ກະຊວງການເງິນອອກຄໍາສັ່ງແນະນຳສະບັບເລກທີ 1765/ກງ, ລົງວັນທີ 4 ກໍລະກົດ 2013 ເພື່ອເພີ່ມທະວີການຄຸ້ມຄອງຊັບພະຍາກອນປ່າໄມ້ ແລະ ຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບກົດໝາຍ. ເຈົ້າໜ້າທີ່ກ່ຽວຂ້ອງ ຈະໄດ້ດຳເນີນການ ກວດກາໄມ້ໃຫ້ຖືກຕ້ອງ ຄົບຖ້ວນ ຕາມຊະນິດ ປະເພດ ແລະ ຈຳນວນໄມ້ ທີ່ໄດ້ຮັບອະນຸຍາດສົ່ງອອກ ພາຍຫລັງສຳເລັດການກວດກາ ຕ້ອງມີບົດບັນທຶກການກວດກາ, ປົກຜ່າບັດ ແລະ ໜີບກົ່ວ ເພື່ອປ້ອງກັນການບໍ່ໃຫ້ມີການລັກລອບ ໃນການເຄື່ອນຍ້າຍໄປຊາຍແດນບ່ອນສົ່ງອອກ; ການສົ່ງອອກໄມ້ທຸກປະເພດ ຕ້ອງໄດ້ມອບພັນທະ ຕາມລະບຽບການຢ່າງຖືກຕ້ອງ ແລະ ຄົບຖ້ວນ, ການສົ່ງອອກໄມ້ ອະນຸຍາດໃຫ້ສົ່ງອອກໄດ້ສະເພາະຢູ່ດ່ານສາກົນເທົ່ານັ້ນ. ການສົ່ງອອກໄມ້ແປຮູບ, ໄມ້ທ່ອນ, ຕໍໄມ້, ປູດໄມ້ ແລະ ຜະລິດຕະພັນໄມ້ເຄິ່ງສຳເລັດຮູບ ຕ້ອງໃຫ້ສອດຄ່ອງກັບຄຳສັ່ງນາຍົກລັດຖະມົນຕີ ສະບັບເລກທີ 17/ນຍ ແລະ ຕ້ອງໄດ້ເສຍຄ່າຊັກພິເສດ 30% ຂອງມູນຄ່າໄມ້ ທີ່ກະຊວງອຸດສາຫະກໍາ ແລະ ການຄ້າໄດ້ກຳນົດອອກໃນແຕ່ລະໄລຍະ.

ການຊື້-ຂາຍໄມ້ ເພື່ອສົ່ງອອກໄປຕ່າງປະເທດ ຜູ້ສົ່ງອອກ ຕ້ອງມີສັນຍາຊື້ຂາຍກັບບໍລິສັດຢູ່ ຕ່າງປະເທດ ແລະ ຕ້ອງຊໍາລະສະສາງ ຜ່ານລະບົບທະນາຄານຂອງ ສ ປປລາວ ຖ້າບໍ່ໄດ້ຕາມເງື່ອນໄຂດັ່ງກ່າວ ແມ່ນບໍ່ອະນຸຍາດໃຫ້ສົ່ງອອກເດັດຂາດ.

ທ່ານສາມາດດາວໂຫລດເອກະສານລາຍລະອຽດດັ່ງຂ້າງລຸ່ມນີ້:

# ຫົວຂໍ້ ດາວໂຫຼດ
1 Strengthening the management on Wood Export PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.