ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນຫ້ອງການປະຈຳຂອງກອງເລຂາ ອຳນວຍຄວາມສະດວກທາງດ້ານການຄ້າ ຮ່ວມ​ກັບ ​ພະ​ແນ​ກອຸດສາຫະກຳ ແລະ ການ​ຄ້າ​ ນະຄ​ອນຫລວງ​ວຽງ​ຈັນ ຈະຈັດຊຸດຝຶກອົບຮົມກ່ຽວກັບ ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ເຂົ້າ​ໃນ​ວຽກ​ງານ​ການ​ຄ້າ ຂຶ້ນໃນວັນທີ 29-30 ​ເມສາ 2014 ທີ່ຫ້ອງ​ປະຊຸມ​ພະ​ແນ​ກອຸດສາຫະກຳ ​ແລະ ການ​ຄ້າ​ນະຄ​ອນ​ຫລວງ. ຊື່ງໄດ້ ເຊີນຜູ້ເຂົ້າຮ່ວມ ທີ່ຕາງໜ້າຈາກ​ຫ້ອງການ​ອຸດສາຫະກຳ ​ແລະ ການ​ຄ້າ ຈາກ 09 ​ເມືອງ​ ຢູ່ພາຍໃນນະຄອນຫລວງວຽງຈັນ ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ສຳ​ມະ​ນາ​ຄັ້ງ​ນີ້.

ຈຸດປະສົງຂອງກອງ​ປະຊຸມໃນຄັ້ງນີ້ແມ່ນເພື່ອສ້າງຄວາມເຂົ້າໃຈ ​ແລະ ວິທີ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີຂໍ້​ມູນ​ຂ່າ​ວສານເຂົ້າໃນວຽກງານການຄ້າໃຫ້​ແກ່​ນັກສຳມະນາກອນ​ໃຫ້​ສາມາດ​ຮູ້​ວິທີ​ການ​ນຳ​ໃຊ້​ອີ​ເມ​ລ໌ເຂົ້າໃນການແລກປ່ຽນຂໍ້ມູນຂ່າວສານທາງດ້ານການຄ້າ ​ແລະ ການ​ເຂົ້າ​ຫາ​ຂໍ້​ມູນ​ຂ່າວສານທາງ​ດ້ານ​ການ​ຄ້າ ຈາກ​ເວັບ​ໄຊ໌ສູນ​ຂໍ້​ມູນ​ຂ່າວສານ​ທາງ​ດ້ານ​ການ​ຄ້າ​ຂອງ​ສປປລາວ ​ໃຫ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດສູງ​ສຸດ.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.