ທ່ານ ນາຍົກລັດຖະມົນຕີ​ ສະຫລຸບ​ລວບ​ລວມ​ເອົາ​ບັນຫາ​ຈາກ​ການສະ​ແດງ​ຄຳ​ຄິດ​ເຫັນ​ຕໍ່ກອງ​ປະຊຸມ​ພົບ​ປະລະ​ຫວ່າງ​ນາຍົກລັດຖະມົນຕີກັບພາກ​ທຸລະ​ກິດ​.

ບັນ​ດາ​ຜູ້​ດຳ​ເນີນ​ທຸລະ​ກິດ​ສະ​ເໜີ​ຕໍ່​ລັດຖະບານ​​​ໃຫ້​ມີ​ການແນ​ະນຳ​ຢ່າງ​ລະອຽດ​ກ່ຽວ​ກັບ​ນະ​ໂຍບາຍ​ທີ່​ຕິດ​ພັນ​ກັບ​ການ​ນຳ​ເຂົ້າ-ສົ່ງ​ອອກ ​​​ເພື່ອ​ເປັນ​ການ​ກະຕຸ້ນການ​ດຳ​ເນີນ​ທຸລະ​ກິດ​, ພາກ​ທຸລະ​ກິດ​ຍັງ​ໄດ້​ສະ​ເໜີ​ໃຫ້​ສ້າງ​ສິ່ງ​ອໍານວຍ​ຄວາມ​ສະດວກ​ ​ເພື່ອ​ສ້າງ​ຄວາມ​ງ່າຍດາຍໃຫ້ແກ່​ການ​ເຂົ້າ​ຫາ​ແຫ​ລ່ງທຶນ, ຕະຫລາດ, ພະລັງງານ, ແລະ ກຳລັງ​ແຮງ​ງານ.

ກ​​ອງປະຊຸມ​ພົບ​ປະພາກ​ທຸລະ​ກິດ​ຄັ້ງນີ້ ​​​ໄດ້​ຮຽກຮ້ອງ​ໃຫ້​ພາກ​ລັດ​​​​ ​​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ດຳ​ເນີນ​ທຸລະ​ກິດ​ ໂດຍນໍາ​ໃຊ້​ມາດ​ຕະການ ກ່ຽວກັບ ​ຂັ້ນ​ຕອນ​ການ​ອະນຸຍາດ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້ມີຄວາມ​ວ່ອງ​ໄວ ​ແລະ ​ໂປ່​ງ​ໃສ ຂຶ້ນກ່ວາເກົ່າ ​.

​ທຸລະ​ກິດ​ກໍ່ສ້າງ​ເຄຫາ​ສະຖານ ​ໄດ້​ຮຽກຮ້ອງ​​ໃຫ້​ລັດຖະບານ​​​ຈ່າຍຄື​ນໜີ້ສິນ ​ທີ່​ພວກ​ເຂົາ​​ໄດ້ລົງທຶນກ່ອນ​ໃນ​ໂຄງການ​ພັດທະນາ​​​ຕ່າງໆ.

ທ່ານ​ນາຍົກລັດຖະມົນ​ໄດ້​ກ່າວວ່າ ​ການ​ຈ່າຍ​ຄືນ​ໜີ້​ສິນ​ດັ່ງກ່າວ ​ແມ່ນ​ເປັນ​ຫົວ​ຂໍ້​ຮີບ​ດ່ວນ​​​ທີ່​ລັດ​ຖະບານ​ກຳລັງ​ໃຫ້ຄວາມເອົາໃຈໃສ່, ທ່ານ​​ໃຫ້ຄຳ​ໝັ້ນ​ສັນຍາ​ວ່າ ບັນຫາ​ ​ຄວາມ​ຄິດ​ເຫັນ​ ​ແລະ ຫົວ​ຂໍ້​ອື່ນໆ ທີ່​​ໄດ້​ສະ​ເໜີ​ຕໍ່​ກອງ​ປະຊຸມໃນມື້ນີ້ ​ຈະ​ໄດ້​ຮັບ​ການ​ພິຈາລະນາຊອກຫາ​ທາງ​ອອກ​ໃນ​ການ​ແກ້​ໄຂ.

ທ່ານ​ໄດ້​ກ່າວ​ເນັ້ນ​ຕື່ມ​ວ່າ “ຕາງໜ້າ​​ໃຫ້​ລັດຖະບານ, ຂ້າພະ​ເຈົ້າ​ຂໍ​ຮັບເອົາ​ບັນ​ຫາ​ທັງ​ໝົດ​ເຫລົ່າ​ນີ້​ເປັນຄວາມ​ຮັບຜິດຊອບ​ຂອງ​ລັດຖະບານ. ລັດຖະບານ ​ແລະ ອົງການ​ປົກຄອງ ​ຈະ​​ເອົາ​ໃຈ​ໃສ່​​ໃນ​ການ​ແກ້​ໄຂ​ບັນ​ຫາ​ດັ່ງກ່າວ​ຢ່າງ​ຕັ້ງໜ້າ​ ແລະ ກົງ​ໄປ​ກົງ​ມາ ​ເພື່ອ​ເຮັດ​ໃຫ້​ບັນ​ດາ​ທຸລະ​ກິ​ດສາມາດ​ດຳ​ເນີນ ​ແລະ ພັດທະນາ​ໄດ້​ດີ​ຂຶ້ນ”

ທ່ານ​ນາ​ຍົກ​ລັດຖະມົນຕີ​ແນະນຳ​​ໃຫ້​ອຳ​ນາດ​ການ​ປົກຄອງ​​ໃນ​ທຸກ​ຂັ້ນ ​​​ປະຕິບັດ​ຢ່າງ​ຮີບ​ດ່ວນ​ໃນ​ການ​ທົບ​ທວນ ​ແລະ ປັບປຸງ​ຂັ້ນ​ຕອນ ​ເພື່ອ​​ສ້າງ​ສິ່ງ​ອຳນວຍທີ່​ດີ​ໃຫ້​ແກ່​ການ​ລົງທຶນ ​ແລະ ການດຳ​ເນີນ​ທຸລະ​ກິດ.

ທ່ານ​ສະ​ເໜີ​ໃຫ້​ອຳນາດ​ການ​ປົກຄອງ​ພິຈາລະນາ​​ສະໜັບສະໜູ​ນ ​ແລະ ອຳນວຍ​ຄວາມ​ສະດວກ​ແກ່ພາກ​ທຸລະ​ກິດ ​ໃຫ້ກາຍ​ເປັນຄວາມ​ຮັບຜິດຊອບ​​ທາງ​ດ້ານ​ການ​ເມືອ​ງຂອງ​ຂະ​ແໜງ​ການ​ຕົນ.

ທ່ານ​ນາ​ຍົກ​ລັດຖະມົນຕີ​ ໄດ້​ເນັ້ນ​​ເຖິງ​ຄວາມຈຳ​ເປັນ​ທີ່​ພາກ​ທຸລະ​ກິດ​ຂອງ​ລາວ ຕ້ອງໄດ້​ປັບປຸງ​​​ປະສິດທິພາບ​ຂອງ​ທຸລະ​ກິດຕົນ ​​​​​ເພື່ອກຽ​ມຄວາມພ້ອມ ​ເຊື່ອມ​ໂຍງ​ເສດຖະກິດເຂົ້າ​ສູ່​ສາກົນ​ແລະ ພາກພື້ນ ເຊັ່ນ​ການ​ເຊື່ອມ​ໂຍງ​​ເຂົ້າ​ສູ່​ປະ​ຊາ​ຄົມ​ເສດຖະກິດ​ອາ​ຊຽນ​ໃນ​ປີ 2015 ນີ້.

ທ່ານ​ນາຍົກ​​​ໄດ້​ສະ​ເໜີ​ໃຫ້​ສະພາ​​ການ​ຄ້າ ແລະ ອຸດສາຫະກຳ​ ​ແຫ່ງ​ຊາດ​ ປັບປຸງ​ການ​ການ​ປະຕິບັດ​ໜ້​າທີ່​​ໃນ​ການ​ຊ່ວຍ​ສະໜັບສະໜູນ​ໃຫ້​ບັນດາ​ສະມາຊິກ​​​​ເພື່ອ​ກຽ​ມພ້ອມ​ສຳລັບ​ການ​ເຊື່ອມ​ໂຍງ​​ເສດຖະກິດ​ດັ່ງກ່າວ​ນີ້.

ທ່ານ ທອງ​ສີງ ທຳ​ມະ​ວົງ ​​ຮຽກຮ້ອງໃຫ້​ທຸກ​ພາກສ່ວນ​ທີ່​ກ່ຽວ​ຂ້ອງ ຈົ່ງ​​ເຮັດ​ວຽກ​ຮ່ວມ​ກັນ ​​ຊອກ​ຫາ ​ແລະ ຮັບປະກັນ ​ຕະຫລາດ​​ຈຳໜ່າຍ​ຜະລິດຕະພັນຂອງລາວ ໃຫ້​ສາ​ມາດ​ມີ​ຕະຫລາດຮອງ​ຮັບຢ່າງ​ພຽງ​ພໍ​.

ແຫລ່ງຂໍ້ມູນ: ໜັງສືພິມວຽງຈັນທາມ໌ມ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.