ຕາມ​ບົດ​ລາຍ​ງານ​ແຜນ​ພັດທະ​ນາ​ເສດ­ຖະ­ກິດ-ສັງ­ຄົມ, ສົກປີ 2012-2013 ຂອງ​ກະ­ຊວງແຜນ­ການ ແລະ ການ​ລົງ­ທຶນ​ໄດ້ຮູ້​ວ່າ: ຄາດ­ຫມາຍ​ຕົ້ນຕໍ​ຂອງ​ຂະແຫນງ​ອຸດ­ສາ­ຫະ­ກໍາ ແລະ ການຄ້າ​ ໃນສົກ​ປີ​ນີ້​ແມ່ນ​ຈະ​ສູ້​ຊົນ​ເຮັດ​ໃຫ້ມູນ​ຄ່າ​ການ​ສົ່ງ​ອອກ ແລະ ນໍາເຂົ້າ​ຫມົດ​ປີບັນ­ລຸ​ໄດ້ 4.370 ລ້ານ​ໂດ​ລາ​ສະ­ຫະ­ລັດ, ໃນ​ນີ້ ສະເພາະ​ມູນ​ຄ່າ​ການ​ສົ່ງ​ອອກ​ຈະ​ສູ້ຊົນ​ໃຫ້​ໄດ້ 2.060 ລ້ານ​ໂດ​ລາສະ­ຫະ­ລັດ ແຕ່​ການສົ່ງ​ອອກ​ຕົວ​ຈິງ​ໄດ້ພຽງແຕ່ 1,89 ຕື້​ກວ່າ​ໂດ​ລາ​ສະ­ຫະລັດ ທຽບ­ໃສ່​ແຜນ­ການ​ຫລຸດ 7,84% ເຊິ່ງ​ແຕກ​ຕ່າງ​ຈາກການ​ນໍາ​ເຂົ້າ​ຫລາຍ​ພໍ​ສົມ­ຄວນເນື່ອງ​ຈາ​ກວ່າ​ໄດ້​ມີ​ການ​ເພີ່ມ​ຂຶ້ນຈາກ​ແຜນ 21,85%, ສາ­ເຫດແມ່ນ​ຍ້ອນ​ຄວາມ​ຮຽກ­ຮ້ອງຕ້ອງ­ການ​ດ້ານ​ວັດ­ຖຸ​ດິບ, ອຸ­ປະກອນ ແລະ ເຄື່ອງ­ມື​ຮັບ​ໃຊ້​ການຜະ­ລິດ, ການ​ກໍ່­ສ້າງ, ພາ­ຫະ­ນະ, ອາຍ​ແກ໊​ສ ແລະ ນ້ຳ­ມັນ​ເຊື້ອ​ໄຟ​ ​ຢູ່​ໃນ​ບັນ­ດາ​ໂຄງ­ການ​ລົງ­ທຶນຕ່າງໆ​ຢູ່​ພາຍ​ໃນ​ປະ­ເທດ​ມີ​ການເພີ່ມ​ຂຶ້ນ.

ສ່ວນ​ການ​ສົ່ງ​ອອກບໍ່​ບັນ­ລຸຕາມ​ແຜນ ​ສາ­ເຫດ​ມາ​ຈາກ​ປັດໄຈ​ພາຍ​ນອກ​ໄດ້​ກະ­ທົບ​ຕໍ່​ສະພາບ​ການ​ຜະ­ລິດ​ພາຍ​ໃນ ແລະ ການ​ສົ່ງ​ອອກ ​ເປັນ­ຕົ້ນ: ບັນ­ຫາຫນີ້​ສິນ​ຂອງ​ປະ­ເທດ​ເອີ​ຣົບ, ຄວາມ​ບໍ່​ສະ­ຫງົບ​ຢູ່​ບາງ​ປະ­ເທດຕາ­ເວັນ​ອອກ​ກາງ ແລະ ອາຟຣິ​ກາ​ເຫນືອ ແລະ ເຮັດ​ໃຫ້​ເກີດບັນຫາທາງດ້ານການ​ເງິນ ​ສົ່ງ​ຜົນ​ກະ­ທົບ​ຕໍ່​ການຜະ­ລິດ ແລະ ການ​ສົ່ງ​ອອກ ຈິ່ງເຮັດ​ໃຫ້​ຕົວ​ເລກ​ການ​ສົ່ງ​ອອກສົກ​ປີ​ແລ້ວ­ນີ້​ໄດ້​ພຽງ​ແຕ່ 1.898,38 ລ້ານ​ໂດ​ລາ​ສະ­ຫະລັດ.

ການ​ສົ່ງ​ອອກ​ທີ່​ພົ້ນ​ເດັ່ນ​ກວ່າຫມູ່​ຍັງ​ແມ່ນ​ແຮ່​ທາດ ເຊິ່ງ​ບັນ­ລຸ 1.678,64 ລ້ານ​ໂດ​ລາ​ສະ­ຫະລັດ, ລື່ນ​ຈາກ​ແຜນ­ທີ່​ຕັ້ງ​ໄວ້ 12%, ໃນ​ນີ້ ໄດ້​ຈາກ​ການ​ຂາຍແຮ່​ຄໍາ 19,36 ໂຕນ, ທອງ­ແດງ 82.999 ໂຕນ, ທອງ­ແດງ​ເຂັ້ມຂຸ້ນ 288.990 ໂຕນ, ຖ່ານ​ຫີນລີກໄນ໌ 761.094 ໂຕນ, ຫີນກາວ 1 ລ້ານ​ໂຕນ ແລະ ເກືອ​ກາ­ລີ 646.000 ໂຕນ.

ຢ່າງໃດກໍ່​ຕາມການ​ເພີ່ມ​ຂຶ້ນຂອງ​ບັນ­ດາ​ໂຮງ­ງານ​ອຸດ​ສາ​ຫະກໍາ​ປຸງ​ແຕ່ງ ແລະ ຫັດ­ຖະ­ກໍາ​ໃນສົກ​ປີ­ຜ່ານ­ມາ​ຈະ​ເປັນ​ຜົນ​ດີ​ຕໍ່ພາກ​ການ​ສົ່ງ​ອອກ​ໃນ​ອະ­ນາ­ຄົດ, ເຖິງ​ແມ່ນ​ວ່າ­ ຄວາມ​ບໍ່​ແນ່­ນອນຂອງ​ເສດ­ຖະ­ກິດ​ໂລກ​ເປັນ­ຕົ້ນ ​ຄ່າຂອງ​ເງິນ­ຕາ​ຕ່າງ­ປະ­ເທດ ອາດຈະ​ສົ່ງ​ຜົນກະທົບ​ຕໍ່​ການ​ສົ່ງ​ອອກ​ກໍ່​ຕາມ, ແຕ່ວ່າໃນ​ຊຸມ​ປີ​ຕໍ່­ຫນ້າ​ສິນ­ຄ້າ​ລາວ​ຈະໄຫລ​ອອກ​ສູ່​ຕະ­ຫລາດ​ສາ­ກົນຫລາຍ​ຂຶ້ນ ແລະ ມູນ​ຄ່າ​ການ​ສົ່ງອອກ​ຈະ​ສູງ​ຂຶ້ນ​ແນ່­ນອນ.

ແຫລ່ງຂໍ້ມູນ:
ໜັງສືພິມເສດຖະກິດສັງຄົມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.