ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມ ກ່ຽວກັບ ວິທີການນໍາໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ຂຶ້ນ ໃນລະຫວ່າງ ວັນທີ 28-29 ສິງຫາ 2013, ທີ່ຫ້ອງປະຊຸມພະແນກກະສິກຳ ແລະ ປ່າໄມ້, ແຂວງຫລວງພະບາງ ພາຍໃຕ້ການເປັນປະທານຮ່ວມກ່າວເປີດ ໂດຍ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ, ຫົວໜ້າກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ແລະ ທ່ານ ດຣ ບົວຄົງ ນາມມະວົງ ຮອງເຈົ້າແຂວງແຂວງຫຼວງພະບາງ. ຊຶ່ງໄດ້ມີຜູ້ເຂົ້າຮ່ວມຈາກພາກລັດ (ພະແນກອຸດສາຫະກຳ

 ແລະ ການຄ້າແຂວງ, ພາສີເຂດ, ຫ້ອງວ່າການແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກສາທາລະນະສຸກ, ພະແນກກະສິກຳ ແລະ ປ່າໄມ້) ແລະ ພາກທຸລະກິດ (ສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ຫົວໜ່ວຍທຸລະກິດນຳເຂົ້າ-ສົ່ງອອກ) ຈາກ 04 ແຂວງພາກເໜືອ ລວມມີ: ຫລວງພະບາງ, ບໍ່ແກ້ວ, ຫລວງນໍ້າທາ ແລະ ຜົ້ງສາລີ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ເພື່ອສ້າງຄວາມເຂົ້າໃຈ ແລະ ສອນວິທີການນຳໃຊ້ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (Lao PDR Trade Portal) ໃຫ້ທັງພາກລັດ ແລະ ພາກທຸລະກິດ ໄດ້ຮຽນຮູ້ວິທີການເຂົ້າຫາ, ຄົ້ນຫາ, ແລະ ຕິດຕາມຂໍ້ມູນທີ່ຕິດພັນກັບ ການນຳເຂົ້າ ແລະ ສົ່ງອອກສິນຄ້າ ໂດຍຜ່ານເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າ www.laotradeportal.gov.la   , www.laotradeportal.org  ຫລື www.laotradeportal.com .

ໃນການຝຶກອົບຮົມດັ່ງກ່າວ ໄດ້ມີການນໍາສະເໜີທາງດ້ານເນື້ອໃນທີ່ສໍາຄັນເຊັ່ນ: ການແນະນໍາໂດຍສັງເຂບຄວາມ ໝາຍຄວາມສໍາຄັນຂອງ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ພ້ອມທັງສາທິດໃນການຄົ້ນຫາຂໍ້ມູນນິຕິກໍາ, ລະບຽບກົດໝາຍ ແລະ ຄົ້ນຫາລາຍການສິນຄ້າ, ແນະນໍາໜ້າຂໍ້ມູນທົ່ວໄປ, ໜ້າຂໍ້ມູນການເຂົ້າສູ່ຕະຫຼາດ ແລະ ນໍາສະເໜີໜ້າຈຸດສອບຖາມ ດ້ານສຸຂານາໄມ-ສຸຂານາໄມພືດ, ສິ່ງກີດຂວາງທາງດ້ານເຕັກນິກຕໍ່ການຄ້າ. ພ້ອມທັງນໍາສະເໜີການລົງທະບຽນເປັນສະມາຊິກ, ວິທີການຕິດຕໍ່ພົວພັນ ແລະ ນໍາໃຊ້ແບບຟອມສະແດງຄວາມຄິດເຫັນ ແລະ ຂໍ້ແນະນໍາ. ນອກນັ້ນ, ຍັງມີການແນະນໍາ ໃຫ້ຜູ້ເຂົ້າຮ່ວມຈັດແບ່ງເປັນກຸ່ມເຮັດຝຶກຫັດນໍາໃຊ້ຕົວຈິງ.

ໃນການຝຶກອົບຮົມຄັ້ງນີ້ ບັນດາຜູ້ເຂົ້າຮ່ວມໄດ້ໃຫ້ຄວາມສົນໃຈ ແລະ ຕັ້ງໜ້າຮຽນຮູ້ເອົາບົດຮຽນ ການນໍາໃຊ້ສູນຂໍ້ມູນຂ່າວສານດັ່ງກ່າວ ຢ່າງພ້ອມພຽງ ເຊິ່ງໄດ້ສະແດງອອກໃນການເຮັດແບບຝຶກຫັດ ແລະ ຕອບຄໍາຖາມໄດ້ເປັນຢ່າງດີ ເຮັດໃຫ້ການຝຶກອົບຮົມໃນຄັ້ງນີ້ ໄດ້ຮັບໝາກຜົນຕາມລະດັບຄາດໝາຍທີ່ວາງໄວ້.

ນອກນັ້ນ, ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ຍັງຈະມີການຈັດຝຶກອົບຮົມລັກສະນະນີ້ອີກໃນຄັ້ງຕໍ່ໄປ ໃຫ້ບັນດາແຂວງພາກເໜືອທີ່ຍັງບໍ່ທັນໄດ້ຖືກເຊີນເຂົ້າຮ່ວມໃນຝຶກອົບຮົມໃນຄັ້ງນີ້ເຊັ່ນ: ແຂວງໄຊຍະບູລີ, ອຸດົມໄຊ, ຊຽງຂວາງ ແລະ ຫົວພັນ ຊຶ່ງຈະເນັ້ນເຊື້ອເຊີນເອົາພາກທຸລະກິດໃຫ້ເຂົ້າຮ່ວມຫຼາຍຂຶ້ນ ເຮັດໃຫ້ພາກທຸລະກິດໄດ້ຮັບຮູ້ຂໍ້ມູນ ແລະ ຮູ້ຈັກນໍາໃຊ້ເຄື່ອງມືທີ່ທັນສະໄໝນີ້ ເພື່ອເຂົ້າເຖິງສູນຂໍ້ມູນຂ່າວສານທາງດ້ານການຄ້າໄດ້ສະດວກ ແລະ ງ່າຍດາຍຂຶ້ນກວ່າເກົ່າ. ພ້ອມນັ້ນ, ກົມການນໍາເຂົ້າ ແລະ ສົ່ງອອກ ຍັງຈະສືບຕໍ່ເຮັດວຽກກັບບັນດາສະມາຊິກ ກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າ ແລະ ຂະແໜງການທີ່ກ່ຽວຂ້ອງ ເພື່ອອັບເດດຂໍ້ມູນຂ່າວສານທາງດ້ານການຄ້າ ໃຫ້ທັນກັບສະພາບການໃນແຕ່ລະໄລຍະ.

 

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.