ຈາກສະຖິຕິທີ່ເກັບກຳໄດ້ ກະຊວງອຸດສາຫະກຳ ແລະ ການຄ້າເຫັນວ່າ: ການນຳເຂົ້າ ແລະ ສົ່ງອອກສ່ວນໃຫຍ່ຂອງ ສປປ ລາວໃນໄລຍະ 6 ເດືອນຜ່ານມາມີທ່າອ່ຽງເພີ່ມຂຶ້ນເລັກນ້ອຍ ໂດຍສິນຄ້າສົ່ງອອກຕົ້ນຕໍແມ່ນປະເພດຊັບພະຍາກອນທຳມະຊາດເຊັ່ນ: ແຮ່ທາດ, ໄມ້ ແລະ ຜະລິດຕະພັນໄມ້, ນອກນັ້ນ ຍັງມີພະລັງງານໄຟຟ້າ, ເຄື່ອງຕັດຫຍິບ ແລະ ເຄື່ອງກະສິກຳ ທີ່ສົ່ງຜົນເຮັດໃຫ້ມູນຄ້າການຄ້າຂອງລາວເພີ່ມຂຶ້ນ. ສ່ວນສິນຄ້ານຳເຂົ້າສ່ວນໃຫຍ່ ຍັງເປັນສິນຄ້າປະເພດນໍ້າມັນເຊື້ອໄຟ, ພາຫະນະ ແລະ ຊີ້ນສ່ວນອາໄຫຼ່, ສິນຄ້າຮັບໃຊ້ການຜະລິດອຸດສາຫະກຳ, ອຸປະກອນເຄື່ອງກໍ່ສ້າງ, ສິນຄ້າອຸປະໂພກບໍລິໂພກ.

ກະຊວງອຸດສາຫະກຳ ແລະ ການຄ້າລະບຸວ່າ: ນັບແຕ່ເດືອນມັງກອນ ເຖິງ ເດືອນມິຖຸນາ 2013, ການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງ ສປປ ລາວ ບັນລຸໄດ້ 4.527 ລ້ານກວ່າໂດລາສະຫະລັດ, ເພີ່ມຂືຶ້ນ 5,36% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ທີ່ມີມູນຄ່າ 4.279 ລ້ານກວ່າໂດລາສະຫະລັດ. ໃນນີ້, ການສົ່ງອອກບັນລຸໄດ້ 1.540 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 4,14% ແລະ ການນໍາເຂົ້າ 2.998 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 6% ເຮັດໃຫ້ການຂາດດຸນການຄ້າເພີ່ມຂຶ້ນ 8,06 % ຈາກ - 1.340 ໂດລາສະຫະລັດ ມາເປັນ - 1.446 ລ້ານໂດລາສະຫະລັດ.

ສິນຄ້າສົ່ງອອກຕົ້ນຕໍແມ່ນແຮ່ທາດກວມເອົາເຖິງ 47,86% ຂອງການສົ່ງອອກທັງໝົດ ເພີ່ມຂຶ້ນ 8,15% (ໃນນີ້ການສົ່ງອອກທອງ ເພີ່ມຂຶ້ນ 1,62% ກວມເອົາ 47,87%) ແລະ ການສົ່ງອອກໄຟຟ້າເພີ່ມຂຶ້ນ 3,36% ກວມ 16,41%. ສິນຄ້າອຸດສາຫະກຳກໍ່ເພີ່ມຂຶ້ນ ກວມເອົາ 7,17% (ໃນນີ້ການສົ່ງອອກເຄື່ອງນຸ່ງຫົ່ມເພີ່ມຂຶ້ນ 9,38% ກວມ 58,47%) ໝວດສິນຄ້າໄມ້ ແລະ ຜະລິດຕະພັນໄມ້ ກວມເອົາ 23,26% ແລະ ສິນຄ້າກະສິກຳ 5,3% ຊື່ງຫລຸດລົງໃນລະດັບ 5,98% ແລະ 11,39% ຕາມລໍາດັບ.

ປະເທດສົ່ງອອກລາຍໃຫຍ່ຂອງລາວແມ່ນໄທ ມີມູນຄ່າ 619 ລ້ານກວ່າໂດລາສະຫະລັດ, ກວມ 40,95%ຂອງມູນຄ່າການສົ່ງອອກທັງໝົດ. ຮອງລົງມາແມ່ນ ສປ ຈີນ ມູນຄ່າ 416 ​ລ້ານກວ່າໂດລາສະຫະລັດ ກວມເອົາ 27,53%, ສສ ຫວຽດນາມມູນຄ່າ 261 ລ້ານກວ່າໂດລາສະຫະລັດ ກວມ 17,27%. ນອກນັ້ນກໍ່ມີ ຍີ່ປຸ່ນມູນຄ່າ 60 ລ້ານກວ່າໂດລາສະຫະລັດ, ອິນເດຍ 40 ລ້ານກວ່າໂດລາສະຫະລັດ.

ສ່ວນສິນຄ້ານຳເຂົ້າຕົ້ນຕໍແມ່ນ: ນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ ກວມເອົາ 19,74% ຂອງການນຳເຂົ້າທັງໝົດ ຊຶ່ງເພີ່ມຂຶ້ນເລັກນ້ອຍໃນລະດັບ 1,66% ເມື່ອທຽບໃສ່ໃນລະດັບດຽວກັນຂອງປີຜ່ານມາ, ພາຫະນະ ແລະ ຊິ້ນສ່ວນອາໄຫຼ່ກວມ 18,7% ເພີ່ມຂຶ້ນ 15,35%, ນອກຈາກນີ້, ຍັງມີສິນຄ້າຮັບໃຊ້ອຸດສາຫະກໍາກວມ 14,82%, ອຸປະກອນເຄື່ອງກໍ່ສ້າງ 13,91%, ສະບຽງອາຫານ 6,43% ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ 5,39%.

ປະເທດຄູ່ຄ້າສຳຄັນທີ່ ສ ປປ ລາວນຳເຂົ້າມາສ່ວນໃຫຍ່ແມ່ນບັນດາປະເທດທີ່ມີຊາຍແດນຕິດຈອດກັນ. ໃນນີ້  ນຳເຂົ້າຈາກປະເທດໄທ 1.923 ລ້ານກວ່າໂດລາສະຫະລັດ ກວມ 67,22% ຂອງມູນຄ່າການນຳເຂົ້າທັງໝົດ, ຮອງລົງມາແມ່ນ ສປ ຈີນມູນຄ່າ 534 ລ້ານກວ່າໂດລາສະຫະລັດ ກວມເອົາ 18,67% ແລະ ສສ ຫວຽດນາມ 243 ລ້ານກວ່າໂດລາສະຫະລັດ ກວມເອົາ 8,49%. ນອກຈາກນັ້ນ, ຍັງນຳເຂົ້າຈາກປະເທດອາຊີອື່ນໆເຊັ່ນ: ສ. ເກົາຫຼີ ແລະ ຍີ່ປຸ່ນມູນຄ່າ 96 ລ້ານກວ່າໂດລາສະຫະລັດ ແລະ 64 ລ້ານກວ່າໂດລາສະຫະລັດຕາມລຳດັບ.

ແຫລ່ງຂໍ້ມູນ: ໜັງສືພິມເສດຖະກິດການຄ້າສະບັບວັນທີ 2 ກັນຍາ 2013

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.