ເສດຖະກິດຂອງລາວຄາດວ່າຈະຂະຫຍາຍຕົວຢູ່ໃນລະດັບ 8 ສ່ວນຮ້ອຍໃນປີ 2013. ໃນນີ້, ຂະແໜງບໍລິການ, ພະລັງງານໄຟຟ້າ (ຊຶ່ງລວມທັງ ໂຄງການທີ່ສຳເລັດແລ້ວ ແລະ ໂຄງການທີ່ກຳລັງຢູ່ໃນຂັ້ນຕອນການກໍ່ສ້າງ), ຂະແໜງ ການກໍ່ສ້າງ ແລະ ການຜະລິດທີ່ຕິດພັນກັບການກໍ່ສ້າງ ແລະ ຂະແໜງການປຸງແຕ່ງສະບຽງອາຫານ ຍັງເປັນຂະແໜງການຫລັກ ທີ່ປະກອບສ່ວນເຂົ້າໃນການເຕີບໂຕດັ່ງກ່າວ. ການສຳເລັດການເຂົ້າເປັນສະມາຊິກຂອງອົງການການຄ້າໂລກ (WTO) ຂອງ ສ ປປ ລາວ ໄດ້ກາຍເປັນບາດກ້າວທີ່ສຳຄັນ ໃນການກ້າວໄປສູ່ ການສ້າງລະບອບການຄຸ້ມຄອງ ເສດຖະກິດທີ່ອີງໃສ່ລະບຽບກົດໝາຍ ແລະ ເປັນປັດໄຈທີ່ຈຳເປັ ນໃນການຫັນ ອອກຈາກການ ເອື່ອຍອີງ ຕໍ່ຂະແໜງຊັບພະຍາກອນທຳມະຊາດ. ເຖິງແມ່ນວ່າການຂະຫຍາຍຕົວຂອງເສດຖະກິດໃນໄລຍະກາງຄາດວ່າຈະມີແນວໂນ້ມທີ່ດີ ແຕ່ບັນຫາຄວາມບໍ່ແນ່ນອນຂອງສະພາບເສດຖະກິດ ໃນພາກພື້ນກໍ່ຄືໃນໂລກອາດສົ່ງຜົນກະທົບຕໍ່ເສດຖະກິດມະຫາພາກຂອງ ສປປ ລາວ ແລະ ຄວາມອາດສາມາດຂອງປະເທດໃນການຮັບມືກັບຜົນກະທົບ ດັ່ງກ່າວ.

ທ່ານສາມາດດາວໂຫລດເອກະສານໄດ້ທີ່ນີ້

 

# ຫົວຂໍ້ ດາວໂຫຼດ
1 Sustaining Growth Maintaining Macroeconomic Stability PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.