1.  ປະຫວັດ​ຄວາມ​ເປັນ​ມາ

ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ (Self Certification) ​ເປັນ​ແນວ​ຄິດ​ລິ​ເລິ່ມຂອງ​ອາ​ຊຽນ ນັບ​ແຕ່​ປີ 2008 ເພື່ອສ້າງ​ສິ່ງ​ອຳນວຍ​ຄວາມ​ສະດວກໃຫ້ແກ່ການ​ດຳ​ເນີ​ນທຸລະກິດພາຍໃນອາຊຽນໃຫ້ມີຄວາມກະທັດຮັດ, ງ່າຍດາຍ, ວ່ອງໄວ, ຫຼຸດຜ່ອນເວລາ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈຳເປັນ ລວມທັງການນຳໃຊ້ບຸກຄະລາກອນຂອງລັດ​ໃນ​ການ​ບໍລິຫານ​ຄຸ້ມ​ຄອງໃຫ້ມີຄວາມຮັດກຸມ, ພ້ອມ​ດຽວ​ກັນນັ້ນກໍ່​ເພື່ອ​ຊຸກ​ຍູ້​ສົ່ງ​ເສີມ​ໃຫ້​ພາກທຸລະກິດ​ມີ​ຄວາມ​ຮັບຜິດຊອບ​ຕໍ່​ລະບຽບ​ແຫຼ່ງກຳ​ເນີ​ດສິນຄ້າ.

2.  ຈຸດປະສົງ

ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ (Self Certification) ແມ່ນການອະນຸຍາດໃຫ້ພາກທຸລະກິດຢັ້ງຢືນແຫຼ່ງກຳເນີດຂອງສິນຄ້າດ້ວຍຕົນເອງໃນ​ເວລາ​ສົ່ງ​ອອກ ​​ເພື່ອຂໍ​ສິດທິ​ພິ​ເສດ​ດ້ານ​ການ​ຄ້າຈາກ​ສະມາຊິກ​ອາ​ຊຽນອື່ນ ແທນການຂໍໃບຢັ້ງຢືນແຫຼ່ງກຳເນີດສິນຄ້າ (Form D) ນຳຫ້ອງການ​ເຈົ້າໜ້າ​ທີ່​ລັດ ຫຼື ຫ້ອງການ​ເຈົ້າໜ້າ​ທີ່​ອື່ນ​ທີ່​ໄດ້​ຮັບ​ມອບ​ໝາຍ​ສິດ.

3.  ຄາດ​ໝາຍ​ລວມ

ອາ​ຊຽນຕັ້ງຄາດໝາຍ​ລິ​ເລີ່​ມ​ຈັດຕັ້ງປະຕິບັດ​ການ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ດ້ວຍ​ຕົນ​ເອງ​ ໃນ​ເດືອນ​ ທັນວາ 2015 ຫຼື ​ໃນ​ເວລາ​ລວມ​ໂຕ​ກັນ​ເປັນ​ປະຊາ​ຄົມ​​ເສດ​ຖະກິດອາ​ຊຽນ (AEC), ແຕ່ກ່ອນ​ຈະ​ຮອດ​ປີ 2015 ອາ​ຊຽນ​ໄດ້​ດຳ​ເນີນ​ການ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ດ້ວຍ​ຕົນ​ເອງ​ແບບ​ທົດ​ລອງ​ພາຍ​ໃຕ້ 2 ​ໂຄງການ ຄື: ​ໂຄງການ​ທົດ​ລອງ I ​ແລະ ​ໂຄງການ​ທົດ​ລອງ II. ​ໂຄງການ​ທົດ​ລອງ I​ ໄດ້​ເລີ່​ມຈັດຕັ້ງປະຕິບັດ​ມາ​ແຕ່ ວັນ​ທີ 1 ມັງກອນ 2011 ​ໂດຍ​ມີ 4 ປະ​ເທດ​ ເຂົ້າຮ່ວມ​ຄື: ບຣູ​ໄນ, ມາ​ເລ​ເຊຍ, ສິງກະ​ໂປ ​ແລະ ​ໄທ, ສ່ວນ​ໂຄງການ​ທົດ​ລອງ II ຈະ​ໄດ້​ເລີ່​ມຈັດຕັ້ງປະຕິບັດ​ ໃນ​ວັນ​ທີ 1 ມັງກອນ 2014 ຊຶ່ງ​ມີ 3 ປະ​ເທດ​ສະມາຊິກ​ອາ​ຊຽນ​ເຂົ້າຮ່ວມ ​ໄດ້​ແກ່: ຟີ​ລິບ​ປິນ, ອິນ​ໂດ​ເນ​ເຊຍ ​ແລະ ລາວ.

4.  ການຈັດຕັ້ງປະຕິບັດໂຄງການທົດລອງ II ຂອງ ສປປ ລາວ

ສປປ ລາວ​ ​ໄດ້​ສຳ​ເລັດ​ຂັ້ນຕອນ​ພາຍ​ໃນ​​ເພື່ອຈັດຕັ້ງປະຕິບັດ​ໂຄງການ​ທົດ​ລອງ II ທີ່​ຈະ​ເລີ່​ມ ​ໃນ​ວັນ​ທີ 1 ມັງກອນ 2014 ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ.

 ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ອອກ​ຂໍ້​ຕົກລົງວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ການຈັດຕັ້ງປະ ຕິບັດ​ໂຄງການ​ທົດ​ລອງ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ດ້ວຍ​ຕົນ​ເອງ​ທີ II ຂອງ​ອາ​ຊຽນ ສະບັບ​ເລກທີ 0442 /ອຄ.ກຂອ ລົງ​ວັນ​ທີ 6 ມີນາ 2013 ​ແລະ ກະຊວງ​ການ​ເງິນ ກໍ່​ໄດ້​ອອກ​ຂໍ້​ຕົກລົງ ​ວ່າດ້ວຍ​ການຈັດຕັ້ງ ປະຕິບັດ​ໂຄງການ​ທົດ​ລອງ​ທີ II ຂອງ​ອາ​ຊຽນ ກ່ຽວ​ກັບ​ການ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ດ້ວຍ​ຕົນ​ເອງ ສະບັບເລກທີ 2962/ກງ ລົງ​ວັນ​ທີ 9 ຕຸລາ 2013. ສະນັ້ນ, ບໍລິສັດ/​ໂຮງງານ​ທີ່​ມີ​ການ​ສົ່ງ​ອອກ​ໄປ​ຍັງ​ປະ​ເທດ​ສະມາຊິກ​ຂອງ​ໂຄງການ​ທົດ​ລອງ II ສາມາດ​ສະ​ເໜີ​ຂໍ​ສິດ​ໃນ​ການ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ດ້ວຍ​ຕົນ​ເອງ​ໄດ້​ໂດຍ​ປະຕິບັດ​ຕາມ​ເງື່ອນ​ໄຂ ​ແລະ ຂັ້ນຕອນ​ ດັ່ງນີ້:

5.  ເງື່ອນໄຂຂອງຜູ້ທີ່ຕ້ອງການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ

  1. ເປັນບໍລິສັດ/ໂຮງງານ ທີ່ມີທະບຽນວິສະຫະກິດດຳເນີນການຜະລິດ ແລະ ສົ່ງອອກສິນຄ້າຂອງຕົນຖືກຕ້ອງຕາມລະບຽບກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ
  2. ມີປະຫວັດການດຳເນີນທຸລະກິດຈະແຈ້ງ, ປະຕິບັດພັນທະຕ່າງໆຕໍ່ລັດຄົບຖ້ວນ ແລະ ເປັນປົກ ກະຕິ;
  3. ມີປະສົບການໃນການຈັດຕັ້ງປະຕິບັດລະບຽບແຫຼ່ງກຳເນີດສິນຄ້າອາຊຽນ;
  4. ເປັນຜູ້ຜະລິດສິນຄ້າທີ່ສົ່ງອອກໄປຍັງຕະຫຼາດຂອງປະເທດສະມາຊິກອາຊຽນທີ່ເຂົ້າຮ່ວມໂຄງ ການ.

6.  ຂັ້ນຕອນການຂໍຢັ້ງຢືນແຫຼ່ງກຳເນີດດ້ວຍຕົນເອງ

ການ​ຂໍ​ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ດ້ວຍ​ຕົນ​ເອງ​ ສາມາດປະຕິບັດ​ຕາມ​ຂັ້ນຕອນ ​ດັ່ງ​ນີ້:

  1.  ຂໍໃບຢັ້ງຢືນສິດ;
  2.  ແຈ້ງແບບຢ່າງລາຍເຊັນ;
  3.  ອອກ​ໃບຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ດ້ວຍ​ຕົນ​ເອງ (Invoice Declaration).

 ບໍລິສັດ/ໂຮງງານ ສາມາດຂໍສິດເປັນຜູ້ຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງນຳ ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ.

7.  ວີທີການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນໃນເວລາສົ່ງອອກ

​ໃຫ້ບໍລິສັດ/ໂຮງງານ ພິມຂໍ້ຄວາມລຸ່ມນີ້ໃສ່ໃນໃບແຈ້ງລາຄາ (Commercial Invoice) ໃນເວລາສົ່ງອອກດັ່ງລາຍລະອຽດລຸ່ມນີ້:

“The exporter of the product(s) covered by this document (Certified Exporter Authorization Code .......) declares that, except where otherwise clearly indicated, the products (HS Code/s:.........)  satisfy the Rules of Origin to be considered as ASEAN Originating Products under ATIGA (ASEAN country of origin: ....................) with origin criteria: 

Signature over Printed Name of  the Authorized Signatory”

8.  ພັນທະຂອງຜູ້ຢັ້ງຢືນແຫຼ່ງກຳເນີດສິນຄ້າ

ບໍລິສັດ/ໂຮງງານທີ່ຢັ້ງຢືນ​ແຫຼ່ງກຳ​ເນີ​ດສິນຄ້າ​ດ້ວຍ​ຕົນ​ເອງຕ້ອງໄດ້ປະຕິບັດພັນທະ ດັ່ງນີ້:

  • ສຶກສາ ແລະ ປະຕິບັດຕາມລະບຽບແຫຼ່ງກໍາເນີດສິນຄ້າ (Rules of Origin: ROO) ແລະ    ລະບຽບຂັ້ນຕອນຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ (Operational Certification Procedures: OCP) ຢ່າງເຄັ່ງຄັດ;
  • ຢັ້ງຢືນແຫຼ່ງກໍາເນີດສໍາລັບສິນຄ້າທີ່ໄດ້ເງື່ອນໄຂເທົ່ານັ້ນ;
  • ຮັກສາເອກະສານ​ ແລະ ຂໍ້ມູນທີ່ຕິດພັນກັບການຜະລິດສິນຄ້າ ຢ່າງໜ້ອຍ 3 ປີ ແລະ ສາມາດ​ໃຫ້ການພິສູດການໄດ້ແຫຼ່ງກໍາເນີດຂອງສິນຄ້ານັ້ນ;
  • ລາຍງານສະຖິຕິການຢັ້ງຢືນແຫຼ່ງກໍາເນີດສິນຄ້າດ້ວຍຕົນເອງໃຫ້ໜ່ວຍງານຢັ້ງຢືນສິດ;
  • ໃຫ້ການຮ່ວມມື ຕໍ່ໜ່ວຍ​ງານຢັ້ງຢືນສິດໃນທຸກໆ​ກໍລະນີ​ທີ່​ຕິດ​ພັນ​ກັບການຢັ້ງຢືນແຫຼ່ງກໍາເນີດສິນ ຄ້າດ້ວຍຕົນເອງ;
  • ປະຕິບັດພັນທະອື່ນໆຕາມລະບຽບ ແລະ ກົດໝາຍກໍານົດໄວ້.

9.  ຂໍ້ມູນເພີ່ມເຕີມ

 ສອບຖາມຂໍ້​ມູນ​ເພີ່ມ​ຕື່ມ​ໄດ້​ທີ່: ພະແນກ ຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງ ອຸດສາຫະກຳ ແລະ ການຄ້າ

ໂທ    : 021 - 450 255

ແຟັກ  : 021 - 454224, 021 - 412434

ເວັບໄຊ້ : http://www.laotradeportal.gov.la

     http://www.asean.org  

ອີເມວ  : [email protected]

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.