ຜ່ານການອອກຄຳສັ່ງ ແນະນຳກ່ຽວກັບການເພີ່ມທະວີ ການຄຸ້ມຄອງເກັບລາຍຮັບ ສ່ວຍສາອາກອນ ຈາກຍານພາຫະນະ ສະບັບເລກທີ 1766/ກງ, ລົງວັນທີ 05/07/2013 ມາໄດ້ໄລຍະໜື່ງ ກະຊວງການເງິນ ເຫັນວ່າ ບໍ່ສາມາດປະຕິບັດໄດ້ ເນື່ອງຈາກບໍ່ມີເວລາພຽງພໍ ສຳລັບການກຽມຄວາມພ້ອມ ໃນການປະຕິບັດ, ດັ່ງນັ້ນ, ກະຊວງການເງິນ ຈິ່ງອອກ ແຈ້ງການສະບັບເລກທີ 2433/ກງ, ລົງວັນທີ 22/8/2013 ເພື່ອຢຸດຕິການປະຕິບັດຄຳສັ່ງ​ແນະນຳ ກ່ຽວ​ກັບ​ການຈັດ​ເກັບ​ພາສີ - ອາກອນ​ຈາກ​ຍານພາຫະນະ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ເລີ່ມແຕ່ເດືອນມັງກອນ 2014 ເປັນຕົ້ນໄປ ກະຊວງການເງິນຈະໄດ້ປະຕິບັດການຄຸ້ມຄອງເກັບອາການແບບອີເລັກໂຕຣນິກ ຊື່ງແຕ່ນີ້ຮອດທ້າຍປີ 2013 ແມ່ນໄລຍະກະກຽມຄວາມພ້ອມ ສຳລັບການຈັດຕັ້ງປະຕິບັດລະບົບດັ່ງກ່າວ, ໃນໄລຍະກະກຽມຄວາມພ້ອມການປະຕິບັດລະບົບດັ່ງກ່າວນີ້, ການຈັດເກັບພາສີ-ອາກອນ ຈາກການນຳເຂົ້າຍານພາຫະນະ ໃຫ້ສືບຕໍ່ປະຕິບັດຕາມລະບົບ ທີ່ເຄີຍປະຕິບັດຜ່ານມາ (ນຳໃຊ້ລາຄາກາງ ເປັນພື້ນຖານໃນການຄິດໄລ່).

ທ່ານ ສາມາດດາວໂຫລດເອກະສານລະອຽດໄດ້ຂ້າງລຸ່ມນີ້

# ຫົວຂໍ້ ດາວໂຫຼດ
1 The Ministry of Finance has issued a notification on the termination of tariff and tax collection for vehicles throughout the country PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.