ສາລະບານ

ພາກທີ I - ວ່າດ້ວຍຫຼັກການລວມ

ມາດຕາ 1. ຂໍ້ກໍານົດສະບັບນີ້ວາງອອກ...
ມາດຕາ 2. ແກັສຫຸງຕົ້ມ...
ມາດຕາ 3. ທຸກການເຄື່ອນໄຫວຂອງບັນດາຫົວໜ່ວຍທຸລະກິດ...

ພາກທີ II - ວ່າດ້ວຍມາດຖານ, ເງື່ອນໄຂການນໍາເຂົ້າແກັສຫຸງຕົ້ມ

ມາດຕາ 4. ວິສາຫະກິດ ຫຼື ທຸລະກິດ ນໍາເຂົ້າ...
ມາດຕາ 5. ວິສາຫະກິດທີ່ມີເງື່ອນໄຂ...
ມາດຕາ 6. ບຸກຄົນ, ນິຕິບຸກຄົນ...

ພາກທີ III - ວ່າດ້ວຍການຈໍາໜ່າຍ ແລະ ການຄຸ້ມຄອງຮ້ານຈໍາໜ່າຍແກັສຫຸງຕົ້ມ

ມາດຕາ 7. ຮ້ານຈໍາໜ່າຍແກັສຫຸງຕົ້ມ...
ມາດຕາ 8. ຮ້ານຈໍາໜ່າຍແກັສຫຸງຕົ້ມ ຕ້ອງປະຕິບັດດັ່ງນີ້...
ມາດຕາ 9. ຮ້ານຈໍາໜ່າຍແກັສຫຸງຕົ້ມ ຕ້ອງຕິດຕັ້ງເຄື່ອງໝາຍການຄ້າ...
ມາດຕາ 10. ພະນັກງານຂາຍ ຕ້ອງມີຄວາມຮູ້ພື້ນຖານ...

ພາກທີ IV - ວ່າດ້ວຍການກວດກາ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 11. ພາກສ່ວນທີ່ກ່ຽວຂ້ອງ ຂອງລັດ...
ມາດຕາ 12. ບັນດາບໍລິສັດ ແລະ ຮ້ານຈໍາໜ່າຍແກັສ...
ມາດຕາ 13. ຖ້າກວດເຫັນປະກົດການ...
ມາດຕາ 14. ຖ້າກວດເຫັນສິນຄ້າ...

ພາກທີ V - ວ່າດ້ວຍການຈັດຕັ້ງປະຕິບັດ

ມາດຕາ 15. ໃຫ້ກົມການຄ້າພາຍໃນ...
ມາດຕາ 16. ຂໍ້ກໍານົດ ມີຜົນສັກສິດ...


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ 

ກະຊວງການຄ້າ  ເລກທີ 0756/ກຄ.ພນ
ວຽງຈັນ, ວັນທີ 20 ມິຖຸນາ 2001

ຂໍ້ກໍານົດ ວ່າດ້ວຍການຄຸ້ມຄອງການນໍາເຂົ້າ ແລະ ຈໍາໜ່າຍແກັສຫຸງຕົ້ມ

- ອີງຕາມ ກົດໝາຍລັດຖະບານ ເລກທີ 01/ສພຊ, ລົງວັນທີ 08/03/95;
- ອີງຕາມ ກົດໝາຍວ່າດ້ວຍ ທຸລະກິດ ເລກທີ 0394/ສພຊ, ລົງວັນທີ 18/07/94;
- ອີງຕາມ ກົດໝາຍອື່ນໆ ທີ່ກ່ຽວຂ້ອງ ຂອງ ສປປລາວ;
- ອີງຕາມດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງ ກະຊວງການຄ້າ ເລກທີ 24/ນຍ, ລົງວັນທີ 24/03/99.

ລັດຖະມົນຕີ ວ່າການກະຊວງການຄ້າ ອອກຂໍ້ກໍານົດ:

ພາກທີ I
ວ່າດ້ວຍຫຼັກການລວມ

ມາດຕາ 1. ຂໍ້ກໍານົດສະບັບນີ້ວາງອອກ ເພື່ອແນໃສ່ຄຸ້ມຄອງ ແລະ ເຄື່ອນໄຫວທຸລະກິດການຄ້າແກັສຫຸງຕົ້ມ, ປົກປ້ອງຜົນປະໂຫຍດອັນຖືກກົດໝາຍ ຂອງຜູ້ດໍາເນີນທຸລະກິດ ແລະ ຜູ້ຊົມໃຊ້, ເພີ່ມທະວີຄວາມສັກສິດໃນການຄຸ້ມຄອງ ຂອງລັດໃນຂະແໜງການຄ້າ ຊຸກຍູ້ການຂະຫຍາຍ ແລະ ພັດທະນາ ເສດຖະກິດຂອງຊາດ. ຂ້າງເທິງ

ມາດຕາ 2. ແກັສຫຸງຕົ້ມ ເປັນເຊື້ອເພີງຊະນິດໜຶ່ງ ເໝາະແກ່ການໃຊ້ໃນອຸດສາຫະກໍາປຸງແຕ່ງ ແຕ່ກົງກັນຂ້າມ ຖ້າຫາກການຄຸ້ມຄອງ ຫຼື ການນໍາໃຊ້ບໍ່ຖືກຕ້ອງຕາມລະບຽບ ມາດຖານເຕັກນິກ ກໍສາມາດເຮັດໃຫ້ເກີດຄວາມເສຍຫາຍ ຕໍ່ສຸຂະພາບ ແລະ ຊັບສິນໄດ້. ຂ້າງເທິງ

ມາດຕາ 3. ທຸກການເຄື່ອນໄຫວ ຂອງບັນດາຫົວໜ່ວຍ ທຸລະກິດການຄ້າ ແກັສຫຸງຕົ້ມ ຕ້ອງປະຕິບັດ ຕາມບັນດາແຈ້ງການ, ຂໍ້ກໍານົດ ແລະ ລະບຽບກົດໝາຍ ຂອງທຸກຂະແໜງການ ທີ່ກ່ຽວຂ້ອງວາງອອກຢ່າງເຂັ້ມງວດ ແລະ ຂໍ້ກໍານົດສະບັບນີ້ ໄດ້ລວມເອົາວິສາຫະກິດນໍາເຂົ້າອາຍແກັສ ແລະ ຖັງແກັສ, ໂຮງບັນຈຸແກັສ ແລະ ຮ້ານຈໍາໜ່າຍແກັສ. ຂ້າງເທິງ

ພາກທີ II
ວ່າດ້ວຍມາດຖານ, ເງື່ອນໄຂການນໍາເຂົ້າແກັສຫຸງຕົ້ມ

ມາດຕາ 4. ວິສາຫະກິດ ຫຼື ທຸລະກິດ ນໍາເຂົ້າແກັສຫຸງຕົ້ມ ຕ້ອງປະຕິບັດຕາມເງື່ອນໄຂດັ່ງນີ້:

4.1 ຂຶ້ນທະບຽນວິສາຫະກິດ ນໍາກະຊວງການຄ້າ.
4.2 ມີທະບຽນເຄື່ອງໝາຍການຄ້າ ທີ່ໄດ້ຮັບອະນຸຍາດ ຈາກອົງການທີ່ມີໜ້າທີ່ກ່ຽວຂ້ອງ ຢູ່ ສປປລາວ.
4.3 ມີໂຮງບັນຈຸແກັສຫຸງຕົ້ມ ແລະ ລະບົບສາງທີ່ເປັນກໍາມະສິດ ຂອງວິສາຫະກິດ ຫຼື ທຸລະກິດທີ່ໄດ້ຮັບອະນຸຍາດຕາມກົດໝາຍ.
4.4 ມີລະບົບການປ້ອງກັນອັກຄີໄພ ທີ່ຖືກຕ້ອງຕາມມາດຖານເຕັກນິກ.
4.5 ມີຮ້ານຈໍາໜ່າຍ (ຂາຍຍ່ອຍ) ແກັສຫຸງຕົ້ມເປັນກໍາມະສິດ ຫຼື ເປັນຕົວແທນຈໍາໜ່າຍຂອງວິສາຫະກິດ.
4.6 ມີພາຫະນະຂົນສົ່ງກ່ຽວກັບວັດຖຸ ອັນຕະລາຍຕາມລະບຽບຂອງ ຄຂປກ. ຂ້າງເທິງ

ມາດຕາ 5. ວິສາຫະກິດທີ່ມີເງື່ອນໄຂໃນ ມາດຕາ 04 ແລ້ວນັ້ນ ຈະຕ້ອງປະຕິບັດເງື່ອນໄຂ ແລະ ຫຼັກການນໍາເຂົ້າດັ່ງນີ້:

5.1 ມີແຜນການນໍາເຂົ້າແກັສເປັນງວດ, ປີ ໂດຍຜ່ານການຮັບຮອງເອົາຈາກຂະແໜງການຄ້າ
5.2 ແຈ້ງສິນຄ້ານໍາເຂົ້າຕາມລະບຽບການຂອງ ຂະແໜງການຄ້າ ແລະ ການເງິນ
5.3 ຕ້ອງເສຍພາສີ-ອາກອນ ຕາມລະບຽບຫຼັກການ
5.4 ຂະໜາດບັນຈຸ, ນໍ້າໜັກຖັງ ແລະ ເຄື່ອງໝາຍການຄ້າຂອງ ວິສາຫະກິດຕ້ອງຕິດໄວ້ໃນແຕ່ລະຖັງ
5.5 ການຊໍາລະສະສາງ ດ້ານການເງິນ ຕ້ອງຜ່ານລະບົບທະນາຄານທີ່ຕັ້ງຢູ່ ສປປລາວ
5.6 ຕ້ອງລາຍງານສິນຄ້າ ຄ້າງສາງປະຈໍາງວດ ໃຫ້ພະແນກການຄ້າແຂວງ, ກໍາແພງນະຄອນ ແລະ ເຂດພິເສດ ກ່ອນວັນທີ 15 ຂອງງວດຕໍ່ໄປ
5.7 ຕ້ອງປະຕິບັດລະບຽບດ້ານລາຄາ ຕາມການອະນຸມັດຂອງຂະແໜງການຄ້າ ທີ່ມີໜ້າທີ່ກ່ຽວຂ້ອງ. ຂ້າງເທິງ

ມາດຕາ 6. ບຸກຄົນ, ນິຕິບຸກຄົນ ທີ່ບໍ່ນອນ ຢູ່ໃນມາດຕາ 04 ແລະ 05 ແມ່ນບໍ່ມີສິດນໍາເຂົ້າອາຍແກັສ ແລະ ຖັງແກັສ, ຖ້ານໍາເຂົ້າຈະຖືວ່າເປັນ ສິນຄ້າທີ່ຜິດກົດໝາຍ ແລະ ຈະຖືກປະຕິບັດວິໄນຕາມລະບຽບກົດໝາຍຢ່າງເຂັ້ມງວດ. ຂ້າງເທິງ

ພາກທີ III
ວ່າດ້ວຍການຈໍາໜ່າຍ ແລະ ການຄຸ້ມຄອງຮ້ານຈໍາໜ່າຍແກັສຫຸງຕົ້ມ

ມາດຕາ 7. ຮ້ານຈໍາໜ່າຍແກັສຫຸງຕົ້ມ ຈະດໍາເນີນທຸລະກິດໄດ້ ຕ້ອງມີ:

- ໃບອະນຸຍາດເປັນຕົວແທນຈໍາໜ່າຍຈາກບໍລິສັດຜູ້ນໍາເຂົ້າອາຍແກັສ
- ໃບທະບຽນວິສາຫະກິດຈາກຂະແໜງການຄ້າ
- ໃບທະບຽນອາກອນຈາກພະແນກການເງິນ. ຂ້າງເທິງ

ມາດຕາ 8. ຮ້ານຈໍາໜ່າຍແກັສຫຸງຕົ້ມ ຕ້ອງປະຕິບັດດັ່ງນີ້:
8.1 ທີ່ຕັ້ງຕ້ອງຫ່າງຈາກບ່ອນທີ່ເຮັດໃຫ້ເກີດມີຄວາມຮ້ອນຢ່າງໜ້ອຍ 50 ແມັດ ແລະ ລະດັບພື້ນຂອງຮ້ານຕ້ອງບໍ່ ຕໍ່າກວ່າລະດັບພື້ນພາຍນອກ ແລະ ໜ້າທາງ, ຖ້າເປັນຕຶກແຖວ ຫຼື ຫ້ອງແຖວ ໃຫ້ສະສົມແກັສບໍ່ໃຫ້ກາຍ 700 ກິໂລກຣາມ ຕໍ່ ໜຶ່ງຮ້ານຈໍາໜ່າຍແກັສ, ຖ້າເປັນເຮືອນດ່ຽວ ຫຼື ເດີ່ນກວ້າງຂວາງໃຫ້ສະສົມໄດ້ ບໍ່ກາຍ 1500 ກິໂລກຣາມ

8.2 ຖັງຕ້ອງວາງໃຫ້ເປັນລະບຽບ ບໍ່ວາງຊະຊາຍ-ກີດຂວາງ ສະຖານທີ່ສາທາລະນະ ກໍ່ຄືເສັ້ນທາງໄປມາ, ຕ້ອງຕັ້ງຖັງແກັສຫຸງຕົ້ມໄວ້ ໃນສະຖານທີ່ ທີ່ຈັດໄວ້ສະເພາະເທົ່ານັ້ນ, ມີທາງຍ່າງເຂົ້າ-ອອກໄດ້ສະດວກ ແລະ ຕ້ອງຕັ້ງຫ່າງຈາກ ຝາອາຄານ ຢ່າງໜ້ອຍ 60 ຊັງຕີແມັດ, ການວາງຖັງແກັສ ແມ່ນບໍ່ໃຫ້ກາຍ 2 ຊັ້ນ, ຖັງແກັສຕ້ອງຕັ້ງຕົງ ໃຫ້ວາວປິດ-ເປີດຢູ່ ຂ້າງເທິງສະເໝີ

8.3 ຫ້າມບໍ່ໃຫ້ຖ່າຍເທ ຫຼື ຄ່ຽນຖ່າຍແກັສ ລະຫວ່າງຖັງຕໍ່ຖັງ ຫຼື ຈາກຖັງໄປຍັງສິ່ງບັນຈຸອື່ນ ໃນຮ້ານຈໍາໜ່າຍຢ່າງເດັດຂາດ ແລະ ຫ້າມເຮັດການບັນຈຸແກັສໃນຮ້ານຈໍາໜ່າຍ

8.4 ພາຍໃນຮ້ານຈໍາໜ່າຍແກັສ ຕ້ອງຕິດຕັ້ງເຄື່ອງດັບເພີງ ຊະນິດທີ່ດັບເພີງອັນເກີດຈາກແກັສ, ນໍ້າມັນເຊື້ອໄຟ ແລະ ກະແສໄຟຟ້າລັດວົງຈອນ ຊຶ່ງສາມາດຊ່ວຍດັບເພີງ ໃນເບື້ອງຕົ້ນສ່ວນໃດສ່ວນໜຶ່ງໄດ້. ຂ້າງເທິງ

ມາດຕາ 9. ຮ້ານຈໍາໜ່າຍແກັສຫຸງຕົ້ມ ຕ້ອງຕິດຕັ້ງເຄື່ອງໝາຍການຄ້າຂອງ ບໍລິສັດຜູ້ນໍາເຂົ້າ ແລະ ລາຄາຂາຍໜ້າຮ້ານ, ຮ້ານຈໍາໜ່າຍແກັສຫຸງຕົ້ມ ຕ້ອງຈໍາໜ່າຍສະເພາະແຕ່ແກັສ ແລະ ອຸປະກອນກ່ຽວກັບແກັສ ທີ່ມີເຄື່ອງໝາຍການຄ້າຂອງ ບໍລິສັດຜູ້ນໍາເຂົ້າເທົ່ານັ້ນ, ຫ້າມບໍ່ໃຫ້ເອົາແກັສຫຸງຕົ້ມ ທີ່ບໍ່ໄດ້ລົງທະບຽນການຄ້າ ໃນ ສປປລາວ ມາຂາຍຢ່າງເດັດຂາດ. ຂ້າງເທິງ

ມາດຕາ 10. ພະນັກງານຂາຍ ຕ້ອງມີຄວາມຮູ້ພື້ນຖານ ກ່ຽວກັບແກັສ ແລະ ວິທີການຂາຍແກັສ, ບໍລິສັດຜູ້ນໍາເຂົ້າ ຕ້ອງຝຶກອົບຮົມຄວາມຮູ້ ພື້ນຖານ ແລະ ວິຊາການຕ່າງໆ ກ່ຽວກັບແກັສຫຸງຕົ້ມ ທີ່ຈໍາເປັນໃຫ້ແກ່ຮ້ານຈໍາໜ່າຍ ແລະ ພະນັກງານຈໍາໜ່າຍ.
ຂ້າງເທິງ

ພາກທີ IV
ວ່າດ້ວຍການກວດກາ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 11. ພາກສ່ວນທີ່ກ່ຽວຂ້ອງ ຂອງລັດ ມີສິດລົງກວດກາການເຄື່ອນໄຫວຂອງ ບັນດາບໍລິສັດ ແລະ ຮ້ານຈໍາໜ່າຍແກັສຫຸງຕົ້ມ ໄດ້ທຸກເວລາ ໂດຍມີການແຈ້ງການລ່ວງໜ້າ ຫຼື ບໍ່ແຈ້ງການລ່ວງໜ້າກໍ່ໄດ້, ຕາມໜ້າທີ່ ວິຊາສະເພາະຂອງຕົນ. ຂ້າງເທິງ

ມາດຕາ 12. ບັນດາບໍລິສັດ ແລະ ຮ້ານຈໍາໜ່າຍແກັສຫຸງຕົ້ມ ຕ້ອງໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກ ໃຫ້ແກ່ເຈົ້າໜ້າທີ່ກວດກາ. ຂ້າງເທິງ

ມາດຕາ 13. ຖ້າກວດເຫັນປະກົດການ ຫຼື ການກະທໍາທີ່ບໍ່ຖືກຕ້ອງ ຕາມຂໍ້ກໍານົດສະບັບດັ່ງກ່າວ ຫຼື ລະບຽບກົດ ໝາຍ, ເຈົ້າໜ້າທີ່ ມີໜ້າທີ່ຕັກເຕືອນ, ຫຼື ທັງຕັກເຕືອນ ພ້ອມປັບໃໝ ໃນມູນຄ່າ 500.000 ກີບ ຫາ 3.000.000 ກີບ ໃນກໍລະນີຮ້າຍແຮງ, ຊຶ່ງຈະນໍາຜົນເສຍຫາຍມາສູ່ສັງຄົມ, ເຈົ້າໜ້າທີ່ມີສິດ ສັ່ງໂຈະການດໍາເນີນທຸລະກິດຊົ່ວຄາວ ໂດຍມີລາຍລັກອັກສອນລາຍງານຫາ ຂັ້ນເທິງ ເພື່ອອອກຄໍາສັ່ງຍຸດຕິ ກິດຈະການໂດຍຖາວອນ ແລະ ດໍາເນີນຄະດີຕາມລະບຽບກົດໝາຍ. ຂ້າງເທິງ

ມາດຕາ 14. ຖ້າກວດເຫັນສິນຄ້າ (ແກັສ ແລະ ອຸປະກອນກ່ຽວກັບແກັສ) ທີ່ບໍ່ໄດ້ລົງທະບຽນການຄ້າ ຢູ່ ສປປລາວ ແມ່ນຕ້ອງຍຶດມາເປັນຂອງລັດ ໂດຍບໍ່ມີການໄຖ່ຖອນ ແລະ ເສຍພາສີຄືນໃດທັງສິ້ນ ພ້ອມທັງປັບໃໝ ຕາມລະບຽບກົດໝາຍ ຂອງ ສປປລາວ. ຂ້າງເທິງ

 ພາກທີ V
ວ່າດ້ວຍການຈັດຕັ້ງປະຕິບັດ

ມາດຕາ 15. ໃຫ້ກົມການຄ້າພາຍໃນ, ພະແນກການຄ້າແຂວງ, ກໍາແພງນະຄອນ ແລະ ເຂດພິເສດ ຈັດຕັ້ງປະຕິບັດຕາມ ພາລະບົດບາດ ໃນຂອບເຂດທີ່ຕົນຮັບຜິດຊອບຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 16. ຂໍ້ກໍານົດ ມີຜົນສັກສິດນໍາໃຊ້ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ທຸກຂໍ້ກໍານົດ, ກົດລະບຽບໃນເມື່ອກ່ອນ ທີ່ຂັດກັບເນື້ອໃນຂໍ້ກໍານົດສະບັບນີ້ ລ້ວນແຕ່ຖືກຍົກເລີກ. ຂ້າງເທິງ

ລັດຖະມົນຕີ ວ່າການກະຊວງການຄ້າ
(ເຊັນ ແລະ ປະທັບກາ)

ພູມີ ທິບພະວອນ

 

# ຫົວຂໍ້ ດາວໂຫຼດ
1 Provision on management the importation and distribution of cooking gas No. 0756/MOIC.DID PDF
2 ຂໍ້ກໍານົດ ວ່າດ້ວຍ ການຄຸ້ມຄອງ ການນໍາເຂົ້າ ແລະ ຈໍາໜ່າຍ ແກັສຫຸງຕົ້ມ ເລກທີ 0756/ກຄ.ພນ PDF
ມາດຕະການ / ມາດຕະຖານ
# ຊື່ ປະເພດ ອົງກອນ ລາຍລະອຽດ ກົດໝາຍ ສຶ້ນສຸດ ໃຊ້ກັບ
1 ຮຽກຮ້ອງໃຫ້ມີການຈົດທະບຽນບໍລິສັດທີ່ຕ້ອງການນຳເຂົ້ານ້ຳອາຍແກ໊ສ ​ຮຽກ​ຮ້​ອງ​ໃຫ້​ມີ​ການ​ຈົດ​ທ​ະບຽນ ກະຊວງ ອຸດສາຫະກຳ ແລະ ການຄ້າ ກ່ອນຈະຖືກອານຸຍາດໃຫ້ນຳເຂົ້າອາຍແກ໊ສບໍລິສັດທີ່ຕ້ອງການນຳເຂົ້າຕ້ອງໄດ້ປະກອບເອກະສານໄປຫາກະຊວງອຸດສາຫະກຳ ແລະ ການຄ້າ (ກົມການຄ້າພາຍໃນ) ເພື່ອຈະໄດ້ຮັບການພິຈາລະນາວ່າບໍລິສັດດັ່ງກ່າວມີເງື່ອນໄຂຕາມລະບຽບບໍ ເພື່ອຈະອອກໃບຢັ້ງຢືນໃຫ້ ຂໍ້ກໍານົດ ວ່າດ້ວຍ ການຄຸ້ມຄອງ ການນໍາເຂົ້າ ແລະ ຈໍາໜ່າຍ ແກັສຫຸງຕົ້ມ ເລກທີ 0756/ກຄ.ພນ 9999-12-31 ALL
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.