ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນຫ້ອງການປະຈຳຂອງກອງເລຂາ ອຳນວຍຄວາມສະດວກທາງດ້ານການຄ້າ ຈະຈັດ ກອງປະຊຸມ ເຜີຍແຜ່ຄຳແນະນຳ ກ່ຽວກັບການຢັ້ງຢືນແຫ່ລງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດຂອງ ສປປ ລາວ ແລະ ວຽກງານອື່ນໆ ທີ່ຕິດພັນກັບວຽກງານຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າຂອງ ສປປ ລາວ ຈະຈັດຂຶ້ນ ໃນລະຫວ່າງວັນທີ 29-30 ມັງກອນ 2014,  ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງບໍລິຄໍາໄຊ. ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບານສະຕິ ເທບພະວົງ, ຫົວໜ້າກົມການນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກອງປະຊຸມດັ່ງກ່າວ ໄດ້ເຊື້ອເຊີນເຈົ້າໜ້າທີ່ຈາກພະແນກອຸດສາຫະກຳ ແລະ ການຄ້າ, ສະພາອຸດສາຫະກຳ ແລະ ການຄ້າ ທັງ 17 ແຂວງທົ່ວປະເທດ, ຫ້ອງວ່າການແຂວງ, ພາສີເຂດແຂວງບໍລິຄໍາໄຊ, ກົມນະໂຍບາຍການຄ້າຕ່າງປະເທດ, ກົມແຜນການ ແລະ ການຮ່ວມມື ເຂົ້າຮ່ວມ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.