ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງກະສິກຳ ແລະ ປ່າໄມ້
ກົມປູກຝັງ        ເລກທີ 0541/ກປຝ
ນະຄອນຫລວງ ວຽງຈັນ, ວັນທີ 25 ກໍລະກົດ 2008

ແຈ້ງການ

ຮຽນ: ທ່ານຫົວຫນ້າ ຂະແຫນງປູກຝັງນະຄອນຫລວງ ແລະ ແຂວງໃນຂອບເຂດທົ່ວປະເທດ,

ເລື່ອງ : ໃຫ້ຢຸດຕິການອອກໃບຢັ້ງຢືນສຸຂະອະນາໄມພືດ (Phytosanitary Certificate) ໃຫ້ຫມາກກໍ່ ແລະ ຜະລິດຕະພັນຫມາກກໍ່ (Walnut), ທີຈະສົ່ງໄປຍັງ ສາທາລະນະລັດ ເກົາຫລີ.

  • ອີງຕາມແຈ້ງການຂອງຄະນະເລຂາທິການລັດຖະບານສະບັບເລກທີ 1247/ຄລບ, ລົງວັນທີ 14 ກໍລະກົດ 2008.
  • ອີງໃສ່ການຊີ້ນຳຂອງທ່ານລັດຖະມົນຕີວ່າການ ກະຊວງກະສິກຳ ແລະ ປ່າໄມ້, ວັນທີ 08/07/2008.
  • ອີງໃສ່ ແຈ້ງການ ຂອງກົມປູກຝັງ ສະບັບ ເລກທີ 0098/ກປຝ.08, ລົງວັນທີ 6 ກຸມພາ 2008

ໂດຍປະຕິບັດຕາມແຈ້ງການຂອງຄະນະເລຂາທິການລັດຖະບານສະບັບເລກທີ 1247/ຄລບ ລົງວັນທີ 14 ກໍລະກົດ 2008, ເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດວຽກງານໃນການຄຸ້ມຄອງພືດ ແລະ ຜະລິດຕະພັນພືດຂອງຂະແຫນງການກະສິກຳ ແລະ ປ່າໄມ້ໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດສັນຍາ ໃນຂອບການຮ່ວມມືດ້ານການຄ້າເສລີອາຊຽນ-ສ.ປຈີນ ແລະ ສ.ເກົາຫລີ (Agreement on Trade in Goods) ເວົ້າລວມ, ເວົ້າສະເພາະກໍຄື ເພື່ອບໍ່ໃຫ້ເປັນການສ້າງພາບທາງລົບໃນການຮ່ວມມື ກັບ ສ. ເກົາຫລີ, ໂດຍສະເພາະໃນການຈັດຕັ້ງປະຕິບັດສັນຍາ, ສົນທິສັນຍາສາກົນກ່ຽວກັບການກັກກັນພືດ ແລະ ການສ້າງເງື່ອນໄຂໃຫ້ແກ່ຈັດຕັ້ງປະຕິບັດສັນຍາກ່ຽວກັບການອຳນວຍຄວາມສະດວກໃຫ້ຄົນ ແລະ ສິນຄ້າຜ່ານຊາຍແດນ ທີ່ຂຶ້ນກັບບັນດາປະເທດໃນອະນຸພາກແມ່ນ້ຳຂອງ (GMS) ແລະ ອີງໃສ່ເນື້ອໃນຈິດໃຈການຕົກລົງເປັນເອກະພາບ ຂອງກອງປະຊຸມສ່ອງແສງປະຈຳອາທິດຂອງກະຊວງກະສິກຳ ແລະ ປ່າໄມ້ຄັ້ງ ວັນທີ 25 ກໍລະກົດ 2008, ກົມປູກຝັງ, ຂໍຖືເປັນກຽດ ແຈ້ງມາຍັງ ທ່ານຫົວຫນ້າ ຂະແຫນງປູກຝັງນະຄອນຫລວງ ແລະ ແຂວງໃນຂອບເຂດທົ່ວປະເທດ ຄື ດັ່ງຕໍ່ໄປນີ :

1.   ຫ້າມອອກໃບຢັ້ງຢືນສຸຂະອະນາໄມພືດ (Phytosanitary Certificate) ໃຫ້ຜະລິດຕະພັນສິນຄ້າສົ່ງອອກທີ່ບໍ່ແມ່ນຜະລິດຕະພັນກະສິກໍາ ແລະ ປ່າໄມ້ຈາກການປູກ ແລະ ເກັບຜົນຜະລິດຈາກ ທຳມະຊາດຢູ່ໃນ ສປປ ລາວ, ໂດຍສະເພາະ ຫມາກກໍ (Walnut) ໄປຍັງສາທາລະນະລັດ ເກົາຫລີ.

2.   ຫ້າມອອກໃບຢັ້ງຢືນສຸຂະອະນາໄມພືດ (Phytosanitary Certificate for Re-Export) ໃຫ້ແກ່ສິນຄ້າຜະລິດຕະພັນກະສິກຳ ແລະ ປ່າໄມ້ທີ່ເປັນສິນຄ້າຜ່ານ (Consignment in transit) ແລະ ຜະລິດຕະພັນ ກະສິກຳ ແລະ ປ່າໄມ້ ທີ່ບໍ່ສອດຄ່ອງ ກັບ ຂໍ້ຕົກລົງລະຫວ່າງປະເທດ, ຂໍ້ຕົກລົງ ແຫ່ງ ພາກພື້ນ ແລະ ມາດຕະການ ສຸຂະອະນາໄມພືດ (SPS) ຂອງສົນທິສັນຍາ ປ້ອງກັນພືດ ສາກົນ.

3.   ແຈ້ງການ ຂໍ້ຫ້າມ ດັ່ງກ່າວ ຂ້າງເທິງ ມີຜົນບັງຄັບໃຊ້ ນັບແຕ່ມື້ອອກແຈ້ງການ ສະບັບນີ້ ເປັນຕົ້ນໄປ.

ດັງນັນ, ຈຶ່ງແຈ້ງ ມາຍັງທ່ານຫົວຫນ້າ ຂະແຫນງປູກຝັງນະຄອນຫລວງ ແລະ ແຂວງ ໃນຂອບເຂດທົ່ວປະເທດ ເພື່ອ ພ້ອມກັນເອົາໃຈໃສ່ຈັດຕັງປະຕິບັດ ການຄຸ້ມຄອງໃນການຮ່ວມມື ແລກປ່ຽນ ແລະ ຄ້າຂາຍຜະລິດຕະພັນສິນຄ້າ ກະສິກຳ ແລະ ປ່າໄມ້ ລະຫວ່າງປະເທດຕາມແນວທາງ ແລະ ນະໂຍບາຍຂອງພັກ ແລະ ລັດໃນໄລຍະໃຫມ່ ໃຫ້ມີປະສິດທິຜົນ ເປັນຢ່າງດີ.

ຫົວຫນ້າ ກົມປູກຝັງ

(ເຊັນ ແລະ ປະທັບຕາ)
ວິລະວັນ ພັນນຸລາດ

 ສຳເນົານຳສົງ :

  • ທ່ານ ລັດຖະມົນ ວ່າການ ແລະ ຊ່ວຍວ່າການ ກະຊວງ ກະສິກຳ ແລະ ປ່າໄມ້ 3 ສະບັບ “ເພື່ອໃຊ້ຕາງລາຍງານ”
  • ກົມກວດກາ      1 ສະບັບ
  • ກົມແຜນການ     1 ສະບັບ
  • ກົມຈັດຕັ້ງ ແລະ ພະນັກງານ    1 ສະບັບ
  • ກົມປ່າໄມ້        1 ສະບັບ
  • ກົມກວດກາ ປ່າໄມ້     1 ສະບັບ
  • ພະແນກ ກະສິກໍາ ແລະ ປ່າໄມ້ ນະຄອນຫລວງ ແລະ ແຂວງ ບ່ອນລະ 1 ສະບັບ
  • ເກັບມ້ຽນ       2 ສະບັບ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 Notification on Cancellation of Phytosanitary Certificate Issuance for Walnut export to Korea Republic No. 0541/DOA, dated 25 July 2008. PDF
2 ແຈ້ງການ ໃຫ້ຢຸດຕິການອອກ ໃບຢັ້ງຢືນສຸຂາອານາໄມພືດ (PC) ໃຫ້ໝາກກໍ່ ແລະ ຜະ ລິດຕະພັນໝາກກໍ່ (Walnut) ທີ່ຈະສົ່ງໄປ ສ. ເກົາຫຼີ ເລກທີ 0541/ກປຝ, ລົງວັນທີ 25 ກໍລະກົດ 2008 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.