ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນຫ້ອງການປະຈຳຂອງກອງເລຂາ ອຳນວຍຄວາມສະດວກ ທາງດ້ານການຄ້າ ຈະຈັດ ກອງປະຊຸມ ກອງເລຂາອຳນວຍຄວາມສະດວກ ທາງດ້ານການຄ້າຄັ້ງທີ 3 ຂຶ້ນໃນວັນທີ 3 ກຸມພາ 2014  ທີ່ໂຮງແຮມ ລາວພຣ່າຊ່າ, ນະຄອນຫລວງວຽງຈັນ. ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີຊ່ວຍວ່າການ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ຫົວໜ້າກອງເລຂາຄະນະອໍານວຍຄວາມສະດວກທາງດ້ານການຄ້າ ໂດຍໄດ້ເຊື້ອເຊີນບັນດາສະມາຊິກ ກອງເລຂາອໍານວຍຄວາມສະດວກທາງດ້ານການຄ້າເຂົ້າຮ່ວມ.

ກອງປະຊຸມ ຈະໄດ້ຮັບຟັງ ການລາຍງານຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດວຽກງານອຳນວຍຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ສົກປີ 2012-2013, ປະເມີນຜົນການຈັດຕັ້ງປະຕິບັດຍຸດທະຍາດອໍານວຍຄວາມສະດວກທາງດ້ານການຄ້າ ໃນໄລຍະ 01 ຜ່ານມາ, ພ້ອມ ທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ  ແລະ ໃນທີ່ປະຊຸມ ຍັງຈະໄດ້ຮັບຟັງການລາຍງານສະພາບການສະໜອງຂໍ້ມູນຂ່າວ ສານທາງດ້ານ ການຄ້າ ໃຫ້ແກ່ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສ ປປ ລາວ, ການປັບປຸງກົນໄກການປະສານງານລະຫວ່າງພາກທຸລະກິດ ແລະ ກອງເລ ຂາອຳນວຍ ຄວາມສະດວກທາງດ້ານການຄ້າ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.