ສາລະບານ

ໝວດທີ 1 ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ອະທິບາຍຄຳສັບ
ມາດຕາ 3. ສິດໃນການອອກໃບຢັ້ງຢືນຮັບຮອງລ່ວງຫນ້າ
ມາດຕາ 4. ຄວາມຖືກຕ້ອງຂອງໃບຢັ້ງຢືນຮັບຮອງລ່ວງຫນ້າ
ມາດຕາ 5. ຂອບເຂດການນຳໃຊ້
ມາດຕາ 6. ເນື້ອໃນການຢັ້ງຢືນຮັບຮອງລ່ວງຫນ້າ
ມາດຕາ 7. ມາດຖານຂອງການຢັ້ງຢືນຮັບຮອງລ່ວງຫນ້າ
ມາດຕາ 8. ການອອກໃບຢັ້ງຢືນຮັບຮອງລ່ວງຫນ້າ

ຫມວດ 2 ລະບຽບການອອກໃບຢັ້ງຢືນຮັບຮອງລ່ວງຫນ້າ

ມາດຕາ 9. ກາສະເຫນີຂໍໃບຢັ້ງຢືນຮັບຮອງລ່ວງຫນ້າ
ມາດຕາ 10. ການຮັບຄຳສະເຫນີ
ມາດຕາ 11. ຂັ້ນຕອນ ແລະ ກຳນົດເວລາໃນການຄົ້ນຄ້ວາຄຳສະເຫນີ
ມາດຕາ 12. ການອອກໃບຢັ້ງຢືນຮັບຮອງລ່ວງຫນ້າ
ມາດຕາ 13. ເນື້ອໃນການອອກໃບຢັ້ງຢືນຮັບຮອງລ່ວງຫນ້າ
ມາດຕາ 14. ການສະເຫນີຄືນກ່ຽວກັບການຢັ້ງຢືນຮັບຮອງລ່ວງຫນ້າ
ມາດຕາ 15. ການຕໍ່ອາຍຸໃບຢັ້ງຢືນຮັບຮອງລ່ວງຫນ້າ

ຫມວດ 3 ການພົວພັນລະຫວ່າງຜູ້ສະເຫນີ ແລະ ຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າ

ມາດຕາ 16. ການແຈ້ງໃຫ້ຜູ້ສະເຫນີ
ມາດຕາ 17. ການສະເຫນີທາງເອເລັກໂຕຣນິກ
ມາດຕາ 18. ການຢັ້ງຢືນຮັບຄຳສະເຫນີ

ຫມວດ 4 ຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າ

ມາດຕາ 19. ການສ້າງຕັ້ງຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າ
ມາດຕາ 20. ໂຄງປະກອບການຈັດຕັ້ງຂອງຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າ

ຫມວດ 5 ບົດບັນຍັດສຸດທ້າຍ

ມາດຕາ 21. ການສ້າງຖານຂໍ້ມູນການຢັ້ງຢືນຮັບຮອງລ່ວງຫນ້າ
ມາດຕາ 22. ຄ່າບໍລິການອອກໃບຢັ້ງຢືນຮັບຮອງລ່ວງຫນ້າ
ມາດຕາ 23. ການຮັກສາຄວາມລັບ
ມາດຕາ 24. ການຈັດຕັ້ງປະຕິບັດ
ມາດຕາ 25. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງການເງິນ            ເລກທີ 3610/ກງ
ນະຄອນຫລວງວຽງຈັນ, ວັນທີ 21 ທັນວາ 2012

ຄຳແນະນຳ
ຂອງລັດຖະມົນຕີວ່າການກະຊວງການເງິນ
ວ່າດ້ວຍການຢັ້ງຢືນຮັບຮອງລ່ວງຫນ້າ (Advance Ruling)

  • ອີງຕາມ ກົດຫມາຍ ວ່າດ້ວຍພາສີເລກທີ 04, ລົງວັນທີ 20 ທັນວາ 2011.
  • ອີງຕາມ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງການຊວງການເງິນ ສະບັບເລກທີ 80/ນຍ, ລົງວັນທີ 28 ກຸມພາ 2007.
  • ອີງຕາມມາດຕາ 62 ຂອງສັນຍາການຄ້າ ສິນຄ້າຜະລິດຕະພັນອາຊຽນ ASEAN Trade in Goods Agreement (ATIGA).
  • ອີງຕາມ ການສະເຫນີຂອງພາສີ ສະບັບເລກທີ /ກພສ, ລົງວັນທີ

          ເພື່ອເປັນການອຳນວຍຄວາມສະດວກ ໃນການແຈ້ງພາສີເປັນລາຍລັກອັກສອນລະອຽດກ່ຽວກັບການນຳເຂົ້າສິນຄ້າ, ເຄື່ອງຂອງ ແລະ ນຳອອກຈາກດ່ານພາສີ ຫລື ສາງ ໃຫ້ທັນຕາມກຳນົດເວລາ, ຖືກຕ້ອງສອດຄ່ອງຕາມລະບຽບກົດຫມາຍວ່າດ້ວຍພາສີ ແລະ ລະບຽບກົດຫມາຍອື່ນໆທີ່ກ່ຽວຂ້ອງ.

ລັດຖະມົນຕີວ່າດ້ວຍການເງິນ ອອກຄຳແນະນຳ ດັ່ງນີ້:

ລັດຖະມົນຕີວ່າການກະຊວງການເງິນ ອອກຄຳແນະນຳ ດັ່ງນີ້:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ຄຳແນະນຳສະບັບນີ້ໄດ້ກຳນົດ ລະບຽບຫລັກການ, ວິທີການ ແລະ ການຈັດຕັ້ງປະຕິບັດກ່ຽວກັບການຮັບສະເຫນີ, ການຄົ້ນຄ້ວາ ແລະ ການອອກຄຳຕົກລົງກ່ຽວກັບການຢັ້ງຢືນຮັບຮອງລ່ວງຫນ້າ.

ການຢັ້ງຢືນຮັບຮອງລ່ວງຫນ້າເປັນການອຳນວຍຄວາມສະດວກທາງການຄ້າເພື່ອໃຫ້ຜູ້ດຳເນີນທຸລະກິດມີຄວາມຫມັ້ນໃຈ ກ່ຽວກັບລະບຽບການປະຕິບັດຂອງລັດຖະການພາສີ ແລະ ເປັນການສ້າງຄວາມເຊື່ອຫມັ້ນລະຫວ່າງລັດຖະການພາສີ ແລະ ຜູ້ດຳເນີນທຸລະກິດ ກ່ຽວກັບຂັ້ນຄອນການສະຫນີ ແລະ ການອອກຄຳສັ່ງຕົກລົງຢັ້ງຢືນຮັບຮອງລ່ວງຫນ້າເພື່ອໃຫ້ສອດຄ່ອງຕາມລະບຽບກົດຫມາຍກຳນົດໄວ້. ຂ້າງເທິງ

ມາດຕາ 2. ອະທິບາຍຄຳສັບ

ການຢັ້ງຢືນຮັບຮອງລ່ວງຫນ້າ (Advance Ruling): ຫມາຍເຖິງ ການອອກຄຳຕົກລົງຢ່າງເປັນລາຍລັກອັກສອນຂອງລັດຖະການພາສີກ່ຽວກັບການຢັ້ງຢືນລ່ວງຫນ້າກ່ອນສົ່ງອອກ ຫລື ນຳເຂົ້າສິນຄ້າ, ເຄື່ອງຂອງ, ການຢັ້ງຢືນຮັບຮອງລ່ວງຫນ້າໃຫ້ສະເພາະຜູ້ທີ່ສະເຫນີເທົ່ານັ້ນ ເຊິ່ງຜູ້ອື່ນບໍ່ສາມາດນຳໃຊ້ໄດ້.

          ຄຳຕົກລົງຢັ້ງຢືນຮັບຮອງລ່ວງຫນ້າ (Advance Ruling Decisions): ຫມາຍເຖິງຄຳຕົກລົງກ່ຽວກັບການຢັ້ງຢືນຮັບຮອງລ່ວງຫນ້າທີ່ໄດ້ກຳນົດໄວ້ໃນມາດຕາ 28 ຂອງກົດຫມາຍວ່າດ້ວຍພາສີ.

          ຊ່ຽວຊານທາງດ້ານການຢັ້ງຢືນຮັບຮອງລ່ວງຫນ້າ (Advance Ruling Expert): ຫມາຍເຖິງເຈົ້າຫນ້າທີ່ພາສີທີ່ຖືກແຕ່ງຕັ້ງໃຫ້ເຮັດວຽກໃນຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າ, ເຊິ່ງເປັນຊ່ຽວຊານທາງດ້ານລະບຽບການ ແລະ ຂັ້ນຕອນການແຈ້ງພາສີເຊັ່ນ: ການຈັດເລກຫະຫັສິນຄ້າ, ມູນຄ່າແຈ້ງພາສີ, ແຫລ່ງກຳເນີດສິນຄ້າ ແລະ ອື່ນໆ ທີ່ກ່ຽວຂ້ອງກັບການອອກຄຳຕົກລົງຢັ້ງຢືນຮັບຮອງລ່ວງຫນ້າ.

          ຜູ້ຮັບຄຳສະເຫນີ ການຢັ້ງຢືນຮັບຮອງລ່ວງຫນ້າ (Advance Ruling Mânger): ຫມາຍເຖິງ ເຈົ້າຫນ້າທີ່ພາສີໃນຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າ ທີ່ຮັບຜິດຊອບກ່ຽວກັບການຮັບຄຳສະເຫນີ, ນຳສົ່ງ, ຕິດຕາມ, ປະສານ ແລະ ແຈ້ງຄຳຕົກລົງການຢັ້ງຢືນຮັບຮອງລ່ວງຫນ້າໃຫ້ຜູ້ສະຫນີຊາບ.

ຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າ (Advance Ruling Unit): ເປັນຫນ່ວຍງານຫນຶ່ງທີ່ຂື້ນກັບພະແນກການຂອງກົມພາສີ ມີຫນ້າທີ່ຮັບຜິດຊອບຮັບຄຳສະເຫນີ, ຄົ້ນຄ້ວາ ແລະ ອອກຄຳຕົກລົງຢັ້ງຢືນຮັບຮອງລ່ວງຫນ້າ ໃຫ້ສອດຄ່ອງກັບລະບຽບກົດຫມາຍທີ່ກຳນົດໄວ້.

          ຜູ້ສະເຫນີ (Applicant): ຫມາຍເຖິງ ຜູ້ແຈ້ງພາສີລວມທັງຜູ້ຕ່າງຫນ້າຂອງຜູ້ຜະລິດ, ຜູ້ສົ່ງອອກຂອງຕ່າງປະເທດທີ່ນຳເຂົ້າສິນຄ້າ, ເຄື່ອງຂອງ ໃນ ສ ປປ ລາວ.

          ຄຳຕົກລົງ (General Decisions): ຫມາຍເຖິງ ການອອກໃບຢັ້ງຢືນຮັບຮອງລ່ວງຫນ້າຢ່າງເປັນລາຍລັກອັກສອນກ່ອນການສົ່ງອອກ ຫລື ນໍາເຂົ້າສິນຄ້າ, ເຄື່ອງຂອງຕາມການສະເຫນີຂອງຜູ້ແຈ້ງພາສີ. ຂ້າງເທິງ

ມາດຕາ 3. ສິດໃນການອອກໃບຢັ້ງຢືນຮັບຮອງລ່ວງຫນ້າ

          ສິດໃນການອອກໃບຢັ້ງຢືນຮັບຮອງລ່ວງຫນ້າ ແມ່ນຫົວຫນ້າກົມພາສີເປັນຜູ້ພິຈາລະນາອະນຸມັດ ແລະ ລວມສູນຢູ່ກົມພາສີບ່ອນດຽ.

          ພະແນກທີ່ຮັບຜິດຊອບກ່ຽວກັບການຢັ້ງຢືນຮັບຮອງລ່ວງຫນ້າ ປະກອບມີຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າທີ່ເປັນເສນາທິການໃນຫານຮັບຄຳສະເຫນີ, ຄົ້ນຄ້ວາ ແລະ ຮ່າງໃບຢັ້ງຢືນຮັບຮອງລ່ວງຫນ້າຕາມຫນ້າທີ່ ແລະ ຂອບເຂດສິດຂອງຕົນ. ຂ້າງເທິງ

ມາດຕາ 4. ຄວາມຖືກຕ້ອງຂອງໃບຢັ້ງຢືນຮັບຮອງລ່ວງຫນ້າ

ໃບຢັ້ງຢືນຮັບຮອງລ່ວງຫນ້າ ຕ້ອງຄົ້ນຄ້ວາບົນພື້ນຖານຂໍ້ມູນ ແລະ ເອກະສານທີ່ກ່ຽວຂ້ອງຍື່ນຕໍ່ເຈົ້າຫນ້າທີ່ພາສີ. ຖ້າວ່າຂໍ້ມູນ ແລະ ເອກະສານບໍ່ຄົບຖ້ວນຈະເຮັດໃຫ້ການອອກໃບຢັ້ງຢືນຮັບຮອງລ່ວງຫນ້າບໍ່ຊັດເຈນ.

ໃບຢັ້ງຢືນຮັບຮອງລ່ວງຫນ້າ ມີອາຍຸການນຳໃຊ້ 01 ປີ ພາຍໃນອານາເຂດຂອງ ສປປ ລາວ ນັບແຕ່ວັນໄດ້ຮັບຄຳຕົກລົງຢັ້ງຢືນຮັບຮອງລ່ວງຫນ້າ. ຫລັງຈາກຫມົດກຳນົດເວລາ 01 ປີ ໃບຢັ້ງຢືນຮັບຮອງລ່ວງຫນ້າຈະຖືກຍົກເລີກໂດຍອັດຕະໂນມັດ, ເວັ້ນເສຍແຕ່ວ່າຜູ້ສະເຫນີຮ້ອງຂໍຕໍ່ອາຍຸການນຳໃຊ້ໄດ້ອີກ 01 ປີ ແຕ່ບໍ່ເກີນ 03 ປີ.

ພະແນກທີ່ຮັບຜິດຊອບກ່ຽວກັບການອອກໃບຢັ້ງຢືນຮັບຮອງລ່ວງຫນ້າ ອາດຈະຍົກເລີກ ຫລື ດັດແກ້ຄວາມຖືກຕ້ອງຂອງໃບຢັ້ງຢືນຮັບຮອງລ່ວງຫນ້າຕາມເງື່ອນໄຂໃດຫນຶ່ງ ດັ່ງນີ້:

          ກ. ມີການປັບປຸງນິຕິກຳກ່ຽວກັບການຢັ້ງຢືນຮັບຮອງລ່ວງຫນ້າ;

          ຂ. ເຈົ້າຫນ້າທີ່ພາສີ ປ່ຽນແປງເນື້ອໃນການຢັ້ງຢືນຮັບຮອງລ່ວງຫນ້າ;

ໃນກໍລະນີ ເຈົ້າຫນ້າທີ່ພາສີມີຂໍ້ມູນ, ຫລັກຖານຢັ້ງຢືນຢ່າງຫນັກແຫນ້ນກ່ຽວກັບສິນຄ້າ, ເຄື່ອງຂອງທີ່ມີການປ່ຽນແປງຕາມທີ່ໄດ້ກຳນົດໄວ້ໃນກົດຫມາຍວ່າດ້ວຍພາສີ ມາດຕາ 28, ຂໍ້ 4 ໃບຢັ້ງຢືນຮັບຮອງລ່ວງຫນ້າສະບັບດັ່ງກ່າວກໍ່ຈະຖືກລົບລ້າງ. ຜູ້ແຈ້ງພາສີຕ້ອງສະເຫນີຕໍ່ເຈົ້າຫນ້າທິ່ພາສີ ເພື່ອອອກໃບຢັ້ງຢືນຮັບຮອງລ່ວງຫນ້າສະບັບໃຫມ່. ຂ້າງເທິງ

ມາດຕາ 5. ຂອບເຂດການນຳໃຊ້

ໃບຢັ້ຢືນຮັບຮອງລ່ວງຫນ້າ ທີ່ເຈົ້າຫນ້າທີ່ພາສີອອກໃຫ້ກ່ຽວກັບ ລະຫັດສິນຄ້າ, ມູນຄ່າແຈ້ງ ແລະ ແຫ່ງກຳເນີດສິນຄ້າ ສາມາດນຳໃຊ້ໄດ້ຢູ່ດ່ານພາສີຊາຍແດນໃນຂອບເຂດທົ່ວປະເທດ. ການອອກໃບຢັ້ງຢືນຮັບຮອງລ່ວງຫນ້າໃນຫົວຂໍ້ໃດ້ຫນຶ່ງທີ່ໄດ້ລະບຸຂ້າງເທິງ ບໍ່ໄດ້ຫມາຍຄວາມວ່າເຈົ້າຫນ້າທີ່ພາສີຈະບໍ່ກວດກາສິນຄ້າ, ເຄື່ອງຂອງຕົວຈິງ, ນອກຈາກນີ້, ການຢັ້ງຢືນຮັບຮອງລ່ວງຫນ້າກ່ຽວກັບສິນຄ້າ, ເຄື່ອງຂອງໃດຫນຶ່ງຍັງມີຜົນນຳໃຊ້ໄດ້ກັບສິນຄ້າ, ເຄື່ອງຂອງຄືກັນ.

ໃບຢັ້ງຢືນຮັບຮອງລ່ວງຫນ້າມີຜົນນຳໃຊ້ໄດ້ກັບຜູ້ແຈ້ງພາສີ ທີ່ໄດ້ຮັບອະນຸຍາດຕາມເວລາທີ່ໄດ້ກຳນົດໄວ້ໃນໃບຢັ້ງຢືນເທົ່ານັ້ນ. ເວັ້ນເສຍແຕ່ວ່າໃບຢັ້ງຢືນສະບັບດັ່ງກ່າວບໍ່ໄດ້ຖືກສະເຫນີລົບລ້າງ. ຂ້າງເທິງ

ມາດຕາ 6. ເນື້ອໃນການຢັ້ງຢືນຮັບຮອງລ່ວງຫນ້າ

ເນື້ອໃນການຢັ້ງຢືນຮັບຮອງລ່ວງຫນ້າ ມີດັ່ງນີ້:

ກ. ການຈັດລະຫັດສິນຄ້າ: ແມ່ນການຈັດສິນຄ້າ, ເຄື່ອງຂອງ ເຂົ້າໃສ່ເລກລະຫັດເຄົ້າ, ເລກລະຫັດຍ່ອຍ ແລະ ອັດຕາພາສີທີ່ໄດ້ກຳນົດໄວ້ໃຫ້ຖືກຕ້ອງ. ໃບຢັ້ງຢືນຮັບຮອງລ່ວງຫນ້າສະບັບຫນຶ່ງອອກໃຫ້ສິນຄ້າ, ເຄື່ອງຂອງ ຊະນິດດຽວເທົ່ານັ້ນ.

ຂ. ມູນຄ່າແຈ້ງພາສີ: ແມ່ນການໃຫ້ຄຳແນະນຳກ່ຽວກັບການປະເມີນມູນຄ່າແຈ້ງພາສີ ແລະ ວິທີການຄິດໄລ່ ແລະ ພັນທະອື່ນ. ເຖິງຢ່າງໃດກໍ່ຕາມການແນະນຳດັ່ງກ່າວບໍ່ໄດ້ເປັນການຢັ້ງຢືນໃການກຳນົດມູນຄ່າແຈ້ງພາສີໃຫ້ຜູ້ສະ ເຫນີ. ໃບຢັ້ງຢືນຮັບຮອງລ່ວງຫນ້າສະບັບຫນຶ່ງອອກໃຫ້ສິນຄ້າ, ເຄື່ອງຂອງຊະນິດດຽວກັນເທົ່ານັ້ນ.

ຄ. ແຫລ່ງກຳເນີດສິນຄ້າ: ແມ່ນການກຳນົດແຫ່ລງກຳເນີດສິນຄ້າ, ເຄື່ອງຂອງທີ່ໄດ້ຮັບສິດທິພິເສດການຫລຸດຜ່ອນອັດຕາພາສີພາຍໃຕ້ຂໍ້ຕົກລົງການຄ້າເສລີ. ໃບຢັ້ງຢືນຮັບຮອງລ່ວງຫນ້າສະບັບຫນຶ່ງອອກໃຫ້ສິນຄ້າ, ເຄື່ອງຂອງ ຊະນິດດຽວກັນ.

ງ. ລະບຽບການແຈ້ງພາສີ ແລະ ສະບອບໃບແຈ້ງພາສີ: ແມ່ນການກຳນົດລະບຽບການ ແລະ ຂັ້ນຕອນການແຈ້າງພາສີ ທີ່ຕ້ອງໄດ້ປະຕິບັດໃນການແຈ້ງພາສີເປັນລາຍລະອຽດ. ໃບຢັ້ງຢືນຮັບຮອບລ່ວງຫນ້າສະບັບຫນຶ່ງອອກໃຫ້ລະບອບໃບແຈ້ງພາສີດຽວເທົ່ານັ້ນ. ຂ້າງເທິງ

ມາດຕາ 7. ມາດຖານຂອງການຢັ້ງຢືນຮັບຮອງລ່ວງຫນ້າ

ໃນການຄົ້ນຄ້ວາອອກໃບຢັ້ງຢືນຮັບຮອງລ່ວງຫນ້າ ພະແນກທີ່ຮັບຜິດຊອບຕ້ອງປະຕິບັດຕາມມາດຖານ ແລະ ເງື່ອນໄຂທີ່ໄດ້ກຳນົດໄວ້ໃນລະບຽບກົດຫມາຍເຊັ່ນ: ການຈັດລະຫັດ, ແຫ່ງກຳເນີດສິນຄ້າ, ເຄື່ອງຂອງ ເພື່ອຮັບປະກັນໃຫ້ຜູ້ແຈ້ງພາສີປະຕິບັດຕາມລະບຽບການດຽວກັນ.

ໃນກໍລະນີລັດຖະການພາສີມີຂໍ້ມູນ, ຫລັກຖານກ່ຽວກັບສິນຄ້າ, ເຄື່ອງຂອງໃດຫນຶ່ງໃນໃບຢັ້ງຢືນຮັບຮອງລ່ວງຫນ້າມີການປ່ຽນແປງ ລັດຖະການພາສີ ຈະອອກຫນັງສືທາງລັດຖະການໃຫ້ຜູ້ຖືໃບຢັ້ງຢືນປະຕິບັດຕາມຂໍ້ມູນທີ່ມີການປ່ຽນແປງ. ຂ້າງເທິງ

ມາດຕາ 8. ການອອກໃບຢັ້ງຢືນຮັບຮອງລ່ວງຫນ້າ

ຫນວຍ່ງານອອກໃບຢັ້ງຢືນຮັບຮອງລ່ວງຫນ້າ ເປັນຜູ້ພິຈາລະນາຄົ້ນຄ້ວາໃບຢັ້ງຢືນໃຫ້ແກ່ຜູ້ສະເຫນີ ເພື່ອນຳສະເຫນີ ຫົວຫນ້າກົມພາສີ ພິຈາລະນາອະນຸມັດ.

ຄຳຕົກລົງກ່ຽວກັບບັນຫາໃດຫນຶ່ງໃນການຢັ້ງຢືນຮັບຮອງລ່ວງຫນ້າ ຕ້ອງເຜີຍແຜ່ໃຫ້ສັງຄົມຮັບຊາບ ແລະ ສາມາດນຳໃຊ້ຄຳຕົກລົງດັ່ງກ່າວ. ຖ້າວ່າສິນຄ້າ, ເຄື່ອງຂອງນຳເຂົ້າ ມີຄຸນລັກສະນະ ແລະ ເງື່ອນໄຂດຽວກັນ.

ຫນ່ວຍງານອອກໃບຢັ້ງຢືນຮັບຮອງລ່ວງຫນ້າມີສິດສະເຫນີຫົວຫນ້າກົມພາສີ ເພື່ອພິຈາລະນາຖອນ ຫລື ລົບລ້າງຄຳຕົກລົງກ່ຽວກັບໃບຢັ້ງຢືນຮັບຮອງລ່ວງຫນ້າໃນບັນຫາໃດຫນຶ່ງ. ຂ້າງເທິງ

ຫມວດ 2
ລະບຽບການອອກໃບຢັ້ງຢືນຮັບຮອງລ່ວງຫນ້າ

ມາດຕາ 9. ກາສະເຫນີຂໍໃບຢັ້ງຢືນຮັບຮອງລ່ວງຫນ້າ

ການສະເຫນີຂໍໃບຢັ້ງຢືນຮັບຮອງລ່ວງຫນ້າສາມາດເຮັບແບບທົ່ວໄປ ແລະ/ຫລື ທາງເອເລັກໂຕຣນິກ ຕາມແບບພິມທີ່ໄດ້ກຳນົດໄວກ່ຽວກັບການຢັ້ັ້ງຢືນ ໃນການຈັດລະຫັດສິນຄ້າ, ມູນຄ່າແຈ້ງພາສີ, ແຫລ່ງກຳເນີດສິນຄ້າ, ລະບຽບການແຈ້ງພາສີ ແລະ ລະບອບໃບແຈ້ງພາສີ ແລ້ວຍື່ນໃຫ້ຫນ່ວຍງານອອກໃບຢັ້ງຢືນຮັບຮອງລ່ວງຫນ້າ.

ແບບພິມການຢັ້ງຢືນຮັບຮອງລ່ວງຫນ້າ ຕ້ອງມີເນື້ອໃນເປັນພາສາລາວ, ພາສາອັັງກິດ ຫລື ພາສາໃດຫນຶ່ງ. ແບບພິມດັ່ງກ່າວຕ້ອງລະບຸຂໍ້ມູນລາຍລະອຽດ ກ່ຽວກັບເນື້ອໃນການຢັ້ງຢ້ນຮັບຮອງລ່ວງຫນໃນບັນຫາໃຫ້ຫນຶ່ງຂ້າງເທິງ ແລະ ລະບຸຂໍ້ມູນກ່ຽວກັບຜູ້ສະເຫນີໃຫ້ຄົບຖ້ວນ ໃນກໍລະນີຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າຕ້ອງການຂໍ້ມູນເພີ່ມຕື່ມ ແລະ ແຈ້ງຄຳຕົກລົງໃຫ້ຊາບ.

ແບບພິມການຢັ້ງຢືນຮັບຮອງລ່ວງຫນ້າ ຕ້ອງພິມເລກທີຕິດຕາມແບບພິມ, ແບບພິມການຢັ້້ງຢືນຮັບຮອງລ່ວງຫນ້າກ່ຽວກັບບັນຫາໃດຫນຶ່ງ ຕ້ອງລະບຸຂໍ້ມູນສະເພາະທີ່ກ່ຽວຂ້ອງກັບບັນຫານັ້ນພ້ອມ. ຂ້າງເທິງ

ມາດຕາ 10. ການຮັບຄຳສະເຫນີ

ຫນ່ວຍງານອອກໃບຢັ້ງຢືນຮັບຮອງລ່ວງຫນ້າ ຮັບຄຳສະເຫນີ, ກວກກາຂໍ້ມູນ ແລະ ເອກະສານປະກອບຄັດຕິດ ເມື່ອເຫັນວ່າຄຳສະເຫນີຖືກຕ້ອງ, ຄົບຖ້ວນຕາມລະບຽບການກຳນົດໄວ້. ຫນ່ວຍງານດັ່ງກ່າວຕ້ອງອອກໃບຮັບເອກະສານແບບທົ່ວໄປ ຫລື ທາງເອເລັກໂຕຣນິກທີ່ລະບຸເລກທີ, ວັນເດືອນປີຮັບເອກະສານໃຫ້ແກ່ຜູ້ສະເຫນີຢ່າງເປັັນລາຍລັກອັກສອນ. ຂ້າງເທິງ

ມາດຕາ 11. ຂັ້ນຕອນ ແລະ ກຳນົດເວລາໃນການຄົ້ນຄ້ວາຄຳສະເຫນີ

ພາຍຫລັງຮັບຄຳສະເຫນີ, ຫນ່ວຍງານອອກໃບຢັ້ງຢືນຮັບຮອງລ່ວງຫນ້າ ຕ້ອງນຳສົ່ງເອກະສານສະເຫນີໃຫ້ຜູ້ຮັບຜິດຊອບຄົ້ນຄ້ວາ ພາຍໃນກຳນົດເວລາ 05 ວັນລັດຖະການ ຜູ້ຮັບຜິດຊອບຕ້ອງກວດຄືນຄຳສະເຫນີ, ເອກະສານປະກອບ ແລະ ສະເຫນີຂໍ້ມູນເພີມເຕີ ຖ້າເຫັນວ່າມີຄວາມຈຳເປັນເພື່ອດຳເນີນການຄົ້ນຄ້ວາອອກໃບຢັ້ງຢືນຮັບຮອງລ່ວງຫນ້າຕາມຂັ້ນຕອນກຳນົດໄວ້.

ການສະເຫນີຂໍຂໍ້ມູນເພີ່ມເຕີມ ຕ້ອງເຮັດເປັນລາຍລັກອັກສອນໂດຍພະແນກທີ່ຮັບຜິດຊອບອອກໃບຢັ້ງຢືນຮັບຮອງລ່ວງຫນ້າແຈ້ງໃຫ້ຜູ້ສະເຫນີ. ການສະເຫນີຂໍຂໍ້ມູນຕ້ອງປະຕິບັດຕາມເນື້ອໃນທີ່ໄດ້ກຳນົດໄວ້ໃນມາດຕາ 09 ຂອງຄຳແນະນຳສະບັບນີ້.

ຜູ້ສະເຫນີ ຕ້ອງສົ່ງຂໍ້ມູນ ຫລື ເອກະສານກ່ຽວຂ້ອງ ຫລື ແຈ້ງເຫດຜົນທີ່ບໍ່ສາມາດສົ່ງຂໍ້ມູນດັ່ງກ່າວໃຫ້ລັດຖະການພາສີພາຍໃນກຳນົດ 10 ວັນລັດຖະການ ນັບແຕ່ມື້ໄດ້ຮັບຄຳສະເຫນີເປັນຕົ້ນໄປ. ໃນກໍລະນີບໍ່ສົ່ງຂໍ້ມນຕາມເວລາທີ່ໄດ້ກຳນົດໄວ້ ລັດຖະການພາສີຈະບໍ່ພິຈາລະນາ ແລະ ເຮັດຫນັງສືທາງລັດຖະການດັ່ງກ່າວອອກໃຫ້ໂດຍຫົວຫນ້າພະແນກທີ່ໄດ້ຮັບການມອບຫມາຍ ແລະ ໃຫ້ເກັບສຳເນົາໄວ້ເພື່ອເປັນຫລັກຖານ. ຂ້າງເທິງ

ມາດຕາ 12. ການອອກໃບຢັ້ງຢືນຮັບຮອງລ່ວງຫນ້າ

ລັດຖະການພາສີ ຕ້ອງຄົ້ນຄ້ວາອອກໃບຢັ້ງຢືນຮັບຮອງລ່ວງຫນ້າພາຍໃນກຳນົດເວລາ 10 ວັນລັດຖະການ ນັບແຕ່ວັນໄດ້ຮັບຄຳສະເຫນີຢ່າງເປັນທາງການ. ຫົວຫນ້າກົມພາສີຈະກວດຄືນຄວາມຖືກຕ້ອງ ແລະ ລົງລາຍເຊັນອອກໃບຢັ້ງຢືນຮັບຮອງລ່ວງຫນ້າ ພາຍໃນກຳນົດເວລາເ 05 ວັນລັດຖະການ. ພາຍຫລັງໄດ້ຮັບການອະນຸມັດ ຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າ ຕ້ອງແຈ້ງໃຫ້ຜູ້ສະເຫນີມາຮັບເອົາໃບຢັ້ງຢືນດັ່ງກ່າວ.

ກໍລະນີການຢັ້ງຢືນຮັບຮອງລ່ວງຫນ້າ ຕ້ອງອີງໃສ່ຜົນກາກວດວິເຄາະຕົວຢ່າງສິນຄ້າ, ເຄື່ອງຂອງ ເຊິ່ງການກຳນົດເວລາບໍ່ລະບຸໄວ້ຂ້າງເທິງ. ລັດຖະການພາສີ ຕ້ອງນຳສົ່ງຕົວຢ່າງໄປກວດວິເຄາຢູ່ຫ້ອງທົດລອງທີ່ທາງການອະນຸມັດ. ໃນໄລຍະເວລາລໍຖ້າຜົນການກວດວິເຄາະຕົວຢ່າງສິນຄ້າ, ເຄື່ອງຂອງ ການຄົ້ນຄ້ວາອອກໃບຢັ້ງຢືນຮັບຮອງລ່ວງຫນ້າ ຂອງລັດຖະການພາສີຈະກາຍກຳນົດເວລາ 10 ວັນລັດຖະການ ຕາມທີ່ໄດ້ກຳນົດໃນຄຳແນະນຳສະບັບນີ້.

ກໍລະນີດັ່ງກ່າວ ລັດຖະການພາສີຈະແຈ້ງໃຫ້ຜູ້ສະເຫນີ ພາຍຫລັງໄດ້ຮັບຜົນວິເຄາະຈາກຫ້ອງທົດລອງຢ່າງເປັນທາງການ. ຂ້າງເທິງ

າດຕາ 13. ເນື້ອໃນການອອກໃບຢັ້ງຢືນຮັບຮອງລ່ວງຫນ້າ

ເນື້ອໃນການອອກໃບຢັ້ງຢືນຮັບຮອງລ່ວງຫນ້າ ຕ້ອງປະຕິບັດຕາມເງື່ອນໄຂ ດັ່ງນີ້:

          ກ. ຕ້ອງພິມອອກເປັນໃບຢັ້ງຢືນຮັບຮອງລ່ວງຫນ້າພ້ອມລາຍເຊັນ ແລະ ປະທັບກາຢ່າງເປັນທາງການຂອງລັດຖະການພາສີ.

          ຂ. ຕ້ອງລະບຂໍ້ມູນດັ່ງລຸ່ມນີ້:

  1. ຂໍ້ມູນຂອງອົງການທີ່ອອກໃບຢັ້ງຢືນຮັບຮອງລ່ວງຫນ້າ;
  2. ຜົນຂອງການກວດກາຂໍ້ມູນທີ່ປະກອບຢູ່ໃນໃບຄຳຮ້ອງ ແລະ ເອກະສານທີ່ກ່ຽວຂ້ອງ;
  3. ຄຳອະທິບາຍ, ຜົນຂອງການວິເຄາະທີ່ໄດ້ຈາກຫ້ອງທົດລອງ ແລະ ເອກສານທີ່ກ່ຽວຂ້ອງ (ຖ້າມີ);
  4. ຄຳອະທິບາຍຂໍ້ມູນທີ່ກ່ຽວຂ້ອງຕ່າງໆ ບົນພື້ນຖານຂອງການພິຈາລະນາຕາມລະບຽບກົດຫມາຍ;
  5. ການຮັບຮອງຂໍ້ມູນ, ຄຳອະທິບາຍ ແລະ ການວິເຄາະ;
  6. ຜົນສັກສິດຂອງການນຳໃຊ້ໃບຢັ້ງຢືນຮັບຮອງລ່ວງຫນ້າ ທີ່ມີຜົນຕໍ່ຜູ້ສະເຫນີ ແລະ ລັດຖະການພາສີ;
  7. ໄລຍະເວລາຂອງການນຳໃຊ້ໃບຢັ້ງຢືນຮັບຮອງລ່ວງຫນ້າ;
  8. ລັດຖະການພາສີມີສິດໃນການກວດການສິນຄ້າເພື່ອໃຫ້ແນ່ໃວ່າ: ສິນຄ້າດັ່ງກ່າວທີ່ນຳເຂົ້ານັ້ນຖືກຕ້ອງກັບຂໍ້ມູນທີ່ໄດ້ລະບຸໄວ້ໃນໃບຢັ້ງຢືນຮັບຮອງລ່ວງຫນ້າ ຫລື ບໍ່?
  9. ຜູ້ສະເຫນີ ມີສິດສະຫນີຄືນເມື່ອເຫັນວ່າຜົນການຢັ້ງຢືນຮັບຮອງລ່ວງຫນ້າບໍ່ຖືກຕ້ອງຕໍ່ກັບການສະເຫນີຂອງຕົນ.
  10. ຜູ້ສະເຫນີທີ່ບິດບັງ, ເຊື່ອງອຳໃນການສະຫນອງຂໍ້ມູນທີ່ບໍ່ຖືກຕ້ອງ, ບໍ່ຄົບຖ້ວນຕ້ອງຮັບຜິດຊອບຕໍ່ຫນ້າກົດຫມາຍຢ່າງເຂັ້ມງວດ;
  11. ໃບຢັ້ງຢືນຮັບຮອງລ່ວງຫນ້າຊຸດຫນຶ່ງມີ 03 ສະບັບ: ກົມພາສີ. ຜູ້ຮ້ອງຂໍ ແລະ ດ້ານບ່ອນສິນຄ້ານຳເຂົ້າເກັບມ້ຽນ ບ່ອນລະ 01 ສະບັບ. ຂ້າງເທິງ

ມາດຕາ 14. ການສະເຫນີຄືນກ່ຽວກັບການຢັ້ງຢືນຮັບຮອງລ່ວງຫນ້າ

ການຢັ້ງຢືນຮັບຮອງລ່ວງຫນ້າສາມາດສະເຫນີຄືນພາຍໃນກຳນົດເວລາ 30 ວັນລັດຖະການນັບແຕ່ວັນຜູ້ສະເຫນີໄດ້ຮັບໃບຢັ້ງຢືນຮັບຮອງລ່ວງຫນ້າເພື່ອພິຈາລະນາຄືນພ້ອມດ້ວຍຄັດຕິດເອກະສານ ແລະ ຫລັກຖານອ້າງອີງທີ່ກ່ຽວຂ້ອງ ເພື່ອຊີ້ແຈງໃຫ້ເຫັນວ່າການອອກໃບຢັ້ງຢືນດັ່ງກ່າວບໍ່ຖືກຕ້ອງ. ຂ້າງເທິງ

ມາດຕາ 15. ການຕໍ່ອາຍຸໃບຢັ້ງຢືນຮັບຮອງລ່ວງຫນ້າ

ກ່ອນຫມົດອາຍຸການນຳໃຊ້ໃບຢັ້ງຢືນຮັບຮອງລ່ວງຫນ້າ 01 ເດືອນ ເຈົ້າຂອງໃບຢັ້ງຢືນຕ້ອງສະເຫນີລັດຖະການພາສີ ເພື່ອຂໍສຶບຕໍ່ອາຍຸການນຳໃຊ້ໃບຢັ້ງຢືນອີກ 01 ປີ ຕາມລະບຽບກົດຫມາຍກຳນົດ.

ໃນກໍລະນີຕໍ່ອາຍຸໃບຢັ້ງຢືນ ຜູ້ສະເຫນີຕ້ອງປະກອບຂໍ້ມູນຕາມແບບພິສະເພາະ ແລະ ຄັດຕິດເອກະສານ ຫລັກຖານທີ່ກ່ຽວຂ້ອງເພື່ອຊີ້ແຈງວ່າ:

  1. ການນຳເຂົ້າ ແມ່ນຖືກຕ້ອງຕາມຂໍ້ມູນ ແລະ ອາຍຸການນຳໃຊ້ທີ່ໄດ້ກຳນົດໄວ້ໃນໃບຢັ້ງຢືນຮັບຮອງລ່ວງຫນ້າ;
  2. ຊຳລະຄ່າພາສີ ແລະ ພັນທະອື່ນ ຢ່າງຖືກຕ້ອງ; ຂ້າງເທິງ

ຫມວດ 3
ການພົວພັນລະຫວ່າງຜູ້ສະເຫນີ ແລະ ຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າ

ມາດຕາ 16. ການແຈ້ງໃຫ້ຜູ້ສະເຫນີ

ການພົວພັນລະຫວ່າງຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າ ແລະ ຜູ້ສະເຫນີ ສາມາດຕິດຕໍ່ກັນແບບທົ່ວໄປ ຜ່ານທາງຈັດຫມາຍ, ໂທລະສານ, ຈົດຫມາຍເອເລັກໂຕຣນິກ ຫລື ອື່ນໆ ຕາມລະບຽບການກຳນົດໄວ້. ຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າຕ້ອງກຳນົດຂັ້ນຕອນການຮັບ ແລະ ສົ່ງຄຳສະເຫນີແບບທົ່ວໄປ ຫລື ທາງເອເລັກໂຕຣນິກ ລະຫວ່າງລັດຖະການພາສີ ແລະ ຜູ້ສະເຫນີ ເຊິ່ງໄດ້ກຳນົດໄວ້ໃນມາດຕາ 17 ຂອງຄຳແນະນຳສະບັບນີ້.

ການຕິດຕໍ່ລະຫວ່າງຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າ ແລ ຜູ້ສະເຫນີ ຜ່ານທາງຈົດຫນມາຍ, ໂທລະສານ, ຈັດຫມາຍເອເລັກໂຕຣນິກ ຫລື ອື່ນໆ ຕ້ອງມີເອກະສານກຳກັບການສົ່ງ - ການຮັບ ເກັບສຳເນົາໄວ້ເພື່ອເປັນຫລັກຖານ. ຂ້າງເທິງ

ມາດຕາ 17. ການສະເຫນີທາງເອເລັກໂຕຣນິກ

ເມື່ອໃດກົມພາສີ ມີລະບົບຮັບຄຳສະເຫນີທາງເອເລັກໂຕຣນິກ ອະນຸຍາດໃຫ້ຜູ້ສະເຫນີເຂົ້າໄປໃນລະບົບເພື່ອພິມຂໍ້ມູນ ແລະ ຄັດຕິດເອກະສານທີ່ກ່ຽວກັບການສະເຫນີ ໃຫ້ລັດຖະການພາສີ ເຊິ່ງລະບົບດັ່ງກ່າວຮັບປະກັນດ້ານຄວາມປອດໄພ ແລະ ສາມາດຮັກສາຄວາມລັບຕາມມາດຖານຂອງສາກົນກຳນົດໄວ້. ຕົວຢ່າງສິນຄ້າ, ເຄື່ອງຂອງ ແລະ ເອກະສານ ທີ່ບໍ່ສາມາດສົ່ງທາງເອເລັກໂຕຣນິກໄດ້ ຕ້ອງໄດ້ຈັດສົ່ງໃຫ້ຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າ.

ການສະເຫນີທາງເອເລັກໂຕຣນິກ ຜູ້ສະເຫນີຈະສົ່ງຄຳສະເຫນີໃຫ້ຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າຕາມລະບຽບການກຳນົດໄວ້ ເຊິ່ງລະບົບຈະບັນທຶກຂໍ້ມູນການສະເຫນີເພື່ອໃຫ້ເຈົ້າຫນ້າທີ່ພາສີຄົ້ນຄ້ວາພິຈາລະນາອອກຄຳຕົກລົງ. ໃນກໍລະນີລະບົບຂັດຂ້ອງດ້ວຍສາເຫດໃດຫນຶ່ງ ໃຫ້ຕິດຕໍ່ກັນຜ່ານທງຈົດຫມາຍ, ໂທລະສານ, ຈົດຫມາຍເອເລັກໂຕຣນິກ ຫລື ອື່ນໆ ຕາມລະບຽບການກຳນົດໄວ້.

ເອກະສານທີ່ມີລາຍເຊັນຢັ້ງຢືນຂອງຫົວຫນ້າກົມພາສີ ຈະຕ້ອງໄດ້ພິມອອກຈາກລະບົບເພື່ອເຊັນແລ້ວຈື່ງເອົາເຂົ້າລະບົບຄືນ. ຂ້າງເທິງ

ມາດຕາ 18. ການຢັ້ງຢືນຮັບຄຳສະເຫນີ

ການຢັ້ງຢືນຮັບຄຳສະເຫນີຕາມທີ່ໄດ້ກຳນົດໄວ້ໃນມາດຕາ 16 ແບບທົ່ວໄປ ແລະ ມາດຕາ 17 ທາງເອເລັກໂຕຣນິກ ແມ່ນວັນທີລັດຖະການພາສີໄດ້ຮັບຄຳສະເຫນີຈາກຜູ້ສະເຫນີຢ່າງເປັນລາຍລັກອັກສອນ. ຂ້າງເທິງ

ຫມວດ 4
ຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າ

ມາດຕາ 19. ການສ້າງຕັ້ງຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າ

ຫົວຫນ້າກົມພາສີ ສ້າງຕັ້ງຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າ ຂື້ນກັບພະແນກການໃດຫນຶ່ງຂອງກົມພາສີ ເພື່ອເປັນເສນາທິການໃຫ້ພະແນກການ ແລະ ກົມພາສີ ຮັບຜິດຊອບການຮັບຄຳສະເຫນີ ແລະ ຄົ້ນຄ້ວາຮ່າງຄຳຕົກລົງກ່ຽວກັບການຢັ້ງຢືນຮັບຮອງລ່ວງຫນ້າໃນບັນຫາໃດຫນຶ່ງຕາມທີ່ໄດ້ກຳນົດໄວ້ໃນລະບຽບກົດຫມາຍພາສີ ແລະ ຂໍ້ຕົກລົງສະບັບນີ້. ຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າມີຫນ້າທີ່ ແລະ ຂອບເຂດສິດດັ່ງນີ້:

ກ. ຮັບສະເຫນີ ແລະ ອອກໃບຮັບເອກະສານ;
ຂ. ກວດຄືນຄຳສະເຫນີ, ການປະກອບຂໍ້ມູນ ແລະ ເອກະສານໃຫ້ຖືກຕ້ອງຕາມລະບຽບການກຳນົດ;
ຄ. ນຳສົ່ງຄຳສະເຫນີດັ່ງກ່າວໃຫ້ແກ່ເຈົ້າຫນ້າທີ່ພາສີ ເພື່ອຄົ້ນຄ້ວາອອກຄຳຕົກລົງ;
ງ. ຕິດຕໍ່, ພົວພັນຜູ້ສະເຫນີໃນກໍລະນີ:

  1. ຂໍຂໍ້ມູນ ຫລື ຄຳອະທິບາຍເພີ່ມເຕີມ;
  2. ແຈ້ງຄຳອະທິບາຍ ຄືນໃຫ້ຜູ້ສະເຫນີ ກໍລະນີບໍ່ສາມາດອອກຄຳຕົກລົງເນື່ອງຈາກຂໍ້ມູນບໍ່ພຽງພໍ;
  3. ແຈ້ງຄຳຕົກລົງກ່ຽວກັບການຢັ້ງຢືນຮັບຮອງລ່ວງຫນ້າ ໃຫ້ແກ່ຜູ້ສະເຫນີ;
  4. ແຈ້ງການປ່ຽນແປງໃຫ່ມ ກ່ຽວກັັບລະບຽບການ ຫລື ມາດຖານທີ່ມີຜົນກະທົບຕໍ່ການຢັ້ງຢືນຮັບຮອງລ່ວງຫນ້າທີ່ໄດ້ຮັບຮອງ.

ຈ. ຄຸ້ມຄອງ, ຕິດຕາມ ກຳນົດເວລາໃບຢັ້ງຢືນຮັບຮອງລ່ວງຫນ້າຕາມມທີ່ໄດ້ກຳນົດໄວ້ໃນມາດຕາ 12 ຂອງຄຳແນະນຳສະບັບນີ້;
ສ. ນຳສະເຫນີຫົວຫນ້າກົມພາສີ ເພື່ອອອກໃບຢັ້ງຢືນຮັບຮອງລ່ວງຫນ້າ, ນຳສະເຫນີຫົວຫນ້າພະແນກ ອອກຫນັງສືລັດຖະການເພື່ອແຈ້ງຄືນໃຫ້ຜູ້ສະເຫນີ ໃນກໍລະນີທີ່ບໍ່ສາມາດອອກໃບຢັ້ງຢືນຮັບຮອງລ່ວງຫນ້າ;
ຊ. ເກັບສຳເນົາໃບຢັ້ງຢຶນຮັບຮອງລ່ວງຫນ້າ;
ຍ. ສ້າງຖານຂໍ້ມູນກ່ຽວກັບການຢັ້ງຢືນຮັບຮອງລ່ວງຫນ້າ ທີ່ບໍ່ແມ່ນຂໍ້ມູນລັບ ແລະ ສາມາດນຳໃຊ້ໄດ້ທົ່ວໄປ;
ດ. ເກັບສຳເນົາການປ່ຽແປງບັນທັດຖານ ໃນກາຄົ້ນອອກຄຳຕົກລົງກ່ຽວກັບການຢັ້ງຢືນຮັບຮອງລ່ວງໜ້າ;
ຕ. ເປັນຜູ້ປະສານໃນວຽກງານຢັ້ງຢືນຮັບຮອງລ່ວງຫນ້າ ກັບບັນດາພະແນກທີ່ກ່ຽວຂ້ອງ;
ຖ. ປະຕິບັດຫນ້າທີ່ອຶ່ນ ຕາມການມອບຫມາຍ; ຂ້າງເທິງ

ມາດຕາ 20. ໂຄງປະກອບການຈັດຕັ້ງຂອງຫນ່ວຍງານຢັ້ງຢືນຮັບຮອງລ່ວງຫນ້າ

ໂຄງປະກອບການຈັດຕັ້ງຂອງຫນ່ວຍງານຢັ້ງຢຶນຮັບຮອງລ່ວງຫນ້າຕາມຫນ້າທີ່, ຂອບເຂດສິດ ແລະ ການກຳນົດຕໍາແຫນ່ງງານ ມີດັ່ງນີ້:

  • ຫົວຫນ້າຫນ່ວຍງານ;
  • ຮ້ອງຫົວຫນ້າຫນ່ວຍງານ;
  • ວິຊາການ ຮັບ-ສົ່ງເອກະສານ ແລະ ຕິດຕໍ່ພົວພັນ;
  • ວິຊາການດ້ານການຈັດລະຫັດສິນຄ້າ;
  • ວິຊາການດ້ານມູນຄ່າມູນຄ່າແຈ້ງພາສີ;
  • ວິຊາການດ້ານແຫ່ງກຳເນີດສິນຄ້າ;
  • ວິຊາການດ້ານລະບຽບການແຈ້ງພາສີ ແລະ ລະບອບໃບແຈ້ງພາສີ; ຂ້າງເທິງ

ຫມວດ 5
ບົດບັນຍັດສຸດທ້າຍ

ມາດຕາ 21. ການສ້າງຖານຂໍ້ມູນການຢັ້ງຢືນຮັບຮອງລ່ວງຫນ້າ

ກົມພາສີ ຕ້ອງສ້າງຖານຂໍ້ມູນກ່ຽວກັບການຢັ້ງຢືນຮັບຮອງລ່ວງຫນ້າ ທີ່ບໍ່ແມ່ນຂໍ້ມູນລັບ ແລະ ສາມາດນຳໃຊ້ໄດ້ທົ່ວໄປ.

ຖາມຂໍ້ມນກ່ຽວກັບການຢັ້ງຢືນຮັບຮອງລ່ວງຫນ້າຂອງກົມພາສີ ຜູ້ແຈ້ງພາສີສາມາດເຂົ້າໄປນຳໃຊ້ ໂດຍມີການປັບປຸງຂໍ້ມູນຢ່າງປົກກະຕິ. ຂ້າງເທິງ

ມາດຕາ 22. ຄ່າບໍລິການອອກໃບຢັ້ງຢືນຮັບຮອງລ່ວງຫນ້າ

ຄ່າບໍລິການໃນການອອກໃບຢັ້ງຢືນຮັບຮອງລ່ວງຫນ້າ ແລະ ການອະນຸຍາດຕໍ່ອາຍຸໃບຢັ້ງຢືນຮັບຮອງລ່ວງຫນ້າແມ່ນ 200,000 ກີບ/ໃບ ເຊິ່ງລວມມີຄ່າສິ້ນເປືອງດ້ານເອກະສານ, ຄ່າຕິດຕໍ່ສື່ສານ ແລະ ຄ່າບຳລຸງຮັກສາລະບົບຖານຂໍ້ມູນ. ຂ້າງເທິງ

ມາດຕາ 23. ການຮັກສາຄວາມລັບ

ເຈົ້າຫນ້າທີ່ພາສີ ທີ່ຮັບຜິດຊອບກ່ຽວກັບການຮັບ, ຄົ້ນຄ້ວາ ແລະ ອອກໃບຢັ້ງຢືນຮັບຮອງລ່ວງຫນ້າ ຕ້ອງເກັບຮັກສາຂໍ້ມູນທີ່ເປັນຄວາມລັບ ກ່ຽວກັບການຢັ້ງຢືນຮັບຮອງລ່ວງຫນ້າ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 78 ຂອງກົດຫມາຍ ວ່າດ້ວຍພາສີ ເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ແລະ ລະບຽບກົດຫມາຍອື່ນທີ່ກ່ຽວຂ້ອງກຳນົດໄວ້. ຂ້າງເທິງ

ມາດຕາ 24. ການຈັດຕັ້ງປະຕິບັດ

ມອບໃຫ້ກົມພາສີ ອອກຄຳແນະນຳເພີ່ມເຕີມກ່ຽວກັບການຈັດຕັ້ງປະຕິບັດຄຳແນະນຳສະບັບນີ້. ຂ້າງເທິງ

ມາດຕາ 25. ຜົນສັກສິດ

          ຄຳແນະນຳສະບັບນີ້ ມີຜົນສັກສິດພາຍຫລັງ 90 ວັນ ນັບແຕ່ວັນລົງລາຍເຊັນປັນຕົ້ນໄປ.ຂ້າງເທິງ

ລັດຖະມົນຕີວ່າການກະຊວງການເງິນ ຂ້າງເທິງ
 

# ຫົວຂໍ້ ດາວໂຫຼດ
1 Instruction of the Finance Minister on Advance Ruling, No. 3610/MoF PDF
2 ຄຳແນະນຳ ຂອງລັດຖະມົນຕີວ່າການ ກະຊວງການເງິນ ວ່າດ້ວຍ ການຢັ້ງຢືນຮັບຮອງລ່ວງຫນ້າ (Advance Ruling) ເລກທີ 3610/ກງ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.