ສາລະບານ

ໝວດທີ I ຂໍ້ກຳນົດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ນິຍາມ
ມາດຕາ 3. ຂອບເຂດການນຳໃຊ້

ໝວດທີ II ການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ

ມາດຕາ 4. ປະເພດການດຳເນີນກິດຈະການ ການຊື້-ຂາຍແຮ່ທາດ ແລະ ປະລິດຕະພັນແຮ່ທາດ
ມາດຕາ 5. ເງື່ອນໄຂ ແລະ ການອອກໃບອານຸຍາດການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ
ພາຍໃຕ້ສັນຍາສຳປະທານ

ມາດຕາ 6. ການຊື້-ຂາຍແຮ່ທາດໂດຍຜູ້ໄດ້ຮັບອານຸຍາດສຳປະທານ
ມາດຕາ 7. ເງື່ອນໄຂການຂໍ ແລະ ການອອກໃບອານຸຍາດໃຫ້ແກ່ຜູ້ດຳເນິນກິດຈະການສະເພາະແຕ່
ການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ

ມາດຕາ 8. ການອອກໃບອານຸຍາດຊື້-ຂາຍແຮ່ທາດ
ມາດຕາ 9. ການນຳເຂົ້າແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ຜ່ານດິນແດນຂອງ ສປປ ລາວ
ເພື່ອສົ່ງໄປປິເທດທີ່ສາມ

ມາດຕາ 10. ລາຄາການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ
ມາດຕາ 11. ການວິໄຈຕົວຢ່າງ
ມາດຕາ 12. ຄ່າທຳນຽມ
ມາດຕາ 13. ການຈ່າຍຄ່າຊັບພະຍາກອນແຮ່ທາດ

ໝວດທີ III ການເຄື່ອນຍ້າຍ

ມາດຕາ 14. ເງື່ອນໄຂການຂໍອານຸຍາດເຄື່ອນຍ້າຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ
ມາດຕາ 15. ການອອກໃບອະນຸຍາກເຄື່ອນຍ້າຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ

ໝວດທີ IV ການຄຸ້ມຄອງ ແລະ ກວດກາໃບອະນຸຍາດ

ມາດຕາ 16. ການຄຸ້ມຄອງ
ມາດຕາ 17. ຂໍ້ຫ້າມ

ໝວດທີ V ການຖອນໃບອານຸຍາດ

ມາດຕາ 18. ການຖອນໃບອານຸຍາດ
ມາດຕາ 19. ມາດຕະການເພີ່ມ

ໝວດ VI ບົດບັນຍັດສຸດທ້າຍ

ມາດຕາ 20. ການຈັດຕັ້ງປະຕິບັດ
ມາດຕາ 21. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ  ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງພະລັງງານ ແລະ ບໍ່ແຮ່       ເລກທີ 0481 /ພບ
ນະຄອນຫຼວງວຽງຈັນ, ວັນທີ 20 / 4 / 2012

ຂໍ້ຕົກລົງ
ຂອງລັດຖະມົນຕີ ວ່າການ ກະຊວງພະລັງງານ ແລະ ບໍ່ແຮ່
ວ່າດ້ວຍ ການຊື້ - ຂາຍແຮ່ທາດ ແລະ ພະລິດຕະພັນແຮ່ທາດ

-       ອີງຕາມກົດໝາຍ ວ່າດ້ວຍ ແຮ່ທາດ ສະບັບເລກທີ     /ສພຊ, ລົງວັນທີ 20 ທັນວາ 2011;
-       ອີງຕາມກົດໝາຍ ວ່າດ້ວຍ ວິສາຫະກິດ ສະບັບເລກທີ 11/ສພຊ, ລົງວັນທີ 9 ພະຈິກ 2005;
-       ອີງຕາມກົດໝາຍ ວ່າດ້ວຍ ອຸດສາຫະກຳປຸງແຕ່ງ ສະບັບເລກທີ 01/99/ສພຊ, ລົງວັນທີ 3 ເມສາ 1999;
-       ອີງຕາມດຳລັດນາຍົກລັດຖະມົນຕີ ສະບັບເລກທີ /ນຍ, ລົງວັນທີ 6/4/2011 ວ່າດ້ວຍການນຳເຂົ້າ ແລະ ສົ່ງອອກສິນຄ້າ;
-       ອີງຕາມດຳລັດນາຍົກລັດຖະມົນຕີ ສະບັບເລກທີ 372/ນຍ; ລົງວັນທີ 21/10/2011 ວ່າດ້ວຍ ການຈັດຕັ້ງ ແລະ ເຄື່ອນໄຫວຂອງ     ກະຊວງພະລັງງານ ແລະ ບໍ່ແຮ່.

ກະຊວງພະລັງງານ ແລະ ບໍ່ແຮ່ ອອກບົດແນະນຳ:

ໝວດທີ I
ຂໍ້ກຳນົດທົ່ວໄປ

ມາດຕາ 1. ຈຸດປະສົງ 

ຂໍ້ຕົກລົງສະບັບນີ້ວາງອອກເພືອກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການອອກໃບອານຸຍາດ, ການຄຸ້ມຄອງການຊື້-ຂາຍ, ນຳເຂົ້າ, ການເຄື່ອນຍ້າຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ລວມທັງການປະຕິບັດພັນທະຄ່າຊັບພະຍາກອນ ຢູ່ໃນ ສປປ ລາວ ແລະ ການຊື່-ຂາຍແຮ່ທາດ ລະຫວ່າງປະເທດ ເພື່ອເຮັດໃຫ້ການຊື້-ຂາຍແຮ່ທາດມີການຄຸ້ມຄອງທີ່ເຂັ້ມງວດ ແລະ ມີປະສິດຕິຜົນ. ຂ້າງເທິງ

ມາດຕາ 2. ນິຍາມ

  • ແຮ່ທາດໝາຍເຖິງແຮ່ທີ່ໄດ້ຮັບການປຸງແຕ່ງຍົກຄຸນນະພາບເປັນຜະລິດຕະພັນເຄິ່ງສຳເລັດຮູບ ຫຼື ສຳເລັດຮູບ;
  • ຜະລິດຕະພັນແຮ່ທາດເຄີ່ງສຳເລັດຮູບ ແມ່ນແຮ່ທາດທີ່ຖືກປຸງແຕ່ງຍົກລະດັບຂັ້ນຕົ້ນ ຫຼື ຂັ້ນກາງ.
  • ຜະລິດຕະພັນແຮ່ທາດສຳເລັດຮູບ ແມ່ນຜະລິດຕະພັນສຸດທ້າຍຂອງອຸດສາຫະກຳບໍ່ແຮ່.

ການຂາຍແຮ່ທາດ ອີງຕາມສັນຍາສຳປະທານ ໝາຍເຖິງ ການຂາຍແຮ່ທາດໂດຍນິຕິບຸກຄົນ ທີ່ໄດ້ຮັບອານຸຍາດຂຸດຄົ້ນແຮ່ທາດຈາກລັດທະບານ ຕາມທີ່ກຳນົດໄວ້ໃນມາດຕາ 25 ແລະ 26 ຂອງກົດໝາຍວ່າດ້ວຍແຮ່ທາດ ສະບັບເລກທີ        /ສພຊ, ລົງວັນທີ 20 ທັນວາ 2011.

ທຸລະກິດກ່ຽວກັບການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ໝາຍເຖິງການດຳເນີນທຸລະກິດຂອງບຸກຄົນ ຫຼື ນິຕິບຸກຄົນ ພາຍໃນ ຫຼື ຕ່າງປະເທດ ທີໄດ້ຮັບອານຸຍາດຕາມດຳລັດສະບັບນີ້. ໂດຍສອດຄ່ອງກັບມາດຕາ 25 ຂອງກົດໝາຍວ່າດ້ວຍແຮ່ທາດ ສະບັບເລກທີ     /ສພຊ, ລົງວັນທີ 20 ທັນວາ 2011.

ການນຳແຮ່ທາດເຂົ້າມາປຸງແຕ່ງພາຍໃນປະເທດ ໝາຍເຖິງ ການນຳເຂົ້າແຮ່ທາດ ຈາກຕ່າງປະເທດຂອງບຸກຄົນ ຫຼື ປຸງແຕ່ງດ້ວຍຕົນເອງ ຫຼື ຈຳໜ່າຍໃຫ້ຜູ້ຜະລິດພາຍໃນທີໄດ້ຮັບອານຸຍາດໃຫ້ປຸງແຕ່ງແຮ່ທາດເປັນຜະລິດຕະພັນເຄິ່ງສຳເລັດຮູບເພື່ອຈຳໜ່າຍພາຍໃນ ຫຼື ສົ່ງອອກຕ່າງປະເທດ. ຂ້າງເທິງ

ມາດຕາ 3. ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນທັງພາຍໃນ ແລະ ຕ່າງປະເທດທີດຳເນີນການຂຸດຄົ້ນ, ເຄື່ອນຍ້າຍ, ການປຸງແຕ່ງຜະລິດຕະພັນແຮ່ທາດ ພາຍໃຕ້ສັນຍາສຳປະທານ, ກິດຈະການກ່ຽວກັບການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ, ການນຳເຂົ້າ, ການສົ່ງອອກແຮ່ທາດ ແລະຜະລິດຕະພັນແຮ່ທາດ. ຂ້າງເທິງ

ໝວດທີ II
ການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ

ມາດຕາ 4. ປະເພດການດຳເນີນກິດຈະການ ການຊື້-ຂາຍແຮ່ທາດ ແລະ ປະລິດຕະພັນແຮ່ທາດ

ການດຳເນີນກິດຈະການ ການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ປະກອບດ້ວຍສອງປະເພດດັ່ງນີ້:

  1. ການຊື້-ຂາຍແຮ່ທາດໂດຍນິຕິບຸກຄົນທີ່ມີໃບອານຸຍາດຂຸດຄົ້ນແຮ່ທາດ ຕາມສັນຍາສຳປະທານ ທີ່ໄດ້ເຊັ່ນກັບລັດທະບານ;
  2. ການຊື້-ຂາຍແຮ່ທາດຂອງຜຼ້ໄດ້ຮັບອານຸຍາດສະເພາະເພື່ອດຳເນີນກິດຈະການ ການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ຕາມຂໍ້ຕົກລົງສະບັບນີ້; ຂ້າງເທິງ

ມາດຕາ 5. ເງື່ອນໄຂ ແລະ ການອອກໃບອານຸຍາດການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ພາຍໃຕ້ສັນຍາສຳປະທານ

ຜູ້ໄດ້ຮັບໃບອານຸຍາດຂຸດຄົ້ນແຮ່ທາດ ພາຍໃຕ້ສັນຍາສຳປະທານ ແມ່ນຈະໄດ້ຮັບໃບອານຸຍາດຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທທາດ ແບບອັດຕະໂນມັດ ຕາມການສະເໜີຂອງຕົນ ຊຶ່ງຕ້ອງມີເງື່ອນໄຂດັ່ງນີ້:

  1. ມີໃບອານຸຍາດຂຸດຄົ້ນບແຮ່ທາດ ອອກໃຫ້ໂດຍກະຊວງພະລັງງານ ແລະ ບໍ່ແຮ່;
  2. ມີສັນຍາຊື້-ຂາຍແຮ່ທາດ ກັບຜູ້ທີໄດ້ຮັບສິດຂຸດຄົ້ນແຮ່ທາດ ພາຍໃຕ້ສັນຍາສຳປະທານ, ໃນກໍລະນີທີ່ຕ້ອງການຊື່ແຮ່ທາດ ຫຼືຜະລິດຕະພັນແຮ່ທາດຈາກໂຄງການອື່ນ;
  3. ມີໃບທະບຽນວິສາຫະກິດ ຖືກຕ້ອງຕາມກົດໝາຍ;
  4. ມີສະຖານທີ່ ຫຼື ສາງເກັບມ້ຽນແຮ່ທາດທີ່ໄດ້ມາດຕະຖານທາງດ້ານເຕັກນິກ.

ນອກຈາກເງື່ອນໄຂຕາມເອກະສານຂ້າງເທິງແລ້ວ ຜູ້ຖືໃບອະນຸຍາດຂຸດຄົ້ນພາຍໃຕ້ສັນຍາສຳປະທານ ຕ້ອງປະກອບເອກະສານຕົ້ນຕໍດັ່ງນີ້: ອະນຸຍາດຂຸດຄົ້ນແຮ່ທາດ

  1. ຈົດໝາຍແຈ້ງຈຳນວນ, ຄົນລັກສະນະ ແລະ ປະເພດແຮ່ທາດທີ່ຕົນຕ້ອງການຊື້-ຂາຍ;
  2. ຄຳຮອງຂໍອະນຸຍາດສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ໂດຍຄັດຕິດໃບອະນຸຍາດຂຸດຄົ້ນແຮ່ທາດ;
  3. ສັນຍາຊາຍແຮ່ທາດກັບຜູ້ຊື້ຢູ່ປາຍທາງ;
  4. ໃບຢັ້ງຢືນການວິໃຈເບື້ອງຕົ້ນ ທີ່ຮັບຮອງໂດຍກົມທໍລະນີສາດ ແລະ ແຮ່ທາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ. ຂ້າງເທິງ

ມາດຕາ 6. ການຊື້-ຂາຍແຮ່ທາດໂດຍຜູ້ໄດ້ຮັບອານຸຍາດສຳປະທານ

ເມືອຜູ້ຍື່ນຄຳຮອງໄດ້ຮັບອະນຸຍາດສຳປະທານການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ຍື່ນເອດະສານຄົບຖ້ວນແລ້ວ, ກະຊວງພະລັງງານ ແລະ ບໍ່ແຮ່ ຈະພິຈາລະນາ ອອກໃບອະນຸຍາດ ໃຫ້ຜູ້ຍື່ນຄຳຮ້ອງບົນພື້ນຖານຄວາມຖືກຕ້ອງຂອງການປະກອບເອກະສານພາຍໃນ ສິບຫ້າ ວັນລັດຖະການ.

ໃນກໍລະນີກະຊວງພະລັງງານ ແລະ ບໍ່ແຮ່ ຕົກລົງບໍ່ອອກໃບອະນຸຍາດໃຫ້ຜູ້ຍື່ນຄຳຮ້ອງພ້ອມດ້ວຍເຫດຜົນຂອງການປະຕິເສດຢ່າງເປັນລາຍລັກອັກສອນ.

ອາຍຸຂອງໃບອານຸຍາດດຳເນີນການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ກຳນົດເປັນ 3 ປະເພດ:

  • ຜູ້ທີ່ມີຂອບເຂດສຳປະທານຂຸດຄົ້ນເປັນຂອງຕົນເອງ ແມ່ນຕາມໃບອານຸຍາດຂຸດຄົ້ນ;
  • ຜູ້ທີ່ມີໂຮງງານປຸງແຕ່ງ ຫຼື ຫຼໍ່ຫຼອມແຮ່ ແມ່ນອີງຕາມໃບອານຸຍາດໂຮງງານ;
  • ສຳລັບຜູ້ດຳເນີນກິດຈະການສະເພາະຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດແມ່ຮອາຍຸ 1 ປີ ແລະ ສາມາດຕໍ່ໄດ້ເປັນແຕ່ລະປີຕາມເງື່ອນໄຂທີ່ໄດ້ກ່າວໄວ້ຂ້າງເທິງນີ້. ຂ້າງເທິງ

ມາດຕາ 7. ເງື່ອນໄຂການຂໍ ແລະ ການອອກໃບອານຸຍາດໃຫ້ແກ່ຜູ້ດຳເນິນກິດຈະການສະເພາະແຕ່ການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ.

ບຸກຄົນ ຫຼື ນິຕິຍຸກຄົນທີ່ມີຈຸດປະສົງໃນການອອກໃບອານຸຍາດດຳເນິນກິດຈະການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນນແຮ່ທາດ ຕ້ອງຍື່ນຄຳຮ້ອງຂອງຕົນຕໍ່ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຕ້ອງມີເງື່ອນໄຂ ແລະ ປະກອບເອກະສານດັ່ງນີ້:

  1. ໃບທະບຽນວິສາຫະກິດ ສຳລັບການດຳເນີນທຸລະກິດດ້ານການຄ້າທີ່ຖືກຕ້ອງຕາມກົດໝາຍ;
  2. ໃບທະບຽນອາກອນ;
  3. ສັນຍາຊື້ແຮ່ທາດ ກັບເຈົ້າຂອງສິດສຳປະທານ;
  4. ສັນຍາຂາຍແຮ່ທາດກັບຜູ້ຊື້ປາຍທາງ;
  5. ມີສະຖານທີ່ ຫຼື ສາງເກັບມ້ຽນແຮ່ທາດທີ່ໄດ້ມາດຕະຖານທາງດ້ານເຕັກນິກ. ຂ້າງເທິງ

ມາດຕາ 8. ການອອກໃບອານຸຍາດຊື້-ຂາຍແຮ່ທາດ

ເມື່ອຜູ້ຍື່ນຄຳຮ້ອງ ເພື່ອຂໍດຳເນີນກິດຈະການ ສະເພາະແຕ່ການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ຍື່ນເອກະສານຄົບຖ້ວນແລ້ວ, ກະຊວງພະລັງງານ ແລະ ບໍ່ແຮ່ ຈະພິຈາລະນາອອກໃບອານຸຍາດ ໃຫ້ຜູ້ຍື່ນຄຳຮ້ອງບົນພື້ນຖານຄວາມຖືກຕ້ອງຂອງການປະກອບເອກະສານ ພາຍໃນ ສິບ ວັນລັດຖະການ

ໃນກໍລະນີກະຊວງພະລັງງານ ແລະ ບໍ່ແຮ່ ຕົກລົງບໍ່ອອກໃບອະນຸຍາດໃຫ້ຜູ້ຍື່ນຄຳຮ້ອງ, ກໍ່ຕ້ອງຕອບຜູ້ຍື່ນຄຳຮ້ອງດ້ວຍເຫດຜົນຂອງການປະຕິເສດຢ່າງເປັນລາຍລັກອັກສອນ.

ໃບອະນຸຍາດດຳເນີນການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ມີອາຍຸ ໜຶ່ງປີ ແລະ ສາມາດຕໍ່ໄດ້ແຕ່ລະປີ ຕາມເງື່ນໄຂທີ່ໄດ້ກ່າວມາຂ້າງເທິງນີ້. ຂ້າງເທິງ

ມາດຕາ 9. ການນຳເຂົ້າແຮ່ທາດ ແລ“ະ ຜະລິດຕະພັນແຮ່ທາດ ຜ່ານດິນແດນຂອງ ສປປ ລາວ ເພື່ອສົ່ງໄປປິເທດທີ່ສາມ

ຜູ້ດຳເນີນທຸລະກິດມີຈຸດປະສົງຈະນຳເຂົ້າແຮ່ທາດ ແລະ ຜະລິດຕະພັນແຮ່ທາດຜ່ານດິນແດນຂອງ ສປປ ລາວ ດພື່ອສົ່ງໄປປະເທດທີ່ສາມ ແມ່ນປະຕິບັດຕາມກົດລະບຽບຂອງກະຊວງອຸດສາຫະກຳ ແລະ ການຄ້າ. ຂ້າງເທິງ

ມາດຕາ 10. ລາຄາການຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ

ລາຄາການຊື້-ຂາຍແຮ່ທາດ ຫຼື ຜະລິດຕະພັນແຮ່ທາດ, ສຳລັບແຮ່ທາດປະເພດໂລດຫະ ທີຈະສົ່ງອອກໄປຂາຍຕ່າງປະເທດ ຫຼື ຂາຍຢູ່ໃນປະເທດ ແມ່ນອີງຕາມລາຄາຊື້-ຂາຍຂອງຕະຫຼາດສາກົນ. ສ່ວນສິນຄ້າປະເພດອະໂລຫະ ແມ່ນອີງໃສ່ລາຄາຊື້-ຂາຍ ຕາມຕະຫຼາດຄົງເຂດ ຫຼື ພາກພື້ນໃນມື້ຂາຍ ແລະ ມື້ສົ່ງອອກ ເປັນບ່ອນອີງໃນການຄິດໄລ່ຊັບພະຍາກອນແຮ່ທາດ ແລະ ຜະລິດຕະພັນແຮ່ທາດ.

ລາຄາຊື້-ຂາຍແຮ່ທາດ ຕ້ອງໄດ້ຮັບການຮັບຮອງ ຈາກະຊວງພະລັງງານ ແລະ ບໍ່ແຮ່, ສ່ວນຄ່າຊັບພະຍາກອນແມ່ນຈະຖືກຄິດໄລ່ບົນພື້ນຖານສັນຍາ, ຂໍ່ຜູ້ພັນໃນສັນຍາ ແລະ ລັດຖະບັນຍັດຂອງປະທານປະເທດວ່າດ້ວຍຄ່າຊັບພະຍາກອນແຮ່ທາດ. ຂ້າງເທິງ

ມາດຕາ 11. ການວິໄຈຕົວຢ່າງ

ຜູ້ໄດ້ຮັບສິດສຳປະທານ ຫຼື ຜູ້ຊື້-ຂາຍຜະລີດຕະພັນແຮ່ທາດ ສາມາດສົ່ງຕົວຢ່າງແຮ່ທາດ ໄປວິໄຈຢູ່ຫ້ອງວິໄຈ ທີ່ຖືກຮັບຮູ້ຢູ່ນລະດັບສາກົນ ແລະ ຕ້ອງເກັບຮັກສາຕົວຢ່າງ ໃຫ້ຖືກຕ້ອງຕາມຫຼັກວິຊາການ ແລະ ແບ່ງເອົາໜຶ່ງສ່ວນສີ່ ຂອງຕົວຢ່າງສົ່ງໃຫ້ກະຊວງພະລັງງານ ແລະ ບໍ່ແຮ່ ເພື່ອຮັກສາກວດກາໃນເວລາຈຳເປັນ ໂດຍຄ່າໃຊ້ຈ່າຍທີ່ເກີດຂື້ນຕ້ອງເປັນຄວາມຮັບຜິດຊອບຂອງຜູ້ໄດ້ຮັບສຳປະທານ ຫຼື ຜູ້ຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດທີ່ໄດ້ຮັບອານຸຍາດ. ຂ້າງເທິງ

ມາດຕາ 12. ຄ່າທຳນຽມ

ການອອກ, ການຕໍ່ໃບອານຸຍາດຊື້-ຂາຍແຮ່ ແລະ ໃບອານຸຍາດເຄື່ອນຍ້າຍແຮ່ທາດ ຫຼື ຜະລິດຕະພັນແຮ່ທາດ ຕ້ອງໄດ້ຈ່າຍຄ່າທຳນຽມຕາມລັດທະບັນຍັດຂອງປະທານປະເທດທີ່ໄດ້ປະກາດໃຊ້ຕາມແຕ່ລະໄລຍະ ຂ້າງເທິງ

ມາດຕາ 13. ການຈ່າຍຄ່າຊັບພະຍາກອນແຮ່ທາດ

ນິຕິບຸກຄົນທີ່ໄດ້ຮັບອະນຸຍາດຂຸດຄົ້ນ ພາຍໃຕ້ສັນຍາສຳປະທານ ຕ້ອງຈ່າຍຄ່າຊັບພະຍາກອນແຮ່ທາດ ຕາມກົດໝາຍກຳນົດ, ການຈ່າຍຄ່າຊັບພະຍາກອນແຮ່ທາດຕ້ອງຈ່າຍເປັນງວດ ໂດຍສອດຄ່ອງຕາມສັນຍາ ແລະ ຜູ້ພັນໃນສັນຍາ. ສຳລັບຜູ້ດຳເນີນກິດຈະການ ຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ຫຼື ການນຳເຂົ້າທາດມາປຸງແຕ່ງພາຍໃນ ຫຼື ສົ່ງອອກ ຕ້ອງໄດ້ປະຕິບັດພັນທະການເງິນຕາມລະບຽບກົດໝາຍ. ຂ້າງເທິງ

ໝວດທີ III
ການເຄື່ອນຍ້າຍ

ມາດຕາ 14. ເງື່ອນໄຂການຂໍອານຸຍາດເຄື່ອນຍ້າຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ

ບຸກຄົນ ຫຼື ນິຕິບຸກຄົນທີ່ມີຈຸດປະສົງ ເຄື່ອນຍ້າຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ຕ້ອງໄດ້ຂໍໃບອານຸຍາດຈາດກະຊວງພະລັງງານ ແລະ ບໍ່ແຮ່ ໂດຍຕ້ອງມີເງື່ອນໄຂດັ່ງນີ້:

  1. ມີໃບອານຸຍາດດຳເນີນກິດຈະການຊື້-ຂາຍສະເພາະບໍ່ແຮ່ (ສຳລັບຜູ້ທີ່ບໍ່ມີເຂດສຳປະທານຂຸດຄົ້ນເປັນຂອງຕົນເອງ);
  2. ມີແຜນການລະອຽດກ່ຽວກັບການຂົນສົ່ງໂດຍມີການຊີ້ໃຫ້ເປັນປະເພດຍານພາຫະນະ, ເວລາ, ເສັ້ນທາງຂອງການຂົ່ນສົ່ງ;
  3. ມີຍານພາຫະນະທີໄດ້ມາດຕະຖານທາງດ້ານເຕັກນິກ;
  4. ມີສະຖານທີ່ ຫຼື ສາງເກັບມ້ຽນແຮ່ທາດທີ່ໄດ້ມາດຕະຖານທາງດ້ານເຕັກນິກ. ຂ້າງເທິງ

ມາດຕາ 15. ການອອກໃບອະນຸຍາກເຄື່ອນຍ້າຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ

ເມືອຜູ້ຍື່ນຄຳຮ້ອງ ຂໍອະນຸຍາດເຄື່ອນຍ້າຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ຍື່ນເອກະສານຄົບຖ້ວນແລ້ວ, ກະຊວງພະລັງງານ ແລະ ບໍ່ແຮ່ຈະພິຈາລະນາອອກໃບອະນຸຍາດ ໃຫ້ຜູ້ຍື່ນຄຳຮ້ອງບົນພື້ນຖານ ຄວາມຖືກຕ້ອງຂອງການປະກອບເອກະສານ ພາຍໃນ ສິບ ວັນລັດຖະການ.

ໃນກໍລະນີກະຊວງພະລັງງານ ແລະ ບໍ່ແຮ່ ບໍ່ອອກໃບອະນຸຍາດໃຫ້ຜູ້ຍື່ນຄຳຮ້ອງ, ກໍ່ຕ້ອງຕອບຜູ້ຍື່ນຄຳຮ້ອງພ້ອມດ້ວຍເຫດຜົນຢ່າງເປັນລາຍລັກອັກສອນ.

ໃບອະນຸຍາດດຳເນີນກິດຈະການເຄື່ອນຍ້າຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ມີອາຍຸ ໜຶ່ງປີ ແລະ ສາມາດຕໍ່ໄດ້ແຕ່ລະປີ ຕາມເງື່ອນໄຂທີ່ກ່າວໄວ້ຂ້າງເທິງນີ້. ຂ້າງເທິງ

ໝວດທີ IV
ການຄຸ້ມຄອງ ແລະ ກວດກາໃບອະນຸຍາດ

ມາດຕາ 16. ການຄຸ້ມຄອງ

ການຜຼ້ຊື້-ຂາຍແຮ່ທາດ ຫຼື ຜະລິດຕະພັນແຮ່ທາດ ແມ່ນກິດຈະການຄຸ້ມຄອງ ເຊິ່ງມີແຕ່ຜູ້ໄດ້ຮັບໃບອະນຸຍາດເທົ່ານັ້ນມີສິດຊື້-ຂາຍ ແຮ່ທາດ ຫຼື ຜະລິດຕະພັນແຮ່ທາດໄດ້.

ກົມບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່ ແລະຂະແໜງບໍ່ແຮ່ທົ່ວແຂວງນະຄອນຫຼວງ ຫຼື ເມືອງເປັນຜູ້ຄຸ້ມຄອງ ແລະກວດກາການຈັດຕັ້ງປະຕິບັດເນື້ອໃນ ແລະ ເງື່ອນໄຂຂອງໃບອານຸຍາດຜູ້ຊື້-ຂາຍ ແຮ່ທາດຫຼືຜະລິດຕະພັນແຮ່ທາດ. ຂ້າງເທິງ

ມາດຕາ 17. ຂໍ້ຫ້າມ

  1. ຫ້າມບຸກຄົນ ຫຼື ນິຕິບຸກຄົນຊື້-ຂາຍ, ເຄື່ອນຍ້າຍແຮ່ທາດທີ່ມີຜົນກະທົບຂອງຊາດ, ແຮ່ທາດກຳມະພາບລັງສີ, ແຮ່ທາດທີ່ເປັນທາດເບື່ອ ແລະ ແຮ່ທາດທີ່ເປັນຜົນກະທົບຕໍ່ສິ່ງແວດລ້ອມ ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງພະລັງງານ ແລະ ບໍ່ແຮ່;
  2. ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໃດໜຶ່ງຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງພະລັງງານ ແລະ ບໍ່ແຮ່;
  3. ຫ້າມບໍ່ໃຫ້ຜູ້ອື່ນນຳໃຊ້ໃບອະນຸຍາດຊື້-ຂາຍແຮ່ທາດ ດຳເນີນຊື້-ຂາຍແຮ່ທາດທີ່ບໍ່ໄດ້ຮັບອານຸຍາດ;
  4. ຫ້າມບໍ່ໃຫ້ໂອນ ຫຼື ຈຳນອງໃບອານຸຍາດຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ;
  5. ຫ້າມບໍ່ໃຫ້ເກັບຊື້ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ຈາກປະຊາຊົນ ຫຼື ການຂຸດຄົ້ນທີ່ບໍ່ຖືກຕ້ອງຕາມກົດໝາຍ. ຂ້າງເທິງ

ໝວດທີ V
ການຖອນໃບອານຸຍາດ

ມາດຕາ 18. ການຖອນໃບອານຸຍາດ

ບຸກຄົນ ຫຼື ນິຄິບຸກຄົນທີ່ໄດ້ຮັບໃບອະນຸຍາດຊື້-ຂາຍແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ຈະຖືກຖອນໃບອະນຸຍາດຖ້າຫາກວ່າລະເມີດເງື່ອນໄຂຂອງໃບອະນຸຍາດຂັ້ນຮ້າຍແຮງ ແລະ / ຫຼື ລະເມີດຂໍ້ຫ້າມທີ່ກຳນົດໄວ້ໃນມາດຕາ 17 ຂ້າງເທິງນີ້. ຂ້າງເທິງ

ມາດຕາ 19. ມາດຕະການເພີ່ມ

ນອກຈາກການຖອນໃບອະນຸຍາດຕາມທີ່ກຳນົດໄວ້ໃນມາດຕາທີ 18 ຂ້າງເທິງນີ້ແລ້ວ ຜູ້ຖືກຖອນໃບອະນຸຍາດຕ້ອງຖືກດຳເນີນການທາງດ້ານບໍລິຫານ ຫຼື ທາງດ້ານກົດໝາຍ ຕາມລະບຽບກົດໝາຍທີ່ກ່ຽວຂ້ອງ. ຂ້າງເທິງ

ໝວດ VI
ບົດບັນຍັດສຸດທ້າຍ

ມາດຕາ 20. ການຈັດຕັ້ງປະຕິບັດ

ມອບໃຫ້ກົມບໍ່ແຮ່ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນນຳໄປເຜີຍແຜ່ ແລະ ປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ.

ອົງການຈັດຕັ້ງຂັ້ນຕ່າງໆ ຈົ່ງຮັບຮູ້, ໃຫ້ຄວາມຮ່ວມມື ແລະ ຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 21. ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນບັງຄັບໃຊ້ຕັ້ງແຕ່ມື້ລົງລາຍເຊັ່ນເປັນຕົ້ນໄປ ບັນດາຂໍ້ກຳນົດ ແລະ ກົດລະບຽບອື່ນໆ ທີ່ຄັດກັບຂໍ້ຕົກລົງສະບັບນີ້ ລ້ວນແຕ່ຖືກລົບລ້າງ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ 

# ຫົວຂໍ້ ດາວໂຫຼດ
1 Decision on Selling and Buying Mines [Ores] and Mining Products, No. 0481/MEM PDF
2 ຂໍ້ຕົກລົງ ຂອງລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່ ວ່າດ້ວຍ ການຊື້ - ຂາຍ ແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ສະບັບເລກທີ 0481/ພບ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.