ສາລະບານ


         ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
                  ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ
ກົມພາສີ           ເລກທີ 00172/ກພສ
ນະຄອນຫລວງວຽງຈັນ, ວັນທີ 16 ຕຸລາ 2013


ຂໍ້ຕົກລົງຂອງກົມພາສີ
ວ່າດ້ວຍການນຳໃຊ້ເລກລະຫັດ ລະບອບໃບແຈ້ງພາສີເປັນລາຍລະອຽດ

-      ອີງຕາມ ດຳລັດນາຍົກລັດຖະມົນຕີ ສະບັບເລກທີ 0362/ນຍ, ລົງວັນທີ 19/10/2007
-      ອີງຕາມ ກົດໝາຍວ່າດ້ວຍພາສີ, ສະບັບປັບປຸງເລກທີ 04/ສພຊ, ລົງວັນທີ 20/11/2011

ເພື່ອເປັນການຮອງຮັບການນຳໃຊ້ລະບົບແບບອີເລັກໂທຣນິກ ແລະ ການແຈ້ງພາສີເປັນລາຍລະອຽດ ທີ່ຕິດພັນກັບການສົ່ງອອກ-ນຳເຂົ້າສິນຄ້າ ເຄື່ອງຂອງທຸກປະເພດ ສະດວກໃນການຕິດຕາມສະຖິຕິ ແລະ ລະອຽດຊັດເຈນ, ພ້ອມດຽວກັນນັ້ນ ທັງເປັນການອຳນວຍຄວາມສະດວກໃຫ້ແກ່ຜູ້ປະກອບການ ໃນການປະກອບເອກະສານ ມີຄວາມສະດວກວ່ອງໄວ, ເຂົ້າໃຈງ່າຍ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ.

ກົມພາສີຕົກລົງ

ມາດຕາ 1: ກໍານົດເຄື່ອງໝາຍ, ເລກໝາຍຂອງການແຈ້ງພາສີ (ຫ້ອງ 1 ຂອງໃບແຈ້ງພາສີເປັນລາຍລະອຽດ) ໃນການນຳເຂົ້າ-ສົ່ງອອກດັ່ງນີ້:

ການສົ່ງອອກ:             

  • EX 1: ການສົ່ງອອກ
  • EX 2: ການສົ່ງອອກຊົ່ວຄາວ
  • EX 3: ການສົ່ງອອກຄືນ

ການນນຳເຂົ້າ:

  • IM 4: ການນໍາເຂົ້າເພື່ອການຊົມໃຊ້
  • IM 5: ການນໍາເຂົ້າຊົ່ວຄາວ
  • IM 6: ການນໍາເຂົ້າຄືນ
  • IM 7: ການນຳເຂົ້າລະບອບສາງ
  • IM 8: ການເຄື່ອນຍ້າຍ

ການນຳເຂົ້າ-ສົ່ງອອກຍ່ອຍ:

  • SD 1: ການສົ່ງອອກຍ່ອຍ
  • SD 4: ການນໍາເຂົ້າຍຍ່ອຍ ຂ້າງເທິງ

ມາດຕາ 2: ເລກລະຫັດລະຫັດເຄົ້າ 2 ຕົວເລກທຳອິດແມ່ນມີຄວາມໝາຍດັ່ງນີ້:

  1. ລະບອບ 10: ການສົ່ງອອກ
  2. ລະບອບ 11: ການສົ່ງອອກແບບຍ່ອຍ
  3. ລະບອບ 20: ການສົ່ງອອກຊົ່ວຄາວ
  4. ລະບອບ 30: ການສົ່ງອອກຄືນ
  5. ລະບອບ 35: ການສົ່ງອອກຄືນຜ່ານລະບົບ C2000
  6. ລະບອບ 40: ການນຳເຂົ້າເພື່ອການຊົມໃຊ້
  7. ລະບອບ 44: ການນຳເຂົ້າຍ່ອຍ
  8. ລະບອບ 45: ການນໍາເຂົ້າເພື່ອສົ່ງອອກ
  9. ລະບອບ 50: ການນຳເຂົ້າຊົ່ວຄາວທົ່ວໄປ
  10. ລະບອບ 51: ການນໍາເຂົ້າຊົ່ວຄາວເຂດເສດຖະກິດພິເສດ
  11. ລະບອບ 52: ການນຳເຂົ້າຊົ່ວຄາວເພື່ອຜະລິດປຸງແຕ່ງ
  12. ລະບອບ 54: ການນຳເຂົ້າຊົ່ວຄາວຂອງອົງການຈັດຕັ້ງສາກົນ ແລະ ສະຖານທູດ
  13. ລະບອບ 55: ການນຳເຂົ້າຊົ່ວຄາວຜ່ານລະບົບ C2000
  14. ລະບອບ 56: ການນຳເຂົ້າຊົ່ວຄາວຂອງໂຄງການລົງທຶນຂອງລັດ
  15. ລະບອບ 56: ການນຳເຂົ້າຊົ່ວຄາວຂອງໂຄງການລົງທຶນຂອງເອກະຊົນ
  16. ລະບອບ 60: ການນໍາເຂົ້າຄືນ
  17. ລະບອບ 71: ການນຳເຂົ້າລະບອບສາງຮ້ານຄ້າປອດພາສີ
  18. ລະບອບ 72: ການນຳເຂົ້າຮ້ານຄ້າປອດພາສີ
  19. ລະບອບ 75: ການນຳເຂົ້າລະບອບສາງຜ່ານລະບົບ C2000
  20. ລະບອບ 81: ການນຳເຂົ້າຄໍ້າປະກັນ
  21. ລະບອບ 82: ການຜ່ານແດນສາກົນ
  22. ລະບອບ 83: ການເຄື່ອນຍ້າຍພາຍໃນ
  23. ລະບອບ 85: ການນຳເຂົ້າຄໍ້າປະກັນຜ່ານລະບົບ C2000 ຂ້າງເທິງ

ມາດຕາ 3: ການກຳນົດເລກລະຫັດ 2 ຕົວເລກຕໍ່ຈາກເລກລະຫັດເຄົ້າແມ່ນມີຄວາມໝາຍລະອຽດດັ່ງນີ້:

  1. ລະບອບ 10 00: ການສົ່ງອອກ
  2. ລະບອບ 10 40: ການສົ່ງອອກ ພາຍຫລັງການນຳເຂົ້າເພື່ອການຊົມໃຊ້
  3. ລະບອບ 11 00: ການສົ່ງອອກຍ່ອຍ
  4. ລະບອບ 20 00: ການສົ່ງອອກຊົ່ວຄາວ
  5. ລະບອບ 30 45: ການສົ່ງອອກຄືນ ສິນຄ້ານຳເຂົ້າເພື່ອສົ່ງອອກ
  6. ລະບອບ 30 50: ການສົ່ງອອກຄືນ ພາຍຫລັງການນຳເຂົ້າຊົ່ວຄາວທົ່ວໄປ
  7. ລະບອບ 30 51: ການສົ່ງອອກຄືນ ພາຍຫລັງການນຳເຂົ້າຊົ່ວຄາວເຂດເສດຖະກິດພິເສດ
  8. ລະບອບ 30 52: ການສົ່ງອອກຄືນ ພາຍຫລັງການນຳເຂົ້າຊົ່ວຄາວ ເພື່ອຜະລິດປຸງແຕ່ງ
  9. ລະບອບ 30 54: ການສົ່ງອອກຄືນ ພາຍຫລັງການນຳເຂົ້າຊົ່ວຄາວຂອງອົງການຈັດຕັ້ງສາກົນ, ສະຖານທູດ
  10. ລະບອບ 30 55: ການສົ່ງອອກຄືນ ພາຍຫລັງການນໍາເຂົ້າຊົ່ວຄາວ ຜ່ານລະບົບ C2000
  11. ລະບອບ 30 56: ການສົ່ງອອກຄືນ ພາຍຫລັງການນໍາເຂົ້າຊົ່ວຄາວຂອງໂຄງການລົງທຶນຂອງລັດ
  12. ລະບອບ 30 57: ການສົ່ງອອກຄືນ ພາຍຫລັງການນໍາເຂົ້າຊົ່ວຄາວຂອງໂຄງການລົງທຶນຂອງເອກະຊົນ
  13. ລະບອບ 30 71: ການສົ່ງອອກຄືນ ພາຍຫລັງການນຳເຂົ້າສາງຮ້ານຄ້າປອດພາສີ
  14. ລະບອບ 30 72: ການສົ່ງອອກຄືນ ພາຍຫລັງການນຳເຂົ້າຮ້ານຄ້າປອດພາສີ
  15. ລະບອບ 40 00: ການນຳເຂົ້າເພື່ອການຊົມໃຊ້
  16. ລະບອບ 40 50: ການນຳເຂົ້າເພື່ອການຊົມໃຊ້ ພາຍຫລັງການນຳເຂົ້າຊົ່ວຄາວທົ່ວໄປ
  17. ລະບອບ 40 51: ການນໍາຂົ້າເພື່ອການຊົມໃຊ້ ພາຍຫລັງການນຳເຂົ້າຊົ່ວຄາວຂອງເຂດເສດຖະກິດພິເສດ
  18. ລະບອບ 40 52: ການນໍາຂົ້າເພື່ອການຊົມໃຊ້ ພາຍຫລັງການນໍາເຂົ້າຊົ່ວຄາວ ເພື່ອຜະລິດປຸງແຕ່ງ
  19. ລະບອບ 40 54: ການນໍາຂົ້າເພື່ອການຊົມໃຊ້ ພາຍຫລັງການນໍາເຂົ້າຊົ່ວຄາວຂອງອົງການຈັດຕັ້ງສາກົນ ແລະ ສະຖານທູດ
  20. ລະບອບ 40 55: ການນໍາຂົ້າເພື່ອການຊົມໃຊ້ ພາຍຫລັງການນໍາເຂົ້າຊົ່ວຄາວຜ່ານລະບົບ C2000
  21. ລະບອບ 40 56: ການນໍາຂົ້າເພື່ອການຊົມໃຊ້ ພາຍຫລັງການນໍາເຂົ້າຊົ່ວຄາວໂຄງການລົງທຶນຂອງລັດ
  22. ລະບອບ 40 57: ການນໍາຂົ້າເພື່ອການຊົມໃຊ້ ພາຍຫລັງການນໍາເຂົ້າຊົ່ວຄາວໂຄງການລົງທຶນຂອງເອກະຊົນ
  23. ລະບອບ 40 71: ການນໍາຂົ້າເພື່ອການຊົມໃຊ້ ພາຍຫລັງການນໍາເຂົ້າສາງຮ້ານຄ້າປອດພາສີ
  24. ລະບອບ 40 72: ການນໍາຂົ້າເພື່ອການຊົມໃຊ້ ພາຍຫລັງການນໍາເຂົ້າຮ້ານຄ້າປອດພາສີ
  25. ລະບອບ 40 81: ການນໍາຂົ້າເພື່ອການຊົມໃຊ້ ພາຍຫລັງການນໍາເຂົ້າຄໍ້າປະກັນ
  26. ລະບອບ 40 85: ການນໍາຂົ້າເພື່ອການຊົມໃຊ້ ພາຍຫລັງການນໍາເຂົ້າຄໍ້າປະກັນຜ່ານລະບົບ C2000
  27. ລະບອບ 44 00: ການນໍາເຂົ້າຍ່ອຍ
  28. ລະບອບ 50 00: ການນຳເຂົ້າຊົ່ວຄາວທົ່ວໄປ
  29. ລະບອບ 50 85: ການນໍາເຂົ້າຊົ່ວຄາວທົ່ວໄປ ພາຍຫລັງການນຳເຂົ້າຄໍ້າປະກັນຜ່ານລະບົບ C2000
  30. ລະບອບ 51 00: ການນໍາເຂົ້າຊົ່ວຄາວເຂດເສດຖະກິດພິເສດ
  31. ລະບອບ 52 00: ການນໍາເຂົ້າຊົ່ວຄາວ ຂອງໂຮງງານເພື່ອຜະລິດປຸງແຕ່ງ
  32. ລະບອບ 52 81: ການນໍາເຂົ້າຊົ່ວຄາວ ຂອງໂຮງງານເພື່ອຜະລິດປຸງແຕ່ງ ພາຍຫລັງການນຳເຂົ້າຄໍ້າປະກັນ
  33. ລະບອບ 52 85: ການນໍາເຂົ້າຊົ່ວຄາວ ຂອງໂຮງງານເພື່ອຜະລິດປຸງແຕ່ງ ພາຍຫລັງການນຳເຂົ້າຄໍ້າປະກັນຜ່ານລະບົບ C2000
  34. ລະບອບ 54 00: ການນຳເຂົ້າຊົ່ວຄາວ ຂອງອົງການຈັດຕັ້ງສາກົນ ແລະ ສະຖານທູດ
  35. ລະບອບ 55 00: ການນຳເຂົ້າຊົ່ວຄາວຜ່ານລະບົບ C2000
  36. ລະບອບ 56 00: ການນຳເຂົ້າຊົ່ວຄາວຂອງໂຄງການລົງທຶນຂອງລັດ
  37. ລະບອບ 56 81: ການນຳເຂົ້າຊົ່ວຄາວຂອງໂຄງການລົງທຶນຂອງລັດ ພາຍຫລັງການນຳເຂົ້າຄໍ້າປະກັນ
  38. ລະບອບ 56 85: ການນໍາຂົ້າຊົ່ວຄາວຂອງໂຄງການລົງທຶນຂອງລັດ ພາຍຫລັງການນຳເຂົ້າຄໍ້າປະກັນ ຜ່ານລະບົບ C2000
  39. ລະບອບ 57 00: ການນຳເຂົ້າຊົ່ວຄາວຂອງໂຄງການລົງທຶນຂອງເອກະຊົນ
  40. ລະບອບ 57 81: ການນໍາເຂົ້າຊົ່ວຄາວຂອງໂຄງການລົງທຶນຂອງເອກະຊົນ ພາຍຫລັງການນຳເຂົ້າຄໍ້າປະກັນ
  41. ລະບອບ 57 85: ການນໍາເຂົ້າຊົ່ວຄາວຂອງໂຄງການລົງທຶນຂອງເອກະຊົນ ພາຍຫລັງການນໍາເຂົ້າຄໍ້າປະກັນ ຜ່ານລະບົບ C2000
  42. ລະບອບ 60 20: ການນໍາເຂົ້າຄືນ ພາຍຫລັງການສົ່ງອອກຊົ່ວຄາວ
  43. ລະບອບ 71 00: ການນໍາເຂົ້າສາງຮ້ານຄ້າປອດພາສີ
  44. ລະບອບ 71 71: ການເຄື່ອນຍ້າຍລະຫວ່າງສາງຮ້ານຄ້າປອດພາສີ ຫາສາງຮ້ານຄ້າປອດ (ສາຂາ)
  45. ລະບອບ 72 00: ການນຳເຂົ້າຮ້ານາຄ້າປອດພາສີ
  46. ລະບອບ 72 71: ການເຄື່ອນຍ້າຍຈາກສາງເຂົ້າຮ້ານຄ້າປອດພາສີ
  47. ລະບອບ 72 72: ການເຄືອນຍ້າຍລະຫວ່າງຮ້ານຄ້າປອດພາສີ ຫາຮ້ານຄ້າປອດພາສີ (ສາຂາ)
  48. ລະບອບ 81 00: ການນຳເຂົ້າຄໍ້າປະກັນ
  49. ລະບອບ 82 00: ການຜ່ານແດນສາກົນ
  50. ລະບອບ 83 40: ການເຄື່ອນພາຍໃນ
  51. ລະບອບ 85 00: ການນຳເຂົ້າຄໍ້າປະກັນຜ່ານລະບົບ C2000

2 ຕົວເລກດັ່ງກ່າວນີ້ແມ່ນ ສະແດງເຄິງການແຈ້ງໃນຄັ້ງກ່ອນ, ຖ້າບໍ່ມີໃບແຈ້ງຄັ້ງກ່ອນ ແລະ ບໍ່ມີການລົບລ້າງແມ່ນກຳນົດໃຊ້ “00” ຂ້າງເທິງ

ມາດຕາ 4: ກຳນົດລະຫັດ 3 ຕົວເລກສຸດທ້າຍແມ່ນການຊຳລະສະສາງຄ່າພາສີ ແລະ ພັນທະຕາມແຕ່ລະເງື່ອນໄຂ

  1. ລະຫັດ 000: ເສຍ ຫລື ຍົກເວັ້ນຄ່າພາສີ ແລະ ພັນທະອື່ນໆ ຕາມເງື່ອນໄຂປົກກະຕິ
  2. ລະຫັດ 100: ຍົກເວັ້ນຄ່າຊັກພິເສດ (ສະເພາະການສົ່ງອອກ EX1 “10”)
  3. ລະຫັດ 405: ເສຍພາສີ ແລະ ພັນທະອື່ນ ກໍລະນີເປັນຄະດີ
  4. ລະຫັດ 406: ເສຍພາສີ ແລະ ພັນທະອື່ນ ກໍລະນີທີ່ຜິດດ່ຽງ
  5. ລະຫັດ 410: ເສຍພາສີຫລຸດຜ່ອນຕາມນະໂຍບາຍສົ່ງເສີມການລົງທຶນ
  6. ລະຫັດ 415: ເສຍພາສີ, ຍົກເວັ້ນອາກອນ ແລະ ພັນທະອື່ນໆ ຕາມກົດໝາຍສົ່ງເສີມການລົງທຶນ
  7. ລະຫັດ 425: ເສຍພາສີ 50% ອາກອນ ແລະ ພັນທະອື່ນໆຕາມລະບຽບການ ຕາມກົດໝາຍສົ່ງເສີມການລົງທຶນ
  8. ລະຫັດ 430: ຍົກເວັ້ນອາກອນມູນຄ່າເພີ້ມ, ເສຍພາສີ ແລະ ພັນທະອື່ນໆ ຕາມລະບຽບການ ຕາມກົດໝາຍ                   ສົ່ງເສີມການລົງທຶນ
  9. ລະຫັດ 435: ເສຍສະເພາະອາກອນມູນຄ່າເພີ້ມ, ຍົກເວັ້ນຄ່າພາສີ ແລະ ພັນທະອື່ນໆ ຕາມກົດໝາຍສົ່ງເສີມ           ການລົງທຶນ
  10. ລະຫັດ 440: ຍົກເວັ້ນຄ່າພາສີ, ເສຍອາກອນ ແລະ ພັນທະອື່ນໆ ຕາມກົດໝາຍສົ່ງເສີມການລົງທຶນ
  11. ລະຫັດ 445: ເສຍ50% ຂອງພາສີອາກອນ ແລະ ພັນທະອື່ນໆ ຕາມກົດໝາຍສົ່ງເສີມການລົງທຶນ
  12. ລະຫັດ 450: ການນຳເຂົ້າເພື່ອການສົ່ງອອກ (ສະເພາະລະຫັດເຂົ້າ 45)
  13. ລະຫັດ 460: ຍົກເວັ້ນຄ່າພາສີ-ອາກອນ ສະເພາະນັກການທູດ ແລະ ອົງການຈັດຕັ້ງສາກົນ
  14. ລະຫັດ 470: ຍົກເວັ້ນຄ່າພາສີ-ອາກອນ ສຳຫລັບໂຄງການຊ່ວຍເຫລືອລ້າ ແລະ ກູ້ຢືມຂອງລັດຖະບານ
  15. ລະຫັດ 480: ຍົກເວັ້ນຄ່າພາສີ-ອາກອນສຳຫລັບໂຄງການລົງທຶນຂອງລັດຖະບານ
  16. ລະຫັດ 481: ຍົກເວັ້ນຄ່າພາສີ-ອາກອນ ສຳຫລັບໂຄງການລົງທຶນຂອງເອກະຊົນ
  17. ລະຫັດ 490: ຍົກເວັ້ນຄ່າພາສີ-ອາກອນ ຕາມນະໂຍບາຍຂັ້ນເທິງ
  18. ລະຫັດ 600: ຍົກເວັ້ນຄ່າພາສີອາກອນ (ສະເພາະການນຳເຂົ້າຄືນ “60”) ຂ້າງເທິງ

ມາດຕາ 5: ການກຳນົດລະບອບໃບແຈ້ງພາສີເປັນລາຍລະອຽດ ທີ່ມີ7 ຕົວເລກ (ຫ້ອງມີ 37 ຂອງໃບແຈ້ງພາສີເປັນລາຍລະອຽດ) ຕົວເລກນັ້ນແມ່ນໃຫ້ກຳນົດຕາມລຳດັບໂດຍເລີ່ມຈາກ: 2 ຕົວເລກທຳອິດແມ່ນຕົວເລກເຄົ້າຂອງລະບອບໃບແຈ້ງ ທີ່ໄດ້ກຳນົດໄວ້ໃນມາດຕາ 2, 2ຕົວເລກຕໍ່ຈາກລະຫັດເຄົ້າແມ່ນລະບອບໃບແຈ້ງພາສີຄັ້ງກ່ອນ ຫລື ລະບອບສະສາງ ທີ່ໄດ້ກຳນົດໄວ້ໃນ ມາດຕາ 3, 3 ຕົວເລກສຸດທ້າຍແມ່ນເງື່ອນໄຂໃນການຊຳລະຄ່າພາສີ ແລະ ພັນທະອື່ນໆ ທີ່ກຳນົດໄວ້ໃນມາດຕາ 4 ຂອງຂໍ້ຕົກລົງສະບັບນີ້ (ລາຍລະອຽດມີເອກະສານຊ້ອນທ້າຍ 1). ຂ້າງເທິງ

ມາດຕາ 6: ມອບໃຫ້ພະແນກຂໍ້ມູນຂ່າວສານ-ແຜນການ ປັບປຸງລະບົບອີເລັກໂທຣນິກ ທີ່ນຳໃຊ້ເຂົ້າໃນວຽກງານການແຈ້ງພາສີ ໃຫ້ສຳເລັດໃນທ້າຍເດືອນ 10 ປີ 2013 ແລະ ເລີ່ມແຕ່ວັນທີ 01 ພະຈິກ 2013, ສົກປີງົບປະມານ 2013-2014 ໃຫ້ໄດ້ນໍາໃຊ້ເລກລະຫັດໃບແຈ້ງພາສີໃໝ່ໃນຂອບເຂດທົ່ວປະເທດ. ຂ້າງເທິງ

ມາດຕາ 7: ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນຂໍ້ຕົກລົງຂອງກົມພາສີສະບັບເລກທີ 1937/ກພສ, ລົງວັນທີ 20/6/2013 ແລະ ບົດແນະນຳເພີ້ມເຕີມ ສະບັບເລກທີ 00385/ກພສ, ລົງວັນທີ 10/10/2012 ກ່ຽວກັບລະບຽບໃບແຈ້ງພາສີເປັນລາຍລະອຽດ. ຂ້າງເທິງ

ຫົວໜ້າກົມພາສີ
(ເຊັນ ແລະ ປະທັບກາ)
ອາດສະພັງທອງ ສີພັນດອນ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Customs Department’s Agreement on the Application of Customs Regime Codes, No. 00172/CD PDF
2 ຂໍ້ຕົກລົງ ຂອງກົມພາສີ ວ່າດ້ວຍ ການນຳໃຊ້ ເລກລະຫັດ ລະບອບໃບແຈ້ງພາສີ ເປັນລາຍລະອຽດ, ເລກທີ 00172/ກພສ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.