ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການສະບັບເລກທີ 2795/ຫອຄ. ກຂອ.ຄຄ ລົງວັນທີ 04 ຕຸລາ 2013 ກ່ຽວກັບການນໍາໃຊ້ແບບຟອມຢັ້ງຢືນແຫລ່ງກຳເນີດສິນຄ້າ ຟອມ D (ພາຍໃຕ້ຂອບສັນຍາການຄ້າເສລີອາຊຽນ) ແລະ ຟອມ AK (ພາຍໃຕ້ຂອບສັນຍາການຄ້າເສລີອາຊຽນ-ເກົາຫຼີ) ສະບັບປັບປຸງໃໝ່, ຊື່ງມີການປັບປຸງບາງເນື້ອໃນຢູ່ໃນຫ້ອງທີ 9 ຂອງແບບຟອມດັ່ງກ່າວ. ກຳນົດເວລາການນຳໃຊ້ແບບຟອມ D ແລະ ຟອມ AK ສະບັບປັບປຸງໃໝ່ແມ່ນເລີ່ມນຳໃຊ້ແຕ່ວັນທີ 1 ມັງກອນ 2014 ເປັນຕົ້ນໄປ. ແບບຟອມສະບັບເກົ່າຍັງສາມາດນຳໃຊ້ຄວບຄູ່ກັບແບບຟອມສະບັບໃໝ່ໄດ້ອີກ 06 ເດືອນ ຈົນຮອດວັນທີ 30 ມີຖຸນາ 2014. ເລີ່ມຈາກວັນທີ 01 ກໍລະກົດ 2014 ເປັນຕົ້ນໄປ ໃຫ້ນໍາໃຊ້ແບບຟອມໃໝ່ຢ່າງດຽວເທົ່ານັ້ນ.

ທ່ານສາມາດດາວໂຫລດລາຍລະອຽດຂອງເອກະສານໄດ້ຂ້າງລຸ່ມນີ້

# ຫົວຂໍ້ ດາວໂຫຼດ
1 The Certificate of Origin Form D and Form AK have been amended PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.