງວົງຈອນລວມ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:

  1. ເປັນແບບຜັງຕົ້ນສະບັບທີ່ບໍ່ຄືຂອງໃຜ ໝາຍຄວາມວ່າ ແບບນັ້ນແມ່ນຜົນຂອງ ຄວາມພະຍະຍາມທາງປັນຍາ ຂອງຜູ້ປະດິດສ້າງເອງ ແລະ ເປັນເລື່ອງທີ່ເດັ່ນ ໃນວົງການນັກສ້າງແບບຜັງ ແລະ ຜູ້ຜະລິດວົງຈອນລວມ ໃນເວລາສ້າງແບບຜັງ ດັ່ງກ່າວ;
  2. ເປັນແບບຜັງ  ທີ່ປະກອບດ້ວຍການປະສານຮ່ວມກັນ ລະຫ່ວາງ ສ່ວນປະກອບ ແລະ ສ່ວນເຊື່ອມຕໍ່ ຊຶ່ງໂດຍທົ່ວໄປແລ້ວຈະຕ້ອງໄດ້ຮັບການປົກປ້ອງ ໂດຍສະເພາະ ໃນກໍລະນີ ທີ່ມີການຕອບສະໜອງເງື່ອນໄຂຂອງຂໍ້ 1;
  3. ຄຳຮ້ອງຂໍຈົດທະບຽນ ໃຫ້ຍື່ນກ່ອນວັນທີ່ນຳເອົາແບບຜັງວົງຈອນລວມ ໄປສະແຫວງ ຫາຜົນປະໂຫຍດ ເປັນປົກກະຕິ ແລະ ທາງການຄ້າໃນທົ່ວໂລກ ໂດຍເຈົ້າຂອງສິດ ຫຼື ພາຍໃນ ສອງປີ ນັບແຕ່ວັນດັ່ງກ່າວ ເປັນຕົ້ນມາ. ຂ້າງເທິງ

ມາດຕາ 18 (ປັບປຸງ).  ເງື່ອນໄຂ ທີ່ຈະໄດ້ຮັບໃບຢັ້ງຢືນແຫຼ່ງກຳເນີດ

 ແຫຼ່ງກໍາເນີດ ທີ່ຈະໄດ້ຮັບໃບຢັ້ງຢືນ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:

  1. ໃຊ້ເພື່ອບົ່ງບອກໃຫ້ເຫັນ ແຫຼ່ງທີ່ມາ ຂອງສິນຄ້າ ຈາກດິນແດນ, ເຂດ ຫຼື ທ້ອງຖິ່ນ ຂອງປະເທດໃດໜຶ່ງ;
  2. ພາໃຫ້ສິນຄ້າ ມີຄຸນນະພາບ ແລະ ມີຊື່ສຽງ ຫຼື ຄຸນລັກສະນະອື່ນ ແມ່ນ ຍ້ອນແຫຼ່ງ ກຳເນີດທາງພູມສາດເປັນສ່ວນສຳຄັນ. ຄຸນນະພາບ, ຊື່ສຽງ ຫຼື ຄຸນລັກສະນະອື່ນນັ້ນ ແມ່ນອີງໃສ່ປັດໄຈ ຂອງທຳມະຊາດ ທີ່ປະກອບດ້ວຍສະພາບຂອງດິນ, ອາກາດ, ນ້ຳ, ລະບົບນິເວດ ແລະ ເງື່ອນໄຂທຳມະຊາດອື່ນ ຫຼື ປັດໄຈ ຂອງມະນຸດ ທີ່ປະກອບດ້ວຍຄວາມຊຳນິຊຳນານ ແລະ ປະສົບການ ຂອງຜູ້ຜະລິດ ແລະ ກຳມະວິທີການ ຜະລິດ ທີ່ມີມາແບບດັ້ງເດີມ ຂອງທ້ອງຖິ່ນນັ້ນ. ຂ້າງເທິງ

ມາດຕາ 19 (ໃໝ່).  ຊື່ການຄ້າ

ຊື່ການຄ້າ ຈະເປັນ ຫຼື ບໍ່ເປັນສ່ວນໜຶ່ງຂອງເຄື່ອງໝາຍການຄ້າ ກໍຈະໄດ້ຮັບການປົກປ້ອງ ເຖິງວ່າບໍ່ໄດ້ຈົດທະບຽນກໍຕາມ. ຂ້າງເທິງ

ມາດຕາ 20 (ປັບປຸງ).  ເງື່ອນໄຂ ທີ່ຈະເປັນຄວາມລັບທາງການຄ້າ

ຂໍ້ມູນທີ່ຈະຖືກພິຈາລະນາເປັນຄວາມລັບທາງການຄ້າ  ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:

  1. ແມ່ນຂໍ້ມູນ ຊຶ່ງຍັງບໍ່ເປັນທີ່ຮູ້ຈັກໃນກຸ່ມບຸກຄົນ ຫຼື ຍັງບໍ່ທັນສາມາດເຂົ້າເຖິງໄດ້ຢ່າງ ງ່າຍດາຍ ສຳລັບບຸກຄົນ ທີ່ກ່ຽວຂ້ອງຢູ່ໃນວົງການກຳກັບຂໍ້ມູນປະເພດຕ່າງໆ ເຊັ່ນ ສູດ, ກຳມະວິທີການຜະລິດ ຫຼື ຂໍ້ມູນໃດໜຶ່ງ;
  2. ແມ່ນຂໍ້ມູນ ທີ່ມີຄຸນຄ່າທາງການຄ້າ;
  3. ແມ່ນຂໍ້ມູນ ທີ່ມີຂັ້ນຕອນທີ່ເໝາະສົມ ໃນການເກັບຮັກສາເປັນຄວາມລັບ ຕາມແຕ່ ລະກໍລະນີ ໂດຍຜູ້ຄວບຄຸມ ກວດກາ ຂໍ້ມູນດັ່ງກ່າວຢ່າງຖືກຕ້ອງຕາມກົດໝາຍ. ຂ້າງເທິງ

ໝວດທີ 2
ຊັບສິນອຸດສາຫະກຳ ທີ່ບໍ່ສາມາດຈົດທະບຽນ

ມາດຕາ 21 (ປັບປຸງ).  ການປະດິດສ້າງ ຫຼື ສິ່ງປະດິດ ທີ່ບໍ່ສາມາດຂໍຮັບສິດທິບັດ ຫຼື ອະນຸສິດທິບັດ

ການປະດິດສ້າງ ຫຼື ສິ່ງປະດິດ ທີ່ບໍ່ສາມາດຂໍຮັບສິດທິບັດ ຫຼື ອະນຸສິດທິບັດ ມີ ດັ່ງນີ້:

  1. ການປະດິດສ້າງ ຫຼື ສິ່ງປະດິດ ທີ່ບໍ່ເປັນສິ່ງໃໝ່ ຖ້າຫາກເປັນສິ່ງຄົ້ນພົບທີ່ມີມາກ່ອນ ແລ້ວ ລວມທັງສິ່ງທີ່ມີຊີວິດ ແລະ ສ່ວນປະກອບສ່ວນໃດໜຶ່ງ ຂອງສິ່ງທີ່ມີຢູ່ຕາມທຳ ມະຊາດ;
  2. ສິ່ງທີ່ບໍ່ແມ່ນການປະດິດສ້າງ ແລະ ບໍ່ເປັນອົງປະກອບ ເພື່ອການແກ້ໄຂທາງວິຊາ ການ ຖ້າຫາກເປັນພຽງ ຫຼັກການ ຫຼື ທິດສະດີວິທະຍາສາດ, ສູດຄິດໄລ່ຄະນິດສາດ ຫຼື ກົດເກນຄົບຊຸດ ເພື່ອດຳເນີນທຸລະກິດ ຫຼື ຫຼິ້ນເກມ ເທົ່ານັ້ນ ເຖິງແມ່ນວ່າ ສິ່ງເຫຼົ່ານັ້ນ ຈະມີອົງປະກອບ ທີ່ເປັນການປະດິດສ້າງ ຫຼື ສິ່ງປະດິດກໍຕາມ;
  3. ວິທີການບົ່ງມະຕິພະຍາດ, ວິທີການປິ່ນປົວ ແລະ ວິທີການຜ່າຕັດ ເພື່ອປິ່ນປົວຄົນ ແລະ ສັດ;
  4. ພືດ ແລະ ສັດ ໂດຍສະເພາະ ຂະບວນການທາງຊີວະວິທະຍາ ເພື່ອຜະລິດພືດ ແລະ ສັດ ເຖິງແມ່ນວ່າສິ່ງເຫຼົ່ານັ້ນ ຈະມີອົງປະກອບທີ່ເປັນການປະດິດສ້າງ ຫຼື ສິ່ງປະດິດ ກໍຕາມ ນອກຈາກຈຸລິນຊີເທົ່ານັ້ນ.

ສິດທິບັດ ຫຼື ອະນຸສິດທິບັດ ອາດຖືກປະຕິເສດ ຫຼື ການສະແຫວງຫາຜົນປະໂຫຍດ ຈາກສິດ ທິບັດ ຫຼື ອະນຸສິດທິບັດ ຈະຖືກຈຳກັດ ໃນກໍລະນີ ດັ່ງນີ້:

  1. ເພື່ອປ້ອງກັນການສະແຫວງຫາຜົນປະໂຫຍດທາງການຄ້າ, ປົກປ້ອງວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ ແລະ ສິນລະທຳ ລວມທັງ ການປົກປ້ອງຊີວິດຂອງມະນຸດ, ສັດ ຫຼື ພືດ, ສຸຂະພາບ ຫຼື ເພື່ອຫຼີກເວັ້ນ ການກໍ່ຄວາມເສັຍຫາຍທີ່ຮ້າຍແຮງ ຕໍ່ສິ່ງແວດລ້ອມ;
  2. ເພື່ອປົກປ້ອງຄວາມໝັ້ນຄົງ ແລະ ສະຫງົບສຸກ ຂອງ ສປປ ລາວ. ຂ້າງເທິງ

ມາດຕາ 22 (ປັບປຸງ).  ແບບ ທີ່ບໍ່ສາມາດໃຫ້ຈົດທະບຽນແບບອຸດສາຫະກຳ 

ແບບ ທີ່ບໍ່ສາມາດໃຫ້ຈົດທະບຽນແບບອຸດສາຫະກຳ ມີ ດັ່ງນີ້:

  1. ແບບ ທີ່ມີຮູບຊົງພາຍນອກ ເກີດຈາກຮູບຊົງເຕັກນິກ ຂອງວັດຖຸ ຊຶ່ງໃນນັ້ນ ແບບໄດ້ ຖືກນຳມາໃຊ້ ຫຼື ສ້າງໃຫ້ເປັນຮູບຮ່າງຂຶ້ນມາ;
  2. ແບບ ທີ່ຂັດຕໍ່ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ ແລະ ຮີດຄອງປະເພນີອັນດີ ງາມຂອງຊາດ. ຂ້າງເທິງ

ມາດຕາ 23 (ປັບປຸງ).  ເຄື່ອງໝາຍ ທີ່ບໍ່ສາມາດໃຫ້ຈົດທະບຽນເຄື່ອງໝາຍການຄ້າ

ເຄື່ອງໝາຍ ທີ່ບໍ່ສາມາດໃຫ້ຈົດທະບຽນເຄື່ອງໝາຍການຄ້າ ມີ ດັ່ງນີ້:

  1. ເຄື່ອງໝາຍ ທີ່ບໍ່ສາມາດຈຳແນກໄດ້ລະຫວ່າງ ສິນຄ້າ ຫຼື ການບໍລິການຂອງຜູ້ຮ້ອງ ຂໍຮັບສິດ ກັບເຄື່ອງໝາຍຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນ;
  2. ເຄື່ອງໝາຍ ທີ່ປະກອບດ້ວຍສັນຍາລັກ ຫຼື ສິ່ງບົ່ງບອກລັກສະນະ ທີ່ອາດໃຊ້ໃນທາງ ການຄ້າ ເພື່ອຊີ້ບອກຊະນິດ, ຄຸນນະພາບ, ປະລິມານ, ເຈດຈຳນົງ, ມູນຄ່າ, ຕົ້ນກຳ ເນີດຂອງສິນຄ້າ ຫຼື ເວລາຜະລິດ ຫຼື ເຄື່ອງໝາຍ ທີ່ໄດ້ກາຍເປັນທຳນຽມຂອງພາສາ ທີ່ໃຊ້ກັນໃນຂະນະນີ້ ຫຼື ດ້ວຍຄວາມສຸດຈະລິດ ແລະ ໄດ້ຖືກສ້າງເປັນທຳນຽມປະຕິ ບັດທາງການຄ້າ ຢູ່ ສປປ ລາວ;
  3. ເຄື່ອງໝາຍ  ທີ່ມີລັກສະນະພາໃຫ້ສາທາລະນະຊົນ ຫຼື  ວົງການການຄ້າ ເຂົ້າໃຈຜິດ ຫຼື ເຄື່ອງໝາຍ ທີ່ມີລັກສະນະຫຼອກລວງ;
  4. ເຄື່ອງໝາຍ ທີ່ປະກອບດ້ວຍ ຫຼື ບັນຈຸ ສິ່ງບົ່ງບອກວ່າ ເມື່ອມີການນຳໃຊ້ໃນຂະ ບວນການຄ້າ ມີສ່ວນເຮັດໃຫ້ສາທາລະນະຊົນ ເຂົ້າໃຈຜິດກ່ຽວກັບຕົ້ນກຳເນີດ, ທາດແທ້, ຂະບວນການຜະລິດ, ຄຸນລັກສະນະ, ຄວາມເໝາະສົມກັບຈຸດປະສົງ  ຂອງເຄື່ອງໝາຍນັ້ນ ຫຼື ປະລິມານ  ຂອງສິນຄ້າ ແລະ ການບໍລິການ;
  5. ເຄື່ອງໝາຍ ທີ່ປະກອບດ້ວຍ ຫຼື ບັນຈຸເຄື່ອງໝາຍຊາດ, ທຸງຊາດ, ກາໝາຍທາງ ການ, ສັນຍາລັກທາງວັດທະນະທຳ ຫຼື ຄຳຫຍໍ້ ຫຼື ຊື່ເຕັມ ຂອງຕົວເມືອງ, ເທດ ສະບານ ແລະ ແຂວງ, ນະຄອນ ຂອງ ສປປ ລາວ ແລະ ຂອງຕ່າງປະເທດ ໂດຍ ບໍ່ໄດ້ຮັບອະນຸຍາດຈາກ ອົງການຈັດຕັ້ງ  ຂອງລັດຖະບານ ທີ່ກ່ຽວຂ້ອງ;
  6. ເຄື່ອງໝາຍ ທີ່ປະກອບດ້ວຍ ຫຼື ບັນຈຸເຄື່ອງໝາຍ ຂອງອົງການຈັດຕັ້ງສາກົນ ຫຼື ສັນຍາລັກ ທີ່ເກີດຈາກສົນທິສັນຍາສາກົນ, ກາປະທັບທາງການ ຫຼື ສັນຍາລັກ  ຂອງລັດ ຫຼື ອົງການຈັດຕັ້ງສາກົນ ໂດຍບໍ່ໄດ້ຮັບອະນຸຍາດ ຈາກລັດ ຫຼື ອົງການ ຈັດຕັ້ງສາກົນ ທີ່ກ່ຽວຂ້ອງ;
  7. ເຄື່ອງໝາຍ ທີ່ປະກອບດ້ວຍ ຫຼື ມີ ຊື່, ຮູບ ຫຼື ມີຄວາມຄ້າຍຄືກັນກັບ ບຸກຄົນ ທີ່ຍັງ ມີຊີວິດຢູ່ ໂດຍບໍ່ໄດ້ຮັບອະນຸຍາດ;
  8. ເຄື່ອງໝາຍ ທີ່ປະກອບດ້ວຍ ຫຼື ມີ ຮູບ ຂອງສັນຍາລັກທາງວັດທະນະທໍາ ຫຼື ອະນຸ ສອນສະຖານ, ປະຫວັດສາດ ຫຼື ຊື່ ຫຼື ຮູບ ຫຼື ຄວາມຄ້າຍຄືກັນກັບວິລະຊົນ ແຫ່ງຊາດ ຫຼື ຜູ້ນຳ ຫຼື ເຄື່ອງໝາຍ ທີ່ອາດເປັນການໝິ່ນປະໝາດ ຫຼື ຂັດກັບຮີດ ຄອງປະເພນີອັນດີງາມຂອງຊາດ;
  9. ເຄື່ອງໝາຍ ທີ່ຄືກັນ ຫຼື ຄ້າຍຄືກັນກັບເຄື່ອງໝາຍການຄ້າ ທີ່ໄດ້ຈົດທະບຽນແລ້ວ ສຳລັບສິນຄ້າ ແລະ ການບໍລິການ ອັນດຽວກັນ, ຄ້າຍຄືກັນ ຫຼື ກ່ຽວຂ້ອງກັນ;
  10. ເຄື່ອງໝາຍ ທີ່ຄືກັນ ຫຼື ຄ້າຍຄືກັນກັບ ເຄື່ອງໝາຍທີ່ມີຊື່ສຽງສຳລັບສິນຄ້າ ແລະ ການບໍລິການ ອັນດຽວກັນ, ຄ້າຍຄືກັນ ຫຼື ກ່ຽວຂ້ອງກັນ;
  11. ເຄື່ອງໝາຍ ທີ່ຄືກັນ ຫຼື ຄ້າຍຄືກັນກັບຊື່ການຄ້າ ສຳລັບ ທຸລະກິດ ທີ່ໃຫ້ການບໍ ລິການສິນຄ້າ ຫຼື ການບໍລິການ ອັນດຽວກັນ, ຄ້າຍຄືກັນ ຫຼື ກ່ຽວຂ້ອງກັນ;
  12. ເຄື່ອງໝາຍທີ່ກ່າວມາເທິງນີ້ ຊຶ່ງອາດກໍ່ໃຫ້ເກີດຄວາມສັບສົນ ກ່ຽວກັບແຫຼ່ງທີ່ມາ ຂອງສິນຄ້າ ຫຼື ການບໍລິການ ຫຼື ສະແດງໃຫ້ເຫັນຄວາມສຳພັນຢ່າງບໍ່ຖືກຕ້ອງກັບ ເຄື່ອງໝາຍການຄ້າທີ່ໄດ້ຈົດທະບຽນແລ້ວ ຫຼື ເຄື່ອງໝາຍທີ່ມີຊື່ສຽງ ຫຼື ຊື່ການຄ້າ;
  13. ເຄື່ອງໝາຍ ທີ່ປະກອບດ້ວຍ ຫຼື ບັນຈຸ ແຫຼ່ງກຳເນີດ ຊຶ່ງກຳນົດສະຖານທີ່ ແຕ່ບໍ່ ແມ່ນຕົ້ນກຳເນີດ ຂອງສິນຄ້າທີ່ແທ້ຈິງ;
  14. ເຄື່ອງໝາຍ ທີ່ປະກອບດ້ວຍ ຫຼື ບັນຈຸ ແຫຼ່ງກຳເນີດ ເຖິງວ່າຈະຖືກຕ້ອງແທ້ຈິງວ່າ ແມ່ນອານາເຂດ, ຂົງເຂດ ຫຼື ທ້ອງຖິ່ນ ຊຶ່ງເປັນຕົ້ນກຳເນີດຂອງສິນຄ້າ, ເຮັດໃຫ້ສາ ທາລະນະຊົນເຂົ້າໃຈຜິດວ່າສິນຄ້ານັ້ນ ມີຕົ້ນກຳເນີດມາ ແຕ່ອານາເຂດອື່ນ;
  15. ເຄື່ອງໝາຍ ທີ່ປະກອບດ້ວຍ ຫຼື ບັນຈຸ ສິ່ງທີ່ອາດສ້າງຄວາມເສື່ອມເສັຍ ຫຼື ສະແດງ ໃຫ້ເຫັນຄວາມສຳພັນທີ່ບໍ່ຖືກຕ້ອງກັບບຸກຄົນມີຊີວິດ ຫຼື ເສັຍຊີວິດແລ້ວ, ສະຖາບັນ, ຄວາມເຊື່ອຖື ຫຼື ສັນຍາລັກຂອງຊາດ ຫຼື ນຳມາແຫ່ງການໝິ່ນປະໝາດ ຫຼື ທຳລາຍ ຊື່ສຽງ;
  16. ເຄື່ອງໝາຍ ທີ່ມີລັກສະນະ ສ້າງຄວາມສັບສົນ ກ່ຽວກັບສະຖານທີ່ສິນຄ້າ ຫຼື ກິດຈະ ກຳທາງດ້ານອຸດສາຫະກຳ ຫຼື ການຄ້າ ຂອງຄູ່ແຂ່ງຂັນ;
  17. ເຄື່ອງໝາຍ ທີ່ມີລັກສະນະ ທຳລາຍຄວາມເຊື່ອໝັ້ນ ກ່ຽວກັບສະຖານທີ່ຂອງສິນຄ້າ ຫຼື ກິດຈະກຳທາງດ້ານອຸດສາຫະກຳ ຫຼື ການຄ້າ ຂອງຄູ່ແຂ່ງຂັນ;
  18. ເຄື່ອງໝາຍ ທີ່ຂັດກັບຄວາມໝັ້ນຄົງຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງ ສັງຄົມ, ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດ.

 ລັກສະນະ ຂອງສິນຄ້າ ຫຼື ການບໍລິການ ທີ່ນຳໃຊ້ເຄື່ອງໝາຍການຄ້າ ຕ້ອງບໍ່ເປັນອຸປະສັກ ໃຫ້ແກ່ການຈົດທະບຽນເຄື່ອງໝາຍການຄ້າ ບໍ່ວ່າໃນຮູບແບບໃດກໍຕາມ. ຂ້າງເທິງ

ມາດຕາ 24.  ສິ່ງທີ່ບໍ່ສາມາດຈົດທະບຽນແບບຜັງວົງຈອນລວມ           

ສິ່ງທີ່ບໍ່ສາມາດຈົດທະບຽນແບບຜັງວົງຈອນລວມ ມີ ດັ່ງນີ້: 

  1. ຫຼັກການ, ກຳມະວິທີ, ລະບົບ ຫຼື ວິທີການປະຕິບັດງານ ຂອງວົງຈອນລວມ;
  2. ຂໍ້ມູນຂ່າວສານ ຫຼື ຊອບແວ ທີ່ບັນຈຸຢູ່ໃນວົງຈອນລວມ. ຂ້າງເທິງ

ມາດຕາ 25 (ປັບປຸງ).  ແຫຼ່ງກຳເນີດ ທີ່ບໍ່ສາມາດຈົດທະບຽນ 

ແຫຼ່ງກໍາເນີດ ທີ່ບໍ່ສາມາດຈົດທະບຽນ ມີ ດັ່ງນີ້:

  1. ແຫຼ່ງກຳເນີດ ທີ່ພາໃຫ້ເກີດຄວາມເຂົ້າໃຈຜິດ ຫຼື ສັບສົນ ກ່ຽວກັບແຫຼ່ງທີ່ມາ ຂອງສິນຄ້າດັ່ງກ່າວ;
  2. ຊື່ ຂອງແຫຼ່ງກຳເນີດ ທີ່ໄດ້ກາຍມາເປັນຊື່ຂອງສິນຄ້າ ທີ່ເປັນປະເພນີແລ້ວໃນ ສປປ ລາວ;
  3. ແຫຼ່ງກຳເນີດ ກ່ຽວກັບຜະລິດຕະພັນເຫຼົ້າແວັງ ຊຶ່ງຊີ້ບອກລັກສະນະຄືກັນກັບຊື່ ທີ່ນຳໃຊ້ ເປັນປະເພນີມາແລ້ວ ຂອງສາຍພັນໝາກອະງຸ່ນ ທີ່ມີຢູ່ໃນ ສປປ ລາວ;
  4. ແຫຼ່ງກຳເນີດ ຂອງປະເທດອື່ນ ທີ່ບໍ່ໄດ້ຮັບການປົກປ້ອງ ຫຼື ສິ້ນສຸດການປົກປ້ອງຢູ່ໃນປະ ເທດຕົ້ນກຳເນີດ ຫຼື ໄດ້ຖືກເຊົາໃຊ້ ຢູ່ໃນປະເທດນັ້ນ;
  5. ແຫຼ່ງກຳເນີດ ທີ່ຄືກັນ ຫຼື ຄ້າຍຄືກັນກັບ ເຄື່ອງໝາຍການຄ້າ ທີ່ໄດ້ຮັບການປົກປ້ອງແລ້ວ ຊຶ່ງພາໃຫ້ເກີດຄວາມເຂົ້າໃຈຜິດ ກ່ຽວກັບແຫຼ່ງທີ່ມາ ຂອງສິນຄ້າດັ່ງກ່າວ;
  6. ແຫຼ່ງກຳເນີດ ທີ່ອອກສຽງຄືກັນກັບ ແຫຼ່ງກຳເນີດ ທີ່ໄດ້ຮັບການປົກປ້ອງສຳລັບເຫຼົ້າແວັງ. ຂ້າງເທິງ

ໝວດທີ 3
ການປົກປ້ອງຊັບສິນອຸດສາຫະກຳ

ມາດຕາ 26 (ໃໝ່).  ບຸກຄົນ ທີ່ມີສິດໄດ້ຮັບການປົກປ້ອງຊັບສິນອຸດສາຫະກຳ

ບຸກຄົນ ທີ່ມີສິດໄດ້ຮັບການປົກປ້ອງຊັບສິນອດຸສາຫະກຳ ມີ ດັ່ງນີ້:

  1. ພົນລະເມືອງລາວ ຫຼື ຜູ້ມີທີ່ຢູ່ອາໄສ ຢູ່ ສປປ ລາວ ຫຼື ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ສ້າງຕັ້ງຂຶ້ນ ພາຍໃຕ້ກົດໝາຍ ຂອງ ສປປ ລາວ;
  2. ບຸກຄົນ ທີ່ມີສັນຊາດ ຂອງປະເທດໃດໜຶ່ງ ຊຶ່ງເປັນພາຄີ ຂອງສົນທິສັນຍາປາຣີ ຫຼື ຂໍ້ຕົກລົງສາກົນອື່ນ ກ່ຽວກັບການປົກປ້ອງຊັບສິນອຸດສາຫະກຳ ທີ່ ສປປ ລາວ ເຂົ້າ ຮ່ວມເປັນພາຄີ;
  3. ບຸກຄົນ ທີ່ມີທີ່ຢູ່ອາໄສ ຢູ່ ສປປ ລາວ ຫຼື ຢູ່ໃນອານາເຂດ ຂອງປະເທດທີ່ເປັນພາຄີ ຂອງສົນທິສັນຍາປາຣີ ແລະ ຂໍ້ຕົກລົງສາກົນອື່ນ ກ່ຽວກັບການປົກປ້ອງຊັບສິນອຸດ ສາຫະກຳ ທີ່ ສປປ ລາວ ເຂົ້າຮ່ວມເປັນພາຄີ;
  4. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີສະຖານທີ່ດຳເນີນການຄ້າ ແລະ ອຸດສາຫະ ກຳຕົວຈິງ ແລະ ມີປະສິດທິຜົນ ຢູ່ໃນອານາເຂດ ຂອງປະເທດໃດໜຶ່ງ ທີ່ເປັນພາຄີ ຂອງສົນທິສັນຍາປາຣີ ຫຼື ຂໍ້ຕົກລົງສາກົນອື່ນ ກ່ຽວກັບການປົກປ້ອງຊັບສິນອຸດສາ ຫະກຳ ທີ່ ສປປ ລາວ ເຂົ້າຮ່ວມເປັນພາຄີ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງຕ່າງປະເທດ ທີ່ມີສິດໄດ້ຮັບການປົກປ້ອງດ້ານຊັບສິນອຸດ ສາຫະກຳ ກໍຈະໄດ້ຮັບການປະຕິບັດ ຢ່າງເທົ່າທຽມກັນກັບພົນລະເມືອງລາວ ບົນເງື່ອນໄຂທີ່ມີຜູ້ຕາງ ໜ້າຂອງຕົນ ຢູ່ ສປປ ລາວ. ຂ້າງເທິງ

ມາດຕາ 27 (ປັບປຸງ).  ການຍື່ນຄຳຮ້ອງຂໍ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ສາມາດຍື່ນຄຳຮ້ອງຂໍ ສິດທິບັດ, ອະນຸສິດທິບັດ ຫຼື ຂໍຈົດທະບຽນຊັບສິນອຸດສາຫະກຳ ຕໍ່ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຫຼື ອົງການຈົດທະບຽນຊັບສິນອຸດສາຫະກຳສາກົນ ທີ່ ສປປ ລາວ ເປັນພາຄີ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຢູ່ຕ່າງປະເທດ ຊຶ່ງມີຈຸດປະສົງຂໍຈົດທະບຽນຊັບສິນອຸດ ສາຫະກຳ ຢູ່ ສປປ ລາວ ຕ້ອງໄດ້ມີຕົວແທນ ທີ່ຖືກຕ້ອງຕາມກົດໝາຍ ຢູ່ ສປປ ລາວ.

ຜູ້ຮ້ອງຂໍ ທີ່ບໍ່ມີສະຖານທີ່ດຳເນີນທຸລະກິດເພື່ອໃຊ້ເປັນບ່ອນຕິດຕໍ່ທາງການ ຫຼື ບໍ່ມີທີ່ຢູ່ອາໄສ ຢູ່ ສປປ ລາວ ຕ້ອງແຕ່ງຕັ້ງຜູ້ຕາງໜ້າທີ່ຖືກຕ້ອງຕາມກົດໝາຍຂອງຕົນ ຢູ່ ສປປ ລາວ ເພື່ອດຳເນີນທຸ ລະກຳທີ່ກ່ຽວຂ້ອງກັບວຽກງານຊັບສິນທາງປັນຍາ ຢູ່ ສປປ ລາວ.

ສຳນວນຄຳຮ້ອງຂໍ ຕ້ອງປະກອບດ້ວຍເອກະສານຕ່າງໆ ທີ່ໄດ້ກຳນົດໄວ້ໃນ ມາດຕາ 31 ຫາ ມາດຕາ 35 ຂອງກົດໝາຍສະບັບນີ້. ຂ້າງເທິງ

ມາດຕາ 28 (ປັບປຸງ).  ຫຼັກການ ໃນການພິຈາລະນາຄຳຮ້ອງຂໍ

ໃນກໍລະນີ ທີ່ມີການຍື່ນຫຼາຍຄຳຮ້ອງຂໍສິດທິບັດ, ອະນຸສິດທິບັດ ຫຼື ຂໍຈົດທະບຽນຊັບສິນ ອຸດສາຫະກຳອື່ນ ໃນເລື່ອງດຽວກັນ ແມ່ນ ໃຫ້ພິຈາລະນາບົນຫຼັກການ ຄຳຮ້ອງຂໍທີ່ຍື່ນກ່ອນໝູ່ ໂດຍ ຍຶດຖືວັນບູລິມະສິດ (ຖ້າຫາກມີ) ເມື່ອຄຳຮ້ອງຂໍດັ່ງກ່າວ ຫາກຄົບຖ້ວນຕາມເງື່ອນໄຂ. ຂ້າງເທິງ

ມາດຕາ 29 (ປັບປຸງ).  ວັນບູລິມະສິດ

ໃນສຳນວນຄຳຮ້ອງຂໍ ສິດທິບັດ, ອະນຸສິດທິບັດ, ການຈົດທະບຽນແບບອຸດສາຫະກຳ ຫຼື ເຄື່ອງໝາຍການຄ້າໃດໜຶ່ງ ອາດປະກອບເອກະສານກ່ຽວກັບວັນບູລິມະສິດ ໂດຍອີງໃສ່ຄຳຮ້ອງຂໍໜຶ່ງ ອັນ ຫຼື ຫຼາຍອັນ ທີ່ໄດ້ຍື່ນກ່ອນໜ້ານີ້ຢູ່ພາຍໃນປະເທດ, ຂົງເຂດ ຫຼື ສາກົນ ທີ່ຜູ້ຮ້ອງຂໍ ຫຼື ຜູ້ມີສິດຄົນ ກ່ອນ ຢູ່ ສປປ ລາວ ຫຼື ຢູ່ຕ່າງປະເທດ ຫຼື ຫ້ອງການຈົດທະບຽນຊັບສິນອຸດສາຫະກຳອື່ນ ຊຶ່ງເປັນພາຄີ ຂອງຂໍ້ຕົກລົງສາກົນ ທີ່ ສປປ ລາວ ເປັນພາຄີ ແລະໄດ້ກຳນົດສິດກ່ຽວກັບບູລິມະສິດ. ສຳລັບເງື່ອນໄຂ ໃນການຂໍຮັບວັນບູລິມະສິດນັ້ນ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ເມື່ອໄດ້ຍື່ນເອກະສານຂໍຮັບວັນບູລິມະສິດແລ້ວ ທຸກເອກະສານທີ່ຍື່ນຕາມຫຼັງ ກ່ອນໝົດອາ ຍຸວັນບູລິມະສິດ ຕາມທີ່ໄດ້ກ່າວໄວ້ໃນລຸ່ມນີ້ ຈະບໍ່ຖືວ່າເປັນໂມຄະ ຍ້ອນການກະທຳໃດໜຶ່ງ ໃນໄລຍະ ນັ້ນ ເປັນຕົ້ນ ການຍື່ນເອກະສານອື່ນ, ການພິມເຜີຍແຜ່ ຫຼື ການສະແຫວງຫາຜົນປະໂຫຍດຈາກການ ປະດິດສ້າງ, ການວາງຈຳໜ່າຍຜະລິດຕະພັນ ຈາກແບບອຸດສາຫະກຳ ຫຼື ການນຳໃຊ້ເຄື່ອງໝາຍ ແລະ ການກະທຳເຫຼົ່ານັ້ນ ບໍ່ສາມາດອ້າງສິດ ໃຫ້ບຸກຄົນທີສາມ ຫຼື ສິດໃດໜຶ່ງ ໃຫ້ແກ່ການຄອບຄອງ ສ່ວນຕົວ.

ເມື່ອໄດ້ຍື່ນເອກະສານຂໍຮັບວັນບູລິມະສິດແລ້ວ ຜູ້ຮ້ອງຂໍຕ້ອງຍື່ນສຳເນົາສຳນວນຄຳຮ້ອງ ນັ້ນ ເພື່ອເປັນບ່ອນອີງ ໃຫ້ແກ່ການຂໍຮັບວັນບູລິມະສິດ ຢູ່ ສປປ ລາວ,  ຢັ້ງຢືນຄວາມຖືກຕ້ອງ ຈາກ ບ່ອນທີ່ຮັບຄຳຮ້ອງນັ້ນ ພ້ອມທັງສະແດງວັນທີຮັບຄຳຮ້ອງດັ່ງກ່າວ. ສຳເນົາສຳນວນຄຳຮ້ອງດັ່ງກ່າວ ບໍ່ຈຳເປັນຕ້ອງຮັບຮອງຄວາມຖືກຕ້ອງ ແລະ ສາມາດຍື່ນໄດ້ພາຍໃນ ສາມເດືອນ ນັບແຕ່ ວັນຍື່ນຄຳ ຮ້ອງຂໍຢູ່ ສປປ ລາວເປັນຕົ້ນໄປ ໂດຍບໍ່ໄດ້ເສັຍຄ່າທຳນຽມແຕ່ຢ່າງໃດ.

ເມື່ອຄຳຮ້ອງຂໍຮັບວັນບູລິມະສິດ ຫາກບໍ່ຖືກຕ້ອງຕາມເງື່ອນໄຂ ທີ່ໄດ້ກຳນົດໄວ້ນັ້ນ ຄຳຮ້ອງ ຂໍຮັບວັນບູລິມະສິດດັ່ງກ່າວ ກໍຈະບໍ່ໄດ້ນຳມາພິຈາລະນາ. ໃນກໍລະນີດັ່ງກ່າວ ຫຼື ໃນກໍລະນີທີ່ບໍ່ມີຄຳ ຮ້ອງຂໍຮັບວັນບູລິມະສິດ ຫຼື ຄຳຮ້ອງຂໍຫາກໄດ້ຮັບພາຍຫຼັງໝົດອາຍຸວັນບູລິມະສິດ ຕາມທີ່ໄດ້ກຳນົດໄວ້ ແລ້ວ ວັນຮ້ອງຂໍ ແມ່ນມີຜົນສັກສິດ ນັບແຕ່ວັນຮັບຄຳຮ້ອງຂໍ ທີ່ຄົບຖ້ວນຕົວຈິງ ຢູ່ ສປປ ລາວ.

ໄລຍະເວລາຂໍຮັບ ວັນບູລິມະສິດ ສຳລັບສິດທິບັດ ແລະ ອະນຸສິດທິບັດ ແມ່ນ ສິບສອງ ເດືອນ ແລະ ສຳລັບແບບອຸດສາຫະກຳ ແລະ ເຄື່ອງໝາຍການຄ້າ ແມ່ນ ຫົກເດືອນ ນັບແຕ່ວັນໄດ້ຮັບ ວັນບູລິມະສິດ ເປັນຕົ້ນໄປ. ຂ້າງເທິງ

ມາດຕາ 30 (ໃໝ່). ການປົກປ້ອງຊົ່ວຄາວ ການປະດິດສ້າງ, ສິ່ງປະດິດ, ແບບອຸດສາຫະກຳ ແລະ ເຄື່ອງ  ໝາຍການຄ້າ ຢູ່ສະຖານທີ່ວາງສະແດງ  

ການປະດິດສ້າງ, ສິ່ງປະດິດ, ແບບອຸດສາຫະກຳ ແລະ ເຄື່ອງໝາຍການຄ້າ ທີ່ຕິດພັນກັບສິນ ຄ້າ ເຄື່ອງຂອງ ຊຶ່ງໄດ້ຈັດວາງສະແດງຢ່າງເປັນທາງການ ຫຼື ຢູ່ສະຖານທີ່ວາງສະແດງ ທີ່ສາກົນຮັບຮູ້ ຕ້ອງໄດ້ຮັບການປົກປ້ອງຊົ່ວຄາວ ຖ້າຫາກມີການຮ້ອງຂໍການປົກປ້ອງນັ້ນ ແລະ ໄດ້ຍື່ນຄຳຮ້ອງຂໍພາຍ ໃນ ຫົກເດືອນ ນັບແຕ່ວັນ ທີ່ໄດ້ວາງສະແດງສິນຄ້າ ຫຼື ໃຫ້ບໍລິການ ຄັ້ງທຳອິດຢູ່ສະຖານທີ່ວາງສະແດງ ນັ້ນ. ໃນກໍລະນີດັ່ງກ່າວ ຄຳຮ້ອງຂໍຈະຖືວ່າໄດ້ຍື່ນແລ້ວໃນວັນທີທີ່ສິນຄ້າໄດ້ຖືກວາງສະແດງຄັ້ງທຳອິດ ຢູ່ ສະຖານທີ່ວາງສະແດງດັ່ງກ່າວ ຖ້າວ່າການຮ້ອງຂໍປົກປ້ອງຊົ່ວຄາວພາຍໃຕ້ ມາດຕານີ້ ບໍ່ຖືກນຳມາ ໃຊ້ ເພື່ອຕໍ່ອາຍຸວັນຮ້ອງຂໍວັນບູລິມະສິດ. ຂ້າງເທິງ

ມາດຕາ 31(ປັບປຸງ).  ສຳນວນຄຳຮ້ອງຂໍຮັບ ສິດທິບັດ ຫຼື ອະນຸສິດທິບັດ

ສຳນວນຄຳຮ້ອງຂໍຮັບ ສິດທິບັດ ຫຼື ອະນຸສິດທິບັດ ຕ້ອງປະກອບດ້ວຍເອກະສານ ດັ່ງນີ້:

  1. ຄຳຮ້ອງຂໍຮັບ ສິດທິບັດ ຫຼື ອະນຸສິດທິບັດ;
  2. ໃບມອບສິດ ທີ່ບົ່ງບອກຊື່ ແລະ ທີ່ຢູ່ ຂອງຜູ້ຕາງໜ້າຕົນ ຢູ່ ສປປ ລາວ ໃນກໍລະນີ ທີ່ຍື່ນຄຳຮ້ອງຂໍຜ່ານຜູ້ຕາງໜ້າ;
  3. ບົດອະທິບາຍ ກ່ຽວກັບການເປີດເຜີຍ ການປະດິດສ້າງ ຫຼື ສິ່ງປະດິດ ຢ່າງຈະແຈ້ງ ແລະ ຄົບຖ້ວນ ເພື່ອໃຫ້ບຸກຄົນທີ່ມີຄວາມຮູ້ທົ່ວໄປ ໃນຂົງເຂດເຕັກໂນໂລຊີ ທີ່ກ່ຽວ ຂ້ອງເຂົ້າໃຈ ແລະ ໃຊ້ການປະດິດສ້າງ ຫຼື ສິ່ງປະດິດນັ້ນ ໃຫ້ເປັນປະໂຫຍດ, ບົດ ອະທິບາຍ ຈະຕ້ອງເປີດເຜີຍວິທີທີ່ດີສຸດ ສຳລັບການຜະລິດ ຫຼື ນຳໃຊ້ການປະດິດ ສ້າງ ຫຼື ສິ່ງປະດິດ;
  4. ໃນຂໍ້ຮຽກຮ້ອງຂໍຮັບສິດ ຕ້ອງກຳນົດຢ່າງຈະແຈ້ງ ຫົວຂໍ້ທີ່ຈະປົກປ້ອງ ແລະ ມີບົດອະ ທິບາຍ ສະໜັບສະໜູນຂ້ໍຮຽກຮ້ອງນັ້ນ;
  5. ຮູບແຕ້ມ ( ຖ້າຕ້ອງການ ເພື່ອໃຫ້ເຂົ້າໃຈການປະດິດສ້າງ ຫຼື ສິ່ງປະດິດ );
  6. ບົດສັງເຂບ;
  7. ໃບຮັບເງິນຄ່າທຳນຽມ.

ຄຳຮ້ອງຂໍ ອາດຄັດຕິດເອກະສານຂໍຮັບວັນບູລິມະສິດ ( ຖ້າຫາກມີ ) ດັ່ງທີ່ໄດ້ກຳນົດໄວ້ໃນ ມາດຕາ 29 ຂອງກົດໝາຍສະບັບນີ້.

ສຳນວນຄຳຮ້ອງຂໍຮັບ ສິດທິບັດ ຫຼື ອະນຸສິດທິບັດ ໜຶ່ງຊຸດ ສາມາດໃຊ້ໄດ້ສະເພາະ ແຕ່ ການປະດິດສ້າງ ຫຼື ສິ່ງປະດິດ ໜຶ່ງອັນເທົ່ານັ້ນ ຫຼື ກຸ່ມໜຶ່ງ  ຂອງການປະດິດສ້າງ ຫຼື ສິ່ງປະດິດ ທີ່ ພົວພັັນເຖິງການປະກອບເປັນແນວຄວາມຄິດໃນການປະດິດອັນໜຶ່ງອັນດຽວ ຕາມການຈັດໝວດຂອງ ສາກົນ.

ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຈະຮັບຄຳຮ້ອງຂໍ ແລະ ໃຫ້ວັນທີທີ່ຍື່ນຄຳຮ້ອງຂໍ ຊຶ່ງຢ່າງໜ້ອຍ ຕ້ອງປະກອບດ້ວຍ:

  • ຊື່, ທີ່ຢູ່ ແລະ ສັນຊາດ ຂອງຜູ້ຮ້ອງຂໍ;
  • ຊື່ຜູ້ປະດິດ ການປະດິດສ້າງ ຫຼື ສິ່ງປະດິດ;
  • ບົດອະທິບາຍການປະດິດສ້າງ ຫຼື ສິ່ງປະດິດ;
  • ຄ່າທຳນຽມ ຕາມລະບຽບການ.

ຖ້າບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຫາກຕ້ອງການຮັບສິດທິບັດ ຫຼື ອະນຸສິດທິບັດ ຕ້ອງ ຕອບສະໜອງທຸກເງື່ອນໄຂ ທີ່ກຳນົດໄວ້ໃຫ້ຄົບຖ້ວນ ພາຍໃນໄລຍະເວລາ ຕາມການກຳນົດຂອງ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ. ຂ້າງເທິງ

ມາດຕາ 32 (ປັບປຸງ).  ສຳນວນຄຳຮ້ອງຂໍຈົດທະບຽນແບບອຸດສາຫະກຳ 

ສໍານວນຄໍາຮ້ອງຂໍຈົດທະບຽນແບບອຸດສາຫະກຳ ມີ ດັ່ງນີ້:

  1. ຄຳຮ້ອງຂໍຈົດທະບຽນແບບອຸດສາຫະກຳ;
  2. ໃບມອບສິດທີ່ບົ່ງບອກຊື່ ແລະ ທີ່ຢູ່ ຂອງຜູ້ຕາງໜ້າຕົນ ຢູ່ ສປປ ລາວ ໃນກໍລະນີ ທີ່ ຍື່ນຄຳຮ້ອງຂໍຜ່ານຜູ້ຕາງໜ້າ;
  3. ຮູບແຕ້ມ ຫຼື ຮູບຖ່າຍ ຈຳນວນໜຶ່ງຮູບ ຫຼື ຫຼາຍຮູບ ທີ່ບົ່ງບອກເຖິງແບບອຸດສາຫະກຳ ຢ່າງຈະແຈ້ງ  ເພື່ອສະແດງໃຫ້ເຫັນລັກສະນະຮູບຊົງຂອງແບບນັ້ນ;
  4. ບົດອະທິບາຍໂດຍສັງເຂບ ກ່ຽວກັບຊະນິດສິນຄ້າ ທີ່ກ່ຽວຂ້ອງກັບ ແບບອຸດສາຫະ ກຳ;
  5. ໃບຮັບເງິນຄ່າທຳນຽມ.

ຄຳຮ້ອງຂໍ ອາດຄັດຕິດເອກະສານຂໍຮັບວັນບູລິມະສິດ ( ຖ້າຫາກມີ ) ດັ່ງທີ່ໄດ້ກຳນົດໄວ້ໃນ ມາດຕາ 29 ຂອງກົດໝາຍສະບັບນີ້.

ສຳນວນຄຳຮ້ອງຂໍຈົດທະບຽນແບບອຸດສາຫະກຳ ສາມາດໃຊ້ໄດ້ສະເພາະແບບອຸດສາຫະ ກຳດຽວ ຫຼື ໃນຊຸດດຽວກັນ ທີ່ກ່ຽວກັບແບບດັ່ງກ່າວ ສຳລັບໝວດດຽວກັນ ຕາມການຈັດໝວດຂອງສາ ກົນ.

ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຈະຮັບຄຳຮ້ອງຂໍ ແລະ ໃຫ້ວັນທີທີ່ຍື່ນຄຳຮ້ອງຂໍ ຊຶ່ງຢ່າງໜ້ອຍຕ້ອງປະກອບດ້ວຍ:

  • ຊື່, ທີ່ຢູ່ ແລະ ສັນຊາດ ຂອງຜູ້ຮ້ອງຂໍ;
  • ຮູບແຕ້ມ ຫຼື ຮູບຖ່າຍ;
  • ຄ່າທຳນຽມ ຕາມລະບຽບການ.

ຖ້າບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຫາກຕ້ອງການ ຈົດທະບຽນແບບອຸດສາຫະກຳ ຕ້ອງ ຕອບສະໜອງທຸກເງື່ອນໄຂ ທີ່ກຳນົດໄວ້ໃຫ້ຄົບຖ້ວນ ພາຍໃນໄລຍະເວລາ ຕາມການກຳນົດຂອງ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ. ຂ້າງເທິງ

ມາດຕາ 33 (ປັບປຸງ).  ສຳນວນຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ

ສຳນວນຄຳຮ້ອງຂໍຈົດທະບຽນ ເຄື່ອງໝາຍການຄ້າ ປະກອບດ້ວຍເອກະສານ ດັ່ງນີ້:

  1. ຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ;
  2. ໃບມອບສິດ ທີ່ບົ່ງບອກຊື່ ແລະ ທີ່ຢູ່ ຂອງຜູ້ຕາງໜ້າຕົນ ຢູ່ ສປປ ລາວ ໃນກໍລະນີ ທີ່ຍື່ນຄຳຮ້ອງຂໍຜ່ານຜູ້ຕາງໜ້າ;
  3. ຮູບແຕ້ມ ຫຼື ຮູບຖ່າຍ ຫຼື ຕົວຢ່າງເຄື່ອງໝາຍ ທີ່ຈະແຈ້ງ;
  4. ບົດອະທິບາຍ ກ່ຽວກັບສິນຄ້າ ທີ່ເຄື່ອງໝາຍການຄ້າຈະຖືກນຳໃຊ້ ຫຼື ການບໍລິການ ທ່ີກ່ຽວຂ້ອງ. ຖ້າວ່າຄຳຮ້ອງຂໍ ຫາກກ່ຽວຂ້ອງກັບເຄື່ອງໝາຍການຄ້າລວມໝູ່ ຫຼື ເຄື່ອງໝາຍຮັບຮອງນັ້ນ ຄຳຮ້ອງຂໍຕ້ອງບົ່ງບອກເຄື່ອງໝາຍດັ່ງກ່າວໄວ້ຢ່າງຄັກແນ່ ແລະ ຕ້ອງປະກອບບົດອະທິບາຍ ກ່ຽວກັບການຈະນຳໃຊ້ເຄື່ອງໝາຍນັ້ນ;
  5. ໃບຮັບເງິນຄ່າທຳນຽມ.

ຄຳຮ້ອງຂໍ ອາດຄັດຕິດເອກະສານຂໍຮັບວັນບູລິມະສິດ ( ຖ້າຫາກມີ ) ດັ່ງທີ່ໄດ້ກຳນົດໄວ້ໃນ ມາດຕາ 29 ຂອງກົດໝາຍສະບັບນີ້.

ຄຳຮ້ອງຂໍຈົດທະບຽນໜຶ່ງສະບັບ ແມ່ນໃຊ້ໄດ້ສະເພາະເຄື່ອງໝາຍການຄ້າ ອັນດຽວເທົ່ານັ້ນ ແຕ່ສາມາດຍື່ນຂໍໄດ້ຫຼາຍໝວດຂອງສິນຄ້າ ຫຼື ການບໍລິການ ຕາມການຈັດໝວດຂອງສາກົນ ບົນເງື່ອນໄຂຂອງການຊຳລະຄ່າທຳນຽມ ສຳລັບແຕ່ລະໝວດຂອງສິນຄ້າ ຫຼື ການບໍລິການ.

ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຈະຮັບຄຳຮ້ອງຂໍ ແລະ ໃຫ້ວັນທີທີ່ຍື່ນຄຳຮ້ອງຂໍ ຊຶ່ງຢ່າງໜ້ອຍ ຕ້ອງປະກອບດ້ວຍ:

  • ຊື່, ທີ່ຢູ່ ແລະ ສັນຊາດ ຂອງຜູ້ຮ້ອງຂໍ;
  • ຮູບແຕ້ມ ຫຼື ຮູບຖ່າຍ ຫຼື ຕົວຢ່າງເຄື່ອງໝາຍ;
  • ຄ່າທຳນຽມ ຕາມລະບຽບການ.

ຖ້າບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຫາກຕ້ອງການຈົດທະບຽນເຄື່ອງໝາຍການຄ້າ ຕ້ອງ ຕອບສະໜອງທຸກເງື່ອນໄຂ ທີ່ກຳນົດໄວ້ໃຫ້ຄົບຖ້ວນ ພາຍໃນໄລຍະເວລາ ຕາມການກຳນົດ ຂອງ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ. ຂ້າງເທິງ

ມາດຕາ 34 (ປັບປຸງ).  ສຳນວນຄຳຮ້ອງຂໍຈົດທະບຽນ ແບບຜັງວົງຈອນລວມ

 ສໍານວນຄຳຮ້ອງຂໍຈົດທະບຽນ ແບບຜັງວົງຈອນລວມ ປະກອບດ້ວຍເອກະສານ ດັ່ງນີ້:

  1. ຄຳຮ້ອງຂໍຈົດທະບຽນ ແບບຜັງວົງຈອນລວມ;
  2. ໃບມອບສິດ ທີ່ບົ່ງບອກຊື່ ແລະ ທີ່ຢູ່ ຂອງຜູ້ຕາງໜ້າຕົນ ຢູ່ ສປປ ລາວ ໃນກໍລະນີ ທີ່ຍື່ນຄຳຮ້ອງຂໍຜ່ານຜູ້ຕາງໜ້າ;
  3. ບົດອະທິບາຍ ກ່ຽວກັບການນຳໃຊ້ໃນທາງການຄ້າເທື່ອທຳອິດ ຂອງແບບຜັງ ຫຼື ວົງ ຈອນລວມ ທີ່ເຊື່ອມຕໍ່ເຂົ້າກັນ;    
  4. ແຜນວາດ ຂອງແບບຜັງວົງຈອນລວມ ເພື່ອສາມາດຈຳແນກແບບຜັງ;
  5. ບົດອະທິບາຍ ກ່ຽວກັບໜ້າທີ່ທາງດ້ານອີເລັກໂຕຣນິກ ທີ່ວົງຈອນລວມທຳງານ ຫຼື ຈຸດປະສົງ ເພື່ອເຮັດໃຫ້ວົງຈອນລວມທຳງານ ຖ້າຫາກວົງຈອນລວມ ໄດ້ຖືກນຳໄປ ຫາຜົນປະໂຫຍດໃນທາງການຄ້າແລ້ວ;
  6. ໃບຮັບເງິນຄ່າທຳນຽມ.

ສຳນວນຄຳຮ້ອງ ຂໍຈົດທະບຽນແບບຜັງວົງຈອນລວມແຕ່ລະຊຸດ ສາມາດໃຊ້ໄດ້ສະເພາະ ແຕ່ແບບຜັງວົງຈອນລວມ ໜຶ່ງອັນເທົ່ານັ້ນ.

ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຈະຮັບຄຳຮ້ອງຂໍ ແລະ ໃຫ້ວັນທີທີ່ຍື່ນຄຳຮ້ອງຂໍ ຊຶ່ງຢ່າງໜ້ອຍຕ້ອງປະກອບດ້ວຍ:

  • ຊື່, ທີ່ຢູ່ ແລະ ສັນຊາດ ຂອງຜູ້ຮ້ອງຂໍ;
  • ການເປີດເຜີຍແບບຜັງວົງຈອນລວມ ;
  • ຄ່າທຳນຽມ ຕາມລະບຽບການ.

ຖ້າບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຫາກຕ້ອງການຈົດທະບຽນແບບຜັງວົງຈອນລວມ ຕ້ອງຕອບສະໜອງທຸກເງື່ອນໄຂ ທີ່ກຳນົດໄວ້ໃຫ້ຄົບຖ້ວນ ພາຍໃນໄລຍະເວລາ ຕາມການກຳນົດຂອງ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ. ຂ້າງເທິງ

າດຕາ 35 (ປັບປຸງ).  ສຳນວນຄຳຮ້ອງຂໍຈົດທະບຽນແຫຼ່ງກໍາເນີດ

 ສໍານວນຄຳຮ້ອງຂໍຈົດທະບຽນ ແຫຼ່ງກຳເນີດ ປະກອບດ້ວຍເອກະສານ ດັ່ງນີ້:

  1. ຄຳຮ້ອງຂໍຈົດທະບຽນ ແຫ່ຼງກຳເນີດ;
  2. ໃບມອບສິດ ທີ່ບົ່ງບອກຊື່ ແລະ ທີ່ຢູ່ ຂອງຜູ້ຕາງໜ້າຕົນ ຢູ່ ສປປ ລາວ ໃນກໍລະນີທີ່ ຍື່ນຄຳຮ້ອງຂໍຜ່ານຜູ້ຕາງໜ້າ;
  3. ຮູບຂອງແຫຼ່ງກຳເນີດ ທີ່ຈະແຈ້ງ;
  4. ບົດລາຍງານ ກ່ຽວກັບຂົງເຂດພູມສາດ ທີ່ຈະນຳໃຊ້ເປັນແຫຼ່ງກຳເນີດ;
  5. ສິນຄ້າ ທີ່ກ່ຽວຂ້ອງກັບແຫຼ່ງກຳເນີດ ແລະ ວິທີການກວດກາທີ່ຈະນຳໃຊ້;
  6. ບົດລາຍງານ ກ່ຽວກັບຈຸດເດ່ັນ ຂອງແຫຼ່ງກຳເນີດ ຊຶ່ງຜູ້ຮ້ອງຂໍສະເໜີໃຫ້ເປັນແຫຼ່ງ ກຳເນີດ ແລະ ຫຼັກຖານ ເພື່ອສະໜັບສະໜູນບົດລາຍງານນັ້ນ;
  7. ຫຼັກຖານຢັ້ງຢືນການປົກປ້ອງແຫຼ່ງກຳເນີດ ຢູ່ໃນປະເທດຕົ້ນກຳເນີດ ໃນກໍະນີທີ່ຄຳ ຮ້ອງຂໍຈົດທະບຽນນັ້ນ ໄດ້ອີງໃສ່ການປົກປ້ອງຢູ່ຕ່າງປະເທດ;
  8. ໃບຮັບເງິນຄ່າທຳນຽມ.

ສຳນວນຄຳຮ້ອງ ຂໍຈົດທະບຽນແຫຼ່ງກຳເນີດແຕ່ລະຊຸດ ສາມາດໃຊ້ໄດ້ສະເພາະແຕ່ແຫຼ່ງ ກຳເນີດ ໜຶ່ງອັນເທົ່ານັ້ນ.

ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຈະຮັບຄຳຮ້ອງຂໍ ແລະ ໃຫ້ວັນທີທີ່ຍື່ນຄຳຮ້ອງຂໍ ຊຶ່ງຢ່າງໜ້ອຍ ຕ້ອງປະກອບດ້ວຍ:

  • ຊື່, ທີ່ຢູ່ ແລະ ສັນຊາດ ຂອງຜູ້ຮ້ອງຂໍ;
  • ຮູບຂອງແຫຼ່ງກຳເນີດ;
  • ບົດລາຍງານ ກ່ຽວກັບຂົງເຂດພູມສາດ ທີ່ຈະນຳໃຊ້ເປັນແຫຼ່ງກຳເນີດ;
  • ສິນຄ້າທີ່ກ່ຽວຂ້ອງກັບແຫຼ່ງກຳເນີດ;
  • ຄ່າທຳນຽມ ຕາມລະບຽບການ.

ຖ້າບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຫາກຕ້ອງການຈົດທະບຽນແຫຼ່ງກຳເນີດ ຕ້ອງຕອບ ສະໜອງທຸກເງື່ອນໄຂທີ່ກຳນົດໄວ້ໃຫ້ຄົບຖ້ວນ ພາຍໃນໄລຍະເວລາ ຕາມການກຳນົດຂອງ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ. ຂ້າງເທິງ

ມາດຕາ 36 (ປັບປຸງ).  ການສະໜອງຂໍ້ມູນເພີ່ມເຕີມ

ໃນກໍລະນີ ທີ່ມີການຍື່ນຄຳຮ້ອງຂໍຈົດທະບຽນຢູ່ຕ່າງປະເທດ ແລະ ຄຳຮ້ອງຂໍດັ່ງກ່າວ ປະ ກອບດ້ວຍເນື້ອໃນອັນດຽວກັນ, ເປັນບາງສ່ວນ ຫຼື ທັງໝົດ ທີ່ຄືກັນກັບຄຳຮ້ອງຂໍທີ່ໄດ້ຍື່ນຢູ່ ສປປ ລາວ ນັ້ນ ຜູ້ຮ້ອງຂໍຈະເປີດເຜີຍການຂໍຈົດທະບຽນກ່ອນໜ້ານັ້ນກໍໄດ້.

 ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ອາດສະເໜີໃຫ້ຜູ້ຮ້ອງຂໍ ຫຼື ຜູ້ຮ້ອງຂໍອາດສະ ໜອງເອກະສານທີ່ກ່ຽວຂ້ອງດ້ວຍຕົນເອງ ໂດຍສະເພາະຜົນຂອງການຄົ້ນຫາ ຫຼື ບົດລາຍງານການ ກວດສອບ ຫຼື ສຳເນົາສິດທິບັດ ຫຼື ອະນຸສິດທິບັດ ຫຼື ໃບຢັ້ງຢືນການຈົດທະບຽນ ຊັບສິນອຸດສາຫະກຳ ທີ່ອອກໃຫ້ຢູ່ຕ່າງປະເທດກໍໄດ້. ຂ້າງເທິງ

ມາດຕາ 37 (ໃໝ່).  ພາສາທີ່ໃຊ້ສຳລັບການປະກອບສຳນວນຄຳຮ້ອງຂໍ

ສຳນວນຄຳຮ້ອງຂໍຈົດທະບຽນຊັບສິນອຸດສາຫະກຳ ແລະ ເອກະສານຄັດຕິດອື່ນໆ ສາມາດ ເຮັດເປັນພາສາລາວ ຫຼື ອັງກິດກໍໄດ້. ຖ້າວ່າຄຳຮ້ອງຂໍ ຫຼື ເອກະສານ ທີ່ໄດ້ເຮັດເປັນພາສາອັງກິດນັ້ນ ຜູ້ຮ້ອງຂໍຍັງຕ້ອງຍື່ນສະບັບແປເປັນພາສາລາວ ໂດຍໄດ້ຮັບການຢັ້ງຢືນຄວາມຖືກຕ້ອງ ພາຍໃນ ເກົ້າສິບ ວັນ ຫຼັງຈາກວັນໄດ້ຍື່ນຄຳຮ້ອງຂໍ. ຂ້າງເທິງ

ມາດຕາ 38 (ປັບປຸງ).  ການກວດສອບສຳນວນຄຳຮ້ອງຂໍຈົດທະບຽນຊັບສິນອຸດສາຫະກຳເບື້ອງຕົ້ນ

 ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຈະດຳເນີນການກວດສອບເບື້ອງຕົ້ນທຸກຄຳ ຮ້ອງຂໍຈົດທະບຽນ ຊັບສິນອຸດສາຫະກຳ ເພື່ອຮັບປະກັນວ່າຄຳຮ້ອງຂໍນັ້ນ ຄົບຖ້ວນຖືກຕ້ອງຕາມແບບ ຟອມ ແລະ ໄດ້ຈ່າຍຄ່າທຳນຽມແລ້ວ. ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຈະແຈ້ງ ໃຫ້ຜູ້ຮ້ອງ ຂໍຮູ້ວ່າ ຄໍາຮ້ອງຂໍນັ້ນພຽງພໍ ພໍທີ່ຈະໄດ້ຮັບວັນທີທີ່ຍື່ນຄຳຮ້ອງຂໍແລ້ວ.

ຖ້າເຫັນວ່າຄໍາຮ້ອງຂໍນັ້ນ ຫາກບໍ່ຄົບຖ້ວນ ຫຼື  ບໍ່ຖືກຕ້ອງ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ກໍຈະແຈ້ງໃຫ້ຜູ້ຍື່ນຄຳຮ້ອງຂໍ ເພື່ອແກ້ໄຂ ພາຍໃນ ຫົກສິບວັນ ນັບແຕ່ວັນອອກແຈ້ງການ ເປັນຕົ້ນໄປ. ຂ້າງເທິງ

ມາດຕາ 39.  ການພິມເຜີຍແຜ່ ຄຳຮ້ອງຂໍຈົດທະບຽນຊັບສິນອຸດສາຫະກຳ

ພາຍຫຼັງ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ດຳເນີນການກວດສອບເບື້ອງຕົ້ນ ສຳນວນຄຳຮ້ອງຂໍຈົດທະບຽນ ການປະດິດສ້າງ ຫຼື ສິ່ງປະດິດ ສຳເລັດແລ້ວ  ກໍຈະຈັດພິມເຜີຍແຜ່ລົງໃນຈົດໝາຍເຫດທາງລັດຖະການ ກ່ຽວກັບຊັບສິນອຸດສາຫະກຳ ໃນເດືອນທີ ສິບເກົ້າ ນັບແຕ່ວັນຍື່ນຄຳ ຮ້ອງຂໍ ຫຼື ວັນບຸລິມະສິດ ເປັນຕົ້ນໄປ. ຂ້າງເທິງ

ມາດຕາ 40.  ການກວດສອບເນື້ອໃນ ຂອງສຳນວນຄຳຮ້ອງຂໍຈົດທະບຽນຊັບສິນອຸດສາຫະກຳ 

ພາຍຫັລງ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ດຳເນີນການກວດສອບເບື້ອງຕົ້ນ ສຳນວນຄຳຮ້ອງຂໍຈົດທະບຽນສຳເລັດແລ້ວ ກໍຈະດຳເນີນການກວດສອບເນື້ອໃນ ຂອງສຳນວນຄຳຮ້ອງຂໍຈົດ ທະບຽນການປະດິດສ້າງ, ສິ່ງປະດິດ, ແບບອຸດສາຫະກຳ, ເຄື່ອງໝາຍການຄ້້າ ແລະ ແຫຼ່ງກຳເນີດ.

ສຳລັບ ສຳນວນຄຳຮ້ອງຂໍຈົດທະບຽນແບບຜັງວົງຈອນລວມ ຈະບໍ່ໄດ້ກວດສອບເນື້ອໃນ. ຂ້າງເທິງ

ມາດຕາ 41 (ປັບປຸງ). ການສະເໜີໃຫ້ກວດສອບເນື້ອໃນ ຂອງສຳນວນຄຳຮ້ອງຂໍຈົດທະບຽນຊັບສິນອຸດສາ ຫະກຳ 

ຄຳຮ້ອງຂໍຮັບສິດທິບັດ ຈະຖືກກວດສອບເນື້ອໃນ ເພື່ອກຳນົດໃຫ້ຮູ້ວ່າ ມີຄວາມສອດຄ່ອງກັບ ເງື່ອນໄຂຂໍຮັບສິດທິບັດ ຫຼື ອະນຸສິດທິບັດ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້. ການກວດສອບ ເນື້ອໃນຈະອີງໃສ່ການຄົ້ນຫາຄວາມຮູ້ດ້ານເຕັກນິກທີ່ມີຢູ່. ໃນກໍລະນີ ທີ່ຄຳຮ້ອງຂໍໄດ້ເຮັດການຄົ້ນຫາ ຫຼື ກວດສອບໂດຍອົງການອື່ນມາກ່ອນແລ້ວ ຜູ້ຮ້ອງຂໍສາມາດສະໜອງສຳເນົາ ຂອງບົດລາຍງານຈາກ ອົງການດັ່ງກ່າວ ແລະ ສະເໜີໃຫ້ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ພິຈາລະນາຮັບຮອງເອົາ ແທນທີ່ຈະດໍາເນີນການຄົ້ນຫາ ຢູ່ ສປປ ລາວ.

ໃນກໍລະນີ ທີ່ຜູ້ຍື່ນຄຳຮ້ອງຂໍ ບໍ່ສາມາດຕອບສະໜອງບົດລາຍງານ ຜົນຂອງການກວດສອບເນື້ອໃນ ຂອງການປະດິດສ້າງ ຫຼື ສິ່ງປະດິດ ທີ່ກ່ຽວຂ້ອງກັບຄຳຮ້ອງຂໍ ທີ່ກຳລັງຂໍຈົດທະບຽນຢູ່ນັ້ນ ຜູ້ຮ້ອງຂໍສາມາດສະເໜີໃຫ້ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ກວດສອບເນື້ອໃນສຳນວນຄຳ ຮ້ອງຂໍດັ່ງກ່າວ. ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຈະດຳເນີນການກວດສອບເນື້ອໃນ ໃນໄລຍະເວລາ ສາມສິບສອງເດືອນ ສຳລັບການປະດິດສ້າງ ແລະ ສິບສອງເດືອນ ສຳລັບສິ່ງປະດິດ ໂດຍນັບແຕ່ວັນຍື່ນຄຳຮ້ອງຂໍ ຫຼື ວັນບຸລິມະສິດ ເປັນຕົ້ນໄປ. ການໃຊ້ຈ່າຍຕ່າງໆ ໃນການສະເໜີໃຫ້ກວດສອບເນື້ອໃນ ຂອງສຳນວນຄຳຮ້ອງຂໍຈົດທະບຽນ ການປະດິດສ້າງ ຫຼື ສິ່ງປະດິດນັ້ນ ຈະຕົກເປັນພາລະຂອງຜູ້ຮ້ອງຂໍ.

ສຳລັບການຂໍຈົດທະບຽນແບບອຸດສາຫະກຳ, ເຄື່ອງໝາຍການຄ້າ ແລະ ແຫຼ່ງກຳເນີດ ຈະບໍ່ ມີການສະເໜີໃຫ້ກວດສອບເນື້ຶອໃນ. ຂ້າງເທິງ

ມາດຕາ 42 (ໃໝ່).  ການດັດແກ້ ແລະ ແຍກຄຳຮ້ອງຂໍ

ໃນໄລຍະພິຈາລະນາຄຳຮ້ອງຂໍ ກ່ອນກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຈະອອກໃບ ຢັ້ງຢືນນັ້ນ ຜູ້ຮ້ອງຂໍສາມາດດັດແກ້ ຫຼື ແຍກຄຳຮ້ອງຂໍໄດ້ທຸກເວລາ ຕາມວິທີການ ດັ່ງນີ້:

  1. ດັດແກ້ຄຳຮ້ອງຂໍໂດຍ ບໍ່ເສັຍຄ່າທຳນຽມ;
  2. ແຍກຄຳຮ້ອງຂໍ ເປັນສອງ ຫຼື ຫຼາຍຄຳຮ້ອງຂໍ ຫຼື ຍ່ືນຄຳຮ້ອງຂໍຄືນໃໝ່ ໂດຍມີການ ດັດແກ້ ຫຼື ບໍ່ດັດແກ້ ແຕ່ຕ້ອງປະຕິບັດພາຍຫຼັງ ທີ່ໄດ້ຈ່າຍຄ່າທຳນຽມແລ້ວ;
  3. ຍື່ນຄຳຮ້ອງຂໍຄືນໃໝ່ ກ່ຽວກັບການປ່ຽນຮູບແບບ ຂອງການຂໍປົກປ້ອງ ແຕ່ຕ້ອງຍື່ນ ພາຍຫຼັງ ທີ່ໄດ້ຈ່າຍຄ່າທຳນຽມແລ້ວ.

ການດັດແກ້ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 1 ຂອງວັກ 1 ຂອງມາດຕານີ້ ຈະຕ້ອງ:

  1. ບໍ່ເປັນການໃຊ້ຂໍ້ມູນຂ່າວສານໃໝ່ດ້ານເຕັກນິກ ທີ່ບໍ່ໄດ້ອ້າງອີງໃນຄຳຮ້ອງຂໍສະບັບ ຕົ້ນ ໃນການຍ່ືນຄຳຮ້ອງຂໍຄືນໃໝ່ ເພື່ອຮັບສິດທິບັດ, ອະນຸສິດທິບັດ ຫຼື ຈົດທະບຽນ ແບບຜັງວົງຈອນລວມ;
  2. ບໍ່ປ່ຽນແປງຮູບຊົງທີ່ສຳຄັນ  ຂອງແບບອຸດສາຫະກຳ ຫຼື ບໍ່ປ່ຽນແປງທາດແທ້ອັນສຳຄັນ ຂອງເຄື່ອງໝາຍ ຫຼື ຂອງແຫຼ່ງກຳເນີດໃດໜຶ່ງ.

ໃນກໍລະນີ ທີ່ຄຳຮ້ອງຂໍຖືກແຍກ ຫຼື ນຳມາຍື່ນໃໝ່ ດັ່ງໄດ້ກຳນົດໄວ້ໃນ ຂໍ້ 2 ຫຼື ຂໍ້ 3 ຂອງວັກ 1 ຂອງມາດຕານີ້ ຄຳຮ້ອງຂໍເຫຼົ່ານັ້ນ ຕ້ອງໄດ້ຮັບວັນທີທີ່ຍື່ນຄຳຮ້ອງຂໍ ແລະ ວັນບຸລິມະສິດ ຕາມທີ່ໄດ້ ກຳນົດໄວ້ໃນລະບຽບການ. ຂ້າງເທິງ

ມາດຕາ 43 (ປັບປຸງ).  ສຳນວນຄຳຮ້ອງຂໍຈົດທະບຽນຊັບສິນອຸດສາຫະກຳ ທີ່ບໍ່ນຳມາພິຈາລະນາ

 ສໍານວນຄຳຮ້ອງຂໍຈົດທະບຽນຊັບສິນອຸດສາຫະກຳ ທີ່ບໍ່ນຳມາພິຈາລະນາ ມີ ດັ່ງນີ້:

  1. ສຳນວນຄຳຮ້ອງຂໍ ບໍ່ຄົບຖ້ວນ;
  2. ຊັບສິນອຸດສາຫະກຳ ບໍ່ມີເງື່ອນໄຂ ຈະໄດ້ຮັບການປົກປ້ອງ;
  3. ຜູ້ຍື່ນສຳນວນຄຳຮ້ອງຂໍ ບໍ່ມີສິດຂໍຈົດທະບຽນ;
  4. ຜູ້ຍື່ນສຳນວນຄຳຮ້ອງຂໍ ບໍ່ໄດ້ຈ່າຍຄ່າທຳນຽມສຳລັບ ຄຳຮ້ອງຂໍ ຫຼື ການຮັກສາອາຍຸ ການປົກປ້ອງ;
  5. ຜູ້ຍື່ນສຳນວນຄຳຮ້ອງຂໍ ບໍ່ໄດ້ສະເໜີໃຫ້ກວດສອບເນື້ອໃນ ຂອງສຳນວນຄຳຮ້ອງຂໍຈົດທະບຽນການປະດິດສ້າງ ຫຼື ສິ່ງປະດິດ ໃນໄລຍະເວລາທີ່ໄດ້ກຳນົດໄວ້ໃນມາດຕາ 41 ຂອງກົດໝາຍສະບັບນີ້ ແລະ ຜູ້ຮ້ອງຂໍບໍ່ດັດແກ້ຈຸດບົກຜ່ອງເທິງນີ້ ພາຍໃນໄລຍະ ເວລາ ຕາມການກຳນົດ ຂອງກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ. ຂ້າງເທິງ

ມາດຕາ 44 (ປັບປຸງ).  ການຈົດທະບຽນ

ພາຍຫຼັງການກວດສອບ ແລະ ພິຈາລະນາ ສຳນວນຄຳຮ້ອງຂໍຈົດທະບຽນຊັບສິນອຸດສາຫະ ກຳ ທີ່ເຫັນວ່າຖືກຕ້ອງຕາມເງື່ອນໄຂ ທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຈະອອກສິດທິບັດ, ອະນຸສິດທິບັດ ຫຼື ໃບຢັ້ງຢືນ ການຈົດທະບຽນຊັບສິນອຸດສາຫະ ກຳ ໃຫ້ຜູ້ຮ້ອງຂໍ, ບັນທຶກລົງໃນປຶ້ມບັນທຶກການຈົດທະບຽນ ແລະ ພິມເຜີຍແຜ່ຜົນຂອງການຈົດທະບຽນ ດັ່ງກ່າວ ລົງໃນຈົດໝາຍເຫດທາງລັດຖະການ ກ່ຽວກັບຊັບສິນອຸດສາຫະກຳ.

ເມື່ອມີການຈົດທະບຽນ ແບບອຸດສາຫະກຳ, ເຄື່ອງໝາຍການຄ້າ ຫຼື ແຫຼ່ງກຳເນີດໃດໜຶ່ງແລ້ວ ບຸກຄົນທີສາມທີ່ສົນໃຈ ສາມາດສະເໜີຮ້ອງຂໍຄັດຄ້ານ ຫຼື ຍົກເລີກ ກ່ຽວກັບການຈົດທະບຽນ ດັ່ງກ່າວ ພາຍໃນກຳນົດເວລາ ຫ້າປີ ນັບແຕ່ວັນພິມເຜີຍແຜ່ ໃນຈົດໝາຍເຫດທາງລັດຖະການ ເປັນ ຕົ້ນໄປ. ຂ້າງເທິງ

ມາດຕາ 45 (ປັບປຸງ).  ການສິ້ນສຸດສິດໃນຊັບສິນອຸດສາຫະກຳ

ສິດທິບັດ, ອະນຸສິດທິບັດ ແລະ ການຈົດທະບຽນຊັບສິນອຸດສາຫະກຳອື່ນ ຈະສິ້ນສຸດລົງ ໃນກໍລະນີ ດັ່ງນີ້:

  1. ອາຍຸການປົກປ້ອງໄດ້ສິ້ນສຸດລົງ;
  2. ເຈົ້າຂອງຊັບສິນອດຸສາຫະກຳ ບໍ່ຕໍ່ອາຍຸ ການຈົດທະບຽນ ແລະ ບໍ່ຈ່າຍຄ່າທຳນຽມ ຕາມລະບຽບການ. ບໍ່ວ່າໃນກໍລະນີໃດ ສິດດັ່ງກ່າວ ຈະສິ້ນສຸດລົງໃນວັນສຸດທ້າຍຂອງ ໄລຍະການປົກປ້ອງໝົດອາຍຸ ແລະ ໃນວັນສຸດທ້າຍ ຂອງຄ່າທຳນຽມທີ່ໄດ້ຈ່າຍແລ້ວ;
  3. ສິດທິບັດ, ອະນຸສິດທິບັດ ຫຼື ການຈົດທະບຽນ ເປັນໂມຄະ ຖ້າພົບເຫັນວ່າ ເງື່ອນໄຂ ເພື່ອຂໍປົກປ້ອງຢ່າງໜຶ່ງ ຫຼື ຫຼາຍຢ່າງ ບໍ່ຄົບຖ້ວນ; ໃນກໍລະນີການພົບເຫັນພຽງແຕ່ ສ່ວນໃດສ່ວນໜຶ່ງ ຂອງຊັບສິນອຸດສາຫະກຳ ບໍ່ຖືກຕ້ອງຕາມເງື່ອນໄຂ ກໍຈະເປັນໂມ ຄະແຕ່ສະເພາະສ່ວນນັ້ນ ໂດຍນັບແຕ່ວັນອອກສິດທິບັດ, ອະນຸສິດທິບັດ ຫຼື ໃບຢັ້ງຢືນ ການຈົດທະບຽນ ເປັນຕົ້ນໄປ;
  4. ສິດໃນຊັບສິນອຸດສາຫະກຳ ສຳລັບການບໍ່ສະແຫວງຫາຜົນປະໂຫຍດທາງການຄ້າ ຈະສີ້ນສຸດລົງ ຕາມຄຳຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ. ຂ້າງເທິງ

ໝວດທີ 4
ເຈົ້າຂອງສິດໃນຊັບສິນອຸດສາຫະກຳ

ມາດຕາ 46 (ປັບປຸງ).  ເຈົ້າຂອງຊັບສິນອຸດສາຫະກໍາ

ພາຍຫັລງທີ່ໄດ້ຮັບ ສິດທິບັດ, ອະນຸສິດທິບັດ ຫຼື ການຈົດທະບຽນ ຢ່າງຖືກຕ້ອງຕາມກົດໝາຍແລ້ວ ຜູ້ຮ້ອງຂໍຈະກາຍເປັນເຈົ້າຂອງຊັບສິນອຸດສາຫະກຳ.

ໃນກໍລະນີ ທີ່ມີການວ່າຈ້າງໃຫ້ປະດິດສ້າງ ຫຼື ອອກແບບຊັບສິນອຸດສາຫະກຳນັ້ນ ສິດໃນຊັບສິນອຸດສາຫະກຳດັ່ງກ່າວ ແມ່ນເປັນຂອງຜູ້ວ່າຈ້າງ ເວັ້ນເສັຍແຕ່ມີການຕົກລົງກັນໄວ້ຢ່າງອື່ນ. ຂ້າງເທິງ

ມາດຕາ 47 (ປັບປຸງ).  ສິດ ຂອງເຈົ້າຂອງຊັບສິນອຸດສາຫະກຳ

ເຈົ້າຂອງຊັບສິນອຸດສາຫະກຳ ມີ ສິດ ດັ່ງນີ້:

  1. ໄດ້ຮັບປະໂຫຍດ ທີ່ໄດ້ມາຈາກການສະແຫວງຫາຜົນປະໂຫຍດຂອງຊັບສິນອຸດສາຫະກຳ;
  2. ໂອນສິດທັງໝົດ ຫຼື ສ່ວນໃດສ່ວນໜຶ່ງ ໃຫ້ຜູ້ອື່ນ ດ້ວຍການຂາຍ, ແລກປ່ຽນ, ໃຫ້ເຊົ່າ ຫຼື ມອບ;
  3. ອະນຸຍາດໃຫ້ບຸກຄົນອື່ນ ສະແຫວງຫາຜົນປະໂຫຍດ ທັງໝົດ ຫຼື ສ່ວນໃດສ່ວນໜຶ່ງ ໃນຊັບສິນອຸດສາຫະກຳຂອງຕົນ;
  4. ມອບການສືບທອດ ແລະ ໂອນກຳມະສິດ ຊັບສິນອຸດສາຫະກຳ ຂອງຕົນໃຫ້ຜູ້ອື່ນ;
  5. ປົກປ້ອງຊັບສິນອຸດສາຫະກຳຂອງຕົນ ຕາມລະບຽບກົດໝາຍ ຈາກການລະເມີດ ຂອງຜູ້ອື່ນ. ຂ້າງເທິງ

ໝວດທີ 5
ອາຍຸການປົກປ້ອງ ຊັບສິນອຸດສາຫະກຳ

ມາດຕາ 48.  ອາຍຸການປົກປ້ອງ ສິດທິບັດ

ອາຍຸການ ຂອງສິດທິບັດ ມີກຳນົດ ຊາວປີ ນັບແຕ່ວັນຍື່ນຄຳຮ້ອງຂໍຮັບເປັນຕົ້ນໄປ ເພື່ອຮັກສາອາຍຸການປົກປ້ອງນັ້ນ ເຈົ້າຂອງສິດທິບັດ ຕ້ອງຈ່າຍຄ່າທຳນຽມລ່ວງໜ້າ ແຕ່ລະປີ. ຂ້າງເທິງ

ມາດຕາ 49.  ອາຍຸການປົກປ້ອງ ອະນຸສິດທິບັດ

ອາຍຸການ ຂອງອະນຸສິດທິບັດ ມີກຳນົດ ສິບປີ ນັບແຕ່ວັນຍື່ນຄຳຮ້ອງຂໍຮັບເປັນຕົ້ນໄປ ເພື່ອຮັກສາອາຍຸການປົກປ້ອງນັ້ນ ເຈົ້າຂອງອະນຸສິດທິບັດ ຕ້ອງຈ່າຍຄ່າທຳນຽມລ່ວງໜ້າ ແຕ່ລະປີ. ຂ້າງເທິງ

ມາດຕາ 50.  ອາຍຸການປົກປ້ອງ ແບບອຸດສາຫະກຳ

ອາຍຸການ ຂອງການປົກປ້ອງແບບອຸດສາຫະກຳ ມີກຳນົດ ສິບຫ້າປີ ນັບແຕ່ວັນຍື່ນຄຳຮ້ອງຂໍຈົດທະບຽນເປັນຕົ້ນໄປ.

ເພື່ອຮັກສາອາຍຸການປົກປ້ອງນັ້ນ ເຈົ້າຂອງແບບອຸດສາຫະກຳ ຕ້ອງຈ່າຍຄ່າທຳນຽມລ່ວງໜ້າເທື່ອລະ ຫ້າປີ. ຂ້າງເທິງ

ມາດຕາ 51 (ປັບປຸງ).  ອາຍຸການປົກປ້ອງ ເຄື່ອງໝາຍການຄ້າ

ອາຍຸການ ຂອງການປົກປ້ອງເຄື່ອງໝາຍການຄ້າ ມີກຳນົດ ສິບປີ ນັບແຕ່ວັນຈົດທະບຽນເປັນຕົ້ນໄປ, ເມື່ອຄົບກຳນົດແລ້ວ ສາມາດຕໍ່ອາຍຸ ເທື່ອລະ ສິບປີ ໄດ້ຕະຫຼອດໄປ. ເພື່ອຮັກສາອາຍຸການປົກປ້ອງນັ້ນ ເຈົ້າຂອງເຄື່ອງໝາຍການຄ້າ ຕ້ອງຈ່າຍຄ່າທຳນຽມລ່ວງ ໜ້າເທື່ອລະ ສິບປີ. ຂ້າງເທິງ

ມາດຕາ 52.  ອາຍຸການປົກປ້ອງ ແບບຜັງວົງຈອນລວມ

ອາຍຸການ ຂອງການປົກປ້ອງແບບຜັງວົງຈອນລວມ ມີກຳນົດ ສິບສອງປີ ນັບແຕ່ວັນຍື່ນຄຳຮ້ອງ ຂໍຈົດທະບຽນເປັນຕົ້ນໄປ.ເພື່ອຮັກສາອາຍຸການປົກປ້ອງນັ້ນ ເຈົ້າຂອງແບບຜັງວົງຈອນລວມ ຕ້ອງຈ່າຍຄ່າທຳນຽມລ່ວງໜ້າ ແຕ່ລະປີ. ຂ້າງເທິງ

ມາດຕາ 53.  ອາຍຸການປົກປ້ອງ ແຫຼ່ງກຳເນີດ        

ອາຍຸການ ຂອງການປົກປ້ອງແຫຼ່ງກຳເນີດ ມີຕະຫຼອດໄປ ນັບແຕ່ວັນໄດ້ຮັບໃບຢັ້ງຢືນ ການ ຈົດທະບຽນເປັນຕົ້ນໄປ ແລະ ຈ່າຍຄ່າທຳນຽມເທື່ອດຽວ. ຂ້າງເທິງ

ມາດຕາ 54.  ອາຍຸການປົກປ້ອງຄວາມລັບທາງການຄ້າ

ອາຍຸການ ຂອງການປົກປ້ອງຄວາມລັບທາງການຄ້າ ມີຕະຫຼອດໄປ ຈົນກວ່າຄວາມລັບທາງການຄ້າຈະຖືກເປີດເຜີຍ. ຂ້າງເທິງ

ໝວດທີ 6
ສິດ ແລະ ພັນທະ ຂອງເຈົ້າຂອງຊັບສິນອຸດສາຫະກຳ

ມາດຕາ 55 (ປັບປຸງ).  ສິດຂອງເຈົ້າຂອງ ສິດທິບັດ ແລະ ອະນຸສິດທິບັດ

 ເຈົ້າຂອງສິດທິບັດ ມີ ສິດ ດັ່ງນີ້:

  1. ໃນກໍລະນີ ທີ່ສິດທິບັດ ກ່ຽວຂ້ອງກັບຜະລິດຕະພັນ:

1.1.  ສິດປ້ອງກັນ ບໍ່ໃຫ້ບຸກຄົນອື່ນຜະລິດ, ນຳເຂົ້າ, ສະເໜີຂາຍ, ຂາຍ ຫຼື ນຳໃຊ້ ຜະລິດຕະພັນ ທີ່ໄດ້ຮັບສິດທິບັດແລ້ວ ໂດຍບໍ່ໄດ້ຮັບອະນຸຍາດ ຈາກເຈົ້າຂອງ;

1.2.  ສິດປ້ອງກັນ ບໍ່ໃຫ້ບຸກຄົນອື່ນ ເກັບຮັກສາຜະລິດຕະພັນດັ່ງກ່າວ ເພື່ອສະເໜີ ຂາຍ, ຂາຍ ຫຼື ນຳໃຊ້ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງ.

  1. ໃນກໍລະນີ ທີ່ສິດທິບັດ ກ່ຽວຂ້ອງກັບຂະບວນການຜະລິດ:

2.1  ສິດປ້ອງກັນ ບໍ່ໃຫ້ບຸກຄົນອື່ນ ນຳໃຊ້ຂະບວນການຜະລິດດັ່ງກ່າວ ໂດຍບໍ່ໄດ້ ຮັບອະນຸຍາດຈາກເຈົ້າຂອງ;
2.2  ສິດປ້ອງກັນ ບໍ່ໃຫ້ບຸກຄົນອື່ນດຳເນີນການໃດໆ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 1 ຂອງມາດຕານີ້ ຕໍ່ຜະລິດຕະພັນທີ່ເກີດໂດຍກົງ ຈາກຂະບວນການຜະລິດ ທີ່ໄດ້ ຮັບສິດທິບັດແລ້ວ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງ.

  1. ອະນຸຍາດໃຫ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ບໍ່ແມ່ນເຈົ້າຂອງສິດທິບັດ ດຳ ເນີນການໃດໜຶ່ງ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 1 ແລະ ຂໍ້ 2 ຂອງມາດຕານີ້ ຢູ່ ສປປ ລາວ;
  2. ປົກປ້ອງຜົນປະໂຫຍດຂອງຕົນ ຕາມລະບຽບກົດໝາຍ ຈາກການລະເມີດຂອງຜູ້ອື່ນ ເຊັ່ນ ສິດໃນການຮ້ອງຟ້ອງ, ສິດໃນການໄດ້ຮັບການຊົດເຊີຍ ຈາກຄວາມເສັຍຫາຍ ທີ່ຜູ້ອື່ນໄດ້ກໍ່ຂຶ້ນ;
  3. ປ້ອງກັນ ບໍ່ໃຫ້ຜູ້ອື່ນສະແຫວງຫາຜົນປະໂຫຍດຈາກການປະດິດສ້າງ ທີ່ໄດ້ຮັບສິດ ທິບັດແລ້ວ, ສາມາດດຳເນີນການຮ້ອງຟ້ອງໄດ້ ພາຍຫຼັງໄດ້ຮັບສິດທິບັດແລ້ວ ຕໍ່ ການລະເມີດ ທີ່ເກີດຂຶ້ນໃນຂະນະທີ່ຄຳຮ້ອງຂໍ ຢູ່ໃນໄລຍະພິຈາລະນາ ແລະ ການ ລະເມີດນັ້ນ ໄດ້ເກີດຂຶ້ນ ຫຼັງຈາກການພິມເຜີຍແຜ່ຄໍາຮ້ອງ ຂໍຮັບສິດທິບັດ ຫຼື ຖ້າຜູ້ລະເມີດ ໄດ້ຮັບແຈ້ງການ ກ່ຽວກັບຄຳຮ້ອງຂໍຮັບສິດທິບັດ.

ສຳລັບເຈົ້າຂອງອະນຸສິດທິບັດ ມີສິດ ເຊັ່ນດຽວກັນກັບເຈົ້າຂອງສິດທິບັດ. ຂ້າງເທິງ

ມາດຕາ 56 (ປັບປຸງ).  ສິດຂອງເຈົ້າຂອງແບບອຸດສາຫະກຳ

ເຈົ້າຂອງແບບອຸດສາຫະກໍາ ມີສິດປ້ອງກັນບຸກຄົນທີສາມ ບໍ່ໃຫ້ຜະລິດ, ຂາຍ ຫຼື ນຳເຂົ້າວັດ ຖຸ ທີ່ໃຊ້ແບບອຸດສາຫະກຳ ຫຼື ເປັນຮູບຊົງແບບອຸດສາຫະກຳ ຊຶ່ງເປັນການກ່າຍແບບ ຫຼື ການລອກຮຽນ ແບບຂອງແບບອຸດສາຫະກຳ ເພື່ອຈຸດປະສົງທາງການຄ້າ ໂດຍບໍ່ໄດ້ຮັບອະນຸຍາດ ຈາກເຈົ້າຂອງ.

ບົດບັນຍັດໃນ ຂໍ້ 3, ຂໍ້ 4 ແລະ ຂໍ້ 5 ຂອງມາດຕາ 55  ຂອງກົດໝາຍສະບັບນີ້ ຈະໄດ້ຮັບ ການປະຕິບັດເຊັ່ນດຽວກັນ ເຖິງວ່າ ການພິມເຜີຍແຜ່ຈະຖືກເລື່ອນອອກໄປກໍຕາມ ການຮ້ອງຟ້ອງຕໍ່ ສານຈະບໍ່ເກີດຂຶ້ນ ເວັ້ນເສັຍແຕ່ຂໍ້ມູນທີ່ກ່ຽວຂ້ອງ ໄດ້ຖືກແຈ້ງໃຫ້ຜູ້ຖືກຮ້ອງຟ້ອງ ຮູ້ກ່ອນໜ້ານີ້. ຂ້າງເທິງ

ມາດຕາ 57 (ປັບປຸງ).  ສິດຂອງເຈົ້າຂອງເຄື່ອງໝາຍການຄ້າ

ເຈົ້າຂອງເຄື່ອງໝາຍການຄ້າ ມີ ສິດ ດັ່ງນີ້:

  1. ປ້ອງກັນບໍ່ໃຫ້ບຸກຄົນທີສາມ ນຳໃຊ້ ເຄື່ອງໝາຍການຄ້າ, ເຄື່ອງໝາຍບໍລິການ ທີ່ ຄືກັນ, ຄ້າຍຄືກັນ ຫຼື ກ່ຽວຂ້ອງກັນ ກັບ ສິນຄ້າ ຫຼື ການບໍລິການ ຊຶ່ງຄືກັນ, ຄ້າຍຄື ກັນ ຫຼື ກ່ຽວຂ້ອງກັນ ເຄື່ອງໝາຍການຄ້າ ຫຼື ເຄື່ອງໝາຍບໍລິການ ທີ່ຕົນໄດ້ຈົດທະ ບຽນແລ້ວ ຊຶ່ງການນຳໃຊ້ ອາດກໍ່ໃຫ້ເກີດຄວາມສັບສົນ. ການນຳໃຊ້ສັນຍາລັກທີ່ຄື ກັນ ສຳລັບສິນຄ້າ ຫຼື ການບໍລິການທີ່ຄືກັນ ຈະຖືກສັນນິຖານວ່າ ເປັນການສ້າງ ຄວາມສັບສົນ;
  2. ປ້ອງກັນບໍ່ໃຫ້ບຸກຄົນທີສາມ ຂາຍ ຫຼື ໂຄສະນາສິນຄ້າ ທີ່ຕິດເຄື່ອງໝາຍ ຫຼື ການ ນຳໃຊ້ເຄື່ອງໝາຍ ກັບການບໍລິການ ແລະ ການນຳເຂົ້າ ຫຼື ສົ່ງອອກສິນຄ້າທີ່ຕິດ ເຄື່ອງໝາຍດັ່ງກ່າວ.
  3. ປົກປ້ອງຜົນປະໂຫຍດຂອງຕົນ ຕາມລະບຽບກົດໝາຍ ຈາກການລະເມີດຂອງຜູ້ອື່ນ ເຊັ່ນ ສິດໃນການຮ້ອງຟ້ອງ, ສິດໃນການໄດ້ຮັບການຊົດເຊີຍ ຈາກຄວາມເສັຍຫາຍ ທີ່ຜູ້ອື່ນໄດ້ກໍ່ຂຶ້ນ.

ສິດ ທີ່ໄດ້ກຳນົດໄວ້ໃນ ຂໍ້ 1 ແລະ ຂໍ້ 2 ຂອງມາດຕານີ້ ຕ້ອງບໍ່ສ້າງຄວາມເສັຍຫາຍ ຕໍ່ສິດ ທີ່ມີກ່ອນໜ້ານີ້.ສິດທີ່ໄດ້ກຳນົດໄວ້ ໃນຂ້າງເທິງນີ້ ຈະນຳມາປະຕິບັດເຊັ່ນດຽວກັນ ຕໍ່ເຄື່ອງໝາຍທີ່ມີຊື່ສຽງ ແລະ ຊື່ການຄ້າ ເຖິງວ່າຈະໄດ້ຈົດທະບຽນ ຫຼື ບໍ່ກໍຕາມ. ຂ້າງເທິງ

ມາດຕາ 58 (ປັບປຸງ).  ສິດຂອງເຈົ້າຂອງແບບຜັງວົງຈອນລວມ

ເຈົ້າຂອງແບບຜັງວົງຈອນລວມ ມີສິດປ້ອງກັນຜູ້ອື່ນ ທີ່ບໍ່ໄດ້ຮັບອະນຸຍາດ:

  1. ຜະລິດຊ້ຳ ແບບຜັງວົງຈອນລວມທັງໝົດ ເຖິງວ່າຈະບັນຈຸໄວ້ ໃນວົງຈອນລວມ ຫຼື ຢ່າງອື່ນກໍຕາມ;
  2. ຜະລິດຊ້ຳວົງຈອນລວມ ສ່ວນໃດ ສ່ວນໜຶ່ງ ເຖິງວ່າຈະບັນຈຸ ໄວ້ໃນວົງຈອນລວມ ຫຼື ຢ່າງອື່ນກໍຕາມ ຍົກເວັ້ນການຜະລິດຊ້ຳສ່ວນໃດ ສ່ວນໜຶ່ງ ທີ່ບໍ່ຈຳເປັນຈະໃຫ້ຖືກ ຕ້ອງ ຕາມເງື່ອນໄຂຂອງຕົ້ນສະບັບ ທີ່ໄດ້ກຳນົດໄວ້ ໃນ ຂໍ້ 1 ມາດຕາ 18 ຂອງກົດໝາຍສະບັບນີ້;
  3. ນຳເຂົ້າ, ຂາຍ ຫຼື ຈຳໜ່າຍ ແບບຜັງ ທີ່ໄດ້ຮັບການປົກປ້ອງ ຫຼື ວົງຈອນລວມ ຊຶ່ງລວມເຂົ້າກັນຢູ່ໃນແບບຜັງ ທີ່ໄດ້ຮັບການປົກປ້ອງ ເພື່ອຈຸດປະສົງທາງການຄ້າ;
  4. ນຳເຂົ້າ, ຂາຍ ຫຼື ຈຳໜ່າຍ ຊິ້ນສ່ວນທີ່ລວມເຂົ້າກັນ ຫຼື ວົງຈອນລວມ ຊຶ່ງລວມເຂົ້າ ກັນໃນແບບຜັງ ທີ່ໄດ້ຮັບການປົກປ້ອງ ເພື່ອຈຸດປະສົງທາງການຄ້າ ເມື່ອໃດທີ່ວົງ ຈອນລວມ ຍັງບັນຈຸຜັງວົງຈອນລວມທີ່ຖືກຜະລິດ ຊ້ຳຢ່າງຜິດກົດໝາຍ.

ການດຳເນີນການໃດໜຶ່ງ ກ່ຽວກັບວົງຈອນລວມ ທີ່ລວມເຂົ້າກັບແບບຜັງ ທີ່ຜະລິດຊ້ຳຢ່າງ ຜິດກົດໝາຍ ຫຼື ຊິ້ນສ່ວນໃດໜຶ່ງ ທີ່ລວມເຂົ້າກັບວົງຈອນລວມ ຊຶ່ງຜູ້ດຳເນີນການ ຫຼື ຜູ້ສັ່ງໃຫ້ດຳເນີນ ການດັ່ງກ່າວ ບໍ່ຮູ້ ແລະ ບໍ່ມີຄວາມສາມາດ ພຽງພໍທີ່ຈະຮູ້ ໃນເວລາໄດ້ຮັບວົງຈອນລວມ ຫຼື ຊິ້ນສ່ວນ ດັ່ງກ່າວ ທີ່ລວມເຂົ້າກັບວົງຈອນລວມນັ້ນ ຊຶ່ງລວມເຂົ້າກັບແບບຜັງທີ່ໄດ້ຜະລິດຊ້ຳຢ່າງຜິດກົດໝາຍ, ຖ້າວ່າພາຍຫຼັງໄລຍະທີ່ບຸກຄົນນັ້ນໄດ້ຮັບແຈ້ງວ່າ ແບບຜັງທີ່ໄດ້ຜະລິດຊ້ຳນັ້ນ ຜິດກົດໝາຍ, ບຸກຄົນ ນັ້ນ ອາດມີການກະທຳໃດໜຶ່ງ ທີ່່ກ່ຽວຂ້ອງກັບສິນຄ້າ ທ່ີຢູ່ໃນການຄອບຄອງຂອງຕົນ ຫຼື ສິນຄ້າທີ່ໄດ້ ສັ່ງໄວ້ແລ້ວ ກ່ອນໜ້ານັ້ນ ຈະບໍ່ຖືວ່າເປັນການລະເມີດກົດໝາຍ, ແຕ່ຜູ້ກ່ຽວຕ້ອງຮັບຜິດຊອບຈ່າຍຄ່າ ພາກຫຼວງຢ່າງສົມເຫດສົມຜົນ ໃຫ້ແກ່ເຈົ້າຂອງສິດ ໃນມູນຄ່າທີ່ໄດ້ຕົກລົງ ຕາມການເຈລະຈາກັນ ເພື່ອຂໍໃບອະນຸຍາດນຳໃຊ້ແບບຜັງດັ່ງກ່າວ.

ການຜະລິດຊ້ຳ ແບບຜັງວົງຈອນລວມ ເພື່ອຈຸດປະສົງສຳລັບການປະເມີນຜົນ, ການວິເຄາະ, ການຄົ້ນຄວ້າ ຫຼື ການສິດ ສອນສ່ວນຕົວນັ້ນ ຈະບໍ່ຖືວ່າເປັນການລະເມີດກົດໝາຍ.

ເຈົ້າຂອງສິດ ຈະບໍ່ມີສິດ ກ່ຽວກັບແບບຜັງຕົ້ນສະບັບ ທີ່ຄືກັນ ຊຶ່ງບຸກຄົນທີສາມໄດ້ສ້າງຂຶ້ນ ຢ່າງເປັນເອກະລາດແລ້ວ. ຂ້າງເທິງ

ມາດຕາ 59 (ປັບປຸງ).  ສິດຂອງເຈົ້າຂອງທະບຽນແຫຼ່ງກຳເນີດ

ເຈົ້າຂອງທະບຽນແຫຼ່ງກຳເນີດ ມີ ສິດ ດັ່ງນີ້:

  1. ປ້ອງກັນບໍ່ໃຫ້ຜູ້ອື່ນ ນຳໃຊ້ແຫຼ່ງກຳເນີດ ຕໍ່ສິນຄ້າ ຫຼື ນຳເອົາແຫຼ່ງກຳເນີດເຂົ້າໃນ ເຄື່ອງໝາຍການຄ້າຂອງຕົນ ແລະ ປ້ອງກັນບໍ່ໃຫ້ຜູ້ອື່ນ ຂາຍ, ໂຄສະນາ, ນຳເຂົ້າ ຫຼື ສົ່ງອອກ ສິນຄ້າ ທີ່ນຳໃຊ້ແຫຼ່ງກຳເນີດ ຫຼື ນຳເອົາແຫຼ່ງກຳເນີດ ເຂົ້າໃນເຄື່ອງໝາຍ ການຄ້າດັ່ງກ່າວ;
  2. ຄັດຄ້ານການນຳໃຊ້ແຫຼ່ງກຳເນີດ ໃນຂໍ້ 1 ເທິງນີ້ ທີ່ກ່ຽວຂ້ອງກັບ ເຫຼົ້າແວັງ ຫຼື ເຫຼົ້າຂາວ ເຖິງວ່າການແປພາສາ ຫຼື ການນຳເອົາຄຳສັບ ເຊັ່ນ ປະເພດ, ຊະນິດ, ແບບທີ່ຮຽນແບບ ຫຼື ທີ່ຄ້າຍຄືກັນນີ້ມານຳໃຊ້ກໍຕາມ;
  3. ປົກປ້ອງແຫຼ່ງກຳເນີດ ເພື່ອຕ້ານກັບການບົ່ງບອກແຫຼ່ງກຳເນີດ ຊຶ່ງມາຈາກດິນແດນ, ຂົງເຂດ ຫຼື ທ້ອງຖິ່ນດັ່ງກ່າວແທ້ ແຕ່ເຮັດໃຫ້ສາທາລະນະຊົນເຂົ້າໃຈຜິດວ່າເປັນສິນ ຄ້າທີ່ມາຈາກດິນແດນອື່ນ;
  4. ປົກປ້ອງຜົນປະໂຫຍດຂອງຕົນ ຕາມລະບຽບກົດໝາຍ ຈາກການລະເມີດຂອງຜູ້ອື່ນ ເຊັ່ນ ສິດໃນການຮ້ອງຟ້ອງ, ສິດໃນການໄດ້ຮັບການຊົດເຊີຍ ຈາກຄວາມເສັຍຫາຍ ທີ່ຜູ້ອື່ນໄດ້ກໍ່ຂຶ້ນ.
  5. ມີແຕ່ຜູ້ຜະລິດ ທີ່ດຳເນີນທຸລະກິດຢູ່ໃນເຂດພູມສາດ ທີ່ຖືກກຳນົດໃຫ້ເປັນແຫຼ່ງກຳເນີດ ເທົ່ານັ້ນ ຈຶ່ງສາມາດນຳໃຊ້ແຫຼ່ງກຳເນີດທີ່ໄດ້ຈົດທະບຽນ ຕໍ່ ຫຼື ກ່ຽວຂ້ອງກັບສິນຄ້າ ທີ່ພົວພັນເຖິງແຫຼ່ງ ກຳເນີດ.

ການກະທຳໃດໜຶ່ງ ທີ່ເປັນການລະເມີດສິດ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 1 ຫຼື ຂໍ້ 2 ຂອງມາດຕານີ້ ລວມທັງການນຳໃຊ້ທຸກພາຫະນະເພື່ອກຳນົດ ຫຼື ນຳສະເໜີສິນຄ້າ ທີ່ບົ່ງບອກ ຫຼື ແນະນຳແຫຼ່ງ ທີ່ມາຂອງສິນຄ້າ ຊຶ່ງບໍ່ແມ່ນແຫຼ່ງກຳເນີດທີ່ແທ້ຈິງ ແລະ ເຮັດໃຫ້ສາທາລະນະຊົນຫຼົງເຊື່ອວ່າ ມາຈາກ ແຫຼ່ງກຳເນີດນັ້ນ ກໍຈະຖືວ່າເປັນການແຂ່ງຂັນທີ່ບໍ່ເປັນທໍາ.

ສິດທີ່ໄດ້ກຳນົດໄວ້ໃນ ຂໍ້ 1 ແລະ ຂໍ້ 2 ຂອງມາດຕານີ້ ຈະປະຕິບັດຕໍ່ການບົ່ງບອກແຫຼ່ງທີ່ ມາຂອງສິນຄ້າ ທີ່ຄ້າຍຄື ຫຼື ອ່ານອອກສຽງຄືກັນ ກັບແຫຼ່ງກຳເນີດ ທີ່ໄດ້ຮັບການປົກປ້ອງ ຊຶ່ງພາໃຫ້ ເຂົ້າໃຈຜິດ. ຂ້າງເທິງ

ມາດຕາ 60 (ປັບປຸງ).  ສິດຂອງເຈົ້າຂອງຄວາມລັບທາງການຄ້າ

ເຈົ້າຂອງຄວາມລັບທາງການຄ້າ ມີ ສິດ ດັ່ງນີ້:

  1. ປ້ອງກັນບໍ່ໃຫ້ຜູ້ອື່ນ ເປີດເຜີຍ, ຄອບຄອງ ຫຼື ນຳໃຊ້ ຂໍ້ມູນຄວາມລັບທາງການຄ້າ ທີ່ຢູ່ໃນການຄວບຄຸມ ກວດກາ ຂອງຕົນຢ່າງຖືກຕ້ອງ ແລະ ທີ່ມີລັກສະນະຂັດກັບ ພຶດຕິກຳທາງການຄ້າທີ່ສຸດຈະລິດ, ຍົກເວັ້ນ:

1.1.  ການຄົ້ນພົບຂໍ້ມູນ ດ້ວຍວິທີວິສະວະກຳຢ້ອນກັບ (reverse engineering), ການທົດສອບໃນຫ້ອງທົດລອງ ຫຼື ການວິເຄາະ ຫຼື ວິທີການທີ່ຄ້າຍຄືກັນ;
1.2.  ການຄອບຄອງຂໍ້ມູນ ໂດຍປາສະຈາກພັນທະ ໃນການຮັກສາຄວາມລັບ ຫຼື ດ້ວຍການໄວ້ເນື້ອເຊື່ອໃຈ.

  1. ປົກປ້ອງຜົນປະໂຫຍດຂອງຕົນ ຕາມລະບຽບກົດໝາຍ ຈາກການລະເມີດຂອງຜູ້ອື່ນ ເຊັ່ນ ສິດໃນການຮ້ອງຟ້ອງ, ສິດໃນການໄດ້ຮັບການຊົດເຊີຍ ຈາກຄວາມເສັຍຫາຍ ທີ່ຜູ້ອື່ນໄດ້ກໍ່ຂຶ້ນ;
  2. ບໍ່ອະນຸຍາດ ໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ສໍ້ໂກງ ຫຼື ຍັກຍອກຄວາມລັບ ທາງການຄ້າ;
  3. ເປີດເຜີຍ, ຖອດຖອນ ຫຼື ນຳໃຊ້ ຄວາມລັບທາງການຄ້າ ຫຼື ມອບສິດໃຫ້ຜູ້ອື່ນ ເປີດ ເຜີຍ, ຖອດຖອນ ຫຼື ນຳໃຊ້ ໂດຍອາດກຳນົດເນື້ອໃນ ແລະ ເງື່ອນໄຂຕ່າງໆ ເພື່ອຮັກ ສາຄວາມລັບ;
  4. ຄວບຄຸມ ກວດກາ ບຸກຄົນ ທີ່ຮູ້ຄວາມລັບທາງການຄ້າ ຈາກການຈ້າງງານ ຫຼື ສັນຍາ ຫຼື ຂໍ້ຕົກລົງອື່ນ ຊຶ່ງມີພັນທະຮັກສາຄວາມລັບດັ່ງກ່າວ ຈົນກວ່າຈະມີການເປີດເຜີຍ ເຖິງວ່າ ການຈ້າງງານ ຫຼື ສັນຍາ ຫຼື ຂໍ້ຕົກລົງ ໄດ້ສິ້ນສຸດລົງກ່ອນກໍຕາມ.

  ຄວາມລັບທາງການຄ້າ ບໍ່ຈຳເປັນຕ້ອງຈົດທະບຽນ. ຂ້າງເທິງ

ມາດຕາ 61 (ປັບປຸງ).  ການປົກປ້ອງ ການທົດລອງ ຫຼື ຂໍ້ມູນອື່ນ

ໃນກໍລະນີ ມີການອະນຸມັດດ້ານການຕະຫຼາດ ກ່ຽວກັບຜະລິດຕະພັນການຢາ ຫຼື ສານເຄມີ ກະສິກຳ ທີ່ນຳໃຊ້ສານເຄມີໃໝ່ ເປັນເງື່ອນໄຂກ່ຽວກັບການສະໜອງຂໍ້ມູນການທົດລອງ ຫຼື ຂ້ໍມູນອື່ນ ທີ່ບໍ່ໄດ້ຖືກເປີດເຜີຍ  ແລະ ໄດ້ມາດ້ວຍການໃຊ້ຄວາມພະຍາຍາມຢ່າງຫຼວງຫຼາຍ ຊຶ່ງຈະຕ້ອງຖືກປົກ ປ້ອງຕໍ່ການນຳໃຊ້ທາງການຄ້າທີ່ບໍ່ເປັນທຳ ແລະ ຕໍ່ການເປີດເຜີຍ ໂດຍບໍ່ໄດ້ຮັບອະນຸຍາດ ຈາກເຈົ້າ ຂອງຂໍ້ມູນດັ່ງກ່າວ. ເຖິງຢ່າງໃດກໍຕາມ ຂໍ້ມູນເຫຼົ່ານັ້ນ ອາດຈະຖືກເປີດເຜີຍ ເພື່ອປົກປ້ອງສາທາລະນະ ຊົນເທົ່າທີ່ຈຳເປັນ. ບຸກຄົນທີ່ບໍ່ແມ່ນຜູ້ສະໜອງຂໍ້ມູນ ບໍ່ມີສິດນຳໃຊ້ຂໍ້ມູນດັ່ງກ່າວ ໂດຍບໍ່ໄດ້ຮັບອະ ນຸຍາດ ໃນການຂໍອະນຸມັດຜະລິດຕະພັນຂອງຕົນ ຕະຫຼອດໄລຍະ ຫ້າປີ ນັບແຕ່ວັນທີ ທີ່ ສປປ ລາວ ໄດ້ອອກໃບອະນຸມັດ ໃຫ້ແກ່ບຸກຄົນທີ່ສ້າງຂໍ້ມູນນັ້ນ ເພື່ອນຳຜະລິດຕະພັນອອກສູ່ຕະຫຼາດ.

ການກະທໍາທີ່ເປັນການລະເມີດມາດຕານີ້ ຈະຖືວ່າເປັນການແຂ່ງຂັນທີ່ບໍ່ເປັນທໍາ. ເຈົ້າຂອງ ຂໍ້ມູນທີ່ກຳນົດໄວ້ໃນມາດຕານີ້ ມີສິດນຳໃຊ້ມາດຕະການຕ່າງໆ ເຊັ່ນ ຮ້ອງຟ້ອງຕໍ່ສານ ຕໍ່ບຸກຄົນ, ນິຕິ ບຸກຄົນ ຫຼື ການຈັດຕັ້ງທີ່ດຳເນີນການແຂ່ງຂັນທີ່ບໍ່ເປັນທໍາ ຫຼື ດຳເນີນການອື່ນໆ ຊຶ່ງອາດຈະເກີດການ ແຂ່ງຂັນທີ່ບໍ່ເປັນທໍາ, ເວັ້ນເສັຍແຕ່ກົດໝາຍ ໄດ້ກຳນົດໄວ້ເປັນຢ່າງອື່ນ. ຂ້າງເທິງ

ມາດຕາ 62.  ພັນທະ ຂອງເຈົ້າຂອງຊັບສິນອຸດສາຫະກຳ

ເຈົ້າຂອງຊັບສິນອຸດສາຫະກຳ ມີ ພັນທະ ດັ່ງນີ້:

  1. ເປັນເຈົ້າການໃນການປົກປ້ອງ ແລະ ຄຸ້ມຄອງ ສິດຂອງຕົນ ດ້ວຍການຕິດຕາມ ກວດ ກາການນຳໃຊ້ ຊັບສິນອຸດສາຫະກຳ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້;
  2. ເປັນເຈົ້າການຊຸກຍູ້ ແລະ ສົ່ງເສີມ ໃຫ້ສັງຄົມໄດ້ນຳໃຊ້ຊັບສິນອຸດສາຫະກຳ ຂອງຕົນ ບົນພື້ນຖານຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ;
  3. ເປັນເຈົ້າການ ໃນການແຈ້ງຂໍ້ມູນ ກ່ຽວກັບການລະເມີດຊັບສິນອຸດສາຫະກຳ ຂອງຕົນ ໃຫ້ແກ່ອົງການຈັດຕັ້ງລັດ ທີ່ມີໜ້າທີ່ຮັບຜິດຊອບຕໍ່ວຽກງານດັ່ງກ່າວ;
  4. ເສັຍພັນທະໃຫ້ລັດ ທີ່ໄດ້ມາຈາກການສະແຫວງຫາຜົນປະໂຫຍດ, ການໃຫ້ເຊົ່າ, ການ ໂອນ ຫຼື ການສືບທອດຊັບສິນອຸດສາຫະກຳ ຫຼື ການທີ່ໄດ້ຮັບຜົນປະໂຫຍດອື່ນ ຕາມລະບຽບກົດໝາຍ;
  5. ເປັນເຈົ້າການປະສານງານ ໃນການແກ້ໄຂການລະເມີດຊັບສິນອຸດສາຫະກຳຂອງຕົນ. ຂ້າງເທິງ

ໝວດທີ 7
ຂໍ້ຈຳກັດ ຕໍ່ສິດທາງດ້ານຊັບສິນອຸດສາຫະກຳ

ມາດຕາ 63 (ປັບປຸງ). ການນຳໃຊ້ ສິດທິບັດ ຫຼື ອະນຸສິດທິບັດ ໂດຍບໍ່ຈຳເປັນຕ້ອງໄດ້ຮັບອະນຸຍາດ ຈາກ  ເຈົ້າຂອງ

ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ສາມາດອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງຜະລິດ, ນຳໃຊ້ ຫຼື ນຳເຂົ້າ ການປະດິດສ້າງ ຫຼື ສິ່ງປະດິດ ທີ່ໄດ້ຮັບສິດທິບັດ ຫຼື ອະນຸສິດທິ ບັດ ຕາມຄຳສັ່ງຂອງນາຍົກລັດຖະມົນຕີ ໂດຍບໍ່ຈຳເປັນຕ້ອງໄດ້ຮັບອະນຸຍາດລ່ວງໜ້າ ຈາກເຈົ້າຂອງ ສິດທິບັດ ຫຼື ອະນຸສິດທິບັດ ບົນເງື່ອນໄຂ:

  1. ການອະນຸຍາດ ມີກໍລະນີ ດັ່ງນີ້:

1.1.    ໃນສະພາບການສຸກເສີນຂອງຊາດ ຫຼື ໃນສະພາວະສຸກເສີນ ທີ່ຮ້າຍແຮງ ແລະ ຮີບດ່ວນທີ່ສຸດ ເຊັ່ນ ໄພພິບັດ, ໂລກລະບາດ ຫຼື ສົງຄາມ;
1.2.    ເພື່ອໃຫ້ລັດຖະບານ ນຳໃຊ້ໃນທາງທີ່ບໍ່ແມ່ນການຄ້າ ເພື່ອຜົນປະໂຫຍດ ຂອງ ສາທາລະນະຊົນ ໂດຍສະເພາະ ກ່ຽວກັບການປ້ອງກັນຊາດ, ຄວາມເປັນລະບຽບ ຮຽບຮ້ອຍຂອງສັງຄົມ, ອາຫານ ຫຼື ສາທາລະນະສຸກ ຫຼື ເພື່ອຄວາມຕ້ອງການອັນ ຈຳເປັນຮີບດ່ວນອື່ນ;
1.3.    ເພື່ອແກ້ໄຂພຶດຕິກຳ ຕ້ານການແຂ່ງຂັນ ພາຍຫຼັງການຕັດສິນຂອງສານ ແລະ ສານ ເຫັນວ່າ ການສະແຫວງຫາຜົນປະໂຫຍດ ຈາກການປະດິດສ້າງ ຫຼື ສິ່ງປະດິດທີ່ໄດ້ ຮັບການປົກປ້ອງນັ້ນ ແມ່ນມີຄວາມຈຳເປັນ ເພື່ອແກ້ໄຂພຶດຕິກຳຕ້ານການແຂ່ງຂັນ;
1.4.    ເພື່ອຕອບສະໜອງຄວາມຕ້ອງການຢ່າງພຽງພໍ ໃນການນຳໃຊ້ການປະດິດສ້າງ ຫຼື ສິ່ງປະດິດ ຢູ່ ສປປ ລາວ ໃນກໍລະນີ ທີ່ເຈົ້າຂອງບໍ່ສາມາດຕອບສະໜອງໄດ້.

  1. ການອະນຸຍາດນຳໃຊ້ແຕ່ລະຄັ້ງ ຕ້ອງພິຈາລະນາຕາມຄວາມເໝາະສົມສະເພາະຂອບ ເຂດ ແລະ ໄລຍະເວລາ ການນຳໃຊ້ດັ່ງກາວ ຈະຕ້ອງຈຳກັດຢູ່ໃນຈຸດປະສົງ ທີ່ໄດ້ຮັບອະ ນຸຍາດເທົ່ານັ້ນ. ເຈົ້າຂອງສິດ ມີສິດຄັດຄ້ານການອະນຸຍາດດັ່ງກ່າວ ແລະ ສະເໜີເງື່ອນ ໄຂທາງເລືອກ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການພາຍໃນ ສຳລັບການປະດິດສ້າງ ຫຼື ສິ່ງປະດິດ;
  2. ການນຳໃຊ້ດັ່ງກ່າວ ບໍ່ເປັນສິດຜູກຂາດ ແລະ ບໍ່ສາມາດໂອນໄດ້, ຍົກເວັ້ນແຕ່ໃນກຸ່ມວິສາຫະກິດຂອງຕົນ ຫຼື ມີເຈດຕະນາທີ່ດີໃນການນຳໃຊ້;
  3. ການອະນຸຍາດ ຕ້ອງກຳນົດໃຫ້ເຈົ້າຂອງສິດໄດ້ຮັບຄ່າຕອບແທນຢ່າງພຽງພໍ ຕາມແຕ່ ກໍລະນີ ໂດຍພິຈາລະນາຕາມມູນຄ່າເສດຖະກິດຂອງການອະນຸຍາດນັ້ນ. ຄໍາສັ່ງອະນຸ ຍາດ ຕ້ອງກຳນົດຄ່າທົດແທນ ຫຼື ມີວິທີການກຳນົດມູນຄ່າດັ່ງກ່າວ ແລະ ເງື່ອນໄຂ ໃນການຊຳລະ. ເຈົ້າຂອງສິດ ມີສິດສະເໜີເງື່ອນໄຂ ສຳລັບຄ່າຕອບແທນ, ກຳນົດວິທີ ການໃຫ້ຄ່າຕອບແທນ ແລະ ເງື່ອນໄຂສຳລັບການຊຳລະ. ເພື່ອແກ້ໄຂພຶດຕິກຳໃນການຕ້ານການແຂ່ງຂັນ ໃຫ້ຄຳນຶງເຖິງການກຳນົດມູນຄ່າຕອບແທນ ຕາມທີ່ກຳນົດໄວ້ໃນ ຂໍ້ 1.3  ຂອງມາດຕານີ້;
  4. ເຈົ້າຂອງສິດ ມີສິດສະເໜີຕໍ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ພິຈາລະນາຄືນໃໝ່ກ່ຽວກັບຄ່າຕອບແທນ ທີ່ບໍ່ສົມເຫດສົມຜົນ ຫຼື ກໍລະນີທີ່ບໍ່ສົມຄວນ ພາຍໃນກຳນົດ ຫົກສິບວັນ ນັບແຕ່ວັນທີ່ໄດ້ຮັບແຈ້ງການເປັນຕົ້ນໄປ;
  5. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງອອກແຈ້ງການໃຫ້ເຈົ້າຂອງສິດ ໂດຍທັນທີ ຕໍໍ່ທຸກຄຳສັ່ງກ່ຽວກັບການອະນຸຍາດ ແລະ ຄ່າຕອບແທນທີ່ຕ້ອງຊຳລະ ໃຫ້ເຈົ້າ ຂອງສິດ;
  6. ສຳລັບ ການອະນຸຍາດພາຍໃຕ້ ຂໍ້ 1.1, 1.2 ຫຼື 1.4 ຂອງມາດຕານີ້:

7.1.    ທຸກການນຳໃຊ້ດັ່ງກ່າວ ຕ້ອງໄດ້ຮັບອະນຸຍາດ ສຳລັບການສະໜອງສິນຄ້າ ທີ່ສຳ ຄັນ ສູ່ຕະຫຼາດພາຍໃນ ຂອງ ສປປ ລາວ;
7.2.    ການນຳໃຊ້ດັ່ງກ່າວ ຈະຖືວ່າໄດ້ຮັບອະນຸຍາດ ຖ້າວ່າ ກ່ອນການນຳໃຊ້ນັ້ນ ຜູ້ສະເໜີນຳໃຊ້ ໄດ້ພະຍາຍາມຂໍອະນຸຍາດຈາກເຈົ້າຂອງສິດທິບັດ ຫຼື ອະນຸສິດທິບັດ ບົນພື້ນຖານການກຳນົດ ແລະ ເງື່ອນໄຂທາງການຄ້າ ທີ່ສົມເຫດສົມຜົນ ແຕ່ຄວາມ ພະຍາຍາມຂໍອະນຸຍາດດັ່ງກ່າວ ບໍ່ສຳເລັດຜົນ ໃນໄລຍະເວລາທີ່ຄວນ;
7.3.    ເງື່ອນໄຂຂອງ ຂໍ້ 7.2 ຂອງມາດຕານີ້ ອາດຖືກຍົກເວັ້ນ ໃນກໍລະນີ ທີ່ມີສະພາບ ການສຸກເສີນຂອງຊາດ ຫຼື ສະພາວະສຸກເສີນທີ່ຮ້າຍແຮງ ແລະ ຮີບດ່ວນທີ່ສຸດ ຊຶ່ງໃນກໍລະນີນີ້ ຕ້ອງໄດ້ແຈ້ງໃຫ້ເຈົ້າຂອງສິດຊາບໂດຍໄວເທົ່າທີ່ຈະໄວໄດ້;
7.4.    ເງື່ອນໄຂຂອງ ຂໍ້ 7.2 ຂອງມາດຕານີ້ ອາດຖືກຍົກເວັ້ນ ໃນກໍລະນີການນຳໃຊ້ ເພື່ອສາທາລະນະຊົນ ໂດຍບໍ່ແມ່ນທາງການຄ້າ. ໃນກໍລະນີ ລັດຖະບານ ຫຼື ຜູ້ຮັບ ເໝົາ ຮູ້ໂດຍທີ່ບໍ່ໄດ້ຄົ້ນຫາ ຫຼື ມີຫຼັກຖານທີ່ຈະຮູ້ໄດ້ວ່າ ສິດທິບັດ ຫຼື ອະນຸສິດທິບັດ ທີ່ຍັງມີຜົນໃຊ້ໄດ້ນັ້ນ ຖືກນຳໃຊ້ ຫຼື ຈະຖືກນຳໃຊ້ໂດຍລັດຖະບານ ຫຼື ເພື່ອລັດຖະ ບານ ຊຶ່ງຕ້ອງໄດ້ແຈ້ງໃຫ້ເຈົ້າຂອງສິດຊາບໃນທັນໃດ;

  1. ຄວາມສັກສິດທາງດ້ານກົດໝາຍຂອງທຸກຂໍ້ຕົກລົງ ກ່ຽວກັບການອະນຸຍາດໃຫ້ນຳໃຊ້ ແລະ ຄ່າຕອບແທນ ທີ່ໄດ້ກຳນົດໄວ້ນັ້ນ ເມື່ອມີຄວາມບໍ່ພໍໃຈຕໍ່ຂໍ້ຕົກລົງດັ່ງກ່າວ ເຈົ້າ ຂອງສິດ ມີສິດສະເໜີຄັດຄ້ານຕໍ່ອົງການຕຸລາການ ພາຍໃນ ຫົກສິບ ວັນ ຫຼັງຈາກໄດ້ ຮັບແຈ້ງການເປັນຕົ້ນໄປ;
  2. ໃນກໍລະນີ ທີ່ບຸກຄົນທີສາມ ຮ້ອງຂໍອະນຸຍາດ ໂດຍອີງຕາມ ຂໍ້ 1.4 ຂອງມາດຕານີ້ ການຮ້ອງຂໍດັ່ງກ່າວ ຍັງຕ້ອງມີເງື່ອນໄຂ ດັ່ງນີ້:

9.1. ການຮ້ອງຂໍ ບໍ່ໃຫ້ຍື່ນກ່ອນ ສີ່ປີ ນັບແຕ່ວັນທີທີ່ຍື່ນຄຳຮ້ອງຂໍຮັບສິດທິບັດ ຫຼື ບໍ່ໃຫ້ຍື່ນກ່ອນ ສາມປີ ຫຼັງຈາກວັນທີທີ່ໄດ້ຮັບສິດທິບັດ ແລ້ວແຕ່ກໍລະນີ ໃນໄລຍະທີ່ຍັງບໍ່ທັນໝົດອາຍຸ;
9.2.  ຜູ້ຮ້ອງຂໍດັ່ງກ່າວ ຕ້ອງສະເໜີຫຼັກຖານ ກ່ຽວກັບຄວາມຕ້ອງການ ການປະດິດ ສ້າງ ຫຼື ສິ່ງປະດິດ ທີ່ໄດ້ຮັບສິດທິບັດ ຫຼື ອະນຸສິດທິບັດ ບໍ່ພຽງພໍ ຢູ່ ສປປ ລາວ ບໍ່ວ່າ ການຜະລິດພາຍໃນ ຫຼື ການນຳເຂົ້າ ແລະ ຜູ້ຮ້ອງຂໍ ມີຄວາມສາມາດ ສະໜອງການປະດິດສ້າງ ຫຼື ສິ່ງປະດິດ ຕາມເງື່ອນໄຂທີ່ ສົມເຫດ ສົມຜົນ ຖ້າຄຳຮ້ອງຂໍການອະນຸຍາດ ຫາກໄດ້ຮັບອະນຸມັດ. ຫຼັກຖານດັ່ງກ່າວ ຕ້ອງນຳ ມາພິຈາລະນາເຖິງຄວາມຈໍາເປັນ ໃນການຈ່າຍຄ່າຕອບແທນ ໃຫ້ແກ່ເຈົ້າ ຂອງສິດທິບັດ ຫຼື ອະນຸສິດທິບັດ.
9.3.  ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງແຈ້ງໃຫ້ເຈົ້າຂອງສິດທິບັດ ຫຼື ອະນຸສິດທິບັດ ກ່ຽວກັບການຮ້ອງຂໍນັ້ນ ພາຍໃນ ເກົ້າສິບວັນ ແລະ ຕ້ອງໃຫ້ໂອ ກາດເຈົ້າຂອງສິດທິບັດ ຫຼື ອະນຸສິດທິບັດ ສະເໜີຫຼັກຖານ ( ຖ້າຫາກມີ ) ເພື່ອໃຫ້ເຫດຜົນທີ່ຊອບທຳ ເຖິງຄວາມບໍ່ສາມາດຕອບສະໜອງໃນການນຳໃຊ້ ການປະດິດສ້າງ ຫຼື ສິ່ງປະດິດ;\9.4.    ການອະນຸຍາດດັ່ງກ່າວ ຈະຖືກປະຕິເສດ ຖ້າວ່າເຈົ້າຂອງສິດທິບັດ ຫຼື ອະນຸສິດ ທິບັດ ໃຫ້ເຫດຜົນທີ່ຊອບທຳ ເຖິງຄວາມສາມາດຕອບສະໜອງ ໃນການນຳໃຊ້ ການປະດິດສ້າງ ຫຼື ສິ່ງປະດິດ ຂອງຕົນ ຢູ່ ສປປ ລາວ;

  1. ໃນກໍລະນີໃດກໍຕາມ ການອະນຸຍາດດັ່ງກ່າວ ຕ້ອງບໍ່ຕັດສິດ ຂອງເຈົ້າຂອງສິດທິບັດ ຫຼື ອະນຸສິດທິບັດ ກ່ຽວກັບສິດ ເພື່ອສືບຕໍ່ສະແຫວງຫາຜົນປະໂຫຍດ ຈາກການປະດິດ ສ້າງ ຫຼື ສິ່ງປະດິດຂອງຕົນ;
  2. ການອະນຸຍາດດັ່ງກ່າວ ສາມາດດັດແກ້ໄດ້ ໂດຍພິຈາລະນາເຖິງສະພາບການສຸກ ເສີນ ທີ່ຍັງມີຢູ່ ຫຼື ສະພາບການສຸກເສີນອັນໃໝ່ທີ່ເກີດຂຶ້ນ ບົນເງື່ອນໄຂບົດບັນຍັດ ແລະ ການປົກປ້ອງທີ່ໄດ້ກຳນົດໄວ້;
  3. ການອະນຸຍາດນຳໃຊ້ດັ່ງກ່າວ ຕ້ອງສິ້ນສຸດລົງ ເມື່ອເວລາທີ່ສະພາບການນັ້ນໄດ້ຢຸດຕິ ລົງ ແລະ ຈະບໍ່ເກີດຄືນອີກ ຫຼື ໃນກໍລະນີ ທີ່ຜູ້ໄດ້ຮັບອະນຸຍາດ ບໍ່ປະຕິບັດຕາມເງື່ອນ ໄຂທີ່ໄດ້ກຳນົດໄວ້ ໃນຄຳສັ່ງໃຫ້ນຳໃຊ້ການປະດິດສ້າງ ຫຼື ສິ່ງປະດິດບົນເງື່ອນໄຂ ການປົກປ້ອງຢ່າງພຽງພໍຕໍ່ຜົນປະໂຫຍດອັນຊອບທຳ ຂອງຜູ້ທີ່ໄດ້ຮັບອະນຸຍາດ:

12.1.  ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ມີ ສິດກວດຄືນ ຄວາມເປັນຈິງ ທີ່ເກີດຂຶ້ນ ຕາມການຮ້ອງຂໍຂອງເຈົ້າຂອງສິດ ຫຼື ພາກສ່ວນທີ່ກ່ຽວຂ້ອງອື່ນ ຂອງສະຖານະການ ຊຶ່ງເປັນພື້ນຖານໃຫ້ແກ່ການອະນຸຍາດ ດັ່ງກ່າວ;
12.2.  ຖ້າເຫັນວ່າ ສະຖານະການທີ່ເປັນພື້ນຖານໃຫ້ແກ່ການອະນຸຍາດນັ້ນ ໄດ້ຢຸດຕິ ລົງ ແລະ ຈະເກີດຄືນອີກ  ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ອາດຈະ ອອກຄຳສັ່ງ ທີ່ສົມເຫດສົມຜົນ ເພື່ອປົກປ້ອງຜົນປະໂຫຍດອັນຊອບທຳຂອງຜູ້ ທີ່ໄດ້ຮັບອະນຸຍາດ;
12.3.  ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ມີສິດປະຕິເສດການສິ້ນສຸດ ການ ອະນຸຍາດ ເມື່ອເງື່ອນໄຂທີ່ເຮັດໃຫ້ເກີດການອະນຸຍາດດັ່ງກ່າວ ຫາກຈະກັບຄືນ ມາອີກ. ຂ້າງເທິງ

ມາດຕາ 64 (ປັບປຸງ).  ການບໍ່ນໍາໃຊ້ເຄື່ອງໝາຍການຄ້າ

 ການບໍ່ນຳໃຊ້ເຄື່ອງໝາຍການຄ້າ ມີ ກໍລະນີ ດັ່ງນີ້:

  1. ເຄື່ອງໝາຍການຄ້າ ບໍ່ໄດ້ຖືກນຳໃຊ້ຢ່າງຕໍ່ເນື່ອງ ພາຍໃນໄລຍະເວລາ ຫ້າປີ;
  2. ເຄື່ອງໝາຍການຄ້າໄດ້ຖືກນຳໃຊ້ ເປັນພຽງແຕ່ໃນນາມເທົ່ານັ້ນ ຫຼື ເຈົ້າຂອງໄດ້ນຳ ໃຊ້ດ້ວຍຄວາມບໍ່ບໍລິສຸດໃຈ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ສາມາດສະເໜີຕໍ່ກະຊວງວິທະຍາສາດ ແລະ ເຕັກໂນ ໂລຊີ ເພື່ອຂໍຍົກເລີກການຈົດທະບຽນເຄື່ອງໝາຍການຄ້າທີ່ບໍ່ໄດ້ນຳໃຊ້. ໃນການຂໍຍົກເລີກນັ້ນ ເຈົ້າ ຂອງ ມີສິດສະແດງເຫດຜົນ ຊີ້ແຈງການບໍ່ໄດ້ນຳໃຊ້ເຄື່ອງໝາຍດັ່ງກ່າວ. ເຫດສຸດວິໄສ ຈະຖືວ່າເປັນ ເຫດຜົນພຽງພໍ ສຳລັບການບໍ່ໄດ້ນຳໃຊ້ເຄື່ອງໝາຍນັ້ນ.

ເຄື່ອງໝາຍການຄ້າໃດໜຶ່ງ ຈະຖືວ່າຖືກນຳໃຊ້້ ກໍຕໍ່ເມື່ອຫາກຖືກນຳໃຊ້ຕໍ່ ຫຼື ກ່ຽວຂ້ອງ ກັບສິນຄ້າ ແລະ ການບໍລິການ ທີ່ເຄື່ອງໝາຍການຄ້າດັ່ງກ່າວ ໄດ້ຖືກຈົດທະບຽນໄວ້ ໂດຍເຈົ້າຂອງ ຫຼື ຜູ້ອື່ນ ທີ່ໄດ້ຮັບອະນຸຍາດ ແລະ  ຢູ່ພາຍໃຕ້ການຄວບຄຸມ ກວດກາ ຂອງເຈົ້າຂອງ. ຂ້າງເທິງ

ມາດຕາ 65.  ເງື່ອນໄຂແບບຜັງວົງຈອນລວມ

ໃນກໍລະນີ ທີ່ໄດ້ນຳໃຊ້ແບບຜັງວົງຈອນລວມ ເພື່ອຫາຜົນປະໂຫຍດທາງການຄ້າແລ້ວ ບໍ່ວ່າຢູ່ພາຍໃນ ຫຼື ນອກປະເທດ ຄຳຮ້ອງຂໍຈົດທະບຽນແບບຜັງວົງຈອນລວມດັ່ງກ່າວ ຕ້ອງຍື່ນພາຍໃນ ສອງປີ ນັບແຕ່ວັນໄດ້ນຳໃຊ້ແບບຜັງວົງຈອນລວມ ເພື່ອຫາຜົນປະໂຫຍດທາງການຄ້າ ຄັ້ງທຳອິດ ຫຼື ນັບ ແຕ່ວັນ ປະດິດສ້າງ ເປັນຕົ້ນມາ. ໃນກໍລະນີໃດກໍຕາມ ໄລຍະເວລາແມ່ນບໍ່ໃຫ້ເກີນ ສິບຫ້າປີ ນັບ ແຕ່ວັນປະດິດສ້າງ. ຂ້າງເທິງ

ມາດຕາ 66 (ປັບປຸງ).  ການສະແຫວງຫາຜົນປະໂຫຍດຈາກແຫລ່ງກຳເນີດ

ໃນກໍລະນີ ທີ່ເຈົ້າຂອງທະບຽນແຫຼ່ງກຳເນີດ ບໍ່ສາມາດປະຕິບັດຕາມເງື່ອນໄຂຂອງການຈົດ ທະບຽນໄດ້  ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ສາມາດສະເໜີ ຕໍ່ກະຊວງ ວິທະຍາສາດ ແລະ ເຕັກໂນ ໂລຊີ ເພື່ອຂໍໂຈະການສະແຫວງຫາຜົນປະໂຫຍດຈາກການນຳໃຊ້ແຫຼ່ງກຳເນີດ ທີ່ໄດ້ຈົດທະບຽນ. ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງແຈ້ງໃຫ້ເຈົ້າຂອງທະບຽນດັ່ງກ່າວ ປະຕິບັດຕາມເງື່ອນ ໄຂ ແລະ ຕາມກຳນົດເວລາທີ່ໄດ້ກຳນົດໄວ້, ຖ້າຫາກບໍ່ປະຕິບັດແລ້ວ ກໍຈະຖືກສັ່ງໂຈະການສະແຫວງ ຫາຜົນປະໂຫຍດຈາກການນຳໃຊ້ແຫຼ່ງກຳເນີດດັ່ງກ່າວ. ຂ້າງເທິງ

ພາກທີ IV
ພັນພືດໃໝ່

ໝວດທີ 1
ເງື່ອນໄຂຂອງພັນພືດໃໝ່

ມາດຕາ 67 (ໃໝ່).  ປະເພດ ແລະ ຊະນິດ ຂອງພັນພືດ

ປະເພດ ແລະ ຊະນິດຕ່າງໆ ຂອງພັນພືດ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ. ຂ້າງເທິງ

ມາດຕາ 68 (ປັບປຸງ).  ເງື່ອນໄຂ ການຈົດທະບຽນພັນພືດໃໝ່

ການຈົດທະບຽນພັນພືດໃໝ່ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:

  1. ຕ້ອງໃໝ່;
  2. ຕ້ອງແຕກຕ່າງ;
  3. ຕ້ອງສະໝ່ຳສະເໝີ;
  4. ຕ້ອງຄົງຕົວ;
  5. ຕ້ອງກຳນົດຊື່ທີ່ແຕກຕ່າງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 73 ຂອງກົດໝາຍ ສະບັບນີ້. ຂ້າງເທິງ

ມາດຕາ 69 (ໃໝ່).  ຄວາມໃໝ່

ພັນພືດຈະຖືວ່າໃໝ່ ຖ້າໃນເວລາຍື່ນຄຳຮ້ອງຂໍສິດຂອງນັກປະສົມພັນພືດນັ້ນ ສ່ວນຂະ ຫຍາຍພັນ ຫຼື ຜົນເກັບກ່ຽວ ຍັງບໍ່ໄດ້ຖືກວາງຂາຍ ຫຼື ແຈກຢາຍໃຫ້ຜູ້ອື່ນ ນຳໃຊ້ໂດຍນັກປະສົມພັນພືດ ຫຼື ດ້ວຍການເຫັນດີຂອງຜູ້ກ່ຽວ ໃນການສະແຫວງຫາຜົນປະໂຫຍດຈາກພັນພືດນັ້ນ ພາຍໃນກຳນົດ ເວລາ:

  1. ໜຶ່ງປີຂຶ້ນໄປ ກ່ອນວັນຍື່ນຄຳຮ້ອງ ໃນດິນແດນ ຂອງ ສປປ ລາວ;
  2. ສີ່ປີລົງມາ ກ່ອນວັນຍື່ນຄຳຮ້ອງ ຫຼື ຫົກປີລົງມາ ສຳລັບພືດຢືນຕົ້ນ ຫຼື ຕົ້ນໝາກອະງຸ່ນ ໃນດິນແດນຂອງປະເທດອື່ນ. ຂ້າງເທິງ

ມາດຕາ 70 (ໃໝ່).  ຄວາມແຕກຕ່າງ

ພັນພືດ ຈະຕ້ອງແຕກຕ່າງທາງດ້ານຄຸນລັກສະນະໃໝ່ຢ່າງຈະແຈ້ງ ຈາກພັນພືດອື່ນ ຊຶ່ງ ເປັນທີ່ຮັບຮູ້ກັນທົ່ວໄປ ໃນເວລາຍື່ນຄຳຮ້ອງຂໍຈົດທະບຽນ. ຂ້າງເທິງ

ມາດຕາ 71 (ໃໝ່).  ຄວາມສະໝ່ຳສະເໝີ

ພັນພືດ ທີ່ມີການປ່ຽນແປງນັ້ນ ອາດມາຈາກຮູບການສະເພາະຂອງການນຳມາຂະຫຍາຍພັນ ແຕ່ຕ້ອງມີຮູບຮ່າງສະໝ່ຳສະເໝີ ຢ່າງເຕັມສ່ວນຕະຫຼອດໄປ ໃນຄຸນລັກສະນະຕ່າງໆ ຂອງພັນພືດນັ້ນ. ຂ້າງເທິງ

ມາດຕາ 72 (ໃໝ່).  ຄວາມຄົງຕົວ

ພັນພືດ ຈະຕ້ອງຄົງຕົວ ຖ້າຄຸນລັກສະນະຂອງພັນພືດນັ້ນ ຫາກບໍ່ມີການປ່ຽນແປງ ພາຍຫຼັງ ການຂະຫຍາຍພັນຄືນໃໝ່ ຫຼື ໃນຕອນທ້າຍ ຂອງແຕ່ລະຮອບວຽນ ໃນກໍລະນີ ທີ່ມີຮອບວຽນສະເພາະ ຂອງການຂະຫຍາຍພັນນັ້ນ. ຂ້າງເທິງ

ມາດຕາ 73 (ໃໝ່).  ການກຳນົດຊື່ຂອງພັນພືດ

ພັນພືດໃໝ່ ຕ້ອງກຳນົດຊື່ຕາມເງື່ອນໄຂ ດັ່ງນີ້:

  1. ແຕ່ລະພັນພືດ ຕ້ອງໄດ້ມີການກຳນົດຊື່ ເພື່ອໃຫ້ກາຍເປັນຊື່ທົ່ວໄປຂອງພືດນັ້ນ. ສິດ ຈາກການຈົດທະບຽນຊື່ຂອງພັນພືດ ຕ້ອງບໍ່ແຕະຕ້ອງ ການນຳໃຊ້ຊື່ຢ່າງເສລີ ກ່ຽວ ກັບພັນພືດດັ່ງກ່າວ ເຖິງວ່າອາຍຸຂອງສິດຂອງນັກປະສົມພັນພືດຈະສິ້ນສຸດລົງແລ້ວ ກໍຕາມ;
  2. ການສະເໜີການກຳນົດຊື່ ຈະຕ້ອງສາມາດຈຳແນກພັນພືດໄດ້, ຕ້ອງບໍ່ເຮັດໃຫ້ມີ ການເຂົ້າໃຈຜິດ ຫຼື ສ້າງຄວາມສັບສົນ ກ່ຽວກັບຄຸນລັກສະນະ, ຄຸນຄ່າ ຫຼື ເອກະລັກ ຂອງພັນພືດ ຫຼື ເອກະລັກຂອງນັກປະສົມພັນພືດ, ຈະຕ້ອງແຕກຕ່າງຈາກທຸກການ ກຳນົດຊື່ພັນພືດຊະນິດດຽວກັນ ຫຼື ຊະນິດໃກ້ຄຽງກັນ ທີ່ມີແລ້ວ ໃນດິນແດນ ຂອງ ສປປ ລາວ ຫຼື ຕ່າງປະເທດ;
  3. ການກຳນົດຊື່ ຂອງພັນພືດ ຈະຕ້ອງໄດ້ຈົດທະບຽນ ໃນເວລາດຽວກັນກັບການອອກສິດ ໃຫ້ນັກປະສົມພັນພືດ ໂດຍສອດຄ່ອງກັບເງື່ອນໄຂ ທີ່ໄດ້ກຳນົດໄວ້ໃນລະບຽບ ການ;
  4. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ສະເໜີຂາຍ ຫຼື ວາງຈຳໜ່າຍສ່ວນຂະຫຍາຍ ພັນຂອງພັນພືດ ທີ່ໄດ້ຮັບການປົກປ້ອງ ໃນດິນແດນ ຂອງ ສປປ ລາວ ຕ້ອງນຳໃຊ້ການກຳນົດຊື່ ຂອງພັນພືດນັ້ນ ເຖິງວ່າອາຍຸການຂອງສິດຂອງນັກປະສົມພັນພືດນັ້ນ ຈະສິ້ນສຸດລົງແລ້ວກໍຕາມ, ຍົກເວັ້ນໃນກໍລະນີ ສິດທີ່ໄດ້ຮັບກ່ອນໜ້ານັ້ນໄດ້ຫ້າມ ການນຳໃຊ້ຊື່ດັ່ງກ່າວ;
  5. ເມື່ອພັນພືດໃດໜຶ່ງ ຖືກນຳສະເໜີຂາຍ ຫຼື ວາງຈຳໜ່າຍ ແມ່ນອະນຸຍາດ ໃຫ້ເອົາ ເຄື່ອງໝາຍການຄ້າ, ຊື່ການຄ້າ ຫຼື ສິ່ງທີ່ຊີ້ບອກທີ່ຄ້າຍຄື ປະກອບໃສ່ຊື່ພັນພືດ  ທີ່ໄດ້ຈົດທະບຽນແລ້ວ ແຕ່ຊື່ນັ້ນ ຈະຕ້ອງເປັນສິ່ງທີ່ຮູ້ໄດ້ງ່າຍ. ຂ້າງເທິງ

ໝວດທີ 2
ການຈົດທະບຽນພັນພືດໃໝ່

ມາດຕາ 74 (ປັບປຸງ).  ສິດຍື່ນຄຳຮ້ອງຂໍຈົດທະບຽນ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີສິດຍື່ນຄຳຮ້ອງຂໍຈົດທະບຽນ ມີ ດັ່ງນີ້:

  1. ນັກປະສົມພັນພືດ ສາມາດຍື່ນຄຳຮ້ອງຂໍ ສິດຕໍ່ພັນພືດ ທີ່ໄດ້ມາຈາກການປະສົມ ພັນ;
  2. ໃນກໍລະນີ ມີສອງຄົນ ຫຼື ຫຼາຍກວ່ານັ້ນ ຮ່ວມກັນປະສົມພັນພືດ ບຸກຄົນດັ່ງກ່າວ ສາມາດ ຍື່ນຄຳຮ້ອງຂໍສິດຮ່ວມກັນ ຕໍ່ພັນພືດ ທີ່ໄດ້ມາຈາກການປະສົມພັນນັ້ນ. ຖ້າຫາກບໍ່ມີ ການຕົກລົງກັນສະເພາະ ກ່ຽວກັບພູດການເປັນເຈົ້າຂອງ ໃຫ້ຖືວ່າ ພວກກ່ຽວເປັນເຈົ້າຂອງພັນພືດນັ້ນ ໃນພູດສະເໝີກັນ;
  3. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕ່າງປະເທດ ກໍມີສິດຍື່ນຄຳຮ້ອງຂໍຈົດທະບຽນ ຄືກັນກັບຄົນລາວ ໃນດິນແດນ ຂອງ ສປປ ລາວ. ສຳລັບຜູ້ທີ່ບໍ່ມີທີ່ຢູ່ອາໄສ ຫຼື ສະ ຖານທີ່ດຳເນີນທຸລະກິດ ຢູ່ ສປປ ລາວ ນັ້ນ ໃຫ້ແຕ່ງຕັ້ງຕົວແທນຂອງຕົນ ຊຶ່ງມີທີ່ຢູ່ ຖາວອນ ຢູ່ ສປປ ລາວ ດຳເນີນການແທນ. ຂ້າງເທິງ

ມາດຕາ 75 (ປັບປຸງ).  ວັນບຸລິມະສິດ

ການຮ້ອງຂໍເອົາວັນບຸລິມະສິດ ມີ ດັ່ງນີ້:

  1. ຄຳຮ້ອງຂໍຈົດທະບຽນພັນພືດໃໝ່ ຈະໄດ້ຮັບວັນບຸລິມະສິດໃນການຍື່ນຄຳຮ້ອງຂໍສິດ ຂອງນັກປະສົມພັນພືດ ໃນ ສປປ ລາວ ໃນໄລຍະເວລາ ສິບສອງເດືອນ ນັບແຕ່ວັນ ຍື່ນຄຳຮ້ອງຂໍຄັ້ງທຳອິດເປັນຕົ້ນໄປ. ຖ້າວ່າການຍື່ນຄຳຮ້ອງທຳອິດນັ້ນ ແມ່ນເຮັດຢູ່ ປະເທດທີ່ໄດ້ໃຫ້ສິດໃນການປົກປ້ອງພັນພືດ ຕໍ່ນັກປະສົມພັນພືດ ຈາກ ສປປ ລາວ, ວັນທີ່ຍື່ນຄຳຮ້ອງນັ້ນ ບໍ່ໃຫ້ນັບເຂົ້າ ໃນໄລຍະເວລາ ສິບສອງເດືອນ;
  2. ຜູ້ຍ່ືນຄຳຮ້ອງຂໍ ທີ່ຕ້ອງການຜົນປະໂຫຍດຈາກວັນບຸລິມະສິດ ພາຍຫຼັງໄດ້ຍື່ນຄຳ ຮ້ອງຂໍແລ້ວ ຜູ້ກ່ຽວຕ້ອງຮ້ອງຂໍເອົາວັນບຸລິມະສິດ ຂອງຄຳຮ້ອງຂໍຄັ້ງທຳອິດ ແລະ  ພາຍໃນກຳນົດ ສາມເດືອນ ນັບແຕ່ວັນຍື່ນຄຳຮ້ອງ ຢູ່ ສປປ ລາວ ຜູ້ກ່ຽວຕ້ອງສະ ໜອງສຳເນົາເອກະສານທີ່ ໄດ້ປະກອບໃນສຳນວນຄຳຮ້ອງຂໍຄັ້ງທຳອິດ ພ້ອມກັບ ຄຳຮ້ອງຂໍທີ່ໄດ້ຮັບການຢັ້ງຢືນຄວາມຖືກຕ້ອງຈາກອົງການທີ່ກ່ຽວຂ້ອງພ້ອມກັບຕົວ ຢ່າງ ຫຼື ຫຼັກຖານທີ່ຊີ້ບອກວ່າ ພັນພືດທີ່ກຳນົດໃນສອງຄຳຮ້ອງນັ້ນ ແມ່ນອັນດຽວ ກັນ;
  3. ນັກປະສົມພັນພືດ ຈະໄດ້ຮັບອະນຸຍາດໃຫ້ສະໜອງຂໍ້ມູນ ແລະ ເອກະສານທີ່ຈຳ ເປັນ ຫຼື ເອກະສານ ທີ່ຕ້ອງການ ໃຫ້ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອໃຫ້ມີການກວດສອບ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 77 ຂອງກົດໝາຍສະ ບັບນີ້ ພາຍໃນໄລຍະເວລາ ສອງປີ ຫຼັງຈາກສິ້ນສຸດໄລຍະເວລາຂອງວັນບຸລິມະສິດ ຫຼື ໃນເວລາທີ່ເໝາະສົມ ເມື່ອຄຳຮ້ອງຂໍຄັ້ງທຳອິດ ໄດ້ຖືກປະຕິເສດ ຫຼື ຖອນ;
  4. ເຫດການທີ່ເກີດຂຶ້ນ ໃນໄລຍະເວລາ ທີ່ກຳນົດໄວ້ໃນ ຂໍ້ 2 ຂອງມາດຕານີ້ ເຊັ່ນ ການຍື່ນຄຳຮ້ອງຂໍອື່ນ ຫຼື ການພິມເຜີຍແຜ່ ຫຼື ການນຳໃຊ້ພັນພືດ ທີ່ກຳນົດໄວ້ໃນ ຄຳຮ້ອງຂໍຄັ້ງທຳອິດ ຈະບໍ່ເປັນເຫດຜົນໃນການປະຕິເສດຄຳຮ້ອງຂໍຖັດມາ. ເຫດ ການດັ່ງກ່າວ ຈະບໍ່ເປັນພື້ນຖານໃນການໃຫ້ສິດແກ່ບຸກຄົນທີສາມ. ຂ້າງເທິງ

ມາດຕາ 76 (ປັບປຸງ).  ສຳນວນຄຳຮ້ອງຂໍຈົດທະບຽນ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີສິດຮ້ອງຂໍເອົາສິດຕໍ່ພັນພືດທີ່ໄດ້ມາຈາກການປະ ສົມພັນ ສາມາດຍື່ນຄຳຮ້ອງຂໍຈົດທະບຽນພັນພືດ ນຳກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ. ທຸກຄຳຮ້ອງຂໍຈົດທະບຽນພັນພືດໃໝ່ ຕ້ອງກຳນົດແຕ່ພັນພືດຊະນິດດຽວເທົ່ານັ້ນ. ຄຳຮ້ອງຂໍສຳລັບ ການປົກປ້ອງພັນພືດ ແລະ ເອກະສານຄັດຕິດອື່ນໆ ສາມາດເຮັດເປັນພາສາລາວ ຫຼື ອັງກິດກໍໄດ້. ຖ້າວ່າຄຳຮ້ອງຂໍ ຫຼື ເອກະສານທີ່ໄດ້ເຮັດເປັນພາສາອັງກິດນັ້ນ ຜູ້ຮ້ອງຂໍຍັງຕ້ອງຍື່ນສະບັບແປເປັນ ພາສາລາວ ໂດຍໄດ້ຮັບການຢັ້ງຢືນຄວາມຖືກຕ້ອງ ພາຍໃນ ເກົ້າສິບວັນ ຫຼັງຈາກວັນໄດ້ ຍື່ນຄຳ ຮ້ອງຂໍ.

ສຳນວນຄຳຮ້ອງຂໍຈົດທະບຽນ ຕ້ອງປະກອບເອກະສານ ດັ່ງນີ້:

  1. ຄຳຮ້ອງຂໍສິດຕໍ່ພັນພືດທີ່ໄດ້ມາຈາກການປະສົມພັນ;
  2. ຊື່ນັກປະສົມພັນພືດ, ຖ້າຜູ້ຮ້ອງຂໍບໍ່ແມ່ນນັກປະສົມພັນພືດ ຕ້ອງມີໜັງສືຢັ້ງຢືນ ຄວາມເປັນເຈົ້າຂອງ;
  3. ໃບມອບສິດ ແລະ ຊື່ ແລະ ທີ່ຢູ່ ຂອງຕົວແທນ ຖ້າຫາກເປັນຕົວແທນ;
  4. ໃບສະເໜີການກຳນົດຊື່ໃໝ່;
  5. ບົດອະທິບາຍ ຄຸນລັກສະນະຂອງພັນພືດ ກ່ຽວກັບຄວາມແຕກຕ່າງ, ຄວາມສະໝ່ຳ ສະເໜີ ແລະ ຄວາມຄົງຕົວ ແລະ ອະທິບາຍ ກ່ຽວກັບການຈັດລຳດັບແນວພັນ ແລະ ຂັ້ນຕອນການເພາະປູກ;
  6. ຕົວຢ່າງສ່ວນຂະຫຍາຍພັນພືດ ຫຼື ໜັງສືຢັ້ງຢືນ ກ່ຽວກັບສ່ວນຂະຫຍາຍພັນພືດ;
  7. ໃບຢັ້ງຢືນບ່ອນທີ່ສາມາດຊອກຫາຂໍ້ມູນທີ່ຈຳເປັນ ໃນການກຳນົດເງື່ອນໄຂ ຂອງ ຄວາມແຕກຕ່າງ, ຄວາມສະໝ່ຳສະເໝີ ແລະ ຄວາມຄົງຕົວ;
  8. ຂໍ້ມູນອື່ນ ທີ່ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ກຳນົດ;
  9. ໃບຮັບເງິນຄ່າທຳນຽມ ແລະ ຄ່າບໍລິການ.

ຄຳຮ້ອງຂໍຈົດທະບຽນ ອາດລວມເອົາການຮ້ອງຂໍເອົາວັນບຸລິມະສິດ ຕາມທີ່ໄດ້ກຳນົດໄວ້ ໃນ ມາດຕາ 75ຂອງກົດໝາຍສະບັບນີ້.

ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຈະຮັບເອົາເອກະສານຄຳຮ້ອງຂໍ ແລະ ກຳນົດ ວັນຍື່ນເອກະສານ, ເນື້ອໃນກ່ຽວກັບ ຊື່ ແລະ ທີ່ຢູ່ຂອງ ຜູ້ຮ້ອງຂໍ, ການອະທິບາຍ ກ່ຽວກັບພັນພືດ, ການຈ່າຍຄ່າທຳນຽມ ແລະ ຄ່າບໍລິການ. ຜູ້ຮ້ອງຂໍ ຈະໄດ້ຮັບໃບຢັ້ງຢືນການຈົດທະບຽນພັນພືດກໍຕໍ່ ເມື່ອໄດ້ປະຕິບັດ ທຸກເງື່ອນໄຂຂອງມາດຕານີ້ ຕາມກຳນົດເວລາທີ່ໄດ້ກຳນົດໄວ້. ຂ້າງເທິງ

ມາດຕາ 77 (ປັບປຸງ).  ການກວດສອບ

 ສຳນວນຄຳຮ້ອງຂໍການປົກປ້ອງພັນພືດ ຕ້ອງໄດ້ມີການກວດສອບເບື້ອງຕົ້ນ ແລະ ກວດ ສອບເນ້ືອໃນ ເພື່ອໃຫ້ສອດຄ່ອງກັບເງື່ອນໄຂ ແລະ ຕ້ອງໄດ້ທຳການພິມເຜີຍແຜ່ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການ.

ໃນການກວດສອບ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ອາດຈະໄດ້ປະສານງານກັບ ໜ່ວຍງານທົດລອງພັນພືດ ທີ່ກ່ຽວຂ້ອງດຳເນີນການທົດລອງປູກພັນພືດ ຫຼື ດຳເນີນການທົດລອງອື່ນທີ່ຈຳເປັນ ຫຼື ພິຈາລະນາຜົນຂອງການທົດລອງການປູກ ຫຼື ການທົດລອງອື່ນ ທີ່ໄດ້ດຳເນີນຜ່ານມາແລ້ວ.

ໃນກໍລະນີ ທີ່ໄດ້ຍື່ນຄຳຮ້ອງຂໍ ຢູ່ປະເທດອື່ນ ຜູ້ຍື່ນຄຳຮ້ອງຂໍ ຕ້ອງໄດ້ປະກອບເອກະສານຄຳຮ້ອງຂໍ ແລະ ບົດລາຍງານການກວດສອບ ຈາກອົງການປົກປ້ອງພັນພືດໃນປະເທດນັ້ນ ແລະ ບົດລາຍງານດັ່ງກ່າວ ຕ້ອງໄດ້ຮັບການຮັບຮອງ. ຖ້າກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຫາກເຫັນວ່າຂໍ້ມູນບໍ່ພຽງພໍ ເພື່ອດຳເນີນການກວດສອບນັ້ນ ກໍອາດຮຽກຮ້ອງໃຫ້ມີການສະໜອງຂໍ້ມູນເພີ່ມເຕີມ ຫຼື ອາດດຳເນີນການທົດລອງປູກ ຊຶ່ງຜູ້ຍື່ນຄຳຮ້ອງຂໍ ຕ້ອງຮັບຜິດຊອບ ຄ່າໃຊ້ຈ່າຍ. ຜູ້ຍື່ນຄຳຮ້ອງຂໍ ອາດມີການເພີ່ມເຕີມ ຫຼື ດັດແກ້ສຳນວນຄຳຮ້ອງຂໍໄດ້ທຸກເວລາ ກ່ອນການອອກໃບຢັ້ງຢືນ, ຫຼັງຈາກມີການຮັບຮອງການດັດແກ້ ຈາກກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີແລ້ວ ການດັດແກ້ນັ້ນ ກໍຈະມີຜົນຢ້ອນຫຼັງ ແຕ່ບໍ່ໃຫ້ແຕະຕ້ອງເຖິງສິດຂອງບຸກຄົນທີສາມ. ຂ້າງເທິງ

ໝວດທີ 3
ສິດ ແລະ ພັນທະ ຂອງເຈົ້າຂອງພັນພືດໃໝ່

ມາດຕາ 78 (ປັບປຸງ).  ສິດເຈົ້າຂອງພັນພືດໃໝ່

ເຈົ້າຂອງພັນພືດໃໝ່ ມີ ສິດ ດັ່ງນີ້:

  1. ບໍ່ອະນຸຍາດໃຫ້ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ:

1.1.       ຜະລິດ ຫຼື ຜະລິດຊ້ຳ;
1.2.       ສ້າງເງື່ອນໄຂ ເພື່ອຂະຫຍາຍພັນ;
1.3.       ສະເໜີຂາຍ;
1.4.       ຂາຍ ຫຼື ຈຳໜ່າຍ;
1.5.       ສົ່ງອອກ, ນຳເຂົ້າ;
1.6.       ເກັບຮັກສາໄວ້ ເພື່ອຈຸດປະສົງ ຂອງ ຂໍ້ 1.1 ຫາ ຂໍ້ 1.5 ຂ້າງເທິງນີ້;

  1. ວາງເງື່ອນໄຂ ແລະ ຂໍ້ຈຳກັດ ໃນການອະນຸຍາດຂອງຕົນ;
  2. ປົກປ້ອງຜົນປະໂຫຍດຂອງຕົນ ຕາມລະບຽບກົດໝາຍ ຈາກການລະເມີດຂອງຜູ້ອື່ນ ເຊັ່ນ ສິດໃນການຮ້ອງຟ້ອງ, ສິດໃນການໄດ້ຮັບການຊົດເຊີຍ ຈາກຄວາມເສັຍຫາຍ ທີ່ຜູ້ອື່ນໄດ້ກໍ່ຂຶ້ນ.

ການກະທຳ ທີ່ໄດ້ກຳນົດໄວ້ໃນ ຂໍ້ 1.1 ຫາ ຂໍ້ 1.5 ຂອງມາດຕານີ້ ກ່ຽວກັບຜົນເກັບກ່ຽວ ລວມທັງໝົດຕົ້ນພືດ ຫຼື ສ່ວນໃດໜຶ່ງຂອງຕົ້ນພືດ ທີ່ໄດ້ມາໂດຍບໍ່ໄດ້ຮັບອະນຸຍາດ ຈາກການນຳໃຊ້ ສ່ວນຂະຫຍາຍພັນ ຂອງພັນພືດທີ່ໄດ້ຮັບການປົກປ້ອງນັ້ນ ຈະຕ້ອງຂໍອະນຸຍາດຈາກນັກປະສົມພັນພືດ, ເວັ້ນເສັຍແຕ່ນັກປະສົມພັນພືດ ມີໂອກາດທີ່ເໝາະສົມໃນການນຳໃຊ້ສິດຂອງຕົນ ກ່ຽວກັບສ່ວນ ຂະຫຍາຍພັນດັ່ງກ່າວ. ບົດບັນຍັດ ທີ່ໄດ້ກຳນົດໄວ້ໃນວັກນີ້  ຈະນຳໃຊ້ເຊັ່ນດຽວກັນ ຕໍ່ຜະລິດຕະພັນ ທີ່ໄດ້ມາໂດຍກົງຈາກຜົນເກັບກ່ຽວ ທີ່ໄດ້ຮັບການປົກປ້ອງ.

ບົດບັນຍັດ ທີ່ໄດ້ກຳນົດໄວ້ໃນ ວັກ 1 ແລະ 2 ຂອງມາດຕານີ້ ຈະນຳໃຊ້ເຊັ່ນດຽວກັນ ຕໍ່ພັນ ພືດ ດັ່ງນີ້:

  1. ພັນພືດ ຊຶ່ງຕົ້ນຕໍໄດ້ມາຈາກພັນພືດທີ່ໄດ້ຮັບການປົກປ້ອງ ໂດຍພັນພືດ ທີ່ໄດ້ຮັບການປົກປ້ອງນັ້ນ ໃນຕົວມັນເອງແມ່ນບໍ່ໄດ້ມາຈາກພັນພືດອື່ນ;
  2. ພັນພືດ ທີ່ບໍ່ສາມາດຈຳແນກໄດ້ຢ່າງຈະແຈ້ງເຖິງຄວາມແຕກຕ່າງ ຈາກພັນພືດທີ່ໄດ້ ຮັບການປົກປ້ອງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 70 ຂອງກົດໝາຍສະບັບນີ້;
  3. ພັນພືດ ທີ່ມີການຜະລິດຈາກການນຳໃຊ້ຄືນ ຂອງພັນພືດທີ່ໄດ້ຮັບການປົກປ້ອງ.

ເຈົ້າຂອງພັນພືດ ມີສິດດຳເນີນການແຕ່ພຽງຜູ້ດຽວ ຢູ່ ສປປ ລາວ ຕາມທີ່ໄດ້ກຳນົດໄວ້ ໃນ ວັກ 1 ຫາ 3 ຂອງມາດຕານີ້. ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງອື່ນ ຈະດຳເນີນການໄດ້ກໍຕໍ່ເມື່ອໄດ້ ຮັບອະນຸຍາດຈາກເຈົ້າຂອງພັນພືດ, ເວັ້ນເສັຍແຕ່ ກົດໝາຍໄດ້ກຳນົດໄວ້ຢ່າງອື່ນ. ຂ້າງເທິງ

ມາດຕາ 79 (ປັບປຸງ).     ອາຍຸການປົກປ້ອງພັນພືດໃໝ່

 ອາຍຸການປົກປ້ອງພັນພືດໃໝ່ ສຳລັບພືດຢືນຕົ້ນ ແລະ ຕົ້ນໝາກອະງຸ່ນ ແມ່ນມີກຳນົດ ຊາວຫ້າ ປີ ນັບແຕ່ວັນມອບສິດໃຫ້ແກ່ນັກປະສົມພັນພືດເປັນຕົ້ນໄປ ແລະ ພັນພືດໃໝ່ປະເພດອື່ນ ແມ່ນມີກຳນົດ ຊາວປີ ນັບແຕ່ວັນມອບສິດໃຫ້ແກ່ນັກປະສົມພັນພືດເປັນຕົ້ນໄປ.

ເພື່ອຮັກສາອາຍຸການປົກປ້ອງ ເຈົ້າຂອງພັນພືດໃໝ່ ຕ້ອງຈ່າຍຄ່າທຳນຽມລ່ວງໜ້າ ແຕ່ລະປີ. ຂ້າງເທິງ

ມາດຕາ 80 (ໃໝ່).  ການປົກປ້ອງຊົ່ວຄາວ

ໃນໄລຍະເວລາ ລະຫວ່າງ ການພິມເຜີຍແຜ່ຄຳຮ້ອງຂໍສິດຂອງນັກປະສົມພັນພືດ ກັບການ ຮັບສິດນັ້ນ ເຈົ້າຂອງສິດຈະໄດ້ຮັບການປົກປ້ອງຊົ່ວຄາວ ດ້ວຍຄ່າຕອບແທນຢ່າງເໝາະສົມ ຈາກບຸກ ຄົນອື່ນ ທີ່ໄດ້ດຳເນີນການໃດໜຶ່ງ ໃນໄລຍະເວລາດັ່ງກ່າວ ແລະ ຕ້ອງໄດ້ຮັບອະນຸຍາດ ຈາກເຈົ້າຂອງ ສິດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 78 ຂອງກົດໝາຍສະບັບນີ້. ຂ້າງເທິງ

ມາດຕາ 81.  ພັນທະ ຂອງເຈົ້າຂອງພັນພືດໃໝ່

ເຈົ້າຂອງພັນພືດໃໝ່ ມີພັນທະດັ່ງດຽວກັນກັບພັນທະຂອງເຈົ້າຂອງຊັບສິນອຸດສາຫະກຳ ຕາມ ທີ່ໄດ້ກຳນົດໄວ້ໃນ ມາດຕາ 62 ຂອງກົດໝາຍສະບັບນີ້. ຂ້າງເທິງ

ໝວດທີ 4
ຂໍ້ຍົກເວັ້ນ ແລະ ຂ້ໍຈຳກັດ ຕໍ່ສິດຂອງເຈົ້າຂອງພັນພືດໃໝ່

ມາດຕາ 82 (ປັບປຸງ).  ຂໍ້ຍົກເວັ້ນ ຕໍ່ສິດຂອງນັກປະສົມພັນພືດ

ຂໍ້ຍົກເວັ້ນ ຕໍ່ສິດຂອງນັກປະສົມພັນພືດ ມີ ດັ່ງນີ້:

  1. ສິດຂອງນັກປະສົມພັນພືດ ຈະຖືກຍົກເວັ້ນ ເມື່ອມີ:

1.1.       ການກະທຳ ເພື່ອຈຸດປະສົງສ່ວນຕົວ ຫຼື ບໍ່ມີຈຸດປະສົງທາງການຄ້າ;
1.2.       ການກະທຳ ເພື່ອການຄົ້ນຄວ້າທົດລອງ;
1.3.       ການກະທຳ ເພື່ອປັບປຸງພັນພືດອື່ນ ແລະ ຍົກເວັ້ນ ບົດບັນຍັດ ໃນວັກ 3 ຂອງ ມາດຕາ 78 ຂອງກົດໝາຍສະບັບນີ້ ຫາກຖືກນຳໃຊ້, ການຜະລິດ ຫຼື ຜະລິດ ຊ້ຳ, ການສ້າງເງື່ອນໄຂ ເພື່ອຂະຫຍາຍພັນ, ການສະເໜີຂາຍ ຫຼື ການຂາຍ ຫຼື ການຈຳໜ່າຍ ພັນພືດ ທີ່ກ່ຽວພັນກັບພັນພືດຊະນິດອື່ນ;

  1. ເຖິງວ່າມາດຕາ 78 ໄດ້ກຳນົດໄວ້ກໍຕາມ ເພື່ອການຂະຫຍາຍພັນ ຢູ່ໃນເນື້ອທີ່ດິນ ຂອງຕົນເອງ, ຊາວກະສິກອນ ສາມາດນຳໃຊ້ຜະລິດຕະພັນ ທີ່ເກັບກ່ຽວມາຈາກ ການປູກພັນພືດທີ່ໄດ້ຮັບການປົກປ້ອງ ຫຼື ພັນພືດ ທີ່ໄດ້ກຳນົດໄວ້ໃນ ຂໍ້ 1 ຫຼື 2 ຂອງ ວັກ 3 ມາດຕາ 78 ແຕ່ການນຳໃຊ້ພັນພືດທີ່ໄດ້ຮັບການປົກປ້ອງນັ້ນ ຕ້ອງໄດ້ຮັບ ອະນຸຍາດຈາກ ເຈົ້າຂອງພັນພືດດັ່ງກ່າວ. ຂ້າງເທິງ

ມາດຕາ 83 (ໃໝ່).  ການສິ້ນສຸດສິດ ຂອງນັກປະສົມພັນພືດ

ສິດຂອງນັກປະສົມພັນພືດ ຈະສິ້ນສຸດລົງ ກ່ຽວກັບສ່ວນໃດໜຶ່ງ ຂອງພັນພືດທີ່ໄດ້ຮັບການ ປົກປ້ອງ ຫຼື ສ່ວນໃດໜຶ່ງ ທີ່ໄດ້ຈາກສ່ວນດັ່ງກ່າວ ຕາມທີ່ໄດ້ກຳນົດໄວ້ໃນ ວັກ 3 ມາດຕາ 78 ຂອງກົດໝາຍສະບັບນີ້ ຊຶ່ງໄດ້ ຂາຍ ຫຼື ຈຳໜ່າຍ ຢູ່ໃນດິນແດນ ຂອງ ສປປ ລາວ ໂດຍນັກປະສົມພັນພືດ ຫຼື ຕາມການເຫັນດີຂອງຜູ້ກ່ຽວ ຍົກເວັ້ນການກະທຳ ດັ່ງນີ້:

  1. ກ່ຽວກັບການຂະຫຍາຍພັນພືດດັ່ງກ່າວຕື່ມອີກ;
  2. ກ່ຽວກັບການສົ່ງອອກສ່ວນຂະຫຍາຍຂອງພັນພືດ ໄປຍັງປະເທດ ທີ່ບໍ່ປົກປ້ອງປະເພດ ຫຼື ຊະນິດພັນພືດດັ່ງກ່າວ ເວັ້ນເສັຍແຕ່ການສົ່ງອອກສ່ວນນັ້ນ ແມ່ນເພື່ອການບໍລິໂພກ.

ເພື່ອຈຸດປະສົງ ຂອງວັກ 1 ມາດຕານີ້ ສ່ວນຂະຫຍາຍ ຂອງພັນພືດ ໝາຍເຖິງ:

  1. ສ່ວນຂະຫຍາຍພັນທຸກຊະນິດ;
  2. ຜົນເກັບກ່ຽວ ລວມທັງໝົດຕົ້ນພືດ ຫຼື ສ່ວນໃດໜຶ່ງ ຂອງຕົ້ນພືດ;
  3. ຜະລິດຕະພັນໃດໜຶ່ງ ທີ່ໄດ້ມາໂດຍກົງຈາກຜົນເກັບກ່ຽວ. ຂ້າງເທິງ

ມາດຕາ 84 (ໃໝ່).  ມາດຕະການຄຸ້ມຄອງທາງການຄ້າ

ການໃຫ້ສິດແກ່ນັກປະສົມພັນພືດ ບໍ່ຖືວ່າເປັນການອະນຸຍາດ ໃຫ້ສະແຫວງຫາຜົນປະໂຫຍດ ຈາກພັນພືດດັ່ງກ່າວຢ່າງເສລີ ຢູ່ ສປປ ລາວ ແຕ່ຍັງຂຶ້ນກັບການຄຸ້ມຄອງຂອງຂະແໜງການທີ່ກ່ຽວ ຂ້ອງ ເຊັ່ນ:

  1. ພັນພືດໃໝ່ ທີ່ສ້າງຜົນກະທົບທາງກົງ ຫຼື ທາງອ້ອມ ຕໍ່ສຸຂານາໄມ,ສະພາບແວດລ້ອມຫຼືລະບຽບກົດໝາຍ;
  2. ພັນພືດໃໝ່ ທີ່ໄດ້ຈາກການປັບແຕ່ງພັນທຸກຳ ຊຶ່ງບໍ່ໄດ້ມີການປະເມີນ ກ່ຽວກັບຄວາມ ປອດໄພ, ສິ່ງແວດລ້ອມ, ສຸຂານາໄມ, ລະບຽບກົດໝາຍ ແລະ ການກຳນົດຂອງເຈົ້າໜ້າ ທີ່ທີ່ກ່ຽວຂ້ອງ ຫຼື ມີການກະທຳໃດໜຶ່ງ ທີ່ເປັນການລະເມີດລະບຽບກົດໝາຍ ຂອງ ສປປ ລາວ. ຂ້າງເທິງ

ມາດຕາ 85 (ໃໝ່).  ສິດຂອງນັກປະສົມພັນພືດ ທີ່ເປັນໂມຄະ

ສິດຂອງນັກປະສົມພັນພືດ ຈະເປັນໂມຄະ ໃນກໍລະນີ ດັ່ງນີ້:

  1. ເງື່ອນໄຂທີ່ໄດ້ກຳນົດໄວ້ໃນ ມາດຕາ 69 ຫຼື 70 ຫຼື 71 ຂອງກົດໝາຍສະບັບນີ້ ບໍ່ໄດ້ຮັບການປະຕິບັດ ໃນເວລາມອບສິດໃຫ້ແກ່ນັກປະສົມພັນພືດ;
  2. ການມອບສິດນັກປະສົມພັນພືດ ໃຫ້ແກ່ບຸກຄົນທີ່ບໍ່ມີສິດ ເວັ້ນເສັຍແຕ່ສິດດັ່ງກ່າວ ໄດ້ໂອນໃຫ້ບຸກຄົນທີ່ມີສິດ.

ສິດຂອງນັກປະສົມພັນພືດ ຈະບໍ່ຖືວ່າເປັນໂມຄະ ແລະ ໃຊ້ບໍ່ໄດ້ ນອກຈາກເຫດຜົນທີ່ໄດ້ ກ່າວໄວ້ໃນ ວັກ 1 ຂອງມາດຕານີ້. ຂ້າງເທິງ

ມາດຕາ 86 (ໃໝ່).  ການຖອນສິດຂອງນັກປະສົມພັນພືດ

ສິດຂອງນັກປະສົມພັນພືດ ອາດຖືກຖອນໃນກໍລະນີ ດັ່ງນີ້:

  1. ບໍ່ສາມາດສືບຕໍ່ປະຕິບັດຕາມເງື່ອນໄຂ ທີ່ໄດ້ກຳນົດໄວ້ໃນ ມາດຕາ 70 ແລະ 71 ຂອງກົດໝາຍສະບັບນີ້;
  2. ບໍ່ໄດ້ສະໜອງຂໍ້ມູນ, ເອກະສານ ຫຼື ສ່ວນຂະຫຍາຍພັນພືດ ທີ່ຈຳເປັນໃຫ້ເຈົ້າໜ້າທີ່ ເພື່ອທົດສອບການບຳລຸງຮັກສາພັນພືດ;
  3. ບໍ່ຈ່າຍຄ່າທຳນຽມ ແລະ ຄ່າບໍລິການ ເພື່ອເຮັດໃຫ້ສິດຂອງຕົນ ຍັງມີຜົນໃຊ້ໄດ້;
  4. ບໍ່ໄດ້ສະເໜີຊື່ພັນພືດ ທີ່ເໝາະສົມອີກ ໃນກໍລະນີ ການກຳນົດຊື່ພັນພືດ ຖືກຍົກເລີກ ຫຼັງຈາກການມອບສິດໃຫ້,

ສິດຂອງນັກປະສົມພັນພືດ ຈະບໍ່ຖືກຖອນນອກຈາກເຫດຜົນທີ່ໄດ້ກ່າວໄວ້ໃນຂໍ້ 1 ຫາ 4 ຂອງມາດຕານີ້. ຂ້າງເທິງ

ມາດຕາ 87 (ປັບປຸງ).  ຂໍ້ຈຳກັດສິດເພື່ອສາທາລະນະປະໂຫຍດ

ໃນກໍລະນີ ມີຄວາມຈຳເປັນ ເພື່ອຕອບສະໜອງຄວາມຕ້ອງການຂອງສັງຄົມ ແລະ ເພື່ອຮັບ ປະກັນການສະໜອງສະບຽງອາຫານ ຫຼື ເພື່ອປ້ອງກັນການຜູກຂາດຕະຫຼາດນັ້ນ ລັດຖະບານສາມາດ ອອກແຈ້ງການອະນຸຍາດ ໃຫ້ນຳໃຊ້ພັນພືດທີ່ໄດ້ຮັບການປົກປ້ອງ ໂດຍບໍ່ຈຳເປັນຕ້ອງມີການອະນຸ ຍາດຈາກເຈົ້າຂອງສິດ. ການອະນຸຍາດດັ່ງກ່າວ ແມ່ນໃຫ້ປະຕິບັດຕາມເງື່ອນໄຂ ແລະ ຂັ້ນຕອນ ເຊັ່ນ ດຽວກັນກັບສິດທິບັດ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 63 ຂອງກົດໝາຍສະບັບນີ້. ຂ້າງເທິງ

ພາກທີ V
ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ

ໝວດທີ 1
ການປົກປ້ອງລິຂະສິດ

ມາດຕາ 88 (ປັບປຸງ).  ຜົນງານທີ່ໄດ້ຮັບການປົກປ້ອງ

ທຸກຜົນງານຂອງນັກປະພັນ ທີ່ມີການປະດິດຄິດແຕ່ງຂຶ້ນດ້ວຍຕົນເອງ ຢູ່ໃນຂົງເຂດສິລະ ປະກຳ, ວັນ-ນະກຳ ແລະ ວິທະຍາສາດ ຈະໄດ້ຮັບການປົກປ້ອງເປັນລິຂະສິດ ເຖິງວ່າຜົນງານດັ່ງກ່າວ ຈະສະແດງ ອອກຢູ່ໃນລັກສະນະ ຫຼື ຮູບແບບໃດກໍຕາມ. ໂດຍສະເພາະ ລິຂະສິດຈະໄດ້ຮັບການຄຸ້ມຄອງ ສຳລັບຜົນງານ ດັ່ງຕໍ່ໄປນີ້:

  1. ຜົນງານດ້ານສິລະປະກຳ ຕົ້ນຕໍ ມີ ດັ່ງນີ້:

1.1. ຮູບວາດ, ຮູບແຕ້ມ, ຮູບແກະສະຫຼັກ, ຮູບພິມຫີນ, ການເກັບຂິດລາຍພົມ ຫຼື ລາຍແພ ແລະ ຜົນງານວິຈິດຕະກຳ ອື່ນໆ;  
1.2. ຮູບປັ້ນ, ຮູບຄວັດຫີນ ແລະ ຜົນງານປະຕິມາກຳ ອື່ນໆ;
1.3. ການອອກແບບອາຄານ ຫຼື ສິ່ງປຸກສ້າງ, ການອອກແບບຕົບແຕ່ງພາຍໃນ ພາຍ ນອກ ແລະ ຜົນງານສະຖາປັດຕິຍະກຳ ອື່ນໆ;
1.4.       ຮູບຖ່າຍດ້ວຍວິທີການເຕັກນິກຕ່າງໆ ແລະ ຜົນງານທີ່ສະແດງອອກ ດ້ວຍຂັ້ນ ຕອນ ອານາລ໋ອກ (analogous process);
1.5.       ຮູບຈຳລອງ, ແຜນທີ່, ແຜນຜັງ, ຮູບສະເກັດ ຫຼື ຮູບສາມມິຕິກ່ຽວກັບພູມສາດ, ພູມປະເທດ, ງານສະຖາປັດຕິຍະກຳ ຫຼື ວິທະຍາສາດ;
1.6.       ດົນຕີປະກອບບົດລະຄອນ, ແບບລະຄອນໄບ້ ຫຼື ລະຄອນຈັດສາກ, ການອອກແບບທ່າຟ້ອນ, ທ່າເຕັ້ນ ແລະ ຜົນງານອື່ນ ທີ່ປະດິດຄິດແຕ່ງຂຶ້ນ ເພື່ອການສະແດງ;
1.7.       ການປະກອບດົນຕີ ທີ່ມີ ຫຼື ບໍ່ມີ ເນື້ອຮ້ອງລວມຢູ່ນຳ ລວມເຖິງນົດເພງ ທີ່ໄດ້ແຍກ ແລະ ຮຽບຮຽງສຽງປະສານແລ້ວ;
1.8.       ການບັນທຶກສຽງ;
1.9.       ຜົນງານສິລະປະປັບໃຊ້;
1.10.   ຟີມ ຫຼື ຜົນງານດ້ານຮູບເງົາອື່ນໆ ຫຼື ຜົນງານ ທີ່ສະແດງອອກ ດ້ວຍການລຳດັບພາບ ທີ່ສາມາດນຳອອກສາຍຕໍ່ເນື່ອງໄດ້ເປັນຮູບເງົາ ແລະ ສາມາດບັນທຶກລົງໃສ່ວັດສະດຸອື່ນໆ ທີ່ສາມາດນຳອອກສາຍຕໍ່ເນື່ອງໄດ້ຄືກັນ ລວມທັງສຽງປະກອບໃນຜົນ ງານນັ້ນ. 

  1. ຜົນງານດ້ານວັນນະກຳ ຕົ້ນຕໍ ມີ ດັ່ງນີ້:

2.1.       ປຶ້ມອ່ານ, ວິທະຍານິພົນ, ແຜ່ນພັບ, ວາລະສານ, ສິ່ງພິມ ແລະ ສິ່ງຂີດຂຽນອື່ນໆ;
2.2.       ບົດປາຖະກະຖາ, ບົດຄຳເຫັນ, ສຸນທອນພົດ, ບົດຄຳສອນ, ບົດສອນ ແລະ ບົດເວົ້າ ອື່ນໆ ທີ່ໄດ້ມີການບັນທຶກ;
2.3.       ບົດລະຄອນ, ບົດເລື່ອງ, ບົດກະວີ;
2.4.       ໂປຣແກຣມຄອມພິວເຕີ ແລະ ການລວບລວມຂໍ້ມູນ ລວມທັງພາສາຕົ້ນກຳເນີດ (source code) ແລະ ພາສາວັດຖຸ (object code).

  1. ການລວບລວມຜົນງານ ສິລະປະກຳ ຫຼື ວັນນະກຳ ເປັນຕົ້ນ ສາລານຸກົມ, ການລວບ ລວມບົດປະພັນ ຫຼື ການລວບລວມຂໍ້ມູນດ້ວຍການຈັດລຽງ, ການຄັດເລືອກ, ການລວບລວມບັນດາຫົວຂໍ້ຕ່າງໆ ທີ່ປະກອບເຂົ້າກັນເປັນການປະດິດຄິດແຕ່ງທາງປັນຍາ.

ຜົນງານໃດໜຶ່ງ ຈະຖືວ່າໄດ້ມີການປະດິດຄິດແຕ່ງຂຶ້ນ ກໍຕໍ່ເມື່ອໄດ້ບັນທຶກລົງໃນວັດຖຸທີ່ຈັບ ບາຍໄດ້. ຂ້າງເທິງ

ມາດຕາ 89 (ປັບປຸງ).  ຜົນງານທີ່ສືບເນື່ອງຈາກລິຂະສິດ

ຜົນງານທີ່ສືບເນື່ອງຈາກລິຂະສິດ ຈະໄດ້ຮັບການປົກປ້ອງ ຄືກັບຜົນງານຕົ້ນສະບັບໂດຍປາສະຈາກການສ້າງຜົນເສັຍຫາຍ ຕໍ່ເຈົ້າຂອງລິຂະສິດຕົ້ນສະບັບ ຊຶ່ງເປັນຜົນງານ ທີ່ນຳມາເປັນພື້ນຖານໃນການສ້າງຜົນງານສືບເນື່ອງ. ຂ້າງເທິງ

ມາດຕາ 90 (ປັບປຸງ).  ສິ່ງທີ່ບໍ່ສາມາດປົກປ້ອງເປັນລິຂະສິດ

ສິ່ງທີ່ບໍ່ສາມາດປົກປ້ອງເປັນລິຂະສິດ ມີ ດັ່ງນີ້:

  1. ຂ່າວປະຈຳວັນ ຫຼື ເຫດການຕົວຈິງທີ່ເກີດຂຶ້ນ ທີ່ມີລັກສະນະເປັນຂໍ້ມູນຂ່າວສານ;
  2. ຄວາມຄິດ, ຂັ້ນຕອນ, ກຳມະວິທີ,  ວິທີການປະຕິບັດ ຫຼື ຫຼັກການຄະນິດສາດ;
  3. ບັນດານິຕິກຳຕ່າງໆ, ລະບຽບການປົກຄອງ, ເອກະສານທາງດ້ານຕຸລາການ ແລະ ເອກະສານເຫຼົ່ານັ້ນ ທີ່ແປເປັນທາງການ. ຂ້າງເທິງ

ໝວດທີ 2
ການປົກປ້ອງ ສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 91 (ປັບປຸງ).  ຜູ້ທີ່ໄດ້ຮັບການປົກປ້ອງສິດ   

ຜູ້ທີ່ໄດ້ຮັບການປົກປ້ອງ ສິດກ່ຽວຂ້ອງກັບລິຂະສິດ ມີ ດັ່ງນີ້:

  1. ຜູ້ສະແດງ ລວມມີນັກສະແດງ, ນັກຮ້ອງ, ນັກດົນຕີ, ນັກຟ້ອນ ແລະ ຜູ້ອື່ນໆ ທີ່ສະແດງ, ຮ້ອງເພງ, ເລົ່າ, ຫຼິ້ນ ໃນຮູບແບບ ຂອງຜົນງານດ້ານສິລະປະກຳ ແລະ ວັນນະ ກຳ ຫຼື ການສະແດງອອກ ທາງວັດທະນະທຳພື້ນບ້ານ;
  2. ຜູ້ຜະລິດການບັນທຶກສຽງ ທີ່ໄດ້ມີການບັນທຶກຄັ້ງທຳອິດ ຂອງການສະແດງໃດໜຶ່ງ ຫຼື ສຽງອື່ນໆ ຫຼື ການນຳສະເໜີ ບັນດາສຽງອື່ນໆ ທີ່ປະກອບໃນການສະແດງ;
  3. ຜູ້ກະຈາຍສຽງ-ແຜ່ພາບ ແລະ ອົງການກະຈາຍສຽງ-ແຜ່ພາບ ທີ່ໄດ້ມີການລິເລີ່ມ ແລະ ເຮັດການກະຈາຍສຽງ, ການແຜ່ພາບ ຫຼື ກະຈາຍສຽງ-ແຜ່ພາບ. ຂ້າງເທິງ

ມາດຕາ 92 (ປັບປຸງ).  ສິດກ່ຽວຂ້ອງກັບລິຂະສິດ ທີ່ໄດ້ຮັບການປົກປ້ອງ

ສິດກ່ຽວຂ້ອງກັບລິຂະສິດ ທີ່ໄດ້ຮັບການປົກປ້ອງ ມີ ດັ່ງນີ້:

  1. ການສະແດງ:

1.1         ການສະແດງ ຢູ່ພາຍໃນ ຫຼື ຕ່າງປະເທດ ຂອງພົນລະເມືອງລາວ, ຄົນຕ່າງດ້າວ ຫຼື ຜູ້ບໍ່ມີສັນຊາດ ທີ່ອາໄສຢູ່ ສປປ ລາວ;
1.2         ການສະແດງ ຂອງຄົນຕ່າງປະເທດ ຢູ່ ສປປ ລາວ;
1.3         ການສະແດງ ທີ່ຖືກປົກປ້ອງພາຍໃຕ້ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

  1. ການຜະລິດການບັນທຶກສຽງ:

2.1         ການຜະລິດການບັນທຶກສຽງ ຢູ່ພາຍໃນ ຫຼື ຕ່າງປະເທດ ຂອງພົນລະເມືອງລາວ, ຄົນຕ່າງດ້າວ ຫຼື ຜູ້ບໍ່ມີສັນຊາດ ທີ່ອາໄສຢູ່ ສປປ ລາວ;
2.2         ການຜະລິດການບັນທຶກສຽງ ຂອງຄົນຕ່າງປະເທດ ຢູ່ ສປປ ລາວ;
2.3         ການຜະລິດການບັນທຶກສຽງ ທີ່ໄດ້ຖືກປົກປ້ອງພາຍໃຕ້ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

  1. ການກະຈາຍສຽງ-ແຜ່ພາບ ຫຼື ລາຍການຜ່ານສັນຍານດາວທຽມ ທີ່ເຂົ້າລະຫັດ ແລະ ບໍ່ເຂົ້າລະຫັດ:

3.1.       ການກະຈາຍສຽງ-ແຜ່ພາບ ຫຼື ລາຍການຜ່ານສັນຍານດາວທຽມ ທີ່ເຂົ້າລະ ຫັດ ແລະ ບໍ່ເຂົ້າລະຫັດຢູ່ພາຍໃນ ຫຼື ຕ່າງປະເທດ ຂອງພົນລະເມືອງລາວ, ຄົນຕ່າງດ້າວ ຫຼື ຜູ້ບໍ່ມີສັນຊາດ ທີ່ອາໄສຢູ່ ສປປ ລາວ;
3.2.       ການກະຈາຍສຽງ-ແຜ່ພາບ ຫຼື ລາຍການຜ່ານສັນຍານດາວທຽມ ທີ່ເຂົ້າລະຫັດ ແລະ ບໍ່ເຂົ້າລະຫັດ ຂອງຄົນຕ່າງປະເທດ ຢູ່ ສປປ ລາວ;
3.3.       ການກະຈາຍສຽງ-ແຜ່ພາບ ຫຼື ລາຍການຜ່ານສັນຍານດາວທຽມ ທີ່ເຂົ້າລະຫັດ ແລະ ບໍ່ເຂົ້າລະຫັດ ທີ່ໄດ້ຖືກປົກປ້ອງພາຍໃຕ້ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີີ.

  1. ການສະແດງ, ການບັນທຶກສຽງ ແລະ ລາຍການກະຈາຍສຽງ-ແຜ່ພາບ ຜ່ານສັນຍານດາວທຽມ ທີ່ເຂົ້າລະຫັດ ແລະ ບໍ່ເຂົ້າລະຫັດ ຕ້ອງໄດ້ຮັບການປົກປ້ອງ ດັ່ງທີ່ໄດ້ກຳນົດໄວ້ໃນ ຂໍ້ 1, 2 ແລະ 3 ຂອງມາດຕານີ້ ໂດຍບໍ່ແຕະຕ້ອງ ຕໍ່ຜົນງານທີ່ມີລິຂະສິດ. ຂ້າງເທິງ

ໝວດທີ 3
ການແຈ້ງ ລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 93 (ປັບປຸງ).  ການແຈ້ງ ລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ

ລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ ແມ່ນ ສິດທີ່ເກີດຂຶ້ນໂດຍທັນທີ ເມື່ອໄດ້ມີການປະດິດຄິດແຕ່ງຜົນງານນັ້ນຂຶ້ນມາ ໂດຍບໍ່ມີການຈົດທະບຽນ ແຕ່ສາມາດແຈ້ງສິດນັ້ນໄວ້ນຳ ກະຊວງ ວິທະ ຍາສາດ ແລະ ເຕັກໂນໂລຊີ ເພື່ອເປັນຫຼັກຖານ ຫຼື ເປັນຂໍ້ມູນໄວ້ ໂດຍສະເພາະ ເມື່ອມີການລະເມີດ ຫຼື ມີຂໍ້ຂັດແຍ່ງ. ຂ້າງເທິງ

ມາດຕາ 94 (ປັບປຸງ).  ການບັນທຶກການແຈ້ງ ລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ

ເມື່ອໄດ້ຮັບຄຳຮ້ອງຂໍແຈ້ງລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດແລ້ວ ກະຊວງ ວິທະຍາ ສາດ ແລະ ເຕັກໂນໂລຊີ ຕ້ອງບັນທຶກການແຈ້ງດັ່ງກ່າວ ແລະ ອອກໃບຢັ້ງຢືນໃຫ້ ເພື່ອເປັນຫຼັກຖານ ຖ້າຄຳຮ້ອງດັ່ງກ່າວຫາກຖືກຕ້ອງ ແລະ ຄົບຖ້ວນຕາມເງື່ອນໄຂທີ່ໄດ້ກຳນົດໄວ້. ໃບຢັ້ງຢືນການແຈ້ງລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ ຕ້ອງບົ່ງບອກຊື່ເຈົ້າຂອງຜົນງານ, ຊື່ຜົນງານ ພ້ອມວັນເດືອນປີສ້າງຜົນງານ ແຕ່ບໍ່ເປັນການໃຫ້ສິດໃດໆ ແກ່ຜູ້ແຈ້ງ. ຂ້າງເທິງ

ໝວດທີ 4

ເຈົ້າຂອງລິຂະສິດ

ມາດຕາ 95 (ປັບປຸງ).  ເຈົ້າຂອງລິຂະສິດ

ເຈົ້າຂອງລິຂະສິດ ໃນຜົນງານກ່ຽວກັບການປະພັນ ແມ່ນ ນັກປະພັນ. ເມື່ອມີການສ້າງຜົນ ງານຮ່ວມກັນ ກໍຈະໄດ້ຮັບສິດຮ່ວມກັນ ລະຫວ່າງຜູ້ປະດິດຄິດແຕ່ງດ້ວຍກັນ ເວັ້ນເສັຍແຕ່ໄດ້ຕົກລົງກັນ ໄວ້ເປັນຢ່າງອື່ນ.ໃນກໍລະນີຜົນງານ ໄດ້ຖືກສ້າງຂຶ້ນດ້ວຍການວ່າຈ້າງ ເຈົ້າຂອງລິຂະສິດ ໃນຜົນງານດັ່ງກ່າວ ກໍແມ່ນຜູ້ວ່າຈ້າງ ເວັ້ນເສັຍແຕ່ໄດ້ຕົກລົງກັນໄວ້ເປັນຢ່າງອື່ນ.

ກຳມະສິດ ຕໍ່ ລິຂະສິດ ແລະ ສິດດ້ານເສດຖະກິດ ສາມາດມອບໂອນ ດ້ວຍສັນຍາ ຫຼື ດ້ວຍ ການສືບທອດມູນມໍຣະດົກ.

ຜູ້ໄດ້ຮັບສິດໃນລິຂະສິດ ແລະ ສິດດ້ານເສດຖະກິດ ຕາມສັນຍາ ລວມທັງສັນຍາວ່າຈ້າງ ແຮງງານເພື່ອສ້າງຜົນງານ ຫຼື ບັນທຶກສຽງ ກໍຈະສາມາດນຳໃຊ້ສິດເຫຼົ່ານັ້ນໄດ້ ໃນນາມຕົນເອງແລະ ກໍຈະມີສິດໄດ້ຮັບຜົນປະໂຫຍດຈາກສິດ ດັ່ງກ່າວ. ຂ້າງເທິງ

ມາດຕາ 96 (ປັບປຸງ).  ຜູ້ປະກອບສ່ວນ ໃນຜົນງານການສະແດງ ຫຼື ຜົນງານດ້ານຮູບເງົາ

ຜູ້ປະກອບສ່ວນ ຢ່າງມີຫົວຄິດປະດິດສ້າງ ໃນຜົນງານການສະແດງ ຫຼື ຜົນງານດ້ານຮູບເງົາ ຊຶ່ງມີຜູ້ອຳນວຍການສ້າງ, ບັນນາທິການ, ຜູ້ຮຽບຮຽງ, ມືກ້ອງ, ຜູ້ຄວບຄຸມການສະແດງ, ຜູ້ປະພັນ, ຜູ້ຈັດສາກ, ຜູ້ຄວບຄຸມສຽງ, ຜູ້ຄວບຄຸມແສງ, ຜູ້ອອກແບບສະຖານທີ່ຖ່າຍທຳ, ຜູ້ຈັດການດ້ານເຄື່ອງມື ຖ່າຍທຳ, ຜູ້ຈັດການດ້ານເຕັກນິກ ແລະ ຜູ້ອື່ນໆ ທີ່ປະກອບສ່ວນ ໃນວຽກດັ່ງກ່າວ ຖືວ່າເປັນຜູ້ທີ່ໄດ້ມີການປະດິດແຕ່ງຮ່ວມ ໃນຜົນງານການສະແດງ ຫຼື ຜົນງານດ້ານຮູບເງົາ.

ຜູ້ປະກອບສ່ວນໃນການປະດິດແຕ່ງເຫຼົ່ານີ້ ຈະຕ້ອງໄດ້ຮັບການບົ່ງຊື່ຢ່າງຈະແຈ້ງ ໃສ່ໃນຜົນ ງານທີ່ຕົນເອງໄດ້ມີສ່ວນຮ່ວມສ້າງ ເວັ້ນເສັຍແຕ່ມີເງື່ອນໄຂອື່ນ ທີ່ບໍ່ໃຫ້ບົ່ງຊື່ນັ້ນໄດ້.

ເຖິງວ່າ ໄດ້ກຳນົດໄວ້ໃນ ວັກ 1 ຂອງມາດຕານີ້ກໍຕາມ ໃນກໍລະນີທີ່ບໍ່ໄດ້ມີການຕົກລົງກັນ ໄວ້ຢ່າງເປັນລາຍລັກອັກສອນ ຜູ້ຮ່ວມປະດິດແຕ່ງເຫຼົ່ານີ້ ກໍຈະບໍ່ມີສິດຄັດຄ້ານ ການຜະລິດຊ້ຳ, ການ ແຈກຢາຍ, ການສະແດງ, ການສື່ສານຜົນງານຕໍ່ສາທາລະນະຊົນ ດ້ວຍລະບົບສື່ສານທີ່ໃຊ້ສາຍ, ການ ອອກອາກາດ ຫຼື ການສື່ສານ ໃນຮູບແບບອື່ນໆ ຫຼື ການແປເນື້ອໃນຄຳເວົ້າ ຫຼື ການພາກເຂົ້າໃນ ຜົນງານ. ເນື້ອໃນຂອງວັກນີ້ ບໍ່ໃຫ້ນຳໃຊ້ ຕໍ່ ຜູ້ສ້າງບົດຮູບເງົາ, ຜູ້ໃຫ້ສຽງປະກອບ ແລະ ຜູ້ສ້າງຜົນງານດ້ານດົນຕີ ເພື່ອປະກອບເຂົ້າໃນຮູບເງົາ ຫຼື ຕໍ່ຜູ້ອຳນວຍການສ້າງຮູບເງົາ. ຂ້າງເທິງ

ມາດຕາ 97 (ໃໝ່).  ສິດດ້ານຈາລິຍະທຳ

ເຖິງວ່າ ຜູ້ປະດິດຄິດແຕ່ງ ຈະບໍ່ໄດ້ເປັນເຈົ້າຂອງສິດດ້ານເສດຖະກິດກໍຕາມ ແຕ່ຜູ້ປະດິດແຕ່ງນັ້ນ ຍັງມີສິດດ້ານຈາລິຍະທຳ ດັ່ງນີ້:

  1. ເປີດເຜີຍ ແລະ ເຜີຍແຜ່ຜົນງານ ຄັ້ງທຳອິດ;
  2. ອ້າງອີງ ດ້ວຍເຫດຜົນ:

2.1         ເປັນຜູ້ປະດິດຄິດແຕ່ງຜົນງານ;
2.2         ມີຊື່ ຂອງຕົນເອງ ເພື່ອສະແດງໃຫ້ເຫັນເວລາມີການນຳໃຊ້ ຫຼື ຈັດພິມຜົນງານດັ່ງກ່າວ;
2.3         ໃຊ້ນາມແຝງ ຫຼື ນາມປາກກາ ຫຼື ຈັດພິມຜົນງານ ໂດຍບໍ່ໃສ່ຊື່ຂອງຕົນ;
2.4         ຄັດຄ້ານ ການໃສ່ຊື່ຜູ້ອື່ນ ໃນຜົນງານຂອງຕົນ;
2.5         ຄັດຄ້ານ ການແອບອ້າງນຳໃຊ້ຊື່ຂອງຕົນ ໄປໃສ່ຜົນງານອື່ນ ທີ່ຕົນບໍ່ໄດ້ເປັນ ຜູ້້ປະດິດຄິດແຕ່ງ ຫຼື ຜົນງານທີ່ຜູ້ອື່ນໄດ້ດັດແກ້;

  1.  ຄັດຄ້ານການບິດເບືອນ, ການຕັດຮອນ, ການດັດແກ້ ຫຼື ການກະທຳອື່ນ ຕໍ່ຜົນງານ  ຊຶ່ງກໍໍ່ໃຫ້ເກີດຜົນເສັຍຫາຍ ຕໍ່ກຽດ ຫຼື ຊື່ສຽງ ຂອງຜູ້ປະດິດຄິດແຕ່ງ.

ຜູ້ທີ່ບໍ່ແມ່ນຜູ້ປະດິດຄິດແຕ່ງຜົນງານ ແຕ່ໄດ້ນຳໃຊ້ ຊື່ ຂອງຜູ້ກ່ຽວ ກໍຈະມີສິດເຊັ່ນດຽວກັນຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 3 ຂອງມາດຕານີ້.

ສິດໃນການເປີດເຜີຍ ແລະ ເຜີຍແຜ່ຄັ້ງທຳອິດ ເປັນຂອງຜູ້ປະດິດຄິດແຕ່ງ ຕະຫຼອດຊີວິດ  ເວັ້ນເສັຍແຕ່ຜູ້ກ່ຽວ ຫາກໄດ້ມອບສິດນີ້ຢ່າງເປັນລາຍລັກອັກສອນ ໃຫ້ຜູ້ອື່ນນຳໃຊ້ຫຼັງຈາກການເສັຍຊີວິດຂອງຕົນ.  ສິດທີ່ໄດ້ກຳນົດໄວ້ ໃນ ຂໍ້ 2.1, 2.2, 2.3 ແລະ ຂໍ້ 3 ຂອງມາດຕານີ້ ຈະສືບຕໍ່ໄປຈົນກວ່າສິດດ້ານເສດຖະກິດ ຂອງຜູ້ປະດິດຄິດແຕ່ງສິ້ນສຸດລົງ. ສ່ວນສິດທີ່ໄດ້ກຳນົດໄວ້ ໃນ ຂໍ້ 2.4, 2.5 ແລະ ວັກ 2 ຂອງມາດຕານີ້ ບຸກຄົນທີ່ມີສ່ວນກ່ຽວຂ້ອງ ກັບສິດດັ່ງກ່າວ ສາມາດນຳໃຊ້ສິດນັ້ນ ໂດຍບໍ່ມີກຳນົດເວລາ. ຂ້າງເທິງ

ມາດຕາ 98 (ໃໝ່).  ສິດດ້ານເສດຖະກິດ

ຜູ້ປະດິດຄິດແຕ່ງ ຫຼື ເຈົ້າຂອງລິຂະສິດ ໃນຜົນງານດ້ານສິລະປະກຳ ຫຼື ວັນນະກຳ ມີສິດແຕ່ພຽງຜູ້ດຽວ ໃນການດຳເນີນ ຫຼື ການອະນຸຍາດ ໃຫ້ດຳເນີນການຕ່າງໆ ກ່ຽວກັບຜົນງານຂອງຕົນ ດັ່ງນີ້:

  1. ສະສົມ ທ້ອນໂຮມຜົນງານ;
  2. ຜະລິດຊ້ຳ ຜົນງານ ບໍ່ວ່າໃນລັກສະນະ ຫຼື ໃນຮູບແບບໃດກໍຕາມ ລວມທັງຈໍລະຈອນແຈກຢາຍສຳເນົາຜົນງານດັ່ງກ່າວ;
  3. ແປຜົນງານ;
  4. ກະຈາຍສຽງ-ແຜ່ພາບ ຂອງຜົນງານ;
  5. ສື່ສານຜົນງານ ຕໍ່ສາທາລະນະຊົນ ດ້ວຍລະບົບສື່ສານ ທີ່ໃຊ້ສາຍ ຫຼື ບໍ່ໃຊ້ສາຍ ຫຼື ດ້ວຍການກະຈາຍສຽງ-ແຜ່ພາບຊ້ຳ ຜົນງານ;
  6. ສື່ສານ ຜົນງານການກະຈາຍສຽງ-ແຜ່ພາບ ຕໍ່ສາທາລະນະຊົນ ດ້ວຍໂທລະໂຄ່ງ ຫຼື ເຄື່ອງສົ່ງສັນຍານດ້ວຍລະບົບທີ່ຄ້າຍກັນ, ດ້ວຍສັນຍານ, ດ້ວຍສຽງ ຫຼື ພາບ;

ໃນກໍລະນີ ບໍ່ມີການກຳນົດໃນທາງກົງກັນຂ້າມ  ການອະນຸຍາດ ທີ່ໄດ້ໃຫ້ ຕາມຂໍ້ 4 ຂອງ ມາດຕານີ້ ຈະບໍ່ຖືວ່າເປັນການອະນຸຍາດໃຫ້ບັນທຶກ ດ້ວຍເຄື່ອງບັນທຶກສຽງ ຫຼື ພາບ ຕໍ່ຜົນງານການ ກະຈາຍສຽງ-ແຜ່ພາບ.

ສຳລັບຜົນງານດ້ານວັນນະກຳ ຜູ້ປະດິດຄິດແຕ່ງ ຫຼື ເຈົ້າຂອງລິຂະສິດ ມີສິດແຕ່ພຽງຜູ້ດຽວ ໃນການດຳເນີນ ຫຼື ການອະນຸຍາດ ໃຫ້ດຳເນີນການຕ່າງໆ ກ່ຽວກັບຜົນງານຂອງຕົນ ດັ່ງນີ້:

  1. ເລົ່າຜົນງານ ຕໍ່ສາທາລະນະຊົນ ດ້ວຍວິທີການ ຫຼື ຂະບວນການໃດໜຶ່ງ;
  2. ສື່ສານຜົນງານ ຕໍ່ສາທາລະນະຊົນ ດ້ວຍການເລົ່າຄືນຜົນງານ ຫຼື ດ້ວຍວິທີການສື່   ສານອື່ນໃດໜຶ່ງ;
  3. ແປການເລົ່າຄືນ ຜົນງານ.

ສຳລັບການສະແດງລະຄອນ, ລະຄອນ-ດົນຕີ ແລະ ຜົນງານດ້ານດົນຕີນັ້ນ ຜູ້ປະດິດຄິດແຕ່ງ ຫຼື ເຈົ້າຂອງລິຂະສິດ ມີສິດແຕ່ພຽງຜູ້ດຽວໃນການດຳເນີນ ຫຼື ການອະນຸຍາດ ໃຫ້ດຳເນີນການ ຕ່າງໆ ກ່ຽວກັບຜົນງານຂອງຕົນ ດັ່ງນີ້:

  1. ສະແດງຜົນງານຕໍ່ ສາທາລະນະຊົນ ລວມທັງການສະແດງຜົນງານ ດ້ວຍວິທີການ ຫຼື ຂະບວນການໃດໜຶ່ງ;
  2. ສື່ສານຜົນງານ ການສະແດງ ຕໍ່ສາທາລະນະຊົນ;
  3. ແປຜົນງານການສະແດງ.

ຜູ້ປະດິດຄິດແຕ່ງ ຫຼື ເຈົ້າຂອງລິຂະສິດ ມີສິດແຕ່ພຽງຜູ້ດຽວໃນການດຳເນີນ ຫຼື ການອະນຸຍາດ ໃຫ້ດັດແກ້, ປັບປຸງ ຫຼື ຈັດລຽງຜົນງານຂອງຕົນ ດັ່ງນີ້:

  1. ດັດແກ້ຜົນງານດ້ານຮູບເງົາ-ລະຄອນ ແລະ ຜະລິດຊ້ຳຜົນງານດ້ານສິລະປະກຳ ຫຼື ວັນນະກຳ ແລະ ແຈກຢາຍຜົນງານ ທີ່ໄດ້ດັດແກ້ ຫຼື ໄດ້ຜະລິດຊ້ຳ;
  2. ສະແດງ ຫຼື ສື່ສານ ຕໍ່ສາທາລະນະຊົນ ດ້ວຍລະບົບການສື່ສານທີ່ໃຊ້ສາຍ ຫຼື ບໍ່ໃຊ້ ສາຍ ຫຼື ຜົນງານທີ່ໄດ້ຮັບການດັດແກ້ ຫຼື ໄດ້ຜະລິດຊ້ຳ.

ຜູ້ປະດິດຄິດແຕ່ງ ຫຼື ເຈົ້າຂອງລິຂະສິດ ມີສິດແຕ່ພຽງຜູ້ດຽວໃນການດຳເນີນ ຫຼື ການອະນຸ ຍາດ ຫຼື ບໍ່ອະນຸຍາດໃຫ້:

  1. ຜະລິດຊ້ຳ ທັງທາງກົງ ແລະ ທາງອ້ອມ ທັງໝົດ ຫຼື ບາງສ່ວນ ຂອງຜົນງານການບັນທຶກສຽງ, ໂປຣແກຣມຄອມພິວເຕີ ຫຼື ການລວບລວມຂໍ້ມູນ ຫຼື ສິ່ງອື່ນໆ;
  2. ນຳເຂົ້າມາຍັງ ສປປ ລາວ ສຳເນົາຜົນງານການບັນທຶກສຽງ ເຖິງວ່າຜູ້ຖືສິດ ທີ່ກ່ຽວ ຂ້ອງ ໄດ້ຈຳໜ່າຍສຳເນົາດັ່ງກ່າວ ຢູ່ທ້ອງຕະຫຼາດແລ້ວກໍຕາມ;
  3. ແຈກຢາຍຜົນງານຕົ້ນສະບັບ ແລະ ສຳເນົາການບັນທຶກສຽງແຕ່ລະອັນ ໃຫ້ສາທາລະ ນະຊົນຄັ້ງທຳອິດ ດ້ວຍການຂາຍ, ການໃຫ້ເຊົ່າ ຫຼື ດ້ວຍວິທີການອື່ນ;
  4. ໃຫ້ເຊົ່າ ຫຼື ໃຫ້ຢືມ ຕົ້ນສະບັບ ຫຼື ສຳເນົາ ຜົນງານດ້ານສຽງ-ພາບ, ຜົນງານການບັນ ທຶກສຽງ ຫຼື ຜົນງານດ້ານດົນຕີທີ່ຢູ່ໃນຮູບແບບຂອງນົດເພງ ເພື່ອຜົນປະໂຫຍດ ທັງທາງກົງ ແລະ ທາງອ້ອມ ດ້ານການຄ້າ;
  5. ນຳໃຊ້ສິດທີ່ໄດ້ກຳນົດໄວ້ໃນ ຂໍ້ 4 ວັກນີ້ ສຳລັບໂປຣແກຣມຄອມພິວເຕີ ຫຼື ຖານຂໍ້ມູນ ຍົກເວັ້ນໃນກໍລະນີ ສຳເນົາໂປຣແກຣມຄອມພິວເຕີ ຫາກບໍ່ແມ່ນເປົ້າໝາຍ ຕົ້ນຕໍຂອງການໃຫ້ເຊົ່າ.  ການເອົາຕົ້ນສະບັບ ຫຼື ສຳເນົາໂປຣແກຣມຄອມພິວເຕີ ໄປວາງຕະຫຼາດດ້ວຍການເຫັນດີຂອງຜູ້ຖືສິດ ຈະບໍ່ເຮັດໃຫ້ສິດໃນການໃຫ້ເຊົ່ານັ້ນ ໝົດໄປ.

ຜູ້ປະດິດຄິດແຕ່ງ ຫຼື ເຈົ້າຂອງລິຂະສິດ ມີສິດແຕ່ພຽງຜູ້ດຽວໃນການດຳເນີນ ຫຼື ການອະນຸ ຍາດ ໃຫ້ນຳເຂົ້າ ຫຼື ສົ່ງອອກຜົນງານຕົ້ນສະບັບ ຫຼື ສຳເນົາຜົນງານໃດໜຶ່ງ. ສິດດັ່ງກ່າວ ບໍ່ສາມາດສະ ກັດກັ້ນການນຳເຂົ້າ ຫຼື ການສົ່ງອອກຜົນງານຕົ້ນສະບັບ ຫຼື ສຳເນົາຜົນງານ ຊຶ່ງໄດ້ມາຢ່າງຖືກຕ້ອງຕາມກົດໝາຍ ດ້ວຍການອະນຸຍາດຈາກເຈົ້າ ຂອງລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ;

ຜູ້ປະດິດຄິດແຕ່ງ ຫຼື ເຈົ້າຂອງລິຂະສິດ ຜົນງານດ້ານ ສິລະປະກຳ ຫຼື ວັນນະກຳ ມີສິດພຽງຜູ້ດຽວ ໃນການດຳເນີນ ຫຼື ການອະນຸຍາດໃຫ້:

  1. ດັດແກ້ ຫຼື ຜະລິດຊ້ຳຜົນງານດ້ານຮູບເງົາ ແລະ ສິດໃນການແຈກຢາຍຜົນງານດັ່ງກ່າວ ທີ່ໄດ້ມີການດັດແກ້ ຫຼື ໄດ້ຜະລິດຊ້ຳ;
  2. ສະແດງ ຫຼື ສື່ສານຜົນງານທີ່ໄດ້ດັດແກ້ ຫຼື ຜະລິດຊ້ຳ ຜົນງານດ້ານຮູບເງົາ ຕໍ່ສາທາລະນະຊົນ ດ້ວຍລະບົບສື່ສານທີ່ໃຊ້ສາຍ ຫຼື ບໍ່ໃຊ້ສາຍ.

ການດັດແກ້ ການຜະລິດຜົນງານດ້ານຮູບເງົາ ໃຫ້ເປັນຮູບແບບດ້ານສິລະປະກຳອື່ນ ທີ່ໄດ້ມາ ຈາກຜົນງານ ດ້ານສິລະປະກຳ ຫຼື ວັນນະກຳ  ໂດຍບໍ່ສ້າງຄວາມເສັຍຫາຍຕໍ່ສິດຂອງຜູ້ໃຫ້ອະນຸຍາດຜົນງານການສ້າງຮູບເງົາ ຕ້ອງໄດ້ຮັບອະນຸຍາດຈາກເຈົ້າຂອງຜົນງານຕົ້ນສະບັບ.

ຜູ້ປະດິດຄິດແຕ່ງ ຫຼື ເຈົ້າຂອງລິຂະສິດ ຂອງຜົນງານດ້ານວັນນະກຳ, ລະຄອນ, ລະຄອນ- ດົນຕີ, ຜົນງານດ້ານດົນຕີ, ການເຕັ້ນ, ລະຄອນກືກ, ພາບນິ້ງ ຫຼື ຜົນງານດ້ານສຽງ-ພາບ ລວມທັງຮູບພາບ, ພາບນິ້ງ ຫຼື ຜົນງານດ້ານສຽງ-ພາບອື່ນໆ ຂອງບຸກຄົນ ມີສິດພຽງຜູ້ດຽວ ໃນການດຳເນີນ ຫຼື ການອະນຸຍາດໃຫ້:

  1. ສະແດງຜົນງານ ຕໍ່ສາທາລະນະຊົນ ດ້ວຍວິທີການ ຫຼື ຂະບວນການໃດໜຶ່ງ ໂດຍ ສະເພາະ ເມື່ອມີການບັນທຶກສຽງ ເພື່ອສະແດງຜົນງານທີ່ມີລິຂະສິດ ດ້ວຍວິທີການ ຖ່າຍທອດສຽງທາງລະບົບດິຈີຕອນ;
  2. ສື່ສານຜົນງານຕໍ່ສາທາລະນະຊົນດ້ວຍວີທີການໃດໜຶ່ງ;
  3. ແປຜົນງານ ການສະແດງ. ຂ້າງເທິງ

ມາດຕາ 99 (ໃໝ່).  ການລະເມີດສິດດ້ານຈາລິຍະທຳ ແລະ ສິດດ້ານເສດຖະກິດ

ບຸກຄົນ-, ນິຕິບຸກຄົນ ຫຼື ການ-ຈັດຕັ້ງອື່ນ ບໍ່ສາມາດດຳເນີນການໃດໆ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 97 ຂອງກົດໝາຍສະບັບນີ້ ຖ້າບໍ່ໄດ້ຮັບອະນຸຍາດ ຈາກຜູ້ປະດິດຄິດແຕ່ງ. ການດຳເນີນການ  ທີ່ບໍ່ໄດ້ຮັບອະນຸຍາດ ຈະຖືເປັນ-ການ-ລະເມີດສິດດ້ານ-ຈາລິຍະທຳ ຂອງຜູ້ປະດິດຄິດແຕ່ງ ເວັ້ນເສັຍແຕ່ ກົດໝາຍໄດ້ກຳນົດໄວ້ເປັນຢ່າງອື່ນ.

ບຸກຄົນ-, ນິຕິບຸກຄົນ ຫຼື ການ-ຈັດຕັ້ງອື່ນ ບໍ່ສາມາດດຳເນີນການໃດໆ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 98 ຂອງກົດໝາຍສະບັບນີ້ ຖ້າບໍ່ໄດ້ຮັບອະນຸຍາດ ຈາກເຈົ້າຂອງລິຂະສິດ. ການດຳເນີນການ  ທີ່ບໍ່ໄດ້ຮັບອະນຸຍາດ ຈະຖືເປັນ-ການ-ລະເມີດສິດດ້ານເສດຖະກິດຂອງເຈົ້າຂອງລິຂະສິດ ເວັ້ນເສັຍແຕ່ ກົດໝາຍໄດ້ກຳນົດໄວ້ເປັນຢ່າງອື່ນ.

ຜູ້ປະດິດຄິດແຕ່ງ ຫຼື ເຈົ້າຂອງລິຂະສິດ ມີສິດປົກປ້ອງຜົນປະໂຫຍດຂອງຕົນ ຕາມລະບຽບ ກົດໝາຍ ຈາກການລະເມີດສິດ ດ້ານຈາລິຍະທຳ ຫຼື ດ້ານເສດຖະກິດ ເຊັ່ນ ສິດໃນການຮ້ອງຟ້ອງ, ສິດໃນການໄດ້ຮັບການຊົດເຊີຍ ຈາກຄວາມເສັຍຫາຍ ທີ່ຜູ້ອື່ນໄດ້ກໍ່ຂຶ້ນ. ຂ້າງເທິງ

ມາດຕາ 100 (ປັບປຸງ).  ລິຂະສິດຕໍ່ໂປຣແກຣມຄອມພິວເຕີ ແລະ ການລວບລວມຂໍ້ມູນ

ໂປຣແກຣມຄອມພິວເຕີ ແມ່ນ ຊຸດຄຳສັ່ງ ຫຼື ສິ່ງໃດໜຶ່ງ ທີ່ນຳໄປໃຊ້ກັບເຄື່ອງຄອມພິວເຕີ ເພື່ອເຮັດໃຫ້ເຄື່ອງນັ້ນທຳງານ ຫຼື ເພື່ອໃຫ້ໄດ້ຮັບຜົນຢ່າງໃດຢ່າງໜຶ່ງ ບໍ່ວ່າພາສາໂປຣແກຣມຄອມພິວເຕີ ຈະມີລັກສະນະໃດກໍຕາມ ຈະໄດ້ຮັບການປົກປ້ອງຄືກັນກັບຜົນງານດ້ານວັນນະກຳ ຈະຢູ່ໃນຮູບແບບພາສາຕົ້ນກຳເນີດ (Source code) ຫຼື ພາສາວັດຖຸ (object code) ກໍໄດ້.

ການລວບລວມຂໍ້ມູນ ແມ່ນ ການທ້ອນໂຮມຂໍ້ມູນ ຫຼື ວັດຖຸອື່ນ ບໍ່ວ່າຈະອ່ານດ້ວຍເຄື່ອງຈັກ ຫຼື ໃນຮູບແບບອື່ນ ຊຶ່ງເຫດຜົນໃນການຄັດເລືອກ ຫຼື ການຈັດລຽງເນື້ອໃນ ແມ່ນເພື່ອປະກອບເຂົ້າກັນໃຫ້ເປັນການປະຄິດແຕ່ງທາງປັນຍາ ທີ່ຈະໄດ້ຮັບການປົກປ້ອງຄືກັນກັບຜົນງານດ້ານວັນນະກຳ. ການປົກປ້ອງລິຂະສິດ ຂອງການລວບລວມຂໍ້ມູນ ບໍ່ໃຫ້ກວມເອົາຂໍ້ມູນ ຫຼື ວັດຖຸນັ້ນເອງ ແລະ ບໍ່ສ້າງຜົນເສັຍຫາຍ ຕໍ່ລິຂະສິດ ຂອງຂໍ້ມູນ ຫຼື ວັດຖຸນັ້ນ. ຂ້າງເທິງ

ມາດຕາ 101 (ໃໝ່).  ຜົນງານ ທີ່ໄດ້ມາຈາກຜົນງານດ້ານ ສິລະປະກຳ ຫຼື ວັນນະກຳ ພື້ນເມືອງ

ຜົນງານ ທີ່ໄດ້ມາຈາກຜົນງານດ້ານສິລະປະກຳ ຫຼື ວັນນະກຳ ພື້ນເມືອງ  ຈະໄດ້ຮັບການປົກປ້ອງລິຂະສິດ ໂດຍບໍ່ແຕະຕ້ອງສິດຂອງຜູ້ອື່ນ ໃນການສ້າງຜົນງານຕົ້ນສະບັບ ຈາກຜົນງານດ້ານສິລະປະກຳ ຫຼື ວັນນະກຳ ພື້ນເມືອງ ອັນດຽວກັນ ແລະ ໃນການສືບຕໍ່ສະແຫວງຫາຜົນປະໂຫຍດຈາກຜົນ ງານດ້ານສິລະປະກຳ ຫຼື ວັນນະກຳ ພື້ນເມືອງ ດັ່ງກ່າວ.

ການສະສົມຜົນງານດ້ານສິລະປະກຳ ຫຼື ວັນນະກຳ ພື້ນເມືອງ ຈະໄດ້ຮັບການປົກປ້ອງລິຂະສິດ ໂດຍບໍ່ແຕະຕ້ອງສິດຂອງຜູ້ອື່ນ ໃນການສະສົມຜົນງານ ທີ່ຄ້າຍຄືກັນ ຫຼື ສືບຕໍ່ບອກເລົ່າເລື່ອງ ຫຼື ຜະລິດຊ້ຳ, ປັບປ່ຽນ ຫຼື ຂາຍ ຜົນງານພື້ນເມືອງ ຢູ່ໃນການສະສົມດັ່ງກ່າວ. ຂ້າງເທິງ

ໝວດທີ 5
ເຈົ້າຂອງ ສິດກ່ຽວຂ້ອງກັບລິຂະສິດ

ມາດຕາ102 (ປັບປຸງ).  ເຈົ້າຂອງ ສິດກ່ຽວຂ້ອງກັບລິຂະສິດ

 ເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດ ມີ ດັ່ງນີ້:

  1. ຜູ້ສະແດງ;
  2. ຜູ້ຜະລິດການບັນທຶກສຽງ;
  3. ຜູ້ກະຈາຍສຽງ-ແຜ່ພາບ ແລະ ອົງການກະຈາຍສຽງ-ແຜ່ພາບ. ຂ້າງເທິງ

ມາດຕາ 103 (ໃໝ່).  ສິດດ້ານຈາລິຍະທຳ ຂອງຜູ້ສະແດງ

ໂດຍບໍ່ຂຶ້ນກັບສິດດ້ານເສດຖະກິດ ຂອງຜູ້ສະແດງ ເຖິງວ່າຫຼັງຈາກຜູ້ສະແດງໄດ້້ມີການໂອນສິດດັ່ງກ່າວແລ້ວກໍຕາມ ໂດຍອີງໃສ່ການສະແດງສົດ ຂອງຜູ້ກ່ຽວ ຫຼື ການສະແດງທີ່ມີການບັນທຶກສຽງ, ຜູ້ກ່ຽວຍັງມີສິດ ທີ່ຈະອ້າງເຖິງສິດໃນການສະແດງຂອງຕົນ, ເວັ້ນເສັຍແຕ່ບໍ່ສາມາດບົ່ງຊື່ຜູ້ສະ ແດງໄດ້ ແລະ ຄັດຄ້ານການບິດເບືອນ, ການຕັດຮອນ ຫຼື ການດັດແກ້ອື່ນ ຕໍ່ການສະແດງຂອງຕົນ ຊຶ່ງຈະສ້າງຄວາມເສື່ອມເສັຍຕໍ່ກຽດ ແລະ ຊື່ສຽງ ຂອງຜູ້ສະແດງ.

ພາຍຫຼັງຜູ້ສະແດງໄດ້ເສັຍຊີວິດແລ້ວ ສິດດ້ານຈາລິຍະທຳຂອງຜູ້ກ່ຽວ ກໍຈະຮັກສາໄວ້ຈົນກວ່າສິດດ້ານເສດຖະກິດຈະສິ້ນສຸດລົງ ແລະ ຜູ້ສືບທອດຂອງຜູ້ກ່ຽວ ກໍຈະສາມາດນຳໃຊ້ໄດ້ ຖ້າຫາກຜູ້ກ່ຽວບໍ່ໄດ້ມອບສິດດັ່ງກ່າວໃຫ້ຄົນອື່ນ. ຂ້າງເທິງ

ມາດຕາ 104 (ໃໝ່).  ສິດດ້ານເສດຖະກິດ ຂອງຜູ້ສະແດງ

 ຜູ້ສະແດງ ມີສິດແຕ່ພຽງຜູ້ດຽວ ໃນການກະທຳ ດັ່ງນີ້:

  1. ການສະແດງສົດ:

1.1.       ການກະຈາຍສຽງ-ແຜ່ພາບ ແລະ ການສື່ສານ ການສະແດງສົດ ຕໍ່ສາທາລະ ນະຊົນ, ເວັ້ນເສັຍແຕ່ການສະແດງນັ້ນໄດ້ມີການກະຈາຍສຽງ-ແຜ່ພາບແລ້ວ;

1.2.       ການບັນທຶກ ການສະແດງສົດ.

  1. ການຜະລິດຊ້ຳການສະແດງ ທີ່ໄດ້ບັນທຶກສຽງ ທັງທາງກົງ ແລະ ທາງອ້ອມ ດ້ວຍລັກສະນະ ຫຼື ຮູບແບບໃດໜຶ່ງ;
  2. ການເຮັດໃຫ້ສາທາລະນະຊົນ ສາມາດເຂົ້າເຖິງການສະແດງທີ່ໄດ້ບັນທຶກສຽງ ສະ ບັບຕົ້ນ ຫຼື ສະບັບສຳເນົາ ໂດຍຜ່ານການຂາຍ ຫຼື ໂອນກຳມະສິດ ແຕ່ສິດດັ່ງກ່າວບໍ່ກວມເອົາການຂາຍ ຫຼື ການໂອນກຳມະສິດ ຕໍ່ການສະແດງທີ່ເປັນສະບັບຕົ້ນ ແລະ ສະບັບສຳເນົາອັນດຽວກັນ ພາຍຫຼັງທີ່ໄດ້ຂາຍຢ່າງຖືກຕ້ອງຕາມກົດໝາຍ ຫຼື ໄດ້ຖືກໂອນຕາມການອະນຸຍາດຂອງຜູ້ສະແດງ;
  3. ການໃຫ້ເຊົ່າ ສະບັບຕົ້ນ ແລະ ສະບັບສຳເນົາ ຂອງການສະແດງ ທີ່ໄດ້ບັນທຶກສຽງ ແກ່ສາທາລະນະຊົນ ເພື່ອຜົນປະໂຫຍດທາງການຄ້າ ເຖິງວ່າຜູ້ສະແດງໄດ້ແຈກຢາຍ ຫຼື ອະນຸຍາດໃຫ້ແຈກຢາຍ ການບັນທຶກສຽງ ແລ້ວກໍຕາມ;
  4. ການເຮັດໃຫ້ສາທາລະນະຊົນ ສາມາດເຂົ້າເຖິງການສະແດງທີ່ໄດ້ບັນທຶກສຽງ ໂດຍຜ່ານລະບົບສື່ສານທີ່ໃຊ້ສາຍ ຫຼື ບໍ່ໃຊ້ສາຍ ຈາກສະຖານທີ່ ແລະ ໃນເວລາທີ່ສາທາ ລະນະຊົນ ສາມາດເລືອກເອົາເອງໄດ້;
  5. ການໂອນສິດ ກ່ຽວກັບຜົນງານການສະແດງຂອງຕົນຢ່າງເສລີ ດ້ວຍສັນຍາ ຫຼື ການສືບທອດມູນມໍຣະດົກ. ຂ້າງເທິງ

ມາດຕາ 105 (ປັບປຸງ).  ສິດຂອງຜູ້ຜະລິດການບັນທຶກສຽງ

ຜູ້ຜະລິດການບັນທຶກສຽງ ມີສິດແຕ່ພຽງຜູ້ດຽວ ໃນການກະທຳ ດັ່ງນີ້:

  1. ການຜະລິດຊ້ຳການບັນທຶກສຽງ ທັງທາງກົງ ແລະ ທາງອ້ອມ ດ້ວຍລັກສະນະ ຫຼື ຮູບແບບໃດໜຶ່ງ;
  2. ການເຮັດໃຫ້ສາທາລະນະຊົນ ສາມາດເຂົ້າເຖິງການບັນທຶກສຽງ ສະບັບຕົ້ນ ຫຼື ສະບັບສຳເນົາ ໂດຍຜ່ານການຂາຍ ຫຼື ໂອນກຳມະສິດ ແຕ່ສິດດັ່ງກ່າວບໍ່ກວມເອົາການຂາຍ ຫຼື ການໂອນກຳມະສິດ ຕໍ່ການບັນທຶກສຽງ ທີ່ເປັນສະບັບຕົ້ນ ແລະ ສະບັບສຳເນົາ ອັນດຽວກັນ ພາຍຫຼັງທີ່ໄດ້ຂາຍຢ່າງຖືກຕ້ອງຕາມກົດໝາຍ ຫຼື ໄດ້ຖືກໂອນຕາມການອະນຸຍາດຂອງຜູ້ຜະລິດການບັນທຶກສຽງ;
  3. ການໃຫ້ເຊົ່າ ສະບັບຕົ້ນ ແລະ ສະບັບສຳເນົາ ຂອງການບັນທຶກສຽງ ແກ່ສາທາລະ ນະຊົນ ເພື່ອຜົນປະໂຫຍດທາງການຄ້າ ເຖິງວ່າຜູ້ຜະລິດການບັນທຶກສຽງ ໄດ້ແຈກຢາຍ ຫຼື ອະນຸຍາດໃຫ້ແຈກຢາຍ ການບັນທຶກສຽງ ແລ້ວກໍຕາມ;
  4. ການເຮັດໃຫ້ສາທາລະນະຊົນ ສາມາດເຂົ້າເຖິງການບັນທຶກສຽງ ໂດຍຜ່ານລະບົບສື່ ສານທີ່ໃຊ້ສາຍ ຫຼື ບໍ່ໃຊ້ສາຍ ຈາກສະຖານທີ່ ແລະ ໃນເວລາທີ່ສາທາລະນະຊົນ  ສາມາດເລືອກເອົາເອງໄດ້;
  5. ການໂອນສິດ ກ່ຽວກັບການບັນທຶກສຽງ ຂອງຕົນຢ່າງເສລີ ດ້ວຍສັນຍາ ຫຼື ການສືບທອດມູນມໍຣະດົກ. ຂ້າງເທິງ

ມາດຕາ 106 (ໃໝ່).  ສິດຂອງຜູ້ສະແດງ ແລະ ຜູ້ຜະລິດການບັນທຶກສຽງ ໃນການໄດ້ຮັບຄ່າຕອບແທນ

ຜູ້ສະແດງ ແລະ ຜູ້ຜະລິດການບັນທຶກສຽງ ມີສິດໄດ້ຮັບຄ່າຕອບແທນຢ່າງເໝາະສົມຄັ້ງ ດຽວ ສຳລັບການນຳໃຊ້ການບັນທຶກສຽງ ທັງທາງກົງ ແລະ ທາງອ້ອມ ທີ່ໄດ້ນຳອອກເຜີຍແຜ່ ເພື່ອຈຸດ ປະສົງທາງການຄ້າ ກ່ຽວກັບການກະຈາຍສຽງ-ແຜ່ພາບ ຫຼື ການສື່ສານໃດໜຶ່ງ ຕໍ່ສາທາລະນະຊົນ. ການບັນທຶກສຽງ ທີ່ສາມາດເຂົ້າເຖິງໄດ້ ໂດຍຜ່ານລະບົບສື່ສານທີ່ໃຊ້ສາຍ ຫຼື ບໍ່ໃຊ້ສາຍ ຈາກສະຖານທີ່ ແລະ ໃນເວລາທີ່ສາທາລະນະຊົນ ສາມາດເລືອກເອົາເອງໄດ້ ຈະຖືວ່າເປັນການເຜີຍແຜ່ ເພື່ອຈຸດປະສົງທາງການຄ້າ.

ສຳລັບຄ່າຕອບແທນນັ້ນ ແມ່ນຂຶ້ນກັບການຕົກລົງລະຫວ່າງຜູ້ສະແດງກັບຜູ້ຜະລິດການບັນ ທຶກສຽງ. ຂ້າງເທິງ

ມາດຕາ 107 (ປັບປຸງ).   ສິດຂອງຜູ້ກະຈາຍສຽງ-ແຜ່ພາບ ແລະ ອົງການກະຈາຍສຽງ-ແຜ່ພາບ

ຜູ້ກະຈາຍສຽງ-ແຜ່ພາບ ແລະ ອົງການກະຈາຍສຽງ-ແຜ່ພາບ ມີສິດແຕ່ພຽງຜູ້ດຽວ ໃນ ການອະນຸຍາດ ໃຫ້ດຳເນີນການຕ່າງໆ ດັ່ງນີ້:

  1. ການບັນທຶກ ການກະຈາຍສຽງ-ແຜ່ພາບ ຂອງຕົນ;
  2. ການຜະລິດຊ້ຳ ການບັນທຶກຂອງການກະຈາຍສຽງ-ແຜ່ພາບ ຂອງຕົນ;
  3. ການກະຈາຍສຽງ-ແຜ່ພາບຊ້ຳ ຂອງການກະຈາຍສຽງ-ແຜ່ພາບ ດ້ວຍລະບົບສື່ສານ ທີ່ບໍ່ໃຊ້ສາຍ;
  4. ການສື່ສານ ການກະຈາຍສຽງ-ແຜ່ພາບ ຕໍ່ສາທາລະນະຊົນທາງໂທລະພາບ;
  5. ການໂອນສິດ ຕໍ່ການກະຈາຍສຽງ-ແຜ່ພາບ ຂອງຕົນຢ່າງເສລີ ດ້ວຍສັນຍາ ຫຼື ການສືບທອດມູນມໍຣະດົກ. ຂ້າງເທິງ

ມາດຕາ 108 (ປັບປຸງ).   ການລະເມີດ ສິດກ່ຽວຂ້ອງກັບລິຂະສິດ

ຂໍ້ບັນຍັດ ທີ່ໄດ້ກຳນດໄວ້ ໃນມາດຕາ 99 ຂອງກົດໝາຍສະບັບນີ້ ສາມາດປະຕິບັດຄືກັນ ກັບສິດ ກ່ຽວຂ້ອງກັບລິຂະສິດຂອງຜູ້ສະແດງ, ຜູ້ຜະລິດການບັນທຶກສຽງພາບ, ຜູ້ກະຈາຍສຽງແຜ່ ພາບ ແລະ ອົງການກະຈາຍສຽງແຜ່ພາບ ທີ່ໄດ້ບົ່ງໄວ້ໃນ ມາດຕາ 103, 104, 105, 106 ແລະ 107 ຂອງກົດໝາຍສະບັບນີ້. ຂ້າງເທິງ

ໝວດທີ 6
ອາຍຸການປົກປ້ອງ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 109 (ປັບປຸງ).  ອາຍຸການປົກປ້ອງລິຂະສິດ

ອາຍຸການປົກປ້ອງລິຂະສິດ  ໃຫ້ນັບແຕ່ວັນປະດິດຄິດແຕ່ງຜົນງານຂຶ້ນ ແລະ ສືບຕໍ່ໄປຈົນຮອດວັນສຸດທ້າຍ ຂອງປີປະຕິທິນ ດັ່ງນີ້:

  1. ຫ້າສິບປີ ຫຼັງຈາກວັນເສັຍຊີວິດຂອງຜູ້ປະດິດຄິດແຕ່ງ ຫຼື ໃນກໍລະນີ ທີ່ຜູ້ປະດິດຄິດແຕ່ງ ມີຫຼາຍຄົນຮ່ວມກັນ ແມ່ນ ຫ້າສິບປີ ຫຼັງຈາກວັນເສັຍຊີວິດຂອງຜູ້ຮ່ວມປະດິດຄິດແຕ່ງຜູ້ສຸດທ້າຍ, ເວັ້ນເສັຍແຕ່ໄດ້ກຳນົດໄວ້ເປັນຢ່າງອື່ນ;
  2. ຫ້າສິບປີ ນັບແຕ່ວັນທີທີ່ຜົນງານ ໄດ້ມີການເຜີຍແຜ່ ຢ່າງຖືກຕ້ອງຕາມກົດໝາຍເປັນຕົ້ນໄປ ສຳລັບຜົນງານ ທີ່ໃຊ້ນາມແຝງ ຫຼື ນາມປາກກາ, ແຕ່ອາຍຸການປົກ ປ້ອງນັ້ນ ໃຫ້ປະຕິບັດຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ 1 ຂອງມາດຕານີ້ ຖ້າຫາກວ່າ:

2.1          ນາມແຝງ ຫຼື ນາມປາກກາ ໄດ້ຖືກນຳໃຊ້ ໂດຍຜູ້ປະດິດຄິດແຕ່ງ ຊຶ່ງຮູ້ແນ່ ນອນວ່າແມ່ນຜູ້ກ່ຽວເອງ;

2.2          ເຈົ້າຂອງຜົນງານ ທີ່ໃຊ້ນາມແຝງ ຫຼື ນາມປາກກາ ໄດ້ເປີດເຜີຍຕົນເອງ ໃນໄລຍະທີ່ໄດ້ກຳນົດໄວ້ນັ້ນ.

  1. ຫ້າສິບປີ ນັບແຕ່ວັນທີຜົນງານໄດ້ຖືເຜີຍແຜ່ສູ່ສາທາລະນະຊົນຄັ້ງທຳອິດ ສຳລັບຜົນ ງານທາງດ້ານຮູບເງົາ ໂດຍການເຫັນດີຂອງເຈົ້າຂອງຜົນງານ, ແຕ່ຖ້າຫາກບໍ່ໄດ້ມີການເຜີຍແຜ່ຜົນງານນັ້ນ ພາຍໃນໄລຍະ ຫ້າສິບປີ ນັບແຕ່ວັນທີສ້າງຜົນງານ ອາຍຸການປົກປ້ອງ ແມ່ນ ຫ້າສິບປີ ນັບແຕ່ວັນທີສ້າງຜົນງານດັ່ງກ່າວ;
  2. ຊາວຫ້າປີ ນັບແຕ່ວັນສ້າງຜົນງານ ສຳລັບສິລະປະປັບໃຊ້.
  3. ໃນກໍລະນີທີ່ມີສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ຫຼື ສັນຍາ ທີ່ໄດ້ຮ່ວມເຊັນນຳກັນ ອາຍຸ ການປົກປ້ອງລິຂະສິດ ແມ່ນ ໃຫ້ປະຕິບັດຕາມສົນທິສັນຍາ ຫຼື ສັນຍານັ້ນ. ຂ້າງເທິງ

ມາດຕາ 110 (ປັບປຸງ).  ອາຍຸການປົກປ້ອງ ສິດກ່ຽວຂ້ອງກັບລິຂະສິດ

 ອາຍຸການປົກປ້ອງສິດກ່ຽວຂ້ອງກັບລິຂະສິດ ມີ ດັ່ງນີ້:

  1. ຫ້າສິບປີ ນັບແຕ່ວັນມີການສະແດງເປັນຕົ້ນໄປ ສຳລັບຜູ້ສະແດງ ຊຶ່ງການສະແດງນັ້ນໄດ້ບັນທຶກສຽງ ແລະ ຈະສິ້ນສຸດລົງພາຍໃນວັນສຸດທ້າຍຂອງປີປະຕິທິນ;
  2. ຫ້າສິບປີ ນັບແຕ່ວັນມີການບັນທຶກສຽງ ຄັ້ງທຳອິດເປັນຕົ້ນໄປ ສຳລັບຜູ້ຜະລິດ ການບັນທຶກສຽງ ແລະ ຈະສິ້ນສຸດລົງພາຍໃນວັນສຸດທ້າຍຂອງປີປະຕິທິນ ຊຶ່ງການບັນທຶກສຽງນັ້ນໄດ້ມືການເຜີຍແຜ່ ຫຼື ໃນກໍລະນີ ທີ່ບໍ່ໄດ້ມີການເຜີຍແຜ່ຜົນງານນັ້ນ ໃນໄລຍະ ຫ້າສິບປີຈາກວັນບັນທຶກສຽງ, ອາຍຸການປົກປ້ອງການບັນທຶກສຽງນັ້ນ ຈະສິ້ນສຸດລົງພາຍໃນວັນສຸດທ້າຍ ຂອງປີປະຕິທິນຂອງປີທີ ຫ້າສິບ ຊຶ່ງໄດ້ມີການບັນທຶກສຽງແລ້ວ;
  3. ຫ້າສິບປີ ນັບແຕ່ວັນກະຈາຍສຽງ-ແຜ່ພາບ ສຳລັບຜູ້ກະຈາຍສຽງ-ແຜ່ພາບ ແລະ ອົງການກະຈາຍສຽງ-ແຜ່ພາບ ແລະ ຈະສິ້ນສຸດລົງໃນວັນສຸດທ້າຍຂອງປີປະຕິທິນ ຂອງປີທີ ຫ້າສິບ ຊຶ່ງລາຍການໄດ້ມີການກະຈາຍສຽງ-ແຜ່ພາບ ຄັ້ງທຳອິດແລ້ວ.

ໃນກໍລະນີມີສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ຫຼື ສັນຍາ ທີ່ໄດ້ຮ່ວມເຊັນນຳກັນ ອາຍຸການປົກປ້ອງສິດ ກ່ຽວຂ້ອງກັບລິຂະສິດ ແມ່ນ ໃຫ້ປະຕິບັດຕາມສົນທິສັນຍາ ຫຼື ສັນຍານັ້ນ. ຂ້າງເທິງ

ໝວດທີ 7
ຂໍ້ຈຳກັດ ແລະ ພັນທະ ຕໍ່ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ

ມາດຕາ 111 (ໃໝ່).  ການກະທຳ ທີ່ສອດຄ່ອງກັບການນຳໃຊ້ທີ່ເໝາະສົມ

 ການກະທຳ ທີ່ສາມາດດຳເນີນການໄດ້ ໂດຍບໍ່ຈຳເປັນຕ້ອງໃຫ້ເຈົ້າຂອງຜົນງານເຫັນດີ ແລະ ບໍ່ຕ້ອງຈ່າຍຄ່າຕອບແທນ ມີ ດັ່ງນີ້:

  1. ການອ້າງອີງຜົນງານ ທີ່ໄດ້ເປີດເຜີຍສູ່ສາທາລະນະຊົນແລ້ວ ຊຶ່ງສອດຄ່ອງກັບ ການນຳໃຊ້ທີ່ເໝາະສົມ ແລະ ຂອບເຂດ ຂອງການອ້າງອີງນັ້ນ ບໍ່ເໜືອຈາກເຫດ ຜົນທີ່ໄດ້ຊີ້ແຈງ ໃນຈຸດປະສົງ ລວມທັງການອ້າງອີງ ໃນໜັງສືພິມ ແລະ ວາລະ ສານຕ່າງໆ ໃນຮູບແບບການສະຫຼຸບຂ່າວ;
  2. ການໃຊ້ປະໂຫຍດ ຂອງຜົນງານດ້ານ ສິລະປະກຳ ຫຼື ວັນນະກຳ ຢ່າງເໝາະສົມ ເພື່ອປະກອບໃສ່ສິ່ງພິມ, ການກະຈາຍສຽງ-ແຜ່ພາບ ຫຼື ການບັນທຶກສຽງ ຫຼື ພາບ ເພື່ອການສິດສອນ ແຕ່ການນຳໃຊ້ດັ່ງກ່າວ ບໍ່ໃຫ້ຂັດກັບທຳນຽມປະຕິບັດ;
  3. ການຜະລິດຊ້ຳ ຮູບພາບຂອງຜົນງານດ້ານວິຈິດສິນ, ພາບຖ່າຍ ແລະ ຜົນງານ ດ້ານສິລະປະອື່ນໆ ແລະ ຜົນງານດ້ານສິລະປະປັບໃຊ້ ດ້ວຍການຖ່າຍຮູບ ຫຼື ການຖ່າຍຮູບເງົາ  ແຕ່ຜົນງານດັ່ງກ່າວ ຕ້ອງໄດ້ຖືກເຜີຍແຜ່, ຖືກນຳສະເໜີສູ່ສາ ທາລະນະຊົນ ຫຼື ສື່ສານຕໍ່ສາທາລະນະຊົນໄດ້ຮູ້ແລ້ວ ຊຶ່ງການຜະລິດຊ້ຳ ດັ່ງກ່າວ ມີຜົນກະທົບໜ້ອຍທີ່ສຸດ ຕ່ໍຜົນງານດ້ານການຖ່າຍຮູບ ຫຼື ການຖ່າຍຮູບເງົາ ແລະ ບໍ່ແມ່ນຈຸດປະສົງ ຂອງຜົນງານດ້ານການຖ່າຍຮູບ ຫຼື ການຖ່າຍຮູບເງົາ;
  4. ການແປຜົນງານດ້ານວັນນະກຳ ເປັນຕົວໜັງສືນູນ ຫຼື ເປັນຕົວໜັງສືອື່ນໆ ສຳລັບ ຄົນພິການທາງສາຍຕາ;
  5. ການຜະລິດຊ້ຳໂປຣແກຣມຄອມພິວເຕີ ຊຶ່ງເກີດຂຶ້ນໃນໄລຍະການນຳໃຊ້ປົກກະ ຕິ ຂອງໂປຣແກຣມຄອມພິວເຕີ ແຕ່ການນຳໃຊ້ໂປຣແກຣມນັ້ນ ຕ້ອງສອດຄ່ອງ ກັບເງື່ອນໄຂ ກ່ຽວກັບການອະນຸຍາດ ຈາກເຈົ້າຂອງລິຂະສິດ;
  6. ການຜະລິດຊ້ຳຜົນງານ ທີ່ໄດ້ບັນທຶກໄວ້ໃນສື່ີອີເລັກໂຕຣນິກ ເພື່ອສຳຮອງ ຫຼື ເກັບ ຮັກສາຂໍ້ມູນ ຫຼື ເພື່ອປ່ຽນແທນຜົນງານ ທີ່ໄດ້ມາຢ່າງຖືກຕ້ອງຕາມກົດໝາຍ ທີ່ສູນຫາຍ, ຖືກທຳລາຍ ຫຼື ໃຊ້ບໍ່ໄດ້.

ໃນການນຳໃຊ້ຜົນງານ ຕາມທີ່ໄດ້ກຳນົດໄວ້ ໃນ ຂໍ້ 1 ແລະ 2 ຂອງມາດຕານ້ີ ຕ້ອງໄດ້ ບົ່ງບອກທີ່ມາ ແລະ ຊື່ຂອງເຈົ້າຂອງຜົນງານ.

ການກະທຳ ທີ່ສາມາດດຳເນີນການໄດ້ ໂດຍບໍ່ຈຳເປັນຕ້ອງໃຫ້ເຈົ້າຂອງຜົນງານເຫັນດີ ແລະ ບໍ່ຕ້ອງຈ່າຍຄ່າຕອບແທນ ແຕ່ຕ້ອງໃຫ້ສອດຄ່ອງກັບການນຳໃຊ້ທີ່ເໝາະສົມ ພ້ອມທັງບົ່ງບອກທີ່ມາ ມີ ດັ່ງນີ້:

  1. ການຜະລິດຊ້ຳ ບົດຄວາມຕ່າງໆ ກ່ຽວກັບເສດຖະກິດ, ການເມືອງ ຫຼື ສາສະໜາ ໂດຍສື່, ດ້ວຍການກະຈາຍສຽງ-ແຜ່ພາບ ຫຼື ການສື່ສານຕໍ່ສາທາລະນະຊົນ ດ້ວຍ ການໃຊ້ສາຍ ທີ່ໄດ້ເຜີຍແຜ່ໃນໜັງສືພິມ ຫຼື ວາລະສານ;
  2. ການກະຈາຍສຽງ-ແຜ່ພາບ ຂອງຜົນງານໃນລັກສະນະດຽວກັນ ຊຶ່ງການຜະລິດ ຊ້ຳ, ການກະຈາຍສຽງ-ແຜ່ພາບ ຫຼື ການສື່ສານຜົນງານດັ່ງກ່າວ ບໍ່ໄດ້ມີການສະ ຫງວນໄວ້ຢ່າງຈະແຈ້ງ.

ຜົນງານດ້ານສິລະປະກຳ ຫຼື ວັນນະກຳ ທີ່ໄດ້ເຫັນ ຫຼື ໄດ້ຍິນໃນເຫດການກຳລັງເກີດຂຶ້ນ   ສາມາດຜະລິດຊ້ຳ ແລະ ເຜີຍແຜ່ ຕໍ່ສາທາລະນະຊົນໄດ້ ເພື່ອລາຍງານເຫດການດັ່ງກ່າວ  ດ້ວຍການ ຖ່າຍຮູບ, ການຖ່າຍຮູບເງົາ, ການກະຈາຍສຽງ-ແຜ່ພາບ ຫຼື ການສື່ສານຕໍ່ສາທາລະນະຊົນ ດ້ວຍການ ໃຊ້ສາຍ.

ການກະທຳຂ້າງເທິງນີ້ ຕ້ອງບໍ່ຂັດກັບການສະແຫວງຫາຜົນປະໂຫຍດປົກກະຕິຂອງຜົນງານ ແລະ ຕ້ອງບໍ່ສ້າງຜົນເສັຍຫາຍຢ່າງບໍ່ເໝາະສົມ ຕໍ່ຜົນປະໂຫຍດອັນຊອບທຳຂອງຜູ້ຖືສິດ.

ການຈະກຳນົດວ່າ ການນຳໃຊ້ໃດໜຶ່ງ ເປັນການນຳໃຊ້ທີ່ເໝາະສົມ ຫຼື ບໍ່ນັ້ນ ຕ້ອງອີງຕາມ ສະພາບການຕົວຈິງ ຊຶ່ງໄດ້ກຳນົດໄວ້ໃນລະບຽບການສະເພາະ.

ການກຳນົດ ໃນມາດຕານີ້ ບໍ່ສາມາດປະຕິບັດໄດ້ ສຳລັບ:

  1. ການຜະລິດຊ້ຳ ຂອງຜົນງານດ້ານສະຖາປັດຕິຍະກຳ ລວມທັງການສ້າງຜົນງານ ດັ່ງກ່າວ;
  2. ການຜະລິດຊ້ຳ ດ້ວຍການຫຼີກບັນດາມາດຕະການທາງດ້ານເຕັກໂນໂລຊີ ທີ່ໃຊ້ປົກ ປ້ອງລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ ຫຼື ຖອນ ຫຼື ດັດແປງ ຂໍ້ມູນອີເລັກໂຕຣ ນິກ ກ່ຽວກັບການຄຸ້ມຄອງສິດ ໂດຍບໍ່ໄດ້ຮັບອະນຸຍາດ. ຂ້າງເທິງ

ມາດຕາ 112 (ປັບປຸງ).  ຂໍ້ຈຳກັດ ແລະ ຂໍ້ຍົກເວັ້ນຕໍ່ສິດ ກ່ຽວຂ້ອງກັບລິຂະສິດ

ຂໍ້ຈຳກັດ ແລະ ຂໍ້ຍົກເວັ້ນຕໍ່ສິດກ່ຽວຂ້ອງກັບລິຂະສິດ ມີດັ່ງດຽວກັນກັບ ຂໍ້ຈຳກັດ ແລະ ຂໍ້ຍົກເວັ້ນຕໍ່ລິຂະສິດ. ຂ້າງເທິງ

ມາດຕາ 113.  ພັນທະ ຂອງເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ

ພັນທະຂອງເຈົ້າຂອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ແມ່ນ ໃຫ້ປະຕິບັດຕາມ ມາດຕາ 62 ຂອງ ກົດໝາຍສະບັບນີ້. ຂ້າງເທິງ

ໝວດທີ 8
ການບໍລິຫານ ແລະ ຄຸ້ມຄອງລິຂະສິດ ແບບລວມໝູ່

ມາດຕາ 114 (ໃໝ່).  ອົງການຈັດຕັ້ງບໍລິຫານ ແລະ ຄຸ້ມຄອງລິຂະສິດ ແບບລວມໝູ່

ອົງການຈັດຕັ້ງບໍລິຫານ ແລະ ຄຸ້ມຄອງລິຂະສິດ ແບບລວມໝູ່ ແມ່ນ ສະມາຄົມບໍລິຫານ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ທີ່ສ້າງຕັ້ງຂຶ້ນຕາມການຕົກລົງໃນກຸ່ມຂອງບັນດາເຈົ້າຂອງ ຜົນງານ, ເຈົ້າຂອງລິຂະສິດ, ເຈົ້າຂອງສິດ ກ່ຽວຂ້ອງກັບລິຂະສິດ ເພື່ອດຳເນີນກິດຈະກຳຕ່າງໆ ໂດຍ ສອດຄ່ອງກັບກົດໝາຍ ເພື່ອປົກປ້ອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດຂອງຕົນ. ຂ້າງເທິງ

ມາດຕາ 115 (ໃໝ່).  ພາລະບົດບາດຂອງສະມາຄົມບໍລິຫານ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ

ສະມາຄົມບໍລິຫານລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ປະຕິບັດພາລະບົດບາດ ດັ່ງນີ້:

  1. ຄຸ້ມຄອງລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ໃນນາມເຈົ້າຂອງຜົນງານ, ເຈົ້າ ຂອງລິຂະສິດ, ເຈົ້າຂອງສິດກ່ຽວຂ້ອງກັບລິຂະສິດ, ເຈລະຈາການໃຫ້ອະນຸຍາດນຳ ໃຊ້, ເກັບຄ່າຕອບແທນໃນນາມຂອງບຸກຄົນດັ່ງກ່າວ, ແບ່ງປັນ ແລະ ແຈກຢາຍຄ່າລິຂະສິດ, ຄ່າຕອບແທນ ລວມທັງຜົນປະໂຫຍດອື່ນທີ່ເປັນວັດຖຸ ຊຶ່ງໄດ້ຈາກການອະ ນຸຍາດໃຫ້ນຳໃຊ້ສິດເຫຼົ່ານັ້ນ;
  2. ປົກປ້ອງສິດ ແລະ ຜົນປະໂຫຍດທາງດ້ານກົດໝາຍຂອງສະມາຊິກ ລວມທັງເປັນຕົວ ແທນໃຫ້ບຸກຄົນທີ່ໄດ້ກ່າວໄວ້້ໃນ ຂໍ້ 1 ເທິງນີ້ ໃນການໄກ່ເກັ່ຍຂໍ້ຂັດແຍ່ງ ແລະ ການ ດຳເນີນຄະດີ ໃນນາມຂອງບຸກຄົນເຫຼົ່ານັ້ນ. ຂ້າງເທິງ

ມາດຕາ 116 (ໃໝ່).  ສິດ ແລະ ພັນທະ ຂອງສະມາຄົມບໍລິຫານລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ

 ສະມາຄົມບໍລິຫານລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ມີ ສິດ ແລະ ພັນທະ ດັ່ງນີ້:

  1. ສ້າງກິດຈະກຳທີ່ສົ່ງເສີມການປະດິດຄິດແຕ່ງ ແລະ ກິດຈະກຳອື່ນ ທາງສັງຄົມ;
  2. ຮ່ວມມືກັບອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນຊຶ່ງກັນ ແລະ ກັນໃນວຽກງານປົກປ້ອງ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ;
  3. ເຮັດບົດລາຍງານ ກ່ຽວກັບການຄຸ້ມຄອງແບບລວມໝູ່ ຕໍ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ;
  4. ມີສິດ ແລະ ພັນທະອື່ນ ຕາມບົດບັນຍັດຕ່າງໆ ຂອງກົດໝາຍສະບັບນີ້. ຂ້າງເທິງ

ພາກທີ VI
ການລະເມີດຊັບສິນທາງປັນຍາ ແລະ ການແຂ່ງຂັນທີ່ບໍ່ເປັນທຳ

ໝວດທີ 1
ການລະເມີດຊັບສິນທາງປັນຍາ

ມາດຕາ 117 (ປັບປຸງ).  ການລະເມີດສິດຊັບສິນອຸດສາຫະກຳ

ການລະເມີດສິດຊັບສິນອຸດສາຫະກຳ ແມ່ນ ການກະທຳໃດໜຶ່ງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 55 ຫາ 61 ຂອງກົດໝາຍສະບັບນີ້ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງສິດຊັບສິນອຸດສາ ຫະກຳ.

ການກະທຳທີ່ໄດ້ກຳນົດໄວ້ໃນວັກ 1 ເທິງນີ້ ຈະບໍ່ຖືວ່າເປັນການລະເມີດສິດຊັບສິນອຸດສາ  ຫະກຳ ໃນກໍລະນີ ດັ່ງນີ້:

  1. ສິດທີ່ຮ້ອງຂໍເອົານັ້ນ ໃຊ້ບໍ່ໄດ້ຍ້ອນບໍ່ມີເງື່ອນໄຂຄົບຖ້ວນໃນການປົກປ້ອງ;
  2. ອາຍຸການປົກປ້ອງ ຫຼື ສິດນັ້ນໄດ້ໝົດ ຫຼື ສິ້ນສຸດແລ້ວ;
  3. ໃນກໍລະນີທີ່ຕ້ອງມີການອະນຸຍາດຈາກເຈົ້າຂອງ ເຈົ້າຂອງໄດ້ອະນຸຍາດ ຫຼື ມີການ ໃຫ້ອະນຸຍາດຕາມຄຳສັ່ງແລ້ວ ສຳລັບສິດທິບັດ ຫຼື ອະນຸສິດທິບັດ ຕາມທີ່ໄດ້ກຳນົດ ໄວ້ໃນມາດຕາ 63 ຂອງກົດໝາຍສະບັບນີ້;
  4. ການນຳໃຊ້ບັນດາສິ່ງປະດິດ ທີ່ປະກອບເປັນສິດທິບັດ ໃນລຳເຮືອ, ເຄື່ອງຈັກ, ເຄ່ືອງ ຍົກ, ໜ່ວຍເກຍ ແລະ ເຄື່ອງອຸປະກອນອື່ນ ຢູ່ເທິງລຳເຮືອ ຂອງຕ່າງປະເທດ, ເມື່ອ ເຮືອດັ່ງກ່າວເຂົ້າມານ່ານນໍ້າ ຂອງ ສປປ ລາວ ເປັນການຊົ່ວຄາວ ຫຼື ໂດຍສຸກເສີນ ໂດຍມີເງ່ືອນໄຂວ່າ ສິ່ງປະດິດດັ່ງກ່າວຖືກນຳໃຊ້ໃນປະເທດນີ້ສະເພາະ ສໍາລັບ ຄວາມຕ້ອງການຂອງເຮືອພຽງຢ່າງດຽວ;
  5. ການນໍາໃຊ້ສິ່ງປະດິດຕ່າງໆ ທີ່ປະກອບເປັນສິດທິບັດ ໃນການສ້າງ ຫຼື ການຂັບ ເຄື່ອນເຮືອບິນ ຫຼື ຍານພາຫະນະທາງບົກ, ເມື່ອເຮືອບິນ ຫຼື ຍານພາຫະນະທາງບົກ ຂອງຕ່າງປະເທດ ຫຼື ຂອງອຸປະກອນຂອງເຮືອບິນ ຫຼື ຂອງຍານພາຫະນະທາງບົກ ດັ່ງກ່າວ ເມື່ອເຮືອບິນ ຫຼື ຍານພາຫະນະທາງບົກເຫຼົ່ານັ້ນ ເຂົ້າມາ ສປປ ລາວ ເປັນ ການຊົ່ວຄາວ ຫຼື ໂດຍສຸກເສີນ;
  6. ຂໍ້ຈຳກັດ ຫຼື ຂໍ້ຍົກເວັ້ນ ທີ່ໄດ້ກຳນົດໄວ້ໃນກົດໝາຍສະບັບນີ້. ຂ້າງເທິງ

ມາດຕາ 118 (ປັບປຸງ).  ການລະເມີດສິດໃນພັນພືດ

 ການລະເມີດສິດໃນພັນພືດ ມີ ດັ່ງນີ້:

  1. ດຳເນີນການກະທຳໃດໜຶ່ງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 78 ຂອງກົດໝາຍ ສະບັບນ້ີ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງສິດໃນພັນພືດ ທີ່ຍັງຢູ່ໃນໄລຍະ ການປົກປ້ອງ;
  2. ດຳເນີນການກະທຳໃດໜຶ່ງ ຕາມທີ່ໄດ້ກຳນົດໄວ້ ໃນ ຂໍ້ 1 ຂອງມາດຕານີ້ ໂດຍໄດ້ ຮັບອະນຸຍາດຈາກເຈົ້າຂອງສິດ ແຕ່ບໍ່ຈ່າຍຄ່າຕອບແທນໃຫ້ເຈົ້າຂອງສິດ ຕາມ ເງື່ອນໄຂຂອງການອະນຸຍາດ ຫຼື ລະເມີດເງື່ອນໄຂໃດໜຶ່ງຂອງການອະນຸຍາດ;
  3. ນຳໃຊ້ຊື່ພັນພືດ ກັບພັນພືດທີ່ແຕກຕ່າງກັນ ໂດຍມີຊື່ຄືກັນ ຫຼື ຄ້າຍຄືກັນກັບຊື່ພັນ ພືດໃໝ່ ທີ່ຢູ່ໃນກຸ່ມດຽວກັນ ທີ່ໄດ້ຮັບການປົກປ້ອງ;
  4. ນຳໃຊ້ຊື່ທີ່ຖືກຮັບຮອງແລ້ວ ກັບພັນພືດທີ່ແຕກຕ່າງກັນ.

ການກະທຳທີ່ໄດ້ກຳນົດໄວ້ໃນມາດຕາ 78 ຂອງກົດໝາຍສະບັບນີ້ ຈະບໍ່ຖືວ່າເປັນການ ລະເມີດສິດໃນພັນພືດ ໃນກໍລະນີ ດັ່ງນີ້:

  1. ການກະທຳ ທີ່ໄດ້ຮັບອະນຸຍາດຕາມຄຳສັ່ງ ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 87 ຂອງກົດໝາຍສະບັບນີ້;
  2. ສິດຂອງນັກປະສົມພັນພືດໃນສ່ວນຂະຫຍາຍພັນ ຫຼື ຜົນເກັບກ່ຽວສິ້ນສຸດລົງຕາມ ມາດຕາ 83 ຂອງກົດໝາຍສະບັບນີ້;
  3. ການກະທຳ ເປັນການປະຕິບັດຕາມຂໍ້ຈຳກັດ ເພື່ອສາທາລະນະປະໂຫຍດ ດັ່ງທີ່ ໄດ້ກຳນົດໄວ້ ໃນມາດຕາ 87 ຂອງກົດໝາຍສະບັບນີ້;
  4. ສິດ ຂອງນັກປະສົມພັນພືດ ຖືກສານຕັດສິນໃຫ້ເປັນໂມຄະ ຕາມມາດຕາ 85 ຂອງກົດໝາຍສະບັບນີ້ ແລະ ໃນເວລາສິ້ນສຸດການອຸທອນ;
  5. ການຍົກເລີກສິດ ຕາມມາດຕາ 86 ຂອງກົດໝາຍສະບັບນີ້; ຂ້າງເທິງ

ມາດຕາ 119 (ປັບປຸງ).  ການລະເມີດລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ

ການລະເມີດ ລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ມີ ດັ່ງນີ້:

  1. ດຳເນີນການກະທຳໃດໜຶ່ງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 99 ຫຼື 108 ຂອງກົດ ໝາຍສະບັບນີ້;
  2. ຫຼົບຫຼີກຈາກມາດຕະການທາງດ້ານເຕັກໂນໂລຊີ ທີ່ນຳໃຊ້ໂດຍຜູ້ສະແດງ ຫຼື ຜູ້ຜະ ລິດການບັນທຶກສຽງ ໃນການນຳໃຊ້ສິດຂອງຜູ້ກ່ຽວ ແລະ ທີ່ຈຳກັດການກະທຳທີ່ບໍ່ ໄດ້ຮັບອະນຸຍາດຈາກຜູ້ສະແດງ ຫຼື ຜູ້ຜະລິດການບັນທຶກສຽງ ທີ່ກ່ຽວຂ້ອງ ຫຼື ໄດ້ຮັບ ອະນຸຍາດຕາມກົດໝາຍ ໃນການສະແດງ ຫຼື ການບັນທຶກການສະແດງ;
  3. ກະທຳໂດຍເຈດຕະນາ ຫຼື ສາມາດຮູ້ໄດ້ວ່າ ການກະທຳນັ້ນ ຈະພາໃຫ້ເກີດການ ລະເມີດລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ ໃນກໍລະນີ ດັ່ງນີ້:

3.1.    ຖອນ ຫຼື ດັດແປງ ຂໍ້ມູນການຄຸ້ມຄອງສິດທາງອີເລັກໂຕຼນິກ ໂດຍບໍ່ໄດ້ຮັບອະ ນຸຍາດ;

3.2.    ແຈກຢາຍ, ນຳເຂົ້າເພື່ອແຈກຢາຍ, ກະຈາຍສຽງ-ແຜ່ພາບ, ສື່ສານ ຫຼື ເຜີຍ ແຜ່ຕໍ່ສາທາລະນະຊົນ ໂດຍບໍ່ໄດ້ຮັບອະນຸຍາດ, ສະແດງ, ສຳເນົາການສະ ແດງ ຫຼື ບັນທຶກສຽງ ໂດຍທີ່ຮູ້ວ່າຂໍ້ມູນການຄຸ້ມຄອງສິດທາງອີເລັກໂຕຼນິກ ຖືກຖອນ ຫຼື ດັດແປງ ໂດຍບ່ໍໄດ້ຮັບອະນຸຍາດ ;

  1. ບັນທຶກ ຫຼື ເຜີຍແຜ່ລາຍການຜ່ານສັນຍານດາວທຽມ ທີ່ເຂົ້າລະຫັດ ຫຼື ບໍ່ເຂົ້າລະຫັດ ເພື່ອຈຸດປະສົງທາງການຄ້າ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຜູ້ຈຳໜ່າຍທີ່ຖືກຕ້ອງ ຕາມກົດໝາຍ. ຂ້າງເທິງ

ໝວດທີ 2
ການແຂ່ງຂັນທີ່ບ່ໍເປັນທຳ

ມາດຕາ 120 (ປັບປຸງ).   ການແຂ່ງຂັນທີ່ບໍ່ເປັນທຳ

ການແຂ່ງຂັນ ທີ່ຂັດກັບທຳນຽມປະຕິບັດດ້ວຍຄວາມສຸດຈະລິດ ໃນຂົງເຂດອຸດສາຫະກຳ ຫຼື ການຄ້າ ຖືວ່າເປັນການແຂ່ງຂັນທີ່ບໍ່ເປັນທຳ.

ການກະທຳທີ່ຖືວ່າເປັນການແຂ່ງຂັນທີ່ບໍ່ເປັນ ທຳ ແລະ ຕ້ອງໄດ້ເກືອດຫ້າມ ມີ ດັ່ງນີ້:

  1. ນຳໃຊ້ ທ່ີມາຂອງສິນຄ້າ ຫຼື ຊື່ຂອງຜູ້ຜະລິດ, ຜູ້ປະກອບການຜະລິດ ຫຼື ຜູ້ຄ້າຂາຍ ໂດຍທາງກົງ ຫຼື ທາງອ້ອມ ແບບບໍ່ຖືກຕ້ອງ;
  2. ສ້າງຄວາມສັບສົນ ດ້ວຍວິທີການໃດໜຶ່ງ ກ່ຽວກັບວິສາຫະກິດ, ສິນຄ້າ ຫຼື ກິດຈະກຳ ທາງດ້ານອຸດສາຫະກຳ ຫຼື ການຄ້າຂອງຄູ່ແຂ່ງ;
  3. ກ່າວຫາໂດຍບໍ່ມີມູນຄວາມຈິງ ເພື່ອທຳລາຍຄວາມໜ້າເຊື່ອຖືືຂອງວິສາຫະກິດ, ສິນ ຄ້າ ຫຼື ກິດຈະກຳທາງດ້ານອຸດສາຫະກຳ ຫຼື ການຄ້າຂອງຄູ່ແຂ່ງ;
  4. ໃຊ້ສິ່ງຊ້ີບອກ ຫຼື ກ່າວຫາ ຊຶ່ງພາໃຫ້ສາທະລະນະຊົນເຂົ້າໃຈຜິດ ຕໍ່ປະເພດ, ຂະບວນ ການຜະລິດ, ຄຸນລັກສະນະ, ຄວາມເໝາະສົມກັບຈຸດປະສົງ ຫຼື ປະລິມານ ຂອງ ສິນຄ້າ.ຂ້າງເທິງ

ມາດຕາ 121 (ໃໝ່).  ສິນຄ້າທີ່ປອມແປງເຄື່ອງໝາຍການຄ້າ

ສິນຄ້າທີ່ປອມແປງເຄື່ອງໝາຍການຄ້າ ແມ່ນ ສິນຄ້າໃດໜຶ່ງ ລວມທັງການຫຸ້ມຫໍ່ ທີ່ໃສ່ເຄື່ອງໝາຍການຄ້າ ທີ່ຄືກັນ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ທີ່ບໍ່ສາມາດຈຳແນກຄວາມແຕກຕ່າງລັກ ສະນະສະເພາະ ກັບເຄື່ອງໝາຍການຄ້າ ທີ່ໄດ້ຮັບການຈົດທະບຽນຢ່າງຖືກຕ້ອງ ແລະ ຈະຖືວ່າເປັນການລະເມີດສິດຂອງເຈົ້າຂອງເຄື່ອງໝາຍການຄ້າດັ່ງກ່າວ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ສະບັບ ນີ້. 

ການສ້າງ, ການຂາຍ, ການສະເໜີຂາຍ, ການໂຄສະນາ, ການຕະຫຼາດ, ການສົ່ງອອກ ຫຼືື ການນຳເຂົ້າ  ສິນຄ້າທີ່ປອມແປງເຄື່ອງໝາຍການຄ້າ ຖືວ່າເປັນການລະເມີດກົດໝາຍສະບັບນີ້. ຂ້າງເທິງ

ມາດຕາ 122 (ໃໝ່).  ສິນຄ້າທີ່ລະເມີດລິຂະສິດ

ສິນຄ້າທີ່ລະເມີດລິຂະສິດ ແມ່ນ ສິນຄ້າໃດໜຶ່ງ ທີ່ສຳເນົາຜົນງານທີ່ມີລິຂະສິດ ຫຼື ສິດກ່ຽວ ຂ້ອງກັບລິຂະສິດ ຊຶ່ງການສຳເນົາດັ່ງກ່າວ:

  1. ເຮັດຂຶ້ນໂດຍບໍ່ໄດ້ຮັບການເຫັນດີ ຈາກຜູ້ຖືສິດ ຫຼື ຈາກຜູ້ທີ່ໄດ້ຮັບອະນຸຍາດຢ່າງຖືກ ຕ້ອງຈາກເຈົ້າຂອງສິດ ໃນປະເທດທີ່ມີການຜະລິດສິນຄ້າດັ່ງກ່າວ;
  2. ເຮັດຂຶ້ນໂດຍກົງ ຫຼື ທາງອ້ອມ ຈາກຜົນງານໃດໜຶ່ງ ລວມທັງການໃຊ້ອຸປະກອນ ຕ່າງໆ ເພື່ອບັນທຶກສຽງ-ພາບ ຂອງຜົນງານທາງດ້ານຮູບເງົາ ຢູ່ໃນໂຮງຮູບເງົາ.

ການຜະລິດ, ການຂາຍ, ການສະເໜີຂາຍ, ການໂຄສະນາ, ການຕະຫຼາດ, ການສົ່ງອອກ ຫຼືື ການນຳເຂົ້າ  ສິນຄ້າທີ່ລະເມີດລິຂະສິດ ຖືວ່າເປັນການລະເມີດກົດໝາຍສະບັບນີ້. ຂ້າງເທິງ

ພາກທີ VII
ການແກ້ໄຂຂໍ້ຂັດແຍ່ງ

ໝວດທີ 1
ຮູບການແກ້ໄຂຂໍ້ຂັດແຍ່ງ

ມາດຕາ 123.  ຮູບການແກ້ໄຂຂໍ້ຂັດແຍ່ງ

ການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບຊັບສິນທາງປັນຍາ ສາມາດດຳເນີນດ້ວຍຮູບການໃດໜຶ່ງ ດັ່ງນີ້:

  1. ການປະນີປະນອມ;
  2. ການໄກ່ເກັ່ຍ;
  3. ການແກ້ໄຂທາງດ້ານບໍລິຫານ;
  4. ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
  5. ການຮ້ອງຟ້ອງຕໍ່ສານປະຊາຊົນ;
  6. ການແກ້ໄຂຂໍ້ຂັດແຍ່ງສາກົນ. ຂ້າງເທິງ

ມາດຕາ 124 (ໃໝ່).  ສິດໃນການເລືອກຮູບການແກ້ໄຂຂໍ້ຂັດແຍ່ງ

ເມື່ອມີຂໍ້ຂັດແຍ່ງ ກ່ຽວກັບຊັບສິນທາງປັນຍາ ຄູ່ກໍລະນີສາມາດເລືອກເອົາຮູບການແກ້ໄຂໃດໜຶ່ງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 123 ຂອງກົດໝາຍສະບັບນີ້ ກໍໄດ້.ຂ້າງເທິງ

ມາດຕາ 125 (ປັບປຸງ).  ການປະນີປະນອມ

ຄູ່ກໍລະນີ ສາມາດປະນີປະນອມກັນ ກ່ຽວກັບການລະເມີດສິດຕໍ່ຊັບສິນທາງປັນຍາ.

ການຕົກລົງຈາກການປະນີປະນອມ ໃຫ້ປະຕິບັດຕາມຫຼັກການຂອງການເຮັດສັນຍາ ຕາມ ທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ. ຂ້າງເທິງ

ມາດຕາ 126 (ໃໝ່).  ການໄກ່ເກັ່ຍ

ຄູ່ກໍລະນີ ສາມາດເລືອກເອົາຮູບການແກ້ໄຂຂໍ້ຂັດແຍ່ງ ດ້ວຍການໄກ່ເກັ່ຍ ໄດ້ທຸກເວລາ ໂດຍສອດຄ່ອງກັບລະບຽບກົດໝາຍ. ຂ້າງເທິງ

ມາດຕາ 127.  ການແກ້ໄຂທາງດ້ານບໍລິຫານ

ຄູ່ກໍລະນີ ສາມາດສະເໜີຕໍ່ອົງການຄຸ້ມຄອງຊັບສິນທາງປັນຍາ ເພື່ອແກ້ໄຂຂໍ້ຂັດແຍ່ງ    ກ່ຽວກັບຊັບສິນທາງປັນຍາ ໂດຍສອດຄ່ອງກັບລະບຽບກົດໝາຍ. ຂ້າງເທິງ

ມາດຕາ 128 (ໃໝ່).  ການແກ້ໄຂທາງດ້ານບໍລິຫານກ່ຽວກັບຂໍ້ຂັດແຍ່ງຊັບສິນທາງປັນຍາຕາມຊາຍແດນ

ຄູ່ກໍລະນີ ສາມາດຍື່ນຄຳຮ້ອງຕໍ່ລັດຖະການພາສີ ກ່ຽວກັບຂໍ້ຂັດແຍ່ງຊັບສິນທາງປັນຍາ ຕາມຊາຍແດນ ໂດຍສອດຄ່ອງກັບລະບຽບກົດໝາຍ. ຂ້າງເທິງ

ຂັ້ນຕອນການແກ້ໄຂທາງດ້ານບໍລິຫານ ກ່ຽວກັບຂໍ້ຂັດແຍ່ງຊັບສິນທາງປັນຍາ ຕາມຊາຍ ແດນ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ. ຂ້າງເທິງ

ມາດຕາ 129 (ໃໝ່).  ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ຄູ່ກໍລະນີ ສາມາດຮ້ອງຂໍຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ໄດ້ທຸກເວລາ ເພື່ອໃຫ້ແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບຊັບສິນທາງປັນຍາ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍ ການແກ້ ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 130.  ການຮ້ອງຟ້ອງຕໍ່ສານປະຊາຊົນ

ຄູ່ກໍລະນີ ສາມາດຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອຕັດສິນຄະດີ ກ່ຽວກັບຊັບສິນທາງປັນຍາ ຕາມລະບຽບກົດໝາຍ. ຂ້າງເທິງ

ມາດຕາ  131.  ການແກ້ໄຂຂໍ້ຂັດແຍ່ງສາກົນ

ການແກ້ໄຂຂໍ້ຂັດແຍ່ງ ກ່ຽວກັບຊັບສິນທາງປັນຍາ ທີ່ມີລັກສະນະສາກົນ ໃຫ້ປະຕິບັດ ຕາມສັນຍາ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ໝວດທີ 2
ການດຳເນີນຄະດີ ແລະ ການນຳໃຊ້ມາດຕະການ

ມາດຕາ 132 (ໃໝ່).  ການດຳເນີນຄະດີກ່ຽວກັບການລະເມີດສິດຕໍ່ຊັບສິນທາງປັນຍາ

ຜູ້ຖືກເສັຍຫາຍຈາກການລະເມີດສິດຕໍ່ຊັບສິນທາງປັນຍາຂອງຕົນ ມີສິດຮ້ອງຟ້ອງຕໍ່ສານ ປະຊາຊົນ ເພື່ອດຳເນີນຄະດີ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການດຳເນີນຄະດີແພ່ງ ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 133 (ໃໝ່).  ຜູ້ຖືກເສັຍຫາຍ 

ຜູ້ຖືກເສັຍຫາຍໃນຄວາມໝາຍຂອງມາດຕາ 132 ຂອງກົດໝາຍສະບັບນີ້ ແມ່ນເຈົ້າຂອງຊັບສິນທາງປັັນຍາ, ສະຫະພັນ ຫຼື ສະມາຄົມ ທີ່ຕາງໜ້າໃຫ້ບັນດາຂະແໜງອຸດສາຫະກຳ, ຜູ້ຜະລິດ, ຜູ້ຄ້າຂາຍ ແລະ ສະມາຄົມບໍລິຫານລິຂະສິດ ແລະ ສິດກ່ຽວຂ້ອງກັບລິຂະສິດ ຫຼື ຜູ້ອື່ນໆ ທີ່ໄດ້ຮັບຄວາມເສັຍຫາຍ ຈາກການລະເມີດສິດຕໍ່ຊັບສິນທາງປັນຍາ. ຂ້າງເທິງ

ມາດຕາ 134 (ໃໝ່).  ສິດອຳນາດຂອງສານປະຊາຊົນ ກ່ຽວກັບການລະເມີດສິດຕໍ່ຊັບສິນທາງປັນຍາ

ສານປະຊາຊົນ ມີສິດອຳນາດຕັດສິນຄະດີ ກ່ຽວກັບການລະເມີດສິດຕໍ່ຊັບສິນທາງປັນຍາ ຕາມຂັ້ນຕອນທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ການດຳເນີນຄະດີແພ່ງ ແລະ ກົດໝາຍວ່າດ້ວຍ ການດຳເນີນຄະດີອາຍາ ຕາມແຕ່ລະກໍລະນີ. ຂ້າງເທິງ

ມາດຕາ 135 (ໃໝ່).  ຫຼັກຖານພິເສດສຳລັບການດຳເນີນຄະດີ ກ່ຽວກັບຊັບສິນທາງປັນຍາ

ໃນການດຳເນີນຄະດີຕໍ່ການລະເມີດສິດທິບັດ ກ່ຽວກັບກຳມະວິທີ ເພື່ອໃຫ້ໄດ້ຮັບຜະລິດຕະພັນໃໝ່ ຊຶ່ງບຸກຄົນອື່ນທີ່ບໍ່ແມ່ນເຈົ້າຂອງສິດທິບັດ ຫຼື ບໍ່ແມ່ນຜູ້ທີ່ໄດ້ຮັບອະນຸຍາດຈາກຜູ້ກ່ຽວ ໄດ້ຜະລິດຕະພັນອັນດຽວກັນ ຈະຖືວ່າຜະລິດຕະພັນດັ່ງກ່າວໄດ້ມາຈາກກຳມະວິທີ ທີ່ໄດ້ຮັບສິດທິບັດ ເວັ້ນເສັຍແຕ່ມີຫຼັກຖານກົງກັນຂ້າມ ແຕ່ໃນການສະໜອງຫຼັກຖານກົງກັນຂ້າມດັ່ງກ່າວ ບໍ່ໃຫ້ແຕະຕ້ອງ ເຖິງຜົນປະໂຫຍດອັນຊອບທຳ ໃນການປົກປ້ອງຄວາມລັບດ້ານການຜະລິດ ແລະ ທຸລະກິດຂອງຈຳ ເລີຍ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຊື່ໃນຜົນງານທາງວັນນະກຳ ໂດຍທົ່ວໄປແລ້ວ ຖືວ່າ ເປັນເຈົ້າຂອງຜົນງານນັ້ນ ເວັ້ນເສັຍແຕ່ມີຫຼັກຖານກົງກັນຂ້າມ ແລະ ຈະມີສິດໃນການດຳເນີນຄະດີຕໍ່ຜູ້ລະເມີດ. ເນື້ອໃນຂອງວັກນີ້ ສາມາດປະຕິບັດໄດ້ ລວມທັງກໍລະນີທີ່ຊື່ໃນຜົນງານເປັນນາມປາກກາ ຊຶ່ງບໍ່ມີຂໍ້ສົງໄສອັນໃດ ກ່ຽວກັບຊື່ແທ້ຂອງເຈົ້າຂອງຜົນງານ.

ໃນກໍລະນີ ທີ່ຜົນງານບໍ່ໄດ້ບົ່ງບອກຊື່ ແລະ ບໍ່ໃສ່ນາມປາກກາ, ນອກຈາກຜູ້ທີ່ໄດ້ກຳນົດໄວ້ໃນວັກ 2 ຂອງມາດຕານີ້, ຜູ້ເຜີຍແຜ່ທີ່ມີຊື່ໃນຜົນງານ ຈະຖືວ່າເປັນຕົວແທນຂອງເຈົ້າຂອງຜົນງານ ແລະ ຈະມີສິດປົກປ້ອງ ແລະ ນຳໃຊ້ສິດຂອງເຈົ້າຂອງ ເວັ້ນເສັຍແຕ່ມີຫຼັກຖານກົງກັນຂ້າມ. ການກຳນົດໃນວັກນ້ີຈະບໍ່ນຳໃຊ້ ໃນເວລາເຈົ້າຂອງຜົນງານເປີດເຜີຍຊື່ແທ້ ແລະ ຮຽກຮ້ອງສິດໃນການເປັນເຈົ້າຂອງຜົນງານດັ່ງກ່າວຂອງຕົນ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ  ທີ່ມີຊື່ໃນຜົນງານຮູບເງົາ ໂດຍທົ່ວໄປແລ້ວ ເປັນເຈົ້າຂອງຜົນງານ ແລະ  ມີສິດດຳເນີນຄະດີຕໍ່ຜູ້ລະເມີດ ເວັ້ນເສັຍແຕ່ມີຫຼັກຖານກົງກັນຂ້າມ.

ໃນກໍລະນີ ທີ່ຝ່າຍໃດໜຶ່ງຫາກສະເໜີຫຼັກຖານທີ່ພຽງພໍ ກ່ຽວກັບການຮ້ອງຟ້ອງຂອງຕົນ ແລະ ຫຼັກຖານນັ້ນແມ່ນກ່ຽວກັບເນື້ອໃນຂອງຄຳຮ້ອງຟ້ອງ  ທີ່ຍັງຢູ່ໃນການຄອບຄອງຂອງຄູ່ກໍລະນີ, ສານປະຊາຊົນ ມີສິດສັ່ງໃຫ້ຄູ່ກໍລະນີດັ່ງກ່າວ ສະໜອງຫຼັກຖານ ແຕ່ຕ້ອງຮັບປະກັນການຮັກສາຄວາມລັບ ຕາມຄວາມເໝາະສົມ. ໃນກໍລະນີ ທີ່ຄູ່ກໍລະນີດັ່ງກ່າວ ຫາກມີເຈດຕະນາປະຕິເສດການສະໜອງຂໍ້ມູນທີ່ຈຳເປັນ  ໂດຍບໍ່ມີເຫດຜົນພາຍໃນເວລາທີ່ສານປະຊາຊົນກຳນົດໃຫ້ ຫຼື ຂັດຂວາງຢ່າງແຮງ ຂັ້ນ ຕອນການນຳໃຊ້ສິດ, ສານປະຊາຊົນສາມາດຕັດສິນຄະດີດັ່ງກ່າວ ໂດຍອີງໃສ່ຂໍ້ມູນທີ່ໄດ້ສະເໜີລວມ ທັງຄຳຮ້ອງຟ້ອງ ຫຼື ຄຳອ້າງຂອງຄູ່ກໍລະນີ ທີ່ໄດ້ຮັບຜົນກະທົບທາງລົບ ຈາກການປະຕິເສດຂໍ້ມູນ ດັ່ງກ່າວ ແຕ່ຕ້ອງໃຫ້ຄູ່ກໍລະນີ ໄດ້ຊີ້ແຈງຄຳອ້າງ ຫຼື ຫຼັກຖານ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ອ້າງວ່າການກະທຳທີ່ເປັນການລະເມີດ  ຫຼື ການແຂ່ງ ຂັນທີ່ບໍ່ເປັນທຳໄດ້ຮັບການຍົກເວັ້ນໃນວັກ 2 ຂອງມາດຕາ 117 ຂອງກົດໝາຍສະບັບນີ້ ຕ້ອງພິສູດ ການກ່າວອ້າງດັ່ງກ່າວ. ຂໍ້ບັນຍັດນີ້ ແມ່ນໃຫ້ນຳໃຊ້ເຊັ່ນດຽວກັນກັບການກະທຳທີ່ເປັນການລະເມີດສິດໃນພັນພືດ, ລິຂະສິດ ແລະ ສິດກຽ່ວຂ້ອງກັບລິຂະສິດ ຫຼື ການລະເມີດອື່ນ  ທີ່ໄດ້ກຳນົດໄວ້ໃນກົດ ໝາຍສະບັບນີ້.

ການລະເມີດສິດທິບັດ ຫຼື ອະນຸສິດທິບັດ ຈະຖືກກຳນົດບົນຫຼັກຖານທີ່ສະແດງໃຫ້້ເຫັນວ່າ ສິ່ງທີ່ຖືກອ້າງວ່າລະເມີດນັ້ນ ກວມເອົາ ຫຼື ນຳໃຊ້ ແຕ່ລະອົງປະກອບຂອງຂໍ້ຮຽກຮ້ອງສິດທິບັດ ຫຼື ອະນຸສິດ ທິບັດທີ່ອ້າງວ່າຖືກລະເມີດເທົ່ານັ້ນ. ການລະເມີດຈະບໍ່ຕົກໄປດ້ວຍການເພີ່ມ ອົງປະກອບໃນສິ່ງທີ່ຖືກ ອ້າງວ່າລະເມີດ ຫຼື ການມີຂໍ້ຮຽກຮ້ອງໃນສິດທິບັດ ຫຼື ອະນຸສິດທິບັດທີ່ບໍ່ໄດ້ຖືກລະເມີດ.

ໃນການຮ້ອງຟ້ອງ ທີ່ອ້າງວ່າມີການລະເມີດເຄື່ອງໝາຍການຄ້າ, ເຄື່ອງໝາຍລວມໝູ່ ຫຼື ເຄື່ອງໝາຍຮັບຮອງນັ້ນ ໂຈດຕ້ອງນຳສິ່ງຕໍ່ໄປນີ້ ມາສະເໜີ:

  1. ເຄື່ອງໝາຍ ທີ່ມີຮູບຊົງ, ສຽງ ຫຼື ຄວາມໝາຍ ຄ້າຍຄືກັນ;
  2. ເຄື່ອງໝາຍ ກ່ຽວກັບສິນຄ້າ ຫຼື ການບໍລິການແບບດຽວກັນ, ຄ້າຍຄືກັນ ຫຼື ພົວພັນກັນ;
  3. ການນຳໃຊ້ເຄື່ອງໝາຍດັ່ງກ່າວ  ມີຄວາມເປັນໄປໄດ້ວ່າ ຈະສ້າງຄວາມສັບສົນ ຫຼື ຫຼອກລວງຜູ້ບໍລິໂພກ ກ່ຽວກັບທີ່ມາ, ການອຸປະຖຳ ຫຼື ຄຸນລັກສະນະຂອງສິນຄ້າ ຫຼື ການບໍລິການ ຫຼື ຊີ້ບອກໂດຍບໍ່ມີມູນຄວາມຈິງວ່າ ມີການພົວພັນລະຫວ່າງ ສິນຄ້າ ຫຼື ການບໍລິການ ຂອງໂຈດກັບສິນຄ້າ ຫຼື ການບໍລິການຂອງຈຳເລີຍ. ຂ້າງເທິງ

ມາດຕາ 136 (ໃໝ່).  ການເປັນໂມຄະ ແລະ ການຍົກເລີກ

ພາຍຫຼັງໄດ້ຮັບຄຳຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດ ຂອງສານປະຊາຊົນທີ່ບອກວ່າ ສິດທິບັດ, ອະນຸສິດທິບັດ, ການຈົດທະບຽນແບບອຸດສາຫະກຳ, ເຄື່ອງໝາຍການຄ້າ, ແບບຜັງວົງຈອນລວມ ຫຼື ການປົກປ້ອງພັນພືດ ເປັນໂມຄະແລ້ວ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງຍົກເລີກ ຊັບສິນທາງປັນຍາດັ່ງກ່າວ. ສຳລັບສິດທິບັດ ຫຼື ອະນຸສິດທິບັດນັ້ນ ຄຳຕັດສິນດັ່ງກ່າວ  ຕ້ອງກຳນົດລະອຽດຂໍ້ຮຽກຮ້ອງສິດ ໃນສິດທິບັດ ຫຼື ອະນຸສິດທິບັດ ທີ່ຖືກຕັດສິນວ່າເປັນໂມຄະ. ຂ້າງເທິງ

ມາດຕາ 137 (ໃໝ່).  ການແກ້ໄຂທາງແພ່ງ

ໃນການດຳເນີນຄະດີ ໂຈດສາມາດຮ້ອງຂໍໃຫ້ສານປະຊາຊົນພິຈາລະນາ ດັ່ງນີ້:

  1. ໃຫ້ຈຳເລີຍ ຢຸດເຊົາການລະເມີດ;
  2. ໃຫ້ໂຈະການແຈ້ງພາສີ;
  3. ໃຫ້ຍຶດສິນຄ້າທີ່ລະເມີດສິດຕໍ່ຊັບສິນທາງປັນຍາ ເພື່ອສະກັດກັ້ນການນຳເອົາສິນຄ້າ ດັ່ງກ່າວເຂົ້າສູ່ວົງຈອນການຄ້າ ລວມທັງສິນຄ້າທີ່ລະເມີດສິດຕໍ່ຊັບສິນທາງປັນຍາ ທີ່ນຳເຂົ້າເພື່ອສົ່ງອອກຕໍ່ ໃນທັນທີ ພາຍຫຼັງສິ້ນສຸດການແຈ້ງພາສີ;
  4. ອອກຄຳຕັດສິນບອກວ່າມີການລະເມີດ;
  5. ໃຫ້ຈຳເລີຍ ໃຊ້ແທນຄ່າເສັຍຫາຍ ຢ່າງເໝາະສົມ;
  6. ໃຫ້ຈຳເລີຍທົດແທນຄ່າໃຊ້ຈ່າຍຕ່າງໆ ລວມທັງຄ່າວ່າຄວາມຂອງຕົນ;
  7. ໃຫ້ທຳລາຍ ແລະ ກຳຈັດສິນຄ້າທີ່ຖືກຕັດສິນວ່າມີການລະເມີດ ເພື່ອບໍ່ໃຫ້ເຂົ້າສູ່ວົງ ຈອນການຄ້າ;
  8. ໃຫ້ກຳຈັດວັດຖຸ ແລະ ອຸປະກອນທີ່ນຳໃຊ້ເຂົ້າໃນການຜະລິດສິນຄ້າ ທີ່ລະເມີດສິດຕໍ່ ຊັບສິນທາງປັນຍາ ເພື່ອບໍ່ໃຫ້ມີການຜະລິດອີກເທື່ອໃໝ່.

ໃນການພິຈາລະນາຄຳຮ້ອງຂໍ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ 7 ແລະ 8 ເທິງນີ້ ສານປະຊາຊົນ ຕ້ອງຊັ່ງຊາຄວາມເໝາະສົມ ລະຫວ່າງ ຄວາມຮ້າຍແຮງຂອງການລະເມີດ ແລະ ການແກ້ໄຂ ລວມທັງ ຜົນປະໂຫຍດຂອງບຸກຄົນທີສາມ.

ສຳລັບສິນຄ້າປອມແປງເຄື່ອງໝາຍການຄ້ານັ້ນ ການນຳເອົາເຄື່ອງໝາຍການຄ້າທີ່ສ້າງຂຶ້ນ ໂດຍບໍ່ຖືກຕ້ອງຕາມກົດ      ໝາຍອອກພຽງຢ່າງດຽວ ເປັນການບໍ່ພຽງພໍ ເພື່ອບໍ່ໃຫ້ສິນຄ້າເຂົ້າສູ່ວົງຈອນ ການຄ້າ ຫຼື ສົ່ງອອກຄືນ. ຂ້າງເທິງ

ມາດຕາ 138 (ໃໝ່).  ການໃຊ້ແທນຄ່າເສຍຫາຍ

ສານປະຊາຊົນ ເປັນຜູ້ກຳນົດຄ່າໃຊ້ແທນ ຢ່າງພຽງພໍໃຫ້ໂຈດ ຕາມຄວາມເສັຍຫາຍຂອງ ຜູ້ກ່ຽວ ແລະ ເພື່ອສະກັດກັ້ນບໍ່ໃຫ້ຈຳເລີຍໄດ້ຮັບຜົນປະໂຫຍດຈາກການລະເມີດ, ນອກຈາກນີ້ ສານປະຊາຊົນ ກໍຍັງສາມາດສັ່ງໃຫ້ຈ່າຍຜົນກຳໄລ ແລະ ຄ່າໃຊ້ແທນ ເຖິງວ່າຈຳເລີຍບໍ່ໄດ້ມີສ່ວນຮ່ວມ ໃນການລະເມີດຊັບສິນທາງປັນຍາ ແຕ່ຮູ້ ຫຼື ມີເຫດຜົນທີ່ຈະຮູ້ວ່າເປັນການລະເມີດ. ຂ້າງເທິງ

ມາດຕາ 139 (ໃໝ່).  ສິດໃນການຮັບຂໍ້ມູນຂ່າວສານ

ເມື່ອມີການລະເມີດທີ່ຮ້າຍແຮງ ໂຈດສາມາດຂໍໃຫ້ສານສັ່ງໃຫ້ຈຳເລີຍ ສະໜອງຂໍ້ມູນໃຫ້ຕົນ ກ່ຽວກັບບຸກຄົນທີສາມ ທີ່ມີສ່ວນຮ່ວມໃນການຜະລິດ ແລະ ການແຈກຢາຍສິນຄ້າ ຫຼື ການບໍລິການ ທີ່ລະເມີດສິດຕໍ່ຊັບສິນທາງປັນຍາ ພ້ອມທັງວົງຈອນການແຈກຢາຍ. ຂ້າງເທິງ

ມາດຕາ 140 (ໃໝ່).  ການໃຊ້ແທນຄ່າເສຍຫາຍໃຫ້ແກ່ຈຳເລີຍ

ຈຳເລີຍ ສາມາດຮ້ອງຂໍໃຫ້ສານປະຊາຊົນ ພິຈາລະນາໃຫ້ໂຈດທີ່ໄດ້ດຳເນີນມາດຕະການ ແລະ ສວຍໃຊ້ຂັ້ນຕອນການບັງຄັບໃຊ້ສິດຂອງໂຈດ ໃຊ້ແທນຄ່າເສັຍຫາຍໃຫ້ແກ່ຕົນ ຈາກການສວຍໃຊ້ສິດດັ່ງກ່າວ ລວມທັງຄ່າໃຊ້ຈ່າຍຕ່າງໆ ແລະ ຄ່າວ່າຄວາມຂອງທະນາຍຄວາມຕົນ. ຂ້າງເທິງ

ມາດຕາ 141 (ໃໝ່).  ມາດຕະການຊົ່ວຄາວ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີສິດຮ້ອງຂໍໃຫ້ສານປະຊາຊົນ ພິຈາລະນາອອກມາດ ຕະການຊົ່ວຄາວ ແບບມີປະສິດທິຜົນ ແລະ ທັນການ ເພື່ອ:

  1. ສະກັດກັ້ນການລະເມີດສິດຕໍ່ຊັບສິນທາງປັນຍາ;
  2. ສະກັດກັ້ນການນຳເອົາສິນຄ້າທີ່ລະເມີດສິດຕໍ່ຊັບສິນທາງປັນຍາ ເຂົ້າສູ່ວົງຈອນການ ຄ້າລວມທັງສິນຄ້ານຳເຂົ້າ ໃນທັນທີ ພາຍຫຼັງສິ້ນສຸດການແຈ້ງພາສີ;
  3. ຮັກສາຫຼັກຖານ ທີ່ກ່ຽວຂ້ອງກັບການລະເມີດທີ່ຖືກກ່າວອ້າງ. ຂ້າງເທິງ       

ມາດຕາ 142 (ໃໝ່).  ເງື່ອນໄຂການຮ້ອງຂໍມາດຕະການຊົ່ວຄາວ

 ການຮ້ອງຂໍມາດຕະການຊົ່ວຄາວ ຕ້ອງມີເງື່ອນໄຂຄົບຖ້ວນ ດັ່ງນີ້:

  1. ຫຼັກຖານ ທີ່ສົມເຫດສົມຜົນ ເພື່ອໃຫ້ສານປະຊາຊົນເຊື່ອວ່າ ຜູ້ຍື່ນຄຳຮ້ອງເປັນຜູ້ຖື ສິດ ແລະ ສິດຂອງຕົນ ຖືກລະເມີດ ແລະ ການລະເມີດໃກ້ຈະເກີດຂຶ້ນ;
  2. ເງິນຄ້ຳປະກັນທີ່ພຽງພໍ ຫຼື ສິ່ງຄ້ຳປະກັນອື່ນທີ່ມີມູນຄ່າທຽບເທົ່າ ເພື່ອປົກປ້ອງຈຳ ເລີຍ ແລະ ສະກັດກັ້ນການສວຍໃຊ້ສິດ;
  3. ຂໍ້ມູນທີ່ຈຳເປັນ ແລະ ສາມາດຈຳແນກສິນຄ້າທີ່ກ່ຽວຂ້ອງໄດ້ ເພື່ອໃຫ້ເຈົ້າໜ້າທີ່   ປະຕິບັດມາດຕະການຊົ່ວຄາວ. ຂ້າງເທິງ

ມາດຕາ 143 (ໃໝ່).  ມາດຕະການຊົ່ວຄາວໂດຍບໍ່ມີການແຈ້ງຈຳເລີຍ

ໂຈດສາມາດຮ້ອງຂໍໃຫ້ສານປະຊາຊົນ ອອກມາດຕະການຊົ່ວຄາວ ໂດຍບໍ່ຈຳເປັນຕ້ອງ ແຈ້ງໃຫ້ຈຳເລີຍຊາບ ເມື່ອເຫັນວ່າມີຄວາມຈຳເປັນ ໂດຍສະເພາະອາດຈະມີຄວາມຊັກຊ້າ ຊຶ່ງຈະສົ່ງ ຜົນເສັຍຫາຍທີ່ບໍ່ສາມາດແກ້ໄຂໄດ້ຕໍ່ຕົນ ຫຼື ເຫັນວ່າຫຼັກຖານກຳລັງຖືກທຳລາຍ.

ພາຍຫຼັງໄດ້ນຳໃຊ້ມາດຕະການດັ່ງກ່າວ ສານປະຊາຊົນ ຕ້ອງແຈ້ງໃຫ້ຝ່າຍທີ່ໄດ້ຮັບຜົນກະ ທົບຊາບໃນທັນທີ. ສານປະຊາຊົນຕ້ອງພິຈາລະຈາຄືນ ແລະ ໃຫ້ສິດແກ່ຈຳເລີຍ ໃນການຊີ້ແຈງ ຕາມ ຄຳຮ້ອງຂໍຂອງຜູ້ກ່ຽວ ແລ້ວພິຈາລະນາຕັດສິນພາຍໃນກຳນົດເວລາທີ່ເໝາະສົມວ່າ ມາດຕະການຊົ່ວ ຄາວດັ່ງກ່າວ ຄວນຖືກປ່ຽນແປງ, ຍົກເລີກ ຫຼື ໃຫ້ປະຕິບັດ. ຂ້າງເທິງ

ມາດຕາ 144 (ໃໝ່).  ການພິຈາລະນາຄືນມາດຕະການຊົ່ວຄາວ

ອີງຕາມຄຳຮ້ອງຂໍຂອງຈຳເລີຍ ສານປະຊາຊົນ ຕ້ອງພິຈາລະນາ ການຍົກເລີກ ຫຼື ການຢຸດ ເຊົາ ມາດຕະການຊົ່ວຄາວ  ທີ່ນຳໃຊ້ຕາມມາດຕາ 141 ແລະ 142 ຂອງກົດໝາຍສະບັບນີ້ ຖ້າວ່າບໍ່ ມີການພິຈາລະນາຕັດສິນໃນເນື້ອຄະດີ ພາຍໃນເວລາທີ່ສານປະຊາຊົນໄດ້ກຳນົດ ແຕ່ ບໍ່ໃຫ້ກາຍ ຊາວວັນ ລັດຖະການ ຫຼື ສາມສິບເອັດວັນປະຕິທິນ ແລ້ວແຕ່ເວລາໃດຈະດົນກວ່າ.

ໃນກໍລະນີ ທີ່ມາດຕະການຊົ່ວຄາວ ຖືກຍົກເລີກ ຫຼື ຢຸດເຊົາ ຍ້ອນການກະທຳ ຫຼື ບໍ່ກະທຳ ຂອງໂຈດ ຫຼື ພາຍຫຼັງໄດ້ຕັດສິນວ່າ ບໍ່ມີການລະເມີດ ຫຼື ບໍ່ມີຄວາມສ່ຽງໃນການລະເມີດສິດຕໍ່ຊັບສິນ ທາງປັນຍາແລ້ວ ສານປະຊາຊົນກໍມີສິດພິຈາລະນາຕັດສິນ ໃຫ້ໂຈດໃຊ້ແທນຄ່າເສັຍຫາຍທີ່ເໝາະ ສົມທີ່ເກີດຂຶ້ນຈາກການນຳໃຊ້ມາດຕະການດັ່ງກ່າວ ແກ່ຈຳເລີຍ ຕາມການຮ້ອງຂໍຂອງຜູ້ກ່ຽວ. ຂ້າງເທິງ

ມາດຕາ 145 (ໃໝ່).  ການກະທຳຜິດທາງອາຍາຕໍ່ຊັບສິນທາງປັນຍາ 

ການກະທຳຜິດທາງອາຍາຕໍ່ຊັບສິນທາງປັນຍາ ມີ ກໍລະນີ ດັ່ງນີ້:

  1. ການລະເມີດ ມາດຕາ 117, 118, 119 ແລະ/ຫຼື ມາດຕາ 120 ຂອງກົດໝາຍສະ ບັບນີ້ ໂດຍເຈດຕະນາ ເພື່ອຈຸດປະສົງທາງການຄ້າ;
  2. ການລະເມີດ ມາດຕາ117, 118, 119, 120, 121 ແລະ/ຫຼື ມາດຕາ 122  ຂອງ ກົດໝາຍສະບັບນີ້ ໂດຍເຈດຕະນາ ຊຶ່ງສົ່ງຜົນເສັຍຫາຍຕໍ່ສຸຂະພາບຂອງຄົນ, ທຳ ລາຍສິ່ງແວດລ້ອມ ຫຼື ທຳລາຍຊັບສິນຕ່າງໆ.
  3. ການລະເມີດ ມາດຕາ 121 ແລະ/ຫຼື ມາດຕາ122 ຂອງກົດໝາຍສະບັບນີ້ ໂດຍ ເຈດຕະນາ. ຂ້າງເທິງ

ພາກທີ VIII
ການຄຸ້ມຄອງ ແລະ ກວດກາ

ໝວດທີ 1
ການຄຸ້ມຄອງ

ມາດຕາ 146 (ປັບປຸງ).  ອົງການຄຸ້ມຄອງວຽກງານຊັບສິນທາງປັນຍາ

ລັດຖະບານ ຄຸ້ມຄອງວຽກງານຊັບສິນທາງປັນຍາ ຢ່າງລວມສູນ ແລະ ເປັນເອກະພາບ ໃນທົ່ວປະເທດ ໂດຍມອບໃຫ້ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ເປັນໃຈກາງໃນການປະ ສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ເປັນຕົ້ນ  ຂະແໜງການອຸດສາຫະກຳ ແລະ ການຄ້າ, ກະສີກຳ ແລະ ປ່າໄມ້, ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສຶກສາທິການ ແລະ ກິລາ, ສາທະລະນະສຸກ, ການເງິນ ແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ.

 ຂະແໜງການອື່ນ ມີ ສິດ ແລະ ໜ້າທີ່ຄຸ້ມຄອງວຽກງານຊັບສິນທາງປັນຍາ ຕາມພາລະບົດບາດຂອງຕົນ.

ອົງການຄຸ້ມຄອງວຽກງານຊັບສິນທາງປັນຍາ ປະກອບດ້ວຍ:

  1. ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ;
  2. ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ນະຄອນ.

 ໃນກໍລະນີ ທີ່ມີຄວາມຈຳເປັນ ຈະສ້າງຕັ້ງຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີເມືອງ, ເທດສະບານ ກໍໄດ້. ຂ້າງເທິງ

ມາດຕາ 147 (ປັບປຸງ).  ສິດ ແລະ ໜ້າທີ່ ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ

ໃນການຄຸ້ມຄອງ ວຽກງານຊັບສິນທາງປັນຍາ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ  ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າຍຸດທະສາດ, ແຜນນະໂຍບາຍ, ລະບຽບກົດໝາຍ ແລະ ແຜນການ ກ່ຽວ ກັບການພັດທະນາວຽກງານຊັບສິນທາງປັນຍາ ເພື່ອສະເໜີລັດຖະບານພິຈາລະນາ;
  2. ອອກລະບຽບການ, ຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ແຈ້ງການ ກ່ຽວກັບວຽກງານ ຊັບສິນທາງປັນຍາ;
  3. ໂຄສະນາ, ເຜີຍແຜ່ ແລະ ສ້າງຈິດສຳນຶກ ໃຫ້ແກ່ສັງຄົມ ກ່ຽວກັບວຽກງານຊັບສິນ ທາງປັນຍາ;
  4. ຊີ້ນຳ, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາ ໃນຂອບເຂດທົ່ວປະເທດ;
  5. ຈົດທະບຽນ ແລະ ໃຫ້ການບໍລິການວຽກງານຊັບສິນທາງປັນຍາ;
  6. ອອກ ຫຼື ລົບລ້າງໃບຢັ້ງຢືນ ກ່ຽວກັບການຈົດທະບຽນຊັບສິນທາງປັນຍາ ແລະ ອອກ ໃບອະນຸຍາດ ຫຼື ຖອນໃບອະນຸຍາດຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງ ທີ່ດຳເນີນການບໍລິການທາງດ້ານຊັບສິນທາງປັນຍາ;
  7. ແກ້ໄຂຄຳສະເໜີ, ຂໍ້ຂັດແຍ່ງ ແລະ ການລະເມີດສິດຕໍ່ຊັບສິນທາງປັນຍາ;
  8. ສະເໜີ ຫຼື ສ້າງຕັ້ງ ຄະນະກຳມະການ ກ່ຽວກັບວຽກງານຊັບສິນທາງປັນຍາ;
  9. ກໍ່ສ້າງ ແລະ ຍົກລະດັບພະນັກງານ ທັງພາກລັດ ແລະ ເອກະຊົນ ໃນຂົງເຂດວຽກ ງານຊັບສິນທາງປັນຍາ;
  10. ປະສານສົມທົບ ກັບບັນດາຂະແໜງການອື່ນ ແລະ ອົງການປົກຄອງທ້ອງຖິ່ນທີ່ ກ່ຽວຂ້ອງ ເພື່ອຈັດຕັ້ງຄຸ້ມຄອງວຽກງານຊັບສິນທາງປັນຍາ;
  11. ພົວພັນ ແລະ ຮ່ວມມືກັບສາກົນ ໃນຂົງເຂດວຽກງານຊັບສິນທາງປັນຍາ;
  12. ສະຫຼຸບ, ລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຊັບສິນທາງປັນຍາຕໍ່ລັດ ຖະບານຢ່າງເປັນປົກກະຕິ;
  13. ປະຕິບັດ ສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 148.  ສິດ ແລະ ໜ້າທີ່ ຂອງພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງ, ນະຄອນ 

ໃນການຄຸ້ມຄອງ ວຽກງານຊັບສິນທາງປັນຍາ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ   ແຂວງ, ນະຄອນ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຜັນຂະຫຍາຍ ແຜນນະໂຍບາຍ, ລະບຽບກົດໝາຍ ແລະ ແຜນການ ກ່ຽວກັບການ ພັດທະນາວຽກງານຊັບສິນທາງປັນຍາ ຂອງກະຊວງ ວິທະຍາສາດ ແລະ ເຕັກໂນໂລ ຊີ ມາເປັນລະບຽບການ ແລະ ແຜນການຂອງຕົນ ແລ້ວຈັດຕັ້ງປະຕິບັດ;
  2. ໂຄສະນາ, ເຜີຍແຜ່ ແຜນນະໂຍບາຍ, ລະບຽບກົດໝາຍ ແລະ ແຜນການ ກ່ຽວກັບ ການພັດທະນາວຽກງານຊັບສິນທາງປັນຍາ ຂອງກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ, ລະບຽບການ ແລະ ແຜນການຂອງຕົນ ແລະ ສ້າງຈິດສຳນຶກ ໃຫ້ແກ່ສັງຄົມ ກ່ຽວກັບວຽກງານຊັບສິນທາງປັນຍາ;
  3. ແກ້ໄຂ ຄຳສະເໜີ, ຂໍ້ຂັດແຍ່ງ ແລະ ການລະເມີດສິດຕໍ່ຊັບສິນທາງປັນຍາ ຕາມຂອບ ເຂດຄວາມຮັບຜິດຊອບຂອງຕົນ;
  4. ປະສານສົມທົບ ກັບບັນດາພະແນກການອື່ນ ທີ່ກ່ຽວຂ້ອງຂອງແຂວງ, ນະຄອນ ໃນ ການຈັດຕັ້ງປະຕິບັດວຽກງານຊັບສິນທາງປັນຍາ;
  5. ພົວພັນ ແລະ ຮ່ວມມື ກັບຕ່າງປະເທດ ຕາມການມອບໝາຍຂອງຂັ້ນເທິງ;
  6. ສະຫຼຸບ, ລາຍງານ ການຈັດຕັ້ງປະຕິບັດ ວຽກງານຊັບສິນທາງປັນຍາ ຕໍ່ກະຊວງ ວິທະ ຍາສາດ ແລະ ເຕັກໂນໂລຊີ ແລະ ອົງການປົກຄອງ ແຂວງ, ນະຄອນ ຢ່າງເປັນປົກ ກະຕິ;
  7. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍ. ຂ້າງເທິງ

ມາດຕາ 149.  ການເກືອດຫ້າມ ສຳລັບພະນັກງານທີ່ຮັບຜິດຊອບວຽກງານຊັບສິນທາງປັນຍາ

ພະນັກງານ ທີ່ຮັບຜິດຊອບວຽກງານ ຊັບສິນທາງປັນຍາ ບໍ່ໃຫ້ມີການກະທຳ ດັ່ງນີ້:

  1. ຂາດຄວາມຮັບຜິດຊອບ ແລະ ປະລະໜ້າທີ່;
  2. ປະຕິບັດໜ້າທີ່ ໂດຍບໍ່ມີຄວາມຍຸຕິທຳ ຫຼື ລຳອຽງຕໍ່ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ;
  3. ເປີດເຜີຍຂໍ້ມູນ ກ່ຽວກັບຊັບສິນທາງປັນຍາໂດຍບໍ່ໄດ້ຮັບອະນຸຍາດ ຈາກເຈົ້າຂອງ;
  4. ສວຍໃຊ້ຕຳແໜ່ງ, ໜ້າທີ່, ສິດອຳນາດ ເພື່ອຫາຜົນປະໂຫຍດສ່ວນຕົວ, ຄອບຄົວ ຫຼື ຍາດພີ່ນ້ອງ;
  5. ມີການກະທຳອື່ນ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ. ຂ້າງເທິງ

ໝວດທີ 2
ການກວດກາ

ມາດຕາ 150.  ອົງການກວດກາວຽກງານຊັບສິນທາງປັນຍາ

  • ອົງການກວດກາ ວຽກງານຊັບສິນທາງປັນຍາ ປະກອບດ້ວຍ:
  • ອົງການກວດກາພາຍໃນ ຊຶ່ງແມ່ນອົງການດຽວກັນກັບອົງການຄຸ້ມຄອງ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 146 ຂອງກົດໝາຍສະບັບນີ້.
  • ອົງການກວດກາພາຍນອກ ຊຶ່ງມີ:

·    ສະພາແຫ່ງຊາດ;
·    ອົງການ ກວດສອບແຫ່ງລັດ;
·    ອົງການ ກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ. ຂ້າງເທິງ

ມາດຕາ 151.  ສິດ ແລະ ໜ້າທີ່ ຂອງອົງການກວດກາ

ອົງການກວດກາພາຍໃນ ແລະ ພາຍນອກ ມີ ສິດ ແລະ ໜ້າທີ່ ກວດກາການຈັດຕັ້ງປະຕິ ບັດ ວຽກງານຊັບສິນທາງປັນຍາ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ. ຂ້າງເທິງ

ມາດຕາ 152.  ຮູບການກວດກາ ວຽກງານຊັບສິນທາງປັນຍາ

ການກວດກາ ວຽກງານຊັບສິນທາງປັນຍາ ດຳເນີນດ້ວຍສາມຮູບການ ດັ່ງນີ້:

  1. ການກວດກາ ຕາມແຜນການປົກກະຕິ;
  2. ການກວດກາ ນອກແຜນການ ໂດຍແຈ້ງໃຫ້ຊາບລ່ວງໜ້າ;
  3. ການກວດກາ ແບບກະທັນຫັນ.

ການກວດກາຕາມແຜນການປົກກະຕິ ແມ່ນ ການກວດກາ ທີ່ດຳເນີນໄປຕາມແຜນການຢ່າງເປັນປະຈຳ ແລະ ມີກຳນົດເວລາອັນແນ່ນອນ.

ການກວດກາ ນອກແຜນການໂດຍແຈ້ງໃຫ້ຊາບລວງໜ້າ ແມ່ນ ການກວດການອກແຜນການເມື່ອເຫັນວ່າມີຄວາມຈຳເປັນ ຊຶ່ງຕ້ອງແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.

ການກວດກາແບບກະທັນຫັນ ແມ່ນ ການກວດກາໂດຍຮີບດ່ວນ  ຊຶ່ງບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ. ຂ້າງເທິງ

ມາດຕາ 153.  ການກວດກາດ້ານຊັບສິນທາງປັນຍາຕາມຊາຍແດນ

ເພື່ອສະກັດກັ້ນການລະເມີດຊັບສິນທາງປັນຍາ ເຈົ້າໜ້າທີ່ພາສີ ແລະ ເຈົ້າໜ້າທີ່ອື່ນ ທີ່ ກ່ຽວຂ້ອງປະຈຳດ່ານຊາຍແດນ ມີ ສິດ ແລະ ໜ້າທີ່ ກວດກາສິນຄ້າທີ່ສົ່ງອອກ, ນຳເຂົ້າ, ຍຶດ ແລະ ກັກ ສິນຄ້າທີ່ລະເມີດຊັບສິນທາງປັນຍາຕາມລະບຽບກົດໝາຍ.

ມາດຕາ 154.  ການກວດກາຂອງອົງການອື່ນ

ອົງການອື່ນ ມີສິດ ແລະ ໜ້າທີ່ ກວດກາວຽກງານຊັບສິນທາງປັນຍາ ຕາມພາລະບົດບາດ ຂອງຕົນ ຊຶ່ງໄດ້ກຳນົດໄວ້ໃນລະບຽບການສະເພາະ. ຂ້າງເທິງ

ພາກທີ IX
ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 155.  ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ຊັບສິນທາງປັນຍາ ເປັນຕົ້ນໃນການຄຸ້ມຄອງ ແລະ ປົກປ້ອງຊັບສິນທາງປັນຍາ ຈະໄດ້ຮັບການຍ້ອງຍໍ ຫຼື ນະໂຍບາຍອື່ນ ຕາມລະບຽບການ. ຂ້າງເທິງ

ມາດຕາ 156.  ນະໂຍບາຍຕໍ່ຜູ້ປະດິດສ້າງ ຫຼື ຜູ້ປະດິດຄິດແຕ່ງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານໃນການປະດິດສ້າງ ຫຼື ປະດິດຄິດແຕ່ງ ຈະໄດ້ຮັບການຍ້ອງຍໍ, ລາງວັນ ຫຼື ນະໂຍບາຍອື່ນ ຕາມລະບຽບການ. ຂ້າງເທິງ

ມາດຕາ 157.    ມາດຕະການຕໍ່ຜູ້ລະເມີດ 

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍວ່າດ້ວຍ ຊັບສິນທາງປັນຍາ ຈະຖືກສຶກສາອົບຮົມ ຫຼື ກ່າວເຕືອນ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສັຍຫາຍທາງແພ່ງ ແລະ/ຫຼື ລົງໂທດ ທາງອາຍາ ຕາມແຕ່ກໍລະນີ ເບົາ ຫຼື ໜັກ. ຂ້າງເທິງ

ມາດຕາ 158.    ມາດຕະການສຶກສາອົບຮົມ ຫຼື ກ່າວເຕືອນ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບວຽກງານຊັບສິນທາງປັນຍາ ເປັນຄັ້ງທຳອິດ ໂດຍບໍ່ເຈດຕະນາ ແລະ ກໍ່ຄວາມເສັຍຫາຍ ຈາກການລະເມີດທີ່ໄດ້ກໍ່ຂຶ້ນ ທີ່ມີ ມູນຄ່າຕ່ຳກວ່າ 500.000 ກີບ ຈະຖືກສຶກສາອົບຮົມ ຫຼື ກ່າວເຕືອນ. ຂ້າງເທິງ

ມາດຕາ 159.    ມາດຕະການທາງວິໄນ

ພະນັກງານ ແລະ ເຈົ້າໜ້າທີ່ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບຊັບສິນທາງປັນຍາ ແລະ ຂໍ້ຫ້າມທີ່ມີລັກສະນະເບົາ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ແລະ ກໍ່ຄວາມເສັຍຫາຍ ທີ່ມີມູນຄ່າ ຕ່ຳກວ່າ 500.000 ກີບ ແຕ່ບໍ່ມີຄວາມຈິງໃຈລາຍງານ, ຫຼົບຫຼີກຈາກຄວາມຜິດ ກໍຈະຖືກລົງວິໄນ ຕາມແຕ່ລະກໍລະນີ ດັ່ງນີ້:

  1. ຕິຕຽນ, ກ່າວເຕືອນຄວາມຜິດ ຕາມລະບຽບລັດຖະກອນ ພ້ອມທັງບັນທຶກໄວ້ໃນສຳ ນວນເອກະສານ ຊີວະປະຫວັດຂອງຜູ້ກ່ຽວ;
  2. ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ ແລະ ການຍ້ອງຍໍ;
  3. ປົດຕຳແໜ່ງ ຫຼື ຍົກຍ້າຍໄປຮັບໜ້າທີ່ອື່ນ ທີ່ມີຕຳແໜ່ງຕ່ຳກວ່າເກົ່າ;
  4. ໃຫ້ອອກຈາກລັດຖະການ ໂດຍບໍ່ໄດ້ຮັບນະໂຍບາຍໃດໆ. ຂ້າງເທິງ

ມາດຕາ 160 (ປັບປຸງ).   ມາດຕະການປັບໃໝ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບຊັບສິນທາງປັນຍາ ໂດຍເຈດຕະນາ ຫຼື ດ້ວຍຄວາມບໍ່ລະມັດລະວັງເປັນຄັ້ງທີສອງ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ຈະຖືກປັບໃໝ 1%  ຂອງມູນຄ່າຄວາມເສັຍຫາຍທີ່ໄດ້ກໍ່ຂຶ້ນ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດເປັນຄັ້ງທີສອງ ໂດຍເຈດຕະນາ ຫຼື ເປັນອາຈິນ ຈະຖືກປັບໃໝ 5% ຂອງມູນຄ່າຄວາມເສັຍຫາຍທີ່ໄດ້ກໍ່ຂຶ້ນໃນການລະເມີດແຕ່ລະຄັ້ງ.

ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ເປັນຜູ້ອອກລະບຽບການໃນການຈັດຕັ້ງປະຕິບັດມາດຕະການປັບໃໝ. ຂ້າງເທິງ

ມາດຕາ 161.  ມາດຕະການທາງແພ່ງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ລະເມີດກົດໝາຍສະບັບນີ້ ຊຶ່ງໄດ້ກໍ່ຄວາມເສັຍຫາຍແກ່ຜູ້ອື່ນ ຈະໄດ້ໃຊ້ແທນຄ່າເສັຍຫາຍ ຕາມທີ່ຕົນໄດ້ກໍ່ຂຶ້ນ. ຂ້າງເທິງ

ມາດຕາ 162 (ປັບປຸງ).  ມາດຕະການທາງອາຍາ

ບຸກຄົນ ທີ່ລະເມີດສິດຕໍ່ຊັບສິນທາງປັນຍາ, ປອມແປງ, ຕົວະຍົວະ, ຫຼອກລວງ, ແຂ່ງຂັນ ທີ່ບໍ່ເປັນທຳ ກ່ຽວກັບຊັບສິນທາງປັນຍາ ຊຶ່ງກໍ່ຄວາມເສັຍຫາຍ ໃຫ້ແກ່ຜູ້ອື່ນ ຈະຖືກລົງໂທດຕັດອິດສະ ລະພາບ ແຕ່ ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 500.000 ກີບ ຫາ 10.000.000 ກີບ.

ໃນກໍລະນີ ທີ່ມີການກະທຳອື່ນ ຊຶ່ງເປັນການກະທຳຜິດທາງອາຍາ ກໍຈະຖືກລົງໂທດຕາມ ກົດໝາຍອາຍາ. ຂ້າງເທິງ

ມາດຕາ 163.  ມາດຕະການໂທດເພີ່ມ

ນອກຈາກໂທດຕົ້ນຕໍ ທີ່ໄດ້ກຳນົດໄວ້ໃນ ມາດຕາ 162 ຂອງກົດໝາຍສະບັບນີ້ ຜູ້ກະທຳຜິດອາດຈະໄດ້ຮັບໂທດເພີ່ມ ເຊັ່ນ: ໂຈະ, ຖອນໃບອະນຸຍາດ ດຳເນີນກິດຈະການ, ຮິບສິນຄ້າ, ຊັບສິນ ແລະ ພາຫະນະອຸປະກອນ ທີ່ພົວພັນກັບການກະທຳຜິດ. ຂ້າງເທິງ

ພາກທີ X
ບົດບັນຍັດສຸດທ້າຍ

ມາດຕາ 164.    ການຈັດຕັ້ງປະຕິບັດ

ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດ ກົດໝາຍສະບັບນີ້. ຂ້າງເທິງ

ມາດຕາ 165.    ຜົນສັກສິດ

ກົດໝາຍສະບັບນີ້ ມີຜົນສັກສິດ ພາຍຫຼັງ ເກົ້າສິບວັນ ນັບແຕ່ວັນປະທານປະເທດ ແຫ່ງ    ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ເປັນຕົ້ນໄປ.

ກົດໝາຍສະບັບນີ້ ປ່ຽນແທນກົດໝາຍວ່າດ້ວຍ ຊັບສິນທາງປັນຍາ ສະບັບເລກທີ 08/ສພຊ, ລົງວັນທີ 24 ທັນວາ 2007.

ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບ ກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.

ປະທານສະພາແຫ່ງຊາດ

ນ. ປານີ ຢາທໍ່ຕູ້

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.