ເພື່ອເປັນການຫລຸດຜ່ອນໃນການອອກເອກະສານ ຄໍ້າປະກັນ (IM8) ເອົາສິນຄ້າອອກຈາກດ່ານ ໃຫ້ສອດຄ່ອງກັບ ກົດໝາຍວ່າດ້ວຍພາສີ ແລະ ຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບ ໃນທົ່ວປະເທດ. ກົມພາສີ, ກະຊວງການເງິນ ອອກແຈ້ງການແນະນຳ ສະບັບເລກທີ 06893/ກພສ, ລົງວັນທີ 29 ພຶດສະພາ 2013 ກ່ຽວກັບເງື່ອນໄຂໃນການອອກເອກະສານຄໍ້າປະກັນເອົາສິນຄ້າອອກຈາກດ່ານ (IM8) ໂດຍມອບໃຫ້ດ່ານພາສີສາກົນຕິດປະກາດ ຫລື ໂຄສະນາເຜີຍແຜ່ໃນການຈັດຕັ້ງປະຕິບັດ ໃຫ້ສັງຄົມຮັບຮູ້ ກົດໝາຍວ່າດ້ວຍພາສີ ມາດຕາ 29 ກ່ຽວກັບການແຈ້ງພາສີ ກ່ອນສິນຄ້າ, ເຄື່ອງຂອງ ມາຮອດດ່ານພາສີຊາຍແດນເປັນຕົ້ນ ສິນຄ້າບາງປະເພດເຊັ່ນ: ສັດທີ່ມີຄວາມສ່ຽງຕໍ່ຄວາມຕາຍ, ສິນຄ້າບູດເນົ່າໄວ, ວັດຖຸເຄມີທີ່ເປັນອັນຕະລາຍຕໍ່ສຸຂະພາບ, ນໍ້າມັນເຊື້ອໄຟ.. ແລະ ອື່ນໆ ຍົກເວັ້ນໃນກໍລະນີ ທີ່ມີສະໂນດນຳສົ່ງ ຈາກກະຊວງການຕ່າງປະເທດ ແມ່ນສາມາດປະກອບໃບແຈ້ງພາສີເປັນລາຍລະອຽດ ອອກເລີຍ. ໃນກໍລະນີ ບໍ່ມີແຜນນໍາເຂົ້າສໍາຫລັບ ສິນຄ້າທົ່ວໄປ ແມ່ນໃຫ້ມີເອກະສານຢັ້ງຢືນຈາກຂະແໜງການທີ່ກ່ຽວຂ້ອງກ່ອນ ຈື່ງອະນຸຍາດອອກເອກະສານຄໍ້າປະກັນໄດ້, ແຕ່ສູງສຸດບໍ່ໃຫ້ເກີນ 03 ຄັ້ງ ແລະ ສະເພາະປະເພດພາຫະນະມາຮັບໃຊ້ທາງກົງ ຕ້ອງມີໜັງສື ທາງລັດຖະການຂອງກົມພາສີ ຈຶ່ງສາມາດນໍາໃຊ້ໄດ້.

ທ່ານສາມາດດາວໂຫລດເອກະສານລາຍລະອຽດດັ່ງຂ້າງລຸ່ມນີ້:

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.