ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ      ເລກທີ 1041/ອຄ.ກອຫ
ນະຄອນຫຼວງວຽງຈັນ, ວັນທີ 28 ພຶດສະພາ 2012

ຂໍ້ຕົກລົງ
ວ່າດ້ວຍການຄຸ້ມຄອງທາດ ແລະ ທາດເຄມີ ອຸດສາຫະກຳ

  • ອີງຕາມກົດໝາຍວ່າດ້ວຍອຸດສາຫະກຳປຸງແຕ່ງ, ສະບັບເລກທີ 01 - 99.ສພຊ, ວັນທີ 3 ເມສາ 1999
  • ອີງຕາມກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ, ສະບັບເລກທີ 02.99. ສພຊ, ວັນທີ 3 ເມສາ 1999
  • ອີງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກພຊວງອຸດສາຫະກຳ ແລະ ການຄ້າ ເລກທີ 522/ນຍ, ລົງວັນທີ 23/12/2011.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຂໍ້ຕົກລົງ:

ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1:  ຈຸດປະສົງ

ຂໍ້ຕົກລົງສະບັບນີ້ວາງອອກເພື່ອກຳນົດຫຼັກການ, ລະບຽບການ ແລະ ບັນດາມາດຕະການອັນພື້ນຖານທີ່ຈຳເປັນໃນການຄຸ້ມຄອງ ແລະ ກວດກາທາດ ແລະ ທາດເຄມີອັນຕະລາຍ ເພື່ອປ້ອງກັນ ແລະ ຮັບປະກັນໃຫ້ມີຄວາມປອດໄພໃນຂະບວນການຜະລິດ ( ຂັ້ນຕອນການຜະລິດ, ກຳມະວິທີການຜະລິດ, ການອັດຮ່າຍ ແລະ ການຫຸ້ມຫໍ່ ), ການຄ້າ ( ການນຳເຂົ້າ, ສົ່ງອອກ, ການຂົນສົ່ງ, ການຈຳໜ່າຍ ) , ການເກັບຮັກສາ, ການນຳໃຊ້, ການຈຳກັດ ແລະ ການບຳບັດທາດ ແລະ ທາດເຄມີອັນຕະລາຍທຸກປະເພດໃນຂົງເຂດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ.

ມາດຕາ 2:   ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ນຳໃຊ້ສຳລັບຄຸ້ມຄອງ ແລະ ກວດກາດຳເນີນກິດຈະການ ແລະ ການເຄື່ອນໄຫວກ່ຽວກັບທາດ ແລະ ທາດເຄມີມີອັນຕະລາຍ ໃນຂົງເຂດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ, ຍົກເວັ້ນກິດຈະກຳທີ່ຕິດພັນກັບທາດກຳມັນຕະພາບລັງສີ, ສິ່ງເສດເຫຼືອຂອງທາດກຳມັນຕະພາບລັງສີ ແລະ ພະລັງງານປະລະມານູ ( Atomic energy)

ມາດຕາ 3:   ຄວາມໝາຍຂອງຄຳສັບ

1.    ທາດ (Substance ) : ໝາຍເຖິງອົງປະກອບຂອງທາດເຄມີ ແລະ ເຄມີປະສົມ, ຊຶ່ງປະກອບດ້ວຍຫຼາຍທາດເຈືອປົນທີ່ເກີດຈາກຂະບວນການຜະລິດ ແລະ ສ່ວນປະສົມທີ່ຈຳເປັນເພື່ອການຄົງຕົວຂອງຜະລິດຕະພັນແຕ່ບໍ່ກວມເອົາທາດທີ່ເຮັດໜ້າທີ່ເປັນຕົວທຳລາຍໃດໜຶ່ງ ຊຶ່ງອາດຈະເປັນຕົວແຍກກາງຄົງຕົວຂອງວັດຖຸ ຫຼື ການປ່ຽນແປງສ່ວນປະກອບຂອງວັດຖຸ.

2.    ທາດເຄມີ ( Chemical ) : ໝາຍເຖິງທາດເຄມີທີ່ເກີດຂຶ້ນຕາມທຳມະຊາດໃນພາວະທາດດ່ຽວ ຫຼື ທາດປະສົມ ຫຼື ໄດ້ຈາກຂະບວນການຜະລິດ, ໂດຍຜ່ານຂະບວນການປະຕິກິລິຍາທາງເຄມີ, ຈາກການສະກັດ ຫຼື ແຍກ ຫຼື ຈາກການກັ່ນຕອງຈາກທຳມະຊາດ.

3.    ທາດ ແລະ ທາດເຄມີທີ່ອັນຕະລາຍ ( Dangerous Chemical and Substance ) : ໝາຍເຖິງທາດເຄມີຊຶ່ງກໍ່ໃຫ້ເກີດມີຜົນກະທົບຕໍ່ກັບຄວາມໝັ້ນຄົງຂອງຊາດ ແລະ ຜົນກະທົບອັນຮ້າຍແຮງຕໍ່ສິ່ງແວດລ້ອມທຳມະຊາດ ແລະ ສິ່ງແວດລ້ອມສັງຄົມເຊັ່ນ: ຄົນ, ສັດ, ສິ່ງຂອງ, ພືດ ຊຶ່ງມີຄຸນລັກສະນະດັ່ງລຸ່ມນີ້:

(1)   ກໍ່ໃຫ້ເກີດການລະເບີດໄດ້ ( Explosives ) :

  • ໝາຍເຖິງ: ວັດຖຸສິ່ງຂອງທີ່ປະກອບດ້ວຍທາດລະເບີດຊະນິດໃດໜຶ່ງ ຫຼື ຫລາຍຊະນິດ
  • ໝາຍເຖິງ: ທາດເຄມີທີ່ຢູ່ໃນພາວະແຂງ, ແຫຼວ ຫຼື ອາຍຊຶ່ງສາມາດເກີດປະຕິກິລິຍາທາງເຄມີໄດ້ເອງພາຍໃຕ້ອຸນຫະພູມ ແລະ ຄວາມດັນໃນລະດັບໃດໜຶ່ງ ຊຶ່ງເປັນສາເຫດກໍ່ໃຫ້ເກີດການລະເບີດ ແລະ ກໍ່ຄວາມເສຍຫາຍຕໍ່ກັບສິ່ງແວດລ້ອມໃກ້ຄຽງ.

(2) ກໍ່ໃຫເກີດໄວໄຟ ( Flammable ):

  • ໝາຍເຖິງ: ທາດອາຍທີ່ມີຈຸດລຸກໄໝ້ເມື່ອປະສົມກັບອາກາດທີ່ມີອຸນຫະພູມ ບໍ່ເກີນ 20 ອົງສາເຊ ພາຍໃຕ້ຄວາມດັນບັນຍາກາດມາດຖານ 101.3 ກີໂລປັດສການ ( KPa )  ຫຼື 760 ມີລີແມັດບາຫຼອດ  (mmHg)
  • ໝາຍເຖິງ: ທາດແຫຼວທີ່ຈຸດລຸກໄໝ້ບໍ່ເກີນ 93 ອົງສາເຊ ຫຼື ຕິດໄຟໄດ້ງ່າຍ
  • ໝາຍເຖິງ: ທາດແຂງທີ່ຕິດໄຟໄດ້ງ່າຍ ຫຼື ເປັນສາຍເຫດກໍໃຫ້ເກີດໄຟເມື່ອມີການຮຸກຖູກັນ.

(3) ກໍ່ໃຫ້ເກີດອອກຊີໄດ ແລະ ເປີອອກໄຊອິນຊີ ( Oxidizing Substances and Organic Peroxides):

  • ໝາຍເຖິງ: ທາດແຂງ, ແຫຼວ ຫຼື ທາດອາຍ ທີ່ມີການປ່ອຍທາດອົກຊີແຊນອອກມາ ຊຶ່ງອາດເປັນສາຍເຫດ ຫຼື ມີສ່ວນກໍ່ໃຫ້ເກີດການເຜົາໄໝ້ວັດຖຸສິ່ງຂອງອື່ນໄດ້ເກີນກວ່າອາກາດທົ່ວໄປ.
  • ໝາຍເຖິງ: ທາດອິນຊີທີ່ຢູ່ໃນພາວະແຂງ ຫຼື ແຫຼວ ຊຶ່ງມີໂຄງສ້າງປະກອບດ້ວຍອາຕອມອົກຊີແຊນເກາະກັນ ຫຼື ທາດວະນຸພັນຂອງໄຮໂດເຈນເປີອອກໄຊ ຊຶ່ງໄຮໂດເຈນໜຶ່ງ ຫຼື ສອງສາມາດຖືກແທນທີ່ດ້ວຍອະນຸມູນທາດອິນຊີ.

(4)  ທາດເປັນພົດ ( Poisonous Substances): ໝາຍເຖິງທາດແຂງ, ແຫຼວ ຫຼື ທາດອາຍທີ່ເປັນພິດເມື່ອເຂົ້າສູ້ຮ່າງກາຍຂອງຄົນ ຫຼື ສັດ ໂດຍຜ່ານທາງລະບົບຫາຍໃຈ, ທາງເດີນອາຫານ ຫຼື ທາງລະບົບຜີວໜັງ, ທາດດັ່ງກ່າວພາໃຫ້ເກີດເປັນພະຍາດແກ່ຄົນ ແລະ ສັດ ຫຼື ເຮັດໃຫ້ເສຍຊີວິດໄດ້.

(5) ທາດກໍ່ໃຫ້ເກີດມະເຮັງ ( Carcinogen ): ໝາຍເຖິງ ທາດເຄມີ ຫຼື ທາດປະສົມ ທີ່ເປັນສາຍເຫດກໍ່ໃຫ້ເກີດໂລກມະເຮັງ ຫຼື ເພີ່ມໂອກາດການເກີດໂລກມະເຮັງ

(6) ທາດກໍ່ໃຫ້ເກີດການປ່ຽນແປງທາງດ້ານກຳມະພັນ ( MutagenF Mutation ): ໝາຍເຖິງທາດທີ່ກໍ່ໃຫ້ເກີດການກາຍພັນຂອງຈຸລັງສິ່ງທີ່ມີຊີວິດ ຊຶ່ງມີການປ່ຽນແປງທັງຈຳນວນ ຫຼື ໂຄງສ້າງຂອງພັນທຸກຳໃນຈຸລັງຢ່າງຖາວອນ.

(7) ທາດກັນເປື່ອຍໂລຫະ ( Corrosive to Metals ) ໝາຍເຖິງ: ທາດ ຫຼື ທາດປະສົມທີ່ເກີດປະຕິກິລິຍາກັບໂລຫະ ແລະ ກໍ່ໃຫ້ເກີດຄວາມເສຍຫາຍແກ່ທາດໂລຫະ ຫຼື ວັດຖຸທີ່ປະກອບດ້ວຍໂລຫະ.

(8) ທາດກັນເປື່ອຍຜີວໜັງ ( Skin Corrosion ): ໝາຍເຖິງທາດທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຜີວໜັງທີ່ບໍ່ສາມາດກັບຄືນສູ່ສະພາບເດີມໄດ້ ຫຼື ມີການຕາຍຂອງຈຸລັງຜີວໜັງຊັ້ນນອກຈົນເຖິງຊັ້ນໃນ.

(9) ທາດກໍ່ໃຫ້ເກີດການລະຄາຍເຄືອງຕໍ່ຜີວໜັງ ( Skin imitation) : ໝາຍເຖິງ ທາດທີ່ກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຜີວໜັງທີ່ສາມາດກັບຄືນສູ່ສະພາບເດີມໄດ້ ( Reversible damage).

(10) ທາດ ຫຼື ທາດເຄມີອື່ນໆທີ່ເປັນອັນຕະລາຍໄດ້( Miscellaneous Products or Substances) ທີ່ອາດຈະເຮັດໃຫ້ເກີດອັນຕະລາຍຕໍ່ຄົນ, ສັດ, ພືດ, ຊັບສິນ, ສິ່ງແວດລ້ອມ ແລະ ຄວາມໝັ້ນຄົງຂອງຊາດ.

4.      ທາດເຄມີຊະນິດໃໝ່: ໝາຍເຖິງ ທາດທີ່ຍັງບັນຈຸເຂົ້າໃນບັນຊີສາກົນ ແລະ ໃນບັນຊີແຫ່ງຊາດ ທີ່ຮັບຮອງໂດຍລັດຖະບານແຫ່ງ ສປປ ລາວ.

5.      ປະລິມານຂອງທາດເຄມີອັນຕະລາຍ: ໝາຍເຖິງຂອບເຂດຂອງບໍລິມາດ ຫຼື ປະລິມານບັນຈຸຂອງທາດເຄມີ ຊຶ່ງຈະມີຜົນກະທົບຢ່າງຮ້າຍແຮງຕໍ່ສິ່ງທີ່ມີຊີວິດໃນພື້ນນັ້ນໆ.

6.     ການດຳເນີນກິດຈະການກ່ຽວກັບທາດເຄມີ: ໝາຍເຖິງການຜະລິດ, ການຄ້າ, ການເກັບຮັກສາ, ການນຳໃຊ້, ການກຳຈັດ ແລະ ບຳບັດທາດ ແລະ ທາດເຄມີອັນຕະລາຍ ແລະ ສິ່ງເສດເຫຼືອທີ່ເປັນອັນຕະລາຍ ຫຼື ກິດຈະກຳອື່ນໆ ທີ່ກ່ຽວຂ້ອງ.

7.     ສິ່ງເສດເຫຼືອອັນຕະລາຍ: ໝາຍເຖິງສິ່ງເສດເຫຼືອທີ່ບັນຈຸໜຶ່ງ ຫຼື ຫລາຍທາດເຄມີທີ່ເປັນອັນຕະລາຍ ຊຶ່ງອາດມີຜົນກະທົບຕໍ່ກັບສິ່ງແວດລ້ອມເຊັ່ນ: ຄົນ, ສັດ, ພືດ, ສິ່ງຂອງ ແລະ ອື່ນໆ

8.     ຄວາມສ່ຽງຂອງທາດ ແລະ ທາດເຄມີ: ໝາຍເຖິງທາດເຄມີທີ່ຄາດວ່າຈະມີຜົນກະທົບທາງລົບຕໍ່ຄວາມສິ່ງແວດລ້ອມເຊັ່ນ:ຄົນ, ສັດ, ພືດ, ສິ່ງຂອງ ແລະ ອື່ນໆ ຫຼື ອາດມີຜົນກະທົບທາງລົບຕໍ່ຄວາມປອດໄພຂອງສັງຄົມຈາກການດຳເນີນກິດຈະການທີ່ກ່ຽວຂ້ອງກັບທາດເຄມີ.

9.     ການປະເມີນຄວາມສ່ຽງຂອງທາດ ແລະ ທາດເຄມີ: ໝາຍເຖິງຂະບວນການພິຈາລະນາ, ຕີລາຄາຄຸນລັກສະນະຕາມຄວາມແຮງ, ຄວາມເປັນອັນຕະລາຍຂອງທາດເຄມີ ແລະ ຄວາມເປັນໄປໄດ້ໃນການປ້ອງກັນຈາກຂະບວນການຜະລິດ, ການຄ້າ, ການເກັບຮັກສາ, ການນຳໃຊ້, ການທຳລາຍ ຫຼື ການກຳຈັດ ແລະ ບຳບັດທາດເຄມີ.

10.    ຂະແໜງການຄຸມຄອງທາດ ແລະ ທາດເຄມີອັນຕະລາຍ: ໝາຍເຖິງກົມອຸດສາຫະກຳ ແລະ ຫັດຖະກຳ, ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ.

11.    ຜູ່ດຳເນີນກິດຈະການກ່ຽວກັບທາດເຄມີ: ໝາຍເຖິງຜູ້ທີ່ເປັນເຈົ້າຂອງກິດຈະການ ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ທີ່ກ່ຽວຂ້ອງກັບທາດເຄມີ.

12.    ການຜະລິດ: ໝາຍເຖິງການປຸງແຕ່ງ ( ການປະສົມ, ການແປສະພາບ, ການສະກັດ, ການແຍກ ຫຼື ການກັ່ນຕອງ ) , ການບັນຈຸ, ການຫຸ້ມຫໍ່ ແລະ ຕິດສະຫລາກ.

13.  ການຄ້າ: ໝາຍເຖິງການຊື້-ຂາຍສິນຄ້າ ຊຶ່ງປະກອບດ້ວຍ: ການນຳເຂົ້າ-ສົ່ງອອກ, ການສົ່ງ ແລະ ການຈຳໜ່າຍສິນຄ້າ ໃນ ສປປ ລາວ ຫຼື ຜ່ານມາ ສປປ ລາວ.

14.    ການຄອບຄອງ: ໝາຍເຖິງການຄອບຄອງໃນກຳມະສິດຂອງຕົນ ຫຼື ຜູ້ອື່ນ, ບໍ່ວ່າຈະເປັນການຄອບຄອງເພື່ອຂາຍ, ເພື່ອຂົນສົ່ງ, ເພື່ອໃຊ້ ຫຼື ເພື່ອຈຸດປະສົງອື່ນ, ຊຶ່ງລວມເຖິງການຖີ້ມ ຫຼື ປະກົດຢູ່ໃນບໍລິເວນທີ່ຢູ່ໃນກຳມະສິດຂອງຕົນ.

15.    ສະຫຼາກ ( Label ) : ໝາຍເຖິງຂໍ້ມູນທີ່ເປັນຕົວອັກສອນ ຫຼື ຮູບພາບທີ່ສະແດງຄວາມອັນຕະລາຍຂອງຜະລິດຕະພັນອັນຕະລາຍ ຊຶ່ງກຳນົດໃຫ້ກົງກັບກຸ່ມເປົ້າໝາຍເຊັ່ນ: ການຂົນສົ່ງ, ການເກັບຮັກສາ, ນຳໃຊ້ ແລະ ອື່ນໆ ຊຶ່ງໃຊ້ຕິດ, ພິມ ຫຼື ຕິດແບບກັບພາຊະນະກັບບັນຈຸຜະລິດຕະພັນທາດເຄມີອັນຕະລາຍໂດຍກົງ ຫຼື ພາຍນອກຫີບ, ຫໍ່ ຂອງຜະລິດຕະພັນນັ້ນ.

16.    ທາດ ແລະ ທາດເຄມີອັນຕະລາຍປອມ:

  • ທາດ ແລະ ທາດເຄມີອັນຕະລາຍທີ່ເຮັດຂຶ້ນທຽມ ຫຼື ມີສ່ວນປະສົມບາງສ່ວນບໍ່ໄດ້ມາດຖານ.
  • ທາດ ແລະ ທາດເຄມີອັນຕະລາຍທີ່ສະແດງຊື່ວ່າເປັນທາດ ແລະ ທາດເຄມີອັນຕະລາຍອື່ນ ຫຼື ສະແດງກຳນົດເວລາໝົດອາຍຸການໃຊ້ເກີນຄວາມເປັນຈິງ.
  • ທາດເຄມີ ແລະ ທາດເຄມີທີ່ສະແດງຊື່, ເຄື່ອງໝາຍຂອງຜູ້ຜະລິດ ຫຼື ທີ່ຕັ້ງຂອງສະຖານທີ່ຜະລິດຊຶ່ງບໍ່ແມ່ນຄວາມຈິງ.
  • ທາດ ແລະ ທາດເຄມີອັນຕະລາຍທີ່ສະແດງວ່າເປັນທາດ ແລະ ທາດເຄມີອັນຕະລາຍທີ່ຂຶ້ນທະບຽນໄວ້ຊຶ່ງບໍ່ຖືກຕ້ອງຕາມຄວາມຈິງ.
  • ທາດ ແລະ ທາດເຄມີອັນຕະລາຍທີ່ຜະລິດຂຶ້ນໂດຍມີທາດສຳຄັນໜ້ອຍ ຫຼື ຫລາຍກ່າວຄ່າທາດເຄື່ອນຕາມຂໍ້ຕົກລົງສະບັບນີ້.

17.    ທາດ ແລະ ທາດເຄມີອັນຕະລາຍຜິດມາດຕະຖານ: ແມ່ນທາດ ແລະ ທາດເຄມີອັນຕະລາຍທີ່ຜະລິດຂຶ້ນໂດຍບໍ່ມີຄວາມບໍລິສຸດ, ສິ່ງເຈືອປົນ ຫຼື ລັກສະນະອື່ນທີ່ມີຄວາມສຳຄັນຕໍ່ຄຸນສົມບັດຂອງທາດ ແລະ ທາດເຄມີອັນຕະລາຍຜິດໄປຈາກຫຼັກການທີ່ກຳນົດ ຫຼື ຂຶ້ນທະບຽນໄວ້.

18.    ທາດ ແລະ ທາດເຄມີອັນຕະລາຍຜິດມາດຖານ: ແມ່ນທາດ ແລະ ທາດເຄມີອັນຕະລາຍທີ່ໝົດອາຍຸການນຳໃຊ້ຕາມທີ່ສະແດງໄວ້ໃນສະຫຼາກ ຫຼື ແປສະພາບຈົນມີລັກສະນະເຊັ່ນດຽວກັນກັບທາດ ແລະ ທາດເຄມີອັນຕະລາຍປອມ ຫຼື ທາດ ແລະ ທາດເຄມີອັນຕະລາຍຜິດມາດຕະຖານ ( ບາງທາດເຄມີອາຍຸການນຳໃຊ້ຍັງບໍ່ທັນໝົດແຕ່ເກັບຮັກສາບໍ່ດີກໍອາດເຊື່ອມຄຸນນະພາບ ).

19.     ການບຳບັດ: ໝາຍເຖິງຂະບວນການບັນເທົາ ແລະ ຟື້ນຟູສິ່ງເສດເຫຼືອທີ່ເກີດຈາກກິດຈະການໃດໜຶ່ງ ເພື່ອຫຼຸດຜ່ອນມົນລະພິດ, ຊຶ້ງປະກອບດ້ວຍວິທີການ ຫຼື ເຕັກນິກໃດໜຶ່ງ ແລະ ເຄື່ອງຈັກ ຫຼື ອຸປະກອນຕ່າງໆ.

20.     ການກຳຈັດ: ໝາຍເຖິງການທຳລາຍ, ການຈູດເຜົາ, ຝັງດິນ, ການແຍກປະເພດ ເພື່ອນຳໃຊ້ເຂົ້າໃນຈຸດປະສົງອື່ນໆ

ໝວດທີ II
ການຈຳແນກ ແລະ ແຈ້ງຂໍ້ມູນກ່ຽວກັບທາດ ແລະ ທາດເຄມີ

ມາດຕາ 4: ການຈຳແນກທາດ ແລະ ທາດເຄມີອັນຕະລາຍ ( ໂດຍອີງຕາມລາຍຊື່ທາດເຄມີ )

1.  ທາດ ແລະ ທາດເຄມີອັນຕະລາຍ ຕ້ອງໄດ້ຈຳແນກໂດຍອີງຕາມຊື່, ຄຸນລັກສະນະທາງດ້ານວັດຖຸ ແລະ ຄຸນລັກສະນະເຄມີ ແລະ ຕາມມາດຖານຂອງສາກົນ.

2.  ຊື່ຂອງທາດ ແລະ ທາດເຄມີອັນຕະລາຍ ຕ້ອງຂຽນຕາມຊື່ທາງເຕັກນິກ ແລະ ຂຽນເປັນພາສາລາວແລະ ພາສາອັງກິດ.

ມາດຕາ 5: ການແຈ້ງຂໍ້ມູນກ່ຽວກັບທາດເຄມີ

1.  ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ທີ່ດຳເນີນກິດຈະການກ່ຽວກັບທາດເຄມີ ຕ້ອງຂຽນບົດລາຍງານສົ່ງໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ແລະ ກົມອຸດສາຫະກຳ ແລະ ຫັດຖະກຳກ່ຽວກັບການຄຸ້ມຄອງທາດເຄມີຕາມໝວດຂອງທາດເຄມີ. ເນື້ອໃນຂອງການລາຍງານຈະຕ້ອງລະບຸຊື່ເຄມີ, ຄຸນລົກສະນະທາງວັດຖຸ, ທາງເຄມີ, ສ່ວນປະສົມຂອງທາດເຄມີ,ແຫຼ່ງກຳເນີດຂອງທາດເຄມີ, ນ້ຳໜັກ ແລະ ຈຸດປະສົງຂອງການດຳເນີນກິດຈະການ.

2.  ຂໍ້ມູນໃນບົດລາຍງານ ຕ້ອງສາມາດກວດສອບໄດ້ເຖິງລະດັບຂອງຄວາມເປັນອັນຕະລາຍ, ການຈັດຕັ້ງປະ ຕິບັດມາດຕະການຄວາມປອດໄພ ແລະ ການປະເມີນການດຳເນີນກິດຈະການທີ່ກ່ຽວຂ້ອງກັບທາດເຄມີ.

ມາດຕາ 6:  ການປະເມີນຄວາມສ່ຽວຂອງທາດເຄມີ:

ໂຮງງານອຸດສາຫະກຳປຸງແຕ່ງ ກ່ອນຈະນຳເຂົ້າ, ຜະລິດ, ຈຳໜ່າຍ ຫຼື ນຳໃຊ້ທາດເຄມີຊະນິດ     ໃໝ່ຕ້ອງໄດ້ເຮັດການປະເມີນຄວາມສ່ຽງແລ້ວສົ່ງໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ແລະ ກົມອຸດສາຫະກຳ ແລະ ຫັດຖະກຳ ເພື່ອອານຸມັດ ແລະ ບັນຈຸເຂົ້າໃນບັນຊີ ກ່ອນຈະດຳເນີນກິດຈະການກ່ຽວກັບທາດເຄມີດັ່ງກ່າວໄດ້, ມອບໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ອອກບົດແນະນຳລະອຽດກ່ຽວກັບການປະເມີນຄວາມສ່ຽງ.

ມາດຕາ 7.  ຂໍ້ມູນຄວາມປອດໄພທາດເຄມີ (  Safety Data Sheet,SDS )

ກ. ຜູ້ດຳເນີນກິດຈະການດ້ານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທີ່ມີຈຸດປະສົງນຳເຂົ້າ, ຜະລິດທາດ ແລະ ທາດເຄມີອັນຕະລາຍຕ້ອງໄດ້ສ້າງເອກະສານຂໍ້ມູນຄວາມປອດໄພກ່ຽວກັບທາດ ແລະ ທາດເຄມີອັນຕະລາຍໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງໃດໜຶ່ງທີ່ຮັບທາດເຄມີດັ່ງກ່າວ. ເອກະສານຂໍ້ມູນຄວາມປອດໄພຕ້ອງຕິດໄປພ້ອມກັບທາດ ແລະ ທາດເຄມີອັນຕະລາຍ ທີ່ນຳເຂົ້າ ແລະ ຈຳໜ່າຍ.

ຂ.  ເອກະສານຂໍ້ມູນຄວາມປອດໄພ ປະກອບດ້ວຍຂໍ້ມູນຕ່າງໆດັ່ງລຸ່ມນີ້:

1.  ຊື່, ແຫຼ່ງກຳເນີດ, ສະຖານທີ່ຜະລິດທາດ ແລະ ທາດເຄມີ;

2.  ສ່ວນປະກອບ, ສູດເຄມີ;

3.  ຄຸນລັກສະນະທາງວັດຖຸ ແລະ ທາງເຄມີ;

4.  ຄວາມຄົງຕົວ ແລະ ບໍ່ຄົງຕົວ;

5.  ລະດັບຂອງຄວາມບໍ່ເປັນອັນຕະລາຍ ຫຼື ເປັນພິດ;

6.  ຄວາມສ່ຽງຕໍ່ສຸຂະພາບ;

7.  ລະດັບຄວາມສ່ຽງຕໍ່ສິ່ງແວດລ້ອມ;

8.  ຜົນກະທົບຕໍ່ມະນຸດ ແລະ ຄວາມຕ້ອງການເຄື່ອງອຸປະກອນປ້ອງກັນໄພ;

9.  ວິທີການຊ່ວຍເຫຼືອເບື້ອງຕົ້ນຖ້າມີຄວາມຈຳເປັນ;

10.  ມາດຕະການປ້ອງກັນໃນກໍລະນີມີເຫດໄຟໄໝ້ ຫລື ອຸປະຕິເຫດອື່ນໆ;

11.  ມາດຕະການປ້ອງກັນຄວາມສ່ຽງ ແລະ ອຸບັດຕິເຫດ;

12.  ວິທີການເກັບຮັກສາ;

13.  ມາດຕະການການຄຸ້ມຄອງສິ່ງເສດເຫຼືອ;

14.  ມາດຕະການມນການຂົນສົ່ງ;

15.  ມື້ຜະລິດ, ມື້ໝົດອາຍຸການນຳໃຊ້;

16.  ຂໍ້ມູນອື່ນໆ ທີ່ຈຳເປັນ;

ມາດຕາ 8.  ເຄື່ອງໝາຍຂອງທາດ ແລະ ທາດເຄມີອັນຕະລາຍ

  • ສະຫຼາກຕິດກັບພາຊະນະ ຫຼື ຂວດບັນຈຸທາດ ແລະ ທາດເຄມີອັນຕະລາຍ ໃສ່ພາຊະນະທີ່ບັນຈຸຕາມຄວາມເປັນອັນຕະລາຍຂອງທາດ ແລະ ທາດເຄມີ ສະຫຼາກຕ້ອງແໜ້ນໜາ, ທົນທານ ແລະ ຮັບປະກັນຕໍ່ການຮຸກຖູ. ການປ່ຽນແປງເຄື່ອງໝາຍຂອງທາດ ແລະ ທາດເຄມີ ແມ່ງອີງຕາມສົນທິສັນຍາສາກົນ ທີ່ ສປປ ລາວ ເຂົ້າຮ່ວມເປັນພາຄີ.
  • ສະຫຼາກທີ່ນຳໃຊ້ຕ້ອງໄດ້ນຳສະເໜີເຖິງຂະແໜງອຸດສາຫະກຳ ແລະ ຫັດຖະກຳ ເພື່ອພິຈາລະນາຄວາມຖືກຕ້ອງ.

ໝວດທີ III
ຄວາມປອດໄພໃນການນຳໃຊ້ທາດ ແລະ ທາດເຄມີອັນຕະລາຍ

ມາດຕາ 9.  ສະຖານທີ່ຕັ້ງຂອງໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ

1.  ໂຮງງານອຸດສາຫະກຳປຸງແຕ່ງທີ່ດຳເນີນກິດຈະການກ່ຽວກັບທາດ ແລະ ທາດເຄມີອັນຕະລາຍ, ສາງນໍ້າມັນ, ສາງເກັບຮັກສາ ແລະ ອື່ນໆ ຕ້ອງວາງແຜນການປ້ອງກັນໃຫ້ລະອຽດ ແລະ ຈັດສັນໃຫ້ມີສະຖານທີ່ຕັ້ງ     ເໝາະສົມ ແລະ ໃຫ້ສອດຄ່ອງກັບລະບຽບການ ແລະ ມາດຕະຖານຂອງ ສປປ ລາວ ໂດຍສະເພາະໃຫ້ຫ່າງໄກຈາກສະຖານທີ່ດັ່ງລຸ່ມນີ້:

ກ. ສະຖານທີ່ແອເອັດເຊັ່ນ: ເຂດອາໃສ, ສູນການຄ້າ ຫຼື ສະຖານທີ່ແອອັດອື່ນໆ;

ຂ. ສະຖານທີ່ສາທາລະນະ ເຊັ່ນ: ໂຮງນຽນ, ໂຮງໝໍ, ສວນສາທາລະນະ, ສະໜາມກິລາ ຫຼື ສະຖານທີ່ອື່ນໆ ຂອງລັດ;

ຄ. ແຫຼ່ງນໍ້າປະປາ, ສະລອຍນ້ຳ ແລະ ເຂດແຫຼ່ງອ່າງໂຕ່ງນໍ້າ;

ງ. ສະຖານທີ່ລົດເມ, ລົດໄຟ, ທ່າເຮືອ, ສະໜາມບິນ, ຖະໜົນຫລວງ, ທາງລົດໄຟ;

ຈ. ເຂດປ່ງປ້ອງກັນ, ເຂດລ້ຽງສັດ, ເຂດລ້ຽງປາ ແລະ ຫາປາ, ເຂດເພາະພັນປາ;

ສ. ແມ່ນໍ້າ, ຮ່ອງນໍ້ຳ, ໜອງ, ເຂດປ້ອງກັນທີວທັດ ແລະ ເຂດທຳມະຊາດ;

ຊ. ເຂດການທະຫານ ເພື່ອປ້ອງກັນຊາດ ແລະ ເຂດປ້ອງກັນອື່ນໆ ທີ່ກົດໝາຍລະບຸໄວ້.

2. ມອບໃຫ້ ກົມອຸດສາຫະກຳ ແລະ ຫັດຖະກຳ ປັບປຸງຄືນໃໝ່ ແລະ ຂຽນບົດແນະນຳເພີ່ມເຕີມ ກ່ຽວກັບການກຳນົດທີ່ຕັ້ງ ແລະ ໄລຍະຫ່າງລະຫວ່າງສະຖານທີ່ດຳເນີນກິດຈະການກ່ຽວກັບທາດ ແລະ ທາດເຄມີອັນຕະລາຍກັບສະຖານທີ່ຕັ້ງສິ່ງຕ່າງໆທີ່ກ່າວມາຂ້າງເທິງນັ້ນ.

3.    ໃນກໍລະນີການຈັດຕັ້ງປະຕິບັດຕົວຈິງ ກ່ຽວກັບສະຖານທີ່ຕັ້ງ ແລະ ໄລຍະຫ່າງ ເພື່ອຄວາມປອດໄພຈາກທາດ ແລະ ທາດເຄມີອັນຕະລາຍ ຫາກບໍ່ໄດ້ຕາມເງື່ອນໄຂໃນຂໍ້ 1 ຂອງມາດຕານີ້ ໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ ແລະ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນ ກວດສອບ, ຄອບຄຸມເພື່ອຈັດຕັ້ງປະຕິບັດໃຫ້ສອດຄ່ອງ. ໃນກໍລະນີທີ່ເຫັນວ່າສະຖານທີ່ຕັ້ງນັ້ນຫາກມີຄວາມສ່ຽງສູງ, ໃຫ້ຢຸດຕິການຜະລິດຊົ່ວຄາວ ຫຼື ອາດຈະໃຫ້ຍົກຍ້າຍໄປສະຖານທີ່ອື່ນທີ່ເໝາະສົມ.

ມາດຕາ 10.  ພາຊະນະບັນຈຸ ແລະ ການຫຸ້ມຫໍ່ທາດ ແລະ ທາດເຄມີອັນຕະລາຍ

1.  ພາຊະນະບັນຈຸ ແລະ ການຫຸ້ມຫໍ່ທາດ ແລະ ທາດເຄມີອັນຕະລາຍ ຕ້ອງມີຄວາມແໜ້ນໜາ, ທົນທານຕໍ່ການຖືກກະທົບກະເທືອນ, ປະຕິບັດຈາມກົດໝາຍ, ລະບຽບການ, ມາດຕະຖານ ຂອງ ສປປ ລາວ ແລະ ສາກົນ ຊຶ່ງຮັບຮອງເອົາໂດຍລັດຖະບານແຫ່ງ ສປປ ລາວ.

2.  ພາຊະນະບັນຈຸ ແລະ ການຫຸ້ມຫໍ່ ແລະ ທາດເຄມີອັນຕະລາຍຈາກໂຮງງານ ແລະ ນຳເຂົ້າຈາກຕ່າງ ປະເທດຕ້ອງໄດ້ຜ່ານການກວດສອບ ແລະ ໄດ້ຮັບອະນຸຍາດທາງດ້ານຄຸນນະພາບຈາກຂະແໜງອຸດສາຫະກຳ ແລະ ຫັດຖະກຳ. ພາຊະນະທີ່ຈະນຳໃຊ້ຄືນເພື່ອບັນຈຸທາດ ແລະ ທາດເຄມີອັນຕະລາຍຕ້ອງໄດ້ບຳບັດ ແລະ ກວດສອບຢ່າງລະອຽດ.

3.  ໃນກໍລະນີພາຊະນະບັນຈຸ ແລະ ການຫຸ້ມຫໍ່ທາດ ແລະ ທາດເຄມີອັນຕະລາຍ ບໍ່ໄດ້ຕາມເງື່ອນໄຂທີ່ລະບຸໄວ້ໃນຂໍ້ 1 ຂອງມາດຕານີ້. ຜູ້ຮັບສິນຄ້າສົ່ງສິນຄ້າທັງໝົດຄືນໃຫ້ຜູ້ສົ່ງສິນຄ້າ ແລະ ຜູ້ສົ່ງສິນຄ້າຕ້ອງຮັບພາລະໃນການໃຊ້ຈ່າຍທັງໝົດ.

ມາດຕາ 11.  ການເກັບຮັກສາທາດ ແລະ ທາດເຄມີ ອັນຕະລາຍ

1.  ທາດ ແລະ ທາດເຄມີອັນຕະລາຍ ຕ້ອງເກັບມ້ຽນໄວ້ຢູ່ໃນສາງ, ໃສ່ພາຊະນະບັນຈຸສະເພາະ ແລະ ຕ້ອງມີພະນັກງານທີ່ມີຄວາມຮູ້ເພື່ອຄຸ້ມຄອງ.

2.  ແບບຟອມ, ວິທີ ແລະ ຈຳນວນທີ່ເກັບຮັກສາ ຕ້ອງຖືກຕາມມາດຕະຖານຄວາມປອດໄພ, ຕາມລະບຽບກົດໝາຍ ແລະ ຕ້ອງກວດກາຕາມເວລາທີ່ກຳນົດໄວ້.

3.  ສາງເກັບທາດ ແລະ ທາດເຄມີອັນຕະລາຍ ຕ້ອງຖືກຕາມລະບຽບການ,ມາດຕະການຄວາມປອດໄພ ສຳລັບກຳມະກອນທີ່ເຮັດວຽກໃນສາງ, ຕ້ອງຕິດປ້າຍເຕື່ອນໄວ້ ບ່ອນທີ່ເຫັນໄດ້ຊັດເຈນ. ຂະໜາດຂອງສາງ ແລະ ບ່ອນເກັບມ້ຽນຕ້ອງເໝາະສົມ, ຕ້ອງມີເຄື່ອງມືອຸປະກອນປ້ອງກັນຄວາມປອດໄພຢ່າງຄົບຊຸດ ແລະ ມີການກວດກາປົກກະຕິ.

4.  ທາດ ແລະ ທາດເຄມີອັນຕະລາຍຮ້າຍແຮງ ຕ້ອງໄດ້ແຍກລ່ອນເກັບມ້ຽນໄວ້ຕາກຫາກ, ຖ້າເກັບມ້ຽນໄວ້ຮ່ວມກັນອາດຈະກໍ່ໃຫ້ເກີດອັນຕະລາຍຕາມມາ.

ມາດຕາທີ 12. ການທຳລາຍ, ການຈຳກັດ ແລະ ບຳບັດທາດ ແລະ ທາດເຄມີອັນຕະລາຍ

1.   ການທຳລາຍ, ການຈຳກັດ ແລະ ການບຳບັດພາຊະນະບັນຈຸທາດ ແລະ ທາດເຄມີອັນຕະລາຍ, ສິ່ງເສດເຫຼືອທາດເຄມີອັນຕະລາຍ, ທາດເຄມີທີ່ໝົດອາຍຸ ແລະ ທາດເຄມີທີ່ເປັນພິດຕ້ອງປະຕິບັດຕາມລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງ ຫຼື ອອກລະບຽບການໃໝ່ເພື່ອຮອງຮັບ.

2.  ໃນການກໍ່ສ້າງໂຮງງານ, ສາງເກັບມ້ຽນທາດ ແລະ ທາດເຄມີອັນຕະລາຍ, ການປ່ຽນແປງຂອບເຂດການດຳເນີນກິດຈະການ ຫຼື ການຢຸດເຊົາທຸລະກິດຊົ່ວຄາວ ຕ້ອງມີແຜນການ, ມາກຕະການຮອງຮັບ ແລະ ສະແດງໃຫ້ເຫັນວິທີການເກັບມ້ຽນອຸປະກອນ, ຜະລິດຕະພັນ, ວັດຖຸດິບ ແລະ ຕ້ອງເຮັດບົດລາຍງານລະອຽດກ່ຽວກັບຂັ້ນຕອນຂອງການບໍລິຫານຄຸ້ມຄອງເຄມີ  ແລະ ການຄຸ້ມຄອງສິ່ງແວດ ລ້ອມ.

ມາດຕາ 13.  ການບັນທຸກ ແລະ ການຂົນສົ່ງທາດ ແລະ ທາດເຄມີອັນຕະລາຍ

1.  ການບັນທຸກ, ການຍົກຍ້າຍ, ປ່ຽນຖ່າຍ ແລະ ການຂົນສົ່ງທາດ ແລະ ທາດເຄມີອັນຕະລາຍຕ້ອງປະຕິບັດຕາມມາດຕະຖານເຕັກນິກຄວາມປອດໄພ ຂອງ ສປປ ລາວ ແລະ ສາກົນ.

2.   ການບັນທຸກ, ການຂົນສົ່ງ ສິນຄ້າອັນຕະລາຍ ຕ້ອງໃຫ້ສອດຄ່ອງ ແລະ ຖືກຕ້ອງຕາມລະບຽບ ແລະ ກົດໝາຍກ່ຽວກັບການຄຸ້ມຄອງການຂົນສົ່ງສິນຄ້າອັນຕະລາຍທາງບົກ, ທາງລົດໄຟ, ທາງນ້ຳ ແລະ ທາງອາກາດ.

3.  ການວ່າຈ້າງການບໍລິການຂົນສົ່ງທາດ ແລະ ທາດເຄມີອັນຕະລາຍ, ເຈົ້າຂອງສິນຄ້າຕ້ອງຕອບສະໜອງຂໍ້ມູນໃຫ້ບໍລິສັດຂົນສົ່ງຢ່າງຈະແຈ້ງເຊັ່ນ: ຊື່ຂອງທາດເຄມີ, ຈຳນວນ, ຄວາມເປັນພິດ, ວິທີການປະຕິບັດ ແລະ ມາດຕະການແກ້ໄຂໃນກໍລະນີເຫດການສຸກເສີນ ຫ້າມບໍ່ໃຫ້ເຈົ້າຂອງສິນຄ້າລັກລອບຂົນສົ່ງທາດ ແລະ ທາດເຄມີອັນຕະລາຍ ປົນກັບສິນຄ້າທົ່ວໄປ ຫຼື ແຈ້ງບັນຊີຜິດ ແລະ ແຈ້ງທາດເຄມີອັນຕະລາຍໃນຮູບແບບສິນຄ້າທົ່ວໄປ.

4.  ໃນເວລາມີການຂົນສົ່ງທາດ ແລະ ທາດເຄມີອັນຕະລາຍ, ຕ້ອງມີຈຸປ້ອງກັນ ( escort)  ໄປນໍາຂະບວນເພື່ອຮັບຜິດຊອບໃນການຕິດຕາມກວດກາ, ຄວບຄຸມສິນຄ້າໃນຊ່ວງທີ່ມີການຂົນສົ່ງ. ຈຸປ້ອງກັນຕ້ອງນຳໃຊ້ເຄື່ອງມືປ້ອງກັນຕົນເອງ ແລະ ອຳນວຍຄວາມສະດວກອື່ນໆ ໃນການຮັບມືກັບເຫດການສຸກເສີນທີ່ຈະເກີດຂຶ້ນ.

5.  ພາຊະນະບັນຈຸ ແລະ ການຫຸ້ມຫໍ່ ທາດ ແລະ ທາດເຄມີອັນຕະລາຍ ຕ້ອງແໜ້ນໜ້າ ຕາມມາດຖານເຕັກນິກເພື່ອໃຫ້ມີຄວາມປອດໄພ ແລະ ເພື່ອຫຼີກເວັ້ນການຮົ່ວໄຫຼ ຫຼື ເຟືອດອອກ ໃນກໍລະນີທີ່ອຸນະພູມ, ຄວາມຊຸ່ມ ແລະ ຄວາມດັນມີການປ່ຽນແປງໃນເວລາຂົນສົ່ງ ຊຶ່ງຈະເປັນສາຍເຫດກໍ່ໃຫ້ເກີດອັນຕະລາຍຂຶ້ນໄດ້. ຫ້າມບໍ່ໃຫ້ສັດ ແລະ ສິນຄ້າປະເພດອື່ນໆ ປົນກັບທາດ ແລະ ທາດເຄມີອັນຕະລາຍ.

6.  ບໍ່ອະນຸຍາດໃຫ້ແກ່ດຶງ, ກະທົບ, ກະແທກແບບກະທັນຫັນ ຊຶ່ງຈະເປັນສາຍເຫດໃຫ້ພາຊະນະບັນຈຸ, ຫໍ່ຫີບແຕກ. ບໍ່ອະນຸຍາດໃຫ້ບຸກຄົນຈັບບາຍທາດເຄມີໂດຍກົງ, ຕ້ອງປະກອບເຄື່ອງປ້ອງກັນຢ່າງຄົບຊຸດໃຫ້ກຳມະກອນຜູ້ແບກຫາບທາດເຄມີອັນຕະລາຍໃນເວລາຂົນສົ່ງ.

7.  ໃນກໍລະນີ ທາດເຄມີທີ່ເປັນພິດຮ້າຍແຮງ ຫາກມະການຮົ່ວໄຫຼໃນເວລາຂົນສົ່ງ ຫຼື ໃນເວລາເຄື່ອນຍ້າຍ, ຂົນເຂົ້າ-ຂົນອອກ, ຜູ້ຂົນສົ່ງ ແລະ ຈຸປ້ອງກັນ ຫຼື ຜູ້ປະກອບການ ຕ້ອງໄດ້ແກ້ໄຂ ແລະ ນຳໃຊ້ມາດຕະການໃດໜຶ່ງເພື່ອປ້ອງກັນ ແລະ ໃນເວລາດຽວກັນນັ້ນ ກໍໃຫ້ລາຍງານຢ່າງຮີບດ່ວນ ເຖິງຂະແໜງການທີ່ກ່ຽວຂ້ອງ ແລະ ຕຳຫລວດຢູ່ສະຖານທີ່ເກີດອຸບັດຕິເຫດ. ຂະແໜງການທີ່ກ່ຽວຂ້ອງ ສາມາດເຂົ້າໄປສະຖານທີ່ເກີດເຫດເພື່ອສືບສວນ ແລະ ເກັບກຳຂໍ້ມູນ. ບໍລິສັດ ທີ່ດຳເນີນກິດຈະການກ່ຽວກັບທາດເຄມີນັ້ນ ຕ້ອງຮັບຜິດຊອບໃນການປະສານງານກັບຂະແໜງການຕ່າງໆຂ້າງເທິງນັ້ນ ເພື່ອແກ້ໄຂໃຫ້ສຳເລັດຕໍ່ສິ່ງທີ່ເກີດຂຶ້ນ ແລະ ຮັບຜິດຊອບຕໍ່ການໃຊ້ຈ່າຍຄ່າເສຍຫາຍຈາກຜົນກະທົບຕ່າງໆທີ່ເກີດຂຶ້ນທັງໝົດ.

ມາດຕາ 14. ການກຳນົດຂອບເຂດພື້ນທີ່ອັນຕະລາຍ

ໃນກໍລະນີທີ່ມີເຫດການຈຳເປັນເພື່ອປ້ອງກັນອັນຕະລາຍທີ່ຈະເກີດຂຶ້ນກັບບຸກຄົນ, ສັດ , ພືດ, ຊັບສິນ ຫຼື ສິ່ງແວດລ້ອມ ກົມອຸດສາຫະກຳ ແລະ ຫັດຖະກຳ ມີສິດອອກຄຳສັ່ງ ເພື່ອກຳນົດພື້ນທີ່ທີ່ອັນຕະລາຍ ແລະ ຫ້າມການຄອບຄອງ, ຈຳໜ່າຍ, ນຳໃຊ້ ຫຼື ຜະລິດທາດ ແລະ ທາດເຄມີອັນຕະລາຍ.

ມາດຕາ 15.  ການຈັດແບ່ງປະເພດທາດ ແລະ ທາດເຄມີອັນຕະລາຍ

ທາດ ແລະ ທາດເຄມີອັນຕະລາຍ ໃນຂະແໜງອຸດສາຫະກຳ ແລະ ຫັດຖະກຳແບ່ງອອກເປັນ 3 ປະເພດດັ່ງນີ້:

  • ທາດ ແລະ ທາດເຄມີອັນຕະລາຍປະເພດທີ 1: ແມ່ນທາດ ແລະ ທາດເຄມີອັນຕະລາຍຮ້າຍແຮງ ແລະ ບໍ່ອະນຸຍາດໃຫ້ດຳເນີນທຸລະກິດກ່ຽວກັບການນຳເຂົ້າ, ນຳໃຊ້, ຜະລິດ ແລະ ເກັບຮັກສາໂດຍທົ່ວໄປຢ່າງເດັດຂາດ. ໃນກໍລະນີມີຄວາມຈຳເປັນນຳໃຊ້ໃນການຄົ້ນຄວ້າທາງດ້ານວິທະຍາ ສາດຕ້ອງໄດ້ຍື່ນສະເໜີຫາຂະແໜງອຸດສາຫະກຳ ແລະ ຫັດຖະກຳ ເພື່ອຄົ້ນຄວ້າ ແລະ ນຳສະເໜີຕໍ່ລັດຖະບານພິຈາລະນາ.
  • ທາດ ແລະ ທາດເຄມີອັນຕະລາຍປະເພດທີ 2: ແມ່ນ ທາດ ແລະ ທາດເຄມີອັນຕະລາຍປານກາງ ແລະ ອະນຸຍາດໃຫ້ດຳເນີນທຸລະກິດ ແລະ ນຳໃຊ້, ແຕ່ມີການຄວບຄຸມພິເສດ ກ່ອນຈະນຳເຂົ້າ ແລະ ດຳເນີນກິດຈະການຂອງຕົນໄດ້ນັ້ນ ຕ້ອງໄດ້ຂຶ້ນທະບຽນກົມອຸດສາຫະກຳ ແລະ ຫັດຖະກຳ ແລະ ຂໍໃບຢັ້ງຢືນດ້ານເຕັກນິກຈາກຂະແໜງອຸດສາຫະກຳ ແລະ ຫັດຖະກຳ.
  • ທາດ ແລະ ທາດເຄມີອັນຕະລາຍປະເພດທີ 3: ແມ່ນ ທາດ ແລະ ທາດເຄມີອັນຕະລາຍຕໍ່າ ແລະ ອະນຸຍາດໃຫ້ດຳເນີນທຸລະກິດ ແລະ ນຳໃຊ້ໄດ້ ໂດຍທົ່ວໄປ, ກ່ອນຈະນຳເຂົ້າ ແລະ ດຳເນີນກິດຈະການຂອງຕົນໄດ້ນັ້ນ ຕ້ອງໄດ້ຂຶ້ນທະບຽນຈາກຂະແໜງອຸດສາຫະກຳ ແລະ ຫັດຖະກຳ.
  • ທາດ ແລະ ທາດເຄມີທີ່ບໍ່ໄດ້ຈັດເຂົ້າໃນ 3 ປະເພດຂ້າງເທິງຖືວ່າເປັນສານເຄມີບໍ່ມີອັນຕະລາຍ ຫຼື ເປັນອັນຕະລາຍໜ້ອຍ ແລະ ບໍ່ຕ້ອງຂໍອະນຸຍາດນຳເຂົ້າ, ເກັບຮັກສາ, ນຳໃຊ້.

ມາດຕາ 16. ຫ້າມເຄື່ອນໄຫວ ແລະ ດຳເນີນກິດຈະການກ່ຽວກັບທາດ ແລະ ທາດເຄມີອັນຕະລາຍ

ຫ້າມໂຮງງານອຸດສາຫະກຳປຸງແຕ່ງ ເຄື່ອນໄຫວ ຫຼື ດຳເນີນກິດຈະການ ກ່ຽວກັບທາດ ແລະ ທາດເຄມີອັນຕະລາຍ ດັ່ງລຸ່ມນີ້:

(1) ທາດ ແລະ ທາດເຄມີອັນຕະລາຍປອມ.

(2) ທາດ ແລະ ທາດເຄມີອັນຕະລາຍຜະລິດມາດຕະຖານ.

(3) ທາດ ແລະ ທາດເຄມີອັນຕະລາຍເສື່ອມຄຸນນະພາບ.

(4) ທາດ ແລະ ທາດເຄມີອັນຕະລາຍ ທີ່ຕ້ອງຂຶ້ນທະບຽນ ແຕ່ບໍ່ໄດ້ຂຶ້ນທະບຽນໄວ້.

(5) ທາດ ແລະ ທາດເຄມີອັນຕະລາຍ ທີ່ຖືກສັ່ງຖອນທະບຽນ.

(6) ສົ່ງ ຫຼື ຝາກທາດ ແລະ ທາດເຄມີອັນຕະລາຍໂດຍທາງໄປສະນີ, ທຸກການກະທຳ ທີ່ເປັນການຫຼົບຊ້ອນ, ເຊື່ອງຊ້ອນ ຫຼື ແຈ້ງທາດ ແລະ ທາດເຄມີອັນຕະລາຍເປັນສິ່ງຂອງແບບທົ່ງໄປເພື່ອຝາກໄປທາງໄປສະນີ.

(7) ຊື່ທາດ ແລະ ທາດເຄມີອັນຕະລາຍ ທີ່ນອນໃນປະເພດ 2 ຈາກບໍລິສັດທີ່ບໍ່ມີໃບອະນຸຍາດໃຫ້ຜະລິດທາດ ແລະ ທາດເຄມີອັນຕະລາຍ.

(8) ຂາຍທາດ ແລະ ທາດເຄມີອັນຕະລາຍທີ່ບໍ່ມີໃບເຕືອນຄວາມປອໄຟ, ໃນກຳນົດລັກສະນະສະເພາະ ຂອງທາດ ແລະ ທາດເຄມີອັນຕະລາຍ.

(9) ຂາຍທາດ ແລະ ທາດເຄມີອັນຕະລາຍໃຫ້ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງໃດໜຶ່ງ ທີ່ບໍ່ໄດ້ຮັບອານຸຍາດໃຫ້ມີການຜະລິດ ແລະ ນຳໃຊ້ທາດເຄມີນັ້ນ.

(10) ຜະລິດ ແລະ ນຳໃຊ້ທາດ ແລະ ທາດເຄມີອັນຕະລາຍຮ້າຍແຮງ ທີ່ໄດ້ກຳນົດໄວ້ໃນປະເພດ 1.

(11) ຫຼອກລວງຊື້ ແລະ ຈຳໜ່າຍ, ໂອນການຢັ້ງຢືນຂອງສັນຍາການຊື້ ແລະ ການຂາຍທາດ ແລະ ທາດເຄມີອັນຕະລາຍ.

ມາດຕາ 17. ຫ້າມຄອບຄອງທາດ ແລະ ທາດເຄມີອັນຕະລາຍ

(1)   ຫ້າມໂຮງງານອຸດສາຫະກຳປຸງແຕ່ງ ຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ ຫຼື ຄອບຄອງ ທາດ ແລະທາດເຄມີອັນຕະລາຍ ປະເພດ 1 ເດັດຂາດ, ຍົກເວັ້ນ ກໍລະນີໄດ້ຮັບການອະນຸຍາດພິເສດຈາກລັດຖະບານໂດຍຜ່ານຂະແໜງອຸດສາຫະກຳ ແລະ ການຄ້າ.

(2)   ຫ້າມໂຮງງານອຸດສາຫະກໍາປຸງແຕ່ງ ຜະລິດ, ນໍາເຂົ້າ, ສົ່ງອອກ, ຈໍາໜ່າຍ ຫຼື ຄອບຄອງທາດ ແລະ ທາດເຄມີອັນຕະລາຍ ປະເພດ 2 ເວັ້ນແຕ່ ໄດ້ຮັບອະນຸຍາດຈາກຂະແໜງອຸດສາຫະກໍາ ແລະ ຫັດຖະກໍາ.

ໝວດທີ IV
ການດຳເນີນກິດຈະການກ່ຽວກັບທາດ ແລະ ທາດເຄມີອັນຕະລາຍ

ມາດຕາ 18. ການດຳເນີນກິດຈະການດ່ຽວກັບທາດ ແລະ ທາດເຄມີອັນຕະລາຍ

ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງໃດໜຶ່ງ ທີ່ມີຈຸດປະສົງຍາກດຳເນີນກິດຈະການດ້ານອຸດສາຫະກຳປຸງແຕ່ງທີ່ມີການນຳໃຊ້ ຫຼື ຜະລິດທາດ ແລະ ທາດເຄມີອັນຕະລາຍ ຕ້ອງເຮັດການປະເມີນ ແລະ ສ້າງແຜນປ້ອງກັນຄວາມເປັນອັນຕະລາຍຂອງທາດເຄມີດັ່ງກ່າວ ແລະ ຕ້ອງປະກອບດ້ວຍເນື້ອໃນດັ່ງລຸ່ມນີ້:

ກ. ບົດສັງລວມຫຍໍ້ກ່ຽວກັບການສຶກສາຄວາມເປັນໄປໄດ້;

ຂ. ບົດລາຍງານຫຍໍ້ກ່ຽວກັບຜົນຜະລິດ( ຜະລິດຕະພັນສຳເລັດຮູບ ຫຼື ເຄິ່ງສຳເລັດຮູບ ) ພ້ອມດ້ວຍລັກສະນະທາງດ້ານວັດຖຸ ແລະ ເຄມີ ເຊັ່ນ: ຈູດຮ້ອນຟົດ, ຈຸດຮ້ອນເປື່ອຍ, ຈຸດເກີດໄຟດ້ວຍຕົນເອງ, ຈຸດເກີດແສງ, ຂອບເຂດການລະເບີດ ແລະ ຄວາມຮຸນແຮງໃນການເປັນພິດ;

ຄ. ເຕັກນິກໃນການຫຸ້ມຫໍ່, ການເກັບຮັກສາ, ການນຳໃຊ້ ແລະ ການຂົນສົ່ງ;

ງ. ບົດປະເມີນລະດັບຄວາມສ່ຽງ ແລະ ຄວາມເປັນອັນຕະລາຍຂອງທາດ ແລະ ທາດເຄມີ;

          ຈ. ມາດຕະການຄຸ້ມຄອງໃນກໍລະນີເກີດອຸບັດຕິເຫດ;

ສ. ລາຍລະອຽດອື່ນໆຂອງແຜນການປ້ອງກັນ ແລະ ຄວບຄຸມ, ກະຊວງອຸດສາຫະກຳ ແລະ ການຄ້າຈະອອກຄຳແນະນຳລະອຽດເພີ່ມເຕີມ.

ມາດຕາ 19. ເງື່ອນໄຂໃນການດຳເນີນກິດຈະການກ່ຽວກັບທາດ ແລະ ທາດເຄມີອັນຕະລາຍ

ບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງໃດໜຶ່ງ ທີ່ມີຈຸດປະສົງລົງທຶນເຂົ້າໃນກິດຈະການໂຮງງານອຸດສາຫະກຳປຸງແຕ່ງກ່ຽວກັບທາດ ແລະ ທາດເຄມີອັນຕະລາຍ ຕ້ອງປະຕິບັດຕາມເງື່ອນໄຂດັ່ງລຸ່ມນີ້:

1.   ຕ້ອງມີແຜນການຜະລິດ, ຈຳໜ່າຍ ແລະ ນຳໃຊ້ທາດ ແລະ ທາດເຄມີອັນຕະລາຍ;

2.  ຕ້ອງມີບົດປະເມີນ ແລະ ແຜນການປ້ອງກັນຄວາມເປັນອັນຕະລາຍ ແລະ ເຫດການສຸກເສີນທີ່ຈະເກີດຂຶ້ນຈາກທາດ ແລະ ທາດເຄມີອັນຕະລາຍ.

3.  ຕ້ອງມີເຕັກນິກ, ອຸປະກອນ ແລະ ເຄື່ອງມືທີ່ໜ້າເຊື່ອຖື ໃນການດຳເນີນກິດຈະການກ່ຽວກັບທາດ ແລະ ທາດເຄມີອັນຕະລາຍ;

4.  ຕ້ອງມີລະບັບການຄຸ້ມຄອງ ແລະ ບໍລິຫານກິດຈະການ ແລະ ຄວາມປອດໄພ;

5.  ຕ້ອງມີໜ່ວຍງານຄຸ້ມຄອງຄວາມປອດໄພ ທາດ ແລະ ທາດເຄມີອັນຕະລາຍ;

6.  ຕ້ອງມີສາງເກັບມ້ຽນທາດ ແລະ ທາດເຄມີອັນຕະລາຍທີ່ໄດ້ມາດຖານ;

7.  ຕ້ອງມີການຝຶກອົບຮົມ ກ່ຽວກັບການຄຸ້ມຄອງບໍລິຫານກິດຈະການ ແລະ ຄວາມປອດໄພທຸກໆ 6 ເດືອນ;

8.  ຕ້ອງປະຕິບັດຕາມມາດຕະຖານ, ເງື່ອນໄຂອື່ນໆ ທີ່ລະບຸໄວ້ໃນກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ.

9.  ຕ້ອງມີວິຊາການສະເພາະທາງດ້ານເຄມີ.

10.  ຕ້ອງມີໃບອະນຸຍາດດຳເນີນກິດຈະການໂຮງງານ.

ມາດຕາ 20. ພັນທະຂອງຜູ້ດຳເນີນກິດຈະການກ່ຽວກັບທາດ ແລະ ທາດເຄມີອັນຕະລາຍ

1.  ການດຳເນີນກິດຈະການຂອງໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ກ່ຽວກັບທາດ ແລະທາດເຄມີອັນຕະລາຍຕ້ອງຕິດຕັ້ງອຸປະກອນປ້ອງກັນຄວາມປອດໄພທີ່ເໝາະສົມ ເຊັ່ນ: ເຄື່ອງດູດອາກາດ, ເຄື່ອງປັບອຸນນະພູມ, ເຄື່ອງກຳບັງແສງຕາເວັນ, ເຄື່ອງປ້ອງກັນໄຟໄໝ້, ເຄື່ອງລະບາຍຄວາມດັນ, ເຄື່ອງປ້ອງກັນທາດເບື່ອ, ເຄື່ອງກຳຈັກສິ່ງກະປົກ, ເຄື່ອງປ້ອງກັນນ້ຳ, ເຄື່ອງປ້ອງກັນຟ້າຜ່າ, ເຄື່ອງປ້ອງກັນໄຟຟ້າຊອດ ແລະ ອື່ນໆ. ອຸປະກອນປ້ອງກັນຄວາມປອດໄພຕ້ອງໄດ້ບໍລຸງຮັກສາ ແລະ ກວດສອບທຸກໆປີ ເພື່ອປະຕິບັດໃຫ້ໄດ້ຕາມເງື່ອນໄຂກ່ຽວກັບການປ້ອງກັນຄວາມປອດໄພ;

2.  ການຜະລິດ, ການເກັບຮັກສາ ແລະ ການນຳໃຊ້ທາດ ແລະ ທາດເຄມີອັນຕະລາຍ ປະເພດ 2 ຕ້ອງເຮັດການປະເມີນຄວາມສ່ຽງ.

3.  ໃນກໍລະນີພົບເຫັນວ່າມີຄວາມສ່ຽງສູງ, ຜູ້ປະກອບກິດຈະການຕ້ອງໄດ້ສະເໜີວິທີການແກ້ໄຂ ແລະ ປັບປຸງແຜນການປ້ອງກັນຄວາມເສຍຫາຍ. ຖ້າພົບເຫັນອຸປະກອນເຄື່ອງມືເປ່ເພເສຍຫາຍຕ້ອງຍົກ ເລີກການດຳເນີນກິດຈະການໂດຍທັນທີ ເພື່ອມຳການສ້ອມແປງ, ປ່ຽນແທນ ແລະ ນຳໃຊ້ມາດຕະ ການປ້ອງກັນຄວາມປອດໄພທີ່ເຊື່ອຖືໄດ້.

4.  ຕ້ອງເຮັດບົດລາຍງານ ການປະເມີນຄວາມສ່ຽງ ແລະ ກວດສອບອຸປະກອນ ແລະ ເຄື່ອງມື ແລະ ສົ່ງໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ,ນະຄອນຫລວງ ແລະ ກົມອຸດສາຫະກຳ ແລະ ຫັດຖະກຳເພື່ອພິຈາລະນາ.

5.  ການຜະລິດ, ການຈຳໜ່າຍ, ການເກັບຮັກສາ ແລະ ການນຳໃຊ້ທາດ ແລະ ທາດເຄມີອັນຕະລາຍຕ້ອງມີການບັນທຶກ ແລະ ລົງບັນຊີລາຍວັນ ແລະ ໃຫ້ປະຕິບັດຢ່າງເຂັ້ມງວດຕາມມາດຕະການທີ່ກຳນົດໄວ້ເພື່ອປ້ອງກັນການຕົກເຮ່ຍເສຍຫາຍຈາກຄວາມຜິດພາດ.

6.  ໃນເວລາຂົນສົ່ງທາດ ແລະ ທາດເຄມີອັນຕະລາຍ, ເຈົ້າຂອງກິດຈະການຕ້ອງໄດ້ຕິດ, ແຂວນ ຫຼື ພິມສະຫຼາກຄວາມປອດໄພໃສ່ພາຊະນະບັນຈຸ ແລະ ໃຫ້ບອກຊື່ຜະລິດຕະພັນຢ່າງຈະແຈ້ງຕາມທີ່ໄດ້ບັນຈຸໄວ້ໃນພາຊະນະນັ້ນ.

7.  ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຕ້ອງລາຍງານສະພາບການດຳເນີນກິດຈະການກ່ຽວກັບທາດ ແລະ ທາດເຄມີອັນຕະລາຍຕ້ອງປະຕິບັດຕາມຂໍ້ມູນທີ່ໄດ້ລະບຸໄວ້ໃນເອກະສານຄວາມປອດໄພ ແລະ ເອກະສານບັນທຶກສະເພາະຂອງຜະລິດຕະພັນນັ້ນໆ.

8.  ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຕ້ອງລາຍງານສະພາບການດຳເນີນກິດຈະການກ່ຽວກັບທາດ ແລະ ທາດເຄມີອັນຕະລາຍ ເຊັ່ນ: ຈຳນວນ, ປະລິມານ, ສະຖານທີ່ເກັບຮັກສາ, ມາດຕະການໃນການຄຸ້ມຄອງຄວາມປອດໄພ ແລະ ອື່ນໆໃຫ້ຂະແໜງອຸດສາຫະກຳ ແລະ ຫັດຖະກຳ ທຸກໆ 3 ເດືອນ.

ມາດຕາ 21. ສິດຂອງຜູ້ດຳເນີນກິດຈະການໂຮງງານກ່ຽວກັບທາດ ແລະ ທາດເຄມີອັນຕະລາຍ

1.  ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ທີ່ຖືກສັ່ງຢຸດການດຳເນີນກິດຈະການຊົ່ວຄາວເຈົ້າຂອງໂຮງງານມີສິດປັບປຸງ ແລະ ສະເໜີແຜນການປັບປຸງຫາຂະແໜງອຸດສາຫະກຳ ແລະ ຫັດຖະກຳເພື່ອພິຈາລະນາ.

2.  ພາຍຫຼັງໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ໄດ້ປັບປຸງສຳເລັດແລ້ວເຈົ້າຂອງໂຮງງານມີສິດຍື່ນຄຳຮ້ອງຂໍດຳເນີນກິດຈະການຄືນໃໝ່.

3.  ມີສິດສະເໜີຕໍ່ຂັ້ນເທິງພິຈາລະນາກ່ຽວກັບການປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນ.

ມາດຕາ 22. ການຜະລິດ, ການຈັດຊື້, ຈຳໜ່າຍ, ການນຳເຂົ້າ, ສົ່ງອອກທາດ ແລະ ທາດເຄມີອັນຕະລາຍ

1.  ການຈຳໜ່າຍທາດ ແລະ ທາດເຄມີອັນຕະລາຍຮ້າຍແຮງໃຫ້ລູກຄ້າ, ຜູ້ຈຳໜ່າຍຕ້ອງເຮັດໃບຊື້ຂາຍ ແລະ ຮັກສາສຳເນົາໄວ້ຢ່າງໜ້ອຍໜຶ່ງປີຕໍ່ລາຍການ, ໃນໃບຊື້ຂາຍຕ້ອງບັນທຶກທີ່ຢູ່ຂອງບຸກຄົນ, ນິຕິບຸກຄົນ ຫຼື ອົງການຈັດຕັ້ງທີ່ຊື້, ລະບຸຈຳນວນ ແລະ ຄຸນລັກສະນະສະເພາະຂອງທາດ ແລະ ທາດເຄມີທີ່ຈຳໜ່າຍ. ໂຮງງານຜະລິດທາດ ແລະ ທາດເຄມີອັນຕະລາຍຕ້ອງມີການກວດສອບຈຳນວນການຈຳໜ່າຍທຸກໆມື້.

2.  ໂຮງງານອຸດສາຫະກຳປຸງແຕ່ງ ທີ່ມີຄວາມຕ້ອງການຊື້ ຫຼື ຂາຍ ທາດ ແລະ ທາດເຄມີອັນຕະລາຍຕ້ອງມີສັນຍາລະຫວ່າງຜູ້ຊື້ ແລະ ຜູ້ຂາຍແລ້ວສະເໜີຂະແໜງອຸດສາຫະກຳ ແລະ ຫັດຖະກຳ ເພື່ອຢັ້ງຢືນບັນຊີທາດເຄມີທີ່ມີຈຸດປະສົງນຳໃຊ້, ກໍລະນີມີຄວາມຕ້ອງການທາດ ແລະ ທາດເຄມີອັນຕະລາຍຮ້າຍແຮງທີ່ບໍ່ແນ່ນອນຢູ່ໃນແຜນການມາກ່ອນ ຕ້ອງໄດ້ຂໍຄຳເຫັນເພີ່ມເຕີມ ເພື່ອຂໍອະນຸມັດຈາກຂະແໜງອຸດສາຫະກຳ ແລະ ຫັດຖະກຳ, ແຕ່ຕ້ອງໄດ້ແຈ້ງຈຸດປະສົງຢ່າງລະອຽດເປັນຕົ້ນ: ຊື່, ຈຳນວນ, ຄຸນລັກສະນະສະເພາະຂອງທາດເຄມີດັງກ່າວນັ້ນ.

3.  ທາດ ແລະ ທາດເຄມີອັນຕະລາຍ ຕ້ອງສະເໜີຂໍຂຶ້ນທະບຽນນຳກົມອຸດສາຫະກຳ ແລະ ຫັດຖະກຳ, ເມືອໄດ້ຮັບໃບອະນຸຍາດການຂຶ້ນທະບຽນ ແລະ ປະຕິບັດຖືກຕ້ອງຕາມລະບຽບການແລ້ວຈຶ່ງສາມາດຜະລິດ, ນຳເຂົ້າ ແລະ ສົ່ງອອກໄດ້. ສຳຫຼັບທາດເຄມີປະເພດ 2 ກ່ອນຈະນຳເຂົ້າ ຫຼື ສົ່ງອອກແຕ່ລະຄັ້ງຕ້ອງໄດ້ຂໍອະນຸຍາດນຳຂະແໜງອຸດສາຫະກຳ ແລະ ຫັດຖະກຳ.

4.  ໃນເມື່ອມີແຈ້ງການໃຫ້ທາດເຄມີໃດໜຶ່ງເປັນທາດເຄມີອັນຕະລາຍ, ຜູ້ດຳເນີນກິດຈະການກ່ຽວກັບທາດເຄມີດັ່ງກ່າວ ຕ້ອງຍືນຄຳຮ້ອງຂໍອະນຸຍາດຈາກຂະແໜງອຸດສາຫະກຳ ແລະ ຫັດຖະກຳພາຍໃນເວລາທີ່ກຳນົດໄວ້ໃນການແຈ້ງການດັ່ງກ່າວ.

5.  ຫ້າມໂຮງງານອຸດສາຫະກຳປຸງແຕ່ງ ຊື້ ແລະ ຈຳໜ່າຍ ທາດ ແລະ ທາດເຄມີອັນຕະລາຍ ທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງອຸດສາຫະກຳ ແລະ ຫັດຖະກຳ.

ມາດຕາ 23. ສິດ ແລະ ໜ້າທີ່ຂອງກົມອຸດສາຫະກຳ ແລະ ຫັດຖະກຳ

1.   ກຳນົດບັນດາອົງປະກອບ, ຄຸນລັກສະນະ ແລະ ສິ່ງເຈື່ອປົນ, ບັນດາພາຊະນະບັນຈຸ, ວິທີສຳຫລວດ ແລະ ທົດສອບພາຊະນະ, ສະຫຼາກການຜະລິດ, ການນຳເຂົ້າ, ການສົ່ງອອກ, ການຂາຍ, ການຂົນສົ່ງ, ການເກັບຮັກສາ, ການກຳຈັດ ແລະ ບຳບັດ, ການທຳລາຍ, ການຄຸ້ມຄອງພາຊະນະບັນຈຸ, ການປະກອບຂໍ້ມູນທີ່ແທ້ຈິງ, ການສົ່ງຕົວຢ່າງ ຫຼື ອື່ນໆ ກ່ຽວກັບທາດ ແລະ ທາດອັນຕະລາຍ ເພື່ອຄວບຄຸມ, ປ້ອງກັນ, ບັນເທົາ ຫຼື ລະງັບອັນຕະລາຍທີ່ເກີດແກ່ບຸກຄົນ, ສັດ, ພືດ, ຊັບສິນ ຫຼື ສິ່ງແວດລ້ອມ ໂດຍຄຳນຶງເຖິງສົນທິສັນຍາ ແລະ ຂໍ້ຜູກພັນລະຫ່ວາງປະເທດ;

2.  ກຳນົກເກນຄ່າຄາດເຄື່ອນຈາກປະລິມານທີ່ກຳນົດໄວ້ຂອງອົງປະກອບທີ່ສຳຄັນ ໃນທາດ ແລະ ທາດເຄມີອັນຕະລາຍ;

3.  ກຳນົດຂັ້ນຕອນການຂຶ້ນທະບຽນທາດ ແລະ ທາດເຄມີອັນຕະລາຍ.

4.  ລະບຸຊື່ ແລະ ຄຸນລັກສະນະຂອງທາດ ແລະ ທາດເຄມີອັນຕະລາຍ.

5.  ສ້າງບັນຊີທາດ ແລະ ທາດເຄມີອັນຕະລາຍ ເປັນຕົ້ນແມ່ນ: ບັນຊີເກືອດຫ້າມ, ບັນຊີຄວບຄຸມ ແລະ ບັນຊີຕາມເງື່ອນໄຂ ( conditonal chemicals ) ອອກຂໍ້ແນະນຳໃນການຈັດຕັ້ງປະຕິບັດ ແລະ ຕິດຕາມກວດສອບຂະບວນການຈັດຕັ້ງປະຕິບັດດັ່ງກ່າວ;

6.  ສ້າງ ແລະ ຄຸ້ມຄອງລະບົບຂໍ້ມູນຂ່າວສານ ກ່ຽວກັບຄວາມປອດໄພຂອງທາດ ແລະ ທາດເຄມີອັນຕະລາຍໃນຂອບເຂດທົ່ວປະເທດ;

7.  ຄຸ້ມຄອງ, ແນະນຳ ແລະ ອອກລະບຽບການ ໃນການປະເມີນຄວາມສ່ຽງ, ແຜນປ້ອງກັນ ແລະ ມາດຕະການແກ້ໄຂກ່ຽວກັບທາດ ແລະ ທາດເຄມີອັນຕະລາຍດັ່ງກ່າວໃນຂອບເຂດທົ່ວປະເທດ;

8.  ຄຸ້ມຄອງ ແລະ ຊີ້ນຳໃນການສ້າງລະບົບຄຸ້ມຄອງຄວາມປອດໄພຂອງທາດ ແລະ ທາດເຄມີອັນຕະລາຍ, ກຳນົດສະຖານທີ່ຕັ້ງໂຮງງານ ແລະ ສາງເກັບຮັກສາທາດ ແລະ ທາດເຄມີອັນຕະລາຍ;

9.  ໃຫ້ແນະນຳ, ຝຶກອົບຮົມ, ໂຄສະນາ, ເຜີຍແຜ່ການສຶກສາ ແລະ ສ້າງຈິດສຳນຶກ ກ່ຽວກັບຄວາມປອດໄພທາດ ແລະ ທາດເຄມີອັນຕະລາຍ;

10.  ຮ່ວມມືກັບສາກົນໃນຂອບເຂດຄວາມປອດໄພຂອງທາດ ແລະ ທາດເຄມີອັນຕະລາຍ;

11.  ອອກໃບຢັ້ງຢືນການຂຶ້ນທະບຽນໃຫ້ຜູ້ດຳເນີນກິດຈະການກ່ຽວກັບທາດ ແລະ ທາດເຄມີ;

ມາດຕາ 24. ສິດຂອງຂະແໜງອຸດສາຫະກຳ ແລະ ຫັດຖະກຳ.

1.  ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທີ່ກະທຳຄວາມຜິດຕາມຂໍ້ຕົກລົງສະບັບນີ້ ຫຼື ສົງໄສວ່າຈະກະທະຜິດເຈົ້າໜ້າທີ່ຂະແໜງອຸດສາຫະກຳ ແລະ ຫັດຖະກຳ ມິສິດໃນການກວດກາຄົ້ນ ແລະ ເກັບກຳຂໍ້ມູນລະອຽດເພື່ອສະເໜີຂັ້ນເທິງພິຈາລະນາ.

2.  ອອກໜັງສືເອີ້ນເຈົ້າຂອງໂຮງງານອຸດສາຫະກຳ ມາໃຫ້ຄຳກະຈ່າງແຈ້ງ ຫຼື ໃຫ້ສົ່ງເອກະສານ ຫຼື ທາດເຄມີໃດໜຶ່ງມາເພື່ອປະກອບການພິຈາລະນາ.

3.  ຖ້າຫາກເຈົ້າໜ້າທີ່ຂອງຂະແໜງອຸດສາຫະກຳ ແລະ ຫັດຖະກຳ ພົບເຫັນວ່າໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຫາກບໍ່ປະຕິບັດຕາມຂໍ້ຕົກລົງສະບັບນີ້ ເຈົ້າໜ້າທີ່ມີສິດສັ່ງໃຫ້ຢຸດຕິການກະທຳທີ່ຝ່າຝືນນັ້ນ ແລະ ໂຮງງານຕ້ອງໄດ້ທຳການແກ້ໄຂ, ປັບປຸງ ຫຼື ປະຕິບັດໃຫ້ຖືກຕ້ອງ.

4.  ໃນກໍລະນີຮ້າຍແຮງໄປກວ່ານັ້ນຖ້າຫາກໂຮງງານບໍ່ສາມາດ, ປັບປຸງ ຫຼື ປະຕິບັດໃຫ້ຖືກຕ້ອງໄດ້, ຂະແໜງ ອຸດສາຫະກຳ ແລະ ຫັດຖະກຳ ມີສິດສັ່ງໃຫ້ເຈົ້າຂອງໂຮງງານນຳໄປຈຳກັດ ຫຼື ສົ່ງກັບບໍລິສັດຜູ້ຜະລິດ.

5.  ຖ້າພົບວ່າໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳທີ່ກະທຳຄວາມຜິດຕາມຂໍ້ຕົກລົງສະບັບນີ້ກົມອຸດສາຫະກຳ ແລະ ຫັດຖະກຳ ແລະ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ມີສິດສັ່ງໂຈະ ຫຼື ຢຸດຕິການດຳເນີນກິດຈະການໂຮງງານ.

6.  ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫລວງ ເປັນຜູ້ສັງລວມສະພາບການຈັດຕັ້ງປະຕິບັດການຄຸ້ມຄອງຄວາມປອດໄພທາດເຄມີປະຈຳປີແລ້ວສົ່ງໃຫ້ ກົມອຸດສາຫະກຳ ແລະ ຫັດຖະ ກຳ ເພື່ອສັງລວມສະພາບການຄຸ້ມຄອງ ແລະ ການນຳໃຊ້ທາດເຄມີໃນຂອບເຂດທົ່ວປະເທດ.

ມາດຕາ 25. ສິດຂອງເຈົ້າໜ້າທີ່ໃນການປະຕິບັດງານ

1.  ເຂົ້າໄປໃນສະຖານທີ່ປະກອບການກ່ຽວກັບທາດ ແລະ ທາດເຄມີອັນຕະລາຍເຊັ່ນ: ສະຖານທີ່ຜະລິດ, ສະຖານທີ່ເກັບຮັກສາທາດເຄມີ ແລະ ພາຊະນະ, ກວດກາປື້ມບັນຊີ ຫຼື ເອກະສານ ແລະ ສິ່ງອື່ນໆ ທີ່ກ່ຽວຂ້ອງ ຫຼື ສະຖານທີ່ອື່ນໆ ທີ່ສົງໄສວ່າຈະກະທຳຄວາມຜິດ ໄດ້ຕະຫຼອດ 24 ຊົ່ວໂມງ, ໃນກໍລະນີຈຳເປັນອາດຈະແຕ່ງຕັ້ງພະນັກງານເຈົ້າໜ້າທີ່ໄປປະຈຳກໍໄດ້.

2.  ເກັບຕົວຢ່າງທາດ ຫຼື ທາດເຄມີ ຫຼື ວັດຖຸທີ່ສົງໄສວ່າເປັນທາດ ແລະ ທາດເຄມີອັນຕະລາຍເພື່ອມາກວດສອບ.

3.  ກວດກາ, ກັກ ຫຼື ອາຍັດພາຫະນະຂົນສົ່ງ, ທາດ ແລະ ທາດເຄມີອັນຕະລາຍ, ປື້ມບັນຊີ ຫຼື ເອກະສານ ຫຼື ສິ່ງໃດທີ່ກ່ຽວຂ້ອງ ໃນກໍລະນີທີ່ມີເຫດສົງໄສວ່າ ມີການກະທຳຜິດຕໍ່ຂໍ້ຕົກລົງສະບັບນີ້.

4.  ນຳສະເໜີຕໍ່ຂັ້ນເທິງເພື່ອພິຈາລະນາໃນການໂຈະ, ຍົກຍ້າຍ ຫຼື ຢຸດຕິການດຳເນີນກິດຈະການຂອງໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ກ່ຽວກັບກິດຈະການເຄມີ ທີ່ບໍ່ປະຕິບັດຕາມຂໍ້ຕົກລົງສະບັບນີ້.

5.  ເມື່ອພະນັກງານເຈົ້າໜ້າທີ່ພົບເຫັນສະຫຼາກ ທີ່ບໍ່ເປັນໄປຕາມລະບຽບການທີ່ກຳນົດໄວ້, ພະນັກງານເຈົ້າໜ້າທີ່ມີສິດ ສັ່ງໃຫ້ຜູ້ຜະລິດ ຫຼື ຜູ້ນຳເຂົ້າ ຕ້ອງດຳເນີນການແກ້ໄຂສະຫຼາກນັ້ນໃຫ້ຖືກຕ້ອງຕາມມາດຕະຖານ.

ມາດຕາ 26. ບັດເຈົ້າໜ້າທີ່ກວດກາ

ໃນການປະຕິບັດງານ, ເຈົ້າໜ້າທີ່ຕ້ອງສະແດງບັດເຈົ້າໜ້າທີ່ກວດກາໂຮງງານທີ່ອອກໃຫ້ໂດຍ ກົມອຸດສາຫະກຳ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ.

ໝວດທີ V
ການແກ້ໄຂຂໍ້ຂັດແຍ້ງ, ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 27. ການແກ້ໄຂຂໍ້ຄັດແຍ້ງ

ການດຳເນີນກິດຈະການກ່ຽວກັບທາດ ແລະ ທາດເຄມີອັນຕະລາຍ, ການນຳໃຊ້, ການກຳຈັດ, ການບຳບັດ ແລະ ອື່ນໆ, ຖ້າຫາກມີຂໍ້ຂັດແຍ້ງລະຫວ່າງຜູ້ດຳເນີນກິດຈະການດ້ວຍກັນ ຫຼື ລະຫວ່າງຜູ້ດຳເນີນກິດຈະການເຈົ້າໜ້າທີ່ຂອງລັດ ຫຼື ກັບພາກສ່ວນອື່ນໆ ໃຫ້ຊອກຫາວິທີແກ້ໄຂດ້ວຍວິທີການປຶກສາຫາລື, ຖ້າຫາກບໍ່ສາມາດແກ້ໄຂ ຫຼື ຕົກລົງກັນໄດ້ໃຫ້ແຕ່ລະຝ່າຍສະເໜີເຖິງຂະແໜງຍຸຕິທຳ ເພື່ອພິຈາລະນາຕັດສິນ.

ມາດຕາ 28. ນະໂຍບາຍຕໍ່ຜູ້ມີຜົນງານ

ໂຮງງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ທີ່ລະເມີດຂໍ້ຕົກລົງສະບັບນີ້ຈະຖືກປັບໃໝ ແລະ ໃສ່ໂທດຕາມກໍລະນີໜັກ ຫຼື ເບົາດັ່ງລຸ່ມນີ້:

ກໍລະນີທີ 1: ຖືກຕັກເຕື່ອນເພື່ອໃຫ້ປັບປຸງ ຫຼື ຢຸດຕິການນຳເຂົ້າ ແລະ ສົ່ງອອກ

ກໍລະນີທີ 2: ຢຸດຕິການຜະລິດຊົ່ວຄາວເພື່ອປັບປຸງ

ກໍລະນີທີ 3: ຖອນໃບອະນຸຍາດດຳເນີນກິດຈະການໂຮງງານ, ປັບໃໝໃສ່ໂທດຕາມລະບຽບກົດໝາຍທີ່ກ່ຽວຂ້ອງ.

ໝວດທີ VI
ບົດບັນຍັດສຸດທ້າຍ

ມາດຕາ 30. ການຈັດຕັ້ງປະຕິບັດ

ມອບໃຫ້ກົມອຸດສາຫະກຳ ແລະ ຫັດຖະກຳ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫລວງວຽງຈັນ ພ້ອມກັນຈັດຕັ້ງປະຕິບັດຂໍ້ຕົກລົງລະບັບນີ້ຢ່າງຖືກຕ້ອງ ແລະ ຄົບຖ້ວນ.

ມາດຕາ 31. ຜົນສັກສິດ

ຂໍ້ຕົກລົງສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂໍ້ຕົກລົງ ແລະ ລະບຽບການອື່ນໆທີ່ຂັດກັບຂໍ້ຕົກລົງສະບັບນີ້ລ້ວນແຕ່ຖືກລົບລ້າງ.

ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ

(ເຊັນ ແລະ ປະທັບຕາ)
ຣ. ນາມ ວິຍາເກດ

ຂ້າງເທິງ

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງທາດ ແລະ ທາດເຄມີອຸດສາຫະກຳ ເລກທີ 1041/ອຄ.ກອຫ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.