ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງກະສິກຳ ແລະ ປ່າໄມ້
ຫ້ອງການກະຊວງ           ເລກທີ 1452/ຫກ.ປຝ.03
ນະຄອນຫຼວງວຽງຈັນ, ວັນທີ 23 ກັນຍາ 2003

ແຈ້ງການ

ເຖິງ: ທ່ານ ຫົວໜ້າ ພະແນກ ກະສິກຳ ແລະ ປ່າໄມ້ແຂວງ, ນະຄອນຫຼວງວຽງຈັນ ແລະ ເຂດພິເສດ ໃນຂອບເຂດທົ່ວປະເທດ

ເລື່ອງ: ການສົ່ງ ຜະລິດຕະພັນພືດ ອອກໄປຕ່າງປະເທດ.

  • ອີງຕາມ ການຊີ້ນຳຂອງ ທ່ານລັດຖະມົນຕີ ວ່າການກະຊວງ ກະສິກຳ ແລະ ປ່າໄມ້ໃນວັນທີ 12/9/2003.
  • ອີງຕາມ ດຳລັດ ວ່າດ້ວຍ ການກັກກັນພືດຢູ່ ສປປ ລາວ ເລກທີ 66/ນຍ, ລົງວັນທີ 21/3/1993 ແລະ ກົດລະບຽບ ກັກກັນພືດ ເລກທີ 0728/ກປ, ລົງວັນທີ 02/7/1993
  • ອີງຕາມ ບົດລາຍງານ ຂອງກົມປູກຝັງ ກ່ຽວກັບ ຈົດໝາຍແຈ້ງການ ຂອງກົມອາຫານ ແລະ ການກະເສດ ລັດກາລີຟໍເນຍ ສະຫະລັດອາເມລິກາ ກ່ຽວກັບການນຳເຂົ້າ ຜະລິດຕະພັນກະສິກຳ ຈາກ ສປປ ລາວ ເລກທີ 0728/ປຝ.2003, ລົງວັນທີ 9/­­9/2003.

ຕາມຈິດໃຈຂ້າງເທິງດັ່ງກ່າວນີ້ ຫ້ອງການກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ທົບທວນຄືນເນື້ອໃນດຳລັດ ແລະ ລະບຽບກັກກັນພືດ ໃນ ສປປລາວ ຊຶ່ງເຫັນວ່າ ມີຄວາມສອດສ່ອງຕໍ່ສົນທິສັນຍາຂອງສາກົນ ວ່າດ້ວຍ ການປ້ອງກັນພືດ International Plant Protection Convention (IPPC)  ແລະ ແທດເໝາະກັບເງື່ອນໄຂຂອງ ສປປ ລາວ.

ໃນໄລຍະທີ່ຜ່ານມາ ກົມອາຫານ ແລະ ການກະເສດ, ລັດກາລີຟໍເນຍ ສະຫະລັດ ອາເມລິກາ ໄດ້ສົ່ງຈົດໝາຍແຈ້ງການ ມາຫາກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ພາຍຫຼັງທີ່ພາກສ່ວນກ່ຽວຂ້ອງ ໄດ້ກວດພົບ ວັດສະດຸພັນ ທີ່ສົ່ງຈາກໄປສະນີລາວ ຈາກເຈົ້າຂອງຊື່ວ່າ ກົວຈາງແຊ່ເຈີ KOY CHANG SAE THER ເຖິງຜູ້ຊື່ວ່າ ຈາວມຶກໂຈແຊ CHAO MEUG CHOW SAE  ທີ່ຢູ່ 66E SWEET, VISALIA, CA 93292, ຫີບຫໍ່ໄປສະນີດັ່ງກ່າວ ໄດ້ຝາກລົງທະບຽນ (ເລກທີ 440) ຈາກ ສປປ ລາວ ໄປຮອດ ລັດກາລີຟໍເນຍ ເມື່ອວັນທີ 14 ສິງຫາ 2003, ເຈົ້າໜ້າທີ່ປ້ອງກັນພືດ ຂອງ ສະຫະລັດອາເມລິກາ ໄດ້ກວດພົບ ໝາກກໍ່ ແລະ ສິ່ງອື່ນໆ ແຕ່ບໍ່ມີໃບຢັ້ງຢືນ ປອດສັດຕູພືດ ຂອງ ສປປ ລາວ (ເພາະພວກກ່ຽວຖືເບົາ) ດັ່ງນັ້ນ ຈຶ່ງຖືເປັນ ການລະເມີດກົດໝາຍ ແລະ ລະບຽບການກັກກັນພືດ ຂອງລັດກາລີຟໍເນຍ. ທາງການກ່ຽວຂ້ອງ ໄດ້ອະທິບາຍວ່າ: ວັດສະດຸພັນ ຖືກປະຕິເສດ ການນຳເຂົ້າ ຍ້ອນວ່າ ສັດຕູພືດ ທີ່ຍັງບໍ່ທັນເຄີຍມີ ຢູ່ໃນລັດກາລີຟໍເນຍນັ້ນອາດຈະສ້າງຄວາມເສຍຫາຍແກ່ພືດ ແລະ ອື່ນໆ ຢ່າງຫຼວງຫຼາຍ.

 ດັ່ງນັ້ນ ເພື່ອບໍ່ຢາກໃຫ້ບັນຫາດັ່ງກ່າວມານີ້ ເກີດຂຶ້ນອີກ ຫ້ອງການກະຊວງ ກະສິກຳ ແລະ ປ່າໄມ້ ຈຶ່ງແຈ້ງມາຍັງທ່ານ ເພື່ອຊີ້ນຳ ແລະ ແຈ້ງໃຫ້ບຸກຄົນ ຫຼື ພາກສ່ວນຕ່າງໆ ທີ່ມີຈຸດປະສົງສົ່ງຜະລິດຕະພັນພືດ ອອກໄປຕ່າງປະເທດນັ້ນ ຄວນປຶກສາຫາລືນຳ ຂະແໜງການປູກຝັງຢູ່ໃນທ້ອງຖິ່ນຂອງຕົນເພື່ອອອກໃບຢັ້ງຢືນປອດສັດຕູພືດໃຫ້ ຕາມລະບຽບການ ກັກກັນພືດສາກົນບໍ່ດັ່ງນັ້ນ ປະເທດປາຍທາງ ອາດຈະປັບໃໝ. (ຕົວຢ່າງຫີບຫໍ່ ມີໃນເອກະສານ ຄັດຕິດມາພ້ອມນີ້).

ຫົວໜ້າ ຫ້ອງການກະຊວງກະສິກຳ ແລະ ປ່າໄມ້

(ເຊັນ ແລະ ປະທັບກາ)
ທ່ານ ທອງຜູ ວົງສີປະສົມ

ບ່ອນນຳສົ່ງ

  • ກົມກວດກາ, ກະຊວງກະສິກຳ ແລະ ປ່າໄມ້      1 ສະບັບ
  • ກົມປູກຝັງ             1 ສະບັບ
  • ຫ້ອງການ ກະຊວງຄົມມະນາຄົມ, ຂົນສົ່ງໄປສະນີ ແລະ ກໍ່ສ້າງ    1 ສະບັບ
  • ເກັບມ້ຽນ              1 ສະບັບ

ຂ້າງເທິງ


(ຮຽບຮຽງໂດຍ: ກົມປູກຝັງ ສປປ ລາວ, ຕາມເອກະສານຕົ້ນສະບັບ ພາສາອັງກິດ, ເດືອນກັນຍາ 2003)

ຫ້າມສົ່ງ ຫໍ່ ສັດຕູພືດ
ຄຳເຕືອນ ຂອງກົມ ອາຫານ ແລະ ການກະເສດ ລັດກາລີຟໍເນຍ

ແມງໄມ້ ສັດຕູພືດ ແລະ ພະຍາດພືດ ຈາກພາຍນອກ ສາມາດທຳລາຍ ການກະເສດ ແລະ ສິ່ງ ແວດລ້ອມ ຂອງ ລັດກາລີຟໍເນຍ ຊຶ່ງແຕ່ລະປີ ຄິດເປັນມູນຄ່າ ຫຼາຍລ້ານໂດລາ. ກ່ອງຫີບຫໍ່ໝາກໄມ້, ຜັກ ແລະ ຜະລິດຕະພັນພືດ ອື່ນໆ ທີ່ມີແມງໄມ້ ແລະ ພະຍາດ ໄດ້ຖືກ ກວດພົບໂດຍຄະນະນັກຊີວະວິທະຍາ ຂອງລັດ ແລະ ເມືອງ.

ລາຍການກວດກາ ກ່ອງຫີບຫໍ່ ເຊິ່ງມີຄວາມສ່ຽງສູງ ໄດ້ກວດພົບໃນກ່ອງທີ່ບໍ່ໄດ້ຂຽນໝາຍການຫຸ້ມຫໍ່ ທີ່ບັນຈຸຜະລິດຕະພັນພືດ.

ກົດໝາຍ ລັດກາລີຟໍເນຍ ແຈ້ງບອກວ່າ ທຸກໆການຈັດສົ່ງຜະລິຕະພັນພືດ ຫຼື ໝາກໄມ້ຖືເຂົ້າ ຫຼື ສົ່ງເຂົ້າ ໄປຍັງພາຍໃນ ລັດ ຕ້ອງລະບຸຂໍ້ມູນດັ່ງຕໍ່ໄປນີ້:

   

ໃຫ້ສອບຖາມຂະແໜງການ ປູກຝັງ ທີ່ຢູ່ໃກ້ທ່ານ ວ່າມີຫຍັງແດ່ ອະນຸຍາດ ໃຫ້ນຳເຂົ້າໄປຍັງ ລັດກາລິຟໍເນຍ.

ຫຼື ຖາມໄປຍັງ ຜູ້ກວດການ ກະສິກຳ ເມືອງຕຸລາເຣ, ໂທລະສັບ (559)685-3323; ໂທລະສານ (559)685-3350 Tulare County Agricultural Commissioner, California State

ໂທດ ໃນການສົ່ງ ໝາກໄມ້, ຜັກ ຫຼື ຜະລິດຕະພັນພືດ ທີ່ຕ້ອງຫ້າມ ຫຼື ຜິດກົດໝາຍອາດຖືກ ປັບໃໝສູງ ກວ່າ 25.000$ (ຊາວຫ້າພັນ ໂດລາສະຫະລັດ)

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on Plant Product Exportation No. 1452/CO.DOA.03 PDF
2 ແຈ້ງການ ກ່ຽວກັບ ການສົ່ງ ຜະລິດຕະພັນພືດ ອອກໄປຕ່າງປະເທດ ເລກທີ 1452/ຫກ.ປຝ.03 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.