ໂດຍຜ່ານການຕົກລົງເປັນເອກະພາບ ໃນກອງປະຊຸມ ຂອງໜ່ວຍປະຕິບັດງານແຫຼ່ງກຳເນີດສິນຄ້າ ອາຊຽນ-ຈີນ ຄັ້ງທີ 5 ລະຫວ່າງວັນທີ 12-13 ມີນາ 2014 ທີ່ ສປ ຈີນ, ໃຫ້ນຳໃຊ້ລະບຽບແຫຼ່ງກຳເນີດສະເພາະ ທີ່ນຳໃຊ້ກັບແຕ່ລະຜະລິດຕະພັນ ຫຼື PSR (Product Specific Rules) ສະບັບປັບປຸງ ຂອງສັນຍາການຄ້າດ້ານຜະລິດຕະພັນ ອາຊຽນ-ຈີນ ທີ່ໂອນຍ້າຍຈາກ ລະຫັດສິນຄ້າລະບົບເອກະພາບອາຊຽນ ປີ 2007 ມາເປັນ 2012 ຈຳນວນ 526 ລາຍການ ເຊິ່ງຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 01 ກໍລະກົດ 2014 ເປັນຕົ້ນໄປ. ໂດຍກົມການນຳເຂົ້າ ແລະ ສົ່ງອອກ ມີໜ້າທີ່ຮັບຜິດຊອບ ແນະນຳ ແລະ ເຜີຍແຜ່. ສຳລັບລະບຽບ ແລະ ວິທີຈັດຕັ້ງປະຕິບັດ ທາງກົມການນຳເຂົ້າ ແລະ ສົ່ງອອກ ກຳລັງກະກຽມເຮັດເປັນບົດແນະນຳລະອຽດຕ່າງຫາກ ເພື່ອຈະໄດ້ເຜີຍແຜ່ຕາມພາຍຫຼັງ.

 

ດາວໂຫຼດລາວ: ຂໍ້ຕົກລົງ ວ່າດ້ວຍການປະກາດໃຊ້ລະບຽບແຫຼ່ງກຳເນີດສະເພາະ ທີ່ນຳໃຊ້ກັບແຕ່ລະຜະລິດຕະພັນ ຫຼື PSR (Product Specific Rules) ຂອງສັນຍາການຄ້າດ້ານສິນຄ້າ ອາຊຽນ-ຈີນ ເລກທີ 1016/ອຄ.ກຂອ

ດາວໂຫຼດອັງກິດ: ສັນຍາການຄ້າດ້ານສິນຄ້າ ອາຊຽນ-ຈີນ ທີ່ນຳໃຊ້ກັບແຕ່ລະຜະລິດຕະພັນ ຫຼື PSR (Product Specific Rules)

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.