ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ກົມສ່ວຍສາອາກອນ                ເລກທີ: 4337/ກງ.ກສອ
ນະຄອນຫຼວງວຽງຈັນ, ວັນທີ  08 ພຶດສະພາ 2014

ແຈ້ງການ

ເຖິງ:   ຫົວໜ້າພະແນກສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງ ແລະ ຜູ້ດຳເນີນທຸລະກິດຢູ່ໃນລະບົບອາກອນມູນຄ່າເພີ່ມ


ເລື່ອງ: ການສະເໜີຂໍຄືນເງິນອາກອນມູນຄ່າເພີ່ມ ສຳລັບບໍລິສັດສົ່ງສິນຄ້າອອກໄປຕ່າງປະເທດ.

  • ອີງຕາມກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ເລກທີ 04/ສພຊ, ລົງວັນທີ 26 ທັນວາ 2006;
  • ອີງຕາມດຳລັດຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ເລກທີ 270/ນຍ, ລົງວັນທີ 18 ກັນຍາ 2009.

ເພື່ອເຮັດໃຫ້ການສະເໜີຂໍຄືນເງິນອາກອນມູນຄ່າເພີ່ມ ຖືກຕ້ອງຕາມລະບຽບກົດໝາຍ, ກົມສ່ວຍສາອາກອນ ຂໍແຈ້ງມາຍັງ ທ່ານຫົວໜ້າພະແນກສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງ ແລະ ທ່ານຜູ້ອຳນວຍການບໍລິສັດຊາບ ກ່ຽວກັບຂັ້ນຕອນ ການຂໍຄືນເງິນອາກອນມູນຄ່າເພີ່ມ ທີ່ຕິດພັນກັບການສົ່ງສິນຄ້າອອກໄປຕ່າງປະເທດ ເລີ່ມແຕ່ເດືອນ ມີນາ 2014 ເປັນຕົ້ນໄປ ໃຫ້ຜູ້ດຳເນີນທຸລະກິດ ຢູ່ໃນລະບົບອາກອນມູນຄ່າເພີ່ມ ທີ່ມີຈຸດປະສົງ ຂໍຄືນເງິນອາກອນມູນຄ່າເພີ່ມ ຕ້ອງໄດ້ສົ່ງ ໃບສະເໜີ ຂໍຄືນເງິນອາກອນມູນຄ່າເພີ່ມເຖິງຂະແໜງສ່ວຍສາອາກອນມູນຄ່າເພີ່ມ ຕາມທີ່ກຳນົດໄວ້ໃນມາດຕາ 24 ຂອງດຳລັດ ຈັດຕັ້ງ ປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ  ເລກທີ 270/ນຍ, ລົງວັນທີ 18 ກັນຍາ 2008 ພ້ອມທັງຕິດຄັດ ຕາຕະລາງສັງລວມ ລາຍຮັບທຸລະກິດຈາກການສະໜອງຢູ່ພາຍໃນ ແລະ ສົ່ງອອກໄປຕ່າງປະເທດ ລວມທັງລາຍຮັບທຸລະກິດທີ່ຖືກຍົກເວັ້ນອາກອນ ມູນຄ່າເພີ່ມ (ຖ້າມີ) ແລະ ຕາຕະລາງສັງລວມລາຍຈ່າຍຕິດພັນອາກອນມູນຄ່າເພີ່ມເບື້ອງສົ້ນເຂົ້າ ທີ່ບໍລິສັດສະເໜີຂໍຄືນ ລວມທັງຕາຕະລາງສັງລວມການນຳເຂົ້າສິນຄ້າຈາກຕ່າງປະເທດ (ຖ້າມີ) ໄປພ້ອມກັບໃບສະເໜີດັ່ງກ່າວທຸກຄັ້ງ. ຂ້າງເທິງ

ດັ່ງນັ້ນ, ຈຶ່ງຂໍແຈ້ງມາຍັງພາກສ່ວນທິິ່ກ່ຽວຂ້ອງຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດດ້ວຍ.

ຫົວໜ້າກົມສ່ວຍສາອາກອນ
(ເຊັນ ແລະ ປະທົບຕາ)
ທອງວັນ ບ່າວທຳມະວົງ

ຂ້າງເທິງ 

# ຫົວຂໍ້ ດາວໂຫຼດ
1 Notification on VAT reimbursement request for companies that export abroad, No. 4337/MOF.TAX PDF
2 ແຈ້ງການ ກ່ຽວກັບ ການສະເໜີຂໍຄືນ ເງິນອາກອນມູນຄ່າເພີ່ມ ສຳລັບ ບໍລິສັດສົ່ງສິນຄ້າອອກ ໄປຕ່າງປະເທດ ເລກທີ 4337/ກງ.ກສອ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.