ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ສຳນັກງານນາຍົກລັດຖະມົນຕີ           ເລກທີ 17/ນຍ
ນະຄອນຫລວງວຽງຈັນ, ວັນທີ 22.09.2008

ຄຳສັ່ງຂອງນາຍົກລັດຖະມົນຕີ
ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາປ່າໄມ້
ແລະ ການປະສານງານ ໃນການຄຸ້ມຄອງປ່າໄມ້ ແລະ ທຸລະກິດໄມ້

ເຖິງ: ບັນດາທ່ານລັດຖະມົນຕີວ່າການ, ຫົວໜ້າອົງການລັດຖະບານເຈົ້າຄອງນະຄອນຫລວງວຽງຈັນ ແລະ ບັນດາເຈົ້າແຂວງໃນທົ່ວປະເທດ

- ເພື່ອປະຕິບັດຍຸດທະສາດພັດທະນາປ່າໄມ້ ແຕ່ນີ້ຮອດປີ 2020 ໃຫ້ປະກົດຜົນເປັນຈິງ, ເປັນຕົ້ນແມ່ນເຮັດໃຫ້ເນື້ອທີ່ປົກຫຸ້ມປ່າໄມ້ ກວມ 70% ຂອງເນື້ອທີ່ທົ່ວປະເທດ, ຈຳກັດການເອື້ອຍອີງ ໃສ່ການຂຸດຄົ້ນໄມ້ທຳມະຊາດ ເພື່ອສ້າງລາຍຮັບເຂົ້າງົບປະມານ ແລະ ກ້າວໄປສູ່ການປິດປ່າທຳມະຊາດ ໂດຍຫລັກການໃນເວລາອັນຄວນ ແນໃສ່ຮັກສາຄວາມອຸດົມສົມບູນ ຂອງຊັບພະຍາກອນປ່າໄມ້ ແລະ ຊີວະນາໆພັນ.

- ເພື່ອໃຫ້ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາອື່ນໆ ທີ່ກ່ຽວຂ້ອງກັບປ່າໄມ້ມີຄວາມສັກສິດ ໂດຍບໍ່ຕ້ອງອອກຄຳສັ່ງເປັນປະຈຳແຕ່ລະປີຕື່ມອີກ ກ່ຽວກັບການຄຸ້ມຄອງປ່າໄມ້ ແລະ ທຸລະກິດໄມ້.

- ເພື່ອໃຫ້ກະຊວງ ແລະ ອົງການກ່ຽວຂ້ອງຂອງລັດຖະບານ ກໍຄືອໍານາດການປົກຄອງທ້ອງຖິ່ນຂັ້ນຕ່າງໆ ສາມາດເສີມຂະຫຍາຍ ຄວາມເປັນເຈົ້າການ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ກ່ຽວກັບການຄຸ້ມຄອງປ່າໄມ້ ແລະ ການທຸລະກິດໄມ້ໄດ້ຢ່າງຄ່ອງຕົວ ແລະ ມີປະສິດທິຜົນຫລາຍຂຶ້ນ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ ກ່ຽວກັບການລະເມີດກົດໝາຍປ່າໄມ້ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ.

ນາຍົກລັດຖະມົນຕີອອກຄຳສັ່ງ:

1. ໃຫ້ບັນດາກະຊວງ, ອົງການລັດຖະບານ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ເພີ່ມທະວີຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບ ໃນການປະຕິບັດສິດ, ໜ້າທີ່ ແລະ ພັນທະຂອງຕົນ ກ່ຽວກັບການຄຸ້ມຄອງປ່າໄມ້ ແລະ ການທຸລະກິດໄມ້ ໂດຍສົມທົບແໜ້ນທັງ 3 ມາດຕະການລວມຄື: ມາດຕະການໂຄສະນາອະທິບາຍ ແລະ ສຶກສາອົບຮົມ; ມາດຕະການເສດຖະກິດ; ມາດຕະການບໍລິຫານ ແລະ ກົດໝາຍ.

2. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບອົງການຄຸ້ມຄອງທີ່ດິນແຫ່ງຊາດ, ບັນດາກະຊວງ- ອົງການກ່ຽວຂ້ອງ ແລະ ອຳນາດການປົກຄອງທຸກທ້ອງຖິ່ນໃນທົ່ວປະເທດ ເພື່ອດຳເນີນການສຳຫລວດ ຈັດສັນແບ່ງເຂດແຕ່ລະປະເພດປ່າໄມ້ຄືນ ໃຫ້ຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ມີການຕິດຕັ້ງປ້າຍໝາຍ ເຂດໃຫ້ຈະແຈ້ງໃນສາມປະເພດປ່າຄື: ເຂດປ່າສະຫງວນ (ແຫ່ງຊາດ ແລະ ຂອງທ້ອງຖິ່ນ); ເຂດປ່າປ້ອງກັນ (ແຫ່ງຊາດ ແລະ ຂອງທ້ອງຖິ່ນ) ແລະ ເຂດປ່າຜະລິດໃຫ້ສຳເລັດໃນປີ 2010.

3. ໃຫ້ເອົາໃຈໃສ່ຄຸ້ມຄອງປ່າໄມ້ ແຕ່ລະປະເພດຢ່າງເຂັ້ມງວດ, ໂດຍແມ່ນກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ມີບົດບາດເປັນໃຈກາງ ໃນການປະສານສົມທົບກັບບັນດາກະຊວງ, ອົງການລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນ ໃນການດຳເນີນວຽກງານຕ່າງໆ ເພື່ອຄຸ້ມຄອງປ່າໄມ້ແຕ່ລະປະເພດ, ແຕ່ລະເຂດ ໃຫ້ມີຄວາມສັກສິດຕາມລະບຽບກົດໝາຍ.

3. 1. ປ່າສະຫງວນແຫ່ງຊາດ

  • ໃຫ້ຫັນເຂດປ່າສະຫງວນ, ເຂດປ່າປ້ອງກັນຍອດນໍ້າ ແລະ ປ້ອງກັນອ່າງໂຕ່ງນໍ້າ ໄປສູ່ການສະຫງວນຢ່າງເດັດຂາດ ໂດຍໃຫ້ປະກາດປິດປ່າແບບຖາວອນ, ບໍ່ໃຫ້ມີການຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງ, ບໍ່ໃຫ້ຫາປາລ່າເນື້ອ, ຍົກເວັ້ນການເກັບກູ້ເຄື່ອງປ່າຂອງດົງບາງຊະນິດເຊັ່ນ: ໜໍ່ໄມ້, ເຫັດ, ຜັກປ່າ, ຫົວມັນປ່າ, ໝາກໄມ້ປ່າ, ພືດສະໝູນໄພ, ໝາກຕາວ, ໜໍ່ແຍ້, ໜໍ່ບຸ່ນ, ໜໍ່ສານ, ໜໍ່ຫວາຍ ແລະອື່ນໆ ເພື່ອໃຊ້ສອຍຂອງປະຊາຊົນບັນດາເຜົ່າ ໃນເຂດກັນຊົນທີ່ລັດອະນຸຍາດ, ແຕ່ຕ້ອງປະຕິບັດຕາມຂໍ້ແນະນຳ ທາງດ້ານເຕັກນິກວິຊາການ ບົນພື້ນຖານການຄຸ້ມຄອງ ແບບຍືນນານ ແລະ ບໍ່ມີລັກສະນະດັບສູນ.
  • ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ປັບປຸງລະບົບການຄຸ້ມຄອງປ່າສະຫງວນແຫ່ງຊາດຄືນໃໝ່ ໂດຍປະກອບພະນັກງານວິຊາການປ່າໄມ້ ໄປປະຈຳຢູ່ແຕ່ລະເຂດປ່າສະຫງວນໃຫ້ພຽງພໍ, ລວມທັງງົບປະມານ, ພາຫະນະ ແລະ ວັດຖຸອຸປະກອນທີ່ຈຳເປັນ ເພື່ອຮັບໃຊ້ການເຄື່ອນໄຫວ ປົກປັກຮັກສາປ່າສະຫງວນແຫ່ງຊາດ, ສັດນ້ຳສັດປ່າ, ຊີວະນາໆພັນ ແລະ ຊັບພະຍາກອນປ່າໄມ້ ໃຫ້ມີປະສິດທິພາບ.
  • ໃຫ້ກະຊວງກະສິກຳ ແລະ ປ່າໄມ້ຄຸ້ມຄອງດ້ານວິຊາການປ່າໄມ້, ກຳນົດກົດລະບຽບການຄຸ້ມຄອງລະອຽດ ໃນແຕ່ລະພື້ນທີ່ປ່າສະຫງວນ, ຄຸ້ມຄອງການຄົ້ນຄວ້າສຶກສາ ແລະ ພັດທະນາຊະນິດໄມ້ ແລະ ຊີວະນາໆພັນ, ຄຸ້ມຄອງການເກັບກູ້ເຄື່ອງປ່າຂອງດົງ ເພື່ອໃຊ້ສອຍຂອງປະຊາຊົນບັນດາເຜົ່າ ໃນເຂດກັນຊົນຂອງປ່າສະຫງວນ.
  • ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ມີໜ້າທີ່ປະກອບສ່ວນປົກປັກຮັກສາປ່າສະຫງວນແຫ່ງຊາດ ດ້ວຍການປ້ອງກັນ ບໍ່ໃຫ້ມີການລັກລອບຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງ, ບໍ່ໃຫ້ມີການບຸກລຸກ-ຢຶດຈອງເອົາທີ່ດິນ ໃນເຂດປ່າສະຫງວນ ເພື່ອທຳການຜະລິດ ຫລື ປຸກສ້າງທີ່ຢູ່ອາໄສ.
  • ສໍາລັບປ່າສະຫງວນແຫ່ງຊາດພູເຂົາຄວາຍ ແລະ ພູພະນັງ ແມ່ນມອບໃຫ້ກະຊວງປ້ອງກັນປະເທດ ສືບຕໍ່ຄຸ້ມຄອງ ໂດຍໃຫ້ກອງປ້ອງກັນທີ່ປະຈຳຢູ່ທີ່ນັ້ນ ປະສານສົມທົບແໜ້ນກັບໜ່ວຍງານຕ່າງໆ ທີ່ກ່ຽວຂ້ອງ ຂອງອຳນາດການປົກຄອງທ້ອງຖິ່ນ (ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ແຂວງບໍລິຄຳໄຊ) ເພື່ອຮ່ວມກັນປະຕິບັດ ໜ້າທີ່ຄຸ້ມຄອງປົກປັກຮັກສາ ຕາມທີ່ໄດ້ຮັບມອບໝາຍ. ເປັນຕົ້ນແມ່ນການປ້ອງກັນ  ແລະ ສະກັດກັ້ນການລັກລອບຕັດໄມ້ ແລະ ຊັບພະຍາກອນປ່າໄມ້; ການປ້ອງກັນ ແລະ ມອດໄຟປ່າທີ່ເກີດຂຶ້ນ ຢູ່ໃນພື້ນທີ່ປ່າສະຫງວນແຫ່ງຊາດ ທັງສອງແຫ່ງນັ້ນ, ສ່ວນການຄຸ້ມຄອງທາງດ້ານເຕັກນິກວິຊາການ ແມ່ນຂຶ້ນກັບຂະແໜງກະສິກຳ ແລະ ປ່າໄມ້.

3. 2. ປ່າປ້ອງກັນ

  • ໃຫ້ຫັນໄປສູ່ການຄຸ້ມຄອງທີ່ເປັນລະບົບ ເພື່ອໃຫ້ປ່າປ້ອງກັນເຮັດໜ້າທີ່ ປ້ອງກັນໄດ້ຕາມຈຸດປະສົງເປົ້າໝາຍ; ໃນສະເພາະໜ້ານີ້ ໃຫ້ປະກາດປິດປ່າແບບຖາວອນ ໃນເຂດປ່າຍອດນ້ຳ, ເຂດປ່າທີ່ມີຄວາມຄ້ອຍຊັນສູງ, ເຂດປ່າປ້ອງກັນຊາດ ລຽບຕາມຊາຍແດນລະຫວ່າງປະເທດ, ຍົກເວັ້ນເຂດໂຄງການພັດທະນາພື້ນຖານໂຄງລ່າງ ທີ່ໄດ້ຜ່ານການສຶກສາດ້ານສິ່ງແວດລ້ອມ ຊຶ່ງໄດ້ຮັບອະນຸຍາດຈາກລັດຖະບານແລ້ວ ແລະ ເຂດສະເພາະ ເພື່ອໃຫ້ປະຊາຊົນຊົມໃຊ້ໄມ້ ແລະ ເກັບກູ້ເຄື່ອງປ່າຂອງດົງ ຕາມມູນເຊື້ອເພື່ອຮັບໃຊ້ຊີວິດການເປັນຢູ່ເທົ່ານັ້ນ.
  • ໃຫ້ຈັດຕັ້ງການຄຸ້ມຄອງປ່າປ້ອງກັນ ແລະ ປ່າສະຫງວນແບບມີສ່ວນຮ່ວມ ໂດຍເລືອກເຟັ້ນເອົາປະຊາຊົນ ພາຍໃນບ້ານຢູ່ບໍລິເວນອ້ອມຮອບປ່າປ້ອງກັນ ແລະ ປ່າສະຫງວນ ເພື່ອຝຶກອົບຮົມ ແລະ ຈັດຕັ້ງເຂົາເຈົ້າເຮັດອາຊີບປ່າໄມ້ (ປົກປັກຮັກສາ, ຟື້ນຟູ, ບູລະນະປ່າໄມ້) ໂດຍໃຫ້ເຂົາເຈົ້າໄດ້ຮັບຜົນປະໂຫຍດຢ່າງເໝາະສົມ ເປັນວັດຖຸພັນ ຫລື ເປັນເງິນຈາກການປະກອບອາຊີບດັ່ງກ່າວ ໂດຍມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້ອອກລະບຽບການສະເພາະ.

3. 3. ປ່າຜະລິດ

  • ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ສົມທົບກັບອໍານາດການປົກຄອງທຸກທ້ອງຖິ່ນ ດຳເນີນການກວດກາຄືນ ເຂດປ່າຜະລິດທີ່ໄດ້ສ້າງຕັ້ງແລ້ວ ແລະ ໃຫ້ຮີບຮ້ອນສ້າງແຜນຈັດສັນ ແລະ ຄຸ້ມຄອງແບບຍືນນານ ຕາມຫລັກວິຊາການຢ່າງເຂັ້ມງວດ; ບ່ອນໃດບໍ່ທັນໄດ້ສ້າງແຜນຈັດສັນ ແລະ ບໍ່ທັນໄດ້ປະກາດເປັນເຂດປ່າຜະລິດ ແມ່ນໃຫ້ປະກາດປິດປ່າຊົ່ວຄາວ ຈົນກວ່າຈະສຳເລັດການສ້າງແຜນຈັດສັນ ແລະ ໄດ້ປະກາດເປັນເຂດປ່າຜະລິດ ຢ່າງເປັນທາງການ ຈຶ່ງໃຫ້ດຳເນີນການຂຸດຄົ້ນໄມ້ ໄປຕາມແຜນຈັດສັນນັ້ນໄດ້.

4. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງອຸດສາຫະກຳ ແລະ ການຄ້າປະສານສົມທົບ ຢ່າງກົມກຽວເປັນເອກະພາບ ເພື່ອສ້າງແຜນຂຸດຄົ້ນໄມ້ປະຈຳປີຂອງລັດຖະບານ ອີງຕາມຕົວເລກສະເໜີແຜນຂຸດຄົ້ນໄມ້ ຂອງບັນດາແຂວງທີ່ໄດ້ຜ່ານການສຳຫລວດ ເພື່ອຂຸດຄົ້ນອອກຈາກເຂດປ່າຜະລິດ ແລະ ເຂດໂຄງການພັດທະນາຕ່າງໆເຊັ່ນ: ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ, ໂຄງການຂຸດຄົ້ນແຮ່ທາດ, ໂຄງການກໍ່ສ້າງທາງ ຫລື ສາຍສົ່ງ, ໂຄງການບຸກເບີກເນື້ອທີ່ ເພື່ອຈັດສັນອາຊີບ ແລະ ພູມລຳເນົາຄົງທີ່ໃຫ້ປະຊາຊົນ ແລະອື່ນໆອີກ ທີ່ໄດ້ຮັບການອະນຸມັດຈາກລັດຖະບານ.

4. 1. ກະຊວງກະສິກຳ ແລະ ປ່າໄມ້ ມີໜ້າທີ່ຄົ້ນຄວ້າຂຶ້ນແຜນຂຸດຄົ້ນໄມ້ປະຈຳປີ ເພື່ອສະເໜີລັດຖະບານ ພິຈາລະນາຮັບຮອງເອົາ. ແຜນການຂຸດຄົ້ນໄມ້ປະຈຳປີ ຕ້ອງສ້າງບົນພື້ນຖານຄວາມສາມາດ ຕອບສະໜອງຂອງປ່າໄມ້ ກໍຄືຍຸດທະສາດການພັດທະນາປ່າໄມ້ແບບຍືນນານ, ພ້ອມດຽວກັນນັ້ນ ກໍຕ້ອງອີງໃສ່ຄວາມຕ້ອງການນຳໃຊ້ໄມ້ ຢູ່ພາຍໃນປະເທດ ແລະ ຄວາມຕ້ອງການໄມ້ເປັນວັດຖຸດິບ ເພື່ອປຸງແຕ່ງເປັນຜະລິດຕະພັນສຳເລັດຮູບ ເພື່ອສົ່ງອອກຕ່າງປະເທດ.
4. 2. ກະຊວງອຸດສາຫະກໍາ ແລະ ການຄ້າມີໜ້າທີ່ຄົ້ນຄວ້າ ກໍາແໜ້ນຄວາມຕ້ອງການໄມ້ ໃນຂອບເຂດ ທົ່ວປະເທດ ແລະ ມີໜ້າທີ່ສັງລວມຄວາມຕ້ອງການນັ້ນ ສົ່ງໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເພື່ອຄົ້ນຄວ້າຂຶ້ນແຜນຂຸດຄົ້ນໄມ້ປະຈຳປີ.
4. 3. ກະຊວງອຸດສາຫະກໍາ ແລະ ການຄ້າມີໜ້າທີ່ຊີ້ນໍາ ແລະ ຊຸກຍູ້ ໃຫ້ສະມາຄົມອຸດສາຫະກໍາປຸງແຕ່ງ ໄມ້ແຫ່ງຊາດ ສັງລວມຄວາມຕ້ອງການປະເພດໄມ້, ຈຳນວນໄມ້ຂອງບັນດາໂຮງງານປຸງແຕ່ງໄມ້ ທີ່ເປັນສະມາຊິກຂອງສະມາຄົມ ເພື່ອສະເໜີຕໍ່ກະຊວງອຸດສາຫະກຳ ແລະ ການຄ້າ ສັງລວມແລ້ວສົມທົບກັບກະຊວງກະສິກຳ ແລະ ປ່າໄມ້ ໃນການເອົາເຂົ້າແຜນຂຸດຄົ້ນໄມ້ປະຈຳປີ ກ່ອນນຳສະເໜີລັດຖະບານພິຈາລະນາ.
4. 4. ເມື່ອລັດຖະບານໄດ້ຮັບຮອງເອົາ ແຜນຂຸດຄົ້ນໄມ້ປະຈໍາປີແລ້ວ ກະຊວງອຸດສາຫະກໍາ ແລະ ການຄ້າສົມທົບກັບກະຊວງກະສິກຳ ແລະ ປ່າໄມ້ ແລະ ອຳນາດກາປົກຄອງທ້ອງຖິ່ນ ພິຈາລະນາອະນຸມັດ ການຈັດສັນໄມ້ ໃຫ້ແກ່ໂຮງງານປຸງແຕ່ງໄມ້ທີ່ໄດ້ມາດຕະຖານ ທີ່ເປັນສະມາຊິກຂອງສະມາຄົມອຸດສາຫະກຳປຸງແຕ່ງໄມ້ແຫ່ງຊາດ ຕາມແຜນການທີ່ໄດ້ສະເໜີດ້ວຍຮູບການປະມູນ ຫລື ທາບທາມລາຄາຕາມລະບຽບຫລັກການ.

5. ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ສົມທົບແໜ້ນກັບບັນດາກະຊວງ-ອົງການກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນ ໃນການຄຸ້ມຄອງການຂຸດຄົ້ນໄມ້ໃຫ້ຖືກຕ້ອງຕາມລະບຽບການ ບົນພື້ນຖານ ແຜນການຂຸດຄົ້ນໄມ້ປະຈຳປີ ທີ່ລັດຖະບານຮັບຮອງເອົາແລ້ວນັ້ນ.

5. 1. ໃຫ້ກໍານົດລະບຽບການສະເພາະກ່ຽວກັບ ການຂຸດຄົ້ນໄມ້ອອກຈາກເຂດປ່າຜະລິດ ແລະ ໃຫ້ອອກ ອະນຸຍາດຂຸດຄົ້ນໄມ້ໄດ້ ສະເພາະແຕ່ໃນເຂດປ່າຜະລິດ ທີ່ໄດ້ຜ່ານການສຳຫລວດ ແລະ ມີແຜນຈັດສັນແບບຍືນນານແລ້ວເທົ່ານັ້ນ.
5. 2. ການຂຸດຄົ້ນໄມ້ອອກຈາກເຂດໂຄງການພັດທະນາຕ່າງໆ ຕ້ອງດໍາເນີນຕາມລະບຽບການ ແລະ ຮູບການສະເພາະ ຕາມການຕົກລົງຂອງລັດຖະບານຄື:

  • ມີການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ ແລະ ຄຸ້ມຄອງການຂຸດຄົ້ນ ທີ່ປະກອບດ້ວຍບັນດາຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ຫລື ມີການມອບໝາຍໃຫ້ໜ່ວຍງານໃດໜຶ່ງຮັບຜິດຊອບຄຸ້ມຄອງ; ມີການປະມູນ ຫລື ທາບທາມເອົາບໍລິສັດເພື່ອຮັບເໝົາຂຸດຄົ້ນ.
  • ມີການສໍາຫລວດປະເພດໄມ້ ແລະ ບໍລິມາດໄມ້ໃຫ້ຊັດເຈນ ເພື່ອເອົາເຂົ້າໃນແຜນຂຸດຄົ້ນໄມ້ປະຈຳປີ.

6. ການຂາຍໄມ້ທີ່ຕັດອອກມາຈາກປ່າຜະລິດ ແລະ ຈາກເຂດໂຄງການພັດທະນາຕ່າງໆ ຕາມແຜນການ ຂຸດຄົ້ນໄມ້ປະຈຳປີຂອງລັດຖະບານ ໃຫ້ປະຕິບັດຕາມ 2 ຮູບການຄື: (1) ປະມູນຂາຍ ຫລື ທາບທາມລາຄາ ແລະ (2) ຈັດສັນແບ່ງປັນຕາມບູລິມະສິດ ປະສິດທິຜົນສູງກວ່າ ໃຫ້ແກ່ໂຮງງງານປຸງແຕ່ງໄມ້ ທີ່ໄດ້ມາດຕະຖານທີ່ເປັນສະມາຊິກ ຂອງສະມາຄົມອຸດສາຫະກຳປຸງແຕ່ງໄມ້ແຫ່ງຊາດ.

6. 1 ລັດ (ກະຊວງກະສິກຳ ແລະ ປ່າໄມ້ , ກະຊວງອຸດສາຫະກຳ ແລະ ການຄ້າ, ອຳນາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ...) ຕ້ອງກຳໂກຕ້າໄມ້ ແລະ ເປັນຜູ້ຕົກລົງກ່ຽວກັບ ການຈັດສັນແບ່ງປັນ ໂກຕ້າໄມ້ ໃຫ້ແກ່ບັນດາໂຮງງານປຸງແຕ່ງໄມ້ຕາມເງື່ອນໄຂ ແລະ ຕາມລະບຽບການສະເພາະ ທີ່ກະຊວງອຸດສາຫະກຳ ແລະ ການຄ້າວາງອອກ; ສ່ວນສະມາຄົມອຸດສາຫະກຳປຸງແຕ່ງໄມ້ແຫ່ງຊາດ ແມ່ນບໍ່ມີສິດຈັດສັນແບ່ງປັນໂກຕ້າໄມ້, ແຕ່ຫາກມີໜ້າທີ່ນຳສະເໜີຄວາມຕ້ອງການ ຊະນິດໄມ້, ລາຄາໄມ້ ແລະ ຈຳນວນໄມ້ຂອງແຕ່ລະໂຮງງານໃຫ້ລັດຊາບ ເພື່ອຂຶ້ນແຜນຂຸດຄົ້ນບົນພື້ນຖານຄວາມອາດສາມາດຕອບສະໜອງໄມ້ໃນແຕ່ລະປີ; ພ້ອມກັນນັ້ນກໍ່ມີໜ້າທີ່ສະເໜີຕໍ່ ອົງການລັດທີ່ກ່ຽວຂ້ອງໃນການໃຫ້ບູລິມະສິດ ແກ່ໂຮງງານປຸງແຕ່ງໄມ້ໃດໜຶ່ງ ທີ່ເປັນສະມາຊິກຂອງສະມາຄົມ ຊຶ່ງທາງສະມາຄົມເຫັນວ່າສົມຄວນໃຫ້ການສົ່ງເສີມເປັນພິເສດ.
6. 2 ການຈັດສັນແບ່ງປັນໄມ້ໃຫ້ແກ່ໂຮງງານປຸງແຕ່ງໄມ້ ຕ້ອງຢູ່ບົນພື້ນຖານການມີຂໍ້ຜູກພັນ ສັນຍາຊື້-ຂາຍໄມ້ກັບລັດ, ຊຶ່ງຕ້ອງປະຕິບັດດັ່ງນີ້:

  • ສໍາລັບໄມ້ທີ່ຂຸດຄົ້ນໃນເຂດປ່າຜະລິດທີ່ມີແຜນຈັດສັນແລ້ວ ຕ້ອງໄດ້ເຮັດການປະມູນຂາຍຕາມຊະນິດ ແລະ ຈຳນວນໄມ້ທີ່ໄດ້ອະນຸມັດແລ້ວ ບົນພື້ນຖານລາຄາທີ່ກະຊວງອຸດສາຫະກຳ ແລະ ການຄ້າວາງອອກ, ມູນຄ່າປະມູນທີ່ເກີນລາຄາທີ່ລັດຖະບານກຳນົດ ຕ້ອງໄດ້ແບ່ງປັນຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ອຳນາດການປົກຄອງທ້ອງຖິ່ນ ໃນເຂດດັ່ງກ່າວຕາມລະບຽບການ ເພື່ອໃຫ້ປະຊາຊົນ ແລະ ອຳນາດການປົກຄອງໄດ້ຮັບຜົນປະໂຫຍດ ແລະ ມີສ່ວນຮ່ວມໃນການປົກປັກຮັກສາປ່າໄມ້. ພາຍຫລັງການປະມູນໃຫ້ ກະຊວງອຸດສາຫະກຳ ແລະ ການຄ້າເຮັດສັນຍາຊື້-ຂາຍ ກັບບໍລິສັດທີ່ປະມູນໄດ້ ແລະ ຕ້ອງປະຕິບັດຕາມເນື້ອໃນຂອງສັນຍາຢ່າງເຂັ້ມງວດ ເພື່ອຫລີກເວັ້ນບໍ່ໃຫ້ເກີດກໍລະນີຕັດໄມ້ອອກມາ ແລ້ວບໍ່ມີຜູ້ຊື້ ຫລື ຊື້ໃນລາຄາທີ່ບໍ່ສົມເຫດສົມຜົນ, ເຮັດໃຫ້ລັດເສຍຜົນປະໂຫຍດ.
  • ສໍາລັບໄມ້ທີ່ຂຸດຄົ້ນໃນເຂດໂຄງການພັດທະນາຕ່າງໆ ໃຫ້ຄະນະຮັບຜິດຊອບຊີ້ນໍາ ແລະ ຄຸ້ມຄອງການຂຸດຄົ້ນໄມ້ ໃນເຂດໂຄງການດັ່ງກ່າວ ປະຕິບັດຕາມ 2 ຮູບການຄື: (1) ປະມູນຂາຍ ຫຼື ທາບທາມລາຄາ ແລະ (2) ຈັດສັນແບ່ງປັນຕາມບູລິມະສິດປະສິດທິຜົນສູງກວ່າ ໃຫ້ແກ່ໂຮງງານປຸງແຕ່ງໄມ້ທີ່ໄດ້ມາດຕະຖານ ທີ່ເປັນສະມາຊິກຂອງສະມາຄົມ ອຸດສາຫະກຳປຸງແຕ່ງໄມ້ແຫ່ງຊາດ.

7. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ອອກລະບຽບການສະເພາະ ກ່ຽວກັບການຄຸ້ມຄອງໄມ້ປູກ, ເປັນຕົ້ນ ການສຳຫລວດຂຶ້ນທະບຽນສວນປູກໄມ້ຂອງບຸກຄົນ, ນິຕິບຸກຄົນລະທ້ອງຖິ່ນ; ລະບຽບການກ່ຽວກັບການຂຸດຄົ້ນ, ການສ້າງແຜນຂຸດຄົ້ນໄມ້ປູກປະຈຳປີ ແລະ ອື່ນໆ ໂດຍຮັບປະກັນບາງຫລັກການດັ່ງນີ້:

7. 1 ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ເປັນຜູ້ຄຸ້ມຄອງຕິດຕາມການປູກໄມ້ ແລະ ອອກທະບຽນ ສວນປູກໄມ້, ສຳລັບແຫລ່ງກຳເນີດໄມ້ປູກທີ່ຂຸດຄົ້ນອອກຈາກສວນປູກ ແມ່ນພະແນກກະສິກຳ ແລະ ປ່າໄມ້ແຂວງ ແລະ ນະຄອນຫລວງເປັນຜູ້ອອກໃບຢັ້ງຢືນ ບົນພື້ນຖານທະບຽນສວນປູກທີ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງເປັນຜູ້ອອກໃຫ້.
7. 2 ການຊື້-ຂາຍໄມ້ຈາກສວນປູກ ແມ່ນຄວາມຮັບຜິດຊອບຂອງເຈົ້າຂອງສວນປູກ ແລະ ຜູ້ຊື້ໃນການ ເຈລະຈາຕໍ່ລອງ ຫລື ທາບທາມລາຄາ ບົນພື້ນຖານການສະໜອງຂໍ້ມູນດ້ານຕະຫລາດ ຂອງສະມາຄົມອຸດສາຫະກຳປຸງແຕ່ງໄມ້ແຫ່ງຊາດ ໂດຍໃຫ້ບູລິມະສິດ ສຳລັບການປຸງແຕ່ງພາຍໃນປະເທດກ່ອນ.
7. 3 ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າວາງລະບຽບການສະເພາະ ກ່ຽວກັບການຊື້-ຂາຍໄມ້ຈາກ ສວນປູກ, ຖ້າຫາກຜູ້ປະກອບການໃດຈະສົ່ງໄມ້ປູກອອກຕ່າງປະເທດ ເປັນໄມ້ທ່ອນ ຫລື ໄມ້ເລື່ອຍຕ້ອງໄດ້ສະເໜີຂໍການອະນຸມັດຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ບົນພື້ນຖານການເຫັນດີເປັນເອກະພາບຂອງ ກະຊວງກະສິກຳ ແລະ ປ່າໄມ້. ຜູ້ສົ່ງອອກຕ້ອງປະຕິບັດພັນທະໃນການສົ່ງອອກ ຕາມລະບຽບການຢ່າງຄົບຖ້ວນ.

8. ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບບັນດາ ກະຊວງ, ອົງການກ່ຽວຂ້ອງ ແລະ ອຳນາດການປົກຄອງທ້ອງຖິ່ນ ຄົ້ນຄວ້ານະໂຍບາຍສົ່ງເສີມການນຳໃຊ້ໄມ້ປູກ ແທນໄມ້ຈາກປ່າທຳມະຊາດ ເພື່ອເປັນວັດຖຸດິບປ້ອນໂຮງງານປຸງແຕ່ງໄມ້ ແລະ ສົ່ງເສີມການຊົມໃຊ້ຜະລິດຕະພັນ ໄມ້ປູກໃຫ້ເປັນຮູບປະທຳ.

  • ໃນແຕ່ລະປີໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສັງລວມແຜນການຂຸດຄົ້ນໄມ້ຈາກສວນປູກ ແລ້ວສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງໃຫ້ສະມາຄົມອຸດສາຫະກຳປຸງແຕ່ງໄມ້ແຫ່ງຊາດ ເພື່ອໃຫ້ເຄື່ອນໄຫວເກັບຊື້ຕາມລະບຽບການ ແລະ ລາຄາທີ່ເໝາະສົມ.

9. ການຂຸດຄົ້ນໄມ້ເພື່ອເປັນແຫລ່ງພະລັງງານ ແລະ ເປັນສິນຄ້າເຊັ່ນ: ໄມ້ຟືນ, ໄມ້ເພື່ອເຮັດຖ່ານ, ໄມ້ຫລັກຮົ້ວ, ໄມ້ຄ້ຳແບບຕົ້ນຕໍແມ່ນອະນຸຍາດໃຫ້ເອົາ ສະເພາະຈາກເນື້ອທີ່ຄຸ້ມຄອງຂອງປະຊາຊົນ ແລະ ປ່າຊົມໃຊ້ຂອງບ້ານທີ່ໄດ້ຜ່ານການມອບດິນ-ມອບປ່າ ຫລື ເອົາຈາກເຂດກໍ່ສ້າງພື້ນຖານໂຄງລ່າງ ທີ່ໄດ້ຜ່ານການສຳຫລວດລະອຽດຊຶ່ງ ກະຊວງກະສິກຳ ແລະ ປ່າໄມ້ ແລະ ອຳນາດການປົກຄອງທ້ອງຖິ່ນໄດ້ອອກອະນຸມັດ ໃຫ້ຂຸດຄົ້ນເທົ່ານັ້ນ ແລະ ຕ້ອງໄດ້ສັງລວມເຂົ້າແຜນການຂຸດຄົ້ນໄມ້ປະຈຳປີ.

  • ສໍາລັບໄມ້ຄໍ້າແບບຮັບໃຊ້ໂຄງການກໍ່ສ້າງໃນເຂດຕົວເມືອງ ແມ່ນໃຫ້ຫັນມານໍາໃຊ້ໄມ້ປູກເປັນຕົ້ນຕໍ (ເຊັ່ນ: ໄມ້ວິກ) ແລະ ໄມ້ທີ່ຂຸດຄົ້ນອອກຈາກເຂດໂຄງການພັດທະນາຕ່າງໆ, ພ້ອມດຽວກັນນັ້ນ ກໍໃຫ້ຫັນໄປນຳໃຊ້ວັດຖຸອື່ນ ທີ່ບໍ່ແມ່ນໄມ້ເຊັ່ນ: ໂຄງເຫລັກ ເພື່ອນຳໃຊ້ເຂົ້າໃນການຄ້ຳແບບໂຄງການກໍ່ສ້າງຕ່າງໆ ທັງນີ້ກໍເພື່ອຮັບປະກັນຄວາມປອດໄພ ດ້ານແຮງງານ ແລະ ຄຸນນະພາບໃຫ້ແກ່ໂຄງການກໍ່ສ້າງຕ່າງໆ ແນໃສ່ເພື່ອຫລຸດຜ່ອນການເອື້ອຍອີງໃສ່ໄມ້ ຈາກປ່າທຳມະຊາດ.
  • ສໍາລັບໄມ້ຄໍ້າແບບຮັບໃຊ້ການກໍ່ສ້າງຂອງປະຊາຊົນ ໃນເຂດຊົນນະບົດ ນອກຈາກຫັນມານໍາໃຊ້ໄມ້ປູກ ແລະ ໄມ້ທີ່ຂຸດຄົ້ນອອກຈາກເຂດໂຄງການພັດທະນາແລ້ວ ຍັງສາມາດນຳໃຊ້ໄມ້ໃນເຂດປ່າຊົມໃຊ້ຂອງບ້ານ ທີ່ໄດ້ຜ່ານການມອບດິນ-ມອບປ່າ.
  • ໃຫ້ແຂວງ, ນະຄອນຫລວງສຳລວດແຫລ່ງສະໜອງໄມ້ຕິ້ວ, ໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ ຊະນິດຕ່າງໆ ພາຍໃນແຂວງຂອງຕົນເປັນຕົ້ນ, ຈາກເຂດປ່າຊົມໃຊ້ຂອງບ້ານ ເຂດຄຸ້ມຄອງຂອງປະຊຸາຊົນ ແລະ ເຂດປ່າຜະລິດທີ່ໄດ້ຈັດສັນແບບຍືນນານ ອີງໃສ່ຄວາມຕ້ອງການວັດຖຸດິບ ຂອງບັນດາໂຮງງານປຸງແຕ່ງ ແລ້ວສະເໜີຕົວເລກດັ່ງກ່າວ ເພື່ອໃຫ້ກະຊວງກະສິກຳ ແລະ ປ່າໄມ້ ເອົາເຂົ້າແຜນຂຸດຄົ້ນໄມ້ປະຈຳປີ.
  • ສຳລັບໄມ້ຕິ້ວເພື່ອຜະລິດເປັນຖ່ານຂາວ ທີ່ຂຸດຄົ້ນຈາກປ່າຊົມໃຊ້ຂອງບ້ານ ແລະ ເຂດຄຸ້ມຄອງ ທີ່ເປັນກຳມະສິດຂອງປະຊາຊົນ ແມ່ນສາມາດຂຸດຄົ້ນ ແລະ ເຄື່ອນຍ້າຍໄດ້ຕະຫລອດປີ ແຕ່ບໍ່ໃຫ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ໂດຍມອບໃຫ້ຂະແໜງການປ່າໄມ້ຢູ່ທ້ອງຖິ່ນ ເປັນຜູ້ຄຸ້ມຄອງການຂຸດຄົ້ນ ແລະ ເຄື່ອນຍ້າຍຢ່າງເຂັ້ມງວດ ບົນພື້ນຖານຈຳນວນໂກຕ້າ ທີ່ລັດຖະບານໄດ້ອະນຸມັດໃນແຕ່ລະປີ ແລະ ປະຕິບັດຕາມລະບຽບການສະເພາະ ກ່ຽວກັບການຄຸ້ມຄອງການຂຸດຄົ້ນ ແລະ ເຄື່ອນຍ້າຍໄມ້.

10. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າຄົ້ນຄວ້າ ລະບອບການສົ່ງເສີມການລົງທຶນ ໃສ່ການຂຸດຄົ້ນໄມ້ ເພື່ອໃຫ້ມີການຈັດຕັ້ງ ຫລື ກອງຂຸດຄົ້ນໄມ້ທີ່ເປັນໜ່ວຍງານເຄື່ອນໄຫວ ແບບວິຊາຊີບເປັນປົກກະຕິຕໍ່ເນື່ອງ ປະສົມປະສານກັບການປູກ, ປົກປັກຮັກສາ, ບູລະນະປ່າໄມ້ ໂດຍຢູ່ພາຍໃຕ້ການຄຸ້ມຄອງ ຂອງອຳນາດການປົກຄອງ ແລະ ຂະແໜງການທີ່ກ່ຽວຂ້ອງ ຂອງທ້ອງຖິ່ນ.

11. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ສົມທົບກັບທ້ອງຖິ່ນ ດຳເນີນການກວດກາປະຕິບັດ ແຜນການຂຸດຄົ້ນໄມ້ ລວມທັງການລາກແກ່ ລວມໝອນໄມ້ຢູ່ສະໜາມ I ແລະ ຂົນສົ່ງໄມ້ອອກຈາກສະໜາມ I ແລະ ສະໜາມ II ຕ້ອງໃຫ້ສຳເລັດກ່ອນວັນທີ 31 ພຶດສະພາຂອງທຸກໆປີ; ຖ້າຫາກກວດພົບວ່າ ບ່ອນໃດບໍ່ສາມາດປະຕິບັດແຜນການຂຸດຄົ້ນໄມ້ ໃຫ້ສຳເລັດຕາມວັນເວລາທີ່ກຳນົດໄວ້ ແມ່ນໃຫ້ປະຕິບັດເປັນແຕ່ລະກໍລະນີດັ່ງນີ້:

  • ສຳລັບໄມ້ທີ່ຂຸດຄົ້ນໃນເຂດປ່າຜະລິດ ສ່ວນທີ່ບໍ່ສຳເລັດນັ້ນແມ່ນຖືກລົບລ້າງ.
  • ສຳລັບໄມ້ທີ່ຂຸດຄົ້ນໃນເຂດໂຄງການພັດທະນາໂຄງລ່າງຕ່າງໆ ເລີ່ມແຕ່ວັນທີ 1 ມີຖຸນາ ຮອດວັນທີ 31 ຕຸລາຂອງທຸກໆປີ ແມ່ນໃຫ້ຢຸດເຊົາການຂຸດຄົ້ນ, ບໍ່ໃຫ້ດຳເນີນການຊັກລາກ ແລະ ຂົນສົ່ງໄມ້ລວມສະໜາມ II ຢ່າງເດັດຂາດ. ໃນກໍລະນີຈຳເປັນ ເພື່ອຮັບປະກັນໃຫ້ໂຄງການກໍ່ສ້າງ ສຳເລັດຕາມກຳນົດເວລາ, ຖ້າຈະສືບຕໍ່ຂຸດຄົ້ນ ແລະ ຂົນສົ່ງໄມ້ໃນລະດູຝົນ ໂດຍນຳໃຊ້ເສັ້ນທາງສະເພາະຂອງໂຄງການ ທີ່ບໍ່ກະທົບເຖິງເສັ້ນທາງຫລວງແຫ່ງຊາດ ຫລື ເສັ້ນທາງການສັນຈອນ ຂອງປະຊາຊົນໃນທ້ອງຖິ່ນ ແລະ ບໍ່ກະທົບເຖິງສິ່ງແວດລ້ອມ ແມ່ນຕ້ອງຂໍອະນຸມັດຈາກລັດຖະບານ ເປັນກໍລະນີພິເສດ.

12. ໃຫ້ເພີ່ມທະວີມາດຕະການດັດສົມ ແລະ ຄຸ້ມຄອງໂຮງງານປຸງແຕ່ງໄມ້ດັ່ງນີ້:

12. 1 ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ສົມທົບກັບອໍານາດການປົກຄອງທຸກທ້ອງຖິ່ນ ຮີບຮ້ອນ ຈັດຕັ້ງປະຕິບັດການດັດສົມ ໂຮງງານປຸງແຕ່ງໄມ້ໃຫ້ສຳເລັດໂດຍໄວ ຕາມຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງງານ, ຂໍ້ຕົກລົງວ່າດ້ວຍມາດຕະຖານ ໂຮງງານອຸດສາຫະກຳປຸງແຕ່ງໄມ້ ແລະ ຮູບແບບຜະລິດຕະພັນໄມ້ທີ່ ກະຊວງອຸດສາຫະກຳ ແລະ ການຄ້າປະກາດໃຊ້; ຈັດຕັ້ງການກວດກາ ແລະ ດຳເນີນມາດຕະການຍຸບເລີກ ໂຮງງານປຸງແຕ່ງໄມ້, ບັນດາໂຮງເລື່ອຍ, ໂຮງຊອຍທີ່ບໍ່ໄດ້ມາດຕະຖານ; ປະຕິບັດມາດຕະການຢ່າງເດັດຂາດ ຕໍ່ກັບໂຮງງານທີ່ຖືກຍຸບ, ໂຮງງານທີ່ຖືກປັບປຸງ ແລະ ຢຸດເຊົາຊົ່ວຄາວ ລວມທັງໂຮງງນປຸງແຕ່ງໄມ້ ທີ່ເຄື່ອນໄຫວບໍ່ໄດ້ຮັບອະນຸຍາດ ດຳເນີນກິດຈະການໂຮງງານ ແລະ ດຳເນີນການກ່ຽວກັບການຮື້ຖອນ ຫລື ຍ້າຍໂຮງງານປຸງແຕ່ງໄມ້ ທີ່ຕັ້ງຢູ່ໃນຂອບເຂດ ຫລື ຕັ້ງຢູ່ໃກ້ກັບປ່າສະຫງວນ ແລະ ປ່າປ້ອງກັນ. ມີແຕ່ລັດຖະບານເທົ່ານັ້ນ ຈຶ່ງມີສິດຕົກລົງໃຫ້ສ້າງຕັ້ງ ໂຮງງານປຸງແຕ່ງໄມ້ໃໝ່ (ຕາມທິດສົ່ງເສີມໂຮງງານປຸງແຕ່ງໄມ້ທີ່ທັນສະໄໝ) ບົນພື້ນຖານການສະເໜີຂອງແຂວງ ແລະ ໄດ້ຮັບຄວາມເຫັນດີເປັນເອກະພາບຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງກະສິກຳ ແລະ ປ່າໄມ້.
12. 2 ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າສົມທົບກັບ ກະຊວງກະສິກຳ ແລະ ປ່າໄມ້ຊີ້ນຳສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ເພື່ອປັບປຸງພາລະບົດບາດ ແລະ ກົນໄກການເຄື່ອນໄຫວຂອງ ສະມາຄົມ ອຸດສາຫະກຳປຸງແຕ່ງໄມ້ແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ດ້ານທຶນຮອນ ແລະ ການເຄື່ອນໄຫວດຳເນີນທຸລະກິດ ແລະ ການຜະລິດເພື່ອເປັນຕົວແທນໃຫ້ທັງໝົດຫົວໜ່ວຍ ໃນຂົງເຂດອຸດສາຫະກຳໄມ້ ໂດຍແຍກອອກເປັນກຸ່ມທີ່ເຄື່ອນໄຫວ ຕາມພາລະບົດບາດສະເພາະຂອງໃຜລາວ, ແຕ່ມີກົນໄກລະບຽບການປະສານງານເປັນຕົ້ນ: ກອງຂຸດຄົ້ນໄມ້ (ຫລື ກຸ່ມຫົວໜ່ວຍທຸລະກິດຂຸດຄົ້ນໄມ້), ກຸ່ມຜູ້ປູກໄມ້, ກຸ່ມໂຮງເລື່ອຍ, ກຸ່ມໂຮງງານປຸງແຕ່ງໄມ້, ກຸ່ມເຟີນິເຈີຂະໜາດນ້ອຍ, ກຸ່ມຮ້ານຂາຍໄມ້ ແລະ ຜະລິດຕະພັນໄມ້, ກຸ່ມຜູ້ສົ່ງອອກຜະລິດຕະພັນໄມ້ ໂດຍໃຫ້ຂະແໜງການທີ່ກ່ຽວຂ້ອງ ອອກລະບຽບການສະເພາະໃນການຈັດຕັ້ງ ແລະ ເຄື່ອນໄຫວຂອງແຕ່ລະກຸ່ມ.
12. 3 ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າສົມທົບກັບ ກະຊວງກະສິກໍາ ແລະ ປ່າໄມ້ຊີ້ນໍາ ແລະ ຊຸກຍູ້ສົ່ງເສີມ ສະມາຄົມອຸດສາຫະກຳປຸງແຕ່ງໄມ້ແຫ່ງຊາດ ວາງແຜນຍຸດທະສາດດ້ານການຜະລິດໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ເພື່ອສົ່ງເສີມການຜະລິດ-ທຸລະກິດ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນປ່າໄມ້ ໃຫ້ອຸດົມສົມບູນຂຶ້ນເລື້ອຍໆ ແລະ ບໍ່ມີວັນບົກແຫ້ງ, ເຮັດໃຫ້ທຸລະກິດໄມ້ເປັນທ່າແຮງ ຂອງເສດຖະກິດແຫ່ງຊາດທີ່ໝັ້ນຄົງ.
12. 4 ໃນກໍລະນີທີ່ວັດຖຸດິບໄມ້ (ໄມ້ທ່ອນທໍາມະຊາດ ຫລື ໄມ້ປູກ) ຢູ່ພາຍໃນປະເທດ ບໍ່ສາມາດຕອບ ສະໜອງຢ່າງພຽງພໍ ໃຫ້ແກ່ແຜນການຜະລິດ-ທຸລະກິດ ແລະ ການຕະຫລາດຊົມໃຊ້ພາຍໃນ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າສາມາດນຳສະເໜີລັດຖະບານ ເພື່ອຂໍອະນຸຍາດນຳເຂົ້າໄມ້ທ່ອນທຳມະຊາດ ຫລື ໄມ້ທ່ອນປູກຈາກຕ່າງປະເທດ ບົນພື້ນຖານມີເອກະສານຢັ້ງຢືນ ຈາກຕົ້ນທາງຢ່າງຄົບຖ້ວນ ແລະ ໄດ້ຜ່ານການກວດກາຕົວຈິງ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງ (ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງການເງິນ) ຈຶ່ງສາມາດອອກອະນຸຍາດໃຫ້ນຳເອົາໄມ້ທ່ອນ ເຂົ້າມາທຳການຜະລິດຢູ່ພາຍໃນປະເທດໄດ້. ຜູ້ນຳເຂົ້າວັດຖຸດິບໄມ້ດັ່ງກ່າວ ຕ້ອງປະຕິບັດພັນທະຕ່າງໆ ຕາມລະບຽບການຢ່າງຄົບຖ້ວນ ແລະ ຕ້ອງແມ່ນໂຮງງານປຸງແຕ່ງໄມ້ທີ່ເປັນສະມາຊິກ ຂອງສະມາຄົມອຸດສາຫະກຳປຸງແຕ່ງໄມ້ແຫ່ງຊາດເທົ່ານັ້ນ.

13. ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າອອກຄຳສັ່ງສະເພາະ ແລະ ປະສານສົມທົບກັບ ອຳນາດ ການປົກຄອງທ້ອງຖິ່ນ ເພື່ອຊີ້ນຳພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ດຳເນີນການຄຸ້ມຄອງການນຳເຂົ້າ, ການຊື້-ຂາຍອຸປະກອນ ຫລື ເຄື່ອງຈັກຕັດໄມ້ທຸກຊະນິດ, ກ່ອນອະນຸມັດນຳເຂົ້າອຸປະກອນ ຫລື ເຄື່ອງຈັກດັ່ງກ່າວຕ້ອງໄດ້ຮັບການຢັ້ງຢືນເຫັນດີ ຈາກຂະແໜງກະສິກຳ ແລະ ປ່າໄມ້.

14. ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ຕິດຕາມກວດກາເປັນປະຈຳ ການສະໜອງໄມ້ໃຫ້ໂຮງງານປຸງແຕ່ງໄມ້ (ກວດກາສົ້ນເຂົ້າ) ແລະ ການຜະລິດເປັນສິນຄ້າ (ກວດກາສົ້ນອອກ) ຕາມກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຮງງານ ເພື່ອຮູ້ໄດ້ສະພາບຄວາມເປັນຈິງ ກ່ຽວກັບການນຳໃຊ້ໄມ້ ແລະ ຄຸນນະພາບການປຸງແຕ່ງ ກໍ່ຄືການເຄື່ອນໄຫວທຸລະກິດ ຂອງໂຮງງານ.

15. ໃຫ້ກະຊວງການເງິນຄຸ້ມຄອງ, ກວດກາການຊື້-ຂາຍ ພ້ອມທັງວາງລະບຽບການສະເພາະ ກ່ຽວກັບ ການເກັບລາຍຮັບຈາກຊັບພະຍາກອນປ່າໄມ້ ແລະ ທຸລະກິດໄມ້ຕາມພາລະບົດບາດຂອງຕົນ ໃຫ້ຄົບຖ້ວນ ແລະ ທັນເວລາຕາມລະບຽບກົດໝາຍ. ການເກັບເງິນຄ່າຊັບພະຍາກອນປ່າໄມ້ ແມ່ນໃຫ້ເກັບເປັນເງິນກີບ ຕາມອັດຕາແລກປ່ຽນຂອງທະນາຄານແຫ່ງ ສປປ ລາວ ວາງອອກ ໃນວັນມອບ-ຮັບເງິນຈາກການຂາຍໄມ້ ແລະ ອອກໃບຢັ້ງຢືນຮັບເງິນຈາກການຂາຍໄມ້ ໃຫ້ຂະແໜງການກ່ຽວຂ້ອງ ເພື່ອອອກອະນຸຍາດເຄື່ອນຍ້າຍໄມ້ໃນແຕ່ລະຄັ້ງ.

16. ໃຫ້ແຕ່ລະຂະແໜງການເຊີດຊູຄວມຮັບຜິດຊອບ ໃນການຄຸ້ມຄອງການຂຸດຄົ້ນໄມ້ ແລະ ທຸລະກິດໄມ້ດັ່ງນີ້:

16.1. ຂະແໜງກະສິກຳ ແລະ ປ່າໄມ້

  • (1) ສໍາຫລວດ, ວາງແຜນຈັດສັນປ່າໄມ້ແບບຍືນນານ ແລະ ສໍາຫລວດໝາຍຕົ້ນໄມ້ທີ່ຈະຂຸດຄົ້ນ  ໃນເຂດປ່າຜະລິດ ແລະ ສຳຫລວດບໍລິມາດໄມ້ ໃນເຂດໂຄງການພັດທະນາຕ່າງໆ.
  • (2) ຄຸ້ມຄອງ ແລະ ຕິດຕາມກວດກາ ການຕັດປໍ້າໄມ້ຂອງກອງຂຸດຄົ້ນໄມ້ ໃຫ້ຖືກຕ້ອງຕາມເຕັກນິກວິຊາການ ເພື່ອຫລຸດຜ່ອນການສູນເສຍທາງດ້ານບໍລິມາດ ແລະ ຄຸນນະພາບໄມ້ ພ້ອມທັງຕິດຕາມກວດກາການຂຸດຄົ້ນໄມ້ ໃຫ້ຢູ່ໃນຂອບເຂດທີ່ອະນຸຍາດໃຫ້ຂຸດຄົ້ນ.
  • (3) ຄຸ້ມຄອງການຂຸດຄົ້ນ ແລະ ລາກແກ່ລວມໝອນໄມ້ (ໄມ້ທ່ອນ, ຕໍໄມ້, ປູດໄມ້) ຢູ່ສະໜາມ I ແລະ ຂົນສົ່ງເຖິງສະໜາມ II.
  • (4) ຈັດປະເພດ, ວັດແທກ ແລະ ຂຶ້ນບັນຊີໄມ້ຢູ່ສະໜາມ II.
  • (5) ມອບບັນຊີໄມ້ ແລະ ໄມ້ຕົວຈິງທີ່ໄດ້ຂຶ້ນບັນຊີແລ້ວຢູ່ສະໜາມ II ໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ໂດຍມີການກວດກາບັນຊີ ແລະ ມີບົດບັນທຶກມອບ-ຮັບໄມ້ຕົວຈິງນຳກັນຢ່າງຄັກແນ່.
  • (6) ຕີກາປ່ອຍ (ປມ) ໃສ່ໄມ້ທ່ອນ, ຕໍໄມ້ ແລະ ປູດໄມ້ ຢູ່ພາຍໃນແຕ່ສະໜາມ II ຫາສະໜາມ III ຫລື ສະໜາມ II ເຂົ້າສູ່ການຜະລິດ ພາຍຫລັງທີ່ໄດ້ຮັບການຢັ້ງຢືນ ການຊຳລະເງິນຂາຍໄມ້ ຈາກຂະແໜງການເງິນ ແລະ ມີໃບຕິດຕາມການເຄື່ອນຍ້າຍໄມ້ຈາກ ຂະແໜງອຸດສາຫະກຳ ແລະ ການຄ້າ.
  • (7) ຕີກາປ່ອຍ (ປມລ) ໃສ່ໄມ້ທ່ອນ, ຕໍໄມ້, ປູດໄມ້ ແລະ ໄມ້ເລື່ອຍ (ໄມ້ແປຮູບ) ສົ່ງອອກຕ່າງປະເທດ ໃນກໍລະນີພິເສດທີ່ລັດຖະບານອະນຸຍາດ.
  • (8) ກວດກາລາດຕະເວນຕາມສະຖານທີ່ຂຸດຄົ້ນໄມ້, ເສັ້ນທາງຂົນສົ່ງໄມ້, ສະໜາມໄມ້, ໂຮງເລື່ອຍ, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນິເຈີ, ສາງເກັບມ້ຽນໄມ້, ໂຮງງານທີ່ນຳໃຊ້ໄມ້ເປັນພະລັງງານ ແລະ ສະຖານທີ່ອື່ນໆທີ່ເຫັນວ່າຈຳເປັນ ຕາມລະບຽບກົດໝາຍ ໂດຍມີການປະສານສົມທົບແໜ້ນກັບ ຂະແໜງການ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ.
  • (9) ສືບສວນ-ສອບສວນ, ປະກອບສຳນວນທຸກໆຄະດີ ທີ່ພົວພັນກັບການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບປ່າໄມ້ ຍື່ນຕໍ່ໄອຍະການເພື່ອສົ່ງຟ້ອງຕໍ່ສານ.
  • (10) ເກັບພັນທະຄ່າບູລະນະຊັບພະຍາກອນປ່າໄມ້ ເຂົ້າກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້.
  • (11) ປະສານສົມທົບ ແລະ ໃຫ້ຄວາມຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງອື່ນໆ.

16. 2 ຂະແໜງອຸດສາຫະກຳ ແລະ ການຄ້າ

  • (1) ຮັບເອົາບັນຊີໄມ້ ແລະ ໄມ້ຕົວຈິງທີ່ໄດ້ຂຶ້ນບັນຊີຢູ່ສະໜາມ II ຈາກຂະແໜງກະສິກຳ ແລະ ປ່າໄມ້, ພ້ອມທັງຮັບຜິດຊອບການປົກປັກຮັກສາໄມ້ ຢູ່ສະໜາມ II ຕາມບັນຊີໄມ້ ທີ່ໄດ້ຮັບຕໍ່ຈາກ ຂະແໜງກະສິກຳ ແລະ ປ່າໄມ້.
  • (2) ເຊັນສັນຍາຊື້-ຂາຍ ແລະ ຄິດໄລ່ຄ່າພັນທະໄມ້ ເພື່ອສົ່ງໃຫ້ຂະແໜງການເງິນ, ສັນຍາຊື້-ຂາຍ ແຕ່ລະສະບັບຕ້ອງສົ່ງໃຫ້ຂະແໜງການເງິນ ເພື່ອຈົດທະບຽນສັນຍາຊື້-ຂາຍ ຕາມລະບຽບກົດໝາຍ ແລະ ສົ່ງໃຫ້ຂະແໜງກະສິກຳ ແລະ ປ່າໄມ້ ເພື່ອຕິດຕາມ.
  • (3) ວາງລະບຽບການຊື້-ຂາຍໄມ້; ກຳນົດລາຄາຂາຍໄມ້ຕາມແຕ່ລະປະເພດໄມ້ ແລະ ຊະນິດໄມ້ ໂດຍອີງໃສ່ລາຄາທີ່ລັດຖະບານກຳນົດ; ເປັນເຈົ້າການ ໃນການຕິດຕາມການຂຶ້ນ-ລົງ ຂອງລາຄາໄມ້ໃນຕະຫລາດໂລກ ແລະ ລາຍງານຂໍຄຳເຫັນຊີ້ນຳຈາກລັດຖະບານ ເພື່ອປັບລາຄາໃຫ້ເໝາະສົມ, ເຮັດໃຫ້ລາຄາມີລັກສະນະໄຫວພິບ ແລະ ຮັບປະກັນຜົນປະໂຫຍດສູງສຸດ ໃຫ້ແກ່ລັດຖະບານ.
  • (4) ຄຸ້ມຄອງ ແລະ ກວດກາບັນດາໂຮງເລື່ອຍ, ໂຮງງານປຸງແຕ່ງໄມ້, ໂຮງງານເຟີນີເຈີ, ສາງເກັບມ້ຽນຜະລິດຕະພັນໄມ້, ໂຮງງານທີ່ນຳໃຊ້ໄມ້ເປັນພະລັງງານ ແລະ ສະຖານທີ່ອື່ນໆທີ່ເຫັນວ່າຈຳເປັນຕາມກົດໝາຍ ອຸດສາຫະກຳປຸງແຕ່ງ ໂດຍມີການປະສານສົມທົບແໜ້ນກັບ ຂະແໜງການທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນ.
  • (5) ຄຸ້ມຄອງ ແລະ ອອກໃບຕິດຕາມການເຄື່ອນຍ້າຍສິນຄ້າປະເພດ (ໄມ້ທ່ອນ, ຕໍໄມ້ ແລະ ປູດໄມ້), ຜະລິດຕະພັນໄມ້ສຳເລັດຮູບ ແລະ ເຄິ່ງສຳເລັດຮູບຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ.
  • (6) ສ້າງລະບຽບການເພື່ອສົ່ງເສີມ ແລະ ປັບປຸງສະມາຄົມອຸດສາຫະກຳປຸງແຕ່ງໄມ້ແຫ່ງຊາດ ໃຫ້ເຕີບໃຫຍ່ເຂັ້ມແຂງ, ມີອຳນາດຕໍ່ລອງກັບຄູ່ຄ້າຕ່າງປະເທດ ແລະ ເຮັດໃຫ້ບໍລິສັດຕ່າງປະເທດ ຫັນມາສັ່ງຊື້ສິນຄ້າຜະລິດຕະພັນໄມ້ໂດຍກົງ ຈາກບໍລິສັດຢູ່ພາຍໃນປະເທດ.
  • (7) ກວດກາລາດຕະເວນການຂົນສົ່ງ ແລະ ເຄື່ອນຍ້າຍສິນຄ້າປະເພດໄມ້ (ໄມ້ທ່ອນ, ຕໍໄມ້ ແລະ ປູດໄມ້), ຜະລິດຕະພັນໄມ້ສຳເລັດຮູບ ແລະ ເຄິ່ງສຳເລັດຮູບຕາມເສັ້ນທາງຂົນສົ່ງ, ດ່ານກວດກາ ແລະ ຈຸດຫລໍ່ແຫລມອື່ນໆທີ່ເຫັນວ່າຈຳເປັນ ຕາມລະບຽບກົດໝາຍທີ່ກ່ຽວຂ້ອງ.
  • (8) ປະສານສົມທົບ ແລະ ໃຫ້ຄວາມຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງອື່ນໆ.

16. 3 ຂະແໜງການເງິນ

  • (1) ອຳນວຍຄວາມສະດວກໃນການອະນຸມັດເງິນ ຈາກກອງທຶນພັດທະນາປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ເພື່ອຮັບໃຊ້ວຽກງານການສຳຫລວດປ່າໄມ້, ວຽກງານຄຸ້ມຄອງ ແລະ ປົກປັກຮັກສາສາມປະເພດປ່າໄມ້.
  • (2) ຕິດຕາມກວດກາ ການຈັດຕັ້ງປະຕິບັດສັນຍາຊື້-ຂາຍ ແລະ ເກັບລາຍຮັບຈາກການຂາຍໄມ້ ເຂົ້າງົບປະມານຂອງລັດ.
  • (3) ອອກໃບຢັ້ງຢືນຮັບເງິນຈາກການຂາຍໄມ້ ເພື່ອເປັນບ່ອນອີງໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າ ອອກໃບຕິດຕາມການເຄື່ອນຍ້າຍໄມ້ ແລະ ຂະແໜງກະສິກຳ ແລະ ປ່າໄມ້ ຕີກາປ່ອຍໄມ້ໃນແຕ່ລະຄັ້ງ.
  • (4) ປະສານສົມທົບ ແລະ ໃຫ້ຄວາມຮ່ວມມືກັບຂະແໜງການທີ່ກ່ຽວຂ້ອງອື່ນໆ.

16. 4 ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ

  • (1) ເປັນເຈົ້າການຈັດຕັ້ງ ແລະ ຊີ້ນໍາການເຄື່ອນໄຫວ ຂອງສະມາຄົມອຸດສາຫະກໍາປຸງແຕ່ງໄມ້ແຫ່ງຊາດ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ລະບຸໄວ້ໃນກົດລະບຽບຂອງສະມາຄົມ.
  • (2) ສະມາຄົມອຸດສາຫະກໍາປຸງແຕ່ງໄມ້ແຫ່ງຊາດ ມີສິດ ແລະ ໜ້າທີ່ສະໜັບສະໜູນ ບັນດາໂຮງງານປຸງແຕ່ງໄມ້ ທີ່ໄດ້ຜ່ານການດັດສົມປັບປຸງ ໄດ້ມາດຕະຖານ ແລະ ມີສິດສະເໜີຕໍ່ ລັດຖະບານ ກ່ຽວກັບການໃຫ້ບູລິມະສິດໃນການເຂົ້າຮ່ວມປະມູນ ໃຫ້ແກ່ບັນດາໂຮງງານເຫລົ່ານັ້ນ ໂດຍອີງໃສ່ແຜນການຜະລິດ ແລະ ຈຳໜ່າຍ ຕາມການສັ່ງຈອງຂອງຕະຫລາດພາຍໃນ ແລະ ຕ່າງປະເທດ.
  • (3) ສະມາຄົມອຸດສາຫະກໍາປຸງແຕ່ງໄມ້ແຫ່ງຊາດ ຕ້ອງຕິດຕາມ ແລະ ສະຫລຸບລາຍງານຜົນການ ເຄື່ອນໄຫວ ຜະລິດ-ທຸລະກິດຂອງບັນດາໂຮງງານປຸງແຕ່ງໄມ້ ໃນທົ່ວປະເທດໃຫ້ລັດຖະບານຊາບໃນແຕ່ລະປີ, ຈາກນັ້ນກໍມີການຈັດຕັ້ງກອງປະຊຸມເພື່ອເລືອກເຟັ້ນ ແລະ ຈັດບູລິມະສິດ ບັນດາໂຮງງານປຸງແຕ່ງໄມ້ ໃນທົ່ວປະເທດເປັນປະຈຳທຸກໆປີ ເພື່ອນຳສະເໜີລັດຖະບານພິຈາລະນາ ກ່ຽວກັບການປະຕິບັດນະໂຍບາຍຍ້ອງຍໍ ສັນລະເສີນດ້ວຍຮູບການຕ່າງໆ ລວມທັງນະໂຍບາຍ ສົ່ງເສີມການຜະລິດ-ທຸລະກິດ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ.

17. ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສ້າງຕັ້ງດ່ານກວດກາຊັບພະຍາກອນປ່າໄມ້ ບາງຈຸດທີ່ເຫັນວ່າມີຄວາມຈຳເປັນ; ພ້ອມກັນນັ້ນກໍໃຫ້ເປັນເຈົ້າການສົມທົບກັບ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ເພື່ອກຳນົດລະບອບ ແລະ ຈັດວາງລະບົບການລາດຕະເວນ ກວດກາສະຖານທີ່ຂຸດຄົ້ນໄມ້, ເສັ້ນທາງຂົນສົ່ງໄມ້, ສະໜາມໄມ້, ໂຮງງານປຸງແຕ່ງໄມ້ ແລະ ສະຖານທີ່ເກັບມ້ຽນໄມ້ທີ່ເຫັນວ່າມີຄວາມຈຳເປັນ ໂດຍສອດຄ່ອງກັບລະບຽບກົດໝາຍ.

18. ໃຫ້ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງການເງິນ ເອົາໃຈໃສ່ປັບປຸງໜ່ວຍງານ ແລະ ບຸກຄະລາກອນຂອງຕົນ ທີ່ຮັບຜິດຊອບວຽກງານຄຸ້ມຄອງປ່າໄມ້ ແລະ ທຸລະກິດໄມ້ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໂດຍໃຫ້ປະຕິບັດລະບຽບການ ປະສານສົມທົບຢ່າງກົມກຽວ, ປະຕິບັດໜ້າທີ່ຂອງໃຜລາວຢ່າງຈິງຈັງ, ເຂັ້ມງວດ ແລະ ມີຄວາມໂປ່ງໃສ, ເດັດດ່ຽວປົກປ້ອງສົ່ງເສີມຜູ້ດີມີຄວາມສັດຊື່ ແລະ ມີຄວາມສາມາດ. ພ້ອມນັ້ນກໍເຂັ້ມງວດຕໍ່ຜູ້ບໍ່ດີ ທີ່ມີການສົມຮູ້ຮ່ວມຄິດ ສວຍໂອກາດ ຫາຜົນປະໂຫຍດໃຫ້ແກ່ຕົນ ແລະ ຝ່າຝືນລະບຽບລັດຖະກອນ ກໍຄືກົດໝາຍອື່ນໆທີ່ກ່ຽວຂ້ອງ.

19. ໃຫ້ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງການເງິນ ປະຕິບັດລະບອບການປະຊຸມ ພົບປະສົນທະນາແລກປ່ຽນຄວາມເຫັນ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ສະມາຄົມອຸດສາຫະກຳປຸງແຕ່ງໄມ້ແຫ່ງຊາດ ເພື່ອນຳສະເໜີທິດທາງ ແລະ ມາດຕະການແກ້ໄຂບັນຫາຕ່າງໆທີ່ກົດໜ່ວງ ລວມທັງຄົ້ນຄວ້ານຳສະເໜີນະໂຍບາຍສົ່ງເສີມຕໍ່ລັດຖະບານ ເພື່ອພິຈາລະນາຮັບຮອງເອົາ ແນໃສ່ປັບປຸງຍົກລະດັບ ອຸດສາຫະກຳປຸງແຕ່ງໄມ້ ຢູ່ພາຍໃນປະເທດ ໃຫ້ມີຄວາມເຂັ້ມແຂງທັນສະໄໝຍິ່ງໆຂຶ້ນ.

20. ໃຫ້ຍຸບເລີກຄະນະສະເພາະກິດ ກວດກາໄມ້ຂັ້ນສູນກາງທີ່ແຕ່ງຕັ້ງຂຶ້ນມາ ຕາມການຕົກລົງຂອງ ລັດຖະບານ ໃນໄລຍະຜ່ານມາ ແລະ ມອບໃຫ້ຄະນະກຳມະການກວດກາແຫ່ງລັດ ດຳເນີນການກວດກາ ເປັນປະຈຳ ການຈັດຕັ້ງປະຕິບັດ ບັນດາຂໍ້ຫ້າມຂອງລັດຖະບານ ກ່ຽວກັບການຄຸ້ມຄອງປ່າໄມ້ ແລະ ການທຸລະກິດໄມ້ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນເປັນຕົ້ນ.

20. 1 ຫ້າມສະເໜີ ແລະ ຫ້າມອະນຸຍາດເກັບກູ້ໄມ້ນອນ-ຂອນຕາຍ, ໄມ້ກິ່ງງ່າ ແລະ ຫ້າມໃຫ້ໄມ້ ເປັນນະໂຍບາຍແກ່ບຸກຄົນໃດໜຶ່ງ.
20. 2 ຫ້າມຂະແໜງການ ແລະ ທ້ອງຖິ່ນ ອອກອະນຸຍາດຂຸດຄົ້ນໄມ້ທຸກຊະນິດ ລື່ນຕົວເລກແຜນການ ຂຸດຄົ້ນໄມ້ ທີ່ລັດຖະບານອະນຸມັດໃຫ້ຂຸດຄົ້ນ.
20. 3 ຫ້າມຂຸດຄົ້ນໄມ້ຫວງຫ້າມທຳມະຊາດບາງຊະນິດ ທີ່ໃກ້ຈະສູນພັນເຊັ່ນ: ໄມ້ຂະຍຸງ, ໄມ້ຄຳພີ, ໄມ້ດູ່ລາຍ, ໄມ້ໂລ່ງເລງ, ໄມ້ພຸດຜາ, ໄມ້ກະຈະ, ໄມ້ແຕ້ຂ່າ, ໄມ້ເກດສະໜາ, ໄມ້ດູ່, ໄມ້ໝູນ, ໄມ້ມັນປ່າ, ໄມ້ເກັດລິ່ນ, ໄມ້ຂົນຕາຊ້າງ, ໄມ້ຈຳປາປ່າ (ໄມ້ຮຳຊາຍ ຫລື ໄມ້ຊາຍ) ແລະ ໄມ້ຫວງຫ້າມອື່ນໆ.
20. 4 ຫ້າມບໍ່ໃຫ້ຂະແໜງການ ຫລື ພາກສ່ວນໃດໜຶ່ງຂອງສູນກາງ ແລະ ທ້ອງຖິ່ນເປີດບັນຊີເງິນລາຍຮັບ ຈາກການຂາຍໄມ້ຢູ່ນອກລະບົບງົບປະມານ ແລະ ນຳໃຊ້ເງິນລາຍຮັບຈາກການຂາຍໄມ້ ກ່ອນໄດ້ຮັບອະນຸຍາດຈາກລັດຖະບານ.
20. 5 ຫ້າມນໍາເຂົ້າ, ຂາຍ, ມີໄວ້ຄອບຄອງເຄື່ອງຈັກຂຸດຄົ້ນໄມ້ ຫລື ປຸງແຕ່ງໄມ້ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຂະແໜງການທີ່ກ່ຽວຂ້ອງ, ຖ້າມີການຊຸກເຊື່ອງ ເພື່ອລັກລອບນຳໃຊ້ ແມ່ນໃຫ້ຢຶດໄວ້ ແລ້ວດຳເນີນຄະດີ ຕໍ່ຜູ້ກະທຳຜິດຕາມລະບຽບກົດໝາຍຢ່າງເຂັ້ມງວດ.
20. 6 ຫ້າມຈັດສັນພູມລຳເນົາໃໝ່ ໃຫ້ຜູ້ທີ່ຍົກຍ້າຍຊະຊາຍ ຫລື ຍົກຍ້າຍຍ້ອນເຫດຜົນອັນຈຳເປັນ ນັ້ນໄວ້ໃກ້ກັບປ່າປ້ອງກັນ ແລະ ປ່າສະຫງວນ ທັງນີ້ກໍເພື່ອຫລີກລ້ຽງ ບໍ່ໃຫ້ເກີດການລັກລອບຕັດໄມ້ທຳລາຍປ່າ ແລະ ບຸກລຸກທີ່ດິນປ່າໄມ້ ເພື່ອບຸກເບີກເນື້ອທີ່ທຳມາຫາກິນ.
20. 7 ຫ້າມບຸກລຸກ, ຈັບຈອງ ແລະ ຫັນປ່ຽນທີ່ດິນປ່າໄມ້ ເພື່ອທຳການຜະລິດ, ປູກໄມ້ ຫລື ປຸກສ້າງທີ່ຢູ່ອາໄສ ໂດຍບໍ່ໄດ້ຮັບອະນຸຍາດຈາກອົງການທີ່ກ່ຽວຂ້ອງ ແລະ ຫ້າມຂະແໜງການຄ້າ ແລະ ທ້ອງຖິ່ນອະນຸມັດ ການດຳເນີນກິດຈະການຕ່າງໆ ໃນສາມປະເພດປ່າເກີນຂອບເຂດສິດ ແລະ ຄວາມຮັບຜິດຊອບຂອງຕົນຕາມທີ່ ລະບຸໄວ້ໃນກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ.

21. ມອບໃຫ້ເຈົ້າຄອງນະຄອນຫລວງວຽງຈັນ, ບັນດາເຈົ້າແຂວງຮັບຜິດຊອບ ຊີ້ນຳວຽກງານຄຸ້ມຄອງ ແລະ ປົກປັກຮັກສາສາມປະເພດປ່າໄມ້ຄື: ປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ ທັງໝົດທີ່ນອນຢູ່ໃນຂອບເຂດ ຄວາມຮັບຜິດຊອບຂອງທ້ອງຖິ່ນຕົນ ຕະຫລອດເຖິງການທຸລະກິດໄມ້ ແລະ ສະກັດກັ້ນການລັກລອບ ຕັດໄມ້ຢູ່ພາຍໃນທ້ອງຖິ່ນຂອງຕົນ, ພ້ອມນັ້ນກໍມີສິດ ແລະ ມີຄວາມຮັບຜິດຊອບຊີ້ນຳ, ຕິດຕາມ ແລະ ກວດກາການປະຕິບັດໜ້າທີ່ຂອງ ພະນັກງານທີ່ເຮັດວຽກງານຄຸ້ມຄອງປ່າໄມ້ ແລະ ການທຸລະກິດໄມ້ຢູ່ໃນທ້ອງຖິ່ນນັ້ນໆ; ຖ້າມີກໍລະນີລະເມີດລະບຽບກົດໝາຍ ໂດຍມີຫລັກຖານການກະທຳຜິດທີ່ຈະແຈ້ງ ຊັດເຈນກໍໃຫ້ຮີບຮ້ອນສົມທົບ ກັບກະຊວງສາຍຕັ້ງທີ່ກ່ຽວຂ້ອງ ແກ້ໄຂຢ່າງເດັດຂາດ.

22. ການອະນຸຍາດນຳເຂົ້າ, ຂຶ້ນທະບຽນ ແລະ ນຳໃຊ້ຍານພາຫະນະຂຸດຄົ້ນ ແລະ ຂົນສົ່ງໄມ້ ລວມທັງ ການຂົນສົ່ງໄມ້ທ່ອນ, ໄມ້ແປຮູບ, ຕໍໄມ້, ປູດໄມ້ ແລະ ຜະລິດຕະພັນໄມ້ ແມ່ນໃຫ້ປະຕິບັດຕາມຂໍ້ຕົກລົງຮ່ວມ ລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງໂຍທາທິການຂົນສົ່ງ ສະບັບເລກທີ 0019/ກປ ແລະ ເລກທີ 2139/ຍທຂ, ລົງວັນທີ 14 ກຸມພາ 2008.

23. ມີແຕ່ລັດຖະບານເທົ່ານັ້ນມີສິດພິຈາລະນາ ແລະ ຕົກລົງເປັນກໍລະນີພິເສດ ກ່ຽວກັບການສົ່ງໄມ້ທ່ອນ, ໄມ້ເລື່ອຍ, ຕໍໄມ້, ປູດໄມ້ ແລະ ໄມ້ຄິ່ງສຳເລັດຮູບອອກໄປຕ່າງປະເທດ; ການຕົກລົງເປັນກໍລະນີ ສະເພາະເທົ່ານັ້ນ ຈະຂຶ້ນກັບຈຸດປະສົງເປົ້າໝາຍ, ຂຶ້ນກັບຈຳນວນ ແລະ ສະພາບຕົວຈິງຂອງການຂຸດຄົ້ນ ແລະ ນຳໃຊ້ໄມ້.

24. ໃຫ້ປະຕິບັດນະໂຍບາຍສົ່ງເສີມດ້ວຍຫລາຍຮູບການ ຕໍ່ພາກສ່ວນ, ການຈັດຕັ້ງ, ບຸກຄົນ ແລະ ນິຕິບຸກຄົນທີ່ມີຜົນງານດີເດັ່ນໃນການປູກໄມ້, ການຟື້ນຟູບູລະນະ ແລະ ປົກປັກຮັກສາປ່າໄມ້, ການປຸງແຕ່ງໄມ້ສຳເລັດຮູບ ທີ່ໄດ້ມາດຕະຖານສາກົນ, ການປະຕິບັດພັນທະຕໍ່ລັດຢ່າງຖືກຕ້ອງ-ຄົບຖ້ວນ ແລະ ປະກອບສ່ວນຊ່ວຍສັງຄົມ, ເປັນຕົ້ນແມ່ນການສົ່ງເສີມດ້ວຍການໃຫ້ບູລິມະສິດ ໃນການຊື້ໄມ້ນຳລັດ, ໃຫ້ລາງວັນເຊີດຊູກຽດ ແລະ ຊື່ສຽງ, ໃຫ້ການສະໜັບສະໜູນດ້ານການຕະຫລາດ ແລະອື່ນໆ.

25. ໃນກໍລະນີມີການລະເມີດກົດໝາຍ, ລະບຽບການກ່ຽວກັບການຄຸ້ມຄອງປ່າໄມ້ ແລະ ທຸລະກິດໄມ້ ແລະ ບັນດາຂໍ້ຫ້າມທີ່ກຳນົດໃນຄຳສັ່ງສະບັບນີ້ ໂດຍບຸກຄົນ ຫລື ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດ ຢູ່ໃນຂອບເຂດຂອງທ້ອງຖິ່ນໃດ, ກໍໃຫ້ອຳນາດການປົກຄອງທ້ອງຖິ່ນນັ້ນ ຊີ້ນຳຂະແໜງການກ່ຽວຂ້ອງ ດຳເນີນການຕາມລະບຽບກົດໝາຍ ຢ່າງເຂັ້ມງວດ ແລະ ທັນການຄືດັ່ງນີ້:

25. 1 ຕໍ່ຜູ້ບຸກລຸກເຂດປ່າປ້ອງກັນ, ປ່າສະຫງວນແຫ່ງຊາດ, ປ່າຜະລິດ, ຜູ້ຈັບຈອງທີ່ດິນປ່າໄມ້ ແລະ ຜູ້ຫັນປ່ຽນທີ່ດິນປ່າໄມ້ ໂດຍບໍ່ໄດ້ຮັບອະນຸຍາດ, ຜູ້ນຳໃຊ້ທີ່ດິນປ່າໄມ້ ໂດຍບໍ່ຖືກເປົ້າໝາຍທີ່ກຳນົດໃຫ້, ຜູ້ຖາງປ່າ, ຈູດປ່າໃນເຂດທີ່ຫວງຫ້າມ ແມ່ນຈະຖືກສຶກສາອົບຮົມ, ປັບໃໝ ແລະ ລົງໂທດທາງອາຍາ ຕາມທີ່ໄດ້ກຳນົດໄວ້ ໃນກົດໝາຍວ່າດ້ວຍປ່າໄມ້ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ.
25. 2 ຕໍ່ບຸກຄົນ ແລະ ນິຕິບຸກຄົນທີ່ລະເມີດແຜນການຂຸດຄົ້ນໄມ້, ລະບຽບກົດໝາຍ ແລະ ຂໍ້ຫ້າມຕ່າງໆ ກ່ຽວກັບການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ໃນຖານເຈດຕະນາ ໂດຍມີຫລັກຖານ ຫລື ຂອງກາງ (ເຊັ່ນ: ໄມ້ທີ່ລັກລອບ, ໄມ້ທີ່ຕັດເກີນ, ໄມ້ທີ່ຕັດບໍ່ຖືກກໍານົດໝາຍ) ໃຫ້ຢຶດໄວ້ແລ້ວດໍາເນີນຄະດີຕໍ່ຜູ້ກະທຳຜິດ ຕາມລະບຽບກົດໝາຍຢ່າງເຂັ້ມງວດ, ແລ້ວປະມູນຂາຍໄມ້ ເອົາເງິນເຂົ້າງົບປະມານຂອງລັດ; ເດັດຂາດບໍ່ອະນຸຍາດໃຫ້ຜູ້ກະທຳຄວາມຜິດ ເຂົ້າຮ່ວມການປະມູນ ຫລື ຊື້ເອົາໄມ້ຄືນ, ແຕ່ໃຫ້ດຳເນີນການຕໍ່ຜູ້ກ່ຽວຕາມລະບຽບກົດໝາຍ; ກ່ອນອື່ນໃຫ້ຖອນໃບອະນຸຍາດ ດຳເນີນທຸລະກິດ ຂອງຜູ້ປະກອບການ ທີ່ໄດ້ກະທຳຜິດນັ້ນໃນທັນທີ.
25. 3 ຕໍ່ພະນັກງານ ແລະ ເຈົ້າໜ້າທີ່ຂອງລັດທີ່ມີສ່ວນພົວພັນໂດຍກົງ ຫລື ໂດຍທາງອ້ອມ ເປັນຕົ້ນ ແມ່ນມີສ່ວນຮ່ວມ ໃນການອອກເອກະສານ, ປອມແປງເອກະສານ, ສ້າງເງື່ອນໄຂ ຫລື ອຳນວຍຄວາມສະດວກຕ່າງໆ ຫລື ມີການສົມຮູ້ຮ່ວມຄິດ, ຮັບສິນບົນ-ສິນຈ້າງຕ່າງໆຈາກຜູ້ກະທຳຜິດ ແມ່ນໃຫ້ດຳເນີນມາດຕະການທາງດ້ານວິໄນ ຕາມລະບຽບລັດຖະກອນຢ່າງເຄັ່ງຄັດ, ພ້ອມກັນນັ້ນກໍໃຫ້ດຳເນີນຄະດີຕາມກົດໝາຍ.

26. ມອບໃຫ້ອົງການກວດກາແຫ່ງລັດ ແລະ ຄະນະເລຂາທິການລັດຖະບານ ເປັນຜູ້ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້, ໂດຍໃຫ້ສັງລວມສະພາບການຈັດຕັ້ງປະຕິບັດ ທັງດ້ານດີ ແລະ ດ້ານອ່ອນ ລາຍງານໃຫ້ນາຍົກລັດຖະມົນຕີຊາບເປັນປົກກະຕິ.

27. ມອບໃຫ້ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ກະຊວງ ການເງິນ ອອກບົດແນະນຳລະອຽດ ໃນການຈັດຕັ້ງປະຕິບັດຄຳສັ່ງສະບັບນີ້.

28. ໃຫ້ບັນດາລັດຖະມົນຕີ, ຫົວໜ້າອົງການລັດຖະບານ, ເຈົ້າຄອງນະຄອນຫລວງວຽງຈັນ ແລະ ເຈົ້າແຂວງ ຄົ້ນຄວ້າກຳແໜ້ນເນື້ອໃນຄຳສັ່ງສະບັບນີ້, ທັງເປັນເຈົ້າການ ຜັນຂະຫຍາຍບັນຫາທີ່ຂຶ້ນ ກັບຄວາມຮັບຜິດຊອບຂອງຕົນ ເປັນອັນລະອຽດຕື່ມອີກໂດຍໄວ ແລະ ຊີ້ນຳການຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນດີ.

29. ຄຳສັ່ງສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ໃຊ້ປ່ຽນແທນຄຳສັ່ງຂອງ ນາຍົກລັດຖະມົນຕີ ສະບັບເລກທີ 30/ນຍ, ລົງວັນທີ 17/8/2007 ແລະ ຄຳສັ່ງເພີ້ມເຕີມຂອງນາຍົກລັດຖະມົນຕີ ສະບັບເລກທີ 09/ນຍ, ລົງວັນທີ 02/05/2008.

ນາຍົກລັດຖະມົນຕີແຫ່ງ ສປປ ລາວ
(ເຊັນ ແລະ ປະທັບກາ)

ບົວສອນ  ບຸບຜາວັນ
ຂ້າງເທິງ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.