ໃນນາມຫ້ອງການປະຈຳການຂອງກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດ ສາຫະກໍາ ແລະ ການຄ້າ ໄດ້ຈັດຝຶກອົບຮົມ ກ່ຽວກັບ ວິທີການນໍາໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ ຂຶ້ນ ໃນລະຫວ່າງ 11-12 ທັນວາ 2013, ທີ່ພັດຕະຄານລາວສຳພັນ, ແຂວງຊຽງຂວາງ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບານສະຕີ ເທບພະວົງ ຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ. ຊຶ່ງໄດ້ມີຜູ້ເຂົ້າຮ່ວມຈາກພາກລັດ (ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ພາສີເຂດ, ຫ້ອງວ່າການແຂວງ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກສາທາລະນະສຸກ, ພະແນກກະສິກຳ ແລະ ປ່າໄມ້) ແລະ ພາກທຸລະກິດ (ສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ຫົວໜ່ວຍທຸລະກິດນຳເຂົ້າ-ສົ່ງອອກ) ຈາກ 04 ແຂວງພາກເໜືອ ຄື ແຂວງຊຽງຂວາງ, ແຂວງຫົວພັນ, ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອ ສ້າງຄວາມເຂົ້າໃຈ ກ່ຽວກັບວິທີການນຳໃຊ້ ສູນຂໍ້ມູນຂ່າວສານທາງດ້ານການຄ້າ ຂອງ ສປປ ລາວ (Lao PDR Trade Portal) ໃຫ້ທັງພາກລັດ ແລະ ພາກທຸລະກິດ ສາມາດເຂົ້າຫາ, ຄົ້ນຫາ, ແລະ ຕິດຕາມຂໍ້ມູນທີ່ຕິດພັນກັບ ການນຳເຂົ້າ ແລະ ສົ່ງອອກສິນຄ້າ ໂດຍຜ່ານເວັບໄຊທ໌ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ www.laotradeportal.gov.la   , www.laotradeportal.org  ຫລື www.laotradeportal.com.

ການຝຶກອົບຮົມດັ່ງກ່າວ ໄດ້ມີການນໍາສະເໜີທາງດ້ານເນື້ອໃນທີ່ສໍາຄັນເຊັ່ນ: ຄວາມໝາຍຄວາມສໍາຄັນ ຂອງສູນຂໍ້ມູນ ຂ່າວສານ ທາງດ້ານ ການຄ້າຂອງ ສປປ ລາວ ພ້ອມທັງສາທິດວິທີຄົ້ນຫາຂໍ້ມູນດ້ານນິຕິກໍາ, ລະບຽບ ກົດໝາຍ ແລະ ເຂົ້າຄົ້ນຫາລາຍການສິນຄ້າ, ແນະນໍາ ໜ້າຂໍ້ມູນທົ່ວໄປ, ໜ້າຂໍ້ມູນການເຂົ້າສູ່ຕະຫຼາດ ແລະ ນໍາສະ  ເໜີໜ້າຈຸດສອບຖາມ ສຸຂານາໄມ-ສຸຂານາໄມພືດ, ສິ່ງກີດຂວາງ ທາງດ້ານ ເຕັກນິກຕໍ່ການຄ້າ, ພ້ອມທັງນໍາສະເໜີການລົງທະບຽນເປັນສະມາຊິກ, ວິທີການຕິດຕໍ່ພົວພັນ ແລະ ນໍາໃຊ້ແບບຟອມ ສະແດງ ຄວາມຄິດ ເຫັນ ແລະ ຂໍ້ແນະນໍາ. ນອກນັ້ນ, ຍັງມີການ ຈັດແບ່ງເປັນກຸ່ມ ຜູ້ເຂົ້າຮ່ວມເຮັດຝຶກ ຫັດນໍາໃຊ້ສູນຂໍ້ມູນຂ່າວ ສານ ທາງດ້ານການຄ້າ ດັ່ງກ່າວຕົວຈິງ.

ໃນການຝຶກອົບຮົມໃນຄັ້ງນີ້ ບັນດາຜູ້ເຂົ້າຮ່ວມໄດ້ໃຫ້ຄວາມສົນໃຈ ແລະ ຕັ້ງໜ້າຮຽນຮູ້ເອົາບົດຮຽນ ການນໍາໃຊ້ສູນຂໍ້ມູນຂ່າວສານດັ່ງກ່າວ ຢ່າງພ້ອມພຽງ ເຊິ່ງໄດ້ສະແດງອອກໃນການເຮັດແບບຝຶກຫັດ ແລະ ຕອບຄໍາຖາມໄດ້ເປັນຢ່າງດີ ເຮັດໃຫ້ການຝຶກອົບຮົມໃນຄັ້ງນີ້ ດຳເນີນ ໄປໃນບັນຍາກາດອັນຟົດຟື້ນ ແລະ ໄດ້ຮັບໝາກຜົນຕາມລະດັບຄາດໝາຍທີ່ວາງໄວ້. ການຈັດຝຶກ ອົບຮົມຜີຍແຜ່ ວິທີ ການນຳ ໃຊ້ສູນ ຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ຖືວ່າເຮັດສຳເລັດທົ່ວ 17 ແຂວງໃນຂອບເຂດທົ່ວປະເທດ, ແຕ່ເຖິງຢ່າງໃດກໍ່ຕາມ, ຍັງມີຂໍ້ ຮຽກຮ້ອງໃຫ້ມີການສືບຕໍ່ເຜີຍແຜ່ວິທີນໍາໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ຢ່າງຕໍ່ເນື່ອງລຽນ ຕິດໃນ ຮູບແບບ ທີ່ເປີດກວ້າງ ໂດຍເນັ້ນໃສ່ພາກທຸລະກິດ. ນັກສຳມະນາກອນສ່ວນໃຫຍ່ ໄດ້ສະເໜີສຶບຕໍ່ ເຜີຍແຜ່ ການຝຶກອົບຮົມໃນ ລັກສະນະ ດັ່ງກ່າວໃຫ້ແຕ່ລະແຂວງແລະ ເມືອງ ຢ່າງໃກ້ຊິດຕິດແທດ, ສະເໜີໃຫ້ມີຂໍ້ ມູນການຄ້າຂອງ ແຕ່ລະແຂວງໃນທົ່ວປະເທດ, ແລະ ສະເໜີ ໃຫ້ມີການໂຄສະນາສູນຂໍ້ມູນຂ່າວສານດັ່ງກ່າວຜ່ານທາງໂທລະພາບ, ວິທະຍຸ ເພື່ອເພີ່ມ ຊ່ອງທາງໃຫ້ແກ່ການ ເຂົ້າເຖິງຂໍ້ມູນທີ່ ເປັນ ປະໂຫຍດໃຫ້ແກ່ພາກທຸລະກິດ ແລະ ສາທາລະນະຊົນທີ່ບໍ່ມີໂອກາດເຂົ້າຮ່ວມການຝຶກອົບຮົມໃນລັກສະນະດັ່ງກ່າວນີ້ ເພື່ອເຮັດ ແນວໃດ ໃຫ້ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ກາຍເປັນເຄື່ອງມືທີ່ສ້າງຄວາມໂປ່ງໃສ ແລະ ສະພາບ ແວດລ້ອມທີ່ດີ ໃຫ້ແກ່ ການດຳເນີນທຸລະກິດຢູ່ພາຍໃນ ສປປ ລາວຂອງພວກເຮົາ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.