ພາຍຫຼັງທີ່ ສປປ ລາວ ໄດ້ເຂົ້າເປັນສາມະຊິກອົງການການຄ້າໂລກຢ່າງສົມບູນໃນຕົ້ນປີ 2013 ເປັນຕົ້ນມາ ສປປ ລາວ ກໍມີພັນທະໃນ ການລົບລ້າງບັນດາມາດຕະການທີ່ບໍ່ຈຳເປັນ ທີ່ສ້າງຂໍ້ຈຳກັດທາງດ້ານການຄ້າເທື່ອລະກ້າວ. ສປປ ລາວ ຕ້ອງໄດ້ຈັດ ແຈງ ບັນດາ ມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ໃຫ້ມີຄວາມງ່າຍດາຍ ແລະ ສອດຄ່ອງກັບລະບຽບການຂອງສາກົນ. ເຊິ່ງໃນທາງກົງກັນ ກໍຈະປະກອບສ່ວນປັບປຸງສະພາບແວດລ້ອມທາງດ້ານການຄ້າຂອງ ສປປ ລາວ ໃຫ້ເອື້ອອຳນວຍ ຕໍ່ຜູ້ດຳ ເນີນທຸລະກິດການຄ້າຫຼາຍຂື້ນ. ສະນັ້ນ, ການ​ທົບທວນຄືນກ່ຽວ​ກັບ ມາດ​ຕະການ​ທາງ​ດ້ານ​ການ​ຄ້າທີ່​​ບໍ່​ແມ່ນ​ພາສີ​ ຈຶ່ງຖື​ວ່າເປັນວຽກ​ບູລິ​ມະ​ສິດ​ໜຶ່ງຂອງລັດຖະບານລາວ ທີ່ຕ້ອງ​ໄດ້​ຮັບການເອົາໃຈໃສ່ ຍ້ອນວຽກ​ງານດັ່ງກ່າວ​ນີ້ ເປັນ​ວຽກ​ງານ​ໜຶ່ງ​ທີ່​ຕິດ​ພັນ​ກັບ​ຫຼາຍ​ຂະ​ແໜງ​ການ. ພ້ອມນີ້, ກໍ​ຮຽກຮ້ອງ ໃຫ້ຂະແໜງການທີ່ກ່ຽວຂ້ອງ ແລະ ຂະແໜງການທີ່ເຮັດວຽກປິ່ນອ້ອມກັບວຽກງານການຄ້າ  ມີການປະສານ​ງານ​ຮ່ວມ​ມື​ກັນ​ຢ່າງ​ຫ້າວຫັນ ​ແລະ ກົມ ກຽວ ເພື່ອ​ພ້ອມກັນຄົ້ນຄ້ວາວິໄຈບັນດາມາດຕະການ, ນິຕິກຳ ທີ່ແຕ່ລະຂະແໜງການວາງອອກ ​ໃຫ້​ສາມາດ​ບັນລຸຕາມ​ຈຸດປະສົງ​ທີ່​ກ່າວ​ມາ​ກໍ່ຄື ຮັບປະກັນ​ບໍ່ໃຫ້ມາດ​ຕະການທີ່ຖືກນຳໃຊ້ຢູ່ ​ກາຍ​ເປັນສິ່ງ​ກີດ​ຂວາງຕໍ່ກັບ​ການຄ້າ ທັງນີ້ກໍເພື່ອ​​ສ້າງ​ສິ່ງ​ອຳນວຍ​ຄວາມ​ສະ​ດວກ​ໃຫ້​ແກ່ການ​ເຄື່ອນ​ຍ້າຍ​ສິນຄ້າ​​ ໃຫ້ສາມາດ​ດຳ​ເນີນໄປ​ໄດ້ຢ່າງ​ສະດວກ​ແລະ ວ່ອງ​ໄວ.

​ເຖິງ​ແມ່ນ​ວ່າ ວຽກງານທົບທວນມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ຫຼື NTMs ແມ່ນວຽກງານໃໝ່ ແລະ ມີຄວາມທ້າທາຍ ແຕ່ກໍ່ໄດ້ຮັບການຮ່ວມມືຈາກຂະແໜງການທີ່ກ່ຽວຂ້ອງເປັນຢ່າງດີ. ປະຈຸບັນ, ​ຂະແໜງການທີ່​ກ່ຽວ ຂ້ອງໄດ້ແຕ່ງຕັ້ງຈຸດປະສານ ງານເພື່ອເຂົ້າຮ່ວມເປັນໜ່ວຍງານເຮັດວຽກຍ່ອຍ ເພື່ອທົບທວນຄືນມາດຕະການດ້ານການຄ້າທີ່ບໍ່ແມ່ນພາສີ ຫຼື NRS. ໂດຍເຫັນ​ໄດ້​​ເຖິງ​ຄວາມ​ໝາຍ​ຄວາມ​ສຳຄັນ​ຂອງວຽກ​ງານດັ່ງກ່າວ, ກົມ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​​ໄດ້​ເປີດການ​ຝຶກ​ອົບຮົມ ເພື່ອ​ສ້າງຄວາມ​ເຂົ້າ​ໃຈ ກ່ຽວ​ກັບ ​ບັນ​ດາ​ມາດ​ຕະ ການ​ທາງ​ດ້ານ​ການ​ຄ້າທີ່ບໍ່ແມ່ນພາສີ (NTMs) ​​​ເລັ່ງ​ໃສ່ເສີມສ້າງ​ຄວາມອາດ​ສາມາດກ່ຽວກັບວຽກ​ງານ NTMs ​ໃຫ້​ແກ່​ຈຸດ​ປະສາ​ນງານ NTMs ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງຈາກ​ຂະ​ແໜງ​ການ​ທີ່​​ເຮັດ​ວຽກ​ປິ່ນ​ອ້ອມ​ວຽກ​ງານ​ການ​ຄ້າ, ​ໂດຍສະ ເພາະ ເພື່ອຮັບປະກັນການທົບທວນຄືນມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ໃຫ້ໄດ້ຮັບປະສິດທິຜົນສູງສຸດ. ການຝຶກ​ອົບຮົມ​ຄັ້ງ​ນີ້ໄດ້ໂອກາດດີທີ່ທ່ານ José-Daniel Reyes, ຊ່ຽວຊານ NTMs ຈາກທະນາຄານໂລກ​ ມາຖ່າຍທອດຄວາມຮູ້ກ່ຽວ ກັບຫລັກການ ແລະ ວິທີການປະເມີນ NTMs ພ້ອມ​ທັງ ​ແບ່ງ​ປັນບົດຮຽນ​ຂອງ​ຫຼາຍ​ປະ​ເທດ​ໃນ​ການ​ທົບ​ທວນ NTMs. ນອກຈາກນັ້ນ, ທີມງານທົບທວນມາດຕະການ NTMs ທີ່ປະຈຳຢູ່ ກົມການນຳເຂົ້າ ແລະ ສົ່ງອອກ ຍັງ​ໄດ້ນຳສະເໜີຜົນຂອງການເກັບ ກຳມາດຕະການ ດ້ານການຄ້າທີ່ບໍ່ແມ່ນພາສີ​ເບື້ອງ​ຕົ້ນ ພາຍຫຼັງ​ທີ່​ໄດ້​​ເຮັດ​ວຽກຮ່ວມກັບບັນດາຈຸດປະສານງານ​ໃນການ​ສັງ​ລວມຂໍ້​ມູນ​ດັ່ງກ່າວ​ນີ້​ມາ​ໄດ້​ໄລຍະ​ໜຶ່ງ​ແລ້ວ.

ບັນດາ NTMs ທີ່ສັງລວມໄດ້ ຈະໄດ້ເອົາລົງໃນຖານຂໍ້ມູນຂອງສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ (Lao PDR Trade Portal) ໂດຍອອກແບບໃຫ້ສາມາດຄົ້ນຫາໄດ້ຢ່າງງ່າຍດາຍ. ຄວາມ​ພະຍາຍາມ​ທັງ​ໝົດ​ນີ້, ​ເປັນ​ຂໍ້ລິເລີ່ມອັນສຳຄັນຂອງ ສປປ ລາວ ໃນການສ້າງຄວາມໂປ່ງໃສ ໂດຍການເຜີຍແຜ່ຂໍ້ມູນຂ່າວສານທີ່ຈຳເປັນທັງໝົດກ່ຽວກັບການຄ້າ ໃຫ້ສາທາລະນະຊົນ ພ້ອມນັ້ນ ຍັງເປັນການຈັດຕັ້ງປະຕິບັດພັນທະຂອງ ສປປ ລາວ ໃນຂອບອາຊຽນ ກ່ຽວກັບການແຈ້ງຂໍ້ມູນ NTMs ຊຶ່ງຈະເປັນບາດ ກ້າວອັນ ສຳຄັນ ຂອງການສ້າງສູນຂໍ້ມູນຂ່າວສານທາງດ້ານການຄ້າແຫ່ງຊາດ (National Trade Repository) ພາຍໃຕ້ສັນຍາ ATIGA.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.