ກອງປະຊຸມປຶກສາຫາລືຮ່ວມກັນ ລະຫວ່າງ ພາກລັດ ແລະທຸລະກິດ ລາວ-ໄທ ຈັດຂຶ້ນໃນວັນທີ 13 ມີນາ ທີ່ຜ່ານມາ ທີ່ໂຮງແຮມລາວພຣ່າຊ່າ ນະຄອນຫລວງວຽງຈັນ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ດຣ ນາມ ວິຍະເກດ, ລັດ ຖະມົນຕີວ່າການ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ທ່ານ ພິດຊະນຸ ຈັນວິທັນ, ເອກອັກຄະລັດ ຖະທູດໄທ ປະຈຳ ສປປ ລາວ. ກອງປະຊຸມໃນຄັ້ງນີ້ ແມ່ນກອງ ປະຊຸມ ຂະໜາດນ້ອຍລະຫວ່າງຄະນະນັກທຸລະກິດໄທ ທີ່ດຳເນີນການລົງທຶນ ແລະ ການຄ້າ ຢູ່ ສປປ ລາວ ແລະ ຜູ້ຕາງ ໜ້າຈາກ ບາງຂະແໜງ ການທີ່ກ່ຽວຂ້ອງຂອງພາກລັດ ໃນນັ້ນ ກົມພາສີ, ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ແລະ ກົມຄຸ້ມຄອງແຮງງານ ກໍໄດ້ຂຶ້ນນຳສະເໜີ       ກ່ຽວກັບນະໂຍບາຍຂອງລັດຖະບານທີ່ພົວພັນເຖິງການຄ້າ ແລະ ການລົງທຶນ, ນອກຈາກ ຂະແໜງການ ເຫລົ່ານັ້ນ ຍັງມີ ຜູ້ຕາງໜ້າຈາກ ກົມສວຍສາອາກອນ, ກົມຂົນສົ່ງ, ກົມການນຳເຂົ້າ ແລະ ສົ່ງອອກ, ກົມການຄ້າພາຍໃນ ແລະ ກົມນະໂຍບາຍການຄ້າຕ່າງປະເທດ ເຂົ້າຮ່ວມນຳ.

ກອງປະຊຸມພົບປະໄດ້ດຳເນີນໄປໃນບັນຍາກາດອັນຟົດຟື້ນ ແລະ ກົງໄປກົງມາ ຄະນະນັກທຸລະກິດໄທໄດ້ຍົກບັນຫາ ຂຶ້ນມາປຶກສາ ຫາລືກັບພາກລັດຂອງລາວ ເພື່ອສ້າງຄວາມກະຈ່າງແຈ້ງຕໍ່ບາງບັນຫາທີ່ຄົງຄ້າງ ຊຶ່ງຄວາມສົນໃຈສ່ວນໃຫຍ່ແມ່ນກ່ຽວກັບ ວຽກງານພາສີ-ອາກອນ ເປັນຕົ້ນ ພາກທຸລະກິດຂອງໄທມີຄວາມສົນໃຈຊາບກ່ຽວກັບການກຳນົດພາສີໃນແຕ່ລະໝວດສິນຄ້າຂອງ ສປປ ລາວ ໃນຂອບ CEPT ຫລັງຈາກ AEC 2015  ພ້ອມນັ້ນ ຍັງໃຫ້ທັດສະນະວ່ານະໂຍບາຍການເກັບພາສີຢູ່ແຕ່ລະແຂວງຂອງ ສປປ ລາວ ຂ້ອນຂ້າງ ຈັດຕັ້ງ ປະຕິບັດແຕກຕ່າງກັນ ແລະ ສັງເກດເຫັນວ່າ ກົດເກນທາງດ້ານພາສີຂອງລາວຍັງບໍ່ລະອຽດເທົ່າທີ່ຄວນ ຍັງມີລັກ ສະນະເປັນ ບົດແນະນຳ ແບບລວມໆທີ່ເປີດໃຫ້ມີການຕີຄວາມໝາຍຂອງເຈົ້າໜ້າທີ່ພາສີ ຊຶ່ງເຮັດໃຫ້ເປັນການຢາກທີ່ພາກ ທຸລະກິດຈະ ສາມາດ ຄິດໄລ່ຕົ້ນ ທຶນ ເພື່ອຕັດສິນໃຈໃນການລົງທຶນຢູ່ ສປປ ລາວ. ນອກນັ້ນ ຍັງມີການຕັ້ງຄຳຖາມກ່ຽວກັບນະໂຍບາຍຂໍຮຽກຄ່າພາສີ ແລະ ອາກອນຊົມໃຊ້ຄືນ ພາຍຫລັງທີ່ສິນຄ້ານຳເຂົ້າຖືກທຳລາຍຖີ້ມ ເຊັ່ນ ໃນກໍລະນີຂອງການນຳເຂົ້າ ໂຄຄາໂຄລາ ເນື່ອງຈາກໝົດອາຍຸການນຳໃຊ້. ພາກທຸລະ ກິດຂອງໄທ ຍັງມີຄຳເຫັນຕໍ່ ບັນຫາດ້ານແຮງງານຢູ່ ສປ ປລາວ ວ່າສປປ ລາວ ມີການຂາດເຂີນແຮງງານ ເນື່ອງຈາກມີປະ ຊາກອນໜ້ອຍ ແລະ ແຮງງານທີ່ມີກໍຂາດສີມື ສະນັ້ນ ພາກທຸລະກິດຂອງໄທອາດສົນໃຈມາລົງທຶນສ້າງສູນສີມືແຮງງານຢູ່ ສປປ ລາວ.

ທ່ານ ດຣ ນາມ ວິຍະເກດ, ລັດຖະມົນຕີວ່າການກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ກ່າວວ່າ ໄທ ຍັງເປັນຄູ່ຄ້າຫລັກຂອງສປປ ລາວ ໃນສົກປີ 2012-2013 ຜ່ານມາເຫັນວ່າ ມູນຄ່າການຄ້າລາວ-ໄທ ບັນລຸ 5,06 ຕື້ໂດລາສະຫະລັດ ເພີ້ມຂຶ້ນຖ້າທຽບໃສ່ສົກປີ 2011-2012 ເຊິ່ງປະຕິບັດໄດ້ 2,24 ຕື້ໂດລາສະຫະລັດ. ໃນນັ້ນມູນຄ່າການສົ່ງອອກຂອງລາວບັນລຸໄດ້ 1,35 ຕື້ ໂດລາສະຫະລັດ, ການນຳເຂົ້າໄດ້ 3,70 ຕື້ໂດລາສະຫະລັດ. ການຄ້າລະຫວ່າງສອງປະເທດຍັງມີທ່າແຮງພັດທະນາໄດ້ຢ່າງຕໍ່ເນື່ອງ ແລະ ກອງປະຊຸມຄັ້ງນີ້ ຈະເປັນສ່ວນໜຶ່ງ ໃນແຜນງານທີ່ຈະຊຸກຍູ້ໃຫ້ມູນຄ່າການຄ້າສອງຝ່າຍເພີ່ມຂຶ້ນ ທັງເປັນອີກໜຶ່ງ ເວທີທີ່ສຳຄັນລະຫວ່າງພາກລັດຂອງລາວ ແລະ ນັກທຸລະກິດໄທໃນການແລກປ່ຽນຄວາມຄິດເຫັນ ແລະ ພ້ອມກັນແກ້ໄຂອຸປະສັກ ເພື່ອຊຸກຍູ້ສົ່ງເສີມການຄ້າສອງຝ່າຍ ພ້ອມນັ້ນ ທ່ານລັດຖະມົນຕີວ່າການ ຍັງໄດ້ສະເໜີໃຫ້ມີການຄົ້ນຄວ້າເພື່ອໃຫ້ມີການຫັນທິດການຄ້າລາວ-ໄທ ໃຫ້ກາຍເປັນການຄ້າທີ່ເປັນທຳ ໂດຍຜ່ານລະບົບທະນາຄານໃຫ້ຫລາຍຂຶ້ນ.

ທ່ານ ພິດຊະນຸ ຈັນວິທັນ, ເອກອັກຄະລັດຖະທູດໄທ ປະຈຳ ສປປ ລາວ ໄດ້ກ່າວວ່າ: ຄວາມຕ້ອງການຂອງນັກ ລົງທຶນໄທທີ່ມາລົງທຶນໃນລາວ ແມ່ນຫລາຍ ແຕ່ບັນຫາຕ່າງໆ ທີ່ຍົກມາປຶກສາຫາລືຄັ້ງນີ້ຖືວ່າເປັນອຸປະສັກໃນການມາດຳເນີນທຸລະກິດຢູ່ ສປປ ລາວ. ທ່ານຍັງໄດ້ກ່າວ ໃນບາງຕອນວ່າ: ໄທພ້ອມຈະສົ່ງເສີມໃຫ້ນັກທຸລະກິດໄທ ມາລົງທຶນໃນຂະ   ແໜງການທີ່ສປປ ລາວ ຍັງຂາດເປັນຕົ້ນແມ່ນ ດ້ານການສຶກສາ, ການຍົກລະດັບສີມືແຮງງານ, ການຮ່ວມມືແບບມິດຕະພາບ, ແລະ ອື່ນໆ

ແຫລ່ງຂໍ້ມູນ: ໜັງສືພິມເສດຖະກິດການຄ້າສະບັບວັນທີ 14 ມີນາ 2014

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.