ກົມສ່ວຍສາອາກອນ, ກະຊວງການເງິນໄດ້​ອອກ​ແຈ້ງ​ການ ກ່ຽວ​ກັບ​ການ​ສ​ະ​ເໜີ​ຂໍ​ຄືນ​ເງິນ​ອາ​ກອນ​ມູນ​ຄ່າ​ເພີ່ມ ສຳ​ລັບ​ບໍ​ລິ​ສັດສົ່ງສິນ​ຄ້າ​ ອອກ​ໄປ​ຕ່າ​ງ​ປະ​ເທດ​ ສະ​ບັບເລກ​ທີ 4337/ກງ.ກ​ສອ, ລົງ​ວ​ັນ​ທີ 08 ພຶດ​ສະ​ພາ 2014. ເພື​່ອ​ແຈ້ງ​ໃຫ້​ຮູ້​ຂັ້ນ​ຕອນ​ຂອງ​ການ​ຂໍ​ຄືນ​ເງິນ​ອາ​ກອນ​ ມູນ​ຄ່າ​ເພີ່ມ ຊຶ່ງ​ມີ​ຂັ້ນ​ຕອນ ແລະ ການ​ປະ​ກອບ​ເອ​ກະ​ສານດັ່ງນີ້: ຕ້ອງໄດ້ສົ່ງໃບສະເໜີຂໍຄືນເງິນອາກອນມູນຄ່າເພີ່ມເຖິງຂະແໜງ ສ່ວຍສາອາ ກອນມູນຄ່າເພີ່ມ ຕາມທີ່ກຳນົດໄວ້ໃນມາດຕາ 24 ຂອງດຳລັດຈັດຕັ້ງປະຕິບັດກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມສະ​ບັບເລກທີ 270/ນຍ, ລົງວັນທີ 18 ກັນຍາ 2008 ພ້ອມທັງຄັດຕິດຕາຕະລາງສັງລວມລາຍຮັບທຸລະກິດຈາກການສະໜອງຢູ່ພາຍໃນ, ແລະ ສົ່ງອອກໄປຕ່າງປະເທດ ລວມທັງລາຍຮັບທຸລະກິດທີ່ຖືກຍົກເວັ້ນອາກອນມູນຄ່າເພີ່ມ (ຖ້າມີ) ແລະ ຕາຕະລາງສັງລວມລາຍຈ່າຍຕິດພັນ​ກັບອາກອນມູນ ຄ່າເພີ່ມ ເບື້ອງສົ້ນເຂົ້າ ທີ່ບໍລິສັດສະເໜີຂໍຄືນ ລວມທັງຕາຕະລາງສັງລວມການນຳເຂົ້າສິນຄ້າຈາກຕ່າງປະເທດ (ຖ້າມີ) ໄປພ້ອມ ກັບໃບສະເໜີ ດັ່ງກ່າວທຸກຄັ້ງ.

ຖ້າ​ທ່ານ​ຕ້ອງ​ການ​ຂໍ້​ມູນ​ເພີ່ມ​ຕື່ມ​ສາ​ມາດ​ຕິ​ດ​ຕໍ່​ໄດ້​ໂດຍ​ກົງ​ທີ່ ກົມ​ສ່ວຍ​ສາ​ອາ​ກອນ, ກະ​ຊວງ​ການ​ເງິນ, ຕັ້ງ​ຢູ່ ບ້ານ​ຫັດ​ສະ​ດີ, ເມືອງ​ໄຊ​ເສດ​ຖາ​, ໂທ: 021 21702

ດາວ​ໂຫຼດ ລາວ: ແຈ້ງການກ່ຽວ​ກັບການສະເໜີຂໍຄືນເງິນອາກອນມູນຄ່າເພີ່ມສຳລັບບໍລິສັດສົ່ງສິນຄ້າອອກໄປຕ່າງປະເທດ, ສະບັບເລກທີ 4337/ກງ.ກສອ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.