ທ່ານ ສຈ.ດຣ. ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງ ສາທາລະນະສຸກ ສະເໜີຮ່າງກົດໝາຍ ວ່າດ້ວຍອາຫານ ສະບັບປັບປຸງ ຕໍ່ສະມາຊິກສະພາແຫ່ງຊາດ ໂດຍລະບຸວ່າ ກົດໝາຍ ວ່າດ້ວຍອາຫານສະບັບປີ 2004 ປະກອບມີ 8 ພາກ, 54 ມາດຕາ, ໃນນັ້ນ ຮ່າງກົດໝາຍສະບັບປັບປຸງໃໝ່ ປະກອບມີ 10 ພາກ, 85 ມາດຕາ, ເພີ່ມເຂົ້າໃໝ່ 48 ມາດຕາ ແລະ ປັບປຸງ 34 ມາດຕາ. ຜ່ານການຈັດຕັ້ງປະຕິບັດກົດໝາຍ ສະບັບປີ 2004 ໃນໄລຍະຜ່ານມາເຫັນວ່າ , ຍັງບໍ່ທັນຄົບຖ້ວນ, ຮັດກຸມ ແລະ ບໍ່ທັນສອດຄ່ອງກັບສະພາບຕົວຈິງຢູ່ພາຍໃນປະເທດ, ລວມທັງເງື່ອນໄຂ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ ກໍຄື ການເຊື່ອມໂຍງກັບປະຊາຄົມເສດຖະກິດອາຊຽນ ໃນປີ 2015 ແລະ ການເປັນສະມາຊິກຂອງອົງການການຄ້າໂລກ. ກົດໝາຍສະບັບດັ່ງກ່າວ ຍັງຂາດບາງອົງປະກອບ ຂອງວຽກງານ ຄຸ້ມຄອງຄວາມປອດໄພຂອງອາຫານ, ການກຳນົດ ແລະ ການກວດກາກິດຈະກຳອາຫານ ຍັງບໍ່ທັນເປັນລັກສະນະກົດໝາຍ ທີ່ສາມາດເປັນບອ່ນອີງໃນການບັງຄັບໃຊ້, ການປະຕິບັດ, ການກວດກາ  ອາຫານ ບໍ່ທັນກວມລວມທຸກທຸລະກິດອາຫານ ແລະ ອາຫານທີ່ຜະລິດທົ່ວໄປ, ສິດໃນການ ຄຸ້ມຄອງທຸລະກິດອາຫານ ຍັງບໍ່ທັນຈະແຈ້ງ, ການກວດກາໂຮງງານຜະລິດອາຫານ ແລະ ການນຳເຂົ້າ ຍັງມີຫລາຍອັນ ບໍ່ທັນສອດຄ່ອງ ກັບລະບຽບຫລັກການ ໃນພາກພື້ນ ແລະ ສາກົນ.

ແຫລ່ງຂໍ້ມູນ: ເວັບໄຊ໌ສຂອງສະພາແຫ່ງຊາດ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.