ກອງປະຊຸມສ້າງຄວາມເຂັ້ມແຂງກ່ຽວກັບລະບຽບແຫລ່ງກຳເນີດສິນຄ້າ ພາຍໃຕ້ລະບົບສິດທິພິເສດທາງດ້ານການຄ້າ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-6 ກັນຍາ 2013 ທີ່ໂຮງແຮມ ເມີກຽວ, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ບານສະຕິ ເທບພະວົງ, ຮັກສາການຫົວໜ້າກົມການນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ, ມີພະນັກງານຈາກກົມນຳເຂົ້າ-ສົ່ງອອກ, ບັນດາຕົວແທນຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ແລະ ນັກທຸລະກິດຈຳນວນໜຶ່ງເຂົ້າຮ່ວມ. ໃນກອງປະຊຸມດັ່ງກ່າວ , ມີນັກວິທະຍາກອນຈາກພາກສ່ວນກ່ຽວຂ້ອງ ຂຶ້ນອະທິບາຍ ກ່ຽວກັບມາດຕະການ, ຫຼັກການສັນຍາຂອບການຄ້າ ແລະ ການຮ່ວມມືກັບບັນດາປະເທດຄູ່ເຈລະຈາ ໃນການອອກເອກະສານອ້າງອີງເຊິ່ງກັນ ແລະ ກັນ ເພື່ອຫລຸດຜ່ອນອັດຕາພາສີ.  ສປປ ລາວ ໄດ້ຮັບສິດທິພິເສດທາງດ້ານການຄ້າ ແບບຝ່າຍດຽວ ຈາກເກືອບ 50 ປະເທດ ໂດຍໄດ້ຮັບການຫລຸດຜ່ອນ ແລະ ຍົກເວັ້ນພາສີນຳເຂົ້າ ຈາກປະເທດເຫຼົ່ານັ້ນ ໃນຖານະທີ່ເປັນປະເທດດ້ອຍພັດທະນາ, ສຳລັບ ສິດທິພິເສດທາງດ້ານການຄ້າແບບຕ່າງຝ່າຍຕ່າງຫລຸດຜ່ອນພາສີເຊິ່ງກັນ ແລະ ກັນ ແມ່ນຢູ່ພາຍໃຕ້ຂອບສັນຍາອາຊຽນ ແລະ ອາຊຽນກັບປະເທດຄູ່ເຈລະຈາ.

ສຳລັບ ຂັ້ນຕອນໃນການໄດ້ຮັບສິດທິພິເສດທາງການຄ້າ ຈາກບັນດາປະເທດຄູ່ເຈລະຈາ ແລະ ພາກພື້ນນັ້ນ ພວກເຮົາຕ້ອງຮູ້ເຖິງລຳດັບຂັ້ນຕອນ ໃນການແຈ້ງແຫລ່ງກຳເນີດສິນຄ້າ, ເງື່ອນໄຂໃນການກຳນົດການຂຶ້ນບັນຊີ   ເພື່ອແຈ້ງຕົ້ນກຳເນີດຂອງສິນຄ້າ ເພື່ອຈະຕໍ່ຍອດໄປເຖິງການອອກລະບຽບຫລຸດຜ່ອນພາສີເຊິ່ງກັນ ແລະ ກັນ ຕາມລະບຽບການຂອງສາກົນ ແລະ ປະເທດຄູ່ເຈລະຈາ.

ໃນທີ່ປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມທັງພາກລັດ ແລະ ທຸລະກິດ ຈະໄດ້ນຳເອົາຄວາມຮູ້ ຄວາມເຂົ້າໃຈ ກ່ຽວກັບລະບຽບຫຼັກການປະຕິບັດສຳລັບການຈະໄດ້ສິດທິພິເສດທາງດ້ານການຄ້າກັບຄືນໄປເຜີຍແຜ່ໂຄສະນາໃນກົມກອງ ຫລື ທຸລະກິດຂອງຕົນເອງ ເພື່ອຈະໄດ້ຮ່ວມກັບອົງການທີ່ກ່ຽວຂ້ອງຜັນຂະຫຍາຍພັນທະ ທີ່ປະເທດເຮົາໄດ້ຮັບ, ອັນໄດ້ແກ່ການຜະລິດ ຫລື ຜ່ານຂະບວນການແປຮູບກ່ອນສົ່ງອອກ, ດ້ານເຈົ້າໜ້າທີ່ການຄ້າກໍ່ຈະໄດ້ມີຄວາມເປັນເອກະພາບກັນໃນການອອກ-ກວດ ການແຈ້ງເອກະສານອື່ນໆ ຕາມດ່ານຊາຍແດນໃນແບບຟອມຕາມສັນຍາການສົ່ງອອກກັບປະເທດຄູ່ເຈລະຈາ ແລະ ສາກົນ.

(ທ່ານສາມາດຊອກຮູ້ລາຍລະອຽດພື້ນຖານສຳຫລັບສິດທິພິເສດທາງດ້ານການຄ້າໄດ້ທີ່ນີ້)

ແຫລ່ງຂໍ້ມູນ: ໜັງສືພິມເສດຖະກິດການຄ້າ, ສະບັບວັນທີ 6  ກັນຍາ 2013

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.