ມູນຄ່າທາງດ້ານການຄ້າ ຂອງ ສປປ ລາວ ໄດ້ມີການເພີ່ມຂື້ນຢ່າງໄວວາ ໃນທົດສະວັດຜ່ານມາລວມທັງການນຳເຂົ້າ ແລະ ການສົ່ງອອກ ຊຶ່ງໄດ້ເພີ່ມຂື້ນໂດຍສະເລ່ຍ 24 ເປີເຊັນຕໍ່ປີ. ບົດລາຍງານນີ້ແມ່ນສຶກສາເຖິງໂລຈິສຕິກທາງດ້ານການຄ້າຂອງ ສປປ ລາວ ການປະເມີນການອຳນວຍຄວາມສະດວກທາງດ້ານການຄ້າ ແມ່ນເຮັດດ້ວຍການນຳໃຊ້ເຄື່ອງມືມາດຕະຖານ ແລະ ວິທີການທີ່ໄດ້ຮັບການພັດທະນາຈາກທະນະຄານໂລກ ເພື່ອປະເມີນຄຸນນະພາບ ຂອງການບໍລິການທາງດ້ານໂລຈິສຕິກ. ການປະເມີນນີ້ ໄດ້ເນັ້ນໃສ່ດ້ານການບໍລິການທີ່ນຳໃຊ້ໃນດ້ານການຄ້າຕ່າງໆ ແລະ ແລວທາງທີ່ຖືກນຳໃຊ້ສໍາລັບການບໍລິການເຫຼົ່ານີ້. ການປະເມີນໄດ້ສຸມໃສ່ສອງຂໍ້ຈໍາກັດທາງດ້ານການຄ້າເປັນພິເສດຄື: ສະຖານທີ່ຕັ້ງຂອງປະເທດ ແລະ ຂະໜາດຂອງການຄ້າ. ການສຶກສາຖືກຈັດວາງອອກເປັນສາມພາກທີເກາະກ່າຍກັນເຊັ່ນ: ການປະເມີນການເຮັດວຽກຂອງພາກສ່ວນໂລຈິສຕິກ, ແລວທາງການຄ້າສາກົນທີ່ເຊື່ອມຕໍ່ການຄ້າຂອງລາວ ໄປຫາປະຕູອອກຢູ່ປະເທດໄທ, ແລະ ການໜອງລະບົບຕ່ອງໂສ້ທີ່ໃຊ້ປະກອບສ່ວນເຂົ້າໃນການສົ່ງອອກ. ບົດລາຍງານນີ້ຖືກນຳສະເໜີອອກເປັນສີ່ພາກ: ພາກທີ່ໜຶ່ງ ຈະສຶກສາການຄ້າຕ່າງປະເທດຂອງ ສປປ ລາວ. ໂອກາດໃນການຂະຫຍາຍຕົວ ແລະ ການບໍລິການດ້ານໂລຈິສຕິກ ໃນການນຳເຂົ້າ ແລະ ສົ່ງອອກ ລະຫວ່າງປະເທດ ແລະ ທາງອອກຕົ້ນຕໍ. ພາກທີ່ສອງ ຈະປະເມີນການໃຊ້ງານ ຂອງແລວທາາງຕົ້ນຕໍທີ່ເຊື່ອມຕໍ່ລະຫວ່າງຕົ້ນທາງ ແລະ ປາຍທາງພາຍໃນປະເທດ ແລະ ຈຸດທ່າເຮືອຕົ້ນຕໍທີ່ໃຊ້ສໍາລັບການຄ້າສາກົນ. ພາກທີ່ສາມຈະວິເຄາະໂຄງຮ່າງ ແລະ ຄຸນລັກສະນະການທໍາງານ ຂອງລະບົບຕ່ອງໂສ້ການສະໜອງ ທີ່ໃຊ້ສຳລັບການຄ້າທີ່ເລືອກໄດ້ແລ້ວ ແລະ ຜົນສະທ້ອນຕໍ່ການປັບໂຄງສ້າງຄືນ ເພື່ອຊຸກຍູ້ການສົ່ງອອກທາງດ້ານການຄ້າ. ພາກສຸກທ້າຍແມ່ນນຳສະເໜີແນວຄວາມຄິດເຫັນ ເພື່ອປັບປຸງການແຂ່ງຂັນຂອງການສົ່ງອອກ ຜ່ານການປັບປຸງໃນໂຄງສ້າງການຂອງລະບົບຕ່ອງໂສ້ການສະໜອງ, ການບໍລິການໂລຈິສຕິກທີ່ໃຊ້ໂດຍລະບົບຕ່ອງໂສ້ເຫຼົ່ານີ້, ແລະ ແລວທາງທີ່ໃຊ້ໃນລະບົບຕ່ອງໂສ້ງການສະໜອງ.

ແຫຼ່ງຂໍ້ມູນ: ທະນາຄານໂລກ

# ຫົວຂໍ້ ດາວໂຫຼດ
1 Lao PDR - Trade and transport facilitation assessment PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.