ເພື່ອຮັບປະກັນໃນການກວດນໍ້າມັນ ນຳເຂົ້າມາ ຜ່ານພາສີຊາຍແດນ ໃຫ້ຖືກຕ້ອງ, ສອດຄ່ອງກັບລະບຽບກົດໝາຍ ແລະ ມີຄວາມເປັນເອກະພາບ ໃນທົ່ວປະເທດ, ກົມພາສີ, ກະຊວງການເງິນ ອອກແຈ້ງການແນະນຳ ສະບັບເລກທີ 07144/ກພສ, ລົງວັນທີ 11 ມີຖຸນາ 2013 ກ່ຽວກັບ ວີິທີການກວດນໍ້າມັນ ນຳເຂົ້າມາ ສ ປປ ລາວ ດັ່ງລາຍລະອຽດລຸ່ມນີ້:

  • ກວດກາເອກະສານໃຫ້ຄົບຖ້ວນຄື: ໃບຂົນສົ່ງ (ສບ), ໃບຢັ້ງຢືນບໍລິມາດ (ໃບຕວງນໍ້າຂອງໄທ), ໃບແຈ້ງພາສີຂາອອກຂອງປະເທດສົ່ງອອກ, ໃບຕິດຊັ່ງນໍ້າໜັກ;
  • ລົດບັນທຸກນໍ້າມັນ ຂະໜາດບັນຈຸປະກອບມີແຕ່ລະຂະໜາດຄື: ຂະໜາດ 50,000 ລິດ, 40,000 ລິດ, 38,000 ລິດ, 36,000 ລິດ ແລະ 32,000 ລິດ;
  • ລົດບັນທຸກນໍ້າມັນແຕ່ລະຄັນ ຈະແບ່ງອອກແປ້ນແທ່ງ ບັນຈຸນໍ້າມັນຫລາຍຫ້ອງ ແລະ ຈະມີແປ້ນບົ່ງບອກຂອງການບັນຈຸນໍ້າມັນຄື: ແປ້ນຕົວເລກ 1,000 ລິດ, 2,000 ລິດ, 3,000 ລິດ, 4,000 ລິດ ຈົນຮອດຂະໜາດບັນຈຸສູງສຸດຂອງແຕ່ລະຫ້ອງໄວ້ຂ້າງນອກຂອງແທ່ງນໍ້າມັນແຕ່ລະຫ້ອງ;
  •  ວິທີການສົມທຽບ ກວດກາລະຫວ່າງ ຫົວໜ່ວຍລິດ ແລະ ຫົວໜ່ວຍນໍ້າໜັກ ແຕ່ລະປະເພດນໍ້າມັນ ຄືດັ່ງລຸ່ມນີ້
  • ນໍ້າມັນແອັດຊັງ 1 ລິດ ເທົ່າກັບ 0,720 ກິໂລກຣາມ
  • ນໍ້າມັນກະຊວນ 1 ລິດ ເທົ່າກັບ 0,860 ກິໂລກຣາມ

ແລະ ພ້ອມທັງຕ້ອງໄດ້ຂຽນຢັ້ງຢືນຜົນຂອງການກວດໃສ່ຫລັງໃບແຈ້ງພາສີເປັນລາຍລະອຽດ.

ທ່ານສາມາດດາວໂຫລດເອກະສານລາຍລະອຽດດັ່ງຂ້າງລຸ່ມນີ້:

 

# ຫົວຂໍ້ ດາວໂຫຼດ
1 The inspection process of petrol importing to Lao PDR PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.