ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນຫ້ອງການປະຈຳຂອງກອງເລຂາ ອຳນວຍຄວາມ ສະດວກ ທາງດ້ານການຄ້າຈະຈັດກອງປະຊຸມຂອງໜ່ວຍງານທົບທວນມາດຕະການດ້ານການຄ້າທີ່ບໍ່ແມ່ນພາສີ ຂຶ້ນໃນວັນທີ 28 ກຸມພາ 2014, ທີ່ໂຮງແຮມວຽງຈັນພລາຊາ, ນະຄອນຫລວງວຽງຈັນ, ຊື່ງໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ບານສະຕິ ເທບພະວົງ, ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ເຊີນຜູ້ເຂົ້າຮ່ວມຈາກບັນດາຂະແໜງການທີ່ກ່ຽວຂ້ອງ ທີ່ເຮັດວຽກປີ່ນອ້ອມວຽກງານການຄ້າ.

ຈຸດປະສົງຂອງກອງ​ປະຊຸມໃນຄັ້ງນີ້ແມ່ນ ເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບມາດຕະການທາງດ້ານການຄ້າ ທີ່ບໍ່ແມ່ນພາສີ, ທົບທວນມາດ ຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ (NTMs), ເປັນການເປີດເວທີພົບປະປຶກສາຫາລື ລະຫວ່າງ ບັນດາ ຈຸດປະສານງານຂອງວຽກງານ NTMs ກັບຫ້ອງການກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ເພື່ອສ້າງເຄືອຂ່າຍປະສານງານທີ່ມີປະສິດທິພາບ.

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.