ກອງ​ປະຊຸມດັ່ງກ່າວ ຖືວ່າເປັນກອງປະຊຸມ​ປະຈຳ​ປີ ​ເພື່ອ​ທົບ​ທວນຄືນ​ ຄວາມຄື​ບໜ້າ​ຂອງການຈັດ​ຕັ້ງ​ປະຕິບັດວຽກ​ງານ​ອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ​ ຂອງ ສປປ ລາວ ​ແລະ ປະເມີນຜົນການຈັດ​ຕັ້ງປະຕິບັດ​ແຜນຍຸດ​ທະ​ສາດອຳນວຍ​ຄວາມ​ສະດວກ​ທາງ​ດ້ານ​ການ​ຄ້າ ​ໃນ​ໄລຍະ 01 ປີ ຜ່ານມາ. ແລະ ກອງປະຊຸມຍັງໄດ້ມີການລາຍງານ ສະພາບການສະໜອງຂໍ້ມູນຂ່າວສານທາງດ້ານການຄ້າໃຫ້ແກ່ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ, ປຶກສາຫາລື ກ່ຽວກັບ ແນວທາງການປັບປຸງກົນໄກການປະສານງານ ລະຫວ່າງ ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ແລະ ພາກທຸລະກິດ.

ໃນໄລຍະ 01 ປີຜ່ານມາ ຂະແໜງການທີ່ປິ່ນອ້ອມວຽກງານອຳນວຍຄວາມສະດວກທາງດ້ານການຄ້າ ກໍ່ໄດ້ປະກອບ ສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍ ຍຸດທະສາດອຳນວຍຄວາມສະດວກທາງດ້ານການຄ້າຢ່າງຕັ້ງໜ້າ ຊຶ່ງສະແດງ ອອກໃນຄວາມຄືບໜ້າຂອງບາງວຽກງານ ​ເຊັ່ນ : ການເສີມສ້າງ ຄວາມໂປ່ງໃສ ໂດຍສືບຕໍ່ປັບປຸງສູນຂໍ້ມູນຂ່າວສານ ທາງດ້ານການຄ້າຂອງ ສປປ ລາວ ​ໃຫ້​ມີ​ຄວາມ​ຍືນ​ຍົງ, ການຕິດ​ຕັ້ງລະບົບແຈ້ງເສຍພາສີຜ່ານລະບົບ ASYCUDA ​ໃນຂອບ​ເຂດ​ທົ່ວ​ປະ​ເທດ ແລະ ມີແຜນຂະຫຍາຍການນຳໃຊ້ ລະບົບແຈ້ງພາສີປະຕູດຽວ (ASYCUDA) ຈາກ 11 ດ່ານ ເປັນ 12 ດ່ານ ໃນທັງໝົດ 23 ດ່ານ ທົ່ວປະເທດໃຫ້ສຳເລັດໃນປີ 2014ນີ້

ແລະ ບັນດາ​ຂະ​ແໜງ​ການ​ ​ມີ​ການ​ປັບປຸງນິຕິ​ກຳ​ຂອງ​ຕົນ​ ໃຫ້​ສອດຄ່ອງ​ກັບ​ມາດຕະຖານ​ສາກົນ ແລະ ມີການເຜີຍແຜ່ຂໍ້ມູນຂ່າວສານ ທາງ​ດ້ານ​ການ​ຄ້າໃຫ້ທົ່ວເຖີງທັງຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອໃຫ້ພາກທຸລະກິດຮັບຊາບທົ່ວເຖີງ ແລະ ທັນກັບສະພາບການ.

ທ່ານປະທານຍັງໄດ້ກ່າວໃນທີ່ປະຊຸມວ່າ: ກອງປະຊຸມກອງເລຂາຄັ້ງທີ3 ໃນມື້ນີ້ຖືວ່າແມ່ນ ການທົບທວນແຜນ ຍຸດທະສາດ ຊຶ່ງເປັນບາດກ້າວອັນດີເພາະກອງເລຂາພວກເຮົາຈະບໍ່ຢຸດຢູ່ແຕ່ບ່ອນນີ້ ບາດກ້າວຕໍ່ໄປ ກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ຈະໄດ້ນຳເອົາບັນຫາທີ່ມີຢູ່ ເພື່ອຫາວິທີແກ້ໄຂ ແລະ ລາຍງານ ຕໍ່ລັດຖະບານ ເພື່ອໃຫ້ ພິຈາລະນາໃນຂັ້ນຕໍ່ໄປ. ບັນດາສະມາຊິກກອງເລຂາ ແລະ ບັນດາຈຸດປະສານງານທີ່ມີສ່ວນພົວພັນກັບ ກອງເລຂາຈະຕ້ອງສືບຕໍ່ປັບປຸງການປະສານງານໃຫ້ມີຄວາມກົມກຽວ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດແຜນຍຸດທະສາດທີ່ໄດ້ວາງອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ນອກນັ້ນ, ອີກ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ ກໍ່​ແມ່ນ​ການ​ປັບປຸງ​ສາຍພົວພັນ ລະຫວ່າງ ກອງ​ເລຂາອຳນວຍຄວາມສະດວກທາງດ້ານການຄ້າ ແລະ ພາກທຸລະກິດ ​ໂດຍການປັບປຸງຮູບແບບການປະສານງານກັນໃຫ້ດີຂື້ນ  ເພື່ອສ້າງ​ບາດກ້າວ​ອັນ​ສຳຄັນ​ໃນ​ການ​ກ້າວ​ໄປ​ສູ່ AEC 2015.

ທີ່ປະຊຸມຍັງໄດ້ຕົກລົງເຫັນດີໃຫ້​ກອງ​ເລຂາອຳນວຍຄວາມສະດວກທາງດ້ານຄ້າ ກໍ່ຄືບັນດາ​ສະມາຊິກ​ກອງ​ເລຂາ ຜູ້​ທີ່​ຖືກ​ແຕ່ງ​ຕັ້ງ​ເປັນ​ຈຸດ​ປະສານ​ງານ​ໃນ​ການສະໜອງ​ຂໍ້​ມູນ  ສົມທົບ​ກັບບັນດາພາກສ່ວນທີ່​​ກ່ຽວ​ຂ້ອງ ​ເພື່ອກວດກາ ແລະ ອັບເດດ ຂໍ້ມູນ ເພື່ອເປັນເອກະພາບທາງດ້ານ​ນິຕິ​ກຳ​ທີ່​ໄດ້​ປະກາດ​ໃຊ້​ຢ່າງ​ເປັນ​ທາງ​ການ​ແລ້ວ ​ແລະ ສາມາດ​ເຜີຍ​ແຜ່​ໄດ້ ໃຫ້​ແກ່​ກອງ​ເລຂາ ອຄ ​​ເພື່ອ​ເອົາ​ລົງ​ເຜີຍ​ແຜ່​ໃນ​ສູນ​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ການ​ຄ້າຂອງ ສປປ ລາວ ​ເປັນ​ແຕ່ລະ​ໄລຍະ ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ເຮັດ​ໃບ​ສະ​ເໜີຂໍ​ຂໍ້​ມູນ​ເປັນ​ລາຍ​ລັກ​ອັກສອນ ແລະ ການຄົ້ນຄວ້າຕື່ມ ກ່ຽວ​ກັບ ຮູ​ບ​ແບບ​ການ​ແກ້ໄຂ​ບັນຫາ​ຫຍຸ້ງຍາກ​ດ້ານ​ທຸລະ​ກິດ ​ໃຫ້​ແກ່​ພາກ​ທຸລະ​ກິດ ​ ​ເພື່ອ​ສ້າງ​ຄວາມ​ເປັນ​ເອກະ​ພາບ ລະຫວ່າງ ຂະ​ແໜງ​ການ ​ແລະ ການ​ຕອບ​ຂໍ້​ຂ້ອງ​ໃຈ​ຂອງພາກ​ທຸລະ​ກິດ ​ເພື່ອ​ສາມາດ​ໄຈ້​ແຍກ​ ບັນຫາ​ທີ່​ຕ້ອງ​ໄດ້​ລາຍ​ງານ​ຂໍ​ທິດ​ນຳ​ລັດຖະບານ ​ແລະ ບັນຫາ​ທີ່​ຂະ​ແໜງ​ການ​ສາມາດ​ແກ້​ໄຂ​ໄດ້​ເລີຍ.

ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ຊື່ງສະແດງອອກໃນການປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາຂອງບັນດາຜູ້ເຂົ້າຮ່ວມ, ກໍ່ຄືສະມາຊິກກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ໂດຍເຮັດໃຫ້ກອງປະຊຸມດັ່ງກ່າວບັນລຸຕາມວັດຖຸປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.