ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທີປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ ກະສິກຳ ແລະ ປ່າໄມ້
ກົມປຸກຝັງ         ເລກທີ 0053/ປຝ.06
ວັນທີ 23 ມັງກອນ 2006

ຂໍ້ແນະນຳ ເຕັກນິກ
ຫລັກການ ໃນການປະຕີບັດໃນການຄວບຄຸມ ການນຳໄຊ້ ເປັນວັດສະດຸຫູ້ມຫໍ່ ຜະລິດຕະພັນ ໃນການຄ້າສາກົນ

ເຖີງ: ທ່ານ ຫົວໜ້າ ຂະແໝງການປູກຝັງ ໃນຂອບເຂດທົ່ວປະເທດ.

  • ອີງຕາມ ແຈ້ງການ ຂອງ ຫ້ອງການ ກະຊວງ ກະສິກຳ ແລະ ປ່າໄມ້ ສະບັບເລກທີ່ 0034/ກປ.06, ລົງວັນທີ 18 ມັງກອນ 2006.
  • ອີງຕາມ ການແຈ້ງການ ຂອງ ເລຂາທິການ ສົນທິສັນຍາ ການປ້ອງກັນພືດ ສາກົນ ສະບັບເລກທີ PL 35/5.
  • ອີງຕາມ ແຈ້ງການ ຂອງ ອົົງການ ອາຫານ ແລະ ການກະເສດ ປະຈຳພາກພື້ນອາຊີ ແລະ ປາຊີຟີກ ສະບັບລົງວັນທີ 19/9/2005.

ຕາມເນື້ອໃນຂ້າງເທີງນີ້ ກົມປູກຝັງ ຂໍແຈ້ງມາຍັງ ຫົວໜ້າຂະແໝງປູກຝັງທົ່ວປະເທດຊາບວ່າ ໃນປະຈຸບັນນີ້, ທຸກໆປະເທດໃນໂລກ ມີຄວາມເປັນຫ່ວງເປັນໄຍ ໃນການປ້ອງກັນພະຍາດ ແລະ ແມງໄມ້ ສັດຕູພືດ ຈາກປະເທດອື່ນ ເພື່ອບໍ່ໃຫ້ເຂົ້າມາ ທຳລາຍ ພືດຜົນ ໃນປະເທດຂອງຕົນ. ດັ້ງນີ້, ກົມປູກຝັງ ເຊິ່ງເປັນ ໃຈກາງ ໃນການປະສານງານ ວຽກງານດັ່ງກ່າວນິ້ ຈື່ງໄດ້ ປະສານສົມທົບທາງດ້ານວິຊາການ ແນໃສ່ ນຳສະເໜີ ມາດຕະການ ເພື່ອປະຕີບັດ ການຮົມໄມ້ດ້ວຍຢາ Methyl bromide ຫຼື ອົບດ້ວຍຄວາມຮ້ອນ ເພື່ອກຳຈັດພະຍາດ ແລະ  ແມງໄມ້ ສັດຕູພືດສຳລັບ ໄມ້ທີ່ນຳໄຊ້ເປັນ ວັດສະດຸຫຸ້ມຫໍ່ຜະລິດຕະພັນ ໃຫ້ສອດຄ່ອງ ຕາມເຕັກນິກ ຂອງ ມາດຕະຖານສາກົນ ສະບັບ ເລກທີ 15 ຂອງ ອົງການອາຫານ ແລະ ການກະເສດ ຊຶ່ງຖືວ່າ ເປັນມາດຕະຖານສາກົນ ໃນການ ກຳຈັດແມງໄມ້ ສັດຕູພືດ ໃນໄມ້ທີ່

ນຳໄຊ້ ເປັນວັດສະດຸຫຸ້ມຫໍ່ ຊຶ່ງມີລາຍລະອຽດ ດັ່ງນີ້:

I.      ການອົບຄວາມຮ້ອນ ແລະ ການຮົມຍາ

1)    ວິທີການອົບໄມ້ ທີ່ນຳໄຊ້ເປັນວັດສະດຸຫຸ້ມຫໍ່ ດ້ວຍຄວາມຮ້ອນ/ Heat treatment (HT)

1.1.  ວັດສະດຸຫຸ້ມຫໍ່ຜະລິດຕະພັນ ທີ່ເຮັດດ້ວຍໄມ້:  ກ່ອນນໍາໃຊ້  ໄມ້ເປັນວັດສະດຸທີ່ຫຸ້ມຫໍ່ ຄວນອົບໄມ້ ດ້ວຍ ຄວາມຮ້ອນໂດຍ ອຸນຫະພຸມຕໍ່າສຸດ ຂອງແກນກາງໄມ້ ແມ່ນ 56ºc ແລະ ໃຊ້ເວລາໃນການອົບ ຕ່ຳສຸດ 30 ນາທີ.

1.2.  ການອົບໄມ້ດ້ວຍຄວາມຮ້ອນ  ເພື່ອໃຊ້ຫຸ້ມຫໍ່ ຜະລິດຕະພັນ  ຕ້ອງໄດ້ຢັ້ງຢືນ  ດ້ວຍຕົວອັກສອນສາກົນ  HT, ຊຶ່ງໃຊ້ຕາປະທັບໃສ່ໄມ້ດັ່ງກ່າວ ເພື່ອຢັ້ງຢືນວ່າ   ໄມ້ຜ່ານຂະບວນການຂອງການອົບໄມ້ ດ້ວຍຄວາມຮ້ອນ ຕາມມາດຕະຖານແລ້ວ.

1.3.  ສະຖານທີ່ ອົບຄວາມຮ້ອນ ສຳລັບ ໄມ້ທີ່ນຳໃຊ້ເປັນ ວັດສະດຸຫຸ້ມຫໍ່ຜະລິດຕະພັນ. ຫ້ອງອົບໄມ້ດ້ວຍຄວາມຮ້ອນ ໃຫ້ອີງໃສ່ ຄວາມເໝາະສົມ ແລະ ເງື່ອນໄຂ ຂອງແຕ່ລະອົງການຂອງລັດ  ແລະ  ເອກະຊົນ ທີ່ເຮັດການບໍລິການ  ຕາມເສດທະກິດຕະຫລາດ, ແຕ່ຕ້ອງ ຮັບປະກັນ ທາງດ້ານເຕັກນິກ ຂອງ ຂະແໝງການດ້ານປູກຝັງ  ແລະ ມາດຕະຖານ ດັ່ງໄດ້ລະບຸໄວ້ໃນ  ຂໍ້ 1.1.

2)    ການຮົມດ້ວຍຢາ Methyl bromide (MB) ສຳລັບວັດສະດຸຫຸ້ມຫໍ່ ທີ່ເຮັດດ້ວຍໄມ້

2.1.  ການນຳໃຊ້ໄມ້ ເປັນວັດສະດຸຫຸ້ມຫໍ່ ຜະລິດຕະພັນ ອາດຈະຮົມດ້ວຍຢາ  Methyl bromide ຕ້ອງໄດ້ ປະຕິບັດຕາມຕາຕະລາງລຸ່ມນີ້:

ອຸນຫະພຸມ

ອັດຕາການ

  ໃຊ້ຢາ (g/m3)

                      ຄວາມເຂົ້ມຂຸ້ນສູງສູດ (g/m3)

ຊົ່ວໂມງ

4 ຊມ

12 ຊມ

24ຊມ

21–c ຫຼືສູງກ່ວາ

     48

        36

     31

      28

      24

16–c ຫຼືສູງກ່ວາ

      56

        42

       36

      32

      28

10–c ຫຼືສູງກ່ວາ

      64

        48

       42

      36

       32

ອຸນຫະພຸມທີ່ຕໍ່າສຸດ  ບໍ່ຄວນຕໍ່າກວ່າ  10–c ແລະ ໃຊ້ເວລາໂດຍເລັ່ງບໍ່ຕຳກວ່າ 24 ຊົ່ວໂມງ ຈຶ່ງເປີດຜ້າຄຸມອອກ.

2.1.  ເຄື່ງໝາຍຂອງໄມ້ ທີ່ໄດ້ຜ່ານຂະບວນການຮົມດ້ວຍຢາ Methyl bromide ສຳລັບໄມ້ທີ່ນຳໃຊ້ເປັນ ຜະລິດຕະພັນຫຸ້ມຫໍ່ ຈະຕ້ອງ ໄດ້ຢັ້ງຢືນ ດ້ວຍຕົວອັກສອນສາກົນ MB.

2.2.   ຜູ້ທີ່ປະຕິບັດກ່ຽວກັບຢາ  MB

ຢາ  MB ເປັນເຄມີອັນຕະລາຍຕໍ່ສີ່ງທີ່ມີຊິດ  ແລະ ສີງເວດລ້ອມ. ຜູ້ຮັບຜິດຊອບໃນການຮົມຢາ ຕ້ອງເປັນຜູ້ທີ່ມີຄວາມຮູ້ພື້ນຖານ ກ່ຽວກ້ບ ຄວາມອັນຕະລາຍ  ຂອງສານເຄມີ, ທາງທີ່ດີ ຕ້ອງໄດ້ຜ່ານການຝຶກອົບຮົມ ຈາກສູນປ້ອງກັນພືດ, ກົມປູກຝັງ ເສຍກ່ອນ ແລະ ທຸກຄົນໃນທິມງານ ຕ້ອງເປັນຄົນ ທີ່ມີສຸຂະພາບສົມບຸນ.

2.3.   ສະຖານທີ່ ຮົມຢາ MB ສຳລັບ ໄມ້ ທີ່ນຳໃຊ້ ເປັນວັດສະດຸຫຸ້ມຫໍ່ຜະລິດຕະພັນ.

ກ. ຫ້ອງຮົມຢາແບບ ຖາວອນ:

ຫ້ອງຮົມຢາແບບຖາວອນ ແມ່ນ ຫ້ອງຮົມຢາ ແບບ ບໍ່ເຄື່ອນທີ່ ໂດຍເປັນການ ກໍ່ສ້າງ ຖາວອນ, ມີ ບໍລິມາດສູງ  ສຳລັບຮົມລົດບັນທຸກ. ສາມາດຕິດຕັ້ງ ຢູ່ ໃກ້ ບໍລິເວນ ດ່ານຂາເຂົ້າ-ຂາອອກ ແຕ່ໃຫ້ຢູ່ຫ່າງໄກຈາກຊຸມຊົນ ຫຼື ຫ່າງໄກ ຈາກເຂດ ຫ້ອງການ ບໍລິການ ຫລາຍກ່ວາ 150  ແມັດ. ການກໍ່ສ້າງ ຫ້ອງສຳລັບການຮົມຢາ ຄວນໃຫ້ມີ ທໍ່ລະບາຍ ອາຍເກັດ ໃຫ້ສູງຈາກໜ້າດິນ ບໍ່ໃຫ້ຕໍ່າກວ່າ 20ແມັດ. ສຳລັບຕູ້ຮົມຢາ ຂະໜາດບັນຈຸ 1 – 5 m3 ອະນຸຍາດໃຫ້ຕິດຕັ້ງຢູ່ຫ່າງໄກຊຸມຊົນ ຫຼາຍກວ່າ 100 ແມັດ ແລະ ໃຫ້ມີທໍ່ລະບາຍແກັສ ສູງ 15 ແມັດ ຂື້ນໄປ.

ຂ. ການຮົມແບບເຄື່ອນທີ່

ຕູ້ຄອນເທນເນີ (container). ທີ່ຕິດມາກັບລົດ. ໃຫ້ນຳເອົາລົດອອກຈາກ ບ່ອນຊຸມຊົນ ໄກທໍ່ໃດຍິ່ງດີ ແລ້ວ ນຳໃຊ້ຜ້າ Tarpauline ຕ້ອງລະມັດລະວັງ ການຮົ່ວໄຫລ  ຂອງອາຍ Methyl bromide ຕ້ອງນໍາໃຊ້ເຄື່ອງມື ແລະ ອຸປະກອນສະເພາະ. ບໍ່ ຄວນຖືເບົາ ໃນການດໍຳເນີນງານ, ເພາະວ່າມັນຈະເກີດອັນຕະລາຍ ແກ່ຊັບສີນ ແລະ ສີ່ງທີ່ມີຊິວິດ.

II.      ບັນຊີ ສັດຕູພືດ ທີ່ ສຳຄັນ ຕ້ອງໄດ້ຈຳກັດ ໃນໄມ້ທີ່ນຳໄຊ້ເປັນວັດສະດຸຫຸ້ມຫໍ່.

ສັດຕູພຶດ ທີ່ ສຳຄັນ ທີ່ກ່ຽວພັນ ກັບໄມ້ທີ່ນຳໃຊ້ເປັນວັດສະດຸ ທີ່ນໍຳໃຊ້ ຫຸ້ມຫໍ່ຜະລິດຕະພັນ ສີນຄ້າເພື່ອການສົ່ງອອກ ຊຶ່ງຈະຕ້ອງໄດ້ ຖືກຈໍຳກັດ ດ້ວຍການອົບດ້ວຍຄວາມຮ້ອນ ຫຼື ການຮົມດ້ວຍ Methyl bromide ຢາມີລາຍຊື່ດັ່ງລຸ່ມນີ້:

ກຸ່ມສັດຕູພືດ

ຊະນິດ

ແມງໄມ້ສ້ດຕູພຶດ

Anobiidae

Bostesrichdae

Bostesrichdae

Cerambycidae

Curculionidae

Lsoptera

Lyctidae

Scolytidae

Siricdae

- ມອດເຈາະເປືອກໄມ້

- ມອດເຈາະໄມ້

- ມອດເຈາະໄມ້

- ດ້ວງງວງເຈາະໄມ້

- ມອດງວງເຈາະໄມ້

- ປວກ

- ມອດເຈາະໄມ້

- ດ້ວງເຈາະເປືອກ  

- ແມ້ງໄມ້ ຕະກຸນປີກບາງ

(Hymenophilera )

 

ຂີ້ກະເດືອນຝອຍ

Bursaphelenchus xylophilus  - ພະຍາດທ່ຽວ ຂອງຕົ້ນແປກ.

ດັ່ງນ້້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອນຳໃຊ້ມາດຕະຖານ ທາງດ້ານວິຊາການ ໃນຂະແໜງການປູກຝັງ ເພື່ອ ຕິດຕາມ  ແລະ ກວດກາ ການຈັດຕັ້ງປະຕິບັດ ການອົບ ຫຼື ການຮົມ  ຢາ ຂ້າເຊຶ້ອພະຍາດ ແລະ ແມງໄມ້ ຂອງ ອົງກອນຕ່າງໆ ໃນພາກລັດ ແລະ ພາກເອກະຊົນ ທີ່ກ່ຽວຂ້ອງກັບການບໍລິການ   ການອົບ  ຫຼື  ການຮົມ  ສຳລັບໄມ້  ທີ່ໃຊ້ເຮັດ ວັດສະດຸຫຸ້ມຫໍ່ຜະລິດຕະພັນສີນຄ້າ ເພື່ອສົ່ງອອກ ໄປສູ່ ຕະຫຼາດສາກົນ.

ຫົວໜ້າກົມປູກຝັງ

( ເຊັນ ແລະ ປະທັບຕາ)
ວີລະວັນ  ພັນນຸລາດ   

ສໍຳເນົານໍຳສົ່ງ:

- ຫ້ອງການ ກະຊວງ ກະສິກຳ ແລະ ປ່າໄມ້ 
- ກົມກວດກາ ກະຊວງ ກະສິກຳ ແລະ ປ່າໄມ້
- ສູນປ້ອງກັນພືດ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Technical Instruction on Principle and Operation of Wood Application Control for Product Packaging in International Trade No. 0053/DOA.06 PDF
2 ຂໍ້ແນະນຳເຕັກນິກ ກ່ຽວກັບ ຫຼັກການ ແລະ ປະຕິບັດການ ໃນການຄວບຄຸມ ການນຳໃຊ້ໄມ້ ເປັນວັດສະດຸຫຸ້ມຫໍ່ ຜະລິດຕະພັນ ໃນການຄ້າສາກົນ ເລກທີ 0053/ປຝ.06 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.