ທ່ານ ​ດຣ. ນາມ ວິ​ຍະ​ເກດ ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະບານ ປະຈຳ​ສົກ​ປີ 2012-2013 ລະຫວ່າງ​ວັນ​ທີ 16-20 ກັນຍາ 2013 ທີ່​ນະຄອນຫລວງ​ວຽງ​ຈັນ​ວ່າ: ປະຈຸບັນ ກຳລັງ​ດຳເນີນ​ການ​ເລືອກ​ສິນຄ້າ​ເພື່ອ​ສົ່ງ​ອອກ ເຊິ່ງ​ສ່ວນ​ໃຫຍ່​ແມ່ນ​ຢູ່​ໃນ​ຂົງເຂດ​ກະຊວງ​ກະສິກຳ-ປ່າໄມ້ ແລະ ຕ້ອງ​ໄດ້​ສົ່ງເສີມ​ໃຫ້​ໄດ້​ມາດຕະຖານ​ສາກົນ​ເຊັ່ນ: ເຂົ້າກິນ​ພວກ​ເຮົາ​ສາມາດ​ຜະລິດ​ໄດ້ ແລະ ເຫຼືອ​ກິນ ສົ່ງ​ອອກ​ຂາຍ​ໄດ້ ແຕ່​ຈະ​ໃຫ້​ສົ່ງ​ຂາຍ​ເປັນ​ພັນ​ໂຕນ ​ບໍ່​ສາມາດ​ເຮັດ​ໄດ້ ປັດຈຸບັນ ກະຊວງ​ກະສິກຳ-ປ່າໄມ້ ກໍ​ພວມ​ຄົ້ນຄວ້າ​ວ່າ​ຈະ​ເລືອກ​ເອົາ​ແນວ​ພັນ​ເຂົ້າ​ແບບ​ໃດ ໃຫ້​ເປັນ​ມາດຖານ​ດຽວ ແລ້ວ​ສົ່ງເສີມ​ໃຫ້​ເປັນ​ສິນຄ້າ​ແທ້ ຮັບປະກັນ​ໃຫ້​ໄດ້​ທັງ​ຄຸນ​ນະ​ພາບ ແລະ ລາຄາ ປະເທດ​ເຮົາ​ບໍ່​ມີ​ທາງ​ອອກ​ສູ່​ທະເລ ຕົ້ນ​ທຶນ​ການ​ຜະລິດ ແລະ ການ​ຂົນສົ່ງ ຈຶ່ງ​ບໍ່​ສາມາດ​ແຂ່ງຂັນ​ກັບ​ປະເທດ​ອື່ນ​ໄດ້ ດັ່ງນັ້ນ ຈະ​ຜະລິດ​ເຂົ້າ​ກິນຕ້ອງ​ຄຳນຶງເຖິງ​ຫຼາຍ​ປັດໃຈ ໂດຍ​ຕ້ອງ​ມີ​ແນວ​ພັນ​ເຂົ້າ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ກວ່າ​ປະເທດ​ໃກ້​ຄຽງ ຈຶ່ງ​ຈະ​ສາມາດ​ແຂ່ງຂັນ​ໄດ້.

ທ່ານ ​ດຣ. ນາມ ວິ​ຍະ​ເກດ ຍັງ​ອະທິບາຍ​ເຖິງ​ການ​ສົ່ງເສີມ​ການ​ຜະລິດ​ເປັນ​ສິນຄ້າ​ຂອງ​ປະຊາຊົນ​ວ່າ: “ຫຼາຍ​ທ້ອງຖິ່ນ​ມີ​ຂະ​ບວນ​ການ​ຜະລິດ​ເປັນ​ສິນຄ້າ ແຕ່​ຂັ້ນ​ຕອນ​ໃນ​ການ​ເຄື່ອນ​ຍ້າຍ ຍັງ​ພົບ​ບັນຫາ​ຫຼາຍ​ຢ່າງ​ທີ່​ກາຍເປັນ​ໂຕ​ເພີ່ມ​ມູນ​ຄ່າ​ໃຫ້​ສິນຄ້າ ເຮັດ​ໃຫ້​ລາຄາ​ສູງ​ຂຶ້ນ​ຕົ້ນ​ທຶນ​ການ​ຜະລິດ​ສູງ​ຂຶ້ນ ຈຶ່ງ​ບໍ່​ສາມາດ​ແຂ່ງຂັນ​ກັບ​ປະເທດ​ອື່ນ​ໄດ້ ແລະ ຜູ້​ຜະລິດ​ກໍ​ໄດ້​ຮັບ​ຜົນ​ປະໂຫຍດ​ໜ້ອຍ​ທີ່​ສຸດ ຍ້ອນ​ໄປ​ຕົກເຮ່ຍ​ເສຍ​ຫາຍ​ໃນ​ຂອດ​ຂອງ​ການ​ຂົນສົ່ງ ກວດກາ ຢຶດ ແລະ ການ​ເພີ່ມ​ຕື່ມ ຕາມ​ແນວທາງ​ນະໂຍບາຍ ແມ່ນ​ຢາກ​ສົ່ງເສີມ​ໃຫ້​ປະຊາຊົນ​ທຳ​ການ​ຜະລິດ ແຕ່​ເຈົ້າ​ໜ້າທີ່ ທີ່​ປະຕິບັດ​ວຽກ​ງານ​ໃນ​ການ​ກວດກາ ຫຼື ຢຶດ​ນັ້ນ​ບໍ່​ເຂົ້າໃຈ ກາຍເປັນ​ການ​ຈຳກັດ​ດ້ານ​ການ​ຜະລິດ ເມື່ອ​ເສຍ​ຜົນ​ປະໂຫຍດ ປະຊາຊົນ​ກໍ​ບໍ່​ສືບຕໍ່ ເມື່ອ​ບໍ່​ມີ​ລາຍ​ຮັບ​ປະຊາຊົນ ກໍ​ຢູ່​ໃນ​ຄວາມທຸກ​ຍາກ ສະນັ້ນ ຈະ​ຕ້ອງ​ໄດ້​ແກ້​ໄຂ​ບັນຫາ​ນີ້​ຢ່າງ​ຈິງ​ຈັງ ບໍ່​ສ້າງ​ຄວາມ​ຫຍຸ້ງຍາກ​ໃຫ້​ປະຊາຊົນ ແລະ ຕ້ອງ​ເຫັນໃຈ ເພາະ​ເປັນ​ການ​ລົງທຶນ​ຂະໜາດ​ນ້ອຍ ບໍ່​ຄວນ​ເກັບ​ອາກອນ ຫຼື ຄ່າ​ຕ່າງໆ​ອີກ ເພື່ອ​ສ້າງ​ຄວາມ​ກະ​ຕື​ລື​ລົ້ນ​ໃຫ້​ເຂົາເຈົ້າດຳເນີນການຜະລິດເປັນສິນຄ້າ ເພາະ​ເປົ້າ​ໝາຍ​ຂອງ​ພວກ​ເຮົາ​ແມ່ນ​ການ​ລຶບລ້າງ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ, ຢ່າງໃດ​ກໍ​ຕາມ ພວກ​ເຮົາ​ໄດ້​ດຳເນີນ​ການ​ປະສານ​ງານ​ໄປ​ຍັງ​ແຕ່​ລະ​ແຂວງ ເຊິ່ງ​ກໍ​ເຫັນ​ວ່າການ​ກວດກາ​ຫຼາຍ​ຂັ້ນ​ຕອນ​ຢູ່​ຫຼາຍ​ທ້ອງຖິ່ນ​ໄດ້​ຫລຸດຜ່ອນ​ລົງເທື່ອລະກ້າວ.

ແຫລ່ງຂ່າວ: ໜັງສືພິມວຽງຈັນໃໝ່ສະບັບວັນທີ 20 ກັນຍາ 2013 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.