ດ່ານ​ລະ​ໄລ ໄດ້ຮັບການ​ຍົກ​ລະ​ດັບ ​ຈາກ​ດ່ານ​ທ້ອງ​ຖິ່ນມາເປັນ​ດ່ານສາ​ກົນ​ ເຊິ່ງໄດ້​ກາຍເປັນດ່ານ​ສາ​ກົນ​ແຫ່ງ​ທຳ​ອິດ​ຂອງ ແຂວງ​ສາ​ລະວັນ ແລະ ເປັນ​ດ່ານ​ອັນ​ດັບ​ທີ 08 ຂອງ ສ​ປ​ປ ລາວ ທີ່​ເຊື່ອມ​ຈອດ​ກັບ ສ​ສ​. ຫວຽດ​ນາມ. ໃນ​ພິ​ທີ​ການ​ເປີດ​ດ່ານ​ສາກົນ​ຄັ້ງ​ນີ້ ໃຫ້​ກຽດເປັນ​ປະ​ທານ​ຮ່ວມ​ຂອງ ທ່ານ ດ​ຣ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ແຫ່ງ ສປປ ລາວ ແລະ ທ່ານ ຟາມ ບິ່ງ ມິງ ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ແຫ່ງ​ ສ​ສ ຫວຽດ​ນາມ. ​ໃນການ​ຍົກ​ລະ​ດັບດ່ານ​ດັ່ງ​ກ່າວນີ້ ສອງ​ຊາດ​ ລາວ-ຫວຽດ​ນາມ ກໍ່​ຍັງ​ໄດ້​ເຮັດວຽກ​ງານປັກ​ຫຼັກ​ໝາຍ​ຊາຍ​ແດນຮ່ວມ​ກັນ ​ເພື່ອ​ເຮັດ​ໃຫ້ເສັ້ນ​​ຊາຍ​ແດນຂອງ​ສອງ​ປະ​ເທດ​ມີ​ຄວາມ​ຈະ​ແຈ້ງ ແລະ ຊັດ​ເຈນ​. ການ​ຍົກ​ລະ​ດັບ​ ດ່ານ​ລະ​ໄລ ​ຂື້ນເປັນ​ດ່ານ​ສາ​ກົນ​ຈະ​ເປັນ​ການ​ຊຸກ​ຍູ້​ ໃຫ້​ແກ່ການ​ພັດ​ທະ​ນາ​ເສດຖະ​ກິດ-ສັງ​ຄົມ ລະ​ຫວ່າງ ແຂວງ​ສາ​ລະ​ວັນ ແລະ ແຂວງກວາງຈິ ໃຫ້​ມີ​ການ​ຂະ​ຫ​ຍາຍ​ຕົວຫຼາຍ​ຂື້ນ​ກວ່າ​ເກົ່າ ເຊັ່ນ: ​ສົ່ງ​ເສີມການ​ທ່ອງ​ທ່ຽວ, ການ​ຜະ​ລິດ​ເປັນ​ສິນ​ຄ້າ, ການ​ຂົນ​ສົ່ງໂດຍ​ສານ, ການ​ບໍ​ລິ​ການ, ການ​ນຳ​ເຂົ້າ ແລະ ສົ່ງ​ອອກ ເພີ່ມ​ຂື້ນ ແລະ ຈະຊ່ວຍ​ດຶງ​ດູດນັກ​ລົງ​ທຶນ​ຈາກ​​ ຫວຽດນາມ-ໄທ​ ເຂົ້າ​ມາ​ລົງ​ທຶນ​ໃນ​ ສ​ປ​ປ ລາວ ໂດຍ​ສະ​ເພາະ​ຈະ​ເປັນ​ການ​ລົງທຶນດ້ານ​ກະ​ສິ​ກຳ. ການ​ເປີດ​ດ່ານ​ດັ່ງ​ກ່າວ​​ບໍ່​ພຽງ​ແຕ່​ຈະ​ຊ່ວຍ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຂອງ ແຂວງ​ສະ​ລະ​ວັນ ຂອງ ສ​ປ​ປ ລາວ ກັບ ແຂວງກວາງ​ຈິ​ ຂອງ ສສ ຫວຽດ​ນາມ ເທົ່າ​ນັ້ນ ແຕ່​ຍັງຈະ​ຊ່ວຍ​ໃຫ້ການ​ພົວ​ພັນ​ຮ່ວມມື​ ສະ​ເພາະດ້ານເສດ​ຖະ​ກິດ-ການ​ຄ້າ ຂອງ 03 ຊາດ ລາວ-ໄທ​-ຫວ​ຽດ​ນາມ ນັບ​ມື້​ນັບຫຼາຍ​ຂື້ນ. ເຊິ່ງ​ຄາດ​ວ່າ​ແຂວງ​ສາ​ລະ​ວັນ ​ຈະ​ກາຍ​ເປັນ​ທາງ​ຜ່ານ​ໃຫ້​ແກ່​ ແຂວງກວາງຈິ​ (ຫວຽດ​ນາມ) ແລະ ຈັງຫວັດອຸບົນຣາດຊະທານີ (ໄທ) ເພື່ອ​ນຳ​ສິນ​ຄ້າ​ຜ່ານ​ແດນ-ຂາ​ອອກ​ຕໍ່ ແລະ ເປັນ​ບ່ອນ​ຜະ​ລິດ​ວັດຖຸ​ດິບ​ໃຫ້​ແກ່​ອຸດ​ສາ​ຫະ​ກຳ​ ຂອງ ໄທ-ຫວຽດ​ນາມ ເຊັ່ນ: ຢາງ​ພາ​ລາ, ມັນ​ຕົ້ນ ແລະ ອື່ນໆ. ​ນ​ອກນັ້ນ ດ່ານ​ຊາຍ​ແດນ​ສາ​ກົນ​ລະ​ໄລ ຍັງ​ຈະ​ກາຍ​ເປັນ​ດ່ານ​ທີ່​ຮັບ​ໃຊ້​ແຜນ​ພັດພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ ຂອງ​ແລວ​ທາງ​ເສດ​ຖະ​ກິດຕາ​ເວັນ​ອອກ-ຕາ​ເວັນ​ຕົກ, ການ​ເຊື່ອມ​ຕໍ່​ຂອງ​ອາ​ຊຽນ ແລະ ໂຄງ​ການ​ເຊື່ອມ​ໂຍງ​ຂອງ​ພູມີ​ພາກ ແລະ ສາ​ກົນ.

ແຫຼ່ງ​ຂໍ້​ມູນ: ໜັງ​ສື​ພິມ​ເສດ​ຖະ​ກິດ​-ການ​ຄ້າ

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.