ຂໍ້​ຕົກລົງ SPS ​ແລະ TBT ​ຮຽກຮ້ອງ​ໃຫ້​ສະມາຊິກ​ອົງ​ການ​ການ​ຄ້າ​​ໂລກ​ສ້າງ​ຕັ້ງ​ “ຈຸດ​ສອບ​ຖາມ” ​ລະດັບ​ຊາດ​ຂຶ້ນ ​ເພື່ອ​ຕອບ​ບັນດາ​ຄຳ​ຖາມ​ທີ່​ກ່ຽວ​ພັນ​ກັບ ​​ຂໍ້​ມູນ​ທາງ​ດ້ານສຸຂາ​ນາ​​ໄມ-ສຸ​ຂາ​ນາ​​ໄມ​ພື​ດ (SPS) ​ແລະ ສິ່ງ​​ກີດຂວາງ​ດ້ານ​ເຕັກນິກ​ຕໍ່​ການ​ຄ້າ (TBT) ທີ່​ມາ​ຈາກ​ບັນດາປະ​ເທດ​ສະມາຊິກອຶ່ນໆ ​ຂອງ​ອົງການ​ການ​ຄ້າ​​ໂລກ.

ຈຸດ​ສອບ​ຖາມຂໍ້​ມູນ​ທາງ​ດ້ານສຸຂາ​ນາ​​ໄມ-ສຸ​ຂາ​ນາ​​ໄມ​ພື​ດ (SPS) ​ແມ່ນ​ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນ​ຢູ່​ທີ່​ ກົມ​ແຜນການ, ກະຊວງ​ກະສິກຳ​ ແລະ​ ປ່າ​ໄມ້.

ຈຸດ​ສອບ​ຖາມຂໍ້​ມູນ​ທາງ​ດ້ານສິ່ງ​​ກີດຂວາງ​ດ້ານ​ເຕັກນິກ​ຕໍ່​ການ​ຄ້າ (TBT) ​ແມ່ນ​ໄດ້​ຖືກ​ສ້າງ​ຕັ້ງ​ຂຶ້ນ​ຢູ່ ກົມ​ມາດຕະຖານ​ ແລະ ວັດ​ແທກ, ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ​​​​.

ກະລຸນາ​ກົດ​ທີ່​ນີ້ ຫາກທ່່ານຕ້ອງການ​ຂໍ້​ມູນ​ເພິ່ມ​ເຕີມ​ກ່ຽວ​ກັບສຸຂາ​ນາ​​ໄມ-ສຸ​ຂາ​ນາ​​ໄມ​ພື​ດ (SPS) ​ແລະ ສິ່ງ​​ກີດຂວາງ​ດ້ານ​ເຕັກນິກ​ຕໍ່​ການ​ຄ້າ (TBT)

 
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.