ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍ ສານປະກາດ ການໃຫ້ສັດຕະຍະບັນ ຂອງປະທານປະເທດແຫ່ງ ສປປ ລາວ, ມະຕິຕົກລົງ ຂອງຄະນະປະຈຳສະພາແຫ່ງຊາດ ແລະ ແຜນຮັບຮອງ ຂອງສະພາເຂດການຄ້າເສລີອາຊຽນ ໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີ, ກະຊວງ ການເງິນໄດ້ອອກແຈ້ງການ ການຈັດຕັ້ງປະຕິບັດແຜນຫລຸດຜ່ອນອັດຕາພາສີ ໃນຂອບສັນຍາການຄ້າຜະລິດຕະພັນອາຊຽນ (ATIGA) ແຕ່ປີ 2013-2015, ສະບັບເລກທີ 3646/ກງ, ລົງວັນທີ 30 ທັນວາ 2013. ໂດຍມອບໃຫ້ກົມພາສີເປັນ ເຈົ້າການໃນການຈັດພີມແຜນ ຫຼຸດ ຜ່ອນ ອັດຕາພາສີປີ   2013-2015  ອີງຕາມສາລະບານອັດຕາພາສີລະບົບເອກະພາບອາຊຽນລຸ້ນປີ  2012  ເຊິ່ງປະກອບມີ: 21  ພາກ,  97 ໝວດ ແລະ 9.558 ລາຍການ ຊື່ງໄດ້ເອົາລົງໃນສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ, ແລະ ພ້ອມທັງຈັດຕັ້ງປະຕິບັດ ແຜນຫຼຸດຜ່ອນ ອັດຕາພາສີດັ່ງກ່າວນັບແຕ່ວັນທີ 3  ກຸມພາ  2014ເປັນຕົ້ນໄປ;

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.