ຊາວ​ສວນ​ຢາງ­ພາ­ລາ​ບ້ານ​ຫາດຍາວ​ກຸ່ມ​ສະ­ຫະ­ກອນ​ຢາງ­ພາ­ລາ​ແຫ່ງ​ທຳອິດ​ຂອງ​ປະ­ເທດ ປີ​ນີ້​ຜ່ານ​ໄປ​ພຽງ 5 ເດືອນ​ປະ­ຕິບັດ​ລາຍ​ຮັບ​ໄດ້​ແລ້ວ 2 ຕື້ກວ່າ​ກີບ ຈາກ​ການ​ຂາຍ​ນ້ຳ​ຢາງ 200 ກວ່າ​ໂຕນ ​ເຖິງ​ວ່າ​ລາ­ຄາ​ຈະ​ຂຶ້ນ-ລົງ ເປັນ​ໄລ­ຍະ​ກໍ່​ຕາມ. ທ່ານ ບຸນ​ມີ ລີ​ຈົງກ່ວນ ຮອງ​ຫົວ­ຫນ້າ​ກຸ່ມ​ສະ­ຫະ­ກອນ​ຢາງ­ພາ­ລາ ​ບ້ານ​ຫາດ​ຍາວ ​ເມືອງ​ຫລວງ​ນ້ຳທາ​ ເປີດ­ເຜີຍເມື່ອ​ວັນ​ທີ 23 ກໍ­ລະ­ກົດ 2013 ວ່າ: ບ້ານ​ຂອງ​ຕົນ​ມີ 208 ຫລັງ­ຄາ​ເຮືອນ ພົນ­ລະ­ເມືອງ 1.547 ຄົນ ຍິງ 719 ຄົນ, ເລີ່ມ​ປູກ​ຢາງ­ພາ­ລາ​ແຕ່​ປີ 1992 ມາ​ເຖິງ ປະ­ຈຸ​ບັນ ມີ​ເນື້ອ­ທີ່​ປູກ​ຢາງ­ພາ­ລາ 900 ກວ່າ​ເຮັກ­ຕາ ມີ​ຕົ້ນ​ຢາງ­ພາ­ລາ 416.000 ຕົ້ນ ແລະ ໄດ້​ປາດ​ຢາງ​ແລ້ວ 334 ເຮັກ­ຕາ ກວມ​ເອົາ 37,02%,  ສົກ​ປີ 2011-2012 ຊາວ​ສວນ​ຢາງ­ພາ­ລາ ບ້ານ​ຫາດ​ຍາວ​ມີ​ລາຍ​ຮັບ​ຈາກ​ການຂາຍ​ນ້ຳ​ຢາງ­ພາ­ລາ 9,6 ຕື້​ກວ່າ​ກີບ ສະ­ເລ່ຍ​ໃສ່​ຫົວ​ຄົນ​ໄດ້ 6,2 ລ້ານ​ກວ່າກີບ​ຕໍ່​ຄົນ​ຕໍ່​ປີ.

ສຳ­ລັບ​ປີ 2013 ນີ້ ເລີ່ມ​ປາດ​ຢາງມາ​ແຕ່​ຕົ້ນ​ເດືອນ​ມີ­ນາ​ ເຖິງ​ ເດືອນ​ກໍ​ລະກົດ​ນີ້ ຊາວ​ສວນ​ໄດ້​ນ້ຳ​ຢາງ 246 ກວ່າ ໂຕນ ເຊິ່ງຢາງທັງໝົດ​ໄດ້​ສົ່ງ​ອອກຂາຍ​ໄປ​ຍັງ​ຕະ­ຫລາດ ສປ ຈີນ, ຈຳ­ນວນ 3 ຊຸດ ໃນ​ນັ້ນ ຊຸດ​ທີຫນຶ່ງ​ມີ 72 ໂຕນ ລາ­ຄາ 8.500 ກີບ​/​ກິໂລ, ຊຸດ​ທີ​ສອງ 78 ໂຕນ ລາ­ຄາ 9.187 ກີບ​/​ກິ​ໂລ ແລະ ຊຸດ​ທີ​ສາມ​ລາ­ຄາ 8.250 ກີບ​/ກິ​ໂລ.

ຢ່າງ­ໃດ​ກໍ່​ຕາມ ທ່ານ​ຮອງ​ຫົວ­ຫນ້າກຸ່ມ​ສະ­ຫະ­ກອນ​ກ່າວ​ວ່າ: ປີ​ນີ້​ລາ­ຄາ​ຢາງພາ­ລາ​ມີ​ການ​ເຫນັງ​ຕີງ ແລະ ຕົກ­ຕ່ຳ​ລົງ ຖ້າ​ທຽບ­ໃສ່​ປີ­ຜ່ານ­ມາສາ­ເຫດ​ເກີດ​ຈາກຫລາຍ​ປັດ​ໄຈ ແຕ່​ອັນ​ຕົ້ນ­ຕໍ​ແມ່ນ​ຍ້ອນຊາວ​ສວນ​ຢາງ​ຈຳ­ນວນ​ຫນຶ່ງ​ຂາຍ​ແບບຊະ­ຊາຍ​ບໍ່​ຄຳ­ນຶງ​ເຖິງ​ລະ­ບຽບ​ຫລັກ­ການ​ທີ່ໄດ້​ກຳ­ນົດ​ໄວ້.

ຕໍ່​ບັນ­ຫາ​ລາ­ຄາ​ຢາງ​ຕົກ­ຕ່ຳ ທ່ານ ພອນ​ໄຊ ຈັນ­ທະ​ສອນ ຫົວ­ຫນ້າ​ພະ​ແນກອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ແຂວງ ຫລວງ​ນ້ຳ​ທາ​ກ່າວ​ວ່າ: ສົກປີ 2012-2013 ນີ້ ສະພາບການຊື້-ຂາຍຢາງພາລາມີລາຄາຕົກຕໍ່າຖ້າທຽບໃສ່ປີຜ່ານມາ, ປີນີ້ພະແນກອຸດສາຫະກຳ ແລະ ການຄ້າໄດ້ສ້າງນິຕິກຳຫັນເຂົ້າສູ່ລະບຽບການຢ່າງເຂັ້ມງວດ, ມີກົນໄກຄຸ້ມຄອງຈາກພາກລັດ ແຕ່ກໍ່ບໍ່ສາມາດຮັກສາລາຄາຢາງໃຫ້ເທົ່າເດີມໄວ້ໄດ້ ເນື່ອງຈາກຫລາຍປັດໄຈ ໂດຍສະເພາະລາຄາຢາງຕາມທ້ອງຕະຫລາດໃນ ສປ ຈີນ ເຊິ່ງເປັນຕະຫລາດສົ່ງອອກຫລັກຂອງແຂວງຫລວງນໍ້າທາ ມີການ ເໜັງຕີງ ຈຶ່ງສົ່ງຜົນກະທົບຕໍ່ລາຄາຢາງພາລາແຂວງ. ດັ່ງ­ນັ້ນ ຈິ່ງ​ຮຽກ­ຮ້ອງມາ​ຍັງ​ຊາວ​ສວນ​ຢາງ­ພາ­ລາ​ຈົ່ງ​ຈັດ​ຕັ້ງເປັນ​ກຸ່ມ​ການ​ຜະ­ລິດສົ່ງອອກຜະລິດຕະພັນ ເພື່ອ​ເປັນ​ເອ­ກະ​ພາບ​ໃນ​ການ​ປັບ​ລາ­ຄາ ແລະ ສະ­ກັດ​ກັ້ນ​ຈາກ​ພໍ່­ຄ້າ​ທີ່​ເກັບ​ຊື້ ໂດຍບໍ່​ມີ​ທະ­ບຽນ​ການ​ເກັບ​ຊື້​ ທຸກ​ພາກ­ສ່ວນຈະ​ໄດ້​ເປັນ​ເຈົ້າ​ການ​ຕໍ່­ຕ້ານ​ປາ­ກົດ­ການຫຍໍ້­ທໍ້​ຕ່າງໆ ເພື່ອ​ເຮັດ​ໃຫ້​ລາ­ຄາ​ຢາງ​ພາລາ​ຄົງ​ທີ່ ແລະ ດີ​ຂຶ້ນ.

ແຫລ່ງຂໍ້ມູນ: ໜັງສືພິມເສດຫະກິດ-ສັງຄົມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.