ກອງປະຊຸມດັ່ງກ່າວຈັດຂຶ້ນເປັນເວລາ 2 ວັນ ທີ່ໂຮງແຮມວັນຊະນະ ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ສຽວສະຫວາດ ສະແຫວງສຶກສາ ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ແລະ ການຄ້າ, ຮ່ວມກັບ ທ່ານ Erik Wijkstorm ທີ່ປຶກສາພະແນກການຄ້າ ແລະ ສິ່ງແວດລ້ອມຈາກອົງການການຄ້າໂລກ, ແລະ ມີບັນດາພະນັກງານ ວິຊາການທີ່ມາຈາກພະ ແນກກ່ຽວຂ້ອງເຂົ້າຮ່ວມ. ມາດຕະການທີ່ ບໍ່ແມ່ນອັດຕາພາສີມີຄວາມຈຳເປັນ ສຳລັບຫລາຍໆປະເທດສະມາຊິກອົງ ການ ການ ຄ້າໂລກທີ່ໄດ້ກຳນົດຂຶ້ນ ເພື່ອປົກປ້ອງຜົນປະໂຫຍດລວມຂອງປະເທດນັ້ນໆ ພາຍໃຕ້ຂອບສັນ ຍາວ່າດ້ວຍສິ່ງກີດ ຂວາງດ້ານເຕັກ ນິກຕໍ່ການຄ້າ. ສຳລັບ ສປປ ລາວ ກໍ່ເຊັນດຽວກັນ ຫລາຍພາກສ່ວນທີ່ກ່ຽວຂ້ອງຕ່າງກໍ່ເລັ່ງສ້າງຄວາມເຂົ້າໃຈ ເພື່ອສ້າງມາດຕະການທີ່ ບໍ່ແມ່ນອັດຕາພາສີທີ່ບໍ່ຂັດກັບລະບຽບອົງການການຄ້າໂລກເຊັ່ນດຽວກັນ.

ມາດຕະການທີ່ບໍ່ແມ່ນພາສີ (NTMs) ມາດຕະການ TBT ແລະ SPS ແມ່ນມີຫລັກການບໍ່ຈໍາແນກ ແລະ ມີຄວາມໂປ່ງ ໃສໂດຍ ຫລີກລ່ຽງສ້າງສີ່ງກີດຂວາງດ້ານການຄ້າ ທີ່ບໍ່ຈໍາເປັນ. ສະນັ້ນ, ຈິ່ງຮຽກຮ້ອງໃຫ້ພະນັກງານວິຊາການໃນຂະແໜງການຕ່າງໆທີ່ກ່ຽວຂ້ອງ ກຳແໜ້ນໃຫ້ໄດ້ຕໍ່ກັບບັນຫາດັ່ງກ່າວ ໂດຍສະເພາະໃນພາກການສົ່ງອອກຂອງລາວກັບບັນດາປະເທດສະມາຊິກອົງການການຄ້າໂລກ ເຊິ່ງໃນນີ້ ການສົ່ງອອກຜະລິດຕະພັນອຸດສາຫະກຳປຸງແຕ່ງ, ກະສິກຳ ແລະ ອື່ນໆ ຕ້ອງປະຕິບັດໃຫ້ໄດ້ສັນຍາຂອງອົງການການຄ້າໂລກ, ລະບຽບຫລັກການ, ມາດຖານສິນຄ້າ, ແລະ ການອອກແບບຟອມເອກະສານ ກໍ່ຕ້ອງມີຄວາມລະອຽດຊັດເຈນ ເພື່ອຕັດ ບັນຫາ ຕ່າງໆ ທີ່ເກີດຂຶ້ນ ຕໍ່ພາກທຸລະກິດທີ່ນຳເຂົ້າ-ສົ່ງອອກຂອງລາວ ພ້ອມທັງເປັນການປັບປຸງຂະບວນການຜະລິດ ແລະ ຂະບວນການປຸງ ແຕ່ງຂອງ ລາວເຮົາໃຫ້ເທົ່າທຽມກັບສາກົນເທື່ອລະກ້າວ.

ສໍາຫລັບມາດຕະການທີ່ບໍ່ແມ່ນພາສີ ທີ່ບັນດາປະເທດສະມາຊິກອົງການການຄ້າໂລກກຳນົດຂຶ້ນຕາມເງື່ອນໄຂ ຂອງແຕ່ລະປະເທດແມ່ນ ຢູ່ພາຍໃຕ້ສັນຍາ TBT ໂດຍອີງໃສ່ 03 ເສົາຄໍ້າໄດ້ແກ່ການເຈລະຈາ, ການຈັດຕັ້ງປະຕິບັດສັນຍາທີ່ມີຢູ່ ແລະ ການແກ້ໄຂ ຂໍ້ຂັດ ແຍ່ງຕ່າງໆທີ່ເກີດຂຶ້ນ. ການຄ້າໃນຍຸກປັດຈຸບັນ ອັດຕາພາສີນັບມື້ນັບຫລຸດລົງ ແຕ່ມາດຕະການທີ່ບໍ່ແມ່ນພາສີນັບມື້ນັບຫລາຍຂຶ້ນ ເພື່ອປົກປ້ອງຜົນປະໂຫຍດລວມຂອງປະຊາຊົນໃນປະເທດສະມາຊິກອົງການການຄ້າໂລກ ພາຍໃຕ້ສັນ ຍາວ່າ ດ້ວຍສີ່ງກີດ ຂວາງ ດ້ານ ເຕັກນິກຕໍ່ການຄ້າ.

ໃນກອງປະຊຸມຍັງໄດ້ຮັບຟັງປະສົບການກ່ຽວກັບການສະໜັບສະໜູນດ້ານເຕັກນິກຂອງໂຄງການດັ່ງກ່າວ ໃນວຽກງານປັບປຸງນິຕິກຳ ທີ່ກ່ຽວຂ້ອງກັບ TBT ແລະ SPS ແລະ ວຽກງານທີ່ກ່ຽວຂ້ອງອື່ນໆ. ນອກນັ້ນ, ຍັງໄດ້ແລກປ່ຽນປະ ສົບການສ້າງຄວາມເຂັ້ມແຂງ ໃຫ້ໂຄງລ່າງພື້ນຖານ ການກວດສອບຄຸນນະພາບແຫ່ງຊາດ, ຮັບຟັງບົດບາດ ແລະ ໜ້າທີ່ຂອງ ISO ແລະ ຜົນປະໂຫຍດ ໃນການນໍາໃຊ້ມາດຕະຖານສາກົນ ແລະ ບັນດາສີ່ງທ້າທາຍຫລັກໃນບັນຫາ TBT- SPS ແລະ ທິດທາງໃນຕໍ່ໜ້າສຳລັບຂະແໜງທຸລະກິດ.

ແຫລ່ງຂໍ້ມູນ: ໜັງສືພິມເສດຖະກິດ-ການຄ້າ, ສະບັບວັນທີ 23 ມັງກອນ 2014​

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.